吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈັດ​ພິ​ທີ​ຊາ​ປະ​ນາ​ກິດ​ສົບທ່ານຢວນ​ລົງ​ຜິງ ບັນ​ດິດ​ສະ​ພາ​ບັນ​ດິດ​ວິ​ສະ​ວະ​ກຳຈີນ​ຢູ່​ສຸ​ສານ​ຖັງ​ເລີນ​ວ້ານ​ເຊົ້າ​ຢວນ

2021-11-15 14:32:33 cri

 ຈັດ​ພິ​ທີ​ຊາ​ປະ​ນາ​ກິດ​ສົບທ່ານຢວນ​ລົງ​ຜິງ ບັນ​ດິດ​ສະ​ພາ​ບັນ​ດິດ​ວິ​ສະ​ວະ​ກຳຈີນ​ຢູ່​ສຸ​ສານ​ຖັງ​ເລີນ​ວ້ານ​ເຊົ້າ​ຢວນ_fororder_微信图片_20211115113351

ຈັດ​ພິ​ທີ​ຊາ​ປະ​ນາ​ກິດ​ສົບທ່ານຢວນ​ລົງ​ຜິງ ບັນ​ດິດ​ສະ​ພາ​ບັນ​ດິດ​ວິ​ສະ​ວະ​ກຳຈີນ​ຢູ່​ສຸ​ສານ​ຖັງ​ເລີນ​ວ້ານ​ເຊົ້າ​ຢວນ_fororder_微信图片_20211115113400

    ພິ​ທີ​ຊາ​ປະ​ນາ​ກິດ​ສົບ ​ທ່ານ ຢວນ​ລົງ​ຜິງ ບັນ​ດິດ​ສະ​ພາ​ບັນ​ດິດ​ວິ​ສະ​ວະ​ກຳຈີນ ໄດ້​ຈັດ​ຂຶ້ນ​ຢູ່​ສຸ​ສານ ຖັງ​ເລີນ​ວ້ານ​ເຊົ້າ​ຢວນ ນະ​ຄອນ​ສາງ​ຊ່າ​ແຂວງ​ຫູ​ນານ ສ​ປ ຈີນ ໃນ​ວັນ​ທີ 15 ພະ​ຈິກ​ນີ້.

    ທ່ານຢວນ​ລົງ​ຜິງທີ່​​ໄດ້​ຮັບ​ສົມ​ຍາ​ນາມ​ວ່າ “ບິ​ດາ​ເຂົ້າ​ນາ​ພັນ​ປະ​ສົມ” ໄດ້​ເລີ່ມ​ຄົ້ນ​ຄວ້າ​ເຂົ້າ​ນາ​ພັນ​ປະ​ສົມ​ມາ​ແຕ່​ປີ 1964, ແມ່ນ​ຜູ້​ລິ​ເລີ່ມ​ດ້ານ​ການ​ຄົ້ນ​ຄວ້າ ແລະ​ພັດ​ທະ​ນາ​ເຂົ້າ​ນາ​ພັນ​ປະ​ສົມຂອງ​ປະ​ເທດ​ຈີນ, ທັງ​ເປັນ​ນັກ​ວິ​ທະ​ຍາ​ສາດ​ຜູ້​ທຳ​ອິດ​ທີ່​ສາ​ມາດ​ນຳ​ໃຊ້​ຄວາມ​ດີ​ເລີດ​ຂອງ​ເຂົ້າ​ນາ​ພັນ​ປະ​ສົມ​​ຢ່າງ​ສຳ​ເລັດ​ຜົນ​ໃນ​ໂລກ. ນັບ​ແຕ່ປີ 1976 ເປັນ​ຕົ້ນ​ມາ, ຜົນ​ສຳ​ເລັດ​ດ້ານ​ການ​ຄົ້ນ​ຄວ້າ​ເຂົ້າ​ນາ​​ພັນປະ​ສົມໄດ້​ເຜີຍ​ແຜ່​ ແລະ​ນຳ​ໃຊ້​ຢ່າງກວ້າງ​ຂວາງ, ເຮັດ​ໃຫ້​ສະ​ມັດ​ຕະ​ພາບ​ການ​ຜະ​ລິດ​ຕໍ່​ເຮັກ​ຕາ ແລະ​ຍອດ​ປະ​ລິ​ມານ​ການ​ຜະ​ລິດ​ເຂົ້າ​ນາ​ຕ່າງ​ກໍ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫລວງ​ຫລາຍ. ເພື່ອ​ບັນ​ລຸ​ຄວາມ​ຫວັງ​ອັນ​ຍິ່ງ​ໃຫຍ່​ທີ່​ເຮັດ​ໃຫ້​ປະ​ຊາ​ຊົນ​ທົ່ວ​ໂລກ​ສາ​ມາດ​ກິນ​ເຂົ້າອີ່ມ, ທ່ານຢວນ​ລົງ​ຜິງ​ໄດ້​ນຳ​ພາ​​ທີມ​ງານດຳ​ເນີນ​ການ​ຄົ້ນ​ຄວ້າ​ເຂົ້າ​ນາ​ພັນ​ປ​ະ​ສົມພັນ​ຊຸບ​ເປີ, ​ໄດ້ຍົກ​ສູງຍອດ​ປະ​ລິ​ມານ​ຜົນ​ການ​ຜະ​ລິດ​ຂອງ​ເຂົ້າ​ນາ​ໄດ້​ຢ່າງ​ບໍ່​ຢຸດ​ຢັ້ງ.

    ວັນ​ທີ 22 ພຶດ​ສະ​ພາ​ປີ​ນີ້, ທ່ານຢວນ​ລົງ​ຜິງ ຜູ້​ທີ່​ໄດ້​​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​​​ເພື່ອ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​ໄດ້​ມໍ​ລະ​ນະ​ກຳ,  ລວມ​ອາ​ຍຸ​ໄດ້ 91 ປີ.   

ຄຳ​ເຫັນ

0