郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນັກ​ສັນ​ນະ​ສູດ​ອາ​ເມ​ຣິ​ກາ​ໄດ້​ຢືນ​ຢັນ​ອັດ​ຕະ​ລັກ​ຂອງ​ນັກ​ຮຽນ​ທີ່​ເສຍ​ຊີ​ວິດ​100ກວ່າ​ຄົນ​ຂອງ​ໂຮງ​ຮຽນ​ກິນ​ນອນ​ຊາວ​ອິນ​ເດຍ​ແດງ

2021-11-16 14:48:56 cri

​​ ສື່ມວ​ນຊົນ​ອາ​ເມ​ຣິ​ກາ​ລາຍ​ງານ​ໃນຫວ່າງ​ມໍ່ໆ​ມາ​ນີ້​ວ່າ: ຫວ່າງ​ກ່ອນນີ້​ບໍ່​ດົນ ນັກ​ສັນ​ນະ​ສູດຂອງ​ລັດ​ເນບ​ຣາ​ສ​ກາ​ປະ​ເທດ​ອາ​ເມ​ຣິ​ກາ​ໄດ້​ຢືນ​ຢັນ​ອັດ​ຕະ​ລັກ​ຂອງນັກ​ຮຽນ​ຜູ້​ເສຍ​ຊີ​ວິດ​102​ຄົນ​ທີ່​ໂຮງ​ຮຽນກິນນອນ​ຊາວ​ອິນ​ເດຍ​ແດງທ້ອງ​ຖິ່ນແຫ່ງ​ໜຶ່ງ,ນັກ​ຮຽນ​ເຫຼົ່າ​ນີ້​ສ່ວນ​ຫຼາຍ​ແມ່ນ​ເດັກ​ນ້ອຍ. ເຈົ້າ​ໜ້າ​ທີ່​ລັດ​ດັ່ງ​ກ່າວ​ໄດ້​ຮຽກ​ຮ້ອງໃຫ້​ລັດ​ຖະ​ບານ​ສະ​ຫະ​ລັດແບກຫາບ​​ໜ້າ​ທີ່ຄວາມ​ຮັບ​ຜິດ​ຊອບ​ເພື່ອ​ສືບ​ສວນ​ແລະ​​ເປີດ​ເຜີຍຄວາມ​ຈິງ​ທີ່​ຊາວ​ອິນ​ເດຍ​ແດງ​ຖືກ​ສັງ​ຫານ.

ຄຽງ​ຄູ່​​ກັບ​ການ​ພົບ​ເຫັນ​ຂຸມ​ຝັງ​ສົບນັກ​ຮຽນ​ຜູ້​ເສຍ​ຊີ​ວິດ​ຈຳ​ນວນ​ຫຼາຍ​ຢູ່​ໂຮງ​ຮຽນ​ກິນ​ນອນ​ຊາວ​ພື້ນ​ເມືອງ​ຫຼາຍ​ແຫ່ງ​ຢູ່​ປະ​ເທດກາ​ນາ​ດາ ​ເຊິ່ງ​ແມ່ນປະ​ເທດ​ໃກ້​ຄຽງ​ອາ​ເມ​ຣິ​ກາ,ກະ​ຊວ​ງ​ພາຍ​ໃນ​ປະ​ເທດ​ອາ​ເມ​ຣິ​ກາ​ໄດ້​ເລີ່ມ​ດຳ​ເນີນ​ໂຄງ​ການ​ສືບ​ຫາ​ຄວາມ​ຈິງຂອງ​ໂຮງ​ຮຽນກິນນອນ​ຊາວ​ອິນ​ເດຍ​ແດງ​ທີ່​ສະ​ຫະ​ລັດ​ໃນ​ເດືອນ​ມິ​ຖຸ​ນາ​​ປີນີ້ ເພື່ອ​ສືບ​ສວນ​ຫາຄວາມ​ຈິງ​ທີ່​ໂຮງ​ຮຽນກິນນອນ​ຊາວ​ອິນ​ເດຍ​ແດງໃນ​ປະ​ເທດ​ອາ​ເມ​ຣິ​ກາ​ໄດ້​ທໍ​ລະ​ມານ​ນັກ​ຮຽນ,ແລະ​ຊ່ວຍ​ຊອກ​ຫາ​ຂຸມຝັງ​ສົບ​ຂອງ​ຜູ້​ເສຍ​ຊີ​ວິດ.

ຄຳ​ເຫັນ

0