吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ຈີນ​ເຫັນ​ວ່າ,ສັນຍາ​ສະບັບ​​ໃໝ່ທີ່​ກ່ຽວ​ກັບ​ການ​ປ່ຽນ​ແປງ​​ຂອງດິນ​ຟ້າ​ອາກາດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ເປັນ​ການໃຫ້​ກຳລັງ​ໃຈ​ຫຼາຍ​ຂຶ້ນ

2021-11-15 15:38:33 CRI

​ຈີນ​ເຫັນ​ວ່າ,ສັນຍາ​ສະບັບ​​ໃໝ່ທີ່​ກ່ຽວ​ກັບ​ການ​ປ່ຽນ​ແປງ​​ຂອງດິນ​ຟ້າ​ອາກາດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ເປັນ​ການໃຫ້​ກຳລັງ​ໃຈ​ຫຼາຍ​ຂຶ້ນ_fororder_微信图片_20211115153149

 

   ​​ໂດຍ​ຜ່ານ​ການ​ເຈລະຈາ​ເປັນ​ເວລາ​ສິບ​ກວ່າ​ວັນ, ວັນ​ທີ 13 ພະຈິກ​ນີ້, ຝ່າຍ​ຕ່າງໆ​ທີ່​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ປະ​ເທດ​ພາ​ຄີ​ໃນ “ສົນທິສັນຍາ​ຂອບ​ການ​ປ່ຽນ​ແປງ​​ຂອງດິນ​ຟ້າ​ອາກາດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ” ຄັ້ງ​ທີ 26 ​ໄດ້​ເຊັນ​ສັນຍາ​ສະບັບ​​ໃໝ່​ ​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການດ້ານ​ດິນ​ຟ້າ​ອາກາດ​ໃນ​ອະນາຄົດ. ສັນຍາ​ສະບັບ​ດັ່ງກ່າວ​ລວມທັງ ການ​ຫຼຸດ​​ປະ​ລິ​ມານ​ການໃຊ້​ວັດຖຸ​ເຊື້ອ​ໄຟ​ຟອດ​ຊີວ ​​ເຊັ່ນ: ຖ່ານ​ຫີນ​ເປັນ​ຕົ້ນ ​ແລະ ​ໄດ້​​ວາງ​ແຜນປະຕິບັດ​ງານ​​ໂດຍ​ແນ​ໃສ່​ການ​ຄວບ​ຄຸມຈັງ​ຫວະ​ການ​ເພີ່ມ​ຂຶ້ນ​ຂອງ​ອຸນຫະພູມທົ່ວ​ໂລກ​​ບໍ່​ໃຫ້​ກາຍ 1,5 ອົງສາທີ່​ໄດ້​ກຳ​ນົດ​ໄວ້ໃນ “ສັນຍາປາຣີ” ໃນປີ 2015. ຫຼັງຈາກກອງປະຊຸມ ຈີນກ່າວວ່າ, ຜົນງານທີ່ໄດ້ຮັບໃນກອງປະຊຸມເທື່ອນີ້​ເປັນ​ການໃຫ້ກຳລັງໃຈຫຼາຍ​ຂຶ້ນ.

 

   ຈີນ​ກ່າວວ່າ, ຜົນງານ​ຂອງ​ກອງປະຊຸມ​​ເປັນ​​ການ​ສ້າງ​ພື້ນຖານ​ທີ່​ດີໃຫ້​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ“ສັນຍາປາຣີ”, ​​ເປັນ​ການ​ຂຽນ​ປະ​ຫວັດ​ສາດ​ໜ້າ​ໃໝ່​ໃກ້​ກັບ​ໂລກ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ອັນ​ຕັ້ງໜ້າ​ຈຳນວນ​ໜຶ່ງ​ກ່ຽວ​ກັບ​ການ​ປັບ​ຕົວ​ໃຫ້​ເຂົ້າ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ກໍ່​ຄື​ກອງ​ທຶນ​ດຸດ​ໜູນເປັນ​ຕົ້ນ ​ເຊິ່ງ​ເປັນ​ຫົວ​ຂໍ້​ທີ່​ປະ​ເທດ​ພວມ​ພັດທະນາໃຫ້​ຄວາມ​ສົນ​ໃຈໂດຍ​ທົ່ວ​ໄປ. ຈີນ​ຈະ​ຕັ້ງໜ້າ​ເຂົ້າ​ຮ່ວມ​ຂະ​ບວນການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ທົ່ວ​ໂລກ​ຄືທີ່​ເຄີຍ​ໄດ້​ເຮັດ​ຜ່ານ​ມາຕະຫຼອດ​ໄປ, ​ໂດຍ​ຜ່ານ​ການ​ຮ່ວມ​ມື​ໃຕ້​ໃຕ້, ພ້ອມ​ກັນສ້າງ “​ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ຕາມ​ທິດສີຂຽວ, ອອກ​ແຮງ​ສະໜັບສະໜູນ​ປະ​ເທດ​​ພວມ​ພັດທະນາ​ໃຫ້​ພັດ​ທະນາຕາມ​ທິດ​ຂຽວ ​ແລະ ກອກ​ບອນ​ຕ່ຳ.

ຄຳ​ເຫັນ

0