吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຕົວ​ຊີ້​ວັດ​ເສດ​ຖະ​ກິດ​ຕົ້ນ​ຕໍ​ໃນ 10 ເດືອນ​ທີ່​ຜ່ານ​ມາ​ຂອງ​ຈີນ​ໄດ້​ເຕີບ​ໂຕ​ອ່າວ​ໄວ

2021-11-16 16:01:09 cri

    ຕົວ​ຊີ້​ວັດ​ເສດ​ຖະ​ກິດ​ຕົ້ນ​ຕໍ​ໃນ 10 ເດືອນ​ທີ່​ຜ່ານ​ມາ​ຂອງ​ຈີນ​ໄດ້​ເຕີບ​ໂຕ​ອ່າວ​ໄວ_fororder_​经济

    ​ຕົວ​ເລກ​ທີ່​ອົງ​ການ​ສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ​​ເປີດເຜີຍ​ໃນ​ວັນ​ທີ 15 ພະ​ຈິກ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ: ເສດ​ຖະ​ກິດ​ໂດຍ​ລວມ​ຂອງ​ຈີນ​ມີ​ທ່ວງ​ທ່າ​ຟື້ນ​ຄືນຢ່າງ​ໝັ້ນ​ທ່ຽງ ແລະ​ຕໍ່​ເນື່ອງ. ເດືອນຕຸ​ລາ​ທີ່​ຜ່ານ​ມາ, ລັດ​ຖະ​ບານ​ຈີນ​ໄດ້​ໃຊ້​ມາດ​ຕະ​ການ​ຄວບ​ຄຸມ ແລະ​ປ້ອງ​ກັນ​​ພະ​ຍາດ​ໂຄວິດ-19 ແລະ​ໄດ້​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໄປ​ຄວບ​ຄູ່​ກັນ, ເພີ່ມ​ທະ​ວີ​ການ​ຮັ​ບປະ​ກັນ​ດ້ານ​ການ​ຕອບ​ສະ​ໜອງ ແລະ​ລາ​ຄາ​ສິນ​ຄ້າ​ໃຫ້​ມີ​ຄວາມ​ໝັ້ນ​ທ່ຽງ, ເພີ່​ມ​ການ​ສະ​ໜັບ​ສະ​ໜູນ​ຕໍ່​ເສດ​ຖະ​ກິດ​​ຮູບ​ປະ​ທຳ, ເສດ​ຖະ​ກິດ​ແຫ່ງ​ຊາດ​ສືບ​ຕໍ່​ຮັກ​ສາ​ທ່ວງ​ທ່າ​ຟື້ນ​ຟູຄືນ​ໃໝ່.

    10 ເດືອນ​ທີ່​ຜ່ານ​ມາ, ຕົວ​ຊີ້​ວັດ​ຕົ້ນ​ຕໍ​ໄດ້​ເຕີບ​ໂຕ​ອ່າວ​ໄວ, ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້​ແລ້ວ, ​ມູນ​ຄ່າ​ເພີ່ມ​ຂອງ​ອຸດ​ສາ​ຫະ​ກຳ​​ໃຫຍ່​ໄດ້ເພີ່ມ​ຂຶ້ນ10,9%, ດັດ​ຊະ​ນີ​ຂອງ​ຂະ​ແໜງ​ການ​ບໍ​ລິ​ການ​ໄດ້​ເພີ່ມ​ຂຶ້ນ 15,1%, ຍອດ​ມູນ​ຄ່າຂາ​ເຂົ້າ​ຂາ​ອອກ​ຂ​ອງ​ສິນ​ຄ້າ​​ປະ​ແພດ​ຈັບ​ຕ້ອງ​ໄດ້​ໄດ້ເພີ່ມ​ຂຶ້ນ 22,2%. ລາຍ​ຮັບ ແລະ​ລາຍ​ຈ່າຍ​ກັບ​ຕ່າງ​ປະ​ເທດ​ມີ​ຄວາມ​ດຸ່ນ​ດ່ຽງ​ໂດຍ​ລວມ, ຄັງ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ​ຂອງ​ຈີນມີຫລາຍກວ່າ 3200 ຕື້​ໂດ​ລາ​ສະ​ຫະ​ລັດເປັນ 6 ເດືອນ​ລຽນ​ຕິດ. ​ແຕ່​ສະ​ພາບ​ແວດ​ລ້ອມ​ສາ​ກົນ​ໃນ​ປັດ​ຈຸ​ບັນ​ຍັງ​ສັບ​ສົນ ແລະ​ຂ້ຽວ​ຂາດ, ປັດ​ໄຈ​ທີ່​ບໍ່​ແນ່ນອນ​ຍັງ​ມີ​ຫລາຍ​ຢູ່, ບັນ​ຫາ​ດ້ານ​ໂຄງ​ປະ​ກອບ​ໃນການ​ພັດ​ທະ​ນາ​ພາຍ​ໃນ​ປະ​ເທດ​ຍັງ​ຕິດ​ຄັດ,  ຍັງ​ຕ້ອງ​ໄດ້​ເພີ່ມ​ພະ​ລັງ​ແຮງ​ອີກ​ຕື່ມ​​ເພື່ອ​ເຮັດໃຫ້​ເສດ​ຖະ​ກິດ​ຟື້ນ​ຟູ​ຢ່າງ​ໝັ້ນ​ທ່​ຽງ.

ຄຳ​ເຫັນ

0