吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາຍົກ​ໄທ​ກ່າວ​ວ່າ, ​ການເປີດ​ປະ​ເທດ​ຄືນ​ໃໝ່​ໄດ້​ຮັບ​ຜົນທີ່ໜ້າ​ພໍ​ໃຈ​ ຈະ​ເປີດ​​ແຫຼ່ງທ່ອງ​ທ່ຽວ​ໃຫ້​ຫຼາຍ​ຂຶ້ນ

2021-11-15 15:35:52 CRI

ນາຍົກ​ໄທ​ກ່າວ​ວ່າ, ​ການເປີດ​ປະ​ເທດ​ຄືນ​ໃໝ່​ໄດ້​ຮັບ​ຜົນທີ່ໜ້າ​ພໍ​ໃຈ​ ຈະ​ເປີດ​​ແຫຼ່ງທ່ອງ​ທ່ຽວ​ໃຫ້​ຫຼາຍ​ຂຶ້ນ_fororder_微信图片_20211115153156


    ວັນ​ທີ 14 ພະຈິກ​ນີ້, ​ໂຄສົກ​​ສຳ​ນັກ​ງານນາຍົກລັດຖະມົນຕີ​ໄທ​ກ່າວ​ວ່າ, ພົນ​ເອກ​ປ​ຣະ​ຢຸດ ຈັນ​ໂອຊາ ນາຍົກລັດຖະມົນຕີ​ໄທຮູ້ສຶກ​ພໍ​ໃຈ​ກັບ​ຜົນ​ໄດ້​ຮັບ​ທີ່​ປະ​ເທດ​ໄທ​ເປີດ​ປະ​ເທດ​ຄືນ​ໃໝ່​ເພື່ອ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ, ​ພາຍ​​ໃນ​ເວລາ 2 ອາທິດ, ​​ໄທ​ໄດ້​​ຕ້ອນຮັບນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດປະມານ 4 ໝື່ນ​ຄົນ. ​ໃນ​ຂະນະ​ດຽວ​ກັນ, ບໍລິສັດ​ການບິນ​ຂອງ​ເອີ​ລົບ ​ແລະ ປະ​ເທດ​ຕາ​ເວັນ​ອອກ​ກາງ​​ຫວັງ​ຈະ​ເພີ່ມ​ຈຳ​ນວນ​ຖ້ຽວ​ບິນ​ກັບ​ປະ​ເທດ​ໄທ​ຫຼາຍກວ່າ​ເກົ່າ.


    ມາ​ເຖິງປັດຈຸບັນ, ​ມີ​ຜູ້ຮ້ອງ​ຂໍ​ເຂົ້າ​ປະ​ເທດເມືອງ​ໄທ​ໂດຍ​ຜ່ານ​ລະບົ​ບອອນ​ລາຍ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ໄທ​ແລ້ວ​ຈຳ​ນວນ 1,7 ແສນ​ຄົນ, ​ໃນ​ນັ້ນ ​ໄດ້​ມີ 1 ​ແສນ 3 ໝື່ນກວ່າ​ຄົນ​ໄດ້​ຮັບ​ການ​ອະນຸ​ມັດ​ແລ້ວ.


     ພົນ​ເອກ​ປ​ຣະ​ຢຸດ​ ຈັນ​ໂອ​ຊາ​ໄດ້ຮຽກຮ້ອງ​ໃຫ້​ພາກສ່ວນ​ທີ່​ກ່ຽວຂ້ອງ​ເລັ່ງ ປະຕິບັດ​​​ງານຕໍ່​ໃບ​ອະນຸຍາດ​ເຂົ້າ​ປະ​ເທດໄທ ​ແລະ ​ເພີ່ມ​​ການ​ເປີດແຫຼ່ງທ່ອງ​ທ່ຽວໃຫ້​​ກັບນັກ​ທ່ອງທ່ຽວ​ສາກົນ​ຫຼາຍ​ຂຶ້ນກວ່າ​ເກົ່າ​ໃນ​ທ້າຍ​ປີ​ນີ້ ​ແລະ ຕົ້ນ​ປີໜ້າ.

ຄຳ​ເຫັນ

0