吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້ຕາງໜ້າ​ຈີນ​ປະຈຳ​ອົງ​ການສະຫະ​ປະຊາ​ຊາດ​ກ່າວ​ວ່າ, ການ​ປະຕິ​ຮູບ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ຕ້ອງ​ຮັບປະກັນ​ໃຫ້​ປະ​ເທດ​ຕ່າງໆ​​ຮ່ວມກັນ​ຊົມ​ໃຊ້​ຜົນ​ຂອງ​ການ​ປະຕິ​ຮູບ

2021-11-16 13:59:51 CRI

ຜູ້ຕາງໜ້າ​ຈີນ​ປະຈຳ​ອົງ​ການສະຫະ​ປະຊາ​ຊາດ​ກ່າວ​ວ່າ, ການ​ປະຕິ​ຮູບ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ຕ້ອງ​ຮັບປະກັນ​ໃຫ້​ປະ​ເທດ​ຕ່າງໆ​​ຮ່ວມກັນ​ຊົມ​ໃຊ້​ຜົນ​ຂອງ​ການ​ປະຕິ​ຮູບ_fororder_微信图片_20211116135816


    ວັນ​ທີ 15 ພະຈິກ​ນີ້, ກອງ​ປະ​ຊຸມສະມັດຊາ​ໃຫຍ່​​ອົງ​ການສະຫະ​ປະຊາ​ຊາດຄັ້ງ​ທີ 76 ​ໄດ້​​ຄົ້ນ​ຄວ້າພິຈາລະນາ​ບັນຫາ​ການ​ປະຕິ​ຮູບ​​ສະພາ​ຄວາມ​ໝັ້ນຄົງ. ທ່ານຈຽງຈູ​ນ ຜູ້ຕາງໜ້າ​​ຖາ​ວອນ​ຂອງຈີນປະຈຳ​ອົງ​ການ​ສະຫະ​ປະຊາ​ຊາດ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ ​ແລະ ​ຊີ້​ແຈງ​ຫຼັກ​ໝັ້ນ​ຂອງ​ຈີນ.


    ທ່ານ​ຈຽງ​ຈູ​ນກ່າວ​ເນັ້ນ​ວ່າ, ຕ້ອງ​ຮັບປະກັນ​​ໃຫ້ປະ​ເທດ​ຕ່າງໆ​​ຮ່ວມ​ກັນ​ຊົມ​ໃຊ້​ຜົນ​ຂອງ​ການ​ປະຕິ​ຮູບ. ​ອົງ​ການສະຫະ​ປະຊາ​ຊາດ​​ປະ​ກອບ​ດ້ວຍປະ​ເທດ​ສະມາຊິກ 193 ປະ​ເທດ, ປະ​ເທດ​ຕ່າງໆ​ບໍ່​ວ່າ​ໃຫຍ່​ຫຼື​ນ້ອຍ, ​​ເຂັ້ມ​ແຂງ​ຫຼື​ອ່ອນ​ແອ, ຮັ່ງມີ​ຫຼື​ທຸກ​ຍາກ, ລ້ວນ​ແຕ່​ຄວນ​ໄດ້​ຮັບ​ຜົນ​ປະ​​ໂຫຍ​ດ​​ຈາກ​ການ​ປະຕິ​ຮູບ​ຂອງ​ອົງ​ການ​ສະຫະ​ປະຊາ​ຊາດ. ການ​ປະຕິ​ຮູບ​​ບໍ່​ຄວນສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ເທດ​ຈຳນວນ​ໜຶ່ງ​ເທົ່າ​ນັ້ນ. ຕ້ອງ​ເພີ່ມ​ທະ​ວີ​ຄວາມ​ສາມັກ​ຄີ ​ແລະ ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​​ກັນລະຫວ່າງ​ປະ​ເທດ​ສະມາຊິກ​ຕ່າງໆ. ການ​ປະຕິ​ຮູບສະພາ​ຄວາມ​ໝັ້ນຄົງ​ກ່ຽວ​ພັນ​ເຖິງ​ຜົນ​ປະ​ໂຫຍດອັນ​ສຳຄັນ​ຂອງ​ປະ​ເທດ​ຕ່າງໆ, ຕ້ອງ​ແລກປ່ຽນ​ຄວາມ​ຄິດ​ເຫັນ​ກັນ​ຢ່າງ​ເຕັມທີ່, ​ເຄົາລົບ​ຄວາມ​ເຫັນ ​ແລະ ຄວາມ​ສົນ​ໃຈ​ຂອງ​ຝ່າຍ​ຕ່າງໆ. ​ແຜນການ​ປະຕິ​ຮູບ​ໃດໆ​ລ້ວນ​ແຕ່​​ບໍ່​ຄວນ​ແລກ​ມາ​ດ້ວຍ​ການ​ທຳລາຍ​ຄວາມ​ສາມັກ​ຄີ​ລະຫວ່າງ​ປະ​ເທດ​ສະມາຊິກ​. ຕ້ອງ​ພະຍາຍາມ​ສະ​ແຫວ​ງຫາ​ຄວາມ​ຮັບ​ຮູ້​​ທີ່​ຄ້າຍຄື​ກັນ​ໂດຍ​ຜ່ານ​ການ​ສົນທະນາ ​ແລະ ​ປຶກ​ສາ​ຫາ​ລື​ກັນ. ບັນຫາ 5 ປະ​ເພດ​ໃຫຍ່​ໃນ​ການ​ປະຕິ​ຮູບ​ສະພາ​ຄວາມ​ໝັ້ນຄົງໄດ້​ພົວ​ພັນ​ກັນຢ່າງ​ໃກ້ຊິດ, ຕ້ອງ​ສະ​ແຫວ​ງຫາ​ວິທີ​ແກ້​ໄຂ​ທີ່​ເປັນ​ລະບົບ​ທີ່​ເປັນ​ຫ່ວງນຳ​ຜົນ​ປະ​ໂຫຍ​ດ ​ແລະ ຄວາມ​ສົນ​ໃຈ​ຂອງ​ຝ່າຍ​ຕ່າງໆ​ ບົນ​ພື້ນຖານ​ການ​ປຶກ​ຫາ​ຫາລື​​ກັນ​ຢ່າງເປັນ​ເອກະ​ພາບ​ກັນ. ​ໃນ​ສະ​ເພາະ​ໜ້າ​ນີ້, ຝ່າຍ​ຕ່າງໆ​ຍັງ​​ມີ​ຄວາມ​ຮັບ​ຮູ້​​ຕໍ່​ທິດ​ທາງລວມຂອງ​ການ​ປະຕິ​ຮູບ ​ແລະ ຫຼັກການ​ຂັ້ນ​ພື້ນຖານທີ່​ບໍ່​ຄື​ກັນ, ສະ​ນັ້ນຍັງ​ຈະມີ​ຂໍ້​ຂັດ​ແຍ້ງ​ກັນຢ່າງ​ຫຼວງ​ຫຼາຍ.

ຄຳ​ເຫັນ

0