吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມະຕິຂອງຄະ​ນະ​ກຳ​ມະ​ການສູນກາງພັກກອມມູນິດຈີນ ກ່ຽວກັບຜົນງານອັນໃຫຍ່ຫຼວງ ແລະ ບົດຮຽນປະຫວັດສາດ ຈາກການບຸກບືນສູ້ຊົນຂອງພັກໃນຮອບ 100 ປີຜ່ານມາ

2021-11-16 19:09:06 cri

ມະຕິກອງປະຊຸມຄົບຄະນະຄັ້ງທີ 6 ຂອງຄະ​ນະ​ກຳ​ມະ​ການສູນກາງພັກກອມມູນິດຈີນສະໄໝທີ 19
ວ່າດ້ວຍຜົນງານອັນໃຫຍ່ຫຼວງ ແລະ ບົດຮຽນປະຫວັດສາດຈາກການບຸກບືນສູ້ຊົນຂອງພັກໃນຮອບ 100 ປີຜ່ານມາ

(ຮັບ​ຮອງ​ເອົາໃນ​​ວັນ​ທີ 11 ພະ​ຈິກ 2021)

 

ຄຳນຳ

 

ນັບແຕ່ການສ້າງຕັ້ງຂຶ້ນເມື່ອປີ 1921 ເປັນຕົ້ນມາ, ພັກກອມມູນິດຈີນໄດ້ຖືເອົາການສະແຫວງຫາຄວາມສຸກເພື່ອປະຊາຊົນ ແລະ ການສະແຫວງຫາການຟື້ນຟູຄວາມຈະເລີນຮຸ່ງເຮືອງຄືນໃໝ່ເພື່ອປະ ຊາຊາດຈີນເປັນອຸດົມການແຕ່ຫົວທີ ແລະ ພາລະກຳຂອງຕົນຢ່າງສະເໝີຕົ້ນສະເໝີປາຍ, ໄດ້ຍຶດໝັ້ນອຸດົມການລັດທິກອມມູນິດ ແລະ ຄວາມເຊື່ອຖືສັງຄົມນິຍົມຢ່າງສະເໝີຕົ້ນສະເໝີປາຍ, ສາມັກຄີ ແລະ ນຳພາປະຊາຊົນບັນດາເຜົ່າໃນທົ່ວປະເທດ ບຸກບືນສູ້ຊົນຢ່າງບໍ່ລົດລະ ເພື່ອຍາດເອົາຄວາມເປັນເອກະ ລາດຂອງຊາດ ການປົດປ່ອຍປະຊາຊົນ ແລະເພື່ອບັນລຸຄວາມມັ່ງຄັ່ງເຂັ້ມແຂງຂອງຊາດ ແລະ ປະຊາ ຊົນມີຄວາມສຸກ, ໄດ້ຜ່ານປະຫວັດສາດອັນສະຫງ່າຜ່າເຜີຍເປັນເວລາຮ້ອຍປີແລ້ວ.

​ໃນ​ໄລ​ຍະ 100 ປີມານີ້, ພັກໄດ້ນຳພາປະຊາຊົນ ດຳເນີນການຕໍ່ສູ້ຢ່າງນອງເລືອດ ແລະ ບໍ່ທໍ້ຖອຍ,ໄດ້ສ້າງຜົນງານອັນຍິ່ງໃຫຍ່ຂອງການປະຕິວັດປະຊາທິປະໄຕໃໝ່; ພັກໄດ້ນຳພາປະຊາຊົນເພິ່ງຕົນເອງ, ບາກບັ່ນສູ້ຊົນ, ໄດ້ສ້າງຜົນງານອັນຍິ່ງໃຫຍ່ແຫ່ງການປະຕິວັດ ແລະ ການສ້າງສັງຄົມນິຍົມ; ປົດປ່ອຍແນວຄິດ ແລະ ບຸກບືນກ້າວໄປໜ້າ, ໄດ້ສ້າງຜົນງານອັນຍິ່ງໃຫຍ່ໃນການປະຕິຮູບ ເປີດປະຕູສູ່ພາຍນອກ ແລະ ການສ້າງສັງຄົມນິຍົມທີ່ທັນສະໄໝ; ມີຄວາມໝັ້ນໃຈຕົນເອງ, ສ້າງຄວາມເຂັ້ມແຂງໃຫ້ກັບຕົນເອງ, ຮັກສາເສັ້ນທາງທີ່ຖືກຕ້ອງ, ປະດິດສ້າງໃໝ່, ໄດ້ສ້າງຜົນງານອັນຍິ່ງໃຫຍ່ຂອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່. ການບຸກບືນສູ້ຊົນຂອງພັກ ແລະ ປະຊາຊົນໃນຮອບ 100 ປີຜ່ານມາ ເປັນການຂຽນມະຫາກາບປະຫວັດສາດທີ່ສະຫງ່າລາສີທີ່ສຸດ ໃນປະຫວັດສາດປະຊາຊາດຈີນ ນັບເປັນຫຼາຍພັນປີ.

ການສະຫຼຸບຜົນງານອັນໃຫຍ່ຫຼວງ ແລະ ບົດຮຽນປະຫວັດສາດຈາກການບຸກບືນສູ້ຊົນຂອງພັກໃນຮອບ 100 ປີຜ່ານມາ ແມ່ນຄວາມຮຽກຮ້ອງຕ້ອງການຂອງການເປີດຂະບວນການເດີນທາງຄັ້ງໃໝ່ ແຫ່ງການສ້າງສາປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານພາຍໃຕ້ເງື່ອນໄຂປະຫວັດສາດການສ້າງຕັ້ງພັກຄົບຮອບ 100 ປີ ແລະ ການຍຶດໝັ້ນ ແລະ ພັດທະນາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່; ແມ່ນຄວາມຮຽກຮ້ອງຕ້ອງການຂອງການເພີ່ມທະວີສະຕິດ້ານການເມືອງ ສະຕິຕໍ່ສ່ວນ ລວມ ສະຕິແກນກາງ ແລະ ສະຕິເປັນເອກະພາບກັບສູນກາງ, ມີຄວາມເດັດດ່ຽວໃນຄວາມໝັ້ນໃຈຕົນເອງດ້ານເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ຄວາມໝັ້ນໃຈຕົນເອງດ້ານທິດສະດີ ຄວາມ  ໝັ້ນໃຈຕົນເອງດ້ານລະບອບ ແລະ ຄວາມໝັ້ນໃຈຕົນເອງດ້ານວັດທະນະທຳ, ເຮັດໄດ້ເຖິງຂັ້ນປົກປັກຮັກສາຖານະຂອງສະຫາຍ ສີຈິ້ນຜິງ ທີ່ເປັນແກນກາງຂອງສູນກາງພັກ ແລະ ເປັນແກນກາງຂອງທົ່ວພັກຢ່າງເດັດດ່ຽວ, ປົກປັກຮັກສາອິດທິພົນ ແລະ ການນຳພາຢ່າງໂຮມສູນເປັນເອກະພາບກັນຂອງສູນກາງພັກຢ່າງເດັດດ່ຽວ, ທັງຮັບປະກັນທົ່ວພັກໃຫ້ກ້າວໄປໜ້າດ້ວຍຈັງຫວະດຽວກັນ; ແມ່ນຄວາມຮຽກ ຮ້ອງຕ້ອງການຂອງການຊຸກຍູ້ການປະຕິວັດໂດຍຕົນເອງຂອງພັກ, ຍົກສູງຄວາມສາມາດໃນການຕໍ່ສູ້ ແລະ ຮັບມືກັບຄວາມສ່ຽງ ແລະ ສິ່ງທ້າທາຍຂອງທົ່ວພັກ, ຮັກສາຄວາມມີຊີວິດຊີວາ ແລະ ພະລັງຊີວິດຂອງພັກຕະຫຼອດໄປ, ສາມັກຄີ ແລະ ນຳພາປະຊາຊົນບັນດາເຜົ່າໃນທົ່ວປະເທດສືບຕໍ່ບຸກບືນສູ້ຊົນເພື່ອບັນລຸຄວາມໃຝ່ຝັນຂອງຈີນ ແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນຄືນ ໃໝ່ນັ້ນປາກົດຜົນເປັນຈິງ. ສະມາຊິກທົ່ວພັກຕ້ອງຍຶດໝັ້ນທັດສະນະປະຫວັດສາດວັດຖຸນິຍົມ ແລະ ທັດສະນະກ່ຽວກັບປະຫວັດສາດຂອງພັກທີ່ຖືກຕ້ອງ, ສັງເກດຈາກການບຸກບືນສູ້ຊົນຂອງພັກໃນຮອບ 100 ປີຜ່ານມາຢ່າງຈະແຈ້ງວ່າ, ເປັນຫຍັງພວກເຮົາສາມາດປະສົບຜົນສຳເລັດໄດ້ໃນອະດີດ, ເຂົ້າໃຈຢ່າງຈະແຈ້ງວ່າ ໃນອະນາຄົດ ພວກເຮົາຈະເຮັດແນວໃດຈຶ່ງຈະສາມາດປະສົບຜົນສຳເລັດໄດ້ຕໍ່ໄປ, ແລ້ວມີຄວາມເດັດດ່ຽວຫຼາຍກວ່າເກົ່າ ແລະ ມີຄວາມຮູ້ສຶກຕື່ນຕົວຫຼາຍກວ່າເກົ່າ ໃນການຈັດຕັ້ງປະຕິ ບັດຕາມອຸດົມການແຕ່ຫົວທີ ແລະ ພາລະກຳ ພ້ອມທັງຍຶດໝັ້ນ ແລະ ພັດທະນາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ໃຫ້ດີກວ່າເກົ່າ.

“ມະຕິກ່ຽວກັບບາງບັນຫາປະຫວັດສາດ” ທີ່ຮັບຮອງໃນກອງປະຊຸມຄົບຄະນະສູນກາງພັກຄັ້ງທີ 7 ສະໄໝທີ 6 ເມື່ອປີ 1945 ແລະ “ມະຕິກ່ຽວກັບບາງບັນຫາປະຫວັດສາດນັບແຕ່ການສະຖາປະນາປະເທດເປັນຕົ້ນມາ” ທີ່ຮັບຮອງໃນກອງປະຊຸມຄົບຄະນະສູນກາງພັກຄັ້ງທີ 6 ສະໄໝທີ 11 ເມື່ອປີ 1981 ໄດ້ສະຫຼຸບເຫດການສຳຄັນໃນປະຫວັດສາດ ແລະ ບົດຮຽນທາງບວກທາງລົບທີ່ສຳຄັນຂອງພັກດ້ວຍຫຼັກການສະແຫວງຫາສັດຈະທຳຈາກຄວາມເປັນຈິງ, ເຮັດໃຫ້ແນວຄິດ ແລະ ການ ເຄື່ອນໄຫວຂອງທົ່ວພັກເປັນເອກະພາບກັນໃນບາດລ້ຽວທີ່ສຳຄັນຄັ້ງປະຫວັດສາດ, ໄດ້ເສີມຂະຫຍາຍບົດບາດຊີ້ນຳນຳພາອັນສຳຄັນຕໍ່ກັບການຊຸກຍູ້ພາລະກິດຂອງພັກ ແລະ ປະຊາຊົນໃຫ້ກ້າວໄປໜ້າ ເຊິ່ງມາຮອດປັດຈຸບັນ ການບັນຍາຍ ແລະ ຂໍ້ສະຫຼຸບພື້ນ​ຖານຂອງມະຕິສອງສະບັບດັ່ງກ່າວນີ້ ຍັງ   ເໝາະ​ສົມຄືເກົ່າ.

 

I ຍາດເອົາໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດປະຊາທິປະໄຕໃໝ່

 

ໃນໄລຍະການປະຕິວັດປະຊາທິປະໄຕໃໝ່, ໜ້າທີ່ຕົ້ນຕໍຂອງພັກກໍຄື: ຕໍ່ຕ້ານລັດທິຈັກກະພັດ ລັດທິສັກດີນາ ລັດທິທຶນນິຍົມອາດຍາສິດ, ຍາດແຍ່ງຄວາມເປັນເອກະລາດຂອງຊາດ ແລະ ການປົດປ່ອຍປະຊາຊົນ, ທັງສ້າງເງື່ອນໄຂທາງສັງຄົມອັນພື້ນຖານເພື່ອບັນລຸການຟື້ນຟູຄວາມຈະເລີນຮຸ່ງ ເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນຄືນໃໝ່.

ປະຊາ​ຊາດ​ຈີນ​ແມ່ນ​ປະຊາ​ຊາດ​ທີ່ເກົ່າແກ່ ແລະ ​ຍິ່ງ​ໃຫຍ່​ໃນ​ໂລກ, ໄດ້ສ້າງ​ອະ​ລິຍະ​ທຳ​​​ອັນ​ຈະ​ເລີນ​ຮຸ່ງ​ເຮືອງທີ່ສືບທອດກັນມາໄດ້ຫຼາຍ​ກວ່າ 5.000 ປີ, ປະຊາ​ຊາດ​ຈີນ​ໄດ້​ປະກອບສ່ວນທີ່ບໍ່ມີວັນເສົ້າ​ໝອງ ເພື່ອ​​ຄວາມ​ສິ​ວິ​ໄລ ແລະ ຄວາມ​ກ້າວໜ້າ​​ຂອງ​ມວນ​ມະນຸດ. ພາຍຫຼັງ​ເກີດ​ສົງຄາມ​ຢາ​​ຝິ່ນ​ໃນ​ປີ 1840, ຍ້ອນປະເທດມະຫາອຳນາດຕ່າງໆຂອງຕາເວັນຕົກເຂົ້າມາຮຸກຮານ ທັງຍ້ອນການປົກຄອງທີ່ເປື່ອຍເຍື່ອຍຂອງສັກດີນາ, ຈີນຈຶ່ງ​ຄ່ອຍໆ​ກາຍ​ເປັນ​ສັງຄົມ​ເຄິ່ງຫົວ​​ເມືອງ​ຂຶ້ນ ​ແລະ​ ເຄິ່ງສັກດີນາ, ປະ​ເທດ​ໄດ້​ຮັບ​ຄວາມ​ອັບອາຍ ປະຊາ​ຊົນ​ໄດ້​ຮັບ​ຄວາມ​ເດືອດຮ້ອນ ​ແລະ​ ​ອະ​ລິຍະທຳ​ກໍ​ໄດ້​ຮັບ​ຄວາມ​ມືດ​ມົນ, ປະຊາ​ຊາດ​ຈີນ​ໄດ້​ປະສົບ​ໄພ​ອັນຕະລາຍ​ທີ່ບໍ່​ເຄີຍ​ມີ​ມາ​ກ່ອນ. ​ເພື່ອ​ກູ້​ຊາດ, ປະຊາຊົນ​ຈີນ​ໄດ້​ລຸກ​ຮື​ຂຶ້ນ​ຕໍ່ສູ້, ຜູ້​ຮັກ​ຊາດ​ໄດ້​​ເຄື່ອນ​ໄຫວ​ຢ່າງ​ຫ້າວຫັນ​ເພື່ອ​ລະດົມ​ຂົນຂວາຍ, ໂດຍດຳ​ເນີນການຕໍ່ສູ້ທີ່ໜ້າຍ້ອງຍໍສັນລະເສີນ.​ ຂະ​ບວນການ​ລັດຟ້າໄທ້​ພິງ​ ຂະບວນການຮຽນນຳປະເທດຕາເວັນຕົກ ການ​ປ່ຽນ ແປງໃໝ່ 100 ວັນ ແລະ ຂະ​ບວນການ​ຢີ້​ເຮີ​ທວນ ໄດ້ກຳເນີດເກີດຂຶ້ນຕາມລຳດັບ, ​​ແຜນການ​ກູ້ຊາດ​ຕ່າງໆ​ໄດ້​ປາກົດ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ​ແຕ່​ກໍ​ສິ້ນ​ສຸດ​ລົງ​ດ້ວຍ​ຄວາມ​ປະລາ​ໄຊ. ການປະຕິວັດ 1911 ທີ່ນຳໂດຍດຣ. ຊຸນຢັດເຊັນ ໄດ້ໂຄ່ນລົ້ມລະບອບຜະເດັດການລາຊາທິປະໄຕທີ່ປົກຄອງປະເທດມາໄດ້ຫຼາຍພັນປີ, ແຕ່ກໍບໍ່ສາມາດປ່ຽນແປງລັກສະນະສັງຄົມຂອງຈີນທີ່ເປັນເຄິ່ງຫົວເມືອງ​ຂຶ້ນເຄິ່ງສັກດີນາ ແລະ ຊາຕາກຳທີ່ໜ້າສັງເວດຂອງປະຊາຊົນຈີນໄດ້. ຈີນ​ຕ້ອງ​ໄດ້​ຊອກ​ຫາ​ແນວ​ຄິດ​​ໃໝ່​ເພື່ອນຳພາ​ຂະ​ບວນການ​ກູ້​ຊາດ​ຢ່າງ​ຮີບ​ດ່ວນ, ຕ້ອງການ​ມີ​ອົງການ​ຈັດ​ຕັ້ງ​ໃໝ່ ​ເພື່ອ​ເຕົ້າ​ໂຮມ​ກຳລັງ​ການ​ປະຕິວັດ​ຢ່າງ​ຮີບ​ດ່ວນ.

​ໄຊຊະນະ​ຂອງ​ການ​ປະຕິວັດ​ເດືອນ​ຕຸລາ ໄດ້​ນຳ​ເອົາ​ລັດທິ​ມາກ-​ເລ​​ນິນ ມາສູ່​ປະ​ເທດ​ຈີນ. ຂະບວນການ 4 ພຶດສະພາ ໄດ້ຊຸກຍູ້ການເຜີຍແຜ່ລັດທິມາກຢູ່ຈີນ. ທ່າມກາງການສະ​ດຸ້ງຕື່ນອັນຍິ່ງໃຫຍ່ຂອງປະຊາຊົນຈີນ ແລະ ປະຊາຊາດຈີນ, ທ່າມກາງການປະສົມປະສານລະຫວ່າງລັດທິມາກ-ເລນິນກັບຂະ ບວນການກຳມະກອນຂອງຈີນຢ່າງແໜ້ນແຟ້ນ, ພັກກອມມູນິດຈີນ ໄດ້ກຳເນີດເກີດຂຶ້ນໃນເດືອນກໍລະ ກົດ 1921. ຈີນສາມາດ​ສ້າງຕັ້ງ​ພັກ​ກອມ​ມູນິດ​​ຂຶ້ນ, ນີ້​ແມ່ນ​ເຫດການ​ອັນ​ຍິ່ງ​ໃຫຍ່ ​ທີ່​ພິກ​ແຜ່ນດິນ​ປີ້ນ​ແຜ່ນ​ຟ້າ​, ນັບແຕ່​ນັ້ນເປັນຕົ້ນ​ມາ ໂສມໜ້າຂອງການປະຕິວັດຈີນຈຶ່ງໄດ້ປ່ຽນໃໝ່ໝົດ.

ພັກໄດ້ຮັບຮູ້ຢ່າງເລິກເຊິ່ງວ່າ, ຄວາມຂັດແຍ້ງຕົ້ນຕໍຂອງສັງຄົມຈີນໃນສະໄໝໃໝ່ ແມ່ນຄວາມຂັດແຍ້ງກັນລະຫວ່າງຈັກກະພັດນິຍົມກັບປະຊາຊາດຈີນ ແລະ ແມ່ນຄວາມຂັດແຍ້ງກັນລະຫວ່າງລັດທິສັກດີນາ ກັບ ປະຊາຊົນອັນໄພສານ. ຖ້າຢາກບັນລຸເປົ້າໝາຍແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນປາກົດຜົນເປັນຈິງ ກໍຕ້ອງດຳເນີນການຕໍ່ສູ້ຕ້ານຈັກກະພັດຕ້ານສັກດີນາ.

ໃນໄລຍະຕົ້ນຂອງການສ້າງຕັ້ງພັກ ແລະ ໄລຍະສົງຄາມ​ປະ​ຕິ​ວັດກາງເມືອງຄັ້ງທີໜຶ່ງ, ພັກໄດ້​ສ້າງໂຄງການປະຕິວັດປະຊາທິປະໄຕ, ກໍ່ຂະບວນການກຳມະກອນ ຂະບວນການຊາວໜຸ່ມ ຂະບວນການຊາວນາ ແລະ ຂະບວນການແມ່ຍິງ, ຊຸກຍູ້ ແລະ ຊ່ວຍເຫຼືອພັກກົກມິນຕັງດຳເນີນການປັບປຸງ ແລະ ສ້າງຕັ້ງກອງທັບປະຕິວັດປະຊາຊົນ, ນຳພາການຕໍ່ສູ້ອັນຍິ່ງໃຫຍ່ແຫ່ງການຕ້ານຈັກກະພັດຕ້ານສັກດີນາໃນທົ່ວປະເທດ, ເຊິ່ງເປັນການສ້າງກະແສສູງຂອງ​ສົງ​ຄາມປະຕິວັດ​ກາງ​ເມືອງ​ຄັ້ງ​ທີ​ໜຶ່ງ. ປີ 1927 ກຸ່ມປະຕິການພາຍໃນພັກກົກມິນຕັງ ໄດ້ທໍລະຍົດຕໍ່ການປະຕິວັດ, ແລ້ວສັງຫານຊາວພັກກອມມູນິດ ແລະ ປະຊາຊົນປະຕິວັດຢ່າງທາລຸນ, ຍ້ອນຄວາມຜິດພາດພາຍໃນພັກ ຄື: ແນວຄິດອ່ຽງຂວາທີ່ມີທ່ານ ເຊີນຕູຊິ້ວ ເປັນຕົວແທນ ໄດ້ຂະຫຍາຍຕົວເປັນລັດທິ​ສວຍໂອກາດອ່ຽງຂວາ ທັງໄດ້ຄອງຖານະປົກຄອງພາຍໃນອົງການນຳພາຂອງພັກ, ພັກ ແລະ ປະຊາຊົນ ຈຶ່ງບໍ່ສາມາດຈັດຕັ້ງການຕໍ່ຕ້ານໄດ້ຢ່າງບັງເກີດຜົນ, ຈຶ່ງເຮັດໃຫ້ສົງຄາມ​ປະ​ຕິ​ວັດກາງເມືອງຄັ້ງທຳອິດໄດ້ປະລາໄຊຢ່າງແສນແສບ ພາຍໃຕ້ການຫຼອນໂຈມຕີຂອງສັດຕູທີ່ເຂັ້ມແຂງຢ່າງກະທັນຫັນ.

ໃນໄລຍະສົງຄາມປະຕິວັດທີ່ດິນ, ພັກໄດ້ສັງເກດສະພາບຄວາມເປັນຈິງທີ່ໂຫດຫ້ຽມ ແລ້ວຮັບຮູ້ວ່າ, ຖ້າບໍ່ມີກຳລັງອາວຸດຂອງການປະຕິວັດ ກໍບໍ່ສາມາດເອົາຊະນະພວກ​ຕໍ່​ຕ້ານ​ປະ​ຕິ​ວັດທີ່ມີກຳລັງອາ ວຸດນັ້ນໄດ້, ກໍບໍ່ສາມາດຍາດເອົາໄຊຊະນະຂອງການປະຕິວັດຈີນໄດ້, ທັງບໍ່ສາມາດປ່ຽນແປງຊາຕາກຳຂອງປະຊາຊົນຈີນ ກໍຄືປະຊາຊາດຈີນໄດ້, ສະນັ້ນ ຈຶ່ງຕ້ອງຕໍ່ຕ້ານພວກ​ຕ້ານ​ການ​ປະ​ຕິ​ວັດທີ່ປະກອບອາວຸດ ດ້ວຍການປະຕິວັດທີ່ປະກອບອາວຸດ. ການລຸກຮືຂຶ້ນຕໍ່ສູ້ຢູ່ເມືອງນານຊ່າງ ເປັນການຍິງປືນນັດທຳອິດໃນການຕໍ່ຕ້ານພວກປະຕິການດ້ວຍກຳລັງອາວຸດ, ເປັນສັນຍະລັກຂອງການເລີ່ມຕົ້ນທີ່ພັກກອມ ມູນິດຈີນນຳພາສົງຄາມປະຕິວັດ​ຢ່າງ​ເປັນ​ອິດ​ສະຫຼະ ສ້າງຕັ້ງກອງທັບປະຊາຊົນ ແລະ ​ຍຶດອຳນາດການປົກຄອງດ້ວຍກຳລັງອາວຸດ. ກອງປະຊຸມ 7 ສິງຫາໄດ້ກຳນົດທິດທາງທີ່ດຳເນີນການປະຕິວັດທີ່ດິນ ແລະ ຈັດການລຸກຮືຂຶ້ນຕໍ່​ສູ້​ດ້ວຍ​ກຳ​ລັງ​ອາ​ວຸດ. ພັກໄດ້ນຳພາການລຸກຮືຂຶ້ນຕໍ່ສູ້ໃນຍາມເກັບກ່ຽວໃນລະ ດູໃບໄມ້ຫຼົ່ນ ການລຸກຮືຂຶ້ນຕໍ່ສູ້ຢູ່ນະຄອນກວາງໂຈ່ວ ແລະ ການລຸກຮືຂຶ້ນຕໍ່ສູ້ຢູ່ຫຼາຍເຂດອື່ນໆ, ແຕ່ຍ້ອນວ່າກຳລັງຂອງສັດຕູມີຫຼາຍກວ່າຝ່າຍເຮົາຢ່າງຫຼວງຫຼາຍ, ການລຸກຮືຂຶ້ນຕໍ່ສູ້ເຫຼົ່ານີ້ ສ່ວນຫຼາຍໄດ້ປະລາໄຊ. ສະພາບຄວາມເປັນຈິງ​ໄດ້ພິສູດໃຫ້ເຫັນວ່າ, ພາຍໃຕ້ເງື່ອນໄຂພາວະວິໄສໃນຄາວນັ້ນ, ຊາວພັກກອມມູນິດຈີນບໍ່ສາມາດຍາດເອົາໄຊຊະນະຂອງການປະຕິວັດໃນທົ່ວປະເທດໄດ້ ໂດຍຜ່ານການຍຶດຄອງຕົວເມືອງໃຈກາງກ່ອນຄືກັບການປະຕິວັດເດືອນຕຸລາຂອງຣັດເຊຍ, ພັກຈຶ່ງຕ້ອງໄດ້ຊອກພົບເສັ້ນທາງປະຕິວັດທີ່ສອດຄ່ອງກັບສະພາບແຫ່ງຊາດຂອງຈີນຢ່າງຮີບດ່ວນ.

ຈາກການບຸກໂຈມຕີຕົວເມືອງໃຫຍ່ ຫັນໄປສູ່ການເຄື່ອນທັບໄປຊົນນະບົດນັ້ນ ແມ່ນຈຸດເລີ່ມຕົ້ນ  ໃໝ່ທີ່ມີຄວາມໝາຍຕັດສິນຊີ້ຂາດຂອງການປະຕິວັດຈີນ. ສະຫາຍ ເໝົາເຈີຕຸ່ງ ໄດ້ນຳພາກອງທັບ ແລະ ປະຊາຊົນສ້າງຕັ້ງເຂດທີ່ໝັ້ນປະຕິວັດຊົນນະບົດແຫ່ງທຳອິດຢູ່ພູຈິງກ່າງ, ພັກໄດ້ນຳພາປະຊາຊົນປາບປາມເຈົ້າທີ່ດິນ ແລະ ແບ່ງປັນດິນນາ. ກອງປະຊຸມກູທຽນໄດ້ກຳນົດຫຼັກການ​ກໍ່​ສ້າງພັກດ້ວຍແນວຄິດ ແລະ ​ກໍ່ສ້າງກອງທັບດ້ວຍການເມືອງ. ຄຽງຄູ່ກັບການຂະຫຍາຍຕົວຂອງການຕໍ່ສູ້, ພັກໄດ້ສ້າງຕັ້ງເຂດທີ່ໝັ້ນປະຕິວັດສູນກາງ ແລະ ເຂດທີ່ໝັ້ນຢູ່ທ້ອງຖິ່ນຕ່າງໆ, ເຊັ່ນ: ພາກຕາເວັນຕົກຮູນານ-ຮູ  ເປີຍ, ​ໄຫ​ລູ້​ເຟິ່ງ, ຮູນານ-ເຮີນານ-ອ່ານຮຸ່ຍ, ຊົງຢາ, ຟູຈ້ຽນ-ເຈີ້ຈ່ຽງ-ຈ່ຽງຊີ່, ຮູນານ-ຮູເປີຍ-ຈ່ຽງຊີ່, ຮູນານ-ຈ່ຽງຊີ່, ​ແມ່​ນ້ຳ​ໂຈ​ຈ່ຽງ-​ແມ່​ນ້ຳ​ໂຢ້​ຈ່ຽງ, ເສສວນ-ສານຊີ່, ສານຊີ່-ກ່ານຊູ້, ຮູນານ-ຮູເປີຍ-ເສສວນ-ກຸ້ຍໂຈ່ວ ແລະອື່ນໆ. ຢູ່ເຂດຂາວພາຍໃຕ້ການປົກຄອງຂອງພັກກົກມິນຕັງ, ພັກພວກເຮົາກໍໄດ້ພັດທະ ນາການຈັດຕັ້ງຂອງຕົນ ແລະ ອົງການປະຕິວັດອື່ນໆ, ເພື່ອດຳເນີນການຕໍ່ສູ້ປະຕິວັດຂອງ​ມະ​ຫາຊົນ. ແຕ່ວ່າ, ຍ້ອນການນຳພາອັນຜິດພາດຂອງທ່ານ ວາງມິງ ທີ່ມີລັດທິຄຳພີຕາຍຕົວແບບອ່ຽງ “ຊ້າຍ” ພາຍໃນພັກ, ການຕ້ານ “ການປິດລ້ອມ-ປາບປາມ” ຄັ້ງທີ 5 ຂອງເຂດທີ່ໝັ້ນສູນກາງ ໄດ້ປະລາໄຊ, ກອງ ທັບແດງ ຈຳເປັນຕ້ອງດຳເນີນການເຄື່ອນຍ້າຍທາງຍຸດທະສາດ, ຜ່ານການເຄື່ອນທັບທາງໄກທີ່ແສນລຳບາກຍາກເຂັນ ຈຶ່ງໄດ້ຍ້າຍໄປເຖິງພາກເໜືອແຂວງສານຊີ່. ຄວາມຜິດພາດຂອງເສັ້ນທາງອ່ຽງ “ຊ້າຍ” ໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງໃຫ້ກັບກຳລັງປະຕິວັດຢູ່ເຂດທີ່ໝັ້ນ ແລະ ເຂດຂາວ.

ເດືອນມັງກອນ 1935, ກົມການເມືອງສູນກາງພັກ ໄດ້ໄຂກອງປະຊຸມຈຸ່ນຢີ້​​ຢູ່​ກາງທາງເຄື່ອນທັບທາງໄກ, ໂດຍໄດ້ກຳນົດຖານະການນຳພາຂອງສະຫາຍ ເໝົາເຈີຕຸ່ງ ຢູ່ໃນສູນກາງພັກ ແລະ ກອງທັບແດງໃນດ້ານຄວາມຈິງ, ເປັນການເລີ່ມກຳນົດ​ຖາ​ນະ​ການ​ນຳ​ພາ​ຂອງ​ແນວທາງລັດທິມາກທີ່ຖືກຕ້ອງໂດຍ​ມີສະຫາຍ ເໝົາເຈີຕຸ່ງ ເປັນຕົວແທນຕົ້ນຕໍນັ້ນຢູ່ໃນສູນກາງພັກ, ເປັນການເລີ່ມກຳເນີດຄະນະນຳສູນກາງພັກຮຸ້ນທີ 1 ໂດຍ​ມີສະຫາຍ ເໝົາເຈີຕຸ່ງ ເປັນແກນກາງ, ທັງເປັນການເລີ່ມຕົ້ນໄລຍະໃໝ່ທີ່ພັກແກ້ໄຂບັນຫາຕົວຈິງຂອງການປະຕິວັດຈີນຢ່າງເປັນເອກະລາດເປັນເຈົ້າຕົນເອງ, ເຊິ່ງໄດ້ກອບກູ້ພັກ ກອບກູ້ກອງທັບແດງ ແລະ ກອບກູ້ການປະຕິວັດຂອງຈີນໃນເວລາທີ່ອັນຕະລາຍທີ່ສຸດ, ແລະຫຼັງຈາກນີ້ ກໍໄດ້ເຮັດໃຫ້ພັກສາມາດເອົາຊະນະລັດທິແບ່ງແຍກຂອງທ່ານ ຈ່າງກົວທ່າວ, ປະສົບຜົນສຳເລັດໃນການເຄື່ອນທັບທາງໄກ ແລະ ສ້າງສະພາບໃໝ່ຂອງການປະຕິວັດຈີນ. ນີ້ແມ່ນຈຸດຫົວລ້ຽວຫົວຕໍ່ທີ່ພົວ ພັນເຖິງຄວາມເປັນຕາຍໃນປະຫວັດສາດຂອງພັກ.

ໃນໄລຍະສົງຄາມຕໍ່ຕ້ານ​ຟາ​ຊິດຍີ່ປຸ່ນ, ພາຍຫຼັງເກີດເຫດການ 18 ກັນຍາ, ຄວາມຂັດແຍ້ງລະ ຫວ່າງຊົນຊາດຈີນ ກັບ ຊົນຊາດຍີ່ປຸ່ນ ໄດ້ຄ່ອຍໆລື່ນກາຍຄວາມຂັດແຍ້ງລະຫວ່າງຊົນຊັ້ນພາຍໃນປະ ເທດ ແລ້ວກາຍເປັນຄວາມຂັດແຍ້ງຕົ້ນຕໍ. ໃນເວລາຈັກກະພັດຍີ່ປຸ່ນຂ້ຽວເລັ່ງຮຸກຮານປະເທດພວກເຮົາ ແລະ ວິກິດການຂອງຊາດພວກເຮົາໜັກໜ່ວງກວ່າຍາມໃດໝົດ, ພັກໄດ້ນຳໜ້າຊູຄັນທຸງແຫ່ງການຕໍ່ ຕ້ານ​ຟາ​ຊິດຍີ່ປຸ່ນດ້ວຍກຳລັງອາວຸດ, ດຳເນີນຂະບວນການຕໍ່ຕ້ານ​ຟາ​ຊິດຍີ່ປຸ່ນເພື່ອກູ້ຊາດຢ່າງກວ້າງ ຂວາງ, ຊຸກຍູ້ການແກ້ໄຂເຫດການຊີ່ອ່ານໂດຍສັນຕິ ເຊິ່ງໄດ້ເສີມຂະຫຍາຍບົດບາດສຳຄັນຄັ້ງປະຫວັດ ສາດໃນການຊຸກຍູ້ໃຫ້ພັກກົກມິນຕັງ ແລະ ພັກກອມມູນິດດຳເນີນການຮ່ວມມືກັນອີກຄັ້ງໜຶ່ງ ແລະ ສາ ມັກຄີ​ກັນຕໍ່ຕ້ານ​ຟາ​ຊິດຍີ່ປຸ່ນ. ພາຍຫຼັງເຫດການ 7 ກໍລະກົດ, ພັກໄດ້ປະຕິບັດນະໂຍບາຍແນວໂຮມເອ ກະພາບ​ແຫ່ງຊາດ ຕໍ່ຕ້ານ​ຟາ​ຊິດຍີ່ປຸ່ນທີ່ຖືກຕ້ອງ, ຍຶດໝັ້ນແນວທາງຕໍ່ຕ້ານການຮຸກຮານ ຢ່າງຮອບ ດ້ານ, ໄດ້ສະເໜີ ແລະ ປະຕິບັດທິດທາງຍຸດທະສາດລວມທີ່ດຳເນີນການຕໍ່ສູ້ຍາວນານ ແລະ ຍຸດທະສາດຍຸດທະວິທີກ່ຽວກັບສົງຄາມປະຊາຊົນທີ່ຄົບຊຸດ, ບຸກເບີກສະໜາມຮົບ​ ແລະ ເຂດທີ່ໝັ້ນຕໍ່ຕ້ານຟາ​ຊິດຍີ່ປຸ່ນທີ່ກວ້າງຂວາງຢູ່ແນວຫຼັງສັດຕູ, ນຳພາກອງ​​ທັບສາຍທີ 8 ​ກອງ​​ທັບສາຍທີ 4 ໃໝ່ ກອງ​ກຳ​ລັງ​ປະ​ສົມຕໍ່ຕ້ານ​ຟາ​ຊິດຍີ່ປຸ່ນຢູ່ພາກຕາເວັນອອກສຽງເໜືອ ແລະ ກອງປະກອບອາວຸດຕໍ່ຕ້ານ​ຟາ​ຊິດຍີ່ປຸ່ນຂອງປະຊາຊົນກອງອື່ນໆ ເພື່ອດຳເນີນການຕໍ່ສູ້ຢ່າງອົງອາດກ້າຫານ, ກາຍເປັນກຳລັງຫຼັກແຫຼ່ງໃນສົງ ຄາມຕໍ່ຕ້ານ​ຟາ​ຊິດຍີ່ປຸ່ນຂອງທົ່ວຊົນຊາດ, ຈົນເຖິງການໄດ້ຮັບໄຊຊະນະຂອງສົງຄາມປະຊາຊົນຈີນຕໍ່ ຕ້ານ​ຟາ​ຊິດຍີ່ປຸ່ນໃນທີ່ສຸດ. ນີ້ແມ່ນຄັ້ງທຳອິດທີ່ປະຊາຊົນຈີນໄດ້ຮັບໄຊຊະນະ​ຢ່າງ​ສົມ​ບູນໃນສົງຄາມຕໍ່ ຕ້ານການຮຸກຮານຂອງສັດຕູພາຍນອກ ແລະ ປົດປ່ອຍຊາດ ນັບແຕ່ປີ 1840 ເປັນຕົ້ນມາ, ຍັງແມ່ນພາກສ່ວນໜຶ່ງທີ່ສຳຄັນຂອງໄຊຊະນະໃນສົງຄາມຕ້ານຟາຊິດໂລກ.

ໃນໄລຍະສົງຄາມປົດປ່ອຍຊາດ, ໂດຍຜະເຊີນໜ້າກັບພວກປະຕິການຂອງພັກກົກມິນຕັງທີ່ກໍ່ສົງ ຄາມກາງເມືອງຮອບດ້ານຢ່າງບັງອາດ, ພັກ​ພວກເຮົາໄດ້ນຳພາກອງທັບ ແລະ ປະຊາຊົນອັນໄພສານຫັນຈາກການປ້ອງກັນຢ່າງຕັ້ງໜ້າ ໄປສູ່ການບຸກໂຈມຕີທາງຍຸດທະສາດຢ່າງເປັນກ້າວໆ, ໂດຍໄດ້ເອົາຊະນະໃນບັ້ນຮົບໃຫຍ່ 3 ຄັ້ງຄື: ລຽວນິງ-ເສີນຢາງ, ຮວາຍໄຫ ແລະ ປັກກິ່ງ-ທຽນສິນ ພ້ອມດ້ວຍບັ້ນຮົບຂ້າມແມ່ນ້ຳຢາງຊີກຽງ, ແລ້ວໄດ້ເຄື່ອນທັບໄປສູ່ພາກກາງພາກໃຕ້ ພາກຕາເວັນຕົກສຽງເໜືອ ແລະ ພາກຕາເວັນຕົກສຽງໃຕ້ຢ່າງມີໄຊ, ໄດ້ດັບສູນກອງທັບຂອງພວກປະຕິການພັກກົກມິນຕັງໃນຈຳນວນ 8 ລ້ານຄົນ, ໂຄ່ນລົ້ມລັດຖະບານປະຕິການຂອງພັກກົກມິນຕັງ, ໂຄ່ນລົ້ນລັດທິຈັກກະພັດ ລັດທິສັກດີນາ ແລະ ລັດທິທຶນນິຍົມອາດຍາສິດ ທີ່ຖືກປຽບທຽບວ່າເປັນ “3  ​ໜ່ວຍ​ພູ​ໃຫຍ່” ທີ່ກົດຂີ່ປະຊາຊົນຈີນ. ພາຍໃຕ້ການສະໜັບສະໜູນຈາກປະຊາຊົນ, ກອງທັບປະຊາຊົນທີ່ນຳໂດຍພັກ ໄດ້ຕໍ່ສູ້ກັບສັດຕູທີ່ໂຫດ ຮ້າຍສາມານທີ່ສຸດ ຢ່າງເອົາເປັນເອົາຕາຍ ດ້ວຍຄວາມອົງອາດກ້າຫານທີ່ບໍ່ມີຄວາມຢ້ານກົວແມ່ນແຕ່  ໜ້ອຍດຽວ, ອັນໄດ້ສ້າງຄຸນງາມຄວາມດີຄັ້ງປະຫວັດສາດ ເພື່ອຍາດເອົາໄຊຊະນະຂອງການປະຕິວັດປະຊາທິປະໄຕໃໝ່.

ໃນການຕໍ່ສູ້ປະຕິວັດ, ຊາວພັກກອມມູນິດຈີນທີ່ມີສະຫາຍ ເໝົາເຈີຕຸ່ງ ເປັນຕົວແທນຕົ້ນຕໍ ໄດ້ນຳເອົາຫຼັກມູນພື້ນຖານຂອງລັດທິມາກ-ເລນິນ ໄປປະສົມປະສານກັບສະພາບຄວາມເປັນຈິງຂອງຈີນ, ໄດ້ສັງເຂບໃນດ້ານທິດສະດີ ຕໍ່ບົດຮຽນແບບປະດິດສ້າງໂດຍຕົນເອງຕ່າງໆ ທີ່ສະສົມມາໄດ້ຈາກການຊອກສະແຫວງຫາຢ່າງທໍລະຫົດອົດທົນ ແລະ ການເສຍສະຫຼະຊີວິດຢ່າງມະຫາສານ, ໄດ້ບຸກເບີກເສັ້ນ ທາງປະຕິວັດອັນຖືກຕ້ອງທີ່ຊົນນະບົດປິດລ້ອມຕົວເມືອງ ແລະ ຍາດເອົາອຳນາດການປົກຄອງດ້ວຍກຳລັງອາວຸດ, ໄດ້ປະດິດສ້າງແນວຄິດເໝົາເຈີຈຸ່ງ, ເປັນການຊີ້ທິດທາງທີ່ຖືກຕ້ອງໃຫ້ແກ່ການຍາດເອົາໄຊຊະນະຂອງການປະຕິວັດປະຊາທິປະໄຕໃໝ່.

ໃນການຕໍ່ສູ້ປະຕິວັດ, ພັກໄດ້ສົ່ງເສີມຈິດໃຈສ້າງຕັ້ງພັກທີ່ຍິ່ງໃຫຍ່ຄື: ຍຶດໝັ້ນສັດຈະທຳ ຍຶດຖືອຸ ດົມການ ປະຕິບັດຕາມອຸດົມການແຕ່ຫົວທີ ແບກຫາບພາລະກຳ ບໍ່ຢ້ານການເສຍສະຫຼະຊີວິດ ຕໍ່ສູ້ຢ່າງອົງອາດກ້າຫານ ຈົງຮັກພັກດີຕໍ່ພັກ ແລະ ບໍ່ໃຫ້ປະຊາຊົນຜິດຫວັງ, ປະຕິບັດ ແລະ ຊຸກຍູ້ໂຄງການອັນຍິ່ງໃຫຍ່ແຫ່ງການກໍ່ສ້າງພັກ, ໄດ້ກຳ​ນົດຫຼັກການທີ່​ກໍ່​ສ້າງພັກ ໂດຍເຈາະຈົງຈາກດ້ານແນວຄິດ, ຍຶດ​ໝັ້ນລະບຽບການໂຮມສູນປະຊາທິປະໄຕ, ຍຶດໝັ້ນໃນ 3 ແບບແຜນທີ່ດີຄື: ເອົາທິດສະດີໄປຕິດພັນກັບສະພາບຄວາມເປັນຈິງ, ໃກ້ຊິດຕິດແທດກັບມະຫາຊົນ, ຕຳໜິເຊິ່ງກັນແລະກັນ ແລະ ຕຳໜິຕົນເອງ, ໄດ້ກໍ່ຕົວເປັນ 3 ເຄັດລັບ​ທີ່​ສຳ​ຄັນຄື: ແນວໂຮມເອກະພາບ ການຕໍ່ສູ້ດ້ວຍກຳລັງອາວຸດ ແລະ ການກໍ່ສ້າງພັກ, ພະຍາຍາມສ້າງພັກການເມືອງລັດທິມາກ​ໃນຂອບເຂດທົ່ວປະເທດ ມີສ່ວນຮ່ວມຂອງ​ມະ​ຫາຊົນອັນໄພສານ ແລະ ມີຄວາມໝັ້ນຄົງຢ່າງສົມບູນໃນດ້ານແນວຄິດ-ການເມືອງ-ການຈັດຕັ້ງ. ເລີ່ມແຕ່ປີ 1942 ພັກພວກເຮົາໄດ້ດຳເນີນການປັບປຸງແບບແຜນໃນທົ່ວພັກ, ​ຂະ​ບ​ວນການສຶກສາ​ອົບ​ຮົມແນວຄິດລັດທິມາກຄັ້ງນີ້ ໄດ້​ຮັບ​ປະ​ສິດ​ທິຜົນຢ່າງ​ໃຫຍ່ຫຼວງ. ພັກໄດ້ຮ່າງ “ມະຕິກ່ຽວກັບບາງບັນຫາປະ ຫວັດສາດ” ເຊິ່ງໄດ້ເຮັດໃຫ້ສະມາຊິກທົ່ວພັກ ມີຄວາມຮັບຮູ້ເປັນເອກະພາບກັນ ຕໍ່ກັບບັນຫາພື້ນຖານຂອງການປະຕິວັດຈີນ. ກອງປະຊຸມໃຫຍ່ຄັ້ງທີ 7 ຂອງພັກ ໄດ້ຈັດວາງແນວທາງນະໂຍບາຍທີ່ຖືກຕ້ອງເພື່ອການສະຖາປະນາປະເທດ​ຈີນໃໝ່​ຕາມ​ທິດລັດທິປະຊາທິປະໄຕໃໝ່, ເຮັດໃຫ້ສະມາຊິກທົ່ວພັກ ໄດ້ບັນລຸຄວາມເປັນເອກະພາບກັນ ແລະ ຄວາມສາມັກຄີທີ່ບໍ່ເຄີຍມີມາກ່ອນໃນດ້ານແນວຄິດ-ການເມືອງ-ການຈັດຕັ້ງ.

ເມື່ອໄດ້ດຳເນີນການຕໍ່ສູ້ແບບນອງເລືອດເປັນເວລາ 28 ປີ, ໂດຍມີການຮ່ວມມືຈາກບັນດາພັກຝ່າຍປະຊາທິປະໄຕ ແລະ ບຸກຄົນປະຊາທິປະໄຕທີ່ບໍ່ສັງກັດພັກຝ່າຍໃດຢ່າງຕັ້ງໜ້າ, ວັນທີ 1 ຕຸລາ 1949, ພັກພວກເຮົາໄດ້ນຳພາປະຊາຊົນປະກາດການສະຖາປະນາ​ປະ​ເທດສາທາລະນະລັດປະຊາຊົນຈີນ, ບັນລຸຄວາມເປັນເອກະລາດຂອງຊາດ ແລະ ການປົດປ່ອຍປະຊາຊົນ, ເຮັດໃຫ້ປະຫວັດສາດທີ່ເປັນສັງຄົມເຄິ່ງຫົວເມືອງຂຶ້ນເຄິ່ງສັກດີນາຂອງປະເທດຈີນເກົ່ານັ້ນ ສິ້ນສຸດລົງຢ່າງເຖິງຖອງ, ເຮັດໃຫ້ປະຫວັດສາດທີ່ຜູ້ຂູດຮີດສ່ວນໜ້ອຍທີ່ສຸດປົກຄອງປະຊາຊົນຜູ້ອອກ ແຮງງານອັນໄພສານນັ້ນ ສິ້ນສຸດລົງຢ່າງເຖິງຖອງ, ເຮັດໃຫ້ສະພາບການແຕກແຍກຄວາມສາມັກຄີຂອງປະເທດຈີນເກົ່ານັ້ນສິ້ນສຸດລົງຢ່າງເຖິງຖອງ, ໄດ້ຍົກເລີກສັນຍາບໍ່ສະເໝີພາບທີ່ປະເທດມະຫາອຳນາດຕ່າງໆບັງຄັບໃຫ້ຈີນລົງນາມ ແລະ ອະພິສິດທຸກຢ່າງຂອງຈັກກະພັດນິຍົມທີ່ມີຢູ່ຈີນນັ້ນຢ່າງເຖິງຖອງ, ໄດ້ບັນລຸການກ້າວກະໂດດຂັ້ນອັນຍິ່ງໃຫຍ່ຂອງປະເທດຈີນຈາກອຳນາດການປົກຄອງແບບຜະ ເດັດການສັກດີນາມາເປັນເວລາຫຼາຍພັນປີ ໄປສູ່ປະຊາທິປະໄຕປະຊາຊົນ, ແລະ ກໍໄດ້ປ່ຽນແປງສະພາບການດ້ານການເມືອງຂອງໂລກຢ່າງໃຫຍ່ຫຼວງ ທັງໄດ້ເຊີດຊູກຳລັງໃຈໃຫ້ແກ່ຊົນຊາດ ແລະ ປະຊາຊົນທີ່ຖືກກົດຂີ່ໃນໂລກໃນການດຳເນີນການຕໍ່ສູ້ເພື່ອຍາດແຍ່ງການປົດປ່ອຍ.

ພຶດຕິກຳໄດ້ຢັ້ງຢືນໃຫ້ເຫັນຢ່າງເຕັມທີ່ວ່າ, ປະຫວັດສາດ ແລະ ປະຊາຊົນ ໄດ້ເລືອກເອົາພັກກອມ ມູນິດຈີນ, ຖ້າບໍ່ມີການນຳພາຂອງພັກກອມມູນິດຈີນ, ຄວາມເປັນເອກະລາດຂອງຊາດ ແລະ ການປົດປ່ອຍປະຊາຊົນ ກໍບໍ່ສາມາດປາກົດຜົນເປັນຈິງໄດ້. ດ້ວຍການບຸກບືນສູ້ຊົນຢ່າງອົງອາດກ້າຫານ ແລະ ເດັດດ່ຽວໜຽວແໜ້ນ, ພັກກອມມູນິດຈີນ ແລະ ປະຊາຊົນຈີນ ໄດ້ປະກາດຕໍ່ທົ່ວໂລກຢ່າງເຄັ່ງຂຶມວ່າ: ນັບແຕ່ເວລານີ້ເປັນຕົ້ນໄປ, ປະຊາຊົນຈີນໄດ້ລຸກຢືນຂຶ້ນ, ຍຸກສະໄໝທີ່ປະຊາຊາດຈີນຖືກຜູ້ອື່ນກົດຂີ່ ແລະ ຂົ່ມເຫັງຕາມລຳພັງໃຈນັ້ນ ໄດ້ສິ້ນສຸດລົງ ແລະບໍ່ມີວັນກັບຄືນມາອີກ, ນັບແຕ່ເວລານີ້ເປັນຕົ້ນໄປ ການພັດທະນາຂອງຈີນໄດ້ເລີ່ມໄຂສັງກາດໃໝ່.

 

II ສຳເລັດການປະຕິວັດສັງຄົມນິຍົມ ແລະ ຊຸກຍູ້ການສ້າງສັງຄົມນິຍົມ

 

ໃນໄລຍະການປະຕິວັດ ແລະ ການສ້າງສັງຄົມນິຍົມ,  ໜ້າທີ່ຕົ້ນຕໍຂອງພັກກໍຄື: ບັນລຸການຫັນ ປ່ຽນຈາກລັດທິປະຊາທິປະໄຕໃໝ່ໄປສູ່ສັງຄົມນິຍົມ, ດຳເນີນການປະຕິວັດສັງຄົມນິຍົມ, ຊຸກຍູ້ການສ້າງສັງຄົມນິຍົມ, ສ້າງປະຖົມປັດໄຈດ້ານການເມືອງອັນຮາກຖານ ແລະ ລະບອບພື້ນຖານ ໃຫ້ແກ່ການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນຄືນໃໝ່.

ພາຍຫຼັງສະຖາປະນາ ສປ ຈີນແລ້ວ, ພັກໄດ້ນຳພາປະຊາຊົນເອົາຊະນະສິ່ງທ້າທາຍອັນຂ້ຽວຂາດຕ່າງໆໃນດ້ານການເມືອງ ເສດຖະກິດ ການທະຫານ ແລະອື່ນໆ, ປາບປາມກຳລັງອາວຸດທີ່ເສດເຫຼືອຂອງພວກປະຕິການພັກກົກມິນຕັງ ແລະ ພວກໂຈນ, ປົດປ່ອຍເຂດຕິເຂດໂດຍສັນຕິ ແລະໄດ້ບັນລຸການທ້ອນໂຮມແຜ່ນດິນໃຫຍ່ຂອງປະເທດຊາດ​ ໃຫ້​ເປັນ​ເອ​ກະ​ພາບ​ຢ່າງ​ສົມ​ບູນ; ໄດ້ເຮັດໃຫ້ລາຄາສິນຄ້າມີຄວາມໝັ້ນທ່ຽງ, ເຮັດໃຫ້ວຽກງານ​ເສດ​ຖະ​ກິດການເງິນເປັນເອກະພາບກັນ, ສຳເລັດການປະຕິຮູບທີ່ດິນ, ດຳເນີນການປະຕິຮູບປະຊາທິປະໄຕໃນດ້ານຕ່າງໆທາງສັງຄົມ, ປະຕິບັດ​​ຄວາມສະເໝີພາບລະຫວ່າງຍິງ-ຊາຍ, ປາບປາມພວກ​ຕໍ່​ຕ້ານປະຕິວັດ, ດຳເນີນຂະບວນການ “ຕໍ່​ຕ້ານ 3 ຢ່າງ” “​ຕໍ່​ຕ້ານ 5 ຢ່າງ” ເພື່ອກວາດລ້າງສິ່ງເປິເປື້ອນທີ່ຕົກຄ້າງມາແຕ່ສັງຄົມເກົ່າ, ເຮັດໃຫ້ໂສມໜ້າທາງສັງຄົມປ່ຽນໃໝ່ໝົດ. ກອງທັບອາສາສະໝັກປະຊາຊົນຈີນ ໄດ້ຂ້າມຜ່ານແມ່ນ້ຳຢ່າລູ້ ຢ່າງອົງອາດຜ່າເຜີຍ, ຄຽງບ່າຄຽງໄຫຼ່ສູ້ຮົບກັບປະຊາຊົນ ແລະ ກອງທັບຂອງສປປເກົາຫຼີ, ໄດ້ເອົາຊະນະສັດຕູອັນເຂັ້ມແຂງທີ່ມີອາວຸດຍຸດໂທປະກອນຊັ້ນດີ, ໄດ້ສະແດງໃຫ້ຊາວໂລກເຫັນອະນຸພາບຂອງຊາດຈີນກໍຄືກອງທັບຈີນ ພ້ອມດ້ວຍຈິດໃຈ​ເຂັ້ມ​ແຂ​ງຂອງປະຊາຊົນຈີນ, ໄດ້ຮັບໄຊຊະນະອັນຍິ່ງໃຫຍ່ຂອງສົງຄາມຊ່ວຍເຫຼືອ ສປປ ເກົາຫຼີຕໍ່ຕ້ານອາເມຣິກາ, ໄດ້ປົກປ້ອງຄວາມໝັ້ນຄົງຂອງ ສປ ຈີນ, ທັງໄດ້ສະແດງໃຫ້ເຫັນເຖິງຖານະທີ່ເປັນປະເທດໃຫຍ່ຂອງ ສປ ຈີນ. ຈາກນັ້ນ ສປ ຈີນໄດ້ມີຄວາມໝັ້ນຄົງໃນສະພາບແວດລ້ອມທັງພາຍໃນປະເທດ ແລະ ສາກົນທີ່ສະຫຼັບສັບຊ້ອນ.

ພັກໄດ້ນຳພາການສ້າງຕັ້ງ ແລະ ປັບປຸງອຳນາດການປົກຄອງແບບຜະເດັດການປະຊາທິປະໄຕປະຊາຊົນທີ່ນຳພາໂດຍຊົນຊັ້ນກຳມະ​ກອນ ແລະ ຖື​ພັນ​ທະ​ພາບກຳມະກອນຊາວນາເປັນພື້ນຖານນັ້ນໃຫ້ໝັ້ນຄົງ, ເປັນການສ້າງເງື່ອນໄຂໃຫ້ແກ່ການພັດທະນາປະເທດຊາດຢ່າງວ່ອງໄວ. ປີ 1949 ກອງປະຊຸມຄົບຄະນະຂອງສະພາປຶກສາການເມືອງປະຊາຊົນຈີນຄັ້ງທີ 1 ໄດ້ຈັດວາງ “ໂຄງການຮ່ວມຂອງສະພາປຶກສາການເມືອງປະຊາຊົນຈີນ”. ປີ 1953 ພັກໄດ້​ກຳ​ນົດແນວທາງລວມໃນໄລຍະຂ້າມຜ່ານ​ຢ່າງ​ເປັນ​ທາ​ງ​ການ, ຄື ໃນໄລຍະໜຶ່ງທີ່ຂ້ອນຂ້າງຍາວ, ຈະບັນລຸການຫັນເປັນອຸດສາຫະກຳສັງຄົມນິ ຍົມຂອງຊາດ ຢ່າງເປັນກ້າວໆ, ທັງບັນລຸ​ເປົ້າ​ໝາຍ​ທີ່​ລັດ​ດຳ​ເນີນການດັດສ້າງ​ສັງ​ຄົມ​ນິ​ຍົມ ​ຕໍ່ກະສິກຳ ຫັດຖະກຳ ແລະ ອຸດສາຫະກຳການຄ້າທຶນນິຍົມ ຢ່າງເປັນກ້າວໆ. ປີ 1954 ໄດ້ໄຂກອງປະຊຸມຄັ້ງທີ 1 ຂອງສະພາຜູ້ແທນປະຊາຊົນທົ່ວປະເທດສະໄໝທີ 1 ໂດຍໄດ້ຮັບຮອງເອົາ “ລັດຖະທຳມະນູນຂອງສາທາລະນະລັດປະຊາຊົນຈີນ”. ປີ 1956, ປະເທດພວກເຮົາໄດ້ສຳເລັດການດັດສ້າງສັງຄົມນິຍົມ​ຕໍ່ລະ ບອບກຳມະສິດສ່ວນຕົວ​ດ້ານ​ປັດ​ໄຈການຜະລິດໂດຍພື້ນຖານ, ໄດ້ບັນລຸລະບອບກຳມະສິດສ່ວນລວມ​ດ້ານ​ປັດ​ໄຈການຜະລິດ ແລະ ການແບ່ງປັນຕາມແຮງງານໂດຍພື້ນຖານ, ທັງໄດ້ສ້າງຕັ້ງລະບອບເສດ ຖະກິດສັງຄົມນິຍົມຂຶ້ນ. ພັກໄດ້ນຳພາການກຳນົດລະບອບສະພາຜູ້ແທນປະຊາຊົນ ລະບອບຫຼາຍພັກຮ່ວມມືແລະປຶກສາການເມືອງພາຍໃຕ້ການນຳພາຂອງພັກກອມມູນິດຈີນ ແລະ ລະບອບການປົກຄອງຕົນເອງຢູ່ເຂດຊົນເຜົ່າສ່ວນໜ້ອຍ ເຊິ່ງເປັນການຮັບປະກັນໃນດ້ານລະບອບໃຫ້ແກ່ປະຊາຊົນເປັນເຈົ້າຂອງປະເທດຊາດ. ພັກໄດ້ນຳພາການສ້າງ ແລະ ປັບປຸງມະຫາສາມັກຄີຂອງປະຊາຊົນບັນດາເຜົ່າໃນທົ່ວປະເທດໃຫ້ໝັ້ນຄົງ, ໃຫ້ກໍ່ຕົວ ແລະ ພັດທະນາການພົວພັນຊົນເຜົ່າສັງຄົມນິຍົມທີ່ບັນດາເຜົ່າມີຄວາມສະເໝີພາບກັນ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ, ສ້າງ ແລະ ປັບປຸງມະຫາສາມັກຄີລະຫວ່າງກຳມະກອນ ຊາວນາ ປັນຍາຊົນ ແລະ ປະຊາຊົນຊັ້ນຄົນອື່ນໆໃນທົ່ວປະເທດໃຫ້ໝັ້ນຄົງ, ໄດ້ເພີ່ມທະວີ ແລະ ເປີດກວ້າງແນວໂຮມເອກະພາບອັນກວ້າງຂວາງ. ການສ້າງຕັ້ງລະບອບສັງຄົມນິຍົມຂຶ້ນ ເປັນການສ້າງພື້ນຖານທີ່ສຳຄັນໃຫ້ແກ່ຄວາມກ້າວໜ້າ ແລະ ການພັດທະນາທຸກຢ່າງຂອງປະເທດ​ພວກເຮົາ.

ໂດຍອີງຕາມສະພາບການທີ່ປະເທດພວກເຮົາໄດ້ສຳເລັດການດັດສ້າງສັງຄົມນິຍົມໂດຍພື້ນຖານ ແລ້ວ, ກອງປະຊຸມໃຫຍ່ຄັ້ງທີ 8 ຂອງພັກໄດ້​ຊີ້​ໃຫ້​ເຫັນວ່າ, ຄວາມຂັດແຍ້ງຕົ້ນຕໍພາຍໃນປະເທດ ບໍ່ແມ່ນຄວາມຂັດແຍ້ງລະຫວ່າງຊົນຊັ້ນກຳມະກອນ ກັບ ຊົນຊັ້ນນາຍທຶນອີກແລ້ວ, ​ແຕ່ແມ່ນຄວາມຂັດແຍ້ງລະຫວ່າງຄວາມຕ້ອງການຂອງປະຊາຊົນທີ່ມີຕໍ່ການພັດທະນາເສດຖະກິດວັດທະນະທຳຢ່າງວ່ອງ ໄວ ກັບ ສະພາບທີ່ເສດຖະກິດວັດທະນະທຳ​ໃນ​ສະ​ເພາະ​ໜ້າ ບໍ່ສາມາດຕອບສະໜອງກັບຄວາມຕ້ອງ ການຂອງປະຊາຊົນໄດ້, ໜ້າທີ່ຕົ້ນຕໍຂອງປະຊາຊົນທົ່ວປະເທດ ແມ່ນສຸມກຳລັງພັດທະນາກຳລັງການຜະລິດ​ຂອງສັງຄົມ, ບັນລຸການຫັນເປັນອຸດສາຫະກຳຂອງຊາດ, ຄ່ອຍໆຕອບສະໜອງກັບຄວາມຕ້ອງ ການຂອງປະຊາຊົນທີ່ມີຕໍ່ວັດຖຸ ແລະ ວັດທະນະທຳທີ່ນັບມື້ນັບເພີ່ມຂຶ້ນ. ພັກ​ໄດ້ສະ​ເໜີໃຫ້ສ້າງປະເທດ​ພວກເຮົາໃຫ້ເປັນປະເທດສັງຄົມນິຍົມ ທີ່ເຂັ້ມແຂງ ທີ່ມີກະສິກຳທັນສະໄໝ ອຸດສາຫະກຳທັນສະໄໝ ການປ້ອງກັນປະເທດທີ່ທັນສະໄໝ ແລະ ວິທະຍາສາດ-ເຕັກໂນໂລຊີທີ່ທັນສະໄໝນັ້ນຢ່າງເປັນກ້າວໆ, ແລະໄດ້ນຳພາປະຊາຊົນດຳເນີນການສ້າງສັງຄົມນິຍົມຢ່າງຂະໜາດໃຫຍ່ຮອບດ້ານ. ເມື່ອໄດ້ປະຕິບັດແຜນການ 5 ປີຫຼາຍສະບັບແລ້ວ, ປະເທດ​ພວກເຮົາໄດ້ສ້າງລະບົບອຸດສາຫະກຳ ແລະ ລະບົບເສດຖະ ກິດແຫ່ງຊາດທີ່ເປັນເອກະລາດ ແລະ ອ່າວຄົບຖ້ວນຂຶ້ນ, ເງື່ອນໄຂການຜະລິດກະສິກຳ ໄດ້ຮັບການປ່ຽນແປງຢ່າງພົ້ນເດັ່ນ, ວຽກງານດ້ານການສຶກສາ ວິທະຍາສາດ ວັດທະນະທຳ ສາທາລະນະສຸກ ແລະ ກິລາໄດ້ຮັບການພັດທະນາຢ່າງຫຼວງຫຼາຍ. ວິທະຍາສາດ-ເຕັກໂນໂລຊີທີ່ກ້າວໜ້າທີ່ສຸດໃນດ້ານການປ້ອງກັນປະເທດ ເຊັ່ນ: “ຂີປະນາວຸດນຳວິຖີ, ລູກລະເບີດປະລະມານູ ແລະ ດາວທຽມ” ເປັນຕົ້ນໄດ້ຮັບການບຸກທະລຸຢ່າງບໍ່ຢຸດຢັ້ງ, ອຸດສາຫະກຳປ້ອງກັນປະເທດ ຈາກບໍ່ມີສູ່ມີ ແລະໄດ້ພັດທະນາຂຶ້ນເປັນກ້າວໆ. ກອງທັບປະຊາຊົນຈີນໄດ້ຮັບການເຕີບໃຫຍ່ ແລະ ຍົກສູງຂຶ້ນ ໂດຍໄດ້ຈາກກອງທັບບົກພຽງແຕ່ເຫຼົ່າທັບດຽວເທົ່ານັ້ນ ຂະຫຍາຍຕົວເປັນກອງທັບປະສົມທີ່ລວມທັງກອງທັ​ບເຮືອ ກອງທັບອາກາດ ແລະເຫຼົ່າທັບວິຊາການອື່ນໆ, ເປັນການສະໜອງສິ່ງໜູນຫຼັງອັນເຂັ້ມແຂງໃຫ້ກັບການປັບປຸງອຳນາດການປົກຄອງຂອງປະຊາຊົນ ທີ່ກຳເນີດເກີດຂຶ້ນໃໝ່ໃຫ້ໝັ້ນຄົງຂຶ້ນ ການກຳນົດຖານະທີ່ເປັນປະເທດໃຫຍ່ຂອງຈີນ ແລະ ການປົກປັກຮັກສາກຽດສັກສີຂອງປະຊາຊາດຈີນ.

ພັກໄດ້ຍຶດໝັ້ນນະໂຍບາຍການຕ່າງປະເທດສັນຕິພາບທີ່ເປັນເອກະລາດເປັນເຈົ້າຕົນເອງ, ລິເລີ່ມ ແລະ ຍຶດໝັ້ນຫຼັກ 5 ປະການຢູ່ຮ່ວມກັນໂດຍສັນຕິ, ເດັດດ່ຽວປົກປັກຮັກສາຄວາມເປັນເອກະລາດ ອະ ທິປະໄຕ ແລະ ກຽດສັກສີຂອງ​ຊາດ, ສະໜັບສະໜູນ ແລະ ຊ່ວຍເຫຼືອພາລະກິດປົດປ່ອຍຊາດທີ່ຖືກກົດຂີ່ ພາລະກິດການ​ກໍ່ສ້າງຂອງປະເທດທີ່ເປັນເອກະລາດໃໝ່ ແລະ ການຕໍ່ສູ້ຢ່າງເປັນທຳຂອງປະ ຊາຊົນບັນດາປະເທດໃນໂລກ, ຄັດຄ້ານລັດທິຈັກກະພັດ ລັດທິເຈົ້າອຳນາດ ລັດທິລ່າເມືອງຂຶ້ນ ແລະ ລັດທິຈຳແນກເຊື້ອຊາດຜິວພັນ, ເຮັດໃຫ້ການຕ່າງປະເທດແບບອັບປະຍົດຂອງປະເທດຈີນເກົ່າສິ້ນສຸດລົງຢ່າງເຖິງຖອງ. ໂດຍພິຈາລະນາ ແລະ ວິໄຈສະພາບການ, ພັກໄດ້ປັບປຸງຍຸດທະສາດການຕ່າງປະ ເທດ, ຊຸກຍູ້ການຟື້ນຟູສິດ​ທຸກ​ຢ່າງທີ່ຊອບດ້ວຍກົດໝາຍຂອງປະເທດ​ພວກເຮົາ ໃນອົງການສະຫະປະ ຊາຊາດ, ບຸກເບີກສະພາບການໃໝ່ຂອງວຽກງານຕໍ່ຕ່າງປະເທດ, ຊຸກຍູ້ໃຫ້ປະຊາຄົມໂລກຍຶດໝັ້ນຫຼັກ​ການປະເທດຈີນດຽວ. ພັກໄດ້​ກຳ​ນົດຍຸດທະສາດກ່ຽວກັບການຂີດແບ່ງ 3 ໂລກ, ໃຫ້ຄຳໝັ້ນສັນຍາຢ່າງໜັກແໜ້ນວ່າ ຈີນຈະບໍ່ເປັນເຈົ້າໂລກຈົນເທົ່າໃດໆ, ເຊິ່ງໄດ້ຮັບການເຄົາລົບ ແລະ ການຍ້ອງຍໍ​ຊົມ​ເຊີຍຈາກປະຊາຄົມໂລກ ໂດຍສະເພາະແມ່ນປະເທດພວມພັດທະນາອັນໄພສານ.

ພັກໄດ້ມີການຄາດຄະເນຢ່າງເຕັມທີ່ເຖິງສິ່ງທ້າທາຍໃໝ່ທີ່ຈະຜະເຊີນໃນເວລາກຳອຳນາດທົ່ວປະ ເທດ, ຈຶ່ງໄດ້​ຮຽກ​ຮ້ອ​ງ​ມາ​ຍັງທົ່ວພັກໃນກອງປະຊຸມຄົບຄະນະຄັ້ງທີ 2 ສະໄໝທີ 7 ທີ່ໄຂຂຶ້ນກ່ອນສົງ ຄາມປົດປ່ອຍຈະໄດ້ຮັບໄຊຊະນະໃນທົ່ວປະເທດວ່າ, ຕ້ອງສືບຕໍ່ຮັກສາແບບແຜນທີ່ຖ່ອມຕົວ ສຸຂຸມຮອບຄອບ ບໍ່ອວດອົ່ງ ແລະ ບໍ່ຟ້າວຟັ່ງ, ຕ້ອງສືບຕໍ່ຮັກສາແບບແຜນທີ່ບຸກບືນສູ້ຊົນຢ່າງທໍລະຫົດອົດ ທົນ. ພາຍຫຼັງສະຖາປະນາສປຈີນແລ້ວ, ພັກໄດ້ເຈາະຈົງສະເໜີຫົວຂໍ້ອັນສຳຄັນກ່ຽວກັບການກໍ່ສ້າງພັກພາຍໃຕ້ເງື່ອນໄຂກຳອຳນາດ, ເພີ່ມທະວີການກໍ່ສ້າງພັກ ແລະ ປັບປຸງການນຳພາຂອງພັກໃຫ້ໝັ້ນຄົງຈາກດ້ານແນວຄິດ ການຈັດຕັ້ງ ແລະ ແບບແຜນ. ພັກໄດ້ເພີ່ມທະວີການຮຽນທິດສະດີ ແລະ ການອົບ ຮົມຄວາມຮູ້ຮອບຕົວໃຫ້ແກ່ພະນັກງານ, ຍົກສູງລະດັບການນຳພາຂອງພັກ, ຮຽກຮ້ອງສະມາຊິກທົ່ວພັກ ໂດຍສະເພາະແມ່ນພະນັກງານ​ຂັ້ນສູງຂອງພັກ ຕ້ອງເພີ່ມທະວີຄວາມຮູ້ສຶກຕື່ນຕົວໃນການປົກປັກຮັກສາຄວາມສາມັກຄີ ແລະ ຄວາມເປັນເອກະພາບຂອງພັກ. ພັກໄດ້ດຳເນີນ​ການປັບປຸງແບບແຜນ ແລະ ປັບປຸງພັກ, ເພີ່ມທະວີການສຶກສາ​ອົບ​ຮົມພາຍໃນພັກ, ປັບປຸງການຈັດຕັ້ງຂັ້ນຮາກຖານ, ຍົກສູງ​ເງື່ອນ​ໄຂທີ່ເປັນສະມາຊິກພັກ, ຄັດຄ້ານ​ລັດ​ທິອາດຍາສິດ ລັດທິຄຳສັ່ງ ການຍັກຍອກເອົາເງິນຫຼວງ ແລະ ການຟຸມເຟືອຍ. ພັກມີສະຕິລະວັງຕົວໃນລະດັບສູງ ແລະ ອອກແຮງປ້ອງກັນບໍ່ໃຫ້ສະມາຊິກພັກ ແລະ ພະນັກງານເສຍທາດຂາດຄຸນ, ເດັດດ່ຽວປາບປາມການສໍ້ລາດບັງຫຼວງ. ມາດຕະການທີ່ສຳຄັນເຫຼົ່ານີ້ ໄດ້ເພີ່ມທະວີຄວາມບໍລິສຸດຂອງພັກ ແລະ ຄວາມສາມັກຄີໃນທົ່ວພັກ, ເຮັດໃຫ້ການພົວພັນລະ ຫວ່າງພັກກັບປະຊາຊົນໃກ້ຊິດຍິ່ງຂຶ້ນ, ໄດ້ສະສົມບົດຮຽນເບື້ອງຕົ້ນໃນການກໍ່ສ້າງພັກກຳອຳນາດ.

ໃນໄລຍະນີ້ ສະຫາຍ ເໝົາເຈີຕຸ່ງ ໄດ້ສະເໜີໃຫ້ເອົາຫຼັກມູນພື້ນຖານຂອງລັດທິມາກ-ເລນິນປະສົມປະສານກັບສະພາບຄວາມເປັນຈິງຂອງຈີນ “ຄັ້ງທີ 2”, ຊາວພັກກອມມູນິດຈີນ ທີ່ມີສະຫາຍ ເໝົາເຈີຕຸ່ງ ເປັນຕົວແທນຕົ້ນຕໍ ໄດ້ປະສົມປະສານກັບສະພາບຄວາມເປັນຈິງອັນໃໝ່ ແລ້ວພັດທະນາແນວຄິດເໝົາເຈີຕຸ່ງໃຫ້ອຸດົມສົມບູນຍິ່ງຂຶ້ນ, ໄດ້ສະເໜີແນວຄວາມຄິດທີ່ສຳຄັນຕ່າງໆກ່ຽວກັບການສ້າງສັງຄົມນິຍົມ, ລວມທັງສັງຄົມສັງຄົມນິຍົມແມ່ນໄລຍະປະຫວັດສາດທີ່ຍາວນານຫຼາຍ, ຈຳແນກຢ່າງເຄັ່ງຄັດ ແລະ ແກ້ໄຂຄວາມຂັດແຍ້ງລະຫວ່າງສັດຕູກັບເຮົາ ແລະ ຄວາມຂັດແຍ້ງ ຢູ່ພາຍໃນປະຊາຊົນຢ່າງຖືກຕ້ອງ, ແກ້ໄຂການພົວພັນ 10 ຢ່າງໃນການສ້າງສັງຄົມນິຍົມຂອງປະເທດ​ພວກເຮົາຢ່າງຖືກຕ້ອງ, ເດີນຕາມເສັ້ນ ທາງການຫັນເປັນອຸດສາຫະກຳທີ່ສອດຄ່ອງກັບສະພາບແຫ່ງຊາດຂອງປະເທດ​ພວກເຮົາ, ເຄົາລົບກົດ ເກນຄຸນຄ່າ, ປະຕິບັດທິດທາງ “ຢູ່ຮ່ວມກັນເປັນເວລາຍາວນານ ແລະ ຕິດຕາມກວດກາເຊິ່ງກັນແລະກັນ” ໃນ​ດ້ານການພົວພັນລະຫວ່າງພັກເຮົາກັບພັກຝ່າຍປະຊາທິປະໄຕ, ປະຕິບັດທິດທາງ “ໝູ່ມາລາແຂ່ງຂັນບານ, ໝູ່ນັກປາດແຂ່ງຂັນເວົ້າ”​ ໃນ​ວຽກ​ງານ​ວິ​ທະ​ຍາ​ສາດ​ແລະ​ວັດ​ທະ​ນ​ທຳ ແລະອື່ນໆ. ມາຮອດປັດຈຸບັນ ໝາກຜົນດ້ານທິດສະດີທີ່ມີຫົວຄິດປະດິດສ້າງແຕ່​ຝ່າຍ​ດຽວເຫຼົ່ານີ້ ຍັງມີຄວາມໝາຍຊີ້ນຳທີ່ສຳຄັນ.

ແນວຄິດເໝົາເຈີຕຸ່ງ ແມ່ນການໝູນໃຊ້ ແລະ ການພັດທະນາລັດທິມາກ-ເລນິນຢ່າງມີຫົວຄິດປະ ດິດສ້າງຢູ່ຈີນ, ແມ່ນຫຼັກການທິດສະດີ ແລະ ການສະຫຼຸບບົດຮຽນກ່ຽວກັບການປະຕິວັດ ແລະ ການສ້າງສາປະເທດຈີນທີ່ຖືກພຶດຕິກຳຢັ້ງຢືນແລ້ວວ່າຖືກຕ້ອງ, ແມ່ນການກ້າວກະໂດດຂັ້ນທີ່ຫັນລັດທິມາກໃຫ້ເປັນແບບຈີນຄັ້ງທີໜຶ່ງໃນປະຫວັດສາດ. ວິນຍານທີ່ມີຊີວິດຂອງແນວຄິດເໝົາເຈີຕຸ່ງ ແມ່ນຫຼັກໝັ້ນ ທັດສະນະ ແລະ ວິທີການທີ່ມີຢູ່ໃນພາກສ່ວນຕ່າງໆ ເຊິ່ງສະແດງອອກໃນສາມດ້ານພື້ນຖານ, ຄື: ສະ ແຫວງຫາສັດຈະຈຳຈາກຄວາມເປັນຈິງ ແນວທາງມະຫາຊົນ ແລະ ຄວາມເປັນເອກະລາດເປັນເຈົ້າຕົນເອງ, ເປັນທິດຊີ້ນຳການພັດທະນາພາລະກິດຂອງພັກ ແລະ ປະຊາຊົນຢ່າງມີວິທະຍາສາດ.

​ແຕ່ສິ່ງທີ່ໜ້າເສຍດາຍນັ້ນແມ່ນ, ແນວທາງທີ່ຖືກຕ້ອງທີ່ກຳ​ນົດໃນກອງປະຊຸມໃຫຍ່ຄັ້ງທີ 8 ຂອງພັກ ບໍ່ໄດ້ຖືກຍຶດໝັ້ນຢ່າງຕໍ່ເນື່ອງ ໂດຍໄດ້ເກີດມີຄວາມຜິດພາດຕ່າງໆ, ເຊັ່ນ: ຂະບວນການ “ກ້າວກະໂດດຂັ້ນໃຫຍ່” ຂະບວນການຫັນເປັນສະຫະກອນປະຊາຊົນ ແລະອື່ນໆຕາມລຳດັບ, ການຕໍ່ສູ້ຕ້ານຝ່າຍຂວາກໍໄດ້ຖືກເປີດກວ້າງເກີນຂອບເຂດຢ່າງໜັກໜ່ວງ. ໂດຍຜະເຊີນໜ້າກັບສະພາບແວດລ້ອມພາຍນອກທີ່ຂ້ຽວຂາດ ແລະ ສະຫຼັບສັບຊ້ອນໃນຄາວນັ້ນ, ພັກໄດ້ເອົາໃຈໃສ່ທີ່ສຸດຕໍ່ການປັບປຸງອຳນາດການປົກຄອງສັງຄົມນິຍົມໃຫ້ໝັ້ນຄົງ, ແລະໄດ້ພະຍາຍາມຢ່າງຫຼວງຫຼາຍເພື່ອເລື່ອງນີ້. ແຕ່ວ່າ ຄວາມຜິດພາດຂອງສະຫາຍ ເໝົາເຈີຕຸ່ງ ໃນດ້ານທິດສະດີ ແລະ ພຶດຕິກຳກ່ຽວກັບການຕໍ່ສູ້ລະຫວ່າງຊົນຊັ້ນໃນສັງຄົມສັງຄົມນິຍົມ ນັບມື້ນັບໜັກໜ່ວງ, ສູນກາງພັກບໍ່ໄດ້ແກ້ໄຂຄວາມຜິດພາດເຫຼົ່ານີ້ຢ່າງທັນການ. ສະຫາຍ ເໝົາເຈີຕຸ່ງ ໄດ້ມີການຄາດຄະເນຢ່າງຜິດພາດໝົດ ຕໍ່ກັບສະພາບການຊົນຊັ້ນ ພ້ອມດ້ວຍສະ ພາບການເມືອງຂອງພັກ ແລະ ປະເທດ​ພວກເຮົາໃນເວລານັ້ນ, ຈຶ່ງໄດ້ກໍ່ຂຶ້ນ ແລະ ນຳພາ “ມະຫາປະຕິວັດວັດທະນະທຳ”, ສອງກຸ່ມ​ຕໍ່​ຕ້ານປະຕິວັດຄື: ລິນປ່ຽວ ແລະ ຈ່ຽງຊິ່ງ ໄດ້​ສວຍໃຊ້ຄວາມຜິດພາດຂອງສະຫາຍ ເໝົາເຈີຕຸ່ງ, ດຳເນີນການເຄື່ອນໄຫວຊົ່ວຮ້າຍທີ່ທຳລາຍປະເທດຊາດ ແລະ ປະຊາຊົນຢ່າງຫຼວງຫຼາຍ, ຈົນສ້າງເປັນຄວາມວຸ້ນວາຍພາຍໃນປະເທດເປັນເວລາ 10 ປີ, ຈຶ່ງເຮັດໃຫ້ພັກ ປະເທດ ແລະ ປະຊາຊົນ ໄດ້ປະສົບກັບຄວາມ​ລົ້ມເຫຼວ ແລະ ຄວາມເສຍຫາຍທີ່ໜັກໜ່ວງທີ່ສຸດ ນັບແຕ່ການສະຖາປະນາ ສປ ຈີນເປັນຕົ້ນມາ, ບົດຮຽນທາງລົບນີ້ແມ່ນເຈັບແສບທີ່ສຸດ. ເດືອນຕຸລາ 1976, ກົມການເມືອງສູນກາງພັກໄດ້ປະຕິບັດເຈຕະນາລົມຂອງພັກ ແລະ ປະຊາຊົນ ໂດຍໄດ້ທັບມ້າງ “ກຸ່ມ 4 ຄົນ” ຢ່າງບໍ່ລັ່ງເລໃຈ, ເຮັດໃຫ້ໄພພິບັດ “ມະຫາປະຕິວັດວັດທະນະທຳ” ຄັ້ງນີ້ສິ້ນສຸດລົງ.

ນັບແຕ່ການສະຖາປະນາ ສປ ຈີນຈົນຮອດກ່ອນດຳເນີນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ, ພັກໄດ້ນຳພາປະຊາຊົນສຳເລັດການປະຕິວັດສັງຄົມນິຍົມ, ດັບສູນລະບອບຂູດຮີດທຸກຢ່າງ, ໄດ້ບັນລຸການປ່ຽນແປງສັງຄົມທີ່ກວ້າງຂວາງ ແລະ ເລິກເຊິ່ງທີ່ສຸດໃນປະຫວັດສາດຂອງປະຊາຊາດຈີນ, ໄດ້ບັນລຸການກ້າວກະໂດດຂັ້ນອັນຍິ່ງໃຫຍ່ ຈາກປະເທດໃຫຍ່ຕາເວັນອອກ ທີ່ທຸກຍາກຫຼ້າຫຼັງ ທັງມີປະ ຊາກອນຫຼວງຫຼາຍ ໄປສູ່ສັງຄົມສັງຄົມນິຍົມ. ໃນຂະບວນການຊອກສະແຫວງຫາ, ເຖິງວ່າໄດ້ປະສົບກັບຄວາມ​ລະ​ອິດ​ລະ​ອ້ຽວ ທີ່ໜັກໜ່ວງກໍຕາມ, ແຕ່ໝາກຜົນດ້ານທິດສະດີທີ່ມີຫົວຄິດປະດິດສ້າງ​ແຕ່​ຝ່າຍ​ດຽວ ແລະ ຜົນງານອັນມະຫາສານທີ່ພັກໄດ້ຮັບຈາກການປະຕິວັດ ແລະ ການສ້າງສັງຄົມນິຍົມນັ້ນ ໄດ້ສະໜອງບົດຮຽນອັນປະເສີດ ການກະກຽມດ້ານທິດສະດີ ແລະ ພື້ນຖານດ້ານວັດຖຸໃຫ້ແກ່ການບຸກ ເບີກສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນ​ໄລ​ຍະປະຫວັດສາດໃໝ່.

ດ້ວຍການບຸກບືນສູ້ຊົນທີ່ອົງອາດກ້າຫານ ແລະ ເດັດດ່ຽວໜຽວແໜ້ນ, ພັກກອມມູນິດຈີນ ແລະ ປະຊາຊົນຈີນ ໄດ້ປະກາດຕໍ່ທົ່ວໂລກຢ່າງເຄັ່ງຂຶມວ່າ, ປະຊາຊົນຈີນບໍ່ພຽງແຕ່ຮູ້ວິທີໃນການທຳລາຍໂລກເກົ່າເທົ່ານັ້ນ, ຍັງຮູ້ວິທີໃນການສ້າງໂລກໃໝ່ນຳອີກ, ມີແຕ່ສັງຄົມນິຍົມເທົ່ານັ້ນ ຈຶ່ງສາມາດກູ້ຊາດຈີນໄດ້, ມີແຕ່ສັງຄົມນິຍົມເທົ່ານັ້ນ ຈຶ່ງສາມາດພັດທະນາປະເທດຈີນໄດ້.

 

III ດຳເນີນການປະຕິຮູບ ເປີດປະຕູສູ່ພາຍນອກ ແລະ ການສ້າງສັງຄົມນິຍົມທີ່ທັນສະໄໝ

 

ໃນໄລຍະໃໝ່ແຫ່ງການປະຕິຮູບ ເປີດປະຕູສູ່ພາຍນອກ ແລະ ການສ້າງສັງຄົມນິຍົມທີ່ທັນສະໄໝ, ໜ້າທີ່ຕົ້ນຕໍຂອງພັກກໍຄື: ສືບຕໍ່ຊອກສະແຫວງຫາເສັ້ນທາງທີ່ຖືກຕ້ອງຂອງການສ້າງສັງຄົມນິຍົມຂອງຈີນ, ປົດປ່ອຍ ແລະ ພັດທະນາກຳລັງການຜະລິດ, ເຮັດໃຫ້ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ຮັ່ງມີຂຶ້ນໂດຍໄວ, ສະໜອງການຮັບປະກັນດ້ານໂຄງປະກອບ ທີ່ເຕັມໄປດ້ວຍພະລັງຊີວິດໃໝ່ ແລະ ເງື່ອນໄຂດ້ານວັດຖຸຂອງການພັດທະນາຢ່າງວ່ອງໄວ ໃຫ້ແກ່ການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນຄືນໃໝ່.

ພາຍຫຼັງ “ມະຫາປະຕິວັດວັດທະນະທຳ” ສິ້ນສຸດລົງ, ໃນເວລາອັນສຳຄັນທີ່ພັກ ແລະ ປະເທດຊາດໄດ້ພົບບັນຫາທີ່ວ່າຈະໄປທາງໃດ, ພັກໄດ້ມີຄວາມຮັບຮູ້ຢ່າງເລິກເຊິ່ງວ່າ, ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ແມ່ນທາງອອກພຽງເສັ້ນດຽວ, ຖ້າບໍ່ດັ່ງນັ້ນ, ພາລະກິດສ້າງສາທັນສະໄໝ ແລະ ພາລະກິດການສ້າງສັງຄົມນິຍົມຂອງພວກເຮົາ ກໍຈະຖືກດັບສູນໄປ. ເດືອນທັນວາ 1978, ພັກໄດ້ໄຂກອງປະຊຸມຄົບຄະນະຂອງສູນກາງພັກຄັ້ງທີ 3 ສະໄໝທີ 11, ໂດຍໄດ້ຢຸດຕິ “ການຖືເອົາການຕໍ່ສູ້ຂອງຊົນຊັ້ນເປັນໂຄງການ” ຢ່າງ​ເດັດ​ຂາດ, ໄດ້ບັນລຸການປ່ຽນແປງວຽກງານໃຈກາງຂອງພັກ ແລະ ປະເທດຊາດໃນດ້ານຍຸດທະສາດ, ເລີ່ມຕົ້ນໄລຍະໃໝ່ແຫ່ງການປະຕິຮູບ ເປີດປະຕູສູ່ພາຍນອກ ແລະ ການສ້າງສັງຄົມນິຍົມທີ່ທັນສະໄໝ, ໄດ້ບັນລຸການປ່ຽນແປງທີ່ຍິ່ງໃຫຍ່ທີ່ມີຄວາມໝາຍເລິກເຊິ່ງຍາວໄກໃນປະຫວັດສາດຂອງພັກ ນັບແຕ່ການສະຖາປະນາ ສປ ຈີນເປັນຕົ້ນມາ. ພັກໄດ້ຕັດສິນນະໂຍບາຍອັນສຳຄັນ ຄື ປະຕິເສດ “ມະຫາປະຕິວັດວັດທະນະທຳ” ຢ່າງເຖິງຖອງ. ໃນຮອບ 40 ກວ່າປີຜ່ານມາ ພັກໄດ້ຍຶດໝັ້ນທິດທາງນະໂຍບາຍທີ່ຖືກກຳນົດໃນກອງປະຊຸມຄົບຄະນະຄັ້ງນີ້ຢ່າງສະເໝີຕົ້ນສະເໝີປາຍ.

ພາຍຫຼັງກອງປະຊຸມຄົບຄະນະຂອງສູນກາງພັກຄັ້ງທີ 3 ສະໄໝທີ 11, ຊາວພັກກອມມູນິດຈີນທີ່ມີສະຫາຍ ເຕີ້ງສຽວພິງ ເປັນຕົວແທນຕົ້ນຕໍ ໄດ້ສາມັກຄີ ແລະ ນຳພາທົ່ວ​ພັກ ແລະ ປະຊາຊົນບັນດາ ເຜົ່າທົ່ວປະເທດຈີນ ສະຫຼຸບບົດຮຽນທາງບວກ ແລະ ທາງລົບ ນັບແຕ່ສ້າງຕັ້ງ ສປ ຈີນເປັນຕົ້ນມາຢ່າງເລິກເຊິ່ງ, ໂດຍປິ່ນອ້ອມບັນຫາພື້ນຖານທີ່ວ່າ ສັງຄົມນິຍົມແມ່ນຫຍັງ ແລະ ຈະສ້າງສັງຄົມນິຍົມແນວ ໃດ, ໄດ້ຖອດຖອນບົດຮຽນປະຫວັດສາດຂອງສັງຄົມນິຍົມໃນໂລກ, ປະດິດສ້າງທິດສະດີເຕີ້ງສຽວພິງ, ໄດ້ປົດປ່ອຍແນວຄິດ, ສະແຫວງຫາສັດຈະທຳຈາກຄວາມເປັນຈິງ, ໄດ້ຈັດວາງນະໂຍບາຍທີ່ມີລັກສະ ນະປະຫວັດສາດ ຄື: ປ່ຽນວຽກງານໃຈກາງຂອງພັກ ແລະ ປະເທດຊາດມາສູ່ການສ້າງເສດຖະກິດ ທັງດຳເນີນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ, ໄດ້ຊີ້ໃຫ້ເຫັນທາດແທ້ຂອງສັງຄົມນິຍົມຢ່າງເລິກ ເຊິ່ງ, ກຳນົດແນວທາງພື້ນຖານໃນໄລຍະຕົ້ນຂອງສັງຄົມນິຍົມ, ໄດ້ສະເໜີອອກຢ່າງຈະ ແຈ້ງວ່າ ຈະເດີນຕາມເສັ້ນທາງຂອງຕົນ ແລະ ສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ໄດ້ຕອບບັນ ຫາພື້ນຖານຕ່າງໆ ກ່ຽວກັບການສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ​ ຕາມຫຼັກວິທະຍາສາດ, ໄດ້ກຳນົດຍຸດທະສາດການພັດທະນາ ເພື່ອບັນລຸການຫັນເປັນທັນສະໄໝຂອງສັງຄົມນິຍົມ ໂດຍພື້ນຖານ ໂດຍແບ່ງເປັນສາມບາດກ້າວ ນັບແຕ່ເວລານັ້ນຈົນຮອດກາງສະຕະວັດທີ 21, ໄດ້ບຸກ​ເບີກສັງຄົມນິຍົມທີ່ມີສີສັນພິເສດຂອງຈີນຢ່າງສຳເລັດຜົນ.

ພາຍຫຼັງກອງປະຊຸມຄົບຄະນະຂອງສູນກາງພັກຄັ້ງທີ 4 ສະໄໝທີ 13, ຊາວພັກກອມມູນິດຈີນທີ່ມີສະຫາຍ ຈ່ຽງເຈີມິນ ເປັນຕົວແທນຕົ້ນຕໍ ໄດ້ສາມັກຄີ ແລະ ນຳພາທົ່ວ​ພັກ ແລະ ປະຊາຊົນບັນດາເຜົ່າທົ່ວປະເທດ ຍຶດໝັ້ນທິດສະດີພື້ນຖານ ແລະ ແນວທາງພື້ນຖານຂອງພັກ, ໄດ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງກວ່າເກົ່າຕໍ່ກັບບັນຫາທີ່ວ່າ ສັງຄົມນິຍົມແມ່ນຫຍັງ? ຈະສ້າງສັງຄົມນິຍົມແນວໃດ? ຈະສ້າງພັກໃຫ້ເປັນພັກແບບໃດ? ແລະຈະສ້າງພັກແນວໃດ? ໄດ້ກາຍ ເປັນແນວຄິດສຳຄັນ “3 ຕົວແທນ”, ເມື່ອຜະເຊີນກັບການທົດສອບອັນຂ້ຽວຂາດ ຍ້ອນສະພາບການຢູ່ພາຍໃນ ແລະ ຕ່າງປະເທດ ມີຄວາມສະ ຫຼັບສັບຊ້ອນທີ່ສຸດ ແລະ ສັງຄົມນິຍົມໃນໂລກໄດ້ປາກົດມີຄວາມຄົດລ້ຽວຢ່າງໜັກໜ່ວງນັ້ນ, ໄດ້ປົກປ້ອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ໄດ້ວາງເປົ້າໝາຍດ້ານການປະຕິຮູບ ແລະ ໄດ້ສ້າງໂຄງຮ່າງພື້ນຖານກ່ຽວກັບໂຄງປະກອບເສດຖະກິດຕະຫຼາດສັງຄົມນິຍົມ, ໄດ້ກຳນົດລະບອບເສດຖະກິດພື້ນຖານ ທີ່ຖືລະບອບກຳມະສິດສ່ວນລວມເປັນຫຼັກ ທັງພັດທະນາເສດຖະກິດໃນລະບອບກຳມະສິດຫຼາຍຊະນິດຮ່ວມກັນໃນໄລຍະຕົ້ນຂອງສັງຄົມນິຍົມ ພ້ອມດ້ວຍລະ ບຽບການແບ່ງປັນທີ່ຖືການແບ່ງປັນຕາມແຮງງານເປັນຫຼັກ ທັງມີຮູບການແບ່ງປັນຫຼາຍຊະນິດຮ່ວມກັນ, ໄດ້ສ້າງສະພາບການໃໝ່ແຫ່ງການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຢ່າງຮອບດ້ານ, ຊຸກຍູ້ໂຄງການຍິ່ງໃຫຍ່ອັນໃໝ່ຂອງການກໍ່ສ້າງພັກ, ແລະໄດ້ຊຸກຍູ້ສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃຫ້ກ້າວໄປສູ່ສະຕະວັດທີີ 21 ຢ່າງສຳ ເລັດຜົນ.

ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ 16 ຂອງພັກ, ຊາວພັກກອມມູນິດຈີນທີ່ມີສະຫາຍ ຮູຈິນທ່າວ ເປັນຕົວແທນຕົ້ນຕໍ ໄດ້ສາມັກຄີ ແລະ ນຳພາ​ທົ່ວ​ພັກ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດ ຊຸກຍູ້ການປະດິດສ້າງພຶດຕິກຳໃໝ່ ປະດິດສ້າງທິດສະດີໃໝ່ ແລະ ປະດິດສ້າງລະບຽບການໃໝ່ໃນຂະບວນການຊຸກຍູ້ການສ້າງສັງຄົມທີ່ອີ່ມໜຳສຳລານຢ່າງຮອບດ້ານ, ໄດ້ຮັບຮູ້ຢ່າງເລິກເຊິ່ງ ແລະ ຕອບບັນຫາທີ່ສຳຄັນຕ່າງໆ ເຊັ່ນ: ຄວນບັນລຸການພັດທະນາແບບໃດ ແລະ ຈະພັດທະນາແນວໃດ ພາຍໃຕ້ສະພາບການໃໝ່, ເຊິ່ງໄດ້ກາຍເປັນທັດສະນະການພັດທະນາຕາມຫຼັກວິທະຍາສາດ, ໄດ້ກຳແໜ້ນໄລຍະໂອ ກາດທາງຍຸດທະສາດ, ສຸມຈິດສຸມໃຈດຳເນີນການກໍ່ສ້າງ, ສະແຫວງຫາການພັດທະນາຢ່າງຕັ້ງອົກຕັ້ງ ໃຈ, ໄດ້ກ່າວເນັ້ນໜັກເຖິງການຍຶດໝັ້ນຖືຄົນເປັນກົກ ແລະ ການພັດທະນາແບບຍືນຍົງທີ່ປະສານກົມ ກຽວກັນຢ່າງຮອບດ້ານ, ສຸມໃສ່ຮັບປະກັນ ແລະ ປັບປຸງຊີ ວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຊຸກ ຍູ້ຄວາມຍຸຕິທຳ ແລະ ຄວາມເປັນທຳທາງສັງຄົມ, ຊຸກຍູ້ການສ້າງຄວາມສາມາດການກຳອຳນາດ ແລະ ລັກສະນະກ້າວໜ້າຂອງພັກ, ໄດ້ຍຶດໝັ້ນ ແລະ ພັດທະນາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນພາຍໃຕ້ສະພາບການໃໝ່ຢ່າງສຳເລັດຜົນ.

ເພື່ອຊຸກຍູ້ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກໃຫ້ກ້າວໄປໜ້າ, ພັກໄດ້ກຳນົດແນວທາງດ້ານແນວຄິດ ດ້ານການເມືອງ ແລະ ດ້ານການຈັດຕັ້ງຂອງລັດທິມາກຄືນໃໝ່, ຢັບຢັ້ງທິດທາງອັນຜິດ ພາດ “ທະ​ແນມ​ແຕ່ 2 ຢ່າງ” ຢ່າງເຖິງຖອງ, ທັງໄດ້ຕີລາຄາຢ່າງຖືກຕ້ອງຕໍ່ກັບຖານະໃນປະຫວັດສາດຂອງສະຫາຍ ເໝົາເຈີຕຸ່ງ ແລະ ລະບົບວິທະຍາສາດຂອງແນວຄິດເໝົາເຈີຕຸ່ງ. ພັກໄດ້ໃຫ້ຄວາມກະຈ່າງແຈ້ງວ່າ, ຄວາມຂັດແຍງຕົ້ນຕໍໃນສັງຄົມປະເທດພວກເຮົາ ແມ່ນຄວາມຂັດແຍງລະຫວ່າງຄວາມຕ້ອງ ການທາງດ້ານວັດຖຸ ແລະ ວັດທະນະທຳທີ່ນັບມື້ນັບເພີ່ມຂຶ້ນຂອງປະຊາຊົນ ກັບ ການຜະລິດທາງສັງ ຄົມທີ່ຫຼ້າຫຼັງ, ການແກ້ໄຂຄວາມຂັດແຍ້ງຕົ້ນຕໍນີ້ ກໍແມ່ນໜ້າທີ່ໃຈກາງຂອງພວກເຮົາ, ທັງໄດ້ສະເໜີເປົ້າໝາຍການສ້າງສັງຄົມທີ່ອີ່ມໜຳສຳລານ. ພັກໄດ້ຟື້ນຟູນ ແລະ ຈັດວາງນະໂຍບາຍທີ່ຖືກຕ້ອງຕ່າງໆໃນວຽກງານດ້ານຕ່າງໆ ເພື່ອປັບປຸງເສດຖະກິດແຫ່ງຊາດ. ພັກໄດ້ນຳພາການຟື້ນຟູຄວາມເປັນລະບຽບຮຽບຮ້ອຍໃນດ້ານແນວຄິດ ການເມືອງ ການຈັດຕັ້ງ ແລະ ຂົງເຂດອື່ນໆຢ່າງຮອບດ້ານ, ແກ້ໄຂຄະດີຜິດພາດຫຼາຍໆຄະດີ ແລະ ປັບປຸງການພົວພັນທາງສັງຄົມ. ພັກໄດ້ຮ່າງ “ມະຕິກ່ຽວກັບບາງບັນຫາປະຫວັດສາດຂອງພັກນັບແຕ່ການສະຖາປະນາປະເທດເປັນຕົ້ນມາ” ເຊິ່ງເປັນສັນຍະລັກສະແດງໃຫ້ເຫັນວ່າ ການຟື້ນຟູຄວາມເປັນລະບຽບຮຽບຮ້ອຍໃນດ້ານແນວຄິດຊີ້ນຳຂອງພັກ ໄດ້ເຮັດສຳເລັດຢ່າງ​ມີ​ໄຊແລ້ວ.

ພັກໄດ້ຮັບຮູ້ຢ່າງເລິກເຊິ່ງວ່າ, ຖ້າຢາກບຸກເບີກສະພາບການໃໝ່ແຫ່ງການປະຕິຮູບ ເປີດປະຕູສູ່ພາຍນອກ ແລະ ສ້າງສັງຄົມນິຍົມທີ່ທັນສະໄໝ, ຕ້ອງຊີ້ນຳການພັດທະນາພາລະກິດດ້ວຍການປະດິດສ້າງໃໝ່ໃນດ້ານທິດສະດີ. ສະຫາຍ ເຕີ້ງສຽວພິງ ໄດ້ຊີ້ໃຫ້ເຫັນວ່າ, ຖ້າວ່າພັກໜຶ່ງ, ປະເທດໜຶ່ງ ຫຼື ຊົນຊາດໜຶ່ງ ທຸກສິ່ງທຸກຢ່າງກໍເລີ່ມຈາກປຶ້ມຕຳລາ, ມີແນວຄິດແຂງ​ກະ​ດ້າງ, ມີຄວາມເຊື່ອຖືງົມງວາຍຫຼາຍ, ມັນກໍບໍ່ສາມາດກ້າວໄປໜ້າໄດ້, ຄວາມມີຊີວິດຊີວາຂອງມັນກໍຢຸດເຊົາແລ້ວ, ພັກ ແລະ ປະເທດກໍຈະ​​ດັບສູນໄປ. ພັກໄດ້ນຳພາ ແລະ ສະໜັບສະໜູນການດຳເນີນການປຶກສາຫາລືຢ່າງໃຫຍ່ກ່ຽວກັບມາດ ຕະຖານຂອງສັດຈະທຳ, ໂດຍເລີ່ມຈາກພຶດຕິກຳໃໝ່ ແລະ ຈຸດພິເສດຂອງຍຸກສະໄໝ, ພັກໄດ້ຍຶດໝັ້ນ ແລະ ພັດທະນາລັດທິມາກ, ໄດ້ຕອບບັນຫາພື້ນຖານຕ່າງໆຢ່າງ​ມີ​ວິ​ທະ​ຍາ​ສາດ ກ່ຽວກັບການສ້າງສັງ ຄົມນິຍົມທີ່ມີສີສັນພິເສດຂອງຈີນ ເຊັ່ນ: ເສັ້ນທາງພັດທະນາ, ໄລຍະການພັດທະນາ, ໜ້າທີ່ພື້ນຖານ, ພະລັງແຮງການພັດທະນາ, ຍຸດທະສາດການພັດທະນາ, ການຮັບປະກັນດ້ານການເມືອງ, ການທ້ອນ ໂຮມປະເທດຊາດເຂົ້າເປັນເອກະພາບກັນ, ຍຸດທະສາດການຕ່າງປະເທດ ແລະ ສາກົນ, ພະລັງແຮງການຊີ້ນຳນຳພາ, ກຳລັງແຮງທີ່ຕ້ອງເພິ່ງພາອາໄສ ແລະອື່ນໆ, ໄດ້ກາຍເປັນລະບົບທິດສະດີສັງຄົມນິ ຍົມທີ່ມີສີສັນພິເສດຂອງຈີນ, ໄດ້ບັນລຸການກ້າວກະໂດດຂັ້ນຄັ້ງໃໝ່ໃນການຫັນລັດທິມາກໃຫ້ເປັນແບບຈີນ.

ໂດຍອີງຕາມການພັດທະນາ ແລະ ການປ່ຽນແປງຂອງສະພາບການຢູ່ພາຍໃນປະເທດ ແລະສາ ກົນ ແລະ ເລີ່ມຈາກຄວາມຮຽກຮ້ອງຕ້ອງການໃໝ່ໃນການພັດທະນາຂອງປະເທດ​ພວກເຮົາ, ກອງປະ ຊຸມໃຫຍ່ຂອງພັກຄັ້ງທີ 12 ຄັ້ງທີ 13 ຄັ້ງທີ 14 ຄັ້ງທີ 15 ຄັ້ງທີ 16 ແລະ ຄັ້ງທີ 17 ໄດ້ສືບຕໍ່ວາງແຜນການຢ່າງຮອບດ້ານກ່ຽວກັບການຊຸກຍູ້ການປະຕິຮູບ ເປີດປະຕູສູ່ພາຍນອກ ແລະ ການສ້າງຄົມນິຍົມທີ່ທັນສະໄໝ, ທັງໄດ້ໄຂກອງປະຊຸມຄົບຄະນະຂອງສູນກາງພັກຫຼາຍຄັ້ງ ເພື່ອຄົ້ນຄວ້າ ແລະ ຈັດວາງວຽກງານສຳຄັນໃນດ້ານການປະຕິຮູບ ການພັດທະນາ ແລະ ການຮັກສາຄວາມສະຫງົບໂດຍສະເພາະ. ການປະຕິຮູບຂອງປະເທດ​ພວກເຮົາ ໄດ້ຮັບການບຸກທະລຸກ່ອນ ໃນການປະຕິບັດລະບຽບການຮັບຜິດຊອບການຮັບເໝົາທີ່ດິນເປັນລາຍຄອບຄົວຢູ່ຊົນນະບົດ, ຄ່ອຍໆຫັນໄປສູ່ການປະຕິຮູບໂຄງປະກອບເສດຖະກິດໃນຕົວເມືອງ ພ້ອມທັງດຳເນີນໄປຢ່າງຮອບດ້ານ, ໄດ້ກຳນົດທິດທາງການປະຕິຮູບ ຄື: ສ້າງເສດຖະກິດຕະຫຼາດສັງຄົມນິຍົມ, ເສີມຂະຫຍາຍບົດບາດທີ່ເປັນພື້ນຖານຂອງຕະຫຼາດໃນການຈັດສັນຊັບພະຍາກອນໃຫ້ຫຼາຍກວ່າເກົ່າໃນຂອບເຂດກວ້າງກວ່າເກົ່າ, ຍຶດໝັ້ນ ແລະ ປັບປຸງລະບອບເສດຖະກິດ ແລະ ລະບອບການແບ່ງປັນອັນພື້ນຖານໃຫ້ສົມບູນແບບ. ພັກໄດ້ຊຸກຍູ້ການປະຕິຮູບໂຄງປະກອບເສດຖະກິດຢ່າງເດັດດ່ຽວ, ຂະນະດຽວກັນນັ້ນ ກໍໄດ້ດຳເນີນການປະຕິຮູບໃນຂົງເຂດການເມືອງ ວັດທະນະທຳ ສັງຄົມ ແລະ ຂົງເຂດອື່ນໆ, ຊຸກຍູ້ການປະຕິຮູບລະບຽບການກໍ່ສ້າງພັກ, ສ້າງ ແລະ ພັດທະນາໂຄງປະກອບ ແລະ ກົນໄກທີ່ສອດຄ່ອງກັບສະພາບແຫ່ງຊາດຂອງຈີນໃນຍຸກປັດຈຸບັນ ທັງເຕັມໄປດ້ວຍຄວາມມີຊີວິດຊີວາ ແລະ ພະລັງຊີວິດນັ້ນຢ່າງບໍ່​ຢຸດ​ຢັ້ງ. ພັກໄດ້ກຳນົດເອົາການເປີດປະຕູສູ່ພາຍນອກ ເປັນນະໂຍບາຍພື້ນຖານຂອງຊາດ, ຈາກການສ້າງເຂດເສດ ຖະກິດພິເສດຕ່າງໆ ເຊັ່ນ: ເຊີ່ນເຈີ້ນເປັນຕົ້ນ, ການພັດທະນາ ແລະ ເປີດປະຕູເຂດຜູຕົ່ງ, ຊຸກຍູ້ການເປີດປະຕູຂອງຕົວເມືອງຢູ່ແຄມທະເລ ​ແຄມຊາຍແດນ ແຄມແມ່ນ້ຳ ແຄມທາງລົດໄຟ​ຄວາມ​ໄວ​ສູງ-​ທາງ​ດ່ວນ ແລະ ຕົວເມືອງໃຈກາງຢູ່ໃນແຜ່ນດິນໃຫຍ່ ຈົນຮອດການເຂົ້າຮ່ວມອົງການການຄ້າໂລກ, ຈາກ “ການນຳເຂົ້າ” ຈົນຮອດ “ການໄປຕ່າງປະເທດ”, ນຳໃຊ້ສອງຕະຫຼາດ ແລະ ສອງຊັບພະຍາ ກອນຢູ່ສາກົນ ແລະ ພາຍໃນປະເທດຢ່າງເຕັມສ່ວນ. ເມື່ອໄດ້ຊຸກຍູ້ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຢ່າງຕໍ່ເນື່ອງ, ປະ ເທດ​ພວກເຮົາໄດ້ບັນລຸການຫັນປ່ຽນຄັ້ງປະຫວັດສາດ ຈາກໂຄງປະກອບເສດຖະກິດແຜນການ ທີ່ໂຮມສູນໃນລະດັບສູງ ໄປສູ່ໂຄງປະກອບເສດຖະກິດຕະຫຼາດສັງຄົມນິຍົມ ແລະ ຈາກການປິດປະຕູເຄິ່ງປິດປະຕູ ໄປສູ່ການເປີດປະຕູຢ່າງຮອບດ້ານ.

ເພື່ອເລັ່ງລັດຊຸກຍູ້ສັງຄົມນິຍົມໃຫ້ຫັນເປັນທັນສະໄໝ, ພັກໄດ້ນຳພາປະຊາຊົນດຳເນີນການສ້າງເສດຖະກິດ ການເມືອງ ວັດທະນະທຳ ແລະ ສັງຄົມ, ໂດຍໄດ້ຮັບຜົນງານທີ່ໃຫຍ່ຫຼວງຕ່າງໆ. ພັກໄດ້ຍຶດໝັ້ນຖືເອົາການສ້າງເສດຖະກິດເປັນວຽກງານໃຈກາງ, ຍຶດໝັ້ນໃນຄວາມຄິດທີ່ວ່່າ ການພັດທະນາແມ່ນສັດຈະທຳອັນທ່ຽງແທ້, ສະເໜີອອກມາວ່າ ວິທະຍາສາດ-ເຕັກໂນໂລຊີແມ່ນກຳລັງການຜະລິດທີໜຶ່ງ, ປະຕິບັດຍຸດທະສາດອັນສຳຄັນຕ່າງໆ, ເຊັ່ນ: ສ້າງປະເທດໃຫ້ຈະເລີນດ້ວຍວິທະຍາສາດ-ການສຶກສາ ການພັດທະນາແບບຍືນຍົງ ສ້າງປະເທດໃຫ້ເຂັ້ມແຂງດ້ວຍຜູ້ມີຄວາມຮູ້ຄວາມສາມາດ ແລະອື່ນໆ, ຊຸກຍູ້ການພັດທະນາພາກຕາເວັນຕົກຢ່າງຂະໜາດໃຫຍ່, ສ້າງຖານອຸດສາຫະກຳ ເຊັ່ນ: ພາກພື້ນຕາເວັນອອກສຽງເໜືອເປັນຕົ້ນໃຫ້ຈະເລີນຂຶ້ນ, ຊຸກຍູ້ການພັດທະນາພາກກາງ, ສະໜັບສະໜູນການນຳໜ້າພັດທະນາຂອງເຂດພາກຕາເວັນອອກ, ຊຸກຍູ້ການພັດທະນາຢ່າງກົມກຽວກັນ ລະ ຫວ່າງຕົວເມືອງກັບຊົນນະບົດ ແລະ ລະຫວ່າງເຂດແຄວ້ນຕ່າງໆ, ຊຸກຍູ້ການປະຕິຮູບ ແລະ ການພັດທະນາລັດວິສາຫະກິດ, ສົ່ງເສີມ ແລະ ສະໜັບສະໜູນການພັດທະນາເສດຖະກິດທີ່ບໍ່ແມ່ນກຳມະ ສິດສ່ວນລວມ, ເລັ່ງລັດຫັນປ່ຽນຮູບການພັດທະນາເສດຖະກິດໃຫ້ໄວຂຶ້ນ, ເພີ່ມທະວີການອະນຸລັກສິ່ງ ແວດລ້ອມນິ​ເວດ, ຊຸກຍູ້ການພັດທະນາເສດຖະກິດຢ່າງຕໍ່ເນື່ອງ ແລະ ວ່ອງໄວ, ກຳລັງ​ແຮງ​ສັງ​ລວມ​ຂອງຊາດ ຈຶ່ງໄດ້ຍົກສູງຂຶ້ນຢ່າງຫຼວງຫຼາຍ. ພັກໄດ້ຍຶດໝັ້ນການເປັນເອກະພາບກັນ​ແບ​ບ​ກາຍ​ອິນ​ຊີລະຫວ່າງການນຳພາຂອງພັກ ປະຊາຊົນເປັນເຈົ້າຂອງປະເທດຊາດ ແລະ ການປົກຄອງປະເທດຕາມກົດໝາຍ, ພັດທະນາການ​ເມືອງປະຊາທິປະໄຕສັງຄົມນິຍົມ, ສ້າງຄວາມສິວິໄລດ້ານການເມືອງຂອງສັງຄົມນິຍົມ, ຊຸກຍູ້ການປະຕິຮູບໂຄງປະກອບການເມືອງຢ່າງຕັ້ງໜ້າ ແລະ ໝັ້ນທ່ຽງ, ຍຶດໝັ້ນການປະສົມປະສານກັນລະຫວ່າງການປົກຄອງປະເທດດ້ວຍກົດໝາຍ ແລະ ການປົກຄອງປະເທດດ້ວຍຄຸນນະທຳ, ສ້າງລັດຖະທຳມະນູນສະບັບໃໝ່, ສ້າງປະເທດສັງຄົມນິຍົມທີ່ປົກຄອງດ້ວຍກົດໝາຍ, ສ້າງໃຫ້ມີລະບົບກົດໝາຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ເຄົາລົບ ແລະ ປົກປ້ອງສິດທິມະນຸດ, ປັບປຸງ ແລະ ພັດທະນາແນວໂຮມເອກະພາບຮັກຊາດທີ່ກວ້າງຂວາງທີ່ສຸດໃຫ້ໝັ້ນຄົງຍິ່ງຂຶ້ນ. ພັກໄດ້ເພີ່ມທະວີການສຶກສາ​ອົບ​ຮົມໃນດ້ານອຸດົມການ ແລະ ການເຊື່ອຖື, ຊຸກຍູ້ການສ້າງລະບົບຄ່ານິຍົມຕົ້ນ ຕໍຂອງສັງຄົມນິຍົມ, ສ້າງຄວາມສິວິໄລດ້ານຈິດໃຈຂອງສັງຄົມນິຍົມ, ພັດທະນາວັດທະນະທຳທີ່ກ້າວໜ້າຂອງສັງຄົມນິຍົມ, ຊຸກຍູ້ວັດທະນະທຳຂອງສັງຄົມນິຍົມໃຫ້ມີການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຢ່າງຂະໜາດໃຫຍ່. ພັກໄດ້ເລັ່ງລັດຊຸກຍູ້ການສ້າງສັງຄົມທີ່ຖືການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນນັ້ນເປັນວຽກງານຈຸດໜັກ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຍົກເລີກອາກອນກະສິກຳ, ຊຸກຍູ້ໃຫ້ນັກຮຽນນັກສຶກສາສາມາດໄດ້ຮັບການສິດການສອນທີ່ດີ, ຊາວຜູ້ອອກແຮງງານສາມາດມີລາຍຮັບໄດ້ເທົ່າທີ່ຄວນ, ຄົນເຈັບສາມາດໄດ້ຮັບການປິ່ນປົວທີ່ດີິ, ຜູ້ອາຍຸສູງສາມາດໄດ້ຮັບການລ້ຽງດູທີ່ດີ, ປະຊາຊົນສາມາດມີເຮືອນຂອງຕົນໄດ້, ຊຸກຍູ້ໃຫ້ສັງຄົມມີຄວາມປອງດອງກົມກຽວກັນ ແລະ ຄວາມສະຫງົບ. ພັກໄດ້ວາງເປົ້າໝາຍລວມທີ່ສ້າງກອງທັບປະຕິວັດທີ່ທັນສະ​ໄໝ ເປັນລະບຽບແບບແຜນ ແລະ ເຂັ້ມແຂງ, ກຳນົດຈຸດພື້ນຖານຂອງການກະກຽມການຕໍ່ສູ້ທາງການທະຫານຄື ເອົາຊະນະສົງຄາມພາກພື້ນ ພາຍໃຕ້ເງື່ອນໄຂ​ເຕັກ​ໂນ​ໂລ​ຊີຂໍ້ມູນຂ່າວສານ, ຊຸກຍູ້ການປ່ຽນ​ແປງດ້ານການທະຫານທີ່ມີສີສັນພິເສດຂອງຈີນ, ເດີນຕາມເສັ້ນທາງການຫຼຸດກຳລັງຮົບທີ່ມີສີສັນພິເສດຂອງຈີນ.

ໂດຍຜະເຊີນໜ້າກັບສະພາບການສາກົນທີ່​ມີ​ການ​ຜັນ​ແປ​ຢ່າງ​ສະຫຼັບ​ສັ​ບ​ຊ້ອນ, ພັກໄດ້ຍຶດໝັ້ນ 4 ຫຼັກການພື້ນຖານຢ່າງບໍ່ຫວັ່ນໄຫວຄອນແຄນແມ່ນແຕ່ໜ້ອຍດຽວ, ເດັດດ່ຽວກຳຈັດສິ່ງລົບກວນຊະນິດຕ່າງໆ, ຮັບມືກັບຄວາມສ່ຽງ ແລະ ການທົດສອບຕ່າງໆທີ່ກະທົບເຖິງພາກສ່ວນລວມແຫ່ງການປະຕິຮູບ ການພັດທະນາ ແລະ ການຮັກສາຄວາມສະຫງົບຂອງປະເທດພວກເຮົານັ້ນຢ່າງທຸ່ນທ່ຽງ. ເມື່ອທ້າຍຊຸມປີ 1980 ຮອດຕົ້ນຊຸມປີ 1990, ສະຫະພາບໂຊວຽດໄດ້ແຕກສະຫຼາຍ, ບັນດາປະເທດເອີລົບຕາເວັນອອກໄດ້ເກີດການປ່ຽນແປງຢ່າງໄວພະລັນ. ເນື່ອງຈາກການສະໜັບສະໜູນ ແລະ ການປຸກປັ່ນຂອງອິດທິກຳລັງປໍລະປັກທີ່ຕ້ານກອມມູນິດຕ້ານສັງຄົມນິຍົມໃນສາກົນ, ສະພາບແວດລ້ອມໃຫຍ່​ໃນສາກົນ ແລະ ສະພາບແວດລ້ອມນ້ອຍພາຍໃນປະເທດ ໄດ້ເຮັດໃຫ້ເກີດຄວາມປັ່ນປ່ວນດ້ານການ ເມືອງທີ່ໜັກໜ່ວງຂຶ້ນຢູ່ປະເທດພວກເຮົາ ໃນລະຫວ່າງລະດູໃບໄມ້ປົ່ງຮອດລະດູຮ້ອນຂອງປີ 1989. ພັກ ແລະ ລັດໄດ້ອາໄສປະຊາຊົນ, ຊູຄັນທຸງທີ່ຄັດຄ້ານຄວາມປັ່ນປ່ວນຢ່າງຊັດເຈນ, ໄດ້ປົກປ້ອງອຳນາດການປົກຄອງຂອງປະເທດສັງຄົມນິຍົມ ແລະ ໄດ້ປົກປັກຮັກສາຜົນປະໂຫຍດພື້ນຖານຂອງປະຊາຊົນ. ພັກໄດ້ນຳພາປະຊາຊົນຮັບມືກັບວິກິດການການເງິນຂອງອາຊີ ວິກິດການການເງິນຂອງໂລກ ແລະ ຄວາມສ່ຽງດ້ານເສດຖະກິດອື່ນໆຢ່າງສຳເລັດຜົນ, ໄດ້ຈັດງານມະຫາກຳກິລາໂອລິມປິກ ແລະ ງານມະຫາກຳກິລາໂອລິມປິກຄົນພິການປັກກິ່ງ 2008 ຢ່າງສຳເລັດຜົນ, ເອົາຊະນະໄພນ້ຳຖ້ວມອັນຮ້າຍແຮງຢູ່ລຸ່ມແມ່ນ້ຳຢາງຊີກຽງ ແມ່ນ້ຳເນີ້ນຈ່ຽງ ແລະ ແມ່ນ້ຳຊົ່ງຮົ່ວ ພ້ອມດ້ວຍໄພແຜ່ນດິນໄຫວທີ່ຮ້າຍແຮງທີ່ສຸດຢູ່ເມືອງເວີ້ນຊ່ວນ ແລະ ໄພທຳມະຊາດຄັ້ງອື່ນໆ, ເອົາຊະນະສະພາບການແຜ່ລະ ບາດຂອງພະຍາດຊາສ໌, ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມສາມາດຂອງພັກໃນການຕ້ານຄວາມສ່ຽງ ແລະ ຄວບຄຸມສະພາບທີ່ສະຫຼັບສັບຊ້ອນ.

ພັກໄດ້ຖືເອົາການທ້ອນໂຮມປະເທດຊາດເຂົ້າເປັນເອກະພາບກັນ ເປັນໜ້າທີ່ອັນໜັກໜາໃນປະ ຫວັດສາດ, ໄດ້ສຸມຄວາມພະຍາຍາມຢ່າງບໍ່ລົດລະເພື່ອເລື່ອງນີ້. ສະຫາຍ ເຕີ້ງສຽວພິງ ໄດ້ສະເໜີໂຄງຄວາມຄິດ “ປະເທດດຽວສອງລະບອບ” ຢ່າງມີວິທະຍາສາດ ແລະ ມີຫົວຄິດປະດິດສ້າງ, ໂດຍໄດ້ບຸກເບີກຊ່ອງທາງໃໝ່ໃນການບັນລຸການທ້ອນໂຮມປະເທດຊາດເຂົ້າເປັນເອກະພາບກັນ ດ້ວຍສັນ ຕິວິທີ. ເມື່ອໄດ້ປະຕິບັດງານ ແລະ ທຳການຕໍ່ສູ້ຢ່າງລຳບາກໜັກໜາ, ລັດຖະບານຂອງປະເທດພວກເຮົາໄດ້ຟື້ນຟູການໃຊ້ສິດອະທິປະໄຕເໜືອຮົງກົງ ແລະ ມາກາວຕາມລຳດັບ, ອັນເປັນການລຶບລ້າງຄວາມອັບປະຍົດຂອງປະຊາຊາດຈີນໃນຮອບ 100 ປີຜ່ານມາ. ພາຍຫຼັງຮົງກົງ ແລະ ມາກາວກັບຄືນສູ່ປະເທດຊາດແລ້ວ, ລັດຖະບານກາງໄດ້ປະຕິບັດຕາມລັດຖະທຳມະນູນ ແລະ ກົດໝາຍພື້ນຖານຂອງເຂດບໍລິຫານພິເສດຢ່າງເຄັ່ງຄັດ ໂດຍໄດ້ຮັກສາຄວາມຈະເລີນຮຸ່ງເຮືອງ ແລະ ສະຖຽນລະພາບຂອງຮົງກົງ ແລະ ມາກາວເປັນເວລາຍາວນານ. ພັກໄດ້ກຳແໜ້ນພາກສ່ວນໃຫຍ່ແຫ່ງການແກ້ໄຂບັນ ຫາໄຕ້ຫວັນ, ກຳນົດທິດທາງພື້ນຖານທີ່ວ່າ “ໂຮມເປັນເອກະພາບກັນໂດຍສັນຕິ, ປະເທດດຽວສອງລະບອບ”, ຊຸກຍູ້ໃຫ້ສອງຝັ່ງຊ່ອງແຄບໄດ້ບັນລຸ “ຄວາມຮັບຮູ້ທີ່ເປັນເອກະພາບກັນ 1992” ທີ່ສະແດງໃຫ້ເຫັນເຖິງຫຼັກການປະເທດຈີນດຽວ, ຊຸກຍູ້ໃຫ້ສອງຝັ່ງດຳເນີນການປຶກສາຫາລື ແລະ ເຈລະຈາກັນ, ບັນລຸ “ການຕິດຕໍ່ກັນໃນ 3 ດ້ານ” ໂດຍກົງຢ່າງຮອບດ້ານ, ເລີ່ມຕົ້ນການແລກປ່ຽນຄວາມຄິດເຫັນລະ ຫວ່າງພັກການເມືອງຂອງສອງຝັ່ງ. ໄດ້​ສ້າງກົດໝາຍຕ້ານການແບ່ງແຍກປະເທດ, ເດັດດ່ຽວສະກັດກັ້ນອິດທິກຳລັງ “ແບ່ງແຍກໄຕ້ຫວັນໃຫ້ເປັນເອກະລາດ”, ຊຸກຍູ້ການທ້ອນໂຮມປະເທດຊາດເຂົ້າເປັນເອກະພາບກັນ, ເອົາຊະນະກົນອຸບາຍໃນທຸກຮູບແບບທີ່ຢາກປັ້ນແຕ່ງ “ສອງປະເທດຈີນ” “ຈີນໜຶ່ງໄຕ້ຫວັນໜຶ່ງ” ແລະ “ໄຕ້ຫວັນເປັນເອກະລາດ” ຢ່າງແຂງແຮງ.

ພັກໄດ້ວິນິດໄສຈຸດພິເສດຂອງຍຸກສະໄໝ ແລະ ສະພາບການສາກົນຢ່າງມີວິທະຍາສາດ, ສະເໜີວ່າ, ສັນຕິພາບ ແລະ ການພັດທະນາ ແມ່ນຫົວຂໍ້ຫຼັກໃນຍຸກປັດຈຸບັນ. ພັກໄດ້ຍຶດໝັ້ນຈຸດປະສົງຂອງນະໂຍບາຍການຕ່່າງປະເທດທີ່ຮັກສາສັນຕິພາບຂອງໂລກ ແລະ ຊຸກຍູ້ການພັດທະນາຮ່ວມກັນ, ໄດ້ປັບປຸງສາຍພົວພັນກັບປະເທດໃຫຍ່ອັນຕົ້ນຕໍ, ຂະຫຍາຍການພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນກັບປະເທດອ້ອມຂ້າງ, ລົງເລິກການຮ່ວມມືບົນຈິດໃຈໄມຕີຈິດມິດຕະພາບກັບປະເທດພວມພັດທະນາອັນໄພສານ, ຕັ້ງໜ້າເຂົ້າຮ່ວມກິດຈະການຂອງສາກົນ ແລະ ພາກພື້ນ, ໄດ້ສ້າງສະ ພາບການໃໝ່ ກ່ຽວກັບການພົວພັນກັບຕ່າງປະເທດທີ່ມີຫຼາຍລະດັບ ແລະ ຫຼາຍຊັ້ນຢ່າງ​ຮອບ​ດ້ານ. ພັກໄດ້ຕັ້ງໜ້າຊຸກຍູ້ໃຫ້ໂລກຫັນເປັນຫຼາຍຂົ້ວ ແລະ ໃຫ້ການພົວພັນສາກົນຫັນເປັນແບບປະຊາທິປະ ໄຕ, ຊຸກຍູ້ເສດຖະກິດໂລກາພິວັດ ໃຫ້ຂະຫຍາຍຕົວໄປສູ່ທິດທາງທີ່ມີຜົນດີຕໍ່ຄວາມຈະເລີນຮຸ່ງເຮືອງ​ຮ່ວມກັນ, ຊູຄັນທຸງທີ່ຊັດເຈນໃນການຄັດຄ້ານລັດທິເຈົ້າອຳນາດ ແລະ ການເມືອງມະຫາອຳນາດ, ເດັດດ່ຽວປົກປັກຮັກສາຜົນປະໂຫຍດຂອງປະເທດພວມພັດທະນາອັນໄພສານ, ຊຸກຍູ້ການສ້າງລະ ບຽບໃໝ່ດ້ານການເມືອງ ແລະ ເສດຖະກິດສາກົນທີ່​ຍຸ​ຕິທຳ ແລະ ສົມເຫດສົມຜົນ, ຊຸກຍູ້ໃຫ້ໂລກມີສັນຕິພາບຖາວອນ ແລະ ຄວາມຈະເລີນຮຸ່ງເຮືອງ​ຮ່ວມກັນ.

ພັກໄດ້ກ່າວເນັ້ນໜັກສະເໝີວ່າ, ໃນການ​ບໍ​ລິ​ຫານປະເທດນັ້ນ ຕ້ອງ​ບໍ​ລິ​ຫານພັກກ່ອນ, ສ່ວນການ​ບໍ​ລິ​ຫານພັກ ຕ້ອງມີຄວາມເຂັ້ມງວດ, ຕ້ອງສຸມຈິດສຸມໃຈໃນການກໍ່ສ້າງພັກໃຫ້ດີ, ບຸກເບີກ ແລະ ຊຸກຍູ້ໂຄງການໃໝ່ອັນຍິ່ງໃຫຍ່ແຫ່ງການກໍ່ສ້າງພັກ. ພັກໄດ້​ສ້າງກົດລະບຽບບາງຂໍ້ ກ່ຽວກັບຊີວິດການ ເມືອງພາຍໃນພັກ, ປັບປຸງລະບຽບການໂຮມສູນປະຊາທິປະໄຕໃຫ້ສົມບູນແບບ, ເສີມຂະຫຍາຍປະ ຊາທິປະໄຕພາຍໃນພັກ, ເຮັດໃຫ້ຊີວິດການເມືອງພາຍໃນພັກຫັນເປັນປົກກະຕິ; ດຳເນີນການປັບປຸງພັກຢ່າງມີແຜນການ ແລະ ມີຂັ້ນຕອນ, ອອກແຮງແກ້ໄຂບັນຫາທີ່ບໍ່ມີຄວາມບໍລິສຸດຜຸດຜ່ອງໃນດ້ານແນວຄິດ ແບບແຜນ ແລະ ການຈັດຕັ້ງພາຍໃນພັກ; ເພີ່ມທະວີການສ້າງຖັນແຖວພະນັກງານຕາມທິດທາງທີ່ຫັນມານຳໃຊ້ຜູ້ມີຈິດໃຈປະຕິວັດ ຊາວໜຸ່ມ ຜູ້ມີຄວາມຮູ້ຮອບຕົວ ແລະ ຜູ້ມີວິຊາສະເພາະ, ອອກແຮງຄັດເລືອກນຳໃຊ້ພະນັກງານທີ່ເປັນໄວກາງຄົນ ແລະ ຊາວໜຸ່ມ, ຊຸກຍູ້ໃຫ້ພະນັກງານຜູ້ໃໝ່ເຂົ້າແທນຜູ້ເກົ່າ. ໂດຍປິ່ນອ້ອມການແກ້ໄຂສອງບັນຫາຄັ້ງປະຫວັດສາດໃຫ້ດີ ຄື: ຍົກສູງລະດັບການນຳພາ-ການກຳອຳນາດຂອງພັກ ແລະ ຍົກສູງຄວາມສາມາດໃນການຕ້ານການສໍ້ລາດບັງຫຼັງ-ຕ້ານຄວາມສ່ຽງ, ຖືເອົາການສ້າງຂີດຄວາມສາມາດໃນການກຳອຳນາດ ແລະ ການສ້າງລັກສະນະກ້າວໜ້າເປັນວຽກງານຫຼັກ, ພັກໄດ້ທຳການຕົກລົງກ່ຽວກັບບັນຫາສຳຄັນຕ່າງໆ ເຊັ່ນ: ເພີ່ມທະວີການພົວ ພັນລະຫວ່າງພັກກັບປະຊາຊົນ, ເພີ່ມທະວີ ແລະ ປັບປຸງການສ້າງແບບແຜນທີ່ດີຂອງພັກ, ເພີ່ມທະວີການສ້າງຂີດຄວາມສາມາດໃນການກຳອຳນາດຂອງພັກ ແລະອື່ນໆ, ຈັດຕັ້ງດຳເນີນບັ້ນການສຶກສາທີ່ “ສົ່ງເສີມການຮຽນຮູ້, ສົ່ງເສີມການເມືອງ ແລະ ສົ່ງເສີມຄວາມເປັນທຳ”, ບັ້ນການສຶກສາຮົບຮົມແນວຄິດສຳຄັນ “3 ຕົວແທນ”, ບັ້ນການສຶກສາກ່ຽວກັບການຮັກສາລັກສະນະກ້າວໜ້າຂອງສະມາຊິກພັກກອມມູນິດ, ບັ້ນການຮຽນແລະປະຕິບັດຕົວຈິງກ່ຽວກັບທັດສະນະການພັດທະນາຕາມຫຼັກວິທະຍາ ສາດ ແລະ ບັ້ນການຮຽນການສຶກສາແບບໂຮມສູນອື່ນໆ. ພັກ​ໄດ້​ຍົກ​ຖາ​ນະ​ຂອງ​ການ​ສ້າງ​ແບບ​ແຜນ​ທີ່​ດີ​ຂອງ​ພັກ ການ​ປົກ​ຄອງ​ແບບ​ປອດ​ໃສ​ຂາວ​ສະ​ອາດ ແລະ ການ​ຕໍ່​ສູ້​ຕ້ານ​ການ​ສໍ້​ລາດບັງຫຼວງ ໃຫ້​ສູງ​ເຖິງ​ລະ​ດັບ​ທີ່ພົວ​ພັນ​ເຖິງ​ຄວາມ​ເປັນ​ຄວາມ​ຕາຍ​ຂອງ​ພັກ​ ແລະ ປະ​ເທດ​ຊາດ, ຊຸກ​ຍູ້​ການ​ສ້າງ​ລະ​ບົບ​ລົງ​ໂທດ ແລະ ປ້ອງ​ກັນ​ການ​ສໍ້​ລາດ​ບັງຫຼວງ.

ເນື່ອງ​ໃນ​ໂອ​ກາດການ​ປະ​ຕິ​ຮູບ ແລະ ເປີດ​ປະ​ຕູ​ສູ່​ພາ​ຍນອກ​ຄົບ​ຮອບ 40 ປີ, ສູນ​ກາງ​ພັກ ໄດ້​ຈັດ​ພິ​ທີ​ສະ​ເຫຼີມ​ສະຫຼອງ​ຢ່າງ​ຄຶກ​ຄື້ນ, ສະ​ຫາຍ ສີ​ຈິ້ນ​ຜິງ ໄດ້​ກ່າວ​ຄຳ​ປາ​ໄສ​ອັນ​ສຳ​ຄັນ ໂດຍ​ໄດ້​ສະຫຼຸບ​ຜົນ​ງານ​ອັນ​ຍິ່ງ​ໃຫຍ່ ແລະ ບົດ​ຮຽນ​ອັນ​ປະ​ເສີດ​ທີ່​ໄດ້​ຮັບ​ມາ​ຈາກ​ການ​ປະ​ຕິ​ຮູບ ແລະ ເປີດ​ປະ​ຕູ​ສູ່​ພາຍ ນອກ​ເປັນ​ເວ​ລາ 40 ປີ​ຢ່າງ​ຮອບ​ດ້ານ, ກ່າວ​ເນັ້ນ​ໜັກ​ວ່າ ການ​ປະ​ຕິ​ຮູບ ແລະ ເປີດ​ປະ​ຕູ​ສູ່​ພາຍນອກ ແມ່ນ​ການ​​ສະ​ດຸ້ງຕື່ນ​ທີ່​ຍິ່ງ​ໃຫຍ່​ຄັ້ງ​ໜຶ່ງ​ຂອງ​ພັກ, ແມ່ນ​ການ​ປະ​ຕິ​ວັດ​ທີ່​ຍິ່ງ​ໃຫຍ່​ຄັ້ງ​ໜຶ່ງ ​ໃນ​ປະ​ຫວັດ​ການ​ພັດ​ທະ​ນາ​ຂອງ​ປະ​ຊາ​ຊົນ​ຈີນ ແລະ ປະ​ຊາ​ຊາດ​ຈີນ, ແລະ​ໄດ້​ອອກ​ຂໍ້​ຮຽກ​ຮ້ອງ​ອັນ​ຍິ່ງ​ໃຫຍ່​ໃຫ້​ດຳ​ເນີນ​ການ​ປະ​ຕິ​ຮູບ ແລະ ເປີດ​ປະ​ຕູ​ສູ່​ພາຍນອກ​ຈົນ​ເຖິງ​ສຸດ​ທ້າຍ. ຜົນ​ງານ​ອັນ​ຍິ່ງ​ໃຫຍ່​ຂອງ​ການ​ປະ​ຕິ​ຮູບ ເປີດ​ປະ​ຕູ​ສູ່​ພາຍນອກ ແລະ​ ການ​ສ້າງ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ ແມ່ນ​ປະ​ຈັກ​ຕາ​ຊາວ​ໂລກ, ປະ​ເທດ​ພວກ​ເຮົາ ໄດ້ບັນລຸການບຸກທະລຸຄັ້ງປະຫວັດສາດຈາກສະພາບທີ່ກຳລັງການຜະລິດຫຼ້າຫຼັງໂດຍ​ທຽບ​ຖານ ຫັນໄປສູ່ລວມຍອດເສດຖະກິດເພີ່ມຂຶ້ນເປັນອັບດັບ 2 ຂອງໂລກ, ໄດ້ບັນລຸການ​ພັດ​ທະ​ນາຄັ້ງປະຫວັດສາດທີ່ລະດັບຊີວິດການເປັນຢູ່ຂອງປະຊາຊົນ ຈາກການກິນບໍ່ອີ່ມ​ນຸ່ງ​ບໍ່​ອຸ່ນ ໄປສູ່ຄວາມອີ່ມໜຳສຳລານໂດຍລວມ ແລະ ກ້າວໄປສູ່ຄວາມອີ່ມໜຳສຳລານຢ່າງຮອບດ້ານ, ອັນໄດ້ຊຸກຍູ້ປະຊາຊາດຈີນບັນລຸການກ້າວກະໂດດຂັ້ນອັນຍິ່ງໃຫຍ່ ຄື: ຈາກການລຸກຢືນຂຶ້ນ ຈົນຮອດຮັ່ງມີຂຶ້ນ.

ດ້ວຍການບຸກບືນສູ້ຊົນຢ່າງອົງອາດກ້າຫານ ແລະ ເດັດດ່ຽວໜຽວແໜ້ນ, ພັກກອມມູນິດຈີນ ແລະ ປະຊາຊົນຈີນ ໄດ້ປະກາດຕໍ່ທົ່ວໂລກຢ່າງເຄັ່ງຂຶມວ່າ, ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ແມ່ນມາດຕະການທີ່ເປັນຂໍກຸນແຈ ເຊິ່ງຕັດສິນອະນາຄົດ ແລະ ຊາຕາກຳຂອງປະເທດຈີນໃນຍຸກປັດ ຈຸບັນ, ເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ແມ່ນເສັ້ນທາງທີ່ຖືກຕ້ອງໃນການຊຸກຍູ້ປະເທດຈີນ ໃຫ້ພັດທະນາໄປສູ່ຄວາມຈະເລີນຮຸ່ງເຮືອງ, ປະເທດຈີນໄດ້ກ້າວໄປທ່ວງທັນກັບຍຸກສະໄໝດ້ວຍບາດກ້າວໃຫຍ່.

 

IV ບຸກ​ເບີກ​ຍຸ​ໃໝ່​ຂອງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ

 

ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກເປັນຕົ້ນມາ, ສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໄດ້ ກ້າວເຂົ້າສູ່ຍຸກໃໝ່. ໜ້າທີ່ຕົ້ນຕໍຂອງພັກກໍຄື: ເຮັດໃຫ້ເປົ້າໝາຍສູ້ຊົນຄົບຮອບ 100 ປີເຫດການທີໜຶ່ງ ປາກົດຜົນເປັນຈິງ, ເປີດ​ຂະ​ບວນການເດີນທາງຄັ້ງໃໝ່ ເພື່ອເຮັດໃຫ້ເປົ້າໝາຍສູ້ຊົນຄົບຮອບ 100 ປີ ເຫດການທີສອງປາກົດຜົນເປັນຈິງ, ແລະສືບຕໍ່ກ້າວເດີນໄປໜ້າ ເພື່ອເຮັດໃຫ້ເປົ້າໝາຍອັນຍິ່ງໃຫຍ່ ແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນຄືນໃໝ່ນັ້ນ ປາກົດຜົນເປັນຈິງ.

ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ທີ່​ມີ​ສະ​ຫາຍ ສີ​ຈິ້ນ​ຜິງ​ ເປັນ​ແກນ​ກາງ ໄດ້​ກຳ​ແໜ້ນ​ພາກ​ສ່ວນ​ລວມ​ທາງ​ຍຸດ​ທະ​ສາດ​ ແຫ່ງ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະ​ຊ​າ​ຊາດ​ຈີນ ​ຄືນ​ໃໝ່ ແລະ ສະ​ພາບ​ການ​ປ່ຽນ​ແປງ​ຢ່າງ​ຂະ​ໜາດ​ໃຫຍ່​ຂອງ​ໂລກ ເຊິ່ງ​ບໍ່​ເຄີຍ​ມີ​ໃນ​ຮອບ​100 ປີ​ຜ່ານ​ມານັ້ນ​ຢ່າງ​ເປັນ​ເອ​ກະ​ພາບ​ກັນ, ກ່າວ​ເນັ້ນ​ໜັກ​ວ່າ ຍຸກ​ໃໝ່​ຂອງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ ແມ່ນ​ຍຸກ​ສະ​ໄໝ​ທີ່​ສືບ​ທອດ​ອັນ​ກ່ອນ ຕໍ່​ອັນ​ລຸນ ເພື່ອ​ສືບ​ຕໍ່​ຍາດ​ເອົາ​ໄຊ​ຊະ​ນະ​ອັນ​ຍິ່ງ​ໃຫຍ່​ຂອງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ ພາຍ​ໃຕ້​ເງື່ອນ​ໄຂ​ປະ​ຫວັດ​ສາດ​ອັນ​ໃໝ່, ແມ່ນ​ຍຸກ​ສະ​ໄໝ​ທີ່​ເຮັດ​ສຳ​ເລັດ​ການ​ສ້າງ​ສັງ​ຄົມ​ທີ່​ອີ່ມ​ໜຳ​ສຳ​ລານ​ຢ່າງ​ຮອບ​ດ້ານ ແລ້ວ​ສ້າງ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ ແລະ ເຂັ້ມ​ແຂງ​ຢ່າງ​ຮອບ​ດ້ານ, ແມ່ນ​ຍຸກ​ສະ​ໄໝ​ທີ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ທົ່ວ​ປະ​ເທດ​ສາ​ມັກ​ຄີ​ບຸກ​ບືນ​ສູ້​ຊົນ​ ເພື່ອ​ສ້າງ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ງາມ​ຢ່າງ​ບໍ່​ຢຸດຢັ້ງ ແລະ​ ຄ່ອຍໆ​ບັນ​ລຸ​ຄວາມ​ຮັ່ງ​ມີ​ຮ່ວມ​ກັນ​ຂອງ​ປະ​ຊາ​ຊົນ​ທຸກ​ຖ້ວນ​ໜ້າ, ແມ່ນ​ຍຸກ​ສະ​ໄໝ​ທີ່​ລູກຫຼານ​ປະ​ຊາ​ຊາດ​ຈີນ​ທຸກ​ຖ້ວນ​ໜ້າ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ ບຸກ​ບືນ​ສູ້​ຊົນ​ເພື່ອ​ເຮັດ​ໃຫ້​ຄວາ​ມ​ໃຝ່​ຝັນ​ຂອງ​ຈີນ ​ແຫ່ງ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ​ຄືນ​ໃໝ່​ນັ້ນ​ປາ​ກົດ​ຜົນ​ເປັນ​ຈິງ, ແມ່ນ​ຍຸກ​ສະ​ໄໝ​ທີ່​ປະ​ເທດ​ພວກ​ເຮົາ​ປະ​ກອບ​ສ່ວນ​ທີ່ໃຫຍ່ກວ່າ​ເກົ່າ​ເພື່ອມວນ​ມະ​ນຸດ​ຢ່າງ​ບໍ່​ຢຸດຢັ້ງ. ຍຸກ​ໃໝ່​ຂອງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ ແມ່ນ​​ທີ່​ຕັ້ງ​ປະ​ຫວັດ​ສາດ​ອັນ​ໃໝ່​ຂອງ​ການ​ພັດ​ທະ​ນາ​ປະ​ເທດ​ພວກ​ເຮົາ.

ຊາວພັກກອມມູນິດຈີນທີ່ມີສະຫາຍ ສີຈິ້ນຜິງ ເປັນຕົວແທນຕົ້ນຕໍ ໄດ້ຍຶດໝັ້ນນຳເອົາຫຼັກມູນພື້ນ ຖານຂອງລັດທິມາກ ໄປປະສົມປະສານກັບສະພາບຄວາມເປັນຈິງຂອງຈີນ ແລະ ວັດທະນະທຳ​ທີ່​ມີ​ມູນ​ເຊື້ອ​ອັນ​ດີ​ງາມຂອງປະຊາຊາດຈີນ, ໄດ້ຍຶດໝັ້ນແນວຄິດເໝົາເຈີຕຸ່ງ ທິດສະດີເຕີ້ງສຽວພິງ ແນວຄິດສຳຄັນ “3 ຕົວແທນ” ແລະ ທັດສະນະການພັດທະນາ​ຕາມຫຼັກວິທະຍາສາດ, ໄດ້ສະຫຼຸບຢ່າງເລິກ ເຊິ່ງ ແລະ ໝູນໃຊ້ບົດຮຽນປະຫວັດສາດນັບແຕ່ການສ້າງຕັ້ງພັກເປັນຕົ້ນມານັ້ນຢ່າງເຕັມທີ່, ເລີ່ມຈາກສະພາບຄວາມເປັນຈິງອັນໃໝ່, ສ້າງ​ແນວ​ຄິດ​ສີ​ຈິ້ນ​ຜິງ​ ກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່, ໃຫ້​ຄວາມ​ກະ​ຈ່າງ​ແຈ້ງວ່າ ຈຸດ​ພິ​ເສດ​ທີ່​ເປັນ​ທາດ​ແທ້​ທີ່​ສຸດ​ຂອງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ກໍ​ຄື ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ທ່າ​ແຮງ​ໃຫຍ່​ທີ່​ສຸດ​ຂອງ​ລະ​ບອບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ ແມ່ນ​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ພັກ​ກອມ​ມູ​ນິດ​ຈີນ​ແມ່ນ​ກຳ​ລັງ​ນຳ​ພາ​ດ້ານ​ການ​ເມືອງ​ສູງ​ສຸດ, ສະ​ມາ​ຊິກ​ທົ່ວ​ພັກ​ຕ້ອງ​ເພີ່ມ​ທະ​ວີ “4 ສະ​ຕິ”, ມີ​ຄວາມ​ເດັດ​ດ່ຽວ​ໃນ “4 ຄວາມ​ໝັ້ນ​​ໃຈຕົນ​ເອງ”, ເຮັດ​ໄດ້​ເຖິງ “2 ປົກ​ປັກ​ຮັກ​ສາ”; ​​ກຳ​ນົດ​ຢ່າງ​ຈະ​ແຈ້ງວ່າ ຕ້ອງ​ຍຶດ​ໝັ້ນ ແລະ ພັດ​ທະ​ນາ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ, ໜ້າ​ທີ່​ລວມ​ແມ່ນ​ບັນ​ລຸ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ ແລະ ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ​ຄືນ​ໃໝ່, ບົນ​ພື້​ນ​ຖານ​ທີ່​ສ້າງ​ສັງ​ຄົມ​ທີ່​ອີ່ມ​ໜຳ​ສຳ​ລານ​ໃຫ້​ສຳ​ເລັດ​ຢ່າງ​ຮອບ​ດ້ານ, ຈະ​ສ້າງ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ ມັ່ງ​ຄັ່ງ​ເຂັ້ມ​ແຂງ ມີ​ປະ​ຊາ​ທິ​ປະ​ໄຕ ມີ​ຄວາມ​ສິ​ວິ​ໄລ ມີ​ຄວາມ​ກົມ​ກຽວ ແລະ ສວຍ​​ສົດ​ງົດງາມນັ້ນ​ໃນ​ກາງ​ສະ​ຕະ​ວັດ​ນີ້ ໂດຍ​ແບ່ງ​ເປັນ​ສອງ​ບາດ​ກ້າວ, ຊຸກ​ຍູ້​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ​ດ້ວຍ​ຄວາມ​ທັນ​ສະ​ໄໝ​ແບບ​ຈີນ; ໃຫ້​ຄວາມ​ກະ​ຈ່າງ​ແຈ້ງວ່າ ຄວາມ​ຂັດ​ແຍ້ງ​ຕົ້ນ​ຕໍ​ໃນ​ສັງ​ຄົມ​ປະ​ເທດ​ພວກ​ເຮົາ​ໃນ​ຍຸກ​ໃໝ່ ແມ່ນ​ຄວາມ​ຕ້ອງ​ການ​ຕໍ່​ຊີ​ວິດ​ການ​ເປັນ​ຢູ່​ທີ່ດີງາມ ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຂອງ​ປະ​ຊາ​ຊົນ ກັບ ການ​ພັດ​ທະ​ນາ​ທີ່​ບໍ່​ດຸນ​ດ່ຽງ ແລະ ບໍ່​ເຕັມ​ທີ່, ຕ້ອງ​ຍຶດ​ໝັ້ນ​ແນວ​ຄິດ​ການ​ພັດ​ທະ​ນາ​ທີ່​ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ, ພັດ​ທະ​ນາ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ໃນ​ທົ່ວ​ຂັ້ນ​ຕອນ, ຊຸກ​ຍູ້​ການ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ​ຂອງ​ຄົນ ແລະ ການສ້າງ​ຄວາມ​ຮັ່ງ​ມີ​ຮ່ວມ​ກັນ​ຂອງ​ປະ​ຊາ​ຊົນ​ທຸກ​ຖ້ວນ​ໜ້ານັ້ນ​ໃຫ້​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີ່​ມີ​ລັກ​ສະ​ນະ​ທາດ​ແທ້​ຢ່າງ​ພົ້ນ​ເດັ່ນ​ກວ່າ​ເກົ່າ; ​ກຳ​ນົດ​ຢ່າງ​ຈະ​ແຈ້ງວ່າ ແຜນ​ລວມ​ຂອງ​ພາ​ລະ​ກິດ​ການ​ສ້າງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ແມ່ນ​ການ​ກໍ່ສ້າງ​ໃນ 5 ດ້ານ​ເປັນ​ເອ​ກະ​ພາບ​ກັນ ຄື: ເສດ​ຖະ​ກິດ, ການ​ເມືອງ, ວັດ​ທະ​ນະ​ທຳ, ສັງ​ຄົມ ແລະ ຄວາມ​ສິ​ວິ​ໄລດ້ານ​ນິ​ເວດ, ແຜນ​ຍຸດ​ທະ​ສາດ​ແມ່ນ​ “4 ​ຮອບດ້ານ” ຄື: ການ​ສ້າງ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ​ຢ່າງ​ຮອບ​ດ້ານ, ການ​ລົງ​ເລິກ​ການ​ປະ​ຕິ​ຮູບ​ຢ່າງ​ຮອບ​ດ້ານ, ການ​ປົກ​ຄອງ​ປະ​ເທດ​ຕາມ​ກົດ​ໝາຍ​ຢ່າງ​ຮອບ​ດ້ານ​ ແລະ ການ ຄຸ້ມ​ຄອງພັກ​ຢ່າງ​ເຂັ້ມງວດ​ຮອບ​ດ້ານ; ​ກຳ​ນົດ​ຢ່າງ​ຈະ​ແຈ້ງວ່າ ເປົ້າ​ໝາຍ​ລວມ​ຂອງ​ການ​ລົງ​ເລິກ​ການ​ປະ​ຕິ​ຮູບ​ຢ່າງ​ຮອບ​ດ້ານ​ແມ່ນ: ປັບ​ປຸງ ແລະ ພັດ​ທະ​ນາ​ລະ​ບອບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃຫ້​ສົມ​ບູນ​ແບບ, ຊຸກ​ຍູ້​ລະ​ບົບ ແລະ ຄວາມ​ສາ​ມາດ​ການ​ປົກ​ຄອງ​ປະ​ເທດ​ໃຫ້​ຫັນ​ເປັນ​ທັນ​ສະ​ໄໝ; ກຳ​ນົດ​ຢ່າງ​ຈະ​ແຈ້ງ​ວ່າ ເປົ້າ​ໝາຍ​ລວມ​ຂອງ​ການ​ຊຸກ​ຍູ້​ການ​ປົກ​ຄອງ​ປະ​ເທດ​ຕາມ​ກົດ​ໝາຍ​ ຢ່າງ​ຮອບ​ດ້ານ​ແມ່ນ: ສ້າງ​ລະ​ບົບ​ກົດ​ໝາຍ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ ແລະ ສ້າງ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ປົກ​ຄອງ​ດ້ວຍ​ກົດ​ໝາຍ; ​ກຳ​ນົດ​ຢ່າງ​ຈະ​ແຈ້ງວ່າ ຕ້ອງ​ຍຶດ​ໝັ້ນ ແລະ ປັບ​ປຸງ​ລະ​ບອບ​ເສດ​ຖະ​ກິດ​ສັງ​ຄົມ​ນິ​ຍົມ​​ຂັ້ນ​ພື້ນ​ຖານໃຫ້​ສົມ​ບູນ​ແບບ, ເຮັດ​ໃຫ້​ຕະຫຼາດ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຕັດ​ສິນ​ຊີ້​ຂາດ​ໃນ​ການ​ຈັດ​ສັນ​ຊັບ​ພະ​ຍາ​ກອນ, ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ລັດ​ຖະ​ບານ​ໃຫ້​ດີກວ່​າ​ເກົ່າ, ກຳ​ແໜ້ນ​ໄລ​ຍະ​ການ​ພັດ​ທະ​ນາ​ອັນ​ໃໝ່, ຈັດ​ຕັ້ງ​ປະ​ຕິ​ບັດ​ແນວ​ຄວາມ​ຄິດ​​ການ​ພັດ​ທະ​ນາ​ອັນ​ໃໝ່​ທີ່​ປະ​ດິດ​ສ້າງ​ໃໝ່ ປະ​ສານ​ກົມ​ກຽວ ສີ​ຂຽວ ເປີດ​​ປະ​ຕູ ແລະ ຊົມ​ໃຊ້​ຮ່ວມ​ກັນ, ເລັ່ງ​ລັດ​ສ້າງ​ສະ​ພາບ​ການ​ພັດ​ທະ​ນາ​ອັນ​ໃໝ່​ທີ່​ຖື​ເອົາ​ການ​​ເຄື່ອນ​ໄຫວ​ທາງ​ເສດ​ຖະ​ກິດ​​ຢູ່ພາຍ​ໃນ​ປະ​ເທດ​ເປັນຫຼັກ ທັງ​ເຮັດ​ໃຫ້​ການເຄື່ອນ​ໄຫວ​ທາງ​ເສດ​ຖະ​ກິດຢູ່​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ​ຊ່ວຍ​ຊູ​ຍູ້​ໜູນ​ກັນ, ຊຸກ​ຍູ້​ການ​ພັດ​ທະ​ນາ​ໃນ​ຄຸນ​ນະ​ພາບ​ສູງ, ວາງ​ແຜນ​ການ​ພັດ​ທະ​ນາ ແລະ ຄວາມ​ໝັ້ນ​ຄົງ​ ຢ່າງ​ເປັນ​ເອ​ກະ​ພາບ​ກັນ; ກຳ​ນົດ​ຢ່າງ​ຈະແຈ້ງວ່າ ເປົ້າ​ໝາຍຂອງ​ພັກໃນ​​ການ​ສ້າງກອງ​ທັບ​ໃຫ້​ເຂັ້ມ​ແຂງ​ໃນ​ຍຸກ​ໃໝ່​ແມ່ນ: ສ້າງກອງ​ທັບ​ປະ​ຊາ​ຊົນ​ທີ່​ຟັງ​ການ​ບັນ​ຊາ​ຂອງ​ພັກ ສາ​ມາດ​ເອົາ​ຊະ​ນະ​ໄດ້​ໃນ​ສົງ​ຄາມ ແລະ ມີ​ແບບ​ແຜນ​ທີ່​ດີ, ສ້າງກອງ​ທັບ​ປະ​ຊາ​ຊົນ​ໃຫ້​ເປັນ​ກອງ​ທັບ​ລະ​ດັບ​ໜຶ່ງຂອງ​ໂລກ; ກຳ​ນົດ​ຢ່າງ​ຈະແຈ້ງວ່າ ວຽກ​ງານ​ການ​ຕ່າງ​ປະ​ເທດ​ຂອງ​ປະ​ເທດ​ໃຫຍ່​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ ຕ້ອງ​ຮັບ​ໃຊ້ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ ຂອງ​ປະ​ຊາ​ຊາດ​ຈີນ ແລະ ຊຸກ​ຍູ້​ຄວາມ​ກ້າວ​ໜ້າ​ຂອງ​ມະ​ນຸດ, ຊຸກ​ຍູ້​ການ​ສ້າງ​ການ​ພົວ​ພັນ​ລະ​ຫວ່າງ​ຊາດ​ແບບ​ໃໝ່, ທັງ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ; ​ກຳ​ນົດ​ຢ່າງ​ຈະ​ແຈ້ງເຖິງ​ທິດ​ທາງ​ຍຸດ​ທະ​ສາດ​ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ຮອບ​ດ້ານ, ສະ​ເໜີ​ຂໍ້​ຮຽກ​ຮ້ອງ​ລວມ​ໃນ​ການກໍ່​ສ້າງ​ພັກ​ໃນ​ຍຸກ​ໃໝ່, ຊຸກ​ຍູ້​ການກໍ່​ສ້າງ​ພັກ​ໃນ​ດ້ານ​ການ​ເມືອງ ແນວ​ຄິດ ການ​ຈັດ​ຕັ້ງ ແບບ​ແຜນ​ ແລະ ລະ​ບຽບ​ວິ​ໄນ​ຢ່າງ​ຮອບ​ດ້ານ​, ດຳ​ເນີນການ​ສ້າງ​ລະ​ບຽບ​ການ​ໃນ​ການກໍ່​ສ້າງ​ເຫຼົ່າ​ນີ້, ລົງ​ເລິກ​ຊຸກ​ຍູ້​ການ​ຕໍ່​ສູ້​ຕ້ານ​ການ​ສໍ້​ລາດ​ບັງຫຼວງ, ຈັດ​ຕັ້ງ​ປະ​ຕິ​ບັດ​ໜ້າ​ທີ່​ຮັບ​ຜິດ​ຊອບ​ດ້ານ​ການ​ເມືອງ​ໃນ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ພັກ, ຊັກ​ນຳ​ການ​ປະ​ຕິ​ວັດ​ທາງ​ສັງ​ຄົມ​ທີ່ຍິ່ງ​ໃຫຍ່​ດ້ວຍ​ການ​ປະ​ຕິ​ວັດ​ໂດຍ​ຕົນ​ເອງ​ທີ່​ຍິ່ງ​ໃຫຍ່. ແນວ​ຄິດ​ຍຸດ​ທະ​ສາດ ແລະ ທັດ​ສະ​ນະ​ຄະ​ຕິ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ເຫຼົ່າ​ນີ້ ​ເປັນໝາກ​ຜົນ​ອັນ​ໃຫຍ່ຫຼວງ​ທີ່​ພັກ​ໄດ້​ຮັບ​ຈາກ​ການ​ລົງ​ເລິກ​ຮັບ​ຮູ້​ກົດ​ເກນ​ການ​ສ້າງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ ແລະ ການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ທິດ​ສະ​ດີ.

ສະ​ຫາຍ​ ສີ​ຈິ້ນ​ຜິງ ​ໄດ້​ດຳ​ເນີນ​ການ​ຄົ້ນ​ຄິດ​ຢ່າງ​ເລິກ​ເຊິ່ງ​ ແລະ​ ຕີ​ລາ​ຄາ​ຢ່າງ​ມີ​ວິ​ທະ​ຍາ​ສາດ​ຕໍ່​ກັບ​ທິດ​ສະ​ດີ​ສຳ​ຄັນ​ ແລະ​ ບັນ​ຫາ​ພຶດ​ຕິ​ກຳ​ຕົວ​ຈິງ​ຕ່າງໆ​ທີ່​ຕິດ​ພັນ​ກັບ​ການ​ພັດ​ທະ​ນາ​ພາ​ລະ​ກິດ​ຂອງ​ພັກ​ ແລະ​ ປະ​ເທດ​ຊາດ​ໃນ​ຍຸກ​ໃໝ່. ກ່ຽວ​ກັບ​ຫົວ​ຂໍ້​ຍຸກ​ສະ​ໄໝ​ທີ່​ສຳ​ຄັນ​ຕ່າງໆ​ ເປັນ​ຕົ້ນ​ແມ່ນ: ໃນ​ຍຸກ​ໃໝ່ ຈະຍຶດ​ໝັ້ນ​ ແລະ​ ພັດ​ທະ​ນາ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ແບບ​ໃດ, ຍຶດ​ໝັ້ນ​ ແລະ ​ພັດ​ທະ​ນາ​ສັງ​ຄົມ​ນິ​ຍົມ ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນແນວ​ໃດ, ຈະ​ສ້າງ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ​ເຂັ້ມ​ແຂງ​ແບບ​ໃດ, ​ສ້າງ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ​ເຂັ້ມ​ແຂງ​ແນວ​ໃດ, ​ຈະ​ສ້າງ​ພັກ​ການ​ເມືອງ​ລັດ​ທິ​ມາກ​ທີ່​ກຳ​ອຳ​ນາດ​ຢ່າງ​ຍາວ​ນານ​ແບບ​ໃດ, ສ້າງ​ພັກ​ການ​ເມືອງ​ລັດ​ທິ​ມາກ​ທີ່​ກຳ​ອຳ​ນາດຢ່າງ​ຍາວ​ນານແນວ​ໃດ ແລະ​ອື່ນໆ, ສະ​ຫາຍ ສີ​ຈິ້ນ​ຜິງ ໄດ້​ສະ​ເໜີທັດ​ສະ​ນະ​ໃໝ່ ແນວ​ຄິດ​ໃໝ່​ ແລະ​ ຍຸດ​ທະ​ສາດ​ໃໝ່​​ຢ່າງ​ເປັນ​ລະ​ບົບ ກ່ຽວ​ກັບ​ການ​ປົກ​ຄອງ​ ແລະ​ ການ​ບໍ​ລິ​ຫານ​ປະ​ເທ​ດ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ໂດຍຕົນ​ເອງ, ເປັນ​ຜູ້ສຳ​ຄັນ​ຕົ້ນ​ຕໍ​ ໃນ​ການ​​ປະ​ດິດ​ສ້າງ​ແນວ​ຄິດ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່. ແນວ​ຄິດ​ສີ​ຈິ້ນ​ຜິງ​ ກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່ ເປັນ​ລັດ​ທິ​ມາກ​ແບບ​ຈີນ​ໃນ​ຍຸກ​ປັດ​ຈຸ​ບັນ, ລັດ​ທິ​ມາກ​ໃນ​ສະ​ຕະ​ວັດ​ທີ 21, ເປັນ​ຫົວ​ກະ​ທິ​ຍຸກ​ສະ​ໄໝ​ຂອງວັດ​ທະ​ນະ​ທຳ​ຈີນ ​ແລະ​ ຈິດໃຈ​ຈີນ, ໄດ້​ບັນ​ລຸ​ການ​ກ້າວ​ກະ​ໂດດ​ຂັ້ນຄັ້ງ​ໃໝ່​ຈາກ​ລັດ​ທິ​ມາກ​ຫັນ​ເປັນ​ແບບ​ຈີນ. ການ​ທີ່​ພັກ​ກຳ​ນົດ​ຖາ​ນະ​ຂອງສະ​ຫາຍ ​ສີ​ຈິ້ນ​ຜິງ ​ເປັນ​ແກນ​ກາງ​ຂອງ​ສູ​ນ​ກາງ​ພັກ ແລະ ເປັນ​ແກນ​​ກາງ​ທົ່ວ​ພັກ, ກຳ​ນົດ​ຖາ​ນະ​ຊີ້​ນຳ​ຂອງແນວ​ຄິດ​ສີ​ຈິ້ນ​ຜິງ ​ກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ ໃນ​ຍຸກ​ໃໝ່, ເຊິ່ງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ປາ​ຖະ​ໜາ​ຮ່ວມ​ຂອງ​ທົ່ວ​ພັກ ທົ່ວ​ກອງ​ທັບ ແລະ ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ທົ່ວ​ປະ​ເທດ, ມີ​ຄວາມ​ໝາຍ​ລັກ​ສະ​ນະ​ຕັດ​ສິນ ​ຕໍ່​ກັບ​ກາ​ນ​ພັ​ດ​ທະ​ນາ​ພາ​ລະ​ກິດ​ຂອງ​ພັກ​ ແລະ ​ປະ​ເທດ​ຊາດ​ໃນ​ຍຸກ​ໃໝ່, ​ຕໍ່​ກັບການ​ຊຸກ​ຍູ້​ຂະ​ບວນ​ການ​ປະ​ຫວັດ​ສາດ​ ແຫ່ງ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ທີ່​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ.

ພາຍຫຼັງ​ດຳ​ເນີນ​ການ​ປະ​ຕິ​ຮູບ ແລະ ເປີດ​ປະ​ຕູ​ສູ່​ພາຍນອກ​ແລ້ວ, ພາ​ລະ​ກິດ​ຂອງ​ພັກ ແລະ ປະ​ເທດ​ຊາດ​ໄດ້​ຮັບ​ຜົນ​ງານ​ອັນ​ໃຫຍ່ຫຼວງ, ເຊິ່ງ​ເປັນ​ການ​ສ້າງ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ ແລະ ເປັນ​ການ​ສ້າງ​ເງື່ອນ​ໄຂ​ທີ່​ເອື້ອຍ​ອຳ​ນວຍ​ໃຫ້​ແກ່​ການ​ພັດ​ທະ​ນາ​ພາ​ລະ​ກິດ​ການ​ສ້າງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່. ຂະ​ນະ​ດຽວ​ກັນ​ນັ້ນ ພັກ​ກໍ​ໄດ້​ມີ​ຄວາມ​ຮັບ​ຮູ້​ຢ່າງ​​ຈະ​ແຈ້ງ​ວ່າ, ການ​ປ່ຽນ​ແປງ​ຂອງ​ສະ​ພາບ​ແວດ​ລ້ອມ​ພາຍນອກ ໄດ້​ນຳ​ມາ​ເຊິ່ງ​ຄວາມ​ສ່ຽງ ແລະ ສິ່ງ​ທ້າ​ທາຍ​ໃໝ່​ຢ່າງຫຼວງຫຼາຍ, ການ​ປະ​ຕິ​ຮູບ ການ​ພັດ​ທະ​ນາ ແລະ ການ​ຮັກ​ສາ​ຄວາມ​ສະ​ຫງົບ​ຢູ່​ພ​າຍ​ໃນ​ປະ​ເທດ ໄດ້​ຜະ​ເຊີນ​ໜ້າ​ກັບ​ຄວາມ​ຂັດ​ແຍ້ງ​ ແລະ ບັນ​ຫາ​ໃນຫຼືບ​ເລິກ​ທີ່​ບໍ່​ທັນ​ໄດ້​ແກ້​ໄຂ​ໃຫ້​ຕົກ​ໄປ​ເປັນ​ເວ​ລາ​ຍາວ​ນານນັ້ນ​ບໍ່​ໜ້ອຍ ພ້ອມ​ດ້ວຍ​ຄວາມ​ຂັດ​ແຍ້ງ ແລະ ບັນ​ຫາ​ຈຳ​ນວນ​ໜຶ່ງ​ທີ່​ເກີດ​ຂຶ້ນ​ໃໝ່, ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ພັກ​ຢ່າງ​ໂຍະ​ຍານ​ໃນ​ຊົ່ວ​ໄລ​ຍະ​ໜຶ່ງນັ້ນ ໄດ້​ນຳ​ມາ​ເຊິ່ງ​ການ​ແຜ່​ລະ​ບາດ​ຂອງ​ປາ​ກົດ​ການ​ຫຍໍ້​ທໍ້​ ແລະ ​ການສໍ້​ລາດ​ບັງຫຼວງ​ຢູ່​ພາຍ​ໃນ​ພັກ, ສະ​ພາບ​ແວດ​ລ້ອມ​ດ້ານ​ການ​ເມືອງ​ປາ​ກົດ​ມີ​ບັນ​ຫາ​ທີ່​ໜັກ​ໜ່ວງ, ການ​ພົວ​ພັນ​ລະ​ຫວ່າງ​​ພັກ​ກັບມະ​ຫາ​ຊົນ, ລະ​ຫວ່າງພະ​ນັກ​ງານ​ກັບ​ມະ​ຫາຊົນຖືກ​ທຳ​ລາຍ, ຫົວ​ຄິດ​ປະ​ດິດ​ສ້າງ ແຮງ​ເຕົ້າ​ໂຮມ​ສາ​ມັກ​ຄີ ແລະ ກຳ​ລັງ​ຕໍ່​ສູ້​ຂອງ​ພັກ​ຖືກ​ຕັດ​ຮອນ, ການ​ປົກ​ຄອງ​ປະ​ເທດ​ຂອງ​ພັກ​ຈຶ່ງ​ປະ​ສົບ​ກັບ​ການ​ທົດ​ສອບ​ທີ່​ໃຫຍ່ຫຼວງ.

​ດ້ວຍຈິດ​ໃຈ​ເປັນ​ເຈົ້າ​ການ​ທາງ​ປະ​ຫວັດ​ສາດ​ທີ່​ຍິ່ງ​ໃຫຍ່ ​ຄວາມ​ກ້າ​ຫານ​ທາງ​ການ​ເມືອງ​ອັນ​ມະ​ຫາ​ສານ ແລະ ​ຄວາມ​ຮັບ​ຜິດ​ຊອບ​ອັນ​ແຮງ​ກ້າ, ສູນ​ກາ​ງ​ພັກ​ທີ່​ມີ​ສະ​ຫາຍ ​ສີ​ຈິ້ນ​ຜິງ​ ເປັນ​ແກນ​ກາງ ໄດ້​ປະ​ສານ​ສົມ​ທົບ​ສອງ​ພາກ​ສ່ວນ​ໃຫຍ່​ທັງ​ພາຍ​ໃນ​ ແລະ ​ສາ​ກົນ​ໃຫ້​ເປັນ​ເອ​ກະ​ພາບ​ກັນ, ​ຜັນ​ຂະ​ຫຍາຍ​ທິດ​ສະ​ດີ​ພື້​ນ​ຖານ ແນວ​ທາງ​ພື້ນ​ຖານ​ ແລະ​ ຍຸດ​ທະ​ສາດ​ພື້ນ​ຖານ​ຂອງ​ພັກ, ກຳ​ກັບ​ການ​ຕໍ່​ສູ້​ທີ່​ຍິ່ງ​ໃຫຍ່ ໂຄງ​ການ​ທີ່​ຍິ່ງ​ໃຫຍ່ ພາ​ລະ​ກິດ​ທີ່​ຍິ່ງ​ໃຫຍ່ ແລະ ຄວາມ​ໃຝ່​ຝັນ​ທີ່​ຍິ່ງ​ໃຫຍ່​ໃຫ້​ເປັນ​ເອ​ກະ​ພາບ​ກັນ, ຍຶດ​ໝັ້ນຫຼັກ​ການ​ພື້ນ​ຖານ​ລວມ​ໃນ​ການ​ປະ​ຕິ​ບັດ​ງານ ​ໂດຍ​ສະ​ແຫວງ​ຫາ​ການ​ພັດ​ທະ​ນາ​ຢ່າງ​ໜັກ​ແໜ້ນ, ຈັດວາງ​​ທິດ​ທາງນະ​ໂຍ​ບາຍ​ສຳ​ຄັນ​ຕ່າງໆ​ ແລະ ມາດ​ຕະ​ການ​ສຳ​ຄັນ​ຕ່າງໆ, ​ຊຸກ​ຍູ້​ວຽກ​ງານ​ສຳ​ຄັນ​ຕ່າງໆ​, ເອົາ​ຊະ​ນະ​ຄວາມ​ສ່ຽງ​ ແລະ ​ສິ່ງ​ທ້າ​ທາຍ​ສຳ​ຄັນ​ຕ່າງໆ, ​ໄດ້​ແກ້​ໄຂ​ບັນ​ຫາ​ຫຍຸ້ງ​ຍາກຫຼາຍ​ປະ​ການ​ທີ່​ຕົກ​ຄ້າງມາ​ເປັນ​ເວ​ລາ​ດົນ​ນານ​, ໄດ້​ສຳ​ເລັດຫຼາຍວຽກ​ສຳ​ຄັນ ທີ່​ພັກ​ເຮົາ​ຢາກ​ເຮັດ​ໃນ​ເມື່ອ​ກ່ອນ​ແຕ່​ບໍ່​ທັນໄດ້​ເຮັດ,ຊຸກ​ຍູ້ພາ​ລະ​ກິດ​ຂອງ​ພັກ ແລະ ປະ​ເທດ​ຊາດໃຫ້ໄດ້​ຮັບ​ຜົນ​ສຳ​ເລັດ​ເປັນ​ຄັ້ງ​ປະ​ຫວັດ​ສາດ, ເກີດ​ມີ​ການ​ປ່ຽ​ນ​ແປງ​ຄັ້ງ​ປະ​ຫວັດ​ສາດ.

1, ການຍຶດ​ໝັ້ນການ​ນຳ​ພາ​ຂອງ​ພັກ​ຢ່າງ​ຮອບ​ດ້ານ

ພາຍຫຼັງ​ດຳ​ເນີນ​ການ​ປະ​ຕິ​ຮູບ ແລະ ເປີດ​ປະ​ຕູ​ສູ່​ພາຍນອກ, ພັກ​ໄດ້​​ສຸມຄວາມ​ພະ​ຍາ​ຍາມ​ຢ່າງ​ຕໍ່​ເນື່ອງ ເພື່ອ​ເພີ່ມ​ທະ​ວີ ແລະ ປັບ​ປຸງ​ການ​ນຳ​ພາ​ຂອງ​ພັກ​ໃຫ້​ດີ​ຂຶ້ນ, ເປັນ​ການ​ສະ​ໜອງຫຼັກ​ປະ​ກັນ​ດ້ານ​ການ​ເມືອງ​ອັນ​ພື້ນ​ຖານ​ໃຫ້​ແກ່​ການ​ພັດ​ທະ​ນາ​ພາ​ລະ​ກິດ​ຂອງ​ພັກ ແລະ ປ​ະ​ເທດ​ຊາດ. ຂະ​ນະ​ດຽວ​ກັນ, ຢູ່​ພາຍ​ໃນ​ພັກ ຍັງ​ມີ​ບັນ​ຫາ​ບໍ່​ໜ້ອຍກ່ຽວ​ກັບກາ​ນ​ນຳ​ພາ​ຂອງ​ພັກ ເຊັ່ນ: ມີ​ຄວາມ​ຮັບ​ຮູ້​ບໍ່​ຈະ​ແຈ້ງ​, ຈັດ​ຕັ້ງປະ​ຕິ​ບັດ​​ບໍ່​ແຂງ​ແຮງ, ​ຈັດ​ຕັ້ງ​ປະ​ຕິ​ບັດ​ບໍ່​ຈິງ​ຈັງ, ຈັດ​ຕັ້ງ​ປະ​ຕິ​ບັດ​ແບບ​ເຮັດ​ພໍ​ແລ້ວ​ມື້​ແລ້ວ​ເວັນ ແລະ ຈັດ​ຕັ້ງປະ​ຕິ​ບັດ​ໂດຍ​ຖື​ເປັນ​ວຽກ​ບໍ່​ສຳ​ຄັນ, ໂດຍ​ສະ​ເພາະ​ແມ່ນ​ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ອັນ​ສຳ​ຄັນ​ຂອງ​ສູນ​ກາງ​ພັກ​ບໍ່​ແຂງ​ແຮງ, ​ບາງ​ຄົນ​ເຮັດ​ໃນ​ແບບ “ຂັ້ນ​ເທິງ​ສັ່ງ​ການ, ຂັ້ນ​ລຸ່ມ​ຂີ້​ຕົວະ”, ຈົນ​ກະ​ທັ້ງ​ເວົ້າ​ແບບ​ໜຶ່ງ ພັດ​ຄິດ​ອີກ​ແບບ​ໜຶ່ງໃນ​ໃຈ ຫຼື ເຮັດ​ຕາມ​ລຳ​ພັງ​ໃຈ. ​ສູນ​ກາງ​ພັກ​ທີ່​ມີ​ສະ​ຫາຍ ສີ​ຈິ້ນ​ຜິງ ເປັນ​ແກນ​ກາງ ໄດ້​ຊີ້​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ, ການ​ນຳ​ພາ​ຂອງ​ພັກ ແມ່ນ​ຮາກ​ຖານ ແລະ ຊີບ​ພະ​ຈອນ​ຂອງ​ພັກ ແລະ ປະ​ເທດ​ຊາດ ເຊິ່ງ​ພົວ​ພັນ​ກັບ​ຜົນ​ປະ​ໂຫຍດ ແລະ ຊາ​ຕາ​ກຳ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ໃນ​ທົ່ວ​ປະ​ເທດ, ສະ​ມາ​ຊິກ​ທົ່ວ​ພັກ​ຕ້ອງ​ໄດ້​ເປັນ​ເອ​ກະ​ພາບ​ກັນ​ໃນ​ລະ​ດັບ​ສູງ​ກັບ​ສູນ​ກາງ​ພັກ​ໃນ​ດ້ານ​ແນວ​ຄິດ ການ​ເມືອງ ແລະ ການ​ກະ​ທຳ​ຢ່າງ​ມີ​ຄວາມ​ຮູ້​ສຶກ​ຕື່ນ​ຕົວ, ຍົກ​ສູງ​ລະ​ດັບ​ການ​​ກຳ​​ອຳ​ນາດ​ຕາມຫຼັກ​ວິ​ທະ​ຍ​າ​ສາດ ກາ​ນ​ກຳ​ອຳ​ນາດໃນ​ແບບ​ປະ​ຊາ​ທິ​ປະ​ໄຕ ແລະ ການ​ກຳ​ອຳ​ນາດ​ຕາມ​ກົດ​ໝາຍ, ຍົກ​ສູງ​ຂີດ​ຄວາມ​ສາ​ມາດ​ໃນ​ການ​ກຳ​ແໜ້ນ​ທິດ​ທາງ ວາງ​ແຜນ​ລວມ ກຳ​ນົດ​ນະ​ໂຍ​ບາຍ ແລະ ຊຸກ​ຍູ້​ການ​ປະ​ຕິ​ຮູບ, ຮັບ​ປະ​ກັນ​ໃຫ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ເປັນ​ແກນ​ນຳ​ຂອງ​ພັກ​ ໃນ​ການ​ກຳ​ກັບ​ພາກ​ສ່ວນ​ລວມ ແລະ ປະ​ສານ​ງານ​ບັນ​ດາ​ຝ່າຍ​ຢ່າງ​ເຕັມ​ສ່ວນ.

ພັກ​ໄດ້​ຊີ້​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ, ການ​ນຳ​ພາ​ຂອງ​ພັກ ແມ່ນ​ມີ​ລັກ​​ສະ​ນະ​ຮອບ​ດ້ານ ເປັນ​ລະ​ບົບ ແລະ ເປັນ​ຕົນ​ໂຕ​ດຽວ​ກັນ, ການ​ຮັບ​ປະ​ກັນ​ຄວາມ​ສາ​ມັກ​ຄີ​​​ເປັນ​ເອ​ກະ​ພາບ​ກັນ​ຂອງ​ພັກ ແມ່ນ​ຊີ​ວິດ​ຂອງ​ພັກ; ການ​ນຳ​ພາ​​ແບບ​ໂຮມ​ສູນ​ເປັນ​ເອ​ກະ​ພາບ​ກັນ​ຂອງ​ສູນ​ກາງ​ພັກ​ ແມ່ນຫຼັກ​ການ​ສູງ​ສຸດ​ຂອງ​ການ​ນຳ​ພາ​ຂອງ​ພັກ, ການ​ເພີ່ມ​ທະ​ວີ ແລະ ປົກ​ປັກ​ຮັກ​ສາ​ການ​ນຳ​ພາ​​ແບບ​ໂຮມ​ສູນ​ເປັນ​ເອ​ກະ​ພາບ​ກັນ​ຂອງ​ສູນ​ກາງ​ພັກ ແມ່ນ​ໜ້າ​ທີ່​ດ້ານ​ການ​ເມືອງ​ຮ່ວມ​ກັນ​ຂອງ​ສະ​ມາ​ຊິກ​ທົ່ວ​ພັກ, ການ​ຍຶດ​ໝັ້ນ​ການ​ນຳ​ພາ​ຂອງ​ພັກ​ນັ້ນ ກ່ອນ​ອື່ນ ຕ້ອງ​ສົ່ງ​ເສີມ​ການ​ເມືອງ​ຢ່າງ​ຈະ​ແຈ້ງ, ຮັບ​ປະ​ກັນ​ໃຫ້​ທົ່ວ​ພັກ​ຟັງ​ຄຳ​ສັ່ງ​ຂອງ​ສູນ​ກາງ​ພັກ. ກອງ​ປະ​ຊຸມ​ຄົບ​ຄະ​ນະ​ສູນ​ກາງ​ພັກ​ຄັ້ງ​ທີ 6 ສະ​ໄໝ​ທີ 18 ໄດ້​ຮັບ​ຮອງ​ເອົາ​ກົດ​ລະ​ບຽບ​ບາງ​ຂໍ້​ກ່ຽວ​ກັບ​ຊີ​ວິດ​ການ​ເມືອງ​ພາຍ​ໃນ​ພັກ​ພາຍ​ໃຕ້​ສະ​ພາບ​ການ​ໃໝ່, ສູນ​ກາງ​ພັກໄດ້​ອອກ​ກົດ​ຂໍ້​ກຳ​ນົດ​ບາງ​ຂໍ້​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ໃນ​ການ​ເພີ່ມ​ທະ​ວີ ແລະ ປົກ​ປັກ​ຮັກ​ສາ​ການ​ນຳ​ພາ​​ແບບ​ໂຮມ​ສູນ​ເປັນ​ເອ​ກະ​ພາບ​ກັນ​ຂອງ​ສູນ​ກາງ​ພັກ, ເປັນ​ການ​ກຳ​ນົດ​ລະ​ບຽບ​ວິ​ໄນ​ທາງ​ການ​ເມືອງ ແລະ ກົດ​ລະ​ບຽບ​ທາງ​ການ​ເມືອງ​ຂອງ​ພັກ​ຢ່າງ​ຈະ​ແຈ້ງ, ປ້ອງ​ກັນ ແລະ ຄັດ​ຄ້ານ​ລັດ​ທິ​ເອ​ກະ​ຊົນ ລັດ​ທິ​ຫຼາຍ​ເຄົ້າຫຼາຍ​ຝ່າຍ ລັດ​ທິ​ເສ​ລີ ລັດ​ທິ​ພາກ​ສ່ວນ ແລະ ລັດ​ທິ​ຄົນ​ດີ​ (ລັດ​ທິ​ຈົງ​ຈຽມ​ກັນ) ເປັນ​ຕົ້ນ, ພັດ​ທະ​ນາ​ວັດ​ທະ​ນະ​ທຳ​ການ​ເມືອງ​ພາຍ​ໃນ​ພັກ​ທີ່​ຕັ້ງ​ໜ້າ ແລະ ປອດ​ໄສ, ຊຸກ​ຍູ້​ການ​ສ້າງ​ສະ​ພາບ​ແວດ​ລ້ອມ​ທາງ​ການ​ເມືອງ​ທີ່​ດີ​ທີ່​ປອດ​​ໃສ ແລະ ທ່ຽງ​ທຳ. ສູນ​ກາງ​ພັກ​ຮຽກ​ຮ້ອງ​ໃຫ້​ພະ​ນັກ​ງານ​ການ​ນຳ​ຂອງ​ພັກ ຕ້ອງ​ຍົກ​ສູງ​ຄວາມ​ສາ​ມາດ​ວິ​ນິດ​ໄສ​ດ້ານ​ການ​ເມືອງ ຄວາມ​ສາ​ມາດ​ເຊື່ອມ​ຊຶມ​ດ້ານ​ການ​ເມືອງ ແລະ ຄວາມ​ສາ​ມາດ​ຈັດ​ຕັ້ງ​ປະ​ຕິ​ບັດ​ດ້ານ​ການ​ເມືອງ, ຫ່ວງ​ໃຍພາ​ລະ​ກິດ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ, ຈົງ​ຮັກ​ພັກ​ດີ​ຕໍ່​ພັກ, ຟັງ​ການ​ບັນ​ຊາ​ຂອງ​ພັກ ແລະ ແບກ​ຫາບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ເພື່ອ​ພັກ. ພັກ​ໄດ້​ປັບ​ປຸງ​ລະ​ບົບ​ລ​ະ​ບຽບ​ການ​ນຳ​ພາ​ຂອງ​ພັກ​ໃຫ້​ສົມ​ບູນ​ແບບ, ປັບ​ປຸງ​ລະ​ບຽບ​ການ​ນຳ​ພາ​ຂອງ​ພັກ​ທີ່​ມີ​ຕໍ່​ສະ​ພາ​ປະ​ຊາ​ຊົນ ລັດ​ຖະ​ບານ ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ ອົງ​ການກວດ​ກາ ສານ ອົງ​ການ​ໄອ​ຍະ​ການ ກອງກຳ​ລັງ​ປະ​ກອບອາ​ວຸດ ອົງ​ການ​ຈັດ​ຕັ້ງ​ປະ​ຊ​າ​ຊົນ ວິ​ສາ​ຫະ​ກິດ ຫົວ​ໜ່ວຍ​ວິ​ຊາ​ການ ອົງ​ການ​ປົກ​ຄອງ​ຕົນ​ເອງ​ແບບມວນ​ຊົນ​ຢູ່​ຮາກ​ຖານ ອົງ​ການ​ຈັດ​ຕັ້ງ​ທາງ​ສັງ​ຄົມ ແລະອື່ນໆ, ເພື່ອ​ຮັບ​ປະ​ກັນ​ໃຫ້​ພັກ​ເສີມ​ຂະ​ຫຍາຍ​ບົດ​ບາດ​ການ​ນຳ​ພາ​ໃນ​ອົງ​ການ​ຈັດ​ຕັ້ງ​ຊະ​ນິດ​ຕ່າງໆ. ພັກ​ໄດ້​ຍຶດ​ໝັ້ນ​ລະບຽບ​ການໂຮມ​ສູນ​ປະ​ຊາ​ທິ​ປ​ະ​ໄຕ, ໄດ້​ສ້າງ ແລະ ປັບ​ປຸ​ງ​ກົນ​ໄກ​ການ​ນຳ​ພາ​ຂອງ​ພັກ​ຕໍ່​ວຽກ​ງານ​ສຳ​ຄັນ​ນັ້ນ​ໃຫ້​ສົມ​ບູນ​ຂຶ້ນ, ເສີມ​ສ້າງ​​ພາ​ລະບົດ​ບາດ​ຂອງ​ອົງ​ການ​ຕັດ​ສິນ​ນະ​ໂຍ​ບາຍ ຫາ​ລື​ວຽກ​ງານ ແລະ ປະ​ສານ​ງານ​ຂອງ​ສູນ​ກາງ​ພັກ, ປັບ​ປຸງ​ກົນ​ໄກ​ທີ່​ຊຸກ​ຍູ້​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ນະ​ໂຍບ​າຍ​ສຳ​ຄັນ​ຂອງ​ສູນ​ກາງ​ພັກ​ນັ້ນ​ໃຫ້​ສົມ​ບູນ​ຂຶ້ນ, ປະ​ຕິ​ບັດ​ລະ​ບຽບ​ການ​ຮ້ອງ​ຂໍ ແລະ ລາຍ​ງານ​ຕໍ່​ສູນ​ກາງ​ພັກ​ຢ່າງ​ເຂັ້ມ​ງວດ, ເສີມ​ສ້າງ​ການ​ຕິດ​ຕາມກວດ​ກາ​ດ້ານ​ການ​ເມືອງ, ລົງ​ເລິກ​ການ​ລາດ​ຕະ​ເວນກວດ​ກາ​ດ້ານ​ການ​ເມືອງ, ສືບ​ສວນ ແລະ ລົງ​ໂທດ​ຜູ້​ທີ່​ລະ​ເມີດ​ທິດ​ທາງ​ນະ​ໂຍ​ບາຍ​ຂອງ​ພັກ ແລະ ທຳ​ລາຍ​ການ​ນຳ​ພາ​​ແບບ​ໂຮມ​ສູນ​ເປັນ​ເອ​ກະ​ພາບ​ກັນ​ຂອງ​ພັກ, ລຶບ​ລ້າງ “ຄົນ​ສອງ​ໜ້າ”, ຮັບ​ປະ​ກັນ​ໃຫ້ສະ​ມາ​ຊິກ​ທົ່ວ​ພັກ​ເປັນ​ເອ​ກະ​ພາບ​ກັບ​ສູນ​ກາງ​ພັກ​ຢ່າງ​ສູງ​ໃນ​ດ້ານຫຼັກ​ໝັ້ນ​ການ​ເມືອງ ທິດ​ທາງ​ການ​ເມືອງ ຫຼັກ​ການ​ການ​ເມືອງ ແລະ ເສັ້ນ​ທາງ​ການ​ເມືອງ.

ນັບ​ແຕ່ກອງ​ປ​ະ​ຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ເປັນ​ຕົ້ນ​ມາ, ອິດ​ທິ​ພົນ ​ແລະ ​ການ​ນຳ​ພາ​ແບບ​ໂຮ​ມ​ສູນ​ເປັນ​ເອ​ກະ​ພາບ​ກັນຂອງ​ສູນ​ກາງ​ພັກ ​ໄດ້​ມີ​ການ​ຮັບ​ປະ​ກັນ​ຢ່າງ​ແຂງ​ແຮງ, ລະ​ບົບ​ລະ​ບຽບ​ການ​ນຳ​ພາ​ຂອງ​ພັກ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ສົມ​ບູນຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ຮູບ​ການ​ນຳ​ພາ​ຂອງ​ພັກ​ມີ​ວິ​ທະ​ຍາ​ສາດຫຼາຍກວ່າ​ເກົ່າ, ທົ່ວ​ພັກ​ມີ​ຄວາມ​ເປັນ​ເອ​ກະ​ພາບ​ກັນຫຼາຍກວ່າ​ເກົ່າ​ໃນ​ດ້ານ​ແນວ​ຄິດ, ມີ​ຄວາມ​ສາ​ມັກ​ຄີຫຼາຍກວ່າ​ເກົ່າ​ໃນ​ດ້​ານ​ການ​ເມືອງ, ມີ​ຄວາມ​ເປັນ​ເອ​ກະ​ພາບ​ກັນຫຼາຍກວ່າ​ເກົ່າ​ໃນ​ການ​ດຳ​ເນີນ​ງານ, ກຳ​ລັງ​ການ​ນຳ​ພາ​ທາງ​ການ​ເມືອງ ກຳ​ລັງ​ການ​ຊັກ​ຈູງ​ດ້ານ​ແນວ​ຄິດ ກຳ​ລັງ​ການ​ຈັດ​ຕັ້ງ​ມະ​ຫ​າ​ຊົນ ​ແລະ ​ກຳ​ລັງ​ລະ​ດົມ​ຂົນ​ຂວາຍ​ໃນ​ສັງ​ຄົມ​ຂອງ​ພັກ​ ໄດ້​ເພີ່ມ​ທະ​ວີ​ຂຶ້ນ​ຢ່າງ​ພົ້ນ​ເດັ່ນ.

2, ​ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້​ມງວດ​ຮອບ​ດ້ານ

ພາຍຫຼັງ​ດຳ​ເນີນ​ການ​ປະ​ຕິ​ຮູບ ແລະ ເປີດ​ປະ​ຕູ​ສູ່​ພາຍນອກ​, ພັກໄດ້​ຍຶດ​ໝັ້ນ​ພັກ​ຕ້ອງ​ຄຸ້ມ​ຄອງ​ພັກ ແລະ ຕ້ອງ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້​ມງວດ, ໄດ້​ຊຸກ​ຍູ້​ການກໍ່​ສ້າງ​ພັກ​ໃຫ້​ໄດ້​ຮັບ​ປະ​ສິ​ດ​ທິ​ຜົນ​ ຢ່າງ​ເດັ່ນ​ຊັດ. ຂະ​ນະ​ດຽວ​ກັນ​ນັ້ນ ຍ້ອນ​ວ່າ​ເຄີຍ​ເກີດ​ມີ​ບັນ​ຫາ​ທີ່​ຄຸ້ມ​ຄອງ​ບໍ່​ແຂງ​ແຮງ ແລະ ບໍ່​ເຂັ້ມ​ງວດ​ໃນ​ຊົ່ວ​ໄລ​ຍະ​ໜຶ່ງ, ຈຶ່ງ​ເຮັດ​ໃຫ້​ສະ​ມ​າ​ຊິກ​ພັກ ແລະ ພະ​ນັກ​ງານ​ບາງ​ຄົນ​ເກີດ​ມີ​ວິ​ກິດ​ການ​ອັນ​ໜັກ​ໜ່ວງ​ໃນ​ດ້ານ​ການ​ເຊື່ອ​​ຖື​ທາງ​ການ​ເມືອງ, ບາງ​ທ້ອງ​ຖິ່ນ ແລະ ບາງ​ພາກ​ສ່ວນ​ມີ​ແບບ​ແຜນ​ທີ່​ບໍ່​ດີ​ໃນ​ການ​ຄັດ​ເລືອກ ແລະ ນຳ​ໃຊ້​ພະ​ນັກ​ງານ, ເກີດມີ​ກະ​ແສ​ລັດ​ທິ​ຮູບ​ການ ​ລັດ​ທິ​ອາດ​ຍາ​ສິດ ລັດ​ທິ​ສະ​ເຫວີຍ​ສຸກ ແລະ ການ​ມັກຫຼູຫຼາ​ຟຸມ​ເຟືອຍ, ແນວ​ຄິດ ແລະ ປາ​ກົດ​ການ​ດ້ານ​ອະ​ພິ​ສິດ​ມີ​ຢູ່​ຂ້ອນ​ຂ້າງ​ທົ່ວ​ໄປ. ໂດຍ​ສະ​ເພາະ​ແມ່ນບາງ​ຄົນເລືອກ​ແຕ່​ຄົນ​ທີ່​ສະ​ໜິດ​ສະ​ໜົມ ແລະ ປັດ​ປ່າຍ​ຄົນ​ທີ່​ມີ​ຄວາມ​ເຫັນ​ຕ່າງ​ກັນ, ບາງ​ຄົນ​ມັກ​ສ້າງ​ກຸ່ມ​ສ້າງ​ພັກ​ພວກ​ຂອງ​ຕົນ​ເອງ, ບາງ​ຄົນເຮັດການຕູ່ຫາວ່າຮ້າຍແບບບໍ່ບົງຊື່ ແລະ ປັ້ນແຕ່ງ​ຂ່າວ​ປອມ, ບາງຄົນຮັບຊື້ໃຈຄົນ ແລະ ຫາສຽງໃຫ້ຕົນເອງ, ບາງຄົນຮັບປາກຈະເລື່ອນຂັ້ນຕຳແໜ່ງໃຫ້ ແລະ ສະຫຼອງຮ່ວມກັນ, ບາງຄົນເຮັດຕາມລຳພັງໃຈ ເວົ້າແບບໜຶ່ງ ແຕ່ເຮັດໃນອີກແບບໜຶ່ງ, ບາງຄົນວິຈານສູນກາງພັກຢ່າງໂລເລ, ບັນຫາການເມືອງ ແລະ ບັນຫາເສດຖະກິດປະປົນກັນ, ລະດັບການສໍ້ລາດບັງຫຼວງເບິ່ງແລ້ວຈົນຕົກສະເງີ້. ບັນຫາຂອງຄົນ 7 ປະເພດເຫຼົ່ານີ້ ກະທົບເຖິງ​ພາບ​ພົດ ແລະ ອິດທິພົນຂອງພັກຢ່າງໜັກໜ່ວງ, ທຳລາຍການພົວພັນລະຫວ່າງພັກ ກັບ ມະຫາຊົນ ແລະ ລະຫວ່າງພະນັກງານ ກັບ ມະຫາຊົນຢ່າງໜັກໜ່ວງ, ສະມາຊິກພັກ ພະນັກງານ ແລະ ມວນຊົນອັນໄພສານແມ່ນບໍ່ພໍໃຈຢ່າງແຮງ ແລະ ຄຽດແຄ້ນທີ່ສຸດ. ສະຫາຍ ສີຈິ້ນຜິງ ກ່າວເນັ້ນໜັກວ່າ, ຖ້າຢາກຕີເຫຼັກໄດ້, ຕົນເອງກໍຕ້ອງແຂງ, ຖ້າຢາກເຮັດວຽກຂອງຈີນໃຫ້ດີ, ຂໍກຸນແຈແມ່ນຂຶ້ນຢູ່ກັບພັກ, ຂຶ້ນຢູ່ກັບວ່າ ພັກຕ້ອງຄຸ້ມຄອງພັກ ແລະ ຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານ. ຕ້ອງ​ຖື​ເອົາ​ການ​ເພີ່ມ​ທະ​ວີ​ການກໍ່​ສ້າງ​ພັກ​ໃນດ້ານ​ຄວາມ​ສາ​ມາດການ​ບໍ​ລິ​ຫານ​ເປັນ​ເວ​ລາ​ຍາວ​ນານ ລັກ​ສະ​ນະ​ກ້າວ​ໜ້າ ແລະ ຄວາມ​ບໍ​ລິ​ສຸດ​ເປັນຫຼັກ, ຖື​ເອົາ​ການ​ກໍ່​ສ້າງ​ພັກ​ໃນ​ດ້ານ​ການ​ເມືອງ​ເປັນ​ສິ່ງ​ຊີ້​ນຳ, ຖື​ເອົາ​ການ​ສ້າງ​ອຸ​ດົມ​ການ​ ຄວາມ​ເຊື່ອຖື ແລະ ຈຸດ​ປະ​ສົມທີ່​ເດັດ​ດ່ຽວ​ເປັນ​ພື້ນ​ຖານ, ຖື​ເອົາ​ການ​ລະ​ດົມ​ຂົນ​ຂວາຍ​ຄວາມ​ຫ້າວ​ຫັນ ຄວາມ​ເປັນ​ເຈົ້າ​ການ ແລະ ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ສະ​ມາ​ຊິກ​ທົ່ວ​ພັກ ເປັນ​ຈຸດ​ທີ່​ຕ້ອງ​ອອກ​ແຮງ​ລົງ​ມື​ປະ​ຕິ​ບັດ, ຍົກ​ສູງ​ຄຸນ​ນະ​ພາບ​ຂອງ​ການກໍ່​ສ້າງ​ພັກ​ຢ່າງ​ບໍ່​ຢຸດຢັ້ງ, ກໍ່​ສ້າງ​ພັກ​ໃຫ້​ເປັນ​ພັກ​ກຳ​ອຳ​ນາດ​ລັດ​ທິ​ມາກ​ທີ່​ກ້າວ​ເດີນ​ຢູ່​ແຖວ​ໜ້າ​ຂອງ​ຍຸກ​ສະ​ໄໝ​ຢູ່​ສະ​ເໝີ ປະ​ຊາ​ຊົນ​ອູ້ມ​ຊູ​ສະ​ໜັບ​ສະ​ໜູນ​ດ້ວຍ​ຄວາມ​ຈິງ​ໃຈ ກ້າ​ປະ​ຕິ​ວັດ​ໂດຍ​ຕົນ​ເອງ ສາ​ມາດ​ຜ່ານ​ຜ່າ​ການ​ທົດ​ສອບ​ຕ່າງໆ​ນາ​ນາ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ມີ​ຊີ​ວິດ​ຊີ​ວາ. ​ດ້ວຍ​ຄວາມ​ຮັບ​ຮູ້​ຢ່າງ​ຈະ​ແຈ້ງ ແລະ​ ຄວາມ​ເດັດ​ດ່ຽວ​ໜຽວ​ແໜ້ນ​ຢ່າງ​ສ​ະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ພັກ​ໄດ້​ຍຶດ​ໝັ້ນຫຼັກ​ການ​ພື້ນ​ຖານ​ທີ່​ວ່າ​ຕ້ອງ​ຄຸ້ມ​ຄອງ​ຢ່າງ​ເຂັ້ມ​ງວດ, ກຳເອົາ “ສ່ວນໜ້ອຍທີ່ເປັນຂໍກຸນແຈ” ຢ່າງພົ້ນເດັ່ນ, ຈັດຕັ້ງປະຕິບັດໜ້າທີ່ຮັບຜິດຊອບທີ່ເປັນພາກສ່ວນຫຼັກ ແລະ ໜ້າທີ່ຕິດຕາມກວດກາ, ເສີມສ້າງການຕິດຕາມກວດກາ ການປະຕິບັດລະບຽບວິໄນ ແລະ ການສອບຖາມໜ້າທີ່ຮັບຜິດຊອບ, ຈັດຕັ້ງປະຕິບັດການຄຸ້ມຄອງ​ພັກຢ່າງເຂັ້ມງວດຮອບດ້ານຢູ່ໃນການກໍ່ສ້າງພັກ​ໃນດ້ານຕ່າງໆ. ສູນກາງພັກໄດ້ໄຂກອງປະຊຸມວຽກງານການກໍ່ສ້າງພັກໃນຂົງເຂດຕ່າງໆ ເພື່ອຈັດວາງວຽກງານນີ້ຢ່າງແຂງແຮງ, ຊຸກຍູ້ການກໍ່ສ້າງພັກໃຫ້ມີຄວາມກ້າວໜ້າຢ່າງຮອບດ້ານ.

ສູນກາງພັກກ່າວເນັ້ນໜັກວ່າ, ພັກພວກເຮົາມາຈາກປະຊາຊົນ ຢັ່ງຮາກຢູ່ໃນປະຊາຊົນ ແລະ ຮັບໃຊ້ປະຊາຊົນ, ຕາບໃດຫ່າງເຫີນອອກຈາກປະຊາຊົນແລ້ວ ກໍຈະສູນເສຍພະລັງຊີວິດ, ການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານນັ້ນ ຕ້ອງເລີ່ມລົງມືຈາກແກ້ໄຂບັນຫາແບບແຜນທີ່ປະຊາຊົນມີຄວາມບໍ່ພໍໃຈຢ່າງແຮງ. ສູນກາງພັກ ໄດ້ເລີ່ມລົງມືຈາກການຮ່າງ ແລະ ຈັດຕັ້ງປະຕິບັດກົດເຫຼັກ 8 ຂໍ້ຂອງສູນກາງພັກ, ຍຶດໝັ້ນເລີ່ມເຮັດຈາກກົມການເມືອງສູນກາງພັກ, ເລີ່ມປະຕິບັດຈາກພະນັກງານການນຳ, ໃຫ້ພະນັກງານການນຳຂັ້ນສູງເປັນແບບຢ່າງທີ່ດີໃຫ້ກັບຂັ້ນຕ່ຳ ເພື່ອປັບປຸງແບບແຜນວິ​ທີເຮັດວຽກ. ແຕ່ລະປີ ກົມການເມືອງສູນກາງພັກ ກໍຕ້ອງໄດ້ໄຂກອງປະຊຸມຊີວິດປະຊາທິປະໄຕ ເພື່ອຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດກົດເຫຼັກ 8 ຂໍ້, ດຳເນີນການຕຳໜິເຊິ່ງກັນແລະກັນ ແລະ ຕຳໜິຕົນເອງ. ສູນກາງພັກໄດ້ເສີມຂະຫຍາຍຈິດໃຈຕອກຕະປູ, ກຳຈັດ “4 ແບບແຜນ” ຢ່າງ​ບໍ່​ລົດ​ລະ, ຄັດ ຄ້ານແນວຄິດ ແລະ ປາກົດການອະພິສິດ, ອອກແຮງແກ້ໄຂແບບແຜນທີ່ບໍ່ດີຕ່າງໆ, ເຊັ່ນ: ໃຊ້ເງິນຫຼວງຊື້ຂອງຂວັນມອບໃຫ້ພະນັກງານການນຳ, ໃຊ້ເງິນຫຼວງ​ໃນ​ດ້ານ​ການ​ກິນ​ດື່ມ, ໃຊ້ເງິນຫຼວງໄປທ່ອງທ່ຽວ, ຫຼູຫຼາຟຸມເຟືອຍ ແລະອື່ນໆ, ແກ້ໄຂບັນຫາພົ້ນເດັ່ນທີ່ປະຊາຊົນບໍ່ພໍໃຈຢ່າງແຮງ ແລະ ທຳລາຍຜົນປະ ໂຫຍດຂອງມວນຊົນ, ຊຸກຍູ້ການຫຼຸດພາລະຂອງຂັ້ນຮາກຖານໃຫ້ໜ້ອຍລົງ, ສົ່ງເສີມການປະຢັດມັດ ທະຍັດ, ຄັດຄ້ານການຟຸມເຟືອຍ, ໄດ້ຢຸດຕິແບບແຜນທີ່ບໍ່ດີຈຳນວນໜຶ່ງເຊິ່ງແຕ່ກ່ອນຖືວ່າບໍ່ສາມາດຢຸດ ຕິໄດ້, ໄດ້ແກ້ໄຂບັນຫາຫຍໍ້ທໍ້ທີ່ຕົກຄ້າງມາຫຼາຍປີແລ້ວນັ້ນໃຫ້ຕົກໄປ, ແບບແຜນຂອງພັກ ແບບແຜນການບໍລິຫານ ແລະ ແບບແຜນໃນສັງຄົມໄດ້ເກີດມີການປ່ຽນໃໝ່.

ແຕ່ໃດມາ ພັກກໍໄດ້ກ່າວເນັ້ນໜັກວ່າ, ສະມາຊິກທົ່ວພັກຕ້ອງເຮັດໄດ້ເຖິງຂັ້ນມີອຸດົມການ ແລະ ຄວາມເຊື່ອຖືທີ່ເດັດດ່ຽວ ມີລະບົບການຈັດຕັ້ງທີ່ຖີ່ຖ້ວນ ແລະ ມີລະບຽບວິໄນທີ່ເຄັ່ງຂຶມ. ຄວາມເຊື່ອ ຖືຕໍ່ລັດທິມາກ ອຸດົມການອັນສູງສົ່ງຕໍ່ລັດທິກອມມູນິດ ແລະ ອຸດົມການຮ່ວມກັນຕໍ່ສັງຄົມນິຍົມທີ່ມີສີສັນ ພິເສດຂອງຈີນ ແມ່ນເສົາຄ້ຳຈິດໃຈ ແລະ ວິນຍານການເມືອງຂອງຊາວພັກກອມມູນິດຈີນ, ຍັງເປັນພື້ນ ຖານດ້ານແນວຄິດໃນການຮັກສາຄວາມສາມັກຄີເປັນເອກະພາບກັນຂອງພັກ. ສູນກາງພັກກ່າວເນັ້ນ ໜັກວ່າ, ອຸດົມການ ແລະ ຄວາມເຊື່ອຖື ແມ່ນ “ຄານຊ່ຽມ” ດ້ານຈິດໃຈຂອງຊາວພັກກອມມູນິດ, ຖ້າ ຊາວພັກກອມມູນິດບໍ່ມີອຸດົມການ ແລະ ຄວາມເຊື່ອຖື, ກໍຈະຂາດແຄນ “ຄານຊ່ຽມ” ໃນດ້ານຈິດໃຈ, ກໍຈະເປັນ “ພະຍາດກະດູກພຸ”, ແນ່ນອນຈະພາໃຫ້ເສຍທາດຂາດຄຸນໃນດ້ານການເມືອງ ໂລບມາກ ໂລພາໃນດ້ານເສດຖະກິດ ເສື່ອມໂຊມໃນດ້ານຄຸນນະທຳ ແລະ ເປື່ອຍເນົ່າໃນດ້ານຊີວິດການເປັນຢູ່. ພັກຍຶດໝັ້ນອອກແຮງກໍ່ສ້າງພັກໃນດ້ານແນວຄິດ ແລະ ດ້ານລະບຽບການພ້ອມກັນ, ໂດຍໄດ້ດຳເນີນ ບັ້ນການສຶກສາອົບ​ຮົມ ແລະ ພຶດຕິກຳກ່ຽວກັບແນວທາງມະຫາຊົນຂອງພັກ,  ບັ້ນການສຶກສາ​ອົບ​ຮົມ ໃນຫົວຂໍ້ສະເພາະ “ຝຶກຝົນຫຼໍ່ຫຼອມຕົນເອງຢ່າງເຂັ້ມງວດ ໃຊ້ສິດອຳນາດຢ່າງເຂັ້ມງວດ ແລະ ມີວິໄນ ຕໍ່ກັບຕົນເອງ ຢ່າງເຂັ້ມງວດ, ດຳເນີນວຽກງານຢ່າງແທດເໝາະກັບຕົວຈິງ  ສ້າງພາລະກິດຢ່າງແທດ ເໝາະກັບຕົວຈິງ ແລະ ເປັນຄົນທີ່ຊື່ສັດສຸດຈະລິດແລະແທດເໝາະກັບຕົວຈິງ”, ບັ້ນການຮຽນການສຶກ ສາ “ຮຽນກົດລະບຽບຂອງພັກ, ຮຽນຂໍ້ກຳນົດຂອງພັກ, ຮຽນຄຳປາໄສຕ່າງໆ, ເປັນສະມາຊິກພັກທີ່ໄດ້ ມາດຖານ”, ບັ້ນການສຶກສາ​ອົບ​ຮົມຫົວຂໍ້ຫຼັກ “ບໍ່ລືອຸດົມການແຕ່ຫົວທີ ແລະ ຈື່ຈຳພາລະກຳ​ຢ່າງ​ໜັກ​ແໜ້ນ”, ບັ້ນການຮຽນການສຶກສາປະຫວັດສາດຂອງພັກ ແລະອື່ນໆ, ໃຫ້ສະມາຊິກທົ່ວພັກຮຽນຮູ້ທິດສະດີແບບປະດິດສ້າງ​ໃໝ່ຂອງພັກ, ຊຸກຍູ້ການສ້າງພັກໃຫ້ເປັນພັກການເມືອງແບບຮ່ຳຮຽນ, ສຶກສາ ແລະ ຊັກນຳໃຫ້ສະມາຊິກພັກ ແລະ ພະນັກງານອັນໄພສານ ໂດຍສະເພາະແມ່ນພະ​ນັກ​ງານ​ການ​ນຳ​ມີ​ຄວາມ​ກະ​ຈ່າງ​ແຈ້ງ​ໃນ​ດ້ານ​ແນວ​ຄິດ, ມີ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ໃນດ້ານຄວາມ​ເຊື່ອ​ຖື, ບຳ​ລຸງ “ຄານ​ຊ່ຽມ” ໃນ​ດ້ານ​ຈິດ​ໃຈ, ກຳ​ແໜ້ນ​ທິດ​ທາງ​ຂອງ​ແນວ​ຄິດ, ຮັກ​ສາ​​ທາດ​ແທ້ດ້ານ​ການ​ເມືອງ​ຂອງ​ຊາວ​ພັກ​ກອມ​ມູ​ນິດ, ​ເຮັດ​ໃຫ້​ຫຼັງ​ດ້ານ​ຈິດ​ໃຈ​ຕັ້ງ​ໃຫ້​ຊື່. ພັກ​ໄດ້​ສະ​ເໜີ ແລະ ຜັນ​ຂະ​ຫຍາຍ​ແນວ​ທາງ​ການ​ຈັດ​ຕັ້ງ​ຂອງ​ພັກ​ໃນ​ຍຸກ​ໃໝ່, ໃຫ້​ກຳ​ນົດ​ຢ່າງ​ຈະ​ແຈ້ງ ກ່ຽວ​ກັບ​ມາດ​ຖານ​ຂອງ​ພະ​ນັກ​ງານ​ທີ່​ດີ​ໃນ​ຍຸກ​ໃໝ່​ຄື: ມີ​ຄວາມ​ເຊື່ອ​ຖື​ຢ່າງ​ເດັດ​ດ່ຽວ, ຮັບ​ໃຊ້​ປະ​ຊາ​ຊົນ, ດຸ​ໝັ່ນ​ພາກ​ພຽນ​ໃນ​ໜ້າ​ທີ່​ວຽກ​ງານ, ແທດ​ເໝາະ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ, ກ້າ​ແບກ​ຫາບ​ໜ້າ​ທີ່​ຮັບ​ຜິດ​ຊອບ ແລະ ປອ​ດ​​ໃສ​ຂາວ​ສະ​ອາດ, ເຮັດ​ໃຫ້​ຂໍ້​ຮຽກ​ຮ້ອງ​ຕໍ່​ຄຸນ​ນະ​ພາບ​ດ້ານ​ການ​ເມືອງນັ້ນ​ພົ້ນ​ເດັ່ນ​ຂຶ້ນ, ກຳ​ນົດ​ທິດ​ທາງ​ການ​ນຳ​ໃຊ້​ຄົນ​ທີ່​ຖືກ​ຕ້ອງ, ຍຶດ​ໝັ້ນ​ໃຊ້​ຄົນ​ທີ່​ມີ​ທັງ​ຄຸນ​ນະ​ທຳ ມີ​ທັງ​ຄວາມ​ຮູ້​ຄວາມ​ສາ​ມາດ ແຕ່​ຄຸນ​ນະ​ທຳ​ຕ້ອງ​ມາ​ກ່ອນ, ຍຶດ​ໝັ້ນ​ເລືອກ​ນຳ​ໃຊ້​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ຈາກ​ແຫ່ງ​ຕ່າງໆ, ຍຶດ​ໝັ້ນ​ເລືອກ​ຄົນ​ທີ່​ຖື​ພາ​ລະ​ກິດ​ເປັນຫຼັກ ມີ​ຄວາມ​ຍຸ​ຕິ​ທຳ ແລະ ມີ​ຄຸ​ນ​ນະ​ທຳ, ຍຶດ​ໝັ້ນ​ບໍ່​ໃຫ້​ຄວາມ​ສຳ​ຄັນ​ພຽງ​ແຕ່​ຄະ​ແນນ ສຽງ ລວມຍອດ​ຜະ​ລິດ​ຕະ​ພັນ ແລະ ອາ​ຍຸ​ເທົ່າ​ນັ້ນ, ບໍ່ດຳເນີນການ​ຄັດ​ເລືອກ​ຢ່າງ​ຂະ​ໜາດ​ໃຫຍ່, ເສີມສ້າງບົດບາດການນຳພາ ແລະ ຮັກສາບໍ່ໃຫ້ຜິດພາດຂອງການຈັດຕັ້ງພັກ, ປ່ຽນແປງແບບແຜນທີ່ບໍ່ດີໃນການເລືອກນຳໃຊ້ຄົນ. ພັກຮຽກຮ້ອງໃຫ້ພະນັກງານການທຳທຸກຂັ້ນ ຕ້ອງແກ້ໄຂບັນຫາກ່ຽວກັບໂລກະທັດ ຊີວະທັດ ແລະ ຄ່ານິຍົມທີ່ເປັນບັນຫາລວມ, ຖະໜອມສິດອຳນາດ, ຄຸ້ມຄອງສິດອຳນາດໃຫ້ດີ, ນຳໃຊ້ສິດອຳນາດຢ່າງສຸຂຸມຮອບຄອບ, ຮັບເອົາການຕິດຕາມກວດກາຈາກຝ່າຍຕ່າງໆຢ່າງຕື່ນຕົວ, ຄິດຢູ່ໃນໃຈໃນທຸກເວລາວ່າ ຕ້ອງ​ຊ່ວຍ​ບັນ​ເທົາຄວາມ​ກັງ​ວົນຂອງພັກ, ຕ້ອງອຸທິດ​ຕົນ​ເພື່ອປະເທດຊາດ ແລະ ຕ້ອງສ້າງຄວາມສຸກໃຫ້ແກ່ປະຊາ ຊົນ. ພັກຍຶດໝັ້ນໃນຫຼັກການທີ່ພັກຄຸ້ມຄອງຜູ້ມີຄວາມຮູ້ຄວາມສາມາດ, ປະຕິບັດນະໂຍບາຍຜູ້ມີຄວາມຮູ້ຄວາມສາມາດທີ່ຕັ້ງໜ້າກວ່າເກົ່າ ເປີດກວ້າງກວ່າເກົ່າ ແລະ ບັງເກີດຜົນກວ່າເກົ່າ, ລົງເລິກປະຕິບັດຍຸດທະສາດສ້າງຊາດໃຫ້ເຂັ້ມແຂງ ໂດຍຜູ້ມີຄວາມຮູ້ຄວາມສາມາດໃນຍຸກໃໝ່, ເລັ່ງ​ລັດ​ສ້າງ​ສູນ​ຜູ້​ມີ​ຄວາ​ມ​ຮູ້​ຄວາມ​ສາ​ມາດ ແລະ ສູນ​ປະ​ດິດ​ສ້າງ​ໃໝ່​ທີ່​ສຳ​ຄັນ​ໃນ​ໂລກ, ເພື່ອ​ເຕົ້າ​ໂຮມ ​ແລະ ​ນຳ​ໃຊ້​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ໃນ​ໂລກ. ພັກ​ໄດ້​ປັບ​ປຸງ​ລະ​ບົບ​ການ​ຈັດ​ຕັ້ງ​ໃຫ້​ສົມ​ບູນ​ຂຶ້ນ​ຢ່າງ​ບໍ່​ຢຸດຢັ້ງ, ຖື​ເອົາ​ການ​ຍົກ​ສູງ​ຄວາມ​ສາ​ມາດ​ການ​ຈັດ​ຕັ້ງ​ເປັນ​ວຽກ​ງານ​ຈຸດ​ໜັກ, ເພີ່ມ​ທະ​ວີ​ບົດ​ບາດ​ການ​ເມືອງ ແລະ ບົດ​ບາດ​ການ​ຈັດ​ຕັ້ງ​ຂອງອົງ​ການ​ຈັດ​ຕັ້ງ​ພັກ, ກຳ​ນົດ​ທິດ​ທາງ​ອັນ​ຈະ​ແຈ້ງ​ທີ່​ພັດ​ທະ​ນາ​ອົງການ​ຈັດ​ຕັ້ງ​ຂັ້ນ​ຮາກ​ຖານ​ຢ່າງ​ແຂງ​ແຮງ, ຊຸກ​ຍູ້​ອົງການ​ຈັດ​ຕັ້ງຂອງ​ພັກ ແລະ ວຽກ​ງານ​ຂອງພັກ​ໃຫ້​ປົກຄຸມ​​ທົ່ວ​ເຖິງ. ພັກ​ຍຶດ​ໝັ້ນ​ໃຫ້​ລະ​ບຽບ​ວິ​ໄນ​ເຂັ້ມ​ງວດກວ່າ​ກົດ​ໝາຍ, ໃຫ້​ການ​ປະ​ຕິ​ບັດ​ລະ​ບຽບ​ວິ​ໄນ ແລະ ການ​ປະ​ຕິ​ບັດ​ກົດ​ໝາຍ​ເຊື່ອມ​ຕໍ່​ເຂົ້າ​ກັນ, ນຳ​ໃຊ້ “4 ຮູບ​ການ” ຂອງ​ການ​ຕິດ​ຕາມ​ກວ​ດ​ກາການ​ປະ​ຕິ​ບັດ​​ລະ​ບຽບ​ວິ​ໄນ​ໃຫ້​ດີ, ເສີມ​ສ້າງ​ລະ​ບຽບ​ວິ​ໄນ​ການ​ເມືອງ ແລະ ລະ​ບຽບ​ວິ​ໄນ​ການ​ຈັດ​ຕັ້ງ, ເພື່ອ​ຊັກ​ນຳ​ໃຫ້​ລະ​ບຽບ​ວິ​ໄນ​ຂໍ້​ຕ່າງໆ​ມີ​ຄວາມ​ເຂັ້ມ​ງວດ​ຂຶ້ນ​ຢ່າງ​ຮອບ​ດ້ານ. ​ພັກ​ໄດ້​ຍຶດ​ໝັ້ນ​ການຄຸ້ມ​ຄອງ​ພັກ​ຕາມ​ຂໍ້​ກຳ​ນົດ, ປະ​ຕິ​ບັດ​ກົດ​ລະ​ບຽບ​ຂອງ​ພັກ​ຢ່າງ​ເຂັ້ມ​ງວດ, ສ້າງ​ລະ​ບົບ​ກົດ​ໝາຍ​ຂໍ້​ກຳ​ນົດ​ພາຍ​ໃນ​ພັກ​ທີ່​ອ່າວ​ຄົບ​ຖ້ວນ, ປະ​ຕິ​ບັດ​ລະ​ບຽບ​ການ​ຢ່າງ​ເຄັ່ງ​ຄັດ, ລະ​ດັບ​ການ​ມີວິ​ທະ​ຍ​າ​ສາດ ການ​ຫັນ​ເປັນ​ລະ​ບຽບ​ການ ແລະ ກາ​ນ​ຫັນ​ເປັນ​ລະ​ບຽບ​ແບບ​ແຜນ​ຂອງ​ການ​​ກໍ່ສ້າງ​ພັກ ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ເດັ່ນ​ຊັດ.

ສູນ​ກາງ​ພັກ​ກ່າວ​ເນັ້ນ​ໜັກ​ວ່າ, ການ​ສໍ້​ລາດ​ບັງຫຼວງ ແມ່ນ​ໄພ​ຂົ່ມ​ຂູ່​ໃຫຍ່​ທີ່​ສຸດ​ຕໍ່​ກັບ​ການ​ກຳ​ອຳ​ນາດ​ເປັນ​ເວ​ລາ​ຍາວ​ນານ​ຂອງ​ພັກ, ການ​ຕ້ານ​ການ​ສໍ້​ລາດ​ບັງຫຼວງ​ແມ່ນ​ການ​ຕໍ່​ສູ້​ດ້ານ​ການ​ເມືອງ​ທີ່​ສຳ​ຄັນ​ທີ່​ປະ​ລາ​ໄຊ​ບໍ່​ໄດ້​ຢ່າງ​ເດັດ​ຂາດ, ຖ້າ​ບໍ່​ຜິດ​ໃຈ​ກັບ​ພວກ​ສໍ້​ລາດ​ບັງຫຼວງ​ນັບ​ເປັນ​ພັນ​ເປັນ​ຮ້ອຍ​ຄົນ, ກໍ​ຕ້ອງ​ຜິດ​ໃຈ​ກັບ​ປະ​ຊາ​ຊົນ 1,4 ຕື້​ຄົນ, ຕ້ອງ​ເອົາອຳ​ນາດ​​ກັກ​ຂັງໄວ້​ໃນ​ຄອກ​ຂອງ​ລະ​ບຽບ​ການ, ກຳ​ນົດ​ອຳ​ນາດ ສ້າງ​ລະ​ບຽບ​ແບບ​ແຜນ​ໃຫ້​ກັບ​ອຳ​ນາດ ຜູກ​ມັດ​ອຳ​ນາດ ແລະ ຕິດ​ຕາມກວດ​ກາ​ອຳ​ນາດ​ໂດຍ​ອີງ​ຕາມ​ລະ​ບຽບ​ວິ​ໄນ​ ແລະ ກົດ​ໝາຍ. ພັກ​ຍຶດ​ໝັ້ນ​ຊຸກ​ຍູ້​ກົນ​ໄກ​ທີ່​ບໍ່​ກ້າ​ສໍ້​ລາດ​ບັງຫຼວງ ບໍ່​ສາ​ມາດ​ສໍ້​ລາດ​ບັງຫຼວງ​ໄດ້ ແລະ ບໍ່​ຢາກ​ສໍ້​ລາດ​ບັງຫຼວງ​ໄປ​ພ້ອມ​ກັນ, ນຳ​ໃຊ້​ວິ​ທີ​ການ​ລົງ​ໂທດ ການ​ສ້າງ​ຄວາມ​​ໜ້າເກງ​ຂາມ ການ​ຜູກ​ມັດ​ດ້ວຍ​ລະ​ບຽບ​ການ ແລະ ຍົກ​ສູງ​ສະ​ຕິ​ຕື່ນ​ຕົວ​ຢ່າງ​ແຂງ​ແຮງ​ພ້ອມ​ກັນ, ຮັບ​ປະ​ກັນ​ໃຫ້​ອຳ​ນາດ​ທີ່ມອບ​ໂດຍ​ພັກ ແລະ ປະ​ຊາ​ຊົນ​ນັ້ນ ຖືກ​ນຳ​ໃຊ້​ໃນ​ການ​ສ້າງ​ຄວາມ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ຍຶດ​ໝັ້ນ​ການ​ບໍ່​ມີ​ເຂດ​ຕ້ອງ​ຫ້າມ ປົກ​ຄຸມ​​ທົ່ວ​ເຖິງ ແລະ ບໍ່​ອົດ​ທົນແມ່ນ​ແຕ່​ກໍ​ລະ​ນີ​ດຽວ​ຕໍ່​ປາ​ກົດ​ການ​ສໍ້​ລາດ​ບັງຫຼວງ, ຍຶດ​ໝັ້ນ​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ການ​ສະ​ກັດ​ກັ້ນ, ໃຊ້​ຄວາມ​ກົດ​ດັນ​ສູງ ແລະ ​ສ້າງ​ຄວາມ​​ໜ້າເກງ​ຂາມ​ເປັນ​ເວ​ລາ​ຍາວ​ນານ​ຕໍ່​ການ​ສໍ້​ລາດ​ບັງຫຼວງ, ຍຶດ​ໝັ້ນ​ການ​ສືບ​ສວນ​ຄະ​ດີ​ກິນ​ສິນ​ບົນ ແລະ ໃຫ້​ສິນ​ບົນ​ພ້ອມ​ກັນ, ຍຶດ​ໝັ້ນ​ການ​ສືບ​ສວນ​ຄະ​ດີ​ທຸກ​ລາຍ ແລະ ລົງ​ໂທດ​ຜູ້​ສໍ້​ລາດ​ບັງຫຼວງ​ທຸກ​ຄົນ, ຕ້ອງຕັດສິນໃຈເດັດຂາດໃຊ້ຢາແຮງ ເພື່ອ​​ປາບພະຍາດອັນໜັກໜ່ວງ, ຕ້ອງກ້າຂູດ ກະດູກ​ເພື່ອໄລ່ພິດ ຫຼື ຈົນກະທັ້ງກ້າຕັດ​ບາງ​ສ່​ວນ​ຂອງ​ຮ່າງ​ກາຍເພື່ອຮັກສາຊີວິດ, ເດັດ​ດ່ຽວປາບ​ປາມ​ທັງ “​ເສືອ” (ຜູ້​ມີ​ຕຳ​ແໜ່ງ​ສູງ) ແລະ “ແມງວັນ” (ຜູ້​ມີ​ຕຳ​ແໜ່ງ​ຕ່ຳ​) ທັງ​ໄລ່​ຈັບ “ໝາ​ຈອກ” (ຜູ້​ສໍ້​ລາດ​ບັງ ຫຼວງ​ທີ່​ໂຕນ​ໜີ​ໄປ​ຕ່າງ​ປະ​ເທດ). ເດັດ​ດ່ຽວ​ແກ້​ໄຂ​ບັນ​ຫາ​ສໍ້​ລາດ​ບັງຫຼວງ​ທີ່​ເກີດ​ຂຶ້ນ​ຢູ່​ໃກ້​ໂຕ​ມະ​ຫາ​ຊົນ, ລົງ​ເລິກ​ດຳ​ເນີນ​ການ​ໄລ່​ຈັບ​ຜູ້​ໂຕນ​ໜີ ແລະ ໄລ່​ຮິບ​ຂອງ​ກາງ​ຢູ່​ຕ່າງ​ປະ​ເທດ, ກຳ​ຈັດ​ພວກ​ສໍ້​ລາດ​ບັງ ຫຼວງ​ໝົດ​ທຸກ​ຄົນ. ພັກ​ໄດ້​ສຸມ​ໃສ່​ຄະ​ດີ​ສໍ້​ລາດ​ບັງຫຼວງ​ທີ່​ມີ​ບັນ​ຫາ​ການ​ເມືອງ ແລະ ບັນ​ຫາ​ເສດ​ຖະ​ກິດ​ປະ​ປົນ​ກັນ, ປ້ອງ​ກັນ​ບໍ່​ໃຫ້​ເກີດ​ກຸ່ມ​ຫາ​ຜົນ​ປະ​ໂຫຍດ​ຢູ່​ພາຍ​ໃນ​ພັກ, ສືບ​ສວນ ແລະ ລົງ​ໂທດ​ຄະ​ດີ​ທີ່​ລະ​ເມີດ​ລະ​ບຽບ​ວິ​ໄນ ແລະ ກົດ​ໝາຍ​ຢ່າງ​ໜັກ​ໜ່ວງ​ຂອງ​ໂຈ່ວ​ຢົງ​ຄ່າງ ໂປ​ຊີ່​ລາຍ ຊຸ່ນ​ເຈີ້ນ​ຊາຍ ລີ້​ງຈີ້​ຮ​ວ້າ ແລະ​ຜູ້​ອື່ນໆ. ພັກ​ໄດ້​ນຳ​ພາ​ການ​ປັບ​ປຸງ​ລະ​ບົບ​ກວດ​ກາ​ຂອງ​ພັກ ແລະ ປະ​ເທດ​ໃຫ້​ສົມ​ບູນ​ຂຶ້ນ, ຊຸກ​ຍູ້​ການ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການກວດ​ກາ​ແຫ່ງ​ຊາດ ແລະ ຄະ​ນະ​ກຳ​ມະ​ການກວດ​ກາ​ຂອງ​ທ້ອງ​ຖິ່ນ​ຂັ້ນ​ຕ່າງໆ, ສ້າງ​ສະ​ພາບ​ການ​ລາດ​ຕະ​ເວນກວດ​ກາ​ຂອງ​ຂັ້ນ​ເທິງ ແລະ ຂັ້ນ​ລຸ່ມ​ປະ​​ສານສົມ​​ທົບກັນ, ສ້າງ​ກົນ​ໄກ​ທີ່​ຖື​ການ​ຕິດ​ຕາມກວ​ດ​ກາ​ພາຍ​ໃນ​ພັກ​ເປັນຫຼັກ ການ​ຕິດ​ຕາມກວດ​ກາ​ປະ​ເພດ​ອື່ນໆ​ເຊື່ອມ​ຕໍ່​ປະ​ສານ​ສົມ​ທົບ​ກັນ, ເພື່ອ​ເພີ່ມ​ທະ​ວີ​ການ​ຜູກ​ມັດ ແລະ ການ​ຕິດ​ຕາມ​​ກວດ​ກາການ​ໃຊ້​ອຳ​ນາດ.

​ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 18 ​ຂອງ​ພັກເ​ປັນ​ຕົ້ນ​ມາ, ຜ່ານ​ການ​ຕໍ່​ສູ້​ຢ່າງ​ເດັດ​ດ່ຽວ, ບົດ​ບາດ​ການ​ນຳ​ພາ​ດ້ານ​ການ​ເມືອງ ແລະ ການ​ຮັບ​ປະ​ກັນ​ດ້ານ​ການ​ເມືອງ​ຂອງ​ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ຮອບ​ດ້ານນັ້ນ ໄດ້​ຮັບ​ການ​ເສີມ​ຂະ​ຫຍາຍ​ຢ່າງ​ເຕັມ​ທີ່, ຄວາມ​ສາ​ມາດ​ຂອງ​ພັກ​ ໃນ​ການສະ​ສາງ​ລ້າງ​ສວ່າຍຕົນ​ເອງ ​ປັບ​ປຸງ​​ຕົນ​ເອງ​ ປະ​ຕິ​​ຮູບ​ຕົນ​ເອງ ​ແລະ​​ ຍົກ​ລະ​ດັບຕົນ​ເອງ​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ພົ້ນ​ເດັ່ນ, ສະ​ພາບ​ການ​ຄຸ້ມ​ຄອງ​ພັກ​ແບບ​ໂຍະ​ຍານ​ ໄດ້​ມີ​ການ​ຫັນ​ປ່ຽນ​ຈາກ​ຂັ້ນ​ພື້ນ​ຖານ, ການ​ຕໍ່​ສູ້​ຕ້ານ​ການ​ສໍ້​ລາດ​ບັງຫຼວງ ​ໄດ້​ຮັບ​ໄຊ​ຊະ​ນະ​ຢ່າງ​ເດັດ​ຂາດ​ ທັງ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ໝັ້ນ​ຄົງ​ຢ່າງ​ຮອບ​ດ້ານ, ​ອັນ​ໄດ້​ລຶບ​ລ້າງ​ຄວາມ​ສ່ຽງ​ອັນ​ໜັກ​ໜ່ວງ​ທີ່​ແຝງ​ຊ້ອນ​ຢູ່​ພາຍ​ໃນ​ພັກ ປະ​ເທດ ແລະ ກອງ​ທັບ, ພັກ​ມີ​ຄວາມ​ເຂັ້ມ​ແຂງກວ່າ​ເກົ່າ​ໃນ​ຂະ​ບວນ​ການ​ຝຶກ​ຝົນຫຼໍ່ຫຼອມ​ລັກ​ສະ​ນະ​ປະ​ຕິ​ວັດ.

3, ​ການກໍ່​ສ້າງ​ດ້ານ​ເສດ​ຖະ​ກິດ

ພາຍຫຼັງ​ດຳ​ເນີນ​ການ​ປະ​ຕິ​​ຮູບ ແລະ ເປີດ​ປະ​ຕູ​ສູ່​ພາຍນອກ, ພັກ​ໄດ້​ກຳ​ແໜ້ນ​ການ​ສ້າງ​ເສດ​ຖະ​ກິດ​ທີ່​ເປັນ​ວຽກ​ງານ​ໃຈ​ກາງ, ນຳ​ພາ​ປະ​ຊາ​ຊົນ​ທຳ​ຄວາມ​ພະ​ຍາ​ຍາມ​ຢ່າງ​ທໍ​ລະ​ຫົດ​ອົດ​ທົນ, ໄດ້​ສ້າງ​ສິ່ງ​ມະ​​ຫັດ​ສະ​ຈັນ​ຄື​ເສດ​ຖະ​ກິດ​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ, ກຳ​ລັງເສດ​ຖະ​ກິດຂອງ​ຊາດ​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງຫຼວງຫຼາຍ. ຂະ​ນະ​ດຽວ​ກັນ, ຍ້ອນ​ວ່າ​ຢູ່​ບາງ​ທ້ອງ​ຖິ່ນ ແລະ ບາງພາກ​ສ່ວນມີ​ບັນ​ຫາ​ທີ່​ສະ​ແຫວງ​ຫາ​ຄວາມ​ໄວ ແລະ ຂະ​ໜາດແຕ່​ຢ່າງ​ດຽວ ທັງ​ມີ​ຮູບ​ການ​ພັດ​ທະ​ນາ​ແບບ​ຊະ​ຊາຍ, ບວກ​ກັບ​ຜົນ​ກະ​ທົບ​ຈາກວິ​ກິດ​ການ​ການ​ເງິນ​ສາ​ກົນ ​ທີ່​ເຮັດ​ໃຫ້​ເສດ​ຖະ​ກິດ​ໂລກ​ພັດ​ທະ​ນາ​ຢ່າງ​ຊັກ​ຊ້າ​ຕໍ່​ເນື່ອງ, ຄວາມ​ຂັດ​ແຍ້ງ​​ດ້ານ​ອົງ​ປະ​ກອບ ແລະ ໂຄງ​ປະ​ກອບ​ເສດ​ຖະ​ກິດໄດ້​ສະ​ສົມ​ຢ່າງ​ຕໍ່​ເນື່ອງ, ເຮັດ​ໃຫ້​ບັນ​ຫາ​ທີ່​ການ​ພັດ​ທະ​ນາ​ບໍ່​ດຸນ​ດ່ຽງ ບໍ່​ກົມ​ກຽວ​ກັນ ແລະ ບໍ່​ສາ​ມາດ​ຍືນ​ຍົງ​ນັ້ນ​ໄດ້​ພົ້ນ​ເດັ່ນ​ທີ່​ສຸດ. ສູນ​ກາງ​ພັກ​ສະ​ເໜີ​ວ່າ ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ພວກ​ເຮົາ ໄດ້​ເຂົ້າ​ສູ່​ສະ​ພາບ​ປົກ​ກະ​ຕິ​ອັນ​ໃໝ່, ໄດ້​ຈາກ​ໄລ​ຍະ​ທີ່​ເຕີບ​ໂຕ​ຢ່າງວ່ອງ​ໄວ ຫັນ​ໄປ​ສູ່​ໄລ​ຍະ​ການ​ພັດ​ທະ​ນາ​ໃນ​ຄຸນ​ນະ​ພາບ​ສູງ, ຜະ​ເຊີນ​ໜ້າ​ກັບ​ສະ​ພາບ​ການ​ທີ່​ສາມ​ໄລ​ຍະ ຄື: ໄລ​ຍະ​ປ່ຽນ​ແປງ​ຄວາມ​ໄວ​ການ​ເຕີບ​ໂຕ ໄລ​ຍະ​ການ​ປັບ​ປຸງ​ອົງປະ​ກອບ ແລະ ໄລ​ຍະ​ທີ່​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ກະ​ຕຸ້ນ​ໃນ​ກ່ອນ​ໜ້​າ​ນີ້​ຍັງ​ບໍ່​ທັນ​ໄດ້​ຮັບ​ໝາກ​ຜົນ​ນັ້ນສະຫຼັບ​ສັບ​ຊ້ອນກັນ, ຮູບ​​ແບບ​ພັດ​ທະ​ນາດັ້ງ​ເດີມ​ ຍາກ​ທີ່​ຈະ​ໄດ້​ຮັບ​ໝາກ​ຜົນ​ຕໍ່​ໄປ. ສູນ​ກາງ​ພັກ​ກ່າວ​ເນັ້ນ​ໜັກ​ວ່າ, ການ​ຜັນ​ຂະ​ຫຍາຍ​ແນວ​ຄວາມ​ຄິດ​ການ​ພັດ​ທະ​ນາ​ອັນ​ໃໝ່ ແມ່ນ​ການ​ປ່ຽນ​ແປງ​ອັນ​ເລິກ​ເຊິ່ງ​ທີ່​ພົວ​ພັນ​ເຖິງ​ພາກ​ສ່ວນ​ລວມ​ຂອງ​ການ​ພັດ​ທະ​ນາ​ປະ​ເທດ​ພວກ​ເຮົາ, ຈະ​ຕີ​ລາ​ຄາ​ດ້ວຍ​ລວມຍອດ​ຜະ​ລິດ​ຕະ​ພັນ​ ແຕ່​ຢ່າງ​ດຽວ​ແບບ​ງ່າຍ​ດາຍນັ້ນ​ບໍ່​ໄດ້​​, ຕ້ອງ​ໄດ້​ບັນ​ລຸ​ການ​ພັດ​ທະ​ນາ​ໃນ​ຄຸນ​ນະ​ພາບ​ສູງ​ທີ່​ມີ​ການ​ປະ​ດິດ​ສ້າງ​ໃໝ່​ກາຍ​ເປັນ​ແຮງ​ຂັບ​ເຄື່ອນ​ອັນ​ດັບ​ທີ​ໜຶ່ງ ຄວາມ​ກົມ​ກຽວ​ກັນ​ກາຍ​ເປັນຈຸດ​ພິ​ເສດ​ຢູ່​ພາຍ​ໃນ​ໂຕ​ມັນ​ເອງ ສີ​ຂຽວ​ກາຍ​ເປັນ​ຮູບ​ແບບ​ທົ່ວ​ໄປ ການ​ເປີດ​ປະ​ຕູ​ກາຍ​ເປັນ​ເສັ້ນ​ທາງ​ທີ່​ຕ້ອງ​ເດີນຜ່ານ ແລະ ການ​ຊົມ​ໃຊ້​ຮ່ວມ​ກັນ​ກາຍ​ເປັນ​ຈຸດ​ປະ​ສົງ​ພື້ນ​ຖານ, ຊຸກ​ຍູ້​ການ​ປ່ຽນ​ແປງ​ໃໝ່​ໃນ​ດ້ານ​ຄຸນ​ນະ​ພາບ ດ້ານ​ປະ​ສິດ​ທິ​ພາບ ແລະ ດ້ານ​ແຮງ​ຂັບ​ເຄື່ອນ​ຂອງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ.

ພັກ​ໄດ້​ເພີ່​ມ​ທະ​ວີ​ການ​ວາງ​ແຜນ​ຍຸດ​ທະ​ສາດ ແລະ ການ​ນຳ​ພາ​ທີ່​ເປັນ​ເອ​ກະ​ພາບ​ກັນ​ຕໍ່​ວຽກ​ງານ ເສດ​ຖະ​ກິດ, ທັງ​ໄດ້​ປັບ​ປຸງ​ໂຄງ​ປະ​ກອບ ແລະ ກົນ​ໄກ​ກ່ຽວ​ກັບ​ພັກ​ນຳ​ພາ​ວຽກ​ງານ​ເສດ​ຖະ​ກິດນັ້ນ​ໃຫ້​ສົມ​ບູນ​ຂຶ້ນ. ກອງ​ປະ​ຊຸມ​ຄົບ​ຄະ​ນະ​ສູນ​ກາງ​ພັກ​ຄັ້ງ​ທີ 5 ສະ​ໄໝ​ທີ 18 ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ ກອງ​ປະ​ຊຸມ​ຄົບ​ຄະ​ນະ​ສູນ​ກາງ​ພັກ​ຄັ້ງ​ທີ 5 ສະ​ໄໝ​ທີ 19 ແລະ ກອງ​ປ​ະ​ຊຸມ​ວຽກ​ງານ​ເສດ​ຖະ​ກິດ​​ຂັ້ນ​ສູນ​ກາງ​​ທຸກ​ຄັ້ງ​ທີ່​ຜ່ານ​ມາ ໄດ້​ຈັດ​ວາງ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ພວກ​ເຮົາ​ຢ່າງ​ໂຮມ​ສູນ, ໂດຍ​ໄດ້​ມີ​ການ​ຕັດ​ສິນ​ນະ​ໂຍ​ບາຍ​ທີ່​ສຳ​ຄັນ​ຕ່າງໆ​ ເຊັ່ນ: ຍຶດ​ໝັ້ນ​ຖື​ການ​ພັດ​ທະ​ນາ​ໃນ​ຄຸນ​ນະ​ພາບ​ສູງ​ເປັນຫຼັກ, ຖື​ການ​ປະ​ຕິ​ຮູບ​ອົງ​ປະ​ກອບ​ດ້ານ​ການ​ສະ​ໜອງ​ເປັນ​ສາຍຫຼັກ, ສ້າງ​ລະ​ບົບ​ເສດ​ຖະ​ກິດ​ທີ່​ທັນ​ສະ​ໄໝ, ກຳ​ແໜ້ນ​ຈຸດ​ຍຸດ​ທະ​ສາດ​ພື້ນ​ຖານ​ໃນ​ການ​ເປີດກວ້າງ​ຄວາມ​ຕ້ອງ​ການ​ພາຍ​ໃນ, ດຳ​ເນີນບັ້ນ​ການ​ແກ້​ຂອດ​ຍາກ 3 ຂໍ້ ຄື ປ້ອງ​ກັນ ແລະ ແກ້​ໄຂ​ຄວາມ​ສ່ຽງ​ທີ່​ສຳ​ຄັນ, ລຶບ​ລ້າງ​ຄວາມ​ທຸກ​ຍາກ​​ຢ່າງ​ຖືກ​ຕ້ອງ​ກັບເປົ້າ​ໝາຍ ແລະ ປ້ອງ​ກັນ​ແກ້​ໄຂ​ມົນ​ລະ​ພິດ ແລະ​ອື່ນໆ. ພັກ​ໄດ້​ປັບ​ປຸງ​ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ​ລະ​ບອບ​ກຳ​ມະ​ສິດ​ສ່ວນ​ລວມ​ໃຫ້​ໝັ້ນ​ຄົງ​ຢ່າງ​ບໍ່​ຫວັ່ນ​ໄຫວ​ຄອນ​ແຄນ, ສົ່ງ​ເສີມ ສະ​ໜັບ​ສະ​ໜູນ ແລະ ຊຸກ​ນຳ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ທີ່​ບໍ່​ແມ່ນ​ລະ​ບອບ​ກຳ​ມະ​ສິດ​ສ່ວນ​ລວມ​ຢ່າງ​ບໍ່​ຫວັ່ນ​ໄຫວ​ຄອນ​ແຄນ, ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ທຶນ​ຂອງ​ລັດ ແລະ ລັດ​ວິ​ສາ​ຫະ​ກິດ​ໃຫ້​ເຂັ້ມ​ແຂງ​ຂຶ້ນ ດີ​ຂຶ້ນ ແລະ ມີ​ຂະ​ໜາດ​ໃຫຍ່​ຂຶ້ນ, ສ້າງ​ຕັ້ງ​ລະ​ບຽບ​ການ​ວິ​ສາ​ຫະ​ກິດ​​ທັນ​ສະ​ໄໝທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ, ເພີ່ມ​ທະ​ວີ​ກຳ​ລັງ​ແຂ່ງ​ຂັນ ກຳ​ລັງ​ປະ​ດິດ​ສ້າງ​ໃໝ່ ກຳ​ລັງ​ຄວບ​ຄຸມ ອິດ​ທິ​ພົນ ແລະ ຄວາມ​ສາ​ມາດ​ຕ້ານ​ຄວາມ​ສ່ຽງ​ຂອງ​ເສດ​ຖະ​ກິດ​ແຫ່ງ​ລັດ; ສ້າງ​ການ​ພົວ​ພັນ​ລະ​ຫວ່າງ​ພາກ​ລັດ ກັບ ພາກ​ທຸ​ລະ​ກິດ​ທີ່​ສະ​ໜິດ​ສະ​ໜົມ ແລະ ປອດ​​ໃສ, ຊຸກ​ຍູ້​ເສດ​ຖະ​ກິດ​ທີ່​ບໍ່​ແມ່ນ​ລະ​ບອບ​ກຳ​ມະ​ສິດ​ສ່ວນ​ລວມ​ໃຫ້​ພັດ​ທະ​ນາ​ຢ່າງ​ປອດ​ໃສ, ຊຸກ​ຍູ້​ບຸກ​ຄົນ​ໃນ​ເສດ​ຖະ​ກິດ​ທີ່​ບໍ່​ແມ່ນ​ລະ​ບອບ​ກຳ​ມະ​ສິດ​ສ່ວນ​ລວມ​ໃຫ້​ເຕີບ​ໃຫຍ່​ຢ່າງ​ປອດ​ໃສ. ພັກ​ຍຶດ​ໝັ້ນ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ທີ່​ຂັບ​ເຄື່ອນ​ໂດຍ​ການ​ປະ​ດິດ​ສ້າງ​ໃໝ່, ​ຖື​ເອົາ​ການ​ເພິ່ງ​ຕົນ​ເອງ​ ແລະ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ໃນ​ດ້ານ​ວິ​ທະ​ຍາ​ສາດ​-ເຕັກ​ໂນ​ໂລ​ຊີ​ເປັນ​ເສົ້າ​ຄ້ຳ​ຍຸດ​ທະ​ເສດ​ຂອງ​ການ​ພັ​ດ​ທະ​ນາ​ປະ​ເທດ. ປັບ​ປຸງ​ໂຄງ​ປະ​ກອບ​ທົ່ວ​ປະ​ເທດ​ແບບ​ໃໝ່​ໃຫ້​ສົມ​ບູນ​ຂຶ້ນ, ເສີມ​ສ້າງ​ກຳ​ລັງ​ວິ​ທະ​ຍາ​ສາດ​-ເຕັກ​ໂນ​ໂລ​ຊີ​ດ້ານ​ຍຸດ​ທະ​ສາດ​ຂອງ​ຊາດ, ເພີ່​ມ​ທະ​ວີ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ ພື້ນ​ຖານ, ຊຸກ​ຍູ້​ການ​ແກ້​ຂອດ​ຍາກ ແລະ ການ​ປະ​ດິດ​ສ້າງ​ໃໝ່​ໂດຍ​ຕົນ​ເອງ​ໃນ​ເຕັກ​ນິກ​ທີ່​ເປັນ​ຂໍ​ກຸນ​ແຈ ແລະ ໃຈ​ກາງ, ເພີ່ມ​ທະ​ວີ​ການ​ປະ​ດິດ​ສ້າງ ການ​ປົກ​ປ້ອງ ແລະ ການ​ໝູນ​ໃຊ້​​ຊັບ​ສິນ​ທາງ​ປັນ​ຍາ, ເລັ່ງ​ລັດ​ການ​ສ້າງ​ປະ​ເທດ​ແບບ​ປະ​ດິດ​ສ້າງ​ໃໝ່ ແລະ ປະ​ເທດ​ເຂັ້ມ​ແຂງ​ໃນ​ດ້ານ​ວິ​ທະ​ຍາ​ສາດ-ເຕັກ​ໂນ​ໂລ​ຊີ​ຂອງ​ໂລກ. ດຳ​ເນີນ​ການ​ປະ​ຕິ​ຮູບ​ໃນ​ລັກ​ສະ​ນະ​ອົງ​ປະ​ກອບ​ ດ້ານ​ການ​ສະ​ໜອງ​ຢ່າງ​ຮອບ​ດ້ານ, ຊຸກ​ຍູ້​ການຫຼຸດ​ຜ່ອນ​ຂີດ​ຄວາມ​ສາ​ມາດ​ການ​ຜະ​ລິດ​ທີ່​ເກີນ​ຄວາມ​ຕ້ອງ​ການ ຫຼຸດ​ຜ່ອນ​ຈຳ​ນວນ​ຜະ​ລິດ​ຕະ​ພັນ​ໃນ​ສາງ ຫຼຸດ​ຜ່ອນ​ໄມ້​ງັດ ຫຼຸດ​ຕົ້ນ​ທຶນ​ໃຫ້​ໜ້ອຍ​ລົງ ແລະ ພັດ​ທະ​ນາ​ຈຸດ​ອ່ອນ​ໃຫ້​ແຂງ​ຂຶ້ນ, ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ຂໍ້​ຮຽກ​ຮ້ອງ​ທີ່ໃຫ້ປັບ​ປຸງ​ໃຫ້​ໝັ້ນ​ຄົງ ເພີ່ມ​ຄວາມ​ເຂັ້ມ​ແຂງ​ຂຶ້ນ ຍົກ​ລະ​ດັບ​ໃຫ້​ສູງ​ຂຶ້ນ ແລະ ໃຫ້​ດຳ​ເນີນ​ໄປ​ຢ່າງ​ລຸ​ລ່ວງ, ຊຸກ​ຍູ້​ການ​ສ້າງ​ປະ​ເທດ​ເຂັ້ມ​ແຂງ​ ໃນ​ດ້ານ​ການ​ຜະ​ລິດ, ເລັ່ງ​ລັດ​ພັດ​ທະ​ນາ​ລະ​ບົບ​ອຸດ​ສາ​ຫະ​ກຳ​ທັນ​ສ​ະ​ໄໝ​ໃຫ້​ໄວ​ຂຶ້ນ, ຂະ​ຫຍາຍ​ເສດ​ຖະ​ກິດ​ຮູບ​ປະ​ທຳ​ໃຫ້​ໃຫຍ່​ຂຶ້ນ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ​ດິ​ຈິ​ຕອນ. ປັບ​ປຸງ​ການ​ຄຸ້ມ​ຄອງ​ເສດ​ຖ​ະ​ກິດ​ມະ​ຫາ​ພາກ​ໃຫ້​ສົມ​ບູນ​ຂຶ້ນ, ປະ​ດິດ​ສ້າງ​ແນວ​ຄວາມ​ຄິດໃໝ່ ແລະ ຮູບ​ການ​ໃໝ່​ຂອງ​ການ​ດັດ​ສົມ​ຄວບ​ຄຸມ​ມະ​ຫາ​ພາກ, ເສີມ​ສ້າງ​ຄວາມ​ເປັນ​ເຈົ້າ​ຕົນ​ເອງ​ໃນ​ດ້ານ​ນະ​ໂຍບ​າຍ​ມະ​ຫາ​ພາກ, ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ເງິນ​ທີ່​ຕັ້ງ​ໜ້າ ແລະ ນະ​ໂຍ​ບາຍ​ເງິນ​ຕາ​ທີ່​ໝັ້ນ​ທ່ຽງ, ຍຶດ​ໝັ້ນ​ການ​ຊຸກ​ຍູ້​ການ​ເຮັດ​ໃຫ້​ການ​ບໍ​ລິ​ຫານ​ກະ​ທັດ​ຮັດ ກະ​ຈາຍ​ສິດ​ອຳ​ນາດ​ໃຫ້​ຂັ້ນ​ລຸ່ມ ເອົາ​ການ​ກະ​ຈາຍ​ສິດ​ອຳ​ນາດ​ໃຫ້​ຂັ້ນ​ລຸ່ມ​ກັບ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ປະ​ສົມ​ປະ​ສານ​ກັນ ​ແລະ ປັບ​ປຸງ​ການ​ບໍ​ລິ​ການ​ໃຫ້​ດີ​ຂຶ້ນ, ຮັບ​ປະ​ກັນ ຄວາມ​ໝັ້ນຄົງ​ດ້ານ​ສະ​ບຽງ​ອາ​ຫານ ຄວາມ​​ໝັ້ນ​ຄົງດ້ານ​ພະ​ລັງ​ງານ-ຊັບ​ພະ​ຍາ​ກອນ ແລະ ຄວາມ​​ໝັ້ນ​ຄົງ​ຂອງ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ-ຕ່ອງ​ໂສ້​ການ​ສະ​ໜອງ, ຍຶດ​ໝັ້ນ​ທິດ​ທາງ​ທີ່​ການ​ທະ​ນາ​ຄານ​ຮັບ​ໃຊ້​ເສດ​ຖະ​ກິດ​ຮູບ​ປະ​ທຳ, ເພີ່ມ​ທະ​ວີ​ການ​ຕິດ​ຕາມ​ຄຸ້ມ​ຄອງ​ດ້ານ​ການ​ທະ​ນາ​ຄານ ​ຢ່າງ​ຮອບ​ດ້ານ, ປ້​ອງ​ກັນ​ ແລະ ແກ້​ໄຂ​ຄວາມ​ສ່ຽງ ​ໃນ​ຂົງ​ເຂດ​ການ​ທະ​ນາ​ຄານ​ເສດ​ຖະ​ກິດ, ເສີມ​ສ້າງ​ການ​ຕິດ​ຕາມ​ຄຸ້ມ​ຄອງ​ຕະ ຫຼາດ ແລະ ການ​ວາງ​ຂໍ້​ກຳ​ນົດ​ໃນ​ການ​ຕ້ານ​ການ​ຜູກ​ຂາດ, ປ້ອງ​ກັນ​ບໍ່​ໃຫ້​ເງິນ​ທຶນ​ເປີດກວ້າງ​ອອກຢ່າງ​ບໍ່​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ປົກ​ປັກ​ຮັກ​ສາ​ລະ​ບຽບ​ຂອງ​ຕະຫຼາດ, ກະ​ຕຸກ​ຊຸກ​ຍູ້​ພະ​ລັງ​ຊີ​ວິດ​ຂອງ​ພາກ​ສ່ວນ ຫຼັກ​ຊະ​ນິດ​ຕ່າງໆ​ໃນ​ຕະຫຼາດ ໂດຍ​ສະ​ເພາະ​ແມ່ນ ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ-​​ວິ​ສາ​ຫະ​ກິດຂະ​ໜາດ​ນ້ອຍ​-​ຈຸນ​ລະ​ວິ​ສາ​ຫະ​ກິດ, ປົກ​​ປ້ອງສິ​ດຜົນ​ປະ​ໂຫຍດຂອງ​ຊ​າວຜູ້​ອອກ​ແຮງ​ງານ ແລະ ​ຜູ້​ບໍ​ລິ​ໂພກ​ອັນ​ໄພ​ສານ. ພັກ​ໄດ້​ປະ​ຕິ​ບັດ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ພາກ​ພື້ນ​ຕ່າງໆ​ຢ່າງ​ກົມ​ກຽວ​ກັນ, ຊຸກ​ຍູ້​ການ​ພັດ​ທະ​ນາ​ປັກ​ກິ່ງ​​-ທຽນ​ສິນ​-​ເຮີ​ເປີຍ​ ຢ່າງ​ກົມ​ກຽວ​ກັນ ການ​ພັດ​ທະ​ນາ​ແລວ​ເສດ​ຖະ​ກິດ​ແມ່​ນ້ຳ​ຢາງ​ຊີ​ກຽງ ການ​ສ້າງ​ເຂດ​ອ່າວ​ໃຫຍ່ກວາງ​ຕຸ້ງ​-​ຮົງ​ກົງ​-​ມາ​ກາວ  ການ​ພັດ​ທະ​ນາ​ເຂດ​ສາມ​ຫຼ່ຽມ​​ປາກແມ່​ນ້ຳ​ຢາງ​ຊີ​ກຽງ​ໃຫ້​ເປັນ​ອັນ​ໜຶ່ງ​ອັນດຽວ​ກັນ ການ​ອະ​ນຸ​ລັກ​ຊີ​ວະ​ພາບ ແລະ ການ​ພັດ​ທະ​ນາ​ໃນ​ຄຸນ​ນະ​ພາບ​ສູງ​ຢູ່​ເຂດ​ລຸ່ມ​ແມ່​ນ້ຳ​ເຫຼືອງ, ສ້າງ​ເຂດ​ໃໝ່​ຊົງ​ອ່ານ​ຕາມ​ມາດ​ຖານ​ສູງ​ຢ່າງ​ມີ​ຄຸນ​ນະ​ພາບ​ສູງ, ຊຸກ​ຍູ້​ການ​ພັດ​ທະ​ນາ​ພາກ​ຕາ​ເວັນ​ຕົກ​ຢ່າງ​ຂະ​ໜາດ​ໃຫຍ່​ ໃຫ້​ເກີດ​ມີ​ສະ​ພາບ​ການ​ໃໝ່, ຊຸກ​ຍູ້​ການ​ສ້າງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ໃຫ້​ຈະ​ເລີນນັ້ນ​ໃຫ້​ໄດ້​ຮັບ​ການ​ບຸກ​ທະ​ລຸ​ໃໝ່, ຊຸກ​ຍູ້​ການ​ພັດ​ທະ​ນາ​ເຂດ​ພາກ​ກາງ​ໃນ​ຄຸນ​ນະ​ພາບ​ສູງ, ສົ່ງ​ເສີມ​ໃຫ້​ພາກ​ຕາ​ເວັນ​ອອກ​ເລັ່ງ​ລັດ​ການ​ສ້າງ​ທັນ​ສະ​ໄໝ​ໃຫ້​ໄວ​ຂຶ້ນ, ສະ​ໜັບ​ສະ​ໜູນ​ເຂດ​ປະ​ຕິ​ວັດເກົ່າ ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ເຂດ​ຊາຍ​ແດນ ແລະ ເຂດ​ທຸກ​ຍາກ​ປັບ​ປຸງ​ເງື່ອນ​ໄຂ​ການ​ຜະ​ລິດ ແລະ ການດຳ​ລົງ​ຊີ​ວິດ​ໃຫ້​ດີ​ຂຶ້ນ. ຊຸກ​ຍູ້​ການ​ຫັນ​ເປັນ​ຕົວ​ເມືອງ​ແບບ​ໃໝ່​ທີ່​ຖື​ຄົນ​ເປັນ​ໃຈ​ກາງ, ເພີ່ມ​ທະ​ວີ​ການ​ຜັງ​ເມືອງ, ການ​ກໍ່​ສ້າງ​ ແລະ​ຄຸ້ມ​ຄອງ​ຕົວ​ເມືອງ. ພັກໄດ້​ຖືກ​ເອົາ​ການ​ແກ້​ໄຂ​ບັນ​ຫາ “ກະ​ສິ​  ກຳ​​-ຊົນ​ນະ​ບົດ​-​ຊາວ​ກະ​ສິ​ກອນ” ໃຫ້​ດີນັ້ນ ເປັນ​ວຽກ​ງານ​ສຳ​ຄັນ​ທີ່​ສຸດ​ຂອງ​ທົ່ວ​ພັກ, ໄດ້​ປະ​ຕິ​ບັດ​ຍຸດ​ທະ​ສາດ​​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ, ເລັ່ງ​ລັດ​ຊຸກ​ຍູ້​ກະ​ສິ​ກຳ ແລະ ຊົນ​ນະ​ບົດ​ໃຫ້​ຫັນ​ເປັນ​ທັນ​ສະ​ໄໝ​ໃຫ້​ໄວ​ຂຶ້ນ, ຍຶດ​ໝັ້ນ​ການ​ສະ​ສົມ​ສະ​ບຽງ​ອາ​ຫານ​ຢູ່​ດິນ​ປູກ​ຝັງ​ ແລະ ເຕັກ​ນິກ​ກະ​ສິ​ກຳ, ​ປະ​ຕິ​ບັດ​ລະ​ບຽບ​ການ​​ອະ​ນຸ​ລັກດິນ​ປູກ​ຝັງ​ທີ່​ເຂັ້ມ​ງວດ​ທີ່​ສຸດ, ຊຸກ​ຍູ້​ການ​ເພິ່ງ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ກັບ​ຕົນ​ເອງ​ໃນ​ດ້ານ​ວິ​ທະ​ຍາດ​ສາດ​ເຕັກ​ນິກ​ອຸດ​ສາ​ຫະ​ກຳ​ແນວ​ພັນ, ຊຸກ​ຍູ້​ການ​ເປັນ​ເຈົ້າ​ຕົນ​ເອງ ແລະ ສາ​ມາດ​ຄວບ​ຄຸມ​ໄວ້​ໄດ້​ໃນ​ດ້ານ​ແຫຼ່ງ​ແນວ​ພັນ, ຮັບ​ປະ​ກັນ​ການ​ກຸ້ມ​ຕົນ​ເອງ​ໃນ​ດ້ານ​ສະ​ບຽງ​ອາ​ຫານ​ຂອງ​ຊາວ​ຈີນ​ພວກ​ເຮົາ​.

ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ເປັນ​ຕົ້ນ​ມາ, ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ພວກ​ເຮົາ​ມີ​ລັກ​ສະ​ນະ​ດຸນ​ດ່ຽງ ລັກ​ສະ​ນະ​ກົມ​ກຽວ​ ແລະ​ ລັກ​ສະ​ນະ​ຍືນ​ຍົງຫຼາຍ​ຂຶ້ນ​ຢ່າງ​ເດັ່ນ​ຊັດ, ລວມ  ຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ ໄດ້​ບັນ​ລຸຫຼາຍກວ່າ 100.000 ​ຕື້ຢວນ, ສະ​ເລ່ຍ​ຕາມ​ຫົວ​ຄົນໄດ້ຫຼາຍກວ່າ 10.000 ​ໂດ​ລາ​ສະ​ຫະ​ລັດ, ​ກຳ​ລັງ​ຕົວ​ຈິງ​ໃນ​ດ້ານ​ເສດ​ຖະ​ກິດ ກຳ​ລັງ​ຕົວ​ຈິງ​ໃນ​ດ້ານ​ເຕັກ​ນິກວິ​ທະ​ຍາ​ສາດ​ ແລະ​ ກຳ​ລັງ​ສັງ​ລວມ​ແຫ່ງ​ຊາດ​ ໄດ້​ພັດ​ທະ​ນາ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່, ເສດ​ຖະ​ກິດ​ຂອງ​ປະ​ເທດ​ພວກ​ເຮົາ​ໄດ້​ກ້າວ​ຂຶ້ນ​ສູ່​ເສັ້ນ​ທາງ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງກວ່າ​ເກົ່າ ມີ​ປະ​ສິດ​ທິ​ພາບກວ່າ​ເກົ່າ ມີ​ຄວາມຍຸ​ຕິ​ທຳ​ກວ່າ​ເກົ່າ​ ຍືນ​ຍົງ​ກວ່າ​ເກົ່າ​ ແລະ​ ໝັ້ນ​ຄົງ​ກວ່າ​ເກົ່າ.

4, ການ​ລົງ​ເລິກ​ການ​ປະ​ຕິ​ຮູບ ແລະ ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ຮອບ​ດ້ານ

ພາຍຫຼັງ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ສູນ​ກາງ​ພັກຄັ້ງ​ທີ 3 ສະ​ໄໝ​ທີ 11, ການ​ປະ​ຕິ​ຮູບ ແລະ ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ປະ​ເທດ​ພວກ​ເຮົາ ໄດ້​ເດີນ​ຜ່ານ​ຂະ​ບວນ​ການ​ທີ່​ສະ​ຫງ່າ​ຜ່າ​ເຜີຍ, ແລະ​ໄດ້​ຮັບ​ຜົນ​ງານ​ທີ່​ປະ​ຈັກ​ຕາ​ຊາວ​ໂລກ.  ຄຽງ​ຄູ່​ກັບ​ການ​ພັດ​ທະ​ນາ​ຂອງ​ພຶດ​ຕິ​ກຳ,  ບາງ​ບັນ​ຫາ​ດ້ານ​ກົນ​ໄກ ​ແລະ ​ໂຄງ​ປະ​ກອບ​ໃນຫຼືບ​ເລິກ ແລະ ອຸ​ປະ​ສັກ​ຈາກ​ຜົນ​ປະ​ໂຫຍດ​ທີ່​ຫັນ​ເປັນ​ຄົງ​ທີ່ ກໍ​ນັບ​ມື້​ນັບ​ສະ​ແດງ​ອອກ​ມາ, ການ​ປະ​ຕິ​ຮູບ​ຈຶ່ງ​ໄດ້​ເຂົ້າ​ສູ່​ໄລ​ຍະ​ແກ້​ຂອດ​ຍາກ ແລະ ແກ້​ໄຂ​ບັນ​ຫາ​ເລິກ​ເຊິ່ງ. ສູນ​ກາງ​ພັກ​ໄດ້​ມີ​ຄວາມ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງວ່າ, ການ​ພັດ​ທະ​ນາ​ຂອງ​ພຶດ​ຕິ​ກຳ​ແມ່ນ​ບໍ່​ມີ​ວັນ​ສ້ຽງ​ສຸດ, ການ​ປົດ​ປ່ອຍ​ແນວ​ຄິດ ແມ່ນ​ບໍ່​ມີ​ວັນ​ສ້ຽງ​ສຸດ, ການ​ປະ​ຕິ​ຮູບ ແລະ ເປີດ​ປະ​ຕູ​ສູ່​ພາຍນອກ ກໍ​ບໍ່​ມີ​ວັນ​ສ້ຽງ​ສຸດ​ເຊັ່ນ​ກັນ, ການ​ປະ​ຕິ​ຮູບ ມີ​ແຕ່ສະ​ພາບ​ການ​ກຳ​ລັງ​ດຳ​ເນີນຢູ່​ເທົ່າ​ນັ້ນ, ບໍ່​ມີ​ສະ​ພາບ​ການ​ສິ້ນ​ສຸດ​ລົງ​ແລ້ວ, ຖ້າ​ຢຸດ​ສະ​ງັກ ຫຼື ຖອຍຫຼັງ ແມ່ນ​ບໍ່​ມີ​ທາງ​ອອກ, ຈຶ່ງ​ຕ້ອງ​ມີ​ຄວາມ​ອົງ​ອາດ​ກ້າ​ຫານ​ດ້ານ​ການ​ເມືອງ ແລະ ສະ​ຕິ​ປັນ​ຍາຫຼາຍກວ່າ​ເກົ່າ ເພື່ອ​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ຢ່າງ​ເລິກ​ເຊິ່ງ​ຮອບ​ດ້ານ, ຕ້ອງ​ກ້າ​ທີ່​ຈະ​ແກ້​ຂອດ​ຍາກ, ກ້າ​ທີ່​ຈະ​ຜ່ານ​ຜ່າ​ຄວາມ​ອັນ​ຕະ​ລາຍ, ເຮັດ​ໃຫ້​ການ​ສ້າງ​ລະ​ບຽບ​ການ​ພົ້ນ​ເດັ່ນ​ຂຶ້ນ, ເອົາ​ໃຈ​ໃສ່​ລັກ​ສະ​ນະ​ພົວ​ພັນ​ກັນ ແລະ ລັກ​ສະ​ນະເຊື່ອມ​ຈອດ​ກັນ, ຊຸກ​ຍູ້​ກາ​ນ​ປະ​ຕິ​ຮູບ​ຢ່າງ​ແທ້​ຈິງ, ແກ້​ຂໍ້​ບົກ​ຜ່ອງ​ຂອງ​ໂຄງ​ປະ​ກອບ ແລະ ກົນ​ໄກ​ໃນ​ດ້ານ​ຕ່າງໆ​ຢ່າງ​ບັງ​ເກີດ​ຜົນ.

ກອງ​ປະ​ຊຸມ​ຄົບ​ຄະ​ນະ​ສູນ​ກາງ​ພັກຄັ້ງ​ທີ 3 ສະ​ໄໝ​ທີ 18 ໄດ້​ດຳ​ເນີນ​ການ​ຈັດ​ວາງ​ຕໍ່​ການ​ປະ​ຕິ​ຮູບ​ໂຄງ​ປະ​ກອບ​ເສດ​ຖະ​ກິດ ໂຄງ​ປະ​ກອບ​ການ​ເມືອງ ໂຄງ​ປະ​ກອບ​ວັດ​ທະ​ນະ​ທຳ ໂຄງ​ປະ​ກອບ​ສັງ​ຄົມ ໂຄງ​ປະ​ກອບ​ຄວາມ​ສິ​ລິ​ໄລດ້ານ​ນິ​ເວດ ແລະ ການ​ປ້ອງ​ກັນ​ປະ​ເທດ-ກອງ​ທັບ ພ້ອມ​ດ້ວຍ​ການ​ປະ​ຕິ​ຮູບ​ລະ​ບຽບ​ການກໍ່​ສ້າງ​ພັກ, ໄດ້​ກຳ​ນົດ​ເປົ້າ​ໝາຍ​ລວມ ຈຸດ​ໜັກ​ຍຸດ​ທະ​ສາດ ການ​ລຽງ​ລຳ​ດັບ ທິດ​ທາງ​ຕົ້ນ​ຕໍ ກົນ​ໄກ​ເຮັດ​ວຽກ ຮູບ​ການ​ຊຸກ​ຍູ້ ແລະ ຕາ​ຕະ​ລາງ​ເວ​ລາ​ຂອງ​ການ​ປະ​ຕິ​ຮູບ​ຢ່າງ​ເລິກ​ເຊິ່ງ​ຮອບ​ດ້ານ. ກອງ​ປະ​ຊຸມ​ຄົບ​ຄະ​ນະ​ສູນ​ກາງ​ພັກ​ຄັ້ງ​ທີ 3 ສະ​ໄໝ​ທີ 11 ແມ່ນ​ມີ​ຄວາມ​ໝາຍ​ຂີດ​ແບ່ງ​ຍຸກ​ສະ​ໄໝ, ເຊິ່ງ​ເປັນ​ການ​ເລີ່ມ​ຕົ້ນ​ໄລ​ຍະ​ໃໝ່​ຂອງ​ການ​ປະ​ຕິ​ຮູບ ເປີດ​ປະ​ຕູ​ສູ່​ພາຍນອກ ແລະ ການ​ສ້າງ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ. ກອງ​ປະ​ຊຸມ​ຄົບ​ຄະ​ນະ​ສູນ​ກາງ​ພັກຄັ້ງ​ທີ 3 ສະ​ໄໝ​ທີ 18 ກໍ​ມີ​ຄ​ວາມ​ໝາຍ​ຂີດ​ແບ່ງ​ຍຸກ​ສະ​ໄໝ​ເຊັ່ນ​ກັນ, ເຊິ່ງ​ໄດ້​ບັນ​ລຸ​ການ​ປ່ຽນ​ແປງ​ຂອງ​ການ​ປະ​ຕິ​ຮູບ​ຈາກ​ການ​ທົດ​ລອງ​ໃນ​ບາງ​ພາກ​ສ່ວນ ​ໄປ​ສູ່​ການ​ດຳ​ເນີນ​ຢ່າງ​ເປັນ​ລະ​ບົບ ແລະ ລົງ​ເລິກ​ຮອບ​ດ້ານ, ໂດຍ​ໄດ້​ບຸກ​ເບີກ​ສະ​ພາບ​​ການໃໝ່​ແຫ່ງ​ການ​ປະ​ຕິ​ຮູບ ແລະ ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ປະ​ເທດ​ພວກ​ເຮົາ.

ພັກ​ໄດ້​ຍຶດ​ໝັ້ນ​ທິດ​ທາງ​ການ​ປະ​ຕິ​ຮູບ​ທີ່​ຖືກ​ຕ້ອງ, ຖື​ການ​ຊຸກ​ຍູ້​ຄວາມ​ຍຸ​ຕິ​ກຳ​ຄວາມ​ເປັນ​ທຳ​ທາງ​ສັງ​ຄົມ ແລະ ເພີ່ມ​ຄວາມ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ ເປັນ​ຈຸດ​ເລີ່ມ​ຕົ້ນ ແລະ ຈຸດ​ປະ​ສົງ, ​ເນັ້ນ​​ການແກ້​ໄຂ​ບັນ​ຫາ​ເປັນ​ທິດ​ຊີ້​ນຳ, ສຸມ​ໃສ່​ປົດ​ປ່ອຍ​ແນວ​ຄິດ​ຕື່​ມ​ອີກ, ປົດ​ປ່ອຍ ແລະ ພັດ​ທະ​ນາ​ກຳ​ລັງ​ການ​ຜະ​ລິດ​ທາງ​ສັງ​ຄົມ, ປົດ​ປ່ອຍ ແລະ ເພີ່ມ​ພະ​ລັງ​ຊີ​ວິດ​ຂອງ​ສັງ​ຄົມ, ໄດ້​ເພີ່ມ​ທະ​ວີ​ການ​ອອກ​ແບບ​ຈາກ​ຂັ້ນ​ສູງ​ສຸດ ແລະ ການ​ວາງ​ແຜນ​ພາກ​ສ່ວນ​ລວມ​ທັງ​ໝົດ, ເຮັດ​ໃຫ້​ການ​ປະ​ຕິ​ຮູບ​ດຳ​ເນີນ​ໄປ​ເປັນ​ລະ​ບົບ​ກວ່າ​ເກົ່າ ດຳ​ເນີນ​ໄປ​ໃນ​ພາກ​ສ່ວນ​ທັງ​ໝົດ​ກວ່າ​ເກົ່າ ແລະ ດຳ​ເນີນ​ໄປ​ຢ່າງ​ປະ​ສານ​ກົມ​ກຽວກວ່າ​ເກົ່າ, ກະ​ຕຸ້ນຈິດ​ໃຈປະ​ດິດ​ສ້າງ​ໃໝ່​ຂອງ​ປະ​ຊາ​ຊົນ, ຊຸກ​ຍູ້​ການ​ປະ​ຕິ​ຮູບ​ໃນ​ຂົງ​ເຂດ​ສຳ​ຄັນ ແລະ ໃນ​ຂອດ​ທີ່​ເປັນ​ຂໍ​ກຸນ​ແຈ​ໃຫ້​ດຳ​ເນີນ​ໄປ​ຢ່າງ​ແທ້​ຈິງ ແລະ ເລິກ​ເຊິ່ງ. ພັກ​ໄດ້​ຊຸກ​ຍູ້​ການ​ອອກ​ແຮງປະ​ຕິ​ຮູບຢ່າງ​ຮອບ​ດ້ານ, ໃຫ້​ມີ​ການ​ບຸກ​ທະ​ລຸ​ໃນຫຼາຍ​ຈຸດ, ໃຫ້​ດຳ​ເນີນ​ໄປ​ທັງ​ວ່ອງ​ໄວ​ທັງ​ມີ​ບາດ​ກ້າວ​ໝັ້ນ​ທ່ຽງ ແລະ​ໃຫ້​ກ້າວ​ໄປ​ໜ້າ​ຢ່າງ​ເລິກ​ເຊິ່ງ, ຈາກ​ການ​ສ້າງ​ພື້ນ​ຖານ ແລະ ສ້າງ​ໂຄງ​ຮ່າງ ​ໄປຮອດ​ການ​ຊຸກ​ຍູ້​ຢ່າງ​ຮອບ​ດ້ານ ​ແລະ ການ​ສ້າງ​ເປັນ​ທ່ວງ​ທ່າ ຕະຫຼອດ​ຮອດ​ການ​ສ້າງ​ເປັນ​ລະ​ບົບ ທັງ​ມີ​ການ​ປະ​ສານ​ສົມ​ທົບ​ຢ່າງ​ມີ​ປະ​ສິດ​ທິ​ພາບ​ສູງ, ໂຄງ​ຮ່າງ​ລະ​ບຽບ​ການ​ອັນ​ພື້ນ​ຖານ​ໃນ​ຂົງ​ເຂດ​ຕ່າງໆ ໄດ້​ຖືກ​ກຳ​ນົດ​ໂດຍ​ພື້ນ​ຖານ, ຢູ່ຫຼາຍ​ຂົງ​ເຂດ ໄດ້​ບັນ​ລຸ​ການ​ປ່ຽນ​ແປງ​ຄັ້ງ​ປະ​ຫວັດ​ສາດ ການ​ສ້າງ​ລະ​ບົບ​ຄືນໃໝ່ ແລະ ການ​ສ້າງ​ພາກ​ສ່ວນ​ທັງ​ໝົດ​ຄືນໃໝ່.

ສູນ​ກາງ​ພັກ​ໄດ້​ມີ​ຄວາມ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງວ່າ, ການ​ເປີດ​ປະ​ຕູ ໄດ້​ນຳ​ມາ​ເຊິ່ງ​ຄວາມ​ກ້າວ​ໜ້າ, ການ​ປິດ​ປະ​ຕູ ຍ່ອມ​ຈະ​ພາ​ໃຫ້ຫຼ້າຫຼັງ; ຖ້າ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ພວກ​ເຮົາ​ຢາກ​ໄດ້​ຮັບ​ທ່າ​ແຮງ ໄດ້​ຮັບ​ທ່າ​ບຸກ ແລະ ໄດ້​ຮັບ​ອະ​ນ​າ​ຄົດ, ກໍ​ຕ້ອງ​ໄດ້​ໄປ​ຕາມ​ກະ​ແສ​ແຫ່ງເສດ​ຖະ​ກິດ​ໂລ​ກາ​ພິ​ວັດ, ໂດຍ​ອາ​ໄສ​ທ່າ​ແຮງ​ດ້ານ​ຕະຫຼາດ​ຂະ​ໜາດ​ໃຫຍ່​ພິ​ເສດ​ຂອງ​ປະ​ເທດ​ພວກ​ເຮົາ, ປະ​ຕິ​ບັດ​ຍຸດ​ທະ​ສາດ​ເປີດ​ປະ​ຕູ​ທີ່​ຕັ້ງ​ໜ້າ ແລະ ເປັນ​ເຈົ້າ​ການກວ່າ​ເກົ່າ. ປະ​ເທດ​ພວກ​ເຮົາ​ໄດ້​ຍຶດ​ໝັ້ນ​ການ​ປຶກ​ສາ​ຫາ​ລື​ຮ່ວມ​ກັນ ການ​ສ້າງ​ສາ​ຮ່ວມ​ກັນ ແລະ ການ​ຊົມ​ໃຊ້​ຮ່ວມ​ກັນ​, ຊຸກ​ຍູ້​ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຮ່ວມ​ກັນ​ນັ້ນ​ໃຫ້​ພັດ​ທະ​ນາ​ໃນ​ຄຸນ​ນະ​ພາບ​ສູງ, ຊຸກ​ຍູ້​ໂຄງ​ການ​ຮ່ວມ​ມືຫຼາຍ​ໂຄງ​ການ​ທີ່​ພົວ​ພັນ​ເຖິງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ການ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ​ຂອງ​ປະ​ເທດ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ສ້າງ​ເສັ້ນ​ທາງ​ແຫ່ງ​ສັນ​ຕິ​ພາບ ເສັ້ນ​ທາງ​ແຫ່ງ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ ເສັ້ນ​ທາງ​ແຫ່ງ​ການ​ເປີດ​ປະ​ຕູ ເສັ້ນ​ທາງ​ສີ​ຂຽວ ເສັ້ນ​ທາງ​ປະ​ດິດ​ສ້າງ​ໃໝ່ ແລະ ເສັ້ນ​ທາງ​ທີ່​ມີ​ຄວາມ​ສິ​ວິ​ໄລ, ເຮັດ​ໃຫ້ “ໜຶ່ງ​ແລ​ວ​ໜຶ່ງ​ເສັ້ນ​ທາງ” ​ໄດ້​ກາຍ​ເປັນ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ສາ​ກົນ​ ແລະ​ ເວ​ທີ​ການ​ຮ່ວມ​ມື​ສາ​ກົນ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຢ່າງ​ສູງ​ໃນ​ໂລກ​ປັດ​ຈຸ​ບັນ. ປະ​ເທດ​ພວກເຮົາ​ໄດ້​ຍຶດ​ໝັ້ນ​ໃນ​ການ​ເຮັດ​ໃຫ້​ການ​ເປີດ​ປະ​ຕູ​ຢູ່​ພາຍ​ໃນ​ ແລະ ​ການ​ເປີດ​ປະ​ຕູ​ຕໍ່​ພາຍນອກ​ຊ່ວຍ​ຊູ​ຍູ້​ໜູນ​ກັນ, ເຮັດ​ໃຫ້​ການ​ “ນຳ​ເຂົ້າ​” ກັບ “​ການ​ໄປ​ຕ່​າງ​ປະ​ເທດ” ປະ​ສານ​ສົມ​ທົບ​ກັນ​ໃຫ້​ດີກວ່າ​ເກົ່າ, ຊຸກ​ຍູ້​ການ​ຄ້າ ​ແລະ ​ການ​ລົງ​ທຶນ​​​ໃຫ້ເປັນ​ແບບເສ​ລີ​ ແລະ ​ມີ​ຄວາມສະ​ດວກ, ​ສ້າງ​ເຄືອ​ຂ່າຍ​ເຂດ​ການ​ຄ້າ​ເສ​ລີ​ມາດ​ຕະ​ຖານ​ສູງ​ທີ່​ຫັນ​ໜ້າ​ສູ່​ໂລກ, ສ້າງ​ເຂດ​ທົດ​ລອງ​ການ​ຄ້າ​ເສ​ລີ​ ແລະ ​ເຂດ​ການ​ຄ້າ​ເສ​ລີ​ໄຫຫຼຳ, ຊຸກ​ຍູ້​ການ​ເປີດ​ປະ​ຕູ​ດ້ານ​ລະ​ບຽບ​ການ​ຕ່າງໆ, ​ເຊັ່ນ: ​ຂໍ້​ກຳ​ນົດ ການວາງ​ຂໍ້​ກຳ​ນົດ ການ​ຄຸ້ມ​ຄອງ ແລະ ມາດ​ຕະ​ຖານ​ເປັນ​ຕົ້ນ, ​ກາຍ​ເປັນ​ສະ​ພາບ​ການ​ເປີດ​ປ​ະ​ຕູ​ສູ່​ພາຍນອກໃນຂອ​ບ​ເຂດ​ກວ້າງກວ່າ​ເກົ່າ ​ຂົງ​ເຂດຫຼາຍກວ່າ​ເກົ່າ​ ແລະ ​ມີ​ລະ​ດັບ​ເລິກ​ເຊິ່ງກວ່າ​ເກົ່າ, ສ້າງ​ລະ​ບົບ​ເສດ​ຖະ​ກິດ​ແບບ​ເປີດປະ​ຕູ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ຜະ​ໂຫຍດ ມີ ຫຼາຍ​ເຄົ້າ ດຸນ​ດ່ຽງ ປອດ​ໄພ​ ແລະ ​ມີ​ປ​ະ​ສິດ​ທິ​ພາບ​ສູງ, ​ເສີມ​ສ້າງ​ທ່າ​ແຮງ​ໃໝ່​ຂອງ​ປະ​ເທດ​ພວກ​ເຮົາ​ໃນການ​ຮ່ວມ​ມື​ ແລະ​ ການ​ແຂ່ງ​ຂັນດ້ານ​ເສດ​ຖະ​ກິດ​ໃນ​ສາ​ກົນ.

ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກເປັນຕົ້ນມາ, ພັກ​ໄດ້​ຊຸກ​ຍູ້​ການ​​ລົງ​ເລິກ​ການປະ​ຕິ​ຮູບ​ ແລະ​ ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ຮອບ​ດ້ານ​ໃຫ້​ຂະ​ຫຍາຍ​ຕົວ​ກ້າວ​ສູ່​ລວງກວ້າງ​ ແລະ ​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ, ລະ​ບອບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ຂະ​ຫຍາຍ​ຕົວ​ໄດ້​ສຸກງອ​ມກວ່າ​ເກົ່າ​ ແລະ​ ໝັ້ນ​ຄົງ​ກວ່າ​ເກົ່າ, ລະ​ດັບ​​ການ​ຫັນ​ເປັນ​ທັນ​ສະ​ໄໝ​​ດ້ານ​ລະ​ບົບ ແລະ ຄວາມ​ສາ​ມາດການ​ປົກ​ຄອງ​ບໍ​ລິ​ຫານ​ປະ​ເທດໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ພາ​ລະ​ກິດ​ຂອງ​ພັກ ​ແລະ ​ປະ​ເທ​ດ​ຊາດ​ໄດ້​ປາ​ກົດ​ມີ​ພະ​ລັງ​ຊີ​ວິດ​ອັນ​ໃໝ່

5. ​ການກໍ່ສ້າງໃນດ້ານການເມືອງ

ພາຍຫຼັງ​ດຳ​ເນີນ​ການ​ປະ​ຕິ​ຮູບ​ ແລະ ​ເປີດ​ປ​ະ​ຕູ​ສູ່​ພາຍນອກ​, ພັກ​ໄດ້​ນຳ​ພາ​ປະ​ຊາ​ຊົນ​ຍຶດ​ໝັ້ນເສັ້ນ​ທາງ​ພັດ​ທະ​ນາ​ການ​ເມືອງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ, ພັດ​ທະ​ນາ​ປ​ະ​ຊາ​ທິ​ປະ​ໄຕ​ສັງ​ຄົມ​ນິ​ຍົມ, ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ໃຫຍ່ຫຼວງ. ພັກ​ໄດ້​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງ​ຈາ​ກ​ບົດ​ຮຽນທາງ​ບວກ​​ ແລະ ​​ທາງ​ລົບ​ຂອງການ​ພັດ​ທະ​ນາ​ການ​ເມືອງ​ທັງ​ພາຍ​ໃນ​ ແລະ ​ຕ່າງ​ປະ​ເທດ​ວ່າ, ການ​ເດັດ​ດ່ຽວ​ມີ​ຄວາມ​ໝັ້ນ​ໃຈ​ຕົນ​ເອງ​ດ້າ​ນ​ລະ​ບອບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ, ກ່ອນ​ອື່ນ ຕ້ອງ​ເດັດ​ດ່ຽວ​ມີ​ຄວາມ​ໝັ້ນ​ໃຈ​ຕົນ​ເອງ​ໃນ​ດ້ານ​ລະ​ບອບ​ການ​ເມືອງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສ​ດ​ຂອງ​ຈີນ, ກໍ່​ສ້າງ​ການ​ເມືອງ​ປະ​ຊາ​ທິ​ປະ​ໄຕ​ສັງ​ຄົມ​ນິ​ຍົມ, ​ພັດ​ທະ​ນາ​ຄວາມ​ສິ​ວິ​ໄລ​ດ້ານ​ການ​ເມືອງ​ສັງ​ຄົມ​ນິ​ຍົມ, ຕ້ອງ​ເຮັດ​ໃຫ້​ລະ​ບອບ​ການ​ເມືອງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ຢັ່ງ​ຮາກ​ເລິກ​ລົງ​ສູ່​ດິນ​ແດນ​ສັງ​ຄົມ​ຈີນ, ການ​ທີ່​ລອກ​ແບບ​ເອົາ​ລະ​ບອບ​ການ​ເມືອງ​ຂອງ​ປະ​ເທດ​ອື່ນ​ແມ່ນ​ເປັນ​ໄປ​ບໍ່​ໄດ້, ຍິ່ງ​ໄປ​ກວ່າ​ນັ້ນ ​ຍັງ​ຈະເຮັດ​ໃຫ້​ປະ​ເທດ​ຊາດ​ເສຍ​ອະ​ນາ​ຄົດ. ຕ້ອງ​ຍຶດ​ໝັ້ນ​ໃນ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ແບບ​ກາຍ​ອິນ​ຊີລະ​ຫວ່າງ ການ​ນຳ​ພາ​ຂອງ​ພັກ ປະ​ຊາ​ຊົນ​ເປັນ​ເຈົ້າ​ຂອງ​ປະ​ເທດ​ຊາດ ແລະ​ ການ​ປົກ​ຄອງ​ປະ​ເທດ​ຕາມ​ກົດ​ໝາຍ, ຕັ້ງ​ໜ້າ​ພັດ​ທະ​ນາ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ໃນ​ທົ່ວ​ຂັ້ນ​ຕອນ, ບູ​ລະ​ນະ​ລະ​ບົບ​ລະ​ບຽບ​ການ​ກ່ຽວ​ກັບ​ປະ​ຊາ​ຊົນ​ເປັນ​ເຈົ້າ​ຂອງ​ປະ​ເທດ​ຊາດທີ່​ຮອບ​ດ້ານ ກວ້າງ​ຂວາງ​ ແລະ ​ມີ​ການ​ເຊື່ອມ​ຈອດ​ແບບ​ກາຍ​ອິນ​ຊີ​ນັ້ນ​ໃຫ້​ສົມ​ບູນ​ຂຶ້ນ, ສ້າງ​ຊ່ອງ​ທາງ​ປະ​ຊາ​ທິ​ປະ​ໄຕ​ທີ່​ມີຫຼາຍ​ຊ່ອງ ​ລຸ​​ລ່ວງ ແລະ​ ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ພັດ​ທະ​ນາຮູບ​ການ​ປະ​ຊາ​ທິ​ປະ​ໄຕ​ໃຫ້​ອຸ​ດົມ​ສົມ​ບູນ​ຂຶ້ນ, ເປີດກວ້າງ​ການ​ມີ​ສ່ວນ​ຮ່ວມ​ໃນ​ດ້ານ​ການ​ເມືອງ​ຢ່າງ​ເປັນ​ລະ​ບຽບ​​ຮຽບ​ຮ້ອງຂອງ​ປະ​ຊາ​ຊົນ​ຈາກ​ທຸກ​ລະ​ດັບ​ທຸກ​ຂົງ​ເຂດ, ເຮັດ​ໃຫ້​ລະ​ບຽບ​ການ​ດ້ານ​ຕ່າງ​ໆ ​ແລະ ​ການ​ບໍ​ລິ​ຫານ​ປະ​ເທດ​ສາ​ມາດ​ສ່ອງ​ແສ​ງ​ເຖິງຄວາມ​ປາ​ຖະ​ໜາ​ຂອງ​ປະ​ຊາ​ຊົນ ຮັບ​ປະ​ກັນ​ສິດ​ທິ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ ແລະ ກ​ະ​ຕຸ້ນ​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ປະ​ຊາ​ຊົນ​ໃຫ້​ມີ​ປະ​ສິດ​ທິ​ຜົນຫຼາຍກວ່າ​ເກົ່າ. ​ຕ້ອງ​ມີ​ສະ​ຕິ​ລະ​ວັງ​ຕົວ​ ແລະ ​ປ້ອງ​ກັນ​ຜົນກະ​ທົບ​ທີ່​ບໍ່​ດີ​ຈາກກະ​ແສ​ແນວ​ຄິດ​ການ​ເມືອງ​ຕ່າງ​ໆ​​ຂອງ​ປະ​ເທດ​ຕາ​ເວັນ​ຕົກເປັນ​ຕົ້ນ​ແມ່ນ: “ກ​ານ​ປົກ​ຄອງ​ລະ​ບອບລັດ​ຖະ​ທຳ​ມະ​ນູນ”, ຫຼາຍ​ພັກ​ຜັດ​ປ່ຽນ​ກັນ​ກຳ​ອຳ​ນາດ, “​ການ​ແຍກເປັນ 3 ​ອຳ​ນາດ” ແລະ​ອື່ນໆ.

ກອງ​ປະ​ຊຸມ​ຄົບ​ຄ​ະ​ນະ​ຄັ້ງ​ທີ 4 ​ສະ​ໄໝ​ທີ 19 ຂອງ​ສູນ​ກາງ​ພັກໄດ້​ສຸມ​ໃສ່​ການ​ກຳ​ອຳ​ນາດ​ຢ່າງ​ຍາວ​ນານ​ຂອງ​ພັກ​ ແລະ ​ຄວາມສະ​ຫງົບຖາ​ວອນ​ຂອງ​ປະ​ເທດ​ຊາດ, ໄດ້​ວາງ​ແຜນ​ແມ່​ບົດກ່ຽວ​ກັບ​ການ​ຍຶດ​ໝັ້ນ​ ແລະ ​ບູ​ລະ​ນະ​ລະ​ບອບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ ແລະ ການຊຸກ​ຍູ້ການ​ຫັນ​ເປັນ​ທັນ​ສະ​ໄໝ​ດ້ານ​ລະ​ບົບ​ ແລະ​ ຄວາມ​ສາ​ມາດ​ການປົກ​ຄອງບໍ​ລິ​ຫານ​ປະ​ເທດ​, ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ໃນ​ການ​ວາງ​ແຜນ​ກ່ຽວ​ກັບ​ການ​ຍຶດ​ໝັ້ນ​ ແລະ ​ບູ​ລະ​ນະ​ລະ​ບຽບ​ການຮາກ​ຖານ  ລະ​ບຽບ​ການ​ພື້ນ​ຖານ​ ແລະ​ ລະ​ບຽບ​ການ​ສຳ​ຄັນ​ສະ​ເພາະ ​ທີ່ຄ້ຳ​ຊູ​ລະ​ບອ​ບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ. ສູນ​ກາງ​ພັກ​ເນັ້ນ​ໜັກ​ວ່າ: ຕ້ອງ​ຍຶດ​ໝັ້ນ​ຖາ​ນະ​ທີ່​ເປັນ​​ພາກ​ສ່ວນຫຼັກ​ຂອງ​ປະ​ຊາ​ຊົນ, ຮັບ​ປະ​ກັນ​ໃຫ້​ປະ​ຊາ​ຊົນ​ດຳ​ເນີນ​ການ​ເລືອກ​ຕັ້ງ ​ປຶກ​ສາ​ຫາ​ລື ກຳ​ນົດນະ​ໂຍ​ບາຍ ​ຄຸ້ມ​ຄອງບໍ​ລິ​ຫານ ແລະ​ ຕິດ​ຕາມກວດ​ກາ​ຢ່າງ​ມີ​ປະ​ຊາ​ທິ​ປະ​ໄຕ​ຕາມ​ກົດ​ໝາຍ. ​ພັກ​ໄດ້ຍຶດ​ໝັ້ນ​ ແລະ​ ບູ​ລະ​ນະ​ລະ​ບອບ​ສະ​ພາ​ປະ​ຊາ​ຊົນໃຫ້​ສົມ​ບູນ​ຂຶ້ນ, ສະ​ໜັບ​ສະ​ໜູນ​ ແລະ ​ຮັບ​ປະ​ກັນໃຫ້ປະ​ຊາ​ຊົນ​ປະ​ຕິ​ບັດສິດ​ອຳ​ນາດ​ຂອງ​ຊາດຜ່ານ​ຈາກ​ສະ​ພາ​ປະ​ຊາ​ຊົນ, ສະ​ໜັບ​ສະ​ໜູນ​ ແລະ ​ຮັບ​ປະ​ກັນ​ໃຫ້ສະ​ພາ​ປະ​ຊາ​ຊົນ​ປະ​ຕິ​ບັດ​ສິດ​ນິ​ຕິ​ບັນ​ຍັດ ສິດ​ຕິດ​ຕາມ​ກວດ​ກາ ສິດ​ຕັດ​ສິນເລື່ອງ​ໃຫຍ່​ຂອງ​ຊາດ ແລະ​ ສິດ​ແຕ່ງ​ຕັ້ງ​-ປົດ​ຕຳ​ແໜ່ງ, ສືບ​ສວນ​ ແລະ ​ແກ້​ໄຂ​ຄະ​ດີ​ກ່ຽວ​ກັ​ບ​ການ​ໃຫ້​ສິນ​ບົນ​ເພື່ອ​ຫາ​ສຽງ​ໃນ​ການ​ເລືອກ​ຕັ້ງ​ຢ່າງ​ບໍ່​ລັ່ງ​ເລ​ໃຈ, ປົກ​ປັ​ກ​ຮັກ​ສາອິດ​ທິ​ພົນ ​ແລະ ​ກຽດ​ສັກ​​ສີ​ຂອງ​ລະ​ບອບ​ສະ​ພາ​ປະ​ຊາ​ຊົນ, ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ລະ​ບອບ​ສະ​ພາ​ປ​ະ​ຊາ​ຊົນ​ໃນ​ຖານະ​ເປັນ​ລະ​ບອບ​ການ​ເມືອງ​ພື້ນ​ຖານ. ພັກ​​ໄດ້ຍຶດ​ໝັ້ນ​ ແລະ ​ບູ​ລະ​ນະ​ລະ​ບອບຫຼາຍ​ພັກ​ຮ່ວມ​ມື​ກັນ​ ແລະ ​ປຶກ​ສາ​ການ​ເມືອງ​ທີ່​ນຳ​ພາ​ໂດຍ​ພັກ​ກອມ​ມູ​ນິດ​ຈີນ, ບູ​ລະ​ນະ​ລະ​ບຽບ​ການ​ຕ່າງໆ​ເຊັ່ນ: ສູນ​ກາງ​ພັກ​ຝ່າຍ​ປະ​ຊາ​ທິ​ປ​ະ​ໄຕ​ປະ​ຕິ​ບັດ​ການ​ຕິດ​ຕ​າມກວດ​ກາ​ສະ​ເພາະ ​ຕໍ່​ສະ​ພາບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ນະ​ໂຍ​ບາຍ​ສຳ​ຄັນ, ສະ​ເໜີ​​ຂໍ້​ສະ​ເໜີ​ໂດຍ​ກົງ​ຕໍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ແລະ​ອື່ນໆ, ເພີ່ມ​ທະ​ວີ​ການ​ສ້າງລະ​ບຽບ​ການ​ກ່ຽວ​ກັບ​​ສະ​ພາ​ປຶກ​ສາ​ການ​ເມືອງ ເຊິ່ງ​ເປັນອົງ​ການ​ປຶກ​ສາ​ສະ​ເພາະ, ຊຸກ​ຍູ້​ການ​ປຶກ​ສາ​ແບບ​ປະ​ຊາ​ທິ​ປະ​ໄຕ​ສັງ​ຄົມ​ນິ​ຍົມໃຫ້​​ພັດ​ທະ​ນາ​ຢ່າງກວ້າງກວາງ ມີ​ຫຼາຍ​ລະ​ດັບ ​ແລະ ​ຫັນ​ເປັນ​ລະ​ບຽບການ, ກາຍ​ເປັນ​ລະ​ບົບ​ການ​ປຶກ​ສາ​ແບບ​ປະ​ຊາ​ທິ​ປະ​ໄຕ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ. ພັກ​ໄດ້​ຍຶດ​ໝັ້ນ​ໃນ​ການ​ປັບ​ປຸງ​ອຳ​ນາດ​ການ​ປົກ​ຄອງ​ຂັ້ນ​ຮາກ​ຖານໃຫ້​ໝັ້ນ​ຄົງ, ບູ​ລະ​ນ​ະ​ລະ​ບຽບ​ການ​ປະ​ຊາ​ທິ​ປະ​ໄຕ​ຂັ້ນ​ຮາກ​ຖານ, ບູ​ລະ​ນະ​ລະ​ບຽບ​ການ​ເປີດ​ເຜີຍ​ວຽກ​ງານ​ບໍ​ລິ​ຫານ, ຮັບ​ປະ​ກັນ​ໃຫ້​ປະ​ຊາ​ຊົນ​ມີ​ສິດ​ຮັບ​ຮູ້ ສິດ​ມີ​ສ່ວນ​ຮ່ວມ ສິດ​​ປະ​ກອບຄຳ​ເຫັນ ແລະ ສິດ​ຕິດ​ຕາມກວດ​ກາ. ອີງ​ຕາມຫຼັກ​ການ​ທີ່ວ່າ ຍຶດ​ໝັ້ນ​ການ​ນຳ​ພາຂອງ​ພັກ​ຢ່າງ​ຮອບ​ດ້ານ ​ຍຶດ​ໝັ້ນ​ການ​ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ ຍຶດ​ໝັ້ນ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ-ປະ​ສານ​ງານ​-ມີ​ປະ​ສິດ​ທິ​ພາບ​ສູງ ແລະ ຍຶດ​ໝັ້ນ​ການ​ປົກ​ຄອງ​ປະ​ເທດ​ຕາມ​ກົດ​ໝາຍ​ຢ່າງ​ຮອບ​ດ້ານ, ​ໄດ້ລົງ​ເລິກ​ການ​ປະ​ຕິ​ຮູບ​ກົງ​ຈັກ​ຂອງ​ພັກ-ລັດຢ່າງ​ຮອບ​ດ້ານ, ພາ​ລະ​ບົດ​ບາດ​ຂອງ​ກົງ​ຈັກ​ພັກ-ລັດໄດ້ບັນ​ລຸ​ການ​ປັບ​ປຸງ​ຄືນ​ໃໝ່​ຢ່າງ​ເປັນ​ລະ​ບົບ​ໂດຍ​ລວມ.  ພັກ​ໄດ້​ຍຶດ​ໝັ້ນ​ ແລະ ​ບູ​ລະ​ນະ​ລະ​ບອບເຂດ​ປົກ​ຄອງ​ຕົນ​ເອງຂອງຊົນ​ເຜົ່າສ່ວນ​ໜ້ອຍ​, ເດີນ​ຕາມ​ເສັ້ນ​ທາງ​ອັນ​ຖືກ​ຕ້ອງ​ແຫ່ງ​ການ​ແກ້​ໄຂ​ບັນ​ຫາ​ຊົນ​ເຜົ່າ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ, ຍຶດ​ໝັ້ນຖື​ເອົາການ​ປູກ​ຈິດ​ສຳ​ນຶກ​ປະ​ຊາ​ຄົມ​ຊົນ​ຊາດ​ຈີນ​ໃຫ້​ປະ​ຊາ​ຊົນ​ຢ່າງ​ໜັກ​ແໜ້ນ​ເປັນ​ເນື້ອ​ໃນ​ຕົ້​ນ​ຕໍຂອງ​ວຽກ​ງານ​ຊົນ​ເຜົ່າ, ກຳ​ນົດ​ແຜນ​ຍຸດ​ທະ​ສາດຂອງ​ພັກ​ໃນ​ການ​ຄຸ້ມ​ຄອງ​ເຂດ​ຕິ​ເບດ ແລະ​ ເຂດ​ຊິ່ນ​ຈ່ຽງ​ໃນ​ຍຸກ​ໃໝ່, ປັບ​ປຸງ​ ແລະ​ ​ພັດ​ທະ​ນາ​ການ​ພົວ​ພັນ​ຊົນ​ເຜົ່າ​ສັງ​ຄົມ​ນິ​ຍົມ​ທີ່​ສະ​ເໝີ​ພາບ ສາ​ມັກ​ຄີຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ ແລະ ​ກົມ​ກຽວ​ກັນ, ຊຸກ​ຍູ້​ບັນ​ດາ​ຊົນ​ເຜົ່າ​ສາ​ມັກ​ຄີ​ສູ້​ຊົນ​ຮ່ວມ​ກັນ ແລະ ພັດ​ທະ​ນາ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ. ພັກ​ໄດ້​ຍຶດ​ໝັ້ນ​ທິດ​ທາງ​ພື້ນ​ຖານ​ຂອງ​ພັກ​ກ່ຽວ​ກັບ​ວຽກ​ງານ​ສາ​ສະ​ໜາ, ຍຶດ​ໝັ້ນ​ທິດ​ທາງ​ຫັນ​ສາ​ສະ​ໜາ​ຂອງ​ປະ​ເທດພວກ​ເຮົາ​ໃຫ້​ເປັນ​ແບບ​ຈີນ, ຕັ້ງ​ໜ້າ​ຊຸກ​ນຳ​ສາ​ສະ​ໜາໃຫ້​ສອດ​ຄ່ອງ​ກັບ​ສັງ​ຄົມ​ສັງ​ຄົມ​ນິ​ຍົມ. ພັກ​ໄດ້​ປັບ​ປຸງ​ພາກ​ສ່ວນ​ໃຫຍ່​ຂອງ​ວຽກ​ງານ​ແນວ​ໂຮມ​ເອ​ກະ​ພາບ, ພະ​ຍາ​ຍາມ​ສະ​ແຫວງ​ຫາ​ຄວາມ​ເປັນ​ເອ​ກະ​ພາບ​ກັນຫຼາຍ​ທີ່​ສຸດ​ຂອງ​ກຳ​ລັງ​ທຸກ​ດ້ານ​ໃນ​ທົ່ວ​ສັງ​ຄົມ, ເຕົ້າ​ໂຮມ​ກຳ​ລັງ​ແຮງ​ສັງ​ລວມ​ອັນ​ໃຫຍ່ຫຼວງ​ໃນ​ການ​ບັນ​ລຸ​ເປົ້າ​ໝາຍ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະ​ຊາຊາດ​ຈີນ. ​ໂດຍ​ປິ່ນ​ອ້ອມ​ການ​ເພີ່ມ​ທະ​ວີ​ລັກ​ສະ​ນະ​ການ​ເມືອງ ລັກ​ສະ​ນະ​ກ້າວ​ໜ້າ​ ແລະ ​ລັກ​ສະ​ນະ​ມະ​ຫາ​ຊົນ, ພັກ​ໄດ້ຊຸກ​ຍູ້​ການ​ປະ​ຕິ​ຮູບ ​ແລະ ການ​ປະ​ດິດ​ສ້າງໃໝ່​ໃນວຽກ​ງານ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​, ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ຄະ​ນະ​ຈັດ​ຕັ້ງ​ປະ​ຊາ​ຊົນ​ ແລະ ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ຕ່າງໆ​ເຊັ່ນ:  ກຳ​ມະ​ບານ, ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ​, ສະ​ຫະ​ພັນ​ແມ່​ຍິງ ແລະ​ອື່ນໆ ໃຫ້​ເກີດ​ມີ​ປະ​ສິດ​ທິ​ຜົນ​ທີ່​ດີກວ່າ​ເກົ່າ. ພວກ​ເຮົາ​ໄດ້​ຖື​ເອົາ​ການ​ຮັບ​ປະ​ກັນ​ສິດ​ຢູ່​ລອດ ແລະ ​ສິດ​ພັດ​ທະ​ນາ​ຂອງ​ປະ​ຊາ​ຊົນ​ເປັນ​ສິ່ງ​ສຳ​ຄັນ​ອັນ​ດັບ​ໜຶ່ງ​ໃນ​ການ​ຊຸກ​ຍູ້​ພາ​ລະ​ກິດ​ສິດ​ທິ​ມະ​ນຸດ​ໃຫ້​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ.

ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກເປັນຕົ້ນມາ, ການ​ເມືອງ​ປະ​ຊາ​ທິ​ປະ​ໄຕ​ສັງ​ຄົມ​ນິ​ຍົມ​ຂອງ​​ປະ​ເທດ​ພວກ​ເຮົາໄດ້​ຮັບ​ການ​ຊຸກ​ຍູ້ໃຫ້​ຫັນ​ເປັນລະ​ບຽບ​ການ ຫັນ​ເປັນ​ລະ​ບຽບ​ແບບ​ແຜນ​ ແລະ ຫັນ​ເປັນ​ຂັ້ນ​ຕອນຢ່າງ​ຮອບ​ດ້ານ, ລັກ​ສະ​ນະ​ດີ​ເດັ່ນ​ຂອງ​ລະ​ບອບ​ການ​ເມືອງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ ໄດ້​ຮັບ​ການ​ເສີມ​ຂະ​ຫຍາຍ​ໃຫ້​ດີກວ່​າ​ເກົ່າ, ສະ​ພາບ​ການ​ເມືອງ​ທີ່​ມີ​ຊີ​ວິດ​ຊີ​ວາ ​ສະ​ຫງົບ​ໝັ້ນ​ຄົງ ​ແລະ ​ມີ​ຄວາມ​ສາ​ມັກ​ຄີ​ໄດ້​ຮັບ​ການ​ປັບ​ປຸງ​ ແລະ ​ຂະ​ຫຍາຍ​ຕົວ.

6. ການປົກຄອງປະເທດຕາມກົດໝາຍຢ່າງຮອບດ້ານ

ພາຍຫຼັງ​ດຳ​ເນີນການ​ປະ​ຕິ​ຮູບ​ ແລະ ​ເປີດ​ປະ​ຕູ​ສູ່​ພາຍ​ນອກ, ພັກ​ໄດ້​ຍຶດ​ໝັ້ນ​ໃນ​ການ​ປົກ​ຄອງ​ປະ​ເທດ​ຕາມ​ກົດ​ໝາຍ, ຊຸກ​ຍູ້​ການ​ສ້າງລະ​ບົບ​​ກົດ​ໝາຍ​ສັງ​ຄົມ​ນິ​ຍົມຢ່າງ​ບໍ່​ຢຸດຢັ້ງ. ໃນ​ຂະ​ນະ​ດຽວ​ກັນ​ນັ້ນ, ຍັງ​ມີບັນ​ຫາ​ຄົງ​ຄ້າງ​ທີ່​ໜັກ​ໜ່ວງ​ຕ່າງໆ​ເຊັ່ນ: ບໍ່​ປະ​ຕິ​ບັດ​ຕາມ​ກົດ​ໝາຍ ປະ​ຕິ​ບັດ​ກົດ​ໝາຍ​ບໍ່​ເຂັ້ມ​ງວດ  ການ​ດຳ​ເນີນ​ຂັ້ນ​ຕອນ​ຕຸ​ລາ​ການ​ບໍ່​​ເປັນ​ທຳ ແລະ ບໍ່​ລົງ​ໂທດ​ຜູ້​ກະ​ທຳ​ຜິດ​ກົດ​ໝາຍເປັນ​ຕົ້ນ, ປາ​ກົດ​ການ​ສໍ້​ລາດ​ບັງຫຼວງ​ທາງ​ດ້ານ​ຕຸ​ລາ​ການ ​ຍັງ​ເກີດ​ຂຶ້ນ​ບາງ​ຄັ້ງ​ບາງ​ຄາວ, ເຈົ້າ​ໜ້າ​ທີ່​ປະ​ຕິ​ບັດ​ກົດ​ໝາຍ ແລະ ເຈົ້າ​ໜ້າ​ທີ່​ຕຸ​ລາ​ການ​ຈຳ​ນວນ​ໜຶ່ງກະ​ທຳ​ຜິດ​ກົດ​ໝາຍ​ເພື່ອ​​ຜົນ​ປະ​ໂຫຍດ​ສ່ວນ​ຕົວ, ຍິ່ງ​ໄປ​ກວ່າ​ນັ້ນ ​ຍັງ​ເປັນ​ຜູ້​ຄຸ້ມ​ກັນ​ໃຫ້​ກັບ​ພວກ​ກະ​ທຳ​ຜິດ​ກົດ​ໝາຍ, ເຊິ່ງ​ໄດ້​ທຳ​ລາຍຄວາມ​ສັກ​ສິດຂອງ​ກົດ​ໝາຍ​ຢ່າງ​ໜັກ​ໜ່ວງ, ສ້າງ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ​ໃຫ້​ກັບ​ຄວາມ​ຍຸ​ຕິ​ທຳ​ ແລະ ​ຄວາມ​ເປັນ​ທຳ​ທາງ​ສັງ​ຄົມ. ພັກ​ໄດ້​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງວ່າ: ສິດ​ອຳ​ນາດ​ເປັນ “ມີດ​ສອງ​ຄົມ”, ການ​ປະ​ຕິ​ບັດ​ສິດ​ອຳ​ນາດ​ຕາມ​ລະ​ບຽບ​ກົດ​ໝາຍ​ຈະ​ສາ​ມາດ​ສ້າງ​ຄວາມຜາ​ສຸກ​ໃຫ້​ກັບ​ປະ​ຊາ​ຊົນ, ​ຫາກ​ປະ​ຕິ​ບັດ​ສິດ​ອຳ​ນາດ​ຢ່າງ​ຜິດ​ລະ​ບຽບ​ກົດ​ໝາຍ​ ກໍ​ຈະ​ສ້າງ​ໄພ​ຮ້າຍ​ໃຫ້​ກັບ​ປະ​ເທດ​ຊາດ ​ແລະ ​ປະ​ຊາ​ຊົນ​ຢ່າງ​ແນ່ນອນ. ສູນ​ກາງ​ພັກ​ໄດ້​ເນັ້ນ​ວ່າ: ​ເມື່ອລະ​ບຽບ​ກົດ​ໝາຍ​ມີ​ການ​ພັດ​ທະ​ນາແລ້ວ ປະ​ເທດ​ຊາດ​ກໍ​ຈະ​ພັດ​ທະ​ນາ​ມີ​ຄວາມ​ຈະ​ເລີນ, ເມື່ອ​ລະ​ບຽບ​ກົດ​ໝາຍ​ຊຸດ​ໂຊມ ປະ​ເທດ​ຊາດ​ກໍ​ຈະ​ຕົກ​ໃນ​ຄວາມ​ວຸ້ນ​ວາຍ; ການ​ປົກ​ຄອງ​ປະ​ເທດ​​ຕາມ​ກົດ​ໝາຍ​ຢ່າງ​ຮອບ​ດ້ານ ເປັນຄວາມ​ຮຽກ​ຮ້ອງຕາມ​ທາດ​ແທ້ ແລະ ເປັນ​ສິ່ງຮັບ​ປະ​ກັນ​ອັນ​ສຳ​ຄັນ​ຕໍ່​ກັບສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ, ເປັນ​ການ​ປະ​ຕິ​ວັດ​ຢ່າງ​ເລິກ​ເຊິ່ງ​ຄັ້ງ​ໜຶ່ງ​ໃນ​ການ​ບໍ​ລິ​ຫານ​ປະ​ເທດ; ການ​ຍຶດ​ໝັ້ນ​ການ​ປົກ​ຄອງ​ປະ​ເທດ​ຕາມ​ກົດ​ໝາຍນັ້ນ ​ກ່ອນ​ອື່ນ ຕ້ອງ​ຍຶດ​ໝັ້ນ​ໃນ​ການ​ປົກ​ຄອງ​ປະ​ເທດ​ຕາມ​ລັດ​ຖະ​ທຳ​ມະ​ນູນ, ​ການຍຶດ​ໝັ້ນ​ການ​ກຳ​ອຳ​ນາດ​ຕາມ​ກົດ​ໝາຍນັ້ນ ກ່ອນ​ອື່ນ ຕ້ອງ​ຍຶດ​ໝັ້ນ​ການ​ກຳ​ອຳ​ນາດ​ຕາມ​ລັດ​ຖະ​ທຳ​ມະ​ນູນ. ຕ້ອງ​ຍຶດ​ໝັ້ນ​ເສັ້ນ​ທາງ​​ກົດ​ໝາຍ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ, ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ທິດ​ສະ​ດີກົດ​ໝາຍ​ສັງ​ຄົມ​ນິ​ຍົມ ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ, ຍຶດ​ໝັ້ນໃນ​ການ​ຊຸກ​ຍູ້​ການ​ປົກ​ຄອງ​ປະ​ເທດ​ຕາມ​ກົດ​ໝາຍ ກຳ​ອຳ​ນາດ​ຕາມ​ກົດ​ໝາຍ ແລະ ການບໍ​ລິ​ຫານ​ຕາມ​ກົດ​ໝາຍ​ໄປ​ຄຽງ​ຄູ່​ກັນ, ຍຶດ​ໝັ້ນ​ການ​ສ້າງປະ​ເທດທີ່​ປົກ​ຄອງ​ຕາມ​ກົດ​ໝາຍ ລັດ​ຖະ​ບານ​ທີ່​ບໍ​ລິ​ຫານ​​ຕາມ​ກົດ​ໝາຍ ​ແລະ​ ສັງ​ຄົມ​ທີ່​​ຄຸ້ມ​ຄອງ​ຕາມ​ກົດ​ໝາຍ​​ ໃຫ້ເຊື່ອມ​ໂຍງ​ເຂົ້າເປັນອັນ​ໜຶ່ງ​ອັນ​ດຽວ​​ກັນ, ​ເຮັ​ດ​ໃຫ້​ທົ່ວ​ສັ​ງ​ຄົມເພີ່ມສະ​ຕິ​ ແລະ ເສີມ​ສ້າງ​ຄວາມ​ສາ​ມາດ​ໃຫ້​​ສູງ​ຂຶ້ນ​ຢ່າງ​ຮອບ​ດ້ານ​ໃນ​ການ​ເຄົາ​ລົບ​ກົດ​ໝາຍ ຮຽນ​ຮູ້​ກົດ​ໝາຍ ປະ​ຕິ​ບັດ​ຕາມ​ກົດ​ໝາຍ ແລະ​ ນຳ​ໃຊ້​ກົດ​ໝາຍ.

   ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 4 ສະ​ໄໝ​ທີ 18 ຂອງ​ສູນ​ກາງ​ພັກ ແລະ ກອງ​ປະ​ຊຸມ​ວຽກ​ງານ​ການ​ປົກ​ຄອງ​ປະ​ເທດ​ຕ​າມ​ກົດ​ໝາຍ​ຢ່າງ​ຮອບ​ດ້ານ​ຂັ້ນ​ສູນ​ກາງ ​ໄດ້​ຄົ້ນ​ຄວ້າ​ບັນ​ຫາ​ການ​ປົກ​ຄອງ​ປະ​ເທດ​ຕາມ​ກົດ​ໝາຍ​ຢ່າງ​ຮອບ​ດ້ານ​​ໂດຍ​ຈັດເປັນ​​ຫົວ​ຂໍ້​ສ​ະ​ເພາະ, ໄດ້​​ອອກ​ແບບ​ໃນຂັ້ນ​ສູງ​ສຸດ ແລະ​ ວາງ​ແຜນ​ນະ​ໂຍ​ບາຍ​ສຳ​ຄັນ​ກ່ຽວ​ກັບ​ການ​​ສ້າງ​ກົດ​ໝາຍ​ຕາມຫຼັກ​ວິ​ທະ​ຍາ​ສາດ ການປະ​ຕິ​ບັດ​ກົດ​ໝາຍ​ຢ່າງ​ເຂັ້ມ​ງວດ ການດຳ​ເນີນ​ງານ​ດ້ານ​ຕຸ​ລາ​ການ​ຢ່າງ​ຍຸ​ຕິ​ທຳ ແລະ ທົ່ວ​ປວງ​ຊົນເຄົາ​ລົ​ບ​ກົດ​ໝາຍ, ວາງ​ແຜນ​ເປັນ​ເອ​ກະ​ພາບ​ກັນ​ໃນ​​ການຊຸກ​ຍູ້​ການ​ກໍ່​ສ້າງ​ລະ​ບົບ​ລະ​ບຽບ​ກົດ​ໝາຍ ລະ​ບົບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ກົດ​ໝາຍ ລະ​ບົບ​ການ​ຕິດ​ຕາມກວດ​ກາດ້ານ​ກົດ​ໝາຍ ລະ​ບົບ​ຮັບ​ປະ​ກັນ​ດ້ານ​ກົດ​ໝາຍ ແລະ ​ລະ​ບົບ​ກົດ​ໝາຍຂໍ້​ກຳ​ນົດ​ພາຍ​ໃນ​ພັກ.

​ພັກ​ໄດ້​ເນັ້​ນ​ວ່າ: ​ພື້ນ​ຖານ​ອັນ​ກວ້າງ​ຂວາງ​ທີ່​ສຸດ ​ແລະ​ ເລິກ​ເຊິ່ງ​ທີ່​ສຸດ​ໃນການ​ປົກ​ຄອງ​ປະ​ເທດ​ຕາມ​ກົດ​ໝາຍຢ່າງ​ຮອບ​ດ້ານ ກໍ​ຄື​ປະ​ຊາ​ຊົນ, ຕ້ອງ​ນຳ​ເອົາວຽກ​ງານ​​ທີ່ສະ​ແດງ​ໃຫ້​ເຫັນ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ ສ່ອງ​ແສງ​ຄວາມ​​ມຸ່ງ​ມາດ​ປາ​ຖະ​ໜາ​ຂອງ​ປະ​ຊາ​ຊົນ ​ປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ ແລະ ​ເພີ່ມ​ພູນ​ຄູນ​ສ້າງ​ຄວາມ​ສຸກ​ໃຫ້​ກັບ​ປະ​ຊາ​ຊົນ​ນັ້ນ​ໄປ​ຈັດ​ຕັ້ງ​ປະ​ຕີ​ບັດ​ໃຫ້​ເປັນ​ຮູບ​ປະ​ທຳ​ໃນ​ບັນ​ດາ​ຂົງ​ເຂດ​ ແລ​ະ ​ທົ່ວ​ຂັ້ນ​ຕອນ​ຂອງ​ການ​ປົກ​ຄອງ​ປະ​ເທດ​ຕາມ​ກົດ​ໝາຍ​ຢ່າງ​ຮອບ​ດ້ານ, ຮັບ​ປະ​ກັນ ​ແລະ ​ສົ່ງ​ເສີມ​ຄວາມ​ຍຸ​ຕິ​ທຳ​ ແລະ ​ຄວາມ​ເປັນ​ທຳ​ທາງ​ສັງ​ຄົມ, ສຸມ​ຄວາມ​ພະ​ຍາ​ຍາມ​ເຮັດ​ໃຫ້​ປະ​ຊາ​ຊົນ​ໄດ້​ຮູ້​ສຶກ​ເຖິງ​ຄວາມ​ຍຸ​ຕິ​ທຳ​ ແລະ ​ຄວາມ​ເປັນ​ທຳ​ໃນ​ລະ​ບຽບ​ການກົດ​ໝາຍ​ທຸກ​ປະ​ການ ​​ຂໍ້​ຕົກ​ລົ​ງການ​ປະ​ຕິ​ບັດ​ກົດ​ໝາຍ​ທຸກ​ຄັ້ງ ແລະ ​​ຄະດີກົດ​ໝາຍ​ທຸກ​ລາຍ. ພັກ​ໄດ້​ນຳ​ພາ​ການ​ບູ​ລະ​ນະ​ໂຄງ​ປະ​ກອບ​ ແລະ ​ກົນ​ໄກ​ເພື່ອ​ຮັບ​ປະ​ກັນ​ການ​ປະ​ຕິ​ບັດ​ລັດ​ຖະ​ທຳ​ມະ​ນູນ​ຢ່າງ​ຮອບ​ດ້ານ, ສ້າງ​ລະ​ບຽບ​ການສາ​ບານ ຕົວ​ຕໍ່​ໜ້າລັດ​ຖະ​ທຳ​ມະ​ນູນ, ເສີມ​ຂະ​ຫຍາຍ​ຈິດ​ໃຈ​ກົດ​ໝາຍ​ສັງ​ຄົມ​ນິ​ຍົມ, ຍົກ​ສູງ​ຄວາມ​ສາ​ມາດ​ຂອງ​ກົງ​ຈັກ​​ລັດ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຕຳ​ແໜ່ງ​ຕາມ​ກົດ​ໝາຍ, ຍົກ​ສູງ​ຄວາມ​ສາ​ມາດ​ຂອງ​ພະ​ນັກ​ງານ​ກາ​ນ​ນຳ​ທຸກ​ຂັ້ນ​ໃນ​ການ​ໝູນ​ໃຊ້​ແນວ​​ຄິດ​ກົດ​ໝາຍ​ ແລະ ​ວິ​ທີ​ກົດ​ໝາຍ​ມາ​ແກ້​ໄຂ​ບັນ​ຫາ ແລະ​ ຊຸກ​ຍູ້​ການ​ພັດ​ທະ​ນາ, ເຮັດ​ໃຫ້​ທົ່ວ​ສັງ​ຄົມ​ມີ​ສະ​ຕິ​ກົດ​ໝາຍ​ເພີ່ມ​ຂຶ້ນ. ໄດ້​ຮັບ​ຮອງ​ລັດ​ຖະ​ທຳ​ມະ​ນູນສະ​ບັບ​ດັດ​ແກ້, ​ໄດ້ສ້າງ​ປະ​ມວນ​ກົດ​ໝາຍ​ແພ່ງ ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ​ຂອງນັກ​ທຸ​ລະ​​ກິດ​ຕ່າງ​ປະ​ເທດ ​ກົດ​ໝາຍ​ວ່າ​ດ້ວຍ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ກົດ​ໝາຍກວດ​ກາ​ ແລະ​ກົດ​ໝາຍ​ອື່ນ​ໆ, ປັບ​ປຸງກົດໝາຍວ່າດ້ວຍນິຕິບັນ​ຍັດ ກົດ​ໝາຍວ່າ​ດ້ວຍ​ການ​ປ້ອງ​ກັນ​ປະ​ເທດ ກົດ​ໝາຍ​ວ່າ​ດ້ວຍ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ ແລະ​ກົດ​ໝາຍ​ອື່ນໆ, ເພີ່ມ​ທະ​ວີ​ການ​ສ້າງ​ກົດ​ໝາຍ​ໃນ​ຂົງ​ເຂດ​ຈຸດ​ສຸມ ຂົງ​ເຂດ​ພັດ​ທະ​ນາ​ໃໝ່ ແລະ​ ຂົງ​ເຂດທີ່​​ຕິດ​ພັນ​ກັບ​ຕ່າງ​ປະ​ເທດ, ເລັ່ງ​ລັດ​ບູ​ລະ​ນະ​ລະ​ບົບ​ກົດ​ໝາຍ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ທີ່​ມີ​ລັດ​ຖະ​ທຳ​ມະ​ນູນ​ເປັນ​ແກນ​ກາງ. ພັກ​ໄດ້​ນຳ​ພາ​ການລົງ​ເລິກການ​ປະ​ຕິ​ຮູບ​ໂຄງ​ປະ​ກອບ​ຕຸ​ລາ​ການ​ໂດຍ​ຖື​ລະ​ບຽບ​ການ​ຮັບ​ຜິດ​ຊອບ​ທາງ​ຕຸ​ລາ​ການ​ເປັນ​ຈຸດ​ສຸມ, ຊຸກ​ຍູ້ການ​ລົງ​ເລິກ​ການ​ປະ​ຕິ​ຮູບ​ຢ່າງ​ຮອບ​ດ້ານ​ໃນຂົງ​ເຂດ​ການ​ເມືອງ​ ແລະ ​ກົດ​ໝາຍ, ເພີ່ມ​ທະ​ວີ​ການ​ຕິດ​ຕາມ​ກວດ​ກາ​ ແລະ ​ຜູກ​ມັດ​ການ​ເຄື່​ອນ​ໄຫວ​ປະ​ຕິ​ບັດ​ກົດ​ໝາຍ ແລະ ໃນ​ດ້ານຕຸ​ລາ​ການ, ດຳ​ເນີນ​ການ​ສຶກ​ສາ​ອົບ​ຮົມ​ ​ແລະ​ ປັບ​ປຸງ​ຖັນ​ແຖ​ວ​ພະ​ນັກ​ງານ​ການ​ເມືອງ​ ແລະ ​ກົດ​ໝາຍ, ດັດ​ແກ້​​ການ​ຕັດ​ສິນ​ຄະ​ດິີຢ່າງ​ຜິດ​ພາດ ຫຼື​ບໍ່​ເປັນ​ທຳ​ນັ້ນ​ຕາມ​ກົດ​ໝາຍ, ລົງ​ໂທດ​ການ​ກະ​ທຳ​ສໍ້​ລາດ​ບັງຫຼວງ​ໃນ​ການ​ປະ​ຕິ​ບັດ​ກົດ​ໝາຍ ​ແລະ ໃນ​ລະ​ບົບ​ຕຸ​ລາ​ການ​ຢ່າງ​ເຂັ້ມ​ງວດ, ຮັບ​ປະ​ກັນ​ໃຫ້​ການ​ປະ​ຕິ​ບັດ​ກົດ​ໝາຍ ແລະ ​ຕຸ​ລາ​ການ​ມີ​ຄວາມ​ຍຸ​ຕິ​ທຳ ມີ​ຄວາມປອດ​ໃສ​ຂາວ​ສະ​ອາດ ມີ​ປະ​ສິດ​ທິ​ພາບ​ສູງ​ ແລະ ​ມີ​ຄວາມ​ສັກ​ສິດ.

ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກເປັນຕົ້ນມາ, ລະ​ບົບ​ກົດ​ໝາຍ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໄດ້​ຮັບ​ກາ​ນ​ປັບ​ປຸງ​ໃຫ້​ສົ​ມ​ບູນ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ການ​ກໍ່​ສ້າງ​ປະ​ເທດ​ຈີນ​ທີ່​ປົກ​ຄອງຕາມ​ກົດ​ໝາຍ​ໄດ້​ຢວ່າງ​ບາດ​ກ້າວ​ອັນ​ໜັກ​ແໜ້ນ, ບົດ​ບາດ​ຂອງ​ການປົກ​ຄອງ​ຕາມ​ກົດ​ໝາຍໃນ​ການ​ຮັບ​ປະ​ກັນ​ໃຫ້​ພື້ນ​ຖານ​ມີ​ຄວາມ​ໝັ້ນ​​ແກ່ນ ເຮັດ​ໃຫ້​ການ​ຄາດ​ໝາຍ​ມີ​ຄວາມ​ໝັ້ນ​ທ່ຽງ ແລະ ​ມີປະ​ໂຫຍດ​​ຕໍ່​ການ​ພັດ​ທະ​ນາ​ໃນ​ໄລ​ຍະ​ຍາວນັ້ນ​ໄດ້​ເສີມ​ຂະ​ຫ​ຍາຍ​ຕື່ມ​ອີກ, ຄວາມ​ສາ​ມາດ​ຂອງ​ພັກ​ໃນ​ການ​ໝູນ​ໃຊ້​ຮູບ​ການ​ປົກ​ຄອງ​ຕາມ​ກົດ​ໝາຍ​ເຂົ້າ​ໃນ​ການນຳ​ພາ ​ແລະ ​ບໍ​ລິ​ຫານ​ປະ​ເທດ​ນັ້ນ ​ໄດ້​ເພີ່ມ​ທະ​ວີ​ຂຶ້ນ​ຢ່າງ​ພົ້ນ​ເດັ່ນ.

7. ການກໍ່ສ້າງໃນດ້ານວັດທະນະທຳ

ພາຍຫຼັງ​ດຳ​ເນີນການ​ປະ​ຕິ​ຮູບ​ ແລະ ​ເປີດ​ປະ​ຕູ​ສູ່​ພາຍ​ນອກ, ພັກ​ໄດ້​ຍຶດ​ໝັ້ນ​ໃນ​ການ​ພັດ​ທະ​ນາ​ຄວາມ​ສິ​ວິ​ໄລ​ດ້ານ​ວັດ​ຖຸ ​ແລະ ​ຄວາມ​ສິ​ວິ​ໄລ​ດ້ານ​ຈິດ​ໃຈ​ໄປ​ຄຽງ​ຄູ່​ກັນ ແລະ​ ອອກ​ແຮງພັດ​ທະ​ນາວຽກ​ງານ​ທັງ​ສອງ​ດ້ານ​ນີ້, ຊຸກ​ຍູ້ການພັດ​ທະ​ນາ​ວັດ​ທະ​ນະ​ທຳ​ສັງ​ຄົມ​ນິ​ຍົມ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ, ໄດ້​ກະ​ຕຸ້ນ​​ຈິດ​ໃຈ​ແຫ່ງຊາດ, ແລະ​ໄດ້​ເຕົ້າ​ໂຮມ​ກຳ​ລັງ​ແຮງ​ຂອງ​ຊາດ. ​ພ້ອມ​ດຽວ​ກັນ​ນັ້ນ, ກະ​ແສ​ແນວ​ຄິດ​ອັນ​ຜິດ​ພາດ​ຕ່າງໆ​ເຊັ່ນ: ​ລັດ​ທິ​ບູ​ຊາ​ເງິນ ລັດ​ທິ​ສະ​ເຫວີຍ​​ສຸກ ​ລັດ​ທິເອ​ກະ​ຊົນທີ່​ແຮງສຸດ ລັດ​ທິ​ສູນ​ຍະ​ພາບປະ​ຫວັດ​ສາດ ​ແລະ​ອື່ນ​ໆ​ໄດ້​ປາ​ກົດ​ຂຶ້ນ​ບາງ​ຄັ້ງ​ບາງ​ຄາວ, ຫາງ​ສຽງ​ທາງອິນ​ເຕີ​ເນັດໄດ້​ມີ​ປາ​ກົດ​ການ​ຫຍໍ້​ທໍ້​ຕ່າງໆ, ພະ​ນັກ​ງານ​ການ​ນຳ​ຈຳ​ນວນ​ໜຶ່ງ​ມີຫຼັກ​ໝັ້ນ​ການ​ເມືອງ​ທີ່​ຄຸມ​ເຄືອ, ບໍ່​ມີ​ນ້ຳ​ໃຈ​ຕໍ່​ສູ້, ເຊິ່ງ​ໄດ້​ກະ​ທົບເຖິງ​ແນວ​ຄິດ​ຂອງ​ປະ​ຊາ​ຊົນ​ ແລະ ​ສະ​ພາບ​ແວດ​ລ້ອມ​ດ້ານ​ຫາງ​ສຽງ​ໃນ​ສັງ​ຄົມຢ່າງ​ໜັກ​ໜ່ວງ. ພັກ​ໄດ້​​ຮັບ​ຮູ້​ຢ່າງ​ຖືກ​ຕ້ອງ​ຕໍ່​ກັບ​ທ່າ​ອ່ຽງ​ ກ່ຽວ​ກັບ​ແນວ​ຄິດ​ວັດ​ທະ​ນະ​ທຳ​ໃນ​ຂອບ​ເຂດ​ທົ່ວ​ໂລກ​ໄດ້​ສົ່ງ​ຜົນ​ສະ​ທ້ອນ​ໃຫ້​ແກ່​ກັນ, ແນວ​ຄິດ​ ແລະ ​ທັດ​ສະ​ນະໃນ​ສັງ​ຄົມ​ປະ​ເທດພວກ​ເຮົາ​ໄດ້​ເກີດ​ມີ​ການ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ, ​ຈຶ່ງ​ໄດ້​ເນັ້ນ​ວ່າ: ວຽກ​ງານ​ຮູບ​ຖານ​ຈິດ​ສຳ​ນຶກ​ເປັນ​ວຽກ​ງານ​ທີ່​ສ້າງ​ຈິດວິນ​ຍານ​ເພື່ອປະ​ເທດ​ຊາດ ແລະ ປະ​ຊາ​ຊາດ, ຄວາມ​ໝັ້ນ​ໃຈ​ຕົນ​ເອງ​ດ້ານ​ວັດ​ທະ​ນະ​ທຳ​ ເປັນ​ຄວາມ​ໝັ້ນ​ໃຈ​ຕົນ​ເອງ​ທີ່​ເປັນ​ພື້ນ​ຖານກວ່າ ກວ້າງ​ຂວາງກວ່າ ແລະ ​ເລິກ​ເຊິ່ງກວ່າ​, ເປັນ​ກຳ​ລັງ​ແຮງ​​  ທີ່​ພື້ນ​ຖ​ານ​ທີ່​ສຸດ ເລິກ​ເຊິ່ງ​ທີ່​ສຸດ ​ແລະ ​ຍືນ​ຍົງ​ທີ່​ສຸດ​ໃນ​ການ​ພັດ​ທະ​ນາຂອງ​ປະ​ເທດ​ໜຶ່ງ ​ແລະ ​ຊົນ​ຊາດ​ໜຶ່ງ, ຖ້າ​ບໍ່​ມີ​ຄວາມ​ເຊື່ອ​ໝັ້ນ​ຕົນ​ເອງ​ດ້ານ​ວັດ​ທະ​ນະ​ທຳ​ໃນ​ລະ​ດັບ​ສູງ ແລະ ບໍ່​ມີ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ດ້ານ​ວັດ​ທະ​ນະ​ທຳ ​ກໍ​ຈະ​ບໍ່​ມີ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ທີ່​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ. ຕ້ອງ​ຍຶດ​ໝັ້ນ​ທິດ​ທາງ​ການ​ເຮັດ​ວຽກ​ທີ່​ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ, ຊູ​ຄັນ​ທຸງທີ່​ຊັດ​ເຈນ, ເຕົ້າ​ໂຮມ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ, ສ້າງ​ຄົນ​ໃໝ່, ພັດ​ທະ​ນາ​ວັດ​ທະ​ນະ​ທຳ, ສະ​ແດງ​ພາບ​ພົດ​ຂອງ​ຊາດ, ກຳ​ເອົາ​ສິດ​ນຳ​ພາ​ວຽກ​ງານ​ຮູບ​ຖານ​ຈິດ​ສຳ​ນຶກ​ໄວ້​ໃຫ້​ແໜ້ນ, ສ້າງຮູບ​ຖານ​ຈິດ​ສຳ​ນຶກ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ກຳ​ລັງ​ເຕົ້າ​ໂຮມ ​ແລະ ​ກຳ​ລັງ​ນຳ​ພາ​ທີ່​ເຂັ້ມ​ແຂງ, ສ້າງ​ປະ​ເທ​ດ​ສັງ​ຄົມ​ນິ​ຍົມ​ທີ່​ເຂັ້ມ​ແຂງ​ ໃນ​ດ້ານ​ວັດ​ທະ​ນະ​ທຳ, ກະ​ຕຸ້ນ​ພະ​ລັງ​ຊີ​ວິດ​ໃນ​ການປະ​ດິດ​ສ້າງ​ໃໝ່​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ທົ່ວ​ຊົນ​ຊາດ, ສ້າງ​ຈິດ​ໃຈ​ຈີນ ຄ່າ​ນິ​ຍົມ​ຈີນ ​ແລະ ​ກຳ​ລັງ​ແຮງ​ຈີນໃຫ້​ດີກວ່າ​ເກົ່າ, ປັບ​ປຸງ​ພື້ນ​ຖານ​ແນວ​ຄິດ​ຮ່ວມ​ໃນ​ການ​ສາ​ມັກ​ຄີ​ສູ້​ຊົນ​ຂອງ​ທົ່ວ​ພັກ​ ແລະ ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ທົ່ວ​ປະ​ເທດ​ໃຫ້​ໝັ້ນ​ຄົງ.

 ພັກ​ໄດ້​ສຸມ​ໃສ່​ແກ້​ໄຂ​ບັນ​ຫາ​​ການ​ນຳ​ພາ​ຂອງ​ພັກ​​ອ່ອນ​ແຮງ​ລົງໃນ​ຂົງ​ເຂດ​ຮູບ​ຖານ​ຈິດ​ສຳ​ນຶກ​, ໄດ້​ວາງ​ແຜນ​ການ​ກ່ຽວ​ກັບ​ບັນ​ຫາຫຼາຍ​ຢ່າງ​ທີ່​ມີ​ລັກ​ສະ​ນະ​ທິດ​ທາງ ​ແລະ ​ລັກ​ສະ​ນະ​ຍຸດ​ທະ​ສາດ​ໃນ​ຂົງ​ເຂດ​ຮູບ​ຖານ​ຈິດ​ສຳ​ນຶກ​ ໂດຍ​ໃຊ້​ມາດ​ຕະ​ການ​ທັງ​ສ້າງ​ລະ​ບຽບ​ກົນ​ໄກ​​ອັນໃໝ່ ​ແລະ​ ຍົກ​ເລີກ​ລະ​ບຽບ​ກົນ​ໄກ​ອັນ​ເກົ່າ​ໄປ​ຄວບ​ຄູ່​ກັນ ເພື່ອ​​ກຳ​ຈັດ​​ແນວ​ຄິດ​ຊຸດ​ໂຊມ​ ທັງ​ສົ່ງ​ເສີມແນວ​ຄິດບໍ​ລິ​ສຸດ​ຂາວ​ສະ​ອາດ, ສ້າງ​ ແລະ ​ຍຶດ​ໝັ້ນ​ລະ​ບຽບ​ການ​ພື້ນ​ຖານ​ກ່ຽວ​ກັບ​ລັດ​ທິ​ມາກ​ມີ​ຖາ​ນະ​ເປັນ​ແນວ​ຄິດ​ຊີ້​ນຳ​ໃນ​ຂົງ​ເຂດ​ຮູບ​ຖານ​ຈິດ​ສຳ​ນຶກ, ປັບ​ປຸງ​ລະ​ບຽບ​ການ​ວ່າ​ດ້ວຍ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ວຽກ​ງານ​ຮູບ​ການ​ຈິດ​ສຳ​ນຶກ​ໃຫ້​ສົມ​ບູນ​ຂຶ້ນ, ຊຸກ​ຍູ້​ທົ່ວ​ພັກ​ໃຫ້ລົງ​ມື​ປະ​ຕິ​ບັດ​ວຽກ​ງານ​ໂຄ​ສະ​ນາແນວ​ຄິດ, ປະ​ຕິ​ບັດ​ຕາມຫຼັກ​ການ “ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ, ​ປະ​ຕິ​ບັດ​​ໜ້າ​ທີ່ຕາມຄວາມ​ຮັບ​ຜິດ​ຊອບ ​ແລະ ​​ປະ​ຕິ​ບັດ​ໜ້າ​ທີ່ດ້ວຍ​ຄວາມ​ຮັບ​ຜິດ​ຊອບ​ສູງ,” ກ້າ​ຮັບ​ຜິດ​ຊອບ, ກ້າ​ຄຸ້ມ​ຄອງ​ ແລະ ​ກ້າ​ຕໍ່​ສູ້, ຄັດ​ຄ້ານ​ ແລະ ​ຕໍ່​ຕ້ານ​ທັດ​ສະ​ນະທີ່​ຜິດ​ພາດ​ຊະ​ນິດ​ຕ່າງ​ໆ​ດ້ວຍຫຼັກ​ໝັ້ນ​ອັນ​ຈະ​ແຈ້ງ. ພັກ​ໄດ້ເພີ່ມ​ທະ​ວີ​ວຽກ​ງານ​ໂຄ​ສະ​ນາ​ແນວ​ຄິດ​ໂດຍ​ລົງ​ມື​ຈາກ​ການໃຫ້​ຄວາມ​ກະ​ຈ່າງ​ແຈ້ງ​ກ່ຽວ​ກັບ​ບັນ​ຫາ​ພື້ນ​ຖານ, ຈັດ​ກອງ​ປະ​ຊຸມ​ວຽກ​ງານ​ໂຄ​ສະ​ນາ​​ແນວ​ຄິດ​ທົ່ວ​ປະ​ເທດ, ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ໂດຍ​ແຍກ​ຂົງ​ເຂດ​ວຽກ​ງານ​ຕ່າງໆ​ເຊັ່ນ: ວຽກ​ງານ​ສິ​ລະ​ປະ​ວັນ​ນະ​ຄະ​ດີ, ວຽກ​ງານ​ສື່ມວນ​ຊົນ​​ຂອງ​ພັກ, ວຽກ​ງານ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ ​ແລະ​ ​ຂໍ້​ມູນ​ຂ່າວ​ສານ, ວຽກ​ງານ​ປັດ​ຊະ​ຍາ​ ແລະ ​ວິ​ທະ​ຍາ​ສາດ​ສັງ​ຄົມ ແລະ​ ກອງ​ປ​ະ​ຊຸມ​ວຽກ​ງານ​ແນວ​ຄິດ​ການ​ເມືອງ​ຂອງ​ໂຮງ​ຮຽນ​ຊັ້ນ​ສູງທົ່ວ​ປະ​ເທດ, ໄດ້​ຊີ້​ແຈງ​ຫຼັກ​ໝັ້ນ​​ ແລະ ຫຼັກ​ການ​ກ່ຽວ​ກັບ​ບັນ​ຫາ​ພື້ນ​ຖານ​ຕ່າງໆ, ໄດ້​ໃຫ້​ຄວາມ​ກະ​ຈ່າງ​ແຈ້ງ​ກ່ຽວ​ກັບ​ທິດ​ສະ​ດີ​ອັນ​ໃດ​ຜິດ​ອັນ​ໃດ​ຖືກ, ດັດ​ແກ້​ທິດ​ທາງ​ດຳ​ເນີນ​ງານ​ໃຫ້​ຖືກ​ຕ້ອງ, ​ຂົງ​ເຂດ​ແນ​ວ​ຄິດ​​ວັດ​ທະ​ນະ​ທຳມີ​ທ່ວງ​ທ່າ​ຂະ​ຫຍາຍ​ຕົວ​ໄປ​ສູ່​ທິດ​ທາງ​ທີ່​ດີ​ ແລະ ​ປອດ​ໃສ​ຢ່າງ​ບໍ່​ຢຸດ​ຢັ້ງ. ຊຸກ​ຍູ້​ການຝຶກ​ຝົນຫຼໍ່ຫຼອມ​ແນວ​ຄິດ​ສະ​ມາ​ຊິກ​ທົ່ວ​ພັກ ສຶກ​ສາ​ອົບ​ຮົມ​ປະ​ຊາ​ຊົນ​ ແລະ ​ຊີ້​ນຳ​ພຶດ​ຕິ​ກຳ​ຕົວ​ຈິງ​ດ້ວຍ​ທິດ​ສະ​ດີ​ທີ່​ປະ​ດິດ​ສ້າງ​ໃໝ່​ຂອງ​ພັກ, ລົງ​ເລິກ​ຄົ້ນ​ຄວ້າ​ ແລະ ​ກໍ່​ສ້າງ​ໃນດ້​ານ​ທິດ​ສະ​ດີ​ລັດ​ທິ​ມາກ,  ຊຸກ​ຍູ້​ການ​ກໍ່​ສ້າງ​ລະ​ບົບ​​ຂະ​ແໜງວິ​ຊາ ລະ​ບົບ​ວິ​ຊາ​ການ ແລະ ລະ​ບົບ​​ການໂຄ​ສະ​ນາ​ຂອງ​ປັດ​ຊະ​ຍາວິ​ທະ​ຍາ​ສາດ​ສັງ​ຄົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ. ​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ກັບ​ການ​ກໍ່​ສ້າງ​ ແລະ ການ​ປະ​ດິດ​ສ້າງ​ພາ​ຫະ​ນະ​ການ​ເຜີຍ​ແຜ່​ໂຄ​ສະ​ນາ, ຊຸກ​ຍູ້​ສື່ມວນ​ຊົນ​ໃຫ້​ພັດ​ທະ​ນາ​ແບບ​ເຊື່ອມ​ໂຍງ​ເຂົ້າ​ກັນ, ຍົກ​ສູງ​ກຳ​ລັງ​ການ​ເຜີຍ​ແຜ່​​ໂຄ​ສະ​ນາ ກຳ​ລັງ​ການ​ຊັກ​​ຈູງ ອິດ​ທິ​ພົນ ແລະ​ ຄວາມ​ໜ້າ​ຊື່​ຖືຂອງ​ສື່​ມວນ​ຊົນ. ສູນ​ກາງ​ພັກ​ໄດ້​ຊີ້​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ, ​ຫາກ​ບໍ່​ສາ​ມາດ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ຈາ​ກ​ອິນ​ເຕີ​ເນັດ​ໄດ້, ກໍ​ຈະ​ບໍ່​ສາ​ມາດ​ກຳ​ອຳ​ນາດ​ຢ່າງ​​ຍາວ​ນານ​ໄດ້. ພັກ​ໃຫ້​ຄວາ​ມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ກັບ​ອິນ​ເຕີ​ເນັດ​ທີ່​ເປັນ​ທີ່​ໝັ້ນ​ຕົ້ນ​ຕໍ ສະ​ໜາມ​ຮົບ​ຕົ້ນ​ຕໍ ແລະ​ ແນວ​ໜ້າ​ທີ່​ສຸດ​ຂອງ​ການ​ຕໍ່​ສູ້​ດ້ານ​ຮູບ​ຖານ​ຈິດ​ສຳ​ນຶກ, ໄດ້ປັບ​ປຸງ​ໂຄງ​ປະ​ກອບ​ການ​ນຳ​ພາ ​ແລະ ​ການ​ຄຸ້ມ​ຄອງ​ອິນ​ເຕີ​ເນັດ​ໃຫ້​ສົມ​ບູນ, ຍຶດ​ໝັ້ນ​ຄຸ້ມ​ຄອງ​ບໍ​ລິ​ຫານ​ອິນ​ເຕີ​ເນັດ​ຕາມ​ກົດ​ໝາຍ, ສ້າງ​ພື້ນ​ທີ່ອິນ​ເຕີ​ເນັດ​ທີ່​ປອດ​ໃສສະ​ອາດ​.​

ພັກ​ໄດ້​ຍຶດ​ໝັ້ນໃນ​ການ​ນຳ​ພາ​ການ​ກໍ່​ສ້າງ​ວັດ​ທະ​ນະ​ທຳດ້ວຍ​ຄ່າ​ນິ​ຍົມ​ຕົ້ນ​ຕໍ​ສັງ​ຄົມ​ນິ​ຍົມ, ເອົາ​ໃຈ​ໃສ່​ການ​ຝຶກ​ຝົນຫຼໍ່ຫຼ​ອມ​ພື້ນ​ຖານ ແລະ ຈິດ​ວິນ​ຍານ ດ້ວຍ​ວັດ​ທະ​ນະ​ທຳ​ທີ່​ກ້າວ​ໜ້າ​ຂອງ​ສັງ​ຄົມ​ນິ​ຍົມ  ວັດ​ທະ​ນະ​ນຳ​ປະ​ຕິ​ວັດ​ ແລະ ​ວັດ​ທະ​ນະ​ທຳ​ອັນ​ເປັນ​ມູນ​ເຊື້ອ​ທີ່​ດີ​ງາມ​ຂອງ​ຊົນຊາດ​ຈີນ, ດຳ​ເນີນ​ການ​​​ໂຄ​ສະ​ນາສຶກ​ສາ​ອົບ​ຮົມ ກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ ແລະ ​ຄວາມ​ໃຝ່​ຝັນ​ຂອງ​ຈີນ​ຢ່າງ ກວ້າງ​ຂວາງ, ຊຸກ​ຍູ້​ການ​ສຶກ​ສາ​ອົບ​ຮົມ​ດ້ານ​ອຸ​ດົມ​ການ ​ແລະ ​ຄວາມ​ເຊື່ອ​ຖື​ໃຫ້​ຫັນ​ເປັນ​ສະ​ພາບ​ປົກ​ກະ​ຕິ ​ແລະ ​ຫັນ​ເປັນ​ລະ​ບ​ຽບ​ການ, ປັບ​ປຸງ​ລະ​ບົບ​ວຽກ​ງານ​​ແນວ​ຄິດ​ການ​ເມືອງໃຫ້​ສົມ​ບູນ​ຂຶ້ນ, ສ້າງ​​ແລະ​ ບູ​ລະ​ນະ​ລະ​ບຽບ​ການ​ກ່ຽວ​ກັບ​ການມອບ​ກຽດ​ຕິ​ຍົດ​ ແລະ ຫຼຽນ​ໄຊ​ລະ​ດັບ​ທົ່ວ​ພັກ​ ແລະ​ ລະ​ດັບ​ຊາດ, ສ້າງ​ຕັ້ງ​ວັນ​ລະ​ນຶກ​ຜູ້​ເສຍ​ສະຫຼະຊີ​ວິດ​ເພື່ອ​ປະ​ເທດ​ຊາດ, ລົງ​ເລິກ​ການ​ສ້າງ​ຄວາມ​ສິ​ວິ​ໄລ​ດ້ານ​ຈິດ​ໃຈ​ທີ່​ມີ​ລັກ​ສະ​ນະ​ມະ​ຫາ​ຊົນ, ກໍ່​ສ້າງ​ສູນ​ພຶດ​ຕິ​ກຳ​ແຫ່ງການ​ສ້າງ​ຄວາມ​ສິ​ວິ​ໄລ​ໃນ​ຍຸກ​ໃໝ່, ​ຊຸກ​ຍູ້​ກໍ່​ສ້າງ​ປະ​ເທດ​ໃຫຍ່​ແຫ່ງ​ການຮຽນ​ຮູ້​. ພັກ​ໄດ້​ຊຸກ​ຍູ້​ການ​ຮຽນ​ປະ​ຫວັດ​ສາດຂອງ​ພັກ ປະ​ຫວັດ​ສາດ​ຂອງ​ ສ​ປ ​ຈີນ​ ປະ​ຫວັດ​ສາດ​ຂອງ​ການ​ປະ​ຕິ​ຮູບ​ ແລະ ​ເປີດ​ປະ​ຕູ​ສູ່​ພາຍນອກ ​ແລະ​ ປະ​ຫວັດ​ສາດ​ການ​ພັດ​ທະ​ນາ​ສັງ​ຄົມ​ນິ​ຍົມ, ໄດ້​ສ້າງຫໍ​ພິ​ພິ​ທະ​ພັນປະ​ຫວັດ​ສາດ​ພັກ​ກອມ​ມູ​ນິດ​ຈີນ​ໃຫ້​ສຳ​ເລັດ, ໄດ້​ຈັດ​ກິດ​ຈະ​ກຳ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນ​ຄົບ​ຮອບ 100 ປີ, ກິດ​ຈະ​ກຳ​ສະ​ເຫຼີມ​ສະຫຼອງວັນ​ຊາດ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ຄົບ​ຮອບ 70 ປີ, ກິດ​ຈະ​ກຳ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ຄົບ​ຮອບ 90 ປີ, ກິດ​ຈະ​ກຳ​ມ​ສະ​ເຫຼີມ​ສະຫຼອງ​ການ​ປະ​ຕິ​ຮູບ​ ແລະ ​ເປີດ​ປະ​ຕູ​ສູ່​ພາຍນອກ​ຄົບ​ຮອບ 40 ປີ, ກິດ​ຈະ​ກຳ​ລະ​ນຶກ​ສົງ​ຄາມ​ປະ​ຊາ​ຊົນ​ຈີນ​ຕໍ່​ຕ້ານການ​ຮຸກ​ຮານ​ຂອງຍີ່​​ປຸ່ນ​ແລະ​ ສົງ​ຄາມ​ຕໍ່​ຕ້ານ​ຟາ​ຊິດ​ໂລກ​ໄດ້​ຮັບ​ໄຊ​ຊະ​ນະ​ຄົບ​ຮອບ 70 ປີ, ກິດ​ຈະ​ກຳ​ລະ​ນຶກ​ກອງ​ທະ​ຫານ​ອາ​ສາ​ສະ​ໝັກ​ປະ​ຊາ​ຊົນ​ຈີນ​ອອກ​​ນອ​ກ​ປະ​ເທດສູ້​ຮົບ​ເພື່ອ​ຊ່ວຍ​ເຫຼືອ​ສ​ປ​ປ​ເກົາຫຼີ​ຕໍ່​ຕ້ານ​ອາ​ເມ​ຣິ​ກາຄົບ​ຮອບ 70 ປີ ແລະ​ກິດ​ຈະ​ກຳ​ອື່ນໆ, ທັງ​ໝົດ​ເຫຼົ່າ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນຈິດ​ໃຈ​ຂອງ​ພັກ ​ແລະ ​ປະ​ຊາ​ຊົນ, ສະ​ແດງໃຫ້​ເຫັນ​ເຖິງ​​ອາ​ນຸ​ພາບ​ຂອງ​ປະ​ເທດ​ຊາດ​ ແລະ ​ກອງ​ທັບຢ່າງ​ແຂງ​ແຮງ, ​ເປັນ​ການ​ສ້າງກະ​ແສ​ແນວ​ຄິດ ແລະ ວັດ​ທະ​ນະ​ທຳ​ຕົ້ນ​ຕໍ​​ທີ່ມີ​ຄວາມ​ໂດດ​ເດັ່ນໃນ​ທົ່ວ​ສັງ​ຄົມ. ພັກ​ໄດ້​ຍຶດ​ໝັ້ນ​ໃນ​ການ​ຖື​ເອົາ​ປະ​ສິດ​ທິ​ຜົນ​​ດ້ານ​ສັງ​ຄົມ​ໄວ້​ຢູ່​ຖາ​ນະ​ອັນ​ດັບ​ໜຶ່ງ, ປະ​ສົມ​ປະ​ສານ​ປະ​ສິດ​ທິ​ຜົນ​​ດ້ານ​ສັງ​ຄົມ ​ກັບ​ ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ​ໃຫ້​ເປັນ​ເອ​ກະ​ພາບ​ກັນ, ຊຸກ​ຍູ້​ວຽກ​ງານ​ວັດ​ທະ​ນະ​ທຳ​ ແລະ​ ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ໃຫ້​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ, ເຮັດ​ໃຫ້ການ​ປະ​ດິດ​ຄິດ​ແຕ່ງ​​ສິ​ລະ​ປະ​ວັນ​ນະ​ຄະ​ດີແຕກດອກ​ອອກ​ຜົນ​ຢ່າງຈະ​ເລີນງອກ​ງາມ, ​ບູ​ລະ​ນະ​ລະ​ບົບ​ບໍ​ລິ​ການ​ສາ​ທາ​ລະ​ນະ​ດ້ານ​ວັດ​ທະ​ນະ​ທຳ, ໄດ້​ສະ​ໜອງ​ອາ​ຫານ​ດ້ານ​ຈິດ​ໃຈ​ທີ່​ດີກວ່າ​ເກົ່າ​ ແລະ ຫຼາຍກວ່າ​ເກົ່າ​ໃຫ້​ປະ​ຊາ​ຊົນ.

ສູນ​ກາງ​ພັກ​ໄດ້​ເນັ້ນ​ວ່າ: ວັດ​ທະ​ນະ​ທຳອັນ​ເປັນ​ມູນ​ເຊື້ອ​​ທີ່ດີ​ງາມ​ຂອງ​​ຊົນຊາດ​ຈີນ​ເປັນ​ທ່າ​ແຮງ​ພົ້ນ​ເດັ່ນ​ຂອງ​ປະ​ຊາ​ຊາດ​ຈີນ, ເປັນພື້ນ​ຖານ​ທີ່​ເຮັດ​ໃຫ້​ພວກ​ເຮົາ​​ມີຖາ​ນະ​​ໝັ້ນ​ຄົງ​ໃນ​ຂະ​ບວນ​ການ​ແລກ​ປ່ຽນ​ກັນ​ລະ​ຫວ່າງວັດ​ທະ​ນະ​ທຳ​ຕ່າງ​ໆ​ໃນ​ໂລກ, ຕ້ອງ​ສົມ​ທົບ​ກັບ​ເງື່ອນ​ໄຂ​ຍຸກ​ສະ​ໄໝ​ອັນ​ໃໝ່ ​ເພື່ອ​ສືບ​ທອດ ​ແລະ ​ເສີມ​ຂະ​ຫຍາຍ​ໃຫ້​ດີ. ພວກ​ເຮົາ​ປະ​ຕິ​ບັດ​ໂຄງ​ການ​ສືບ​ທອດ​ ແລະ​ ພັດ​ທະ​ນາ​ວັດ​ທະ​ນະ​ທຳ​ອັນ​ເປັນ​ມູນ​ເຊື້ອ​ທີ່​ດີ​ງາມ​ຂອງ​​ຊົນຊາດ​ຈີນ, ຊຸກ​ຍູ້​ວັດ​ທະ​ນະ​ທຳ​​ອັນ​ເປັນ​ມູນ​ເຊື້ອ​​ທີ່​ດີ​ງາມ​ຂອງ​​ຊົນຊາດ​ຈີນ​ໃຫ້​ມີ​ການ​ຫັນ​ປ່ຽນ​ແບບ​ປະ​ດິດ​ສ້າງ​ ແລະ​ ການ​ພັດ​ທະ​ນາ​ແບບ​ປະ​ດິດ​ສ້າງໃໝ່, ເພີ່ມ​ສະ​ຕິດ​ໃຫ້​ປະ​ຊາ​ຊົນ​ໃນ​ທົ່ວ​ສັງ​ຄົມ​ໃນ​ການ​ອະ​ນຸ​ລັກ​ວັດ​ຖຸ​ບູ​ຮານ, ​ເພີ່ມ​ຄວາມ​ແຮງ​ໃນ​ການ​ອະ​ນຸ​ລັກ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ. ເລັ່ງ​ລັດ​ກໍ່​ສ້າງ​ຄວາມ​ສາ​ມາດ​ການ​ໂຄ​ສະ​ນາເຜີຍ​ແຜ່ໃນ​ສາ​ກົນ, ເລົ່າ​ເລື່ອງ​ລາວ​ຂອງ​ຈີນ ​ແລະ ເລື່ອງ​ລາວ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ສູ່​ໂລກ​​ຟັງໃຫ້​ດີ, ​ເຜີຍ​ແຜ່​ສຽງ​ຂອງ​ຈີນ​ໃຫ້​ດີ, ຊຸກ​ຍູ້​ການ​ແລກ​ປ່ຽນ​ ແລະ​ ຖອດ​ຖອນ​ບົດ​ຮຽ​ນ​ເຊິ່ງ​ກັນ​ແລະ​ກັນໃນ​ດ້ານ​ອະ​ລິ​ຍະ​ທຳ​ຂອງ​ມະ​ນຸດ, ​ກຳ​ລັງໄມ້​ອ່ອນ ຫຼື​ ຊອ​ຟ​ພາວ​ເອີດ້ານ​ວັດ​ທະ​ນະ​ທຳ​ ແລະ​ ອິດ​ທິ​ພົນ​ຂອງວັດ​ທະ​ນະ​ທຳ​ຈີນ​ ໄດ້​ເພີ່ມ​ຂຶ້ນ​ຢ່າງ​ເດັ່ນ​ຊັດ.

ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກເປັນຕົ້ນມາ, ສະ​​ພາບການ​ໃນ​ຂົງ​ເຂດ​ຮູບ​ຖານ​ຈິດ​ສຳ​ນຶກ​ຢູ່​ປະ​ເທດ​ພວກ​ເຮົາ​ໄດ້​ເກີດ​ມີ​ການປ່ຽນ​ແປງໃນ​ພາກ​ສ່ວນ​ລວມ​ ແລະ ​ມີ​ລັກ​ສະ​ນະ​ຂັ້ນ​ພື້ນ​ຖານ. ​ທົ່ວ​ພັກ​ ແລະ ປ​ະ​ຊ​າ​ຊົນ​ບັດ​ດາ​ເຜົ່າ​ທົ່ວ​ປະ​ເທດ ​ມີ​ຄວາມ​ໝັ້ນ​ໃຈຕົນ​ເອງ​ດ້ານ​ວັດ​ທະ​ນະ​ທຳ​ເພີ່ມ​ຂຶ້ນ​ຢ່າງ​ເດັ່ນ​ຊັດ, ຄວາ​ມ​ສາ​ມັກ​ຄີ​ ແລະ ​ຄວາມ​ສັດ​ທາ​ໃນ​ທົ່ວ​ສັງ​ຄົມ​ໄດ້​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາ​ຍ, ເຊິ່ງ​ເປັນ​ການສະ​ໜອງ​ການ​ຮັບ​ປະ​ກັນ​ດ້ານ​ແນວ​ຄິດ​ ແລະ ​ກຳ​ລັງ​ຈິດ​ໃຈ​ອັນ​ເຂັ້ມ​ແຂງ​ໃຫ້​ກັບ​ການ​ສ້າງ​ສະ​ພາບ​ການ​ໃໝ່ຂອງ​ພາ​ລະ​ກິດ​ຂອງ​ພັກ​ ແລະ ​ປະ​ເທດ​ຊາດ​ໃນ​ຍຸກ​ໃໝ່.

8. ​ການກໍ່ສ້າງທາງສັງຄົມ

ພາຍຫຼັງ​ດຳ​ເນີນການ​ປະ​ຕິ​ຮູບ​ ແລະ​ ເປີດ​ປະ​ຕູ​ສູ່​ພາຍ​ນອກ, ຊີ​ວິດ​ການ​ເປັນ​ຢູ່​ຂອ​ງ​ປະ​ຊາ​ຊົນ​ປະ​ເທດ​ພວກເຮົາ​ໄດ້​ຮັບ​ການ​ປົວ​ແປງໃຫ້​ດີ​ຂຶ້ນ​ຢ່າງພົ້ນ​ເດັ່ນ, ການ​ຄຸ້ມ​ຄອງ​ສັງ​ຄົມ​ໄດ້​ຮັບ​ການ​ປັບ​ປຸງ​ໃດ້​ດີ​ຂຶ້ນ​ຢ່າງ​​ເດັ່ນ​ຊັດ. ພ້ອມ​ດຽວ​ກັນ​ນັ້ນ, ໄປ​ຄຽງ​ຄູ່​ກັບ​ການ​ພັດ​ທະ​ນາ​ຂອງ​ຍຸກ​ສະ​ໄໝ​ ແລະ ​ຄວາມ​ກ້າວ​ໜ້າທາງ​ສັງ​ຄົມ, ​ປະ​ຊາ​ຊົນ​ມີ​ຄວາມ​ມຸ່ງ​ຫວັງ​ຢ່າງ​ແຮງ​ກ້າກວ່າ​ເກົ່າ​ທີ່​ຢາກ​ມີ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ງາມ, ມີ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ໃນ​ດ້ານ​ປະ​ຊາ​ທິ​ປ​ະ​ໄຕ ການ​ປົກ​ຄອງ​ຕາມກົດ​ໝາຍ ຄວາມ​ຍຸ​ຕິ​ທຳ ຄວາມ​ເປັນ​ທຳ ຄວາມ​ປອດ​ໄພ ແລະ ສິ່ງ​ແວດ​ລ້ອມ ເປັນ​ຕົ້ນ. ສູນ​ກາງ​ພັກ​ໄດ້​ເນັ້ນ​ວ່າ: ຄວາມ​ມຸ່ງ​ຫວັງ​ຂອງ​ປະ​ຊາ​ຊົນ​ທີ່​ຢາກ​ມີ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ງານ​​​ ກໍຄື​ເປົ້າ​ໝາຍ​ສູ້​ຊົນ​ຂອງ​ພວກ​ເຮົາ, ການ​ເພີ່ມ​ຄວາມ​ຜາ​ສຸກ​ໃຫ້​ກັບ​ປະ​ຊາ​ຊົນ​ ກໍ​ແມ່ນ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ດ້ານ​ທາດ​ແທ້​ທີ່​ພວກ​ເຮົາ​ຍຶດ​ໝັ້ນ​ໃນກາ​ນ​ສ້າງ​ພັກ​ເພື່ອ​​ສ່ວນ​ລວມ ແລະ ກຳ​ອຳ​ນາດ​ເພື່ອ​ປະ​ຊາ​ຊົນ, ການ​ເຮັດ​ໃຫ້​ປະ​ຊາ​ຊົນ​ມີ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ ກໍ​ແມ່ນ​ຈຸດ​ເລີ່ມ​ຕົ້ນ​ ແລະ ​ຈຸດ​ປະ​ສົງ​ຂອງ​ວຽກ​ງານ​ທຸກ​ຢ່າງ​ຂອງ​ພວກ​ເຮົາ, ການ​ແກ້​ໄຂ​ຈຸດ​ອ່ອນ​ດ້ານ​ການ​ຮັບ​ປະ​ກັນ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ແລະ ແກ້​ໄຂບັນ​ຫາ​ທີ່​ປະ​ຊາ​ຊົນ​ມີ​ຄວາມ​ເດືອດ​ຮ້ອນ ຫຍຸ້ງ​ຍາກ ແລະ ​​ມີ​ຄວາມກັງ​ວົນ​ໃຈນັ້ນ​ໃຫ້​ດີ​ ເປັນ​ໜ້າ​ທີ່​ອັນ​ຮີ​ບ​ດ່ວນ​ໃນການ​ກໍ່​ສ້າງ​ທາງ​ສັງ​ຄົມ. ຕ້ອງ​ຖື​ເອົາ​ການ​ຮັບ​ປະ​ກັນ​ ແລະ ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ເປັນ​ຈຸດ​ສຸມ​ໃນ​ການ​ເພີ່ມ​ທະ​ວີ​ການ​ກໍ່​ສ້າງ​ທາງ​ສັງ​ຄົມ, ອອກ​ແຮງ​​ສຸດ​ຂີດ ແລະ ​ເຮັດ​ຕາມ​ຄວາມ​ສາ​ມາດ, ​ແກ້​ໄຂ​​ບັນ​ຫາໜຶ່ງ​ໃຫ້​ຕົກ​ໄປ​ແລ້ວ ແກ້​ໄຂ​ອີກ​ບັນ​ຫາ​ໜຶ່ງ​ຕໍ່, ເຮັດ​ແບບນີ້ທຸກ​ປີ​ຢ່າງ​ບໍ່​ຢຸດ​ຢັ້ງ, ອອກ​ແຮງຢ່າງ​ຕໍ່​ເນື່ອງ​ເຂົ້າ​ໃນວຽກ​ງານ​ຕ່າງໆ​ຄື: ນັກຮຽນນັກສຶກສາສາມາດໄດ້ຮັບການສິດການສອນທີ່ດີ, ຊາວຜູ້ອອກແຮງງານສາມາດມີລາຍຮັບໄດ້ເທົ່າທີ່ຄວນ, ຄົນເຈັບສາມາດໄດ້ຮັບການປິ່ນປົວທີ່ດີິ, ຜູ້ອາຍຸສູງສາມາດໄດ້ຮັບການລ້ຽງດູທີ່ດີ, ປະຊາຊົນສາມາດມີເຮືອນຂອງຕົນໄດ້  ແລະ ກຸ່ມ​ຄົນດ້ອຍ​ໂອ​ກາດ​ສາ​ມາດໄດ້​ຮັບ​ການ​ອຸດ​ໜູນ, ​ເພີ່ມ​ທະ​ວີ​ ແລະ ​ປະ​ດິດ​ສ້າງ​ໃໝ່​ໃນ​ດ້ານການ​ຄຸ້ມ​ຄ​ອງ​ສັງ​ຄົມ, ​​ເຮັດ​ໃຫ້ປະ​ຊາ​ຊົນ​ມີ​ຄວາມ​ຮູ້​ສຶກວ່າ​ໄດ້​ຮັບ​ຜົນ​ປະ​ໂຫຍດ ມີ​ຄວາມ​ສຸກ​ ແລະ​ ມີຄວາມ​ປອດ​ໄພ​ເພີ່ມ​ຂຶ້ນຫຼາຍ​ກວ່າ​ເກົ່າ ມີ​ການ​ຮັບ​ປະ​ກັນ​ກວ່າ​ເກົ່າ​ ແລະ​ ຍືນ​ຍົງ​ກວ່າ​ເກົ່າ.

ພັກ​ໄດ້​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງວ່າ​: ຈະ​ມີ​ຄວາມ​ອີ່ມ​ໜຳ​ສຳ​ລານ​ແທ້ຫຼື​ບໍ ສຳ​ຄັນ​ແມ່ນ​ຕ້ອງ​ເບິ່ງ​ພີ່​ນ້ອງ​ຊາວ​ບ້ານ; ການແກ້ຂອດຍາກໃນການລຶບລ້າງຄວາມທຸກຍາກ ເປັນ​ໜ້າ​ທີ່​ພື້ນ​ຖານ​ຂອງ​ການ​ສ້າງ​ສັງ​ຄົມ​ທີ່​ອີ່ມ​ໜຳ​ສຳ​ລານ​ໃຫ້​ສຳ​ເລັດ​ຢ່າງ​ຮອບ​ດ້ານ, ມີ​ພຽງ​ແຕ່​ເອົາ​ຊະ​ນະບັ້ນການແກ້ຂອດຍາກໃນການລຶບລ້າງຄວາມທຸກຍາກເທົ່າ​ນັ້ນ​ ຈິ່ງ​ຈະ​ສາ​ມາດ​ຮັບ​ປະ​ກັນ​ການ​ສ້າງ​ສັງ​ຄົມ​ທີ່​ອີ່​ມ​ໜຳ​ສຳ​ລານ​ໃຫ້​ສຳ​ເລັດ​ຢ່າງ​ຮອບ​ດ້ານ​ ແລະ ​ບັນ​ລຸ​​ເປົ້າ​ໝາຍ​ສູ້​ຊົນ​ຄົບ​ຮອບ 100 ​ປີ​ເຫດ​ການ​ທີໜຶ່ງໄດ້; ຕ້ອງ​ມີ​ຄວາມ​ຕັດ​ສິນ​ໃຈ​ທີ່​ສູງກວ່າ​ເກົ່າ ມີ​ແລວ​ຄວາມ​ຄິດ​ທີ່​ຖືກ​ຕ້ອງ​ແມ່ນ​ຢຳ​ກວ່າ​ເກົ່າ ແລະ​ ມີ​ມາດ​ຕະ​ການ​ທີ່​ເຂັ້ມ​ແຂງກວ່າ​ເກົ່າ, ໃຊ້​ມາດ​ຕະ​ການ​ເກີນ​ປົກ​ກະ​ຕິ ໃນ​ການ​ປະ​ຕິ​ບັດ​ໂຄງ​ການແກ້ຂອດຍາກໃນການລຶບລ້າງຄວາມ ທຸກຍາກ. ພັກ​ໄດ້​ຍຶດ​ໝັ້ນ​ໃນການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຢ່າງ​ຖືກ​ຕ້ອງ​ກັບ​ເປົ້າ​ໝາຍ​ທີ່​ແ​ນ່ນອນ, ​ຕັ້ງ​ເປົ້າ​ໝາຍ​ວຽກ​ງານຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຕາມ​ມາດ​ຕ​ະ​ຖານ “ບໍ່ກັງ​ວົນ​ນຳ​ການ​ກິນການ​ນຸ່ງ​, ຮັບປະ ກັນການ​ສຶກສາ​ພາກ​ບັງຄັບ ການ​ປິ່ນປົວ​ຂັ້ນ​ພື້ນຖານ ​ແລະ ການ​ມີເຮືອນ​ຢູ່​​ອ​າ​ໄສ”, ​ປະ​ຕິ​ບັດ​ລະ​ບຽບ​ການ​ຮັບ​ຜິດ​ຊອບ​ແບບ “ໃບ​ປະ​ຕິ​ຍານ​ໃນການປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ແບບ​ການ​ທະ​ຫານ​”, ລະ​ດົມ​ຂົນ​ຂວາຍ​ກຳ​ລັງ​​ທົ່ວ​ພັກ ​ທົ່ວ​ປະ​ເທດ ແລະ ​ທົ່ວ​ສັງ​ຄົມ, ສາ​ມັກ​ຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ, ກ້າວ​ເຂົ້າ​ສູ່​ແນວ​ຮົບ​ດ້ວຍ​ກຳ​ລັງ​ເກັ່ງ​ກ້າ​ທັງ​ໝົດ, ຜ່ານ​ຜ່າ​ອຸ​ປະ​ສັກ​ທີ່​ໃຫຍ່​ທີ່​ສຸດ, ແກ້​ໄຂ​ຂອດ​ຫຍຸ້ງ​ຍາກ​ທີ່​ສຸດ, ຈັດ​ຕັ້ງ​ດຳ​ເນີນ​ບັ້ນການແກ້ຂອດຍາກ​ໃນການລຶບລ້າງຄວາມທຸກຍາກທີ່​ມີ​ຂະ​ໜາດ​ໃຫຍ່​ທີ່​ສຸດ ​ແລະ ​ມີ​ຄວາມ​​ແຂງແຮງ​ທີ່​ສຸດ​ໃນ​ປ​ະ​ຫວັດ​ສາດ​ຂອງ​ມະ​ນຸດ, ໄດ້​ກຳ​ເນີດ​ໃຫ້​ເປັນຈິດ​ໃຈ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ທີ່​ຍິ່ງ​ໃຫຍ່. ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກເປັນຕົ້ນມາ, ເມືອງ​ທຸກ​ຍາກ 832 ເມືອງ, ບ້ານ​ທຸກ​ຍາກ 128.000 ບ້ານ ໄດ້ລຶບ​ລ້າງ​ຄວາມ​ທຸກ​ຍາກ​ທັງ​ໝົດ, ປະ​ຊາ​ກອນ​ຜູ້​ທຸກ​ຍາກ​ໃນ​ຊົນ​ນະ​ບົດ​ເກືອບ 100 ລ້ານ​ຄົນ​ໄດ້​ບັນ​ລຸ​ການຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ, ໄດ້​ບັນ​ລຸ​ເປົ້າ​ໝາຍຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຕາມ​ວາ​ລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ປີ 2030 ຂອງ​ອົງ​ການ​ສ​ະ​ຫະ​ປ​ະ​ຊາ​ຊາດໂດຍ​ໄວ​ກວ່າ 10 ປີ, ໄດ້​ແກ້​ໄຂ​ບັນ​ຫາ​ທຸກ​ຍາກເດັດ​ຖານ​ຢ່າງ​ມີ​ລັກ​ສະ​ນະ​ປະ​ຫວັດ​ສາດ, ​ແລະໄດ້​ສ້າງ​ສິ່ງ​ມະ​ຫັດ​ສະ​ຈັນ​ໃນ​ປ​ະ​ຫວັດ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​​ມວນມະ​ນຸດ.

​ໃນປີ 2020, ເມື່ອຜະ​ເຊີນ​ໜ້າ​ກັບ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອ​ງ​ພະ​ຍາດ​ໂຄວິດ-19 ທີ່​ເກີດ​ຂຶ້ນ​ຢ່າງກ​ະ​ທັນ​ຫັນ, ສູນ​ກາງ​ພັກ​ໄດ້​​ວາງ​ນະ​ໂຍ​ບາຍດ້ວຍ​ຄວາມ​ຕັດ​ສິນ​ໃຈ​ອັນ​ເດັດ​ຂາດ, ຮັບ​ມືດ້ວຍ​ຄວາມ​ທຸ່ນ​ທ່ຽງ, ​ຍຶດ​ໝັ້ນ​ໃນຫຼັກ​ການ​ຖື​ປະ​ຊາ​ຊົນ​ສຳ​ຄັນ​ກວ່າ​ໝູ່ ແລະ ຖື​ຊີ​ວິດ​ສຳ​ຄັນ​ກວ່າ​ໝູ່, ໄດ້ມີ​ຂໍ້​ຮຽກ​ຮ້ອງ​ລວມ​ທີ່​ວ່າ ​ມີ​ຄວາມ​ໝັ້ນ​ໃຈ​ຢ່າງ​ເດັດ​ດ່ຽວ ຮ່ວມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ ປ້ອງ​ກັນ ​ແລະ​ປິ່ນ​ປົວ​ພະ​ຍາດ​ຕາມຫຼັກ​ວິ​ທະ​ຍາ​ສາດ ​ແລະ​ ໃຊ້​ນະ​ໂຍ​ບາຍ​ໃຫ້​ຖືກ​ກັບ​ເປົ້າ​ໝາຍ, ໄດ້​ດຳ​ເນີນ​ບັ້ນຮົບ​ປະ​ຊາ​ຊົນ ບັ້ນຮົບ​ພາກ​ສ່ວນ​ທັງ​ໝົດ ແລະ ​ບັ້ນການ​ສະ​ກັດ​ກັ້ນ ເພື່ອ​ຕໍ່​ຕ້ານ​ພະ​ຍາດ​ໂຄວິດ-19, ໄດ້​ວາງ​ແຜນ​ຢ່າງ​ຮັດ​ກຸມ​ຮອບ​ຄອບໃນ​ການ​ດຳ​ເນີນ​ບັ້ນ​​ປ້ອງ​ກັນນະ​ຄອນ​ອູ​ຮັ້ນ ​ແລະ ບັ້ນ​ປ້ອງ​ກັນ​ແຂວງ​ຮູ​ເປີຍ, ເຕົ້າ​ໂຮມ​ກຳ​ລັງ​ແຮງ​ທົ່ວ​ປະ​ເທດ​ເຂົ້າ​ໃນ​ການກອບ​ກູ້​ຊີ​ວິດ​ປະ​ຊາ​ຊົນ​ຢ່າງ​ຂະ​ໜາດ​ໃຫຍ່ ​ແບບ​ບໍ່​ເຄີຍ​ມາ​ມາ​ກ່ອນ, ມີ​ສະ​ຕິ​ລະ​ວັງ​ຕົວ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ ໃນ​ການ​ປະ​ຕິ​ບັດ​ມາດ​ຕະ​ການ​ປ້ອງ​ກັນການ​ແຜ່​ເຊື້ອ​ຈາກ​ຕ່າງ​ປະ​ເທດ ທັງ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ການ​ແຜ່​ລະ​ບາດ​ຮອບ​ໃໝ່​ຢູ່​ພາຍ​ໃນ​ປະ​ເທດ, ຍຶດ​ໝັ້ນ​ໃນ​ການ​ວາງ​ແຜນ​ເປັນ​ເອ​ກະ​ພາບ​ກັນ​ໃນ​ການ​ປ້ອງ​ກັນ-ຄວບ​ຄຸມ​ພະ​ຍາດ ແລະ​ ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ໄດ້ປົກ​ປ້ອງ​ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ​ ແລະ ​ສຸ​ຂະ​ພາບ​ທາງ​ຮ່າງ​ກາຍ​ຂອງ​ປະ​ຊາ​ຊົນ​ໃຫ້ຫຼາຍ​ເທົ່າ​ທີ່​ຈະຫຼາຍ​ໄດ້, ​ເປັນ​ປະ​ເທດ​ນຳ​ໜ້າ​ກ່ອນ​ໝູ່​ໃນ​ທົ່ວ​ໂລກ​ທີ່​ສາ​ມາດ​ຄວ​ບ​ຄຸມ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໃຫ້​ໄດ້ ສາ​ມາດ​ຟື້ນ​ຟູ​ກິດ​ຈະ​ການ-ການ​ຜະ​ລິດ ແລະ ສາ​ມາດ​ຟື້ນ​ຟູ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ກາ​ນ​ຕໍ່​ສູ້​ຕ້ານ​ກັບ​ພະ​ຍາດ​ໄດ້​ຮັບ​ໝາກ​ຜົນ​ລັກ​ສະ​ນະ​ຍຸດ​ທະ​ສາດ​ອັນ​ສຳ​ຄັນ, ໄດ້​ສ້າງ​ຈິດ​ໃຈ​ຕ້ານ​ພະ​ຍາດ​ທີ່​ຍິ່ງ​ໃຫຍ່.

ເພື່ອ​ຮັບ​ປະ​ກັນ ​ແລະ ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ໂດຍອີງ​ຕາມ​ທິດ​ທາງ​ທີ່​ຍຶດ​ໝັ້ນ​ເສັ້ນເພ​ດານ​ຕ່ຳ​ສຸດ ເນັ້ນຈຸດ​ສຸມ ບູ​ລະ​ນະ​ລະ​ບຽບ​ການ ແລະ ຊີ້​ນຳ​ຄາດໝາຍ, ​ພັກໄດ້​ວາງ​ມາດ​ຕະ​ການ​ສຳ​ຄັນ​ຕ່າງໆ​​ໃນ​ດ້ານ​ການ​ແບ່ງ​ປັນ​ລາຍ​ໄດ້ ການ​ປະ​ກອບ​ອາ​ຊີບ ການ​ສຶກ​ສາ ກາ​ນ​ປະ​ກັນ​ສັງ​ຄົມ  ສາ​ທາ​ລະ​ນະ​ສຸກ ການ​ຮັບ​ປະ​ກັນ​​ດ້ານເຮືອນ​ຢູ່​ ແລະ​ດ້ານ​ອື່ນໆ, ເອົາ​ໃຈ​ໃສ່​ເພີ່ມ​ທະ​ວີ​ການ​ກໍ່​ສ້າງ​ໂຄງ​ການ​ເພື່ອ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ທີ່​ມີ​ລັກ​ສະ​ນະ​ໃຫ້​ຜົນ​ປະ​ໂຫຍດ​ທົ່ວ​ເຖິງ ໃຫ້​ຜົນ​ປະ​ໂຫຍດພື້ນ​ຖານ​ແລະ​ ຮັບ​ປະ​ກັນຜົນ​ປະ​ໂຫຍດ​ຕ່ຳ​ສຸດ, ຊຸກ​ຍູ້​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ຂັ້ນ​ພື້ນ​ຖານ​ໃຫ້​ເຂົ້າ​ເຖິງ​ປະ​ຊາ​ຊົນ​ເທົ່າ​ທຽມ​ກັນ. ພວກ​ເຮົາ​ພະ​ຍາ​ຍາມກໍ່​ສ້າງ​ລະ​ບົບ​ແບ່ງ​ປັນ​ລາຍ​ໄດ້​ທີ່​ສ່ອງ​ແສງ​ເຖິງ​ປະ​ສິດ​ທິ​ພາບ​ ແລະ ​ສົ່ງ​ເສີມ​ຄວາມ​ຍຸ​ຕິ​ທຳ, ປັບ​ລາຍ​ຮັບ​ທີ່​ສູງ​ເກີນ​ໄປ, ​ຮິບ​ເອົາລາຍ​ຮັບ​ທີ່​ຜິດ​ກົດ​ໝາຍ, ເພີ່ມ​ລາຍ​ຮັບໃຫ້​ກັບ​ກຸ່ມ​ຄົນ​ທີ່​ມີ​ລາຍ​ຮັບ​ຕ່ຳ, ​ເປີດກວ້າງ​ກຸ່ມ​ຄົນ​ທີ່​ມີ​ລາຍ​ຮັບປານ​ກາງ​ຢ່າງ​ໜັກ​ແໜ້ນ, ຊຸກ​ຍູ້​ໃຫ້​ກຳ​ເນີດ​ເປັນ​ໂຄງ​ສ້າງ​ການ​ແບ່ງ​ປັນ​ລາຍ​ໄດ້ແບບ “ຮູບ​ໄຂ່”, ການ​ເຕີບ​ໂຕ​ດ້ານ​ລາຍ​ໄດ້​ຂອງ​ປະ​ຊາ​ຊົນ​ ມີ​ຈັງ​ຫວະ​ດຽວ​ກັນ​ກັບ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ໂດຍ​ພື້ນ​ຖານ, ຈັງ​ຫວະ​ການ​ເຕີບ​ໂຕ​ດ້ານ​ລາຍ​ໄດ້​ຂອງ​ປະ​ຊາ​ຊົນ​ໃນ​ຊົນ​ນະ​ບົດ ​ໄວ​ກວ່າ​ປະ​ຊາ​ຊົນ​ຕົວ​ເມືອງ. ໄດ້​ປະ​ຕິ​ບັດ​ນະ​ໂຍ​ບາຍ​ໃຫ້​ບູ​ລິ​ມະ​ສິດ​ແກ່​ການ​ປະ​ກອບ​ອາ​ຊີບ, ຊຸກ​ຍູ້​ການ​ປ​ະ​ກອບ​ອາ​ຊີບ​ໃຫ້​ຫຼາຍກວ່າ​ເກົ່າ ​ແລະ ​ມີ​ຄຸນ​ນະ​ພາບ​ສູງກວ່າ​ເກົ່າ. ​ຈັດ​ຕັ້ງ​ປະ​ຕິ​ບັດ​ທິດ​ທາງ​​ຂ​ອງ​ພັກ​ໃນ​ດ້ານການ​ສຶກ​ສາ​​ຢ່າງ​ຮອບ​ດ້ານ, ໃຫ້​ບູ​ລິ​ມະ​ສິດ​ແກ່​ການ​ພັດ​ທະ​ນາ​ວຽກ​ງານ​ການ​ສຶກ​ສາ, ກຳ​ນົດ​ຢ່າງ​ຈະ​ແຈ້ງວ່າ ໜ້າ​ທີ່​ພື້ນ​ຖານ​ຂອງ​ການ​ສຶກ​ສາ​ແມ່ນ​​ບຳ​ລຸງ​ສ້າງ​ຜູ້​ມີ​ຄຸນ​ສົມ​ບັດ​ທີ່​ດີ ບຳ​ລຸງ​ສ້າງຜູ້​ກໍ່ສ້າງ​​ ແລະ ​ຜູ້​ສືບ​ທອດ​ພາ​ລະ​ກິດ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ກາ​ນ​ພັດ​ທະ​ນາ​ຮອບ​ດ້ານຄື: ​ຄຸນ​ສົມ​ບັດ​ ປັນ​ຍາ ພະ​ລະ ສິ​ລະ​ປະ​ ແລະ ແຮງ​ງານ​. ລົງ​ເລິກ​ການ​ປະ​ຕິ​ຮູບ​ ແລະ ​ການ​ປະ​ດິດ​ສ້າງໃໝ່​ດ້ານ​ການ​ສຶກ​ສາ​ ແລະ ​ການ​ຮຽນ​ການ​ສອນ, ສົ່ງ​ເສີມ​ຄວາມ​ຍຸ​ຕິ​ທຳ​ ແລະ​ ຍົກ​ສູງ​ຄຸນ​ນະ​ພາບ, ຊຸກ​ຍູ້​ການ​ສຶກ​ສາ​ພາກ​ບັງ​ຄັບ​ໃຫ້​ມີການ​ພັ​ດ​ທະ​ນາ​ຢ່າງ​ສະ​ໝ່ຳ​ສະ​ເໝີ​ ທັງ​ເຊື່ອມ​ໂຍງ​ຕົວ​ເມືອງ​ ແລະ ​ຊົນ​ນະ​ບົດ​ເຂົ້າ​ເປັນ​ອັນ​ໜຶ່​ງ​ອັນ​ດຽວກັນ, ​ປະ​ຕິ​ບັດ​ການ​ຮຽນ​ການ​ສອນ​ພາ​ສາ ແລະ ຕົວ​ໜັງ​ສື​ທີ່​ນຳ​ໃຊ້​ໂດ​ຍ​ທົ່ວ​ໄປ​ຂອງ​ຊາດ​ຢ່າງ​ຮອບ​ດ້ານ, ປັບ​ປຸງ​ສ​ະຖາ​ບັນ​ຝຶກ​ອົບ​ຮົມ​ວິ​ຊາ​ຮຽນ​ນອກ​ໂຮງ​ຮຽນ ໃຫ້​ເປັນ​ລະ​ບຽບ​ແບບ​ແຜນ, ຕັ້ງ​ໜ້າ​ພັດ​ທະ​ນາ​ອາ​ຊີ​ວະ​ສຶກ​ສາ, ຊຸກ​ຍູ້​ການ​ສຶກ​ສາ​ຊັ້ນ​ສູງ​ໃຫ້​ມີ​ການ​ພັດ​ທະ​ນາ​ໂດຍ​ການ​ປະ​ດິດ​ສ້າງ​ແບບ​ໃນ​ໂຕ, ຊຸ​ກ​ຍູ້​ການ​ສ້າງ​ປະ​ເທດ​ເຂັ້ມ​ແຂງ​ດ້ານ​ການ​ສຶກ​ສາ, ພັດ​ທະ​ນາ​ການ​ສຶກ​ສາ​ທີ່​​ປະ​ຊາ​ຊົນ​ເພິ່ງ​ພໍ​ໃຈ. ປະ​ເທດ​ພວກເຮົາ​ໄດ້​ສ້າງ​ລະ​ບົບ​ປະ​ກັນ​ສັງ​ຄົມ​ທີ່​ມີ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ໃນ​ໂລກໃຫ້​ສຳ​ເລັດ, ​ປະ​ຊາ​ຊົນ 1,02 ຕື້ຄົນ​ມີປະ​ກັນ​ໄພ​ບຳ​ນານ​ຂັ້ນ​ພື້ນ​ຖານ, ​ປະ​ຊາ​ຊົນ 1,36 ຕື້ຄົນ​ມີ​ປະ​ກັນ​ສຸ​ຂະ​ພາບ​ຂັ້ນ​ພື້ນ​ຖານ. ໄດ້​ຊຸກ​ຍູ້​ການ​ກໍ່​ສ້າງ​ປະ​ເທດ​ຈີນ​ທີ່​ມີ​ສຸ​ຂະ​ພາບ​ຢ່າງ​ຮອບ​ດ້ານ, ຍຶດ​ໝັ້ນ​ທິດ​ທາງ​ທີ່​ຖື​ການ​ປ້ອງ​ກັນ​ເປັນ​ຫຼັກ, ລົງ​ເລິກ​ການ​ປະ​ຕິ​ຮູບ​ໂຄງ​ປະ​ກອບ​ສາ​ທາ​ລະ​ນະ​ສຸກ, ​ຊັກ​ນຳ​​ການຫັນ​ຈຸດ​ສຸມ​ວຽກ​ງານ​ສາ​ທາ​ລະ​ນະ​ສຸກ​ ແລ​ະ ​ຊັບ​ພະ​ຍາ​ກອນ​ດ້ານການ​ແພດ​ລົງ​ສູ່​ຮາກ​ຖານ, ຊຸກ​ຍູ້​ການ​ບູ​ລະ​ນະ​ໂຄງ​ປະ​ກອບ ​ແລະ ​ກົນ​ໄກ​ປ້ອງ​ກັນ​ ແລະ ​ຄວບ​ຄຸມ​ພະ​ຍາດ​ຕິດ​ແປດ​ຮ້າຍ​ແຮງ​ຢ່າງ​ທັນ​ການ, ບູ​ລະ​ນະ​ລະ​ບົບ​ຄຸ້ມ​ຄອງ​​ເຫດ​ການສຸກ​ເສີນ​ດ້ານ​ສາ​ທາ​ລະ​ນະ​ສຸກ​ແຫ່ງ​ຊາດ, ຊຸກ​ຍູ້​ການ​ສືບ​ທອດ ການປະ​ດິດ​ສ້າງ​​ໃໝ່ ແລະ​ ການພັດ​ທະ​ນາ​​ແພດ​ແຜນ​ຈີນ​ ແລະ​ ຢາ​ພື້ນ​ເມືອງ​ຈີນ, ບູ​ລະ​ນະ​ລະ​ບົບ​ບໍ​ລິ​ການ​ສາ​ທາ​ລະ​ນະ​ສຸກ​ທີ່​ປົກ​ຄຸມ​ຕົວ​ເມືອງ​ ແລະ ​ຊົນ​ນະ​ບົດ​ຢ່າງ​ທົ່ວ​ເຖິງ​ນັ້ນ​ໃຫ້​ສົມ​ບູນ​ຂຶ້ນ. ເລັ່ງ​ລັດ​ການ​ສ້າງ​ປະ​ເທດ​ເຂັ້ມ​ແຂງ​ດ້ານ​ກິ​ລາໃຫ້​ໄວ​ຂຶ້ນ, ດຳ​ເນີນ​ການ​ເຄື່ອນ​ໄຫວ​ອອກ​ກຳ​ລັງ​ກາຍ​ທົ່ວ​ປວງ​ຊົນ​ຢ່າງກ​ວ້າງ​ຂວາງ, ອອກ​ແຮງ​ເຊີດ​ຊູ​ຈິດ​ໃຈ​ກິ​ລາ​ຊາດ​ຈີນ. ເພີ່ມ​ທະ​ວີ​ການ​ຄົ້ນ​ຄວ້າ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ປະ​ຊາ​ກອນ, ຕັ້ງ​ໜ້າ​ຮັບ​ມື​ກັບ​ບັນ​ຫາ​ອັດ​ຕາ​ສ່ວນ​ຜູ້​ເຖົ້າ​ເພີ່ມ​ຂຶ້ນ, ເລັ່ງລັດ​ກໍ່​ສ້າງ​ລະ​ບົບ​ບໍ​ລິ​ການລ້ຽງ​ດູ​ຜູ້​ເຖົ້າ, ປັບ​ປຸງ​ນະ​ໂຍ​ບາຍ​ກຳ​ເນີດໃຫ້​ດີ​ຂຶ້ນ, ຊຸກ​ຍູ້​ການ​ພັດ​ທະ​ນາປະ​ຊາ​ກອນ​ໃຫ້​ດຸນດ່ຽງ ​ແລະ ​ສະ​ໝ່ຳ​ສະ​ເໝີຢ່າງ​ຍາວ​ນານ. ​ເອົາ​ໃຈ​ໃສ່​ການ​ສຶກ​ສາ​ໃນ​ຄອບ​ຄົວ ແລະ ການ​ສ້າງ​ແບບ​ແຜນ​ທີ່​ດີ​ໃນ​ຄອບ​ຄົວ, ປົກ​ປ້ອງ​ສິດ​ທິ​ຜົນ​ປະ​ໂຫຍດ​ຂອງ​ແມ່​ຍິງ ແລະ ເດັກ​ນ້ອຍ. ເລັ່ງ​ລັດ​ພັດ​ທະ​ນາ​ວຽກ​ງານ​ຄົນ​ພິ​ການ​ໃຫ້​ໄວ​ຂຶ້ນ. ຍຶດ​ໝັ້ນ​ໃນ​ຫຼັກ​ການ​ທີ່ເອົາ​ເຮືອນ​ເປັນ​ທີ່​ຢູ່​ພັກ​ເຊົາ, ຫາກ​ບໍ່​ແມ່ນ​ເພື່ອ​ຫາ​ຜົນ​ກຳ​ໄລ, ເລັ່ງ​ລັດ​ສ້າງ​ລະ​ບຽບ​ການ​ເຮືອນ​ຢູ່​ທີ່​ມີ​ຜູ້​ສະ​ໜອງຫຼາຍ​ຝ່າຍ ມີ​ການຮັບ​ປະ​ກັນ​ຈາກຫຼາຍ​ຊ່ອງ​ທາງ ມີການໃຫ້​ເຊົ່າ ​ແລະ ​ການໃຫ້​ຊື້​​ໄປ​ພ້ອມ​ກັນ, ເພີ່ມ​ງົບ​ປະ​ມານ​ໃນ​ການ​ສ້າງ​ເຮືອນ​ນະ​ໂຍ​ບາຍ​ໃຫ້ຫຼາຍ​ຂຶ້ນ, ເງື່ອນ​ໄຂ​ດ້ານ​ເຮືອນ​ຢູ່​ຂອງ​ປະ​ຊາ​ຊົນ​ໃນ​ຕົວ​ເມືອງ​ ແລະ ​ຊົນ​ນະ​ບົດ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນຢ່າງ​ເດັ່ນ​ຊັດ.

    ໂດຍ​ສຸມ​ໃສ່​ເປົ້າ​ໝາຍ​ທີ່​ເຮັດ​ໃຫ້​ປະ​ເທດ​ຊາດ​ມີ​ຄວາມ​ສະ​ຫງົບ​ຖາ​ວອນ ປະ​ຊາ​ຊົນ​ຢູ່​ເຢັນ​ເປັນ​ສຸກ ແລະ ສ້າງ​ປະ​ເທດ​ຈີນ​ທີ່ມີ​ຄວາມ​ສະ​ຫງົບ​ໃນ​ລະ​ດັບ​ສູງກວ່າ​ເກົ່າ, ພັກ​ໄດ້ບູ​ລະ​ນະ​ລະ​ບົບ​ຄຸ້ມ​ຄອງ​ສັງ​ຄົມ, ບູ​ລະ​ນະ​ນະ​ລະ​ບົບ​ຄຸ້ມ​ຄອງ​ຂັ້ນ​ຮາກ​ຖານ​ໃນ​ຕົວ​ເມືອງ ​ແລະ​ ຊົນ​ນະ​ບົດ​ ໂດຍ​ປະ​ສົມ​ປະ​ສານ​ການ​ຄຸ້ມ​ຄອງ​ຕົນ​ເອງ ການຄຸ້ມ​ຄອງ​ຕາມ​ກົດ​ໝາຍ​ ແລະ ການ​ຄຸ້ມ​ຄອງ​ດ້ວຍສິນ​ທຳ ທີ່​ນຳ​ພາ​ໂດຍ​​ອົງການ​ພັກ, ຊຸກ​ຍູ້​ໃຫ້​​​ຫັນຈຸດ​ສຸມ​ຂອງ​ການ​ຄຸ້ມ​ຄອງ​ສັງ​ຄົມ​ລົງ​ສູ່ຮາກ​ຖານ, ​ສ້າງ​ລະ​ບຽບ​ການ​ຄຸ້ມ​ຄ​ອງ​ສັງ​ຄົມ​ຕາມ​ທິດສ້າງ​ສາ​ຮ່ວມ​ກັນ ຄຸ້ມ​ຄອງ​ຮ່ວມ​ກັນ ​ແລະ ​ຊົມ​ໃຊ້​ຮ່ວມ​ກັນ, ສ້າງ​ປະ​ຊາ​ຄົມຮ່ວມ​ຄຸ້ມ​ຄອງ​ສັງ​ຄົມ​ທີ່​ທຸກ​ຄົນ​ມີ​ຄວາມ​ຮັບ​ຜິດ​ຊອບ ທຸກ​ຄົນປະ​ຕິ​ບັດ​ຕາມຄວາມ​ຮັບ​ຜິ​ດ​ຊອບ ແລະ ເປັນ​ຂອງ​ທຸກ​ຄົນ​. ​ເພີ່ມ​ທະ​ວີ​ວຽກ​ງານຕ້ານໄພ ​ກູ້​ໄພ ແລະ ​ການ​ຜະ​ລິດ​ຢ່າງ​ປອດ​ໄພ, ເພີ່ມ​ທະ​ວີ​ການ​ສ້າງ​ລະ​ບົບ​ ​ແລະ ​ຄວາມ​ສາ​ມາດຂອງ​ການຄຸ້ມ​ຄອງ​ເຫດ​ການ​ສຸ​ກ​ເສີນ​ແຫ່ງ​ຊາດ. ຍຶດ​ໝັ້ນ ​ແລະ ​​ພັດ​ທະ​ນາ “ບົດ​ຮຽນ​ເຟີ່ງ​ຊຽວ” ໃນ​ຍຸກໃໝ່, ຍຶດ​ໝັ້ນການ​ຄຸ້ມ​ຄອງ​ຢ່າງ​ເປັນ​ລະ​ບົບ ການຄຸ້ມ​ຄອງ​ຕາມ​ກົດ​ໝາຍ  ການຄຸ້ມ​ຄອງ​ແບບ​ສັງ​ລວມ ​ແລະ ການຄຸ້ມ​ຄອງ​ແຫຼ່ງ​ກຳ​ເນີດ​, ບູ​ລະ​ນະ​ລະ​ບຽບ​ການ​​ຮັບ​ການຮ້ອງ​ຟ້ອງ​ຂອງ​ປະ​ຊາ​ຊົນ, ບູ​ລະ​ນະ​ກົນ​ໄກ​ສັງ​ລວມ​ກ່ຽວ​ກັບ​ການ​ປ້ອງ​ກັນ ສືບ​ສວນ ແກ້​ໄຂ ແລະ ໄກ່​ເກ່ຍ​ ຂໍ້​ຂັດ​ແຍ້ງ​ໃນ​ສັງ​ຄົມ​ດ້ວຍຫຼາຍ​ຊ່ອງ​ທາງ, ເພີ່ມ​ທະ​ວີ​ການ​ຄຸ້ມ​ຄອງ​ຄວາມ​ສະ​ຫງົບ​ທາງ​ສັງ​ຄົມ​ໂດຍ​ສັງ​ລວມ, ດຳ​ເນີນ​ບັ້ນ ການປາບ​ປາມ​ກຸ່ມ​ແກ້ງອາ​ຊະ​ຍາ​ກຳ​ໂດຍ​ສະ​ເພາະ, ລົງ​ວິ​ໄນ​​ສະ​ມາ​ຊິກພັກ ແລະ ພະ​ນັກ​ງານ​ທີ່​ປ່ອຍ​ປະ​ລະ​ເລີຍ ຫຼື​ຍິ່ງ​ໄປ​ກວ່າ​ນັ້ນ ​ຍອມ​ເປັນ​ຜູ້​​ປົກປ້ອງ​ອິດ​ທິ​ກຳ​ລັງ​ກຸ່ມ​ແກ້ງອາ​ຊະ​ຍາ​ກຳ​, ປ້ອງ​ກັນ ​ແລະ​ ປາບ​ປາມ​ການ​ກໍ່​ການ​ຮ້າຍ​ດ້ວຍ​ຄວາມ​ຮຸນ​ແຮງ ອາ​ຊະ​ຍາ​ກຳ​ທາງ​ອິນ​ເຕີ​ເນັດ​ແບບ​ໃໝ່ ແລະ ອາ​ລະ​ຍາ​ກຳ​ຂ້າມ​ຊາດ.

ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກເປັນຕົ້ນມາ, ການ​ກໍ່​ສ້າງ​ທາງ​ສັງ​ຄົມ​ຂອງ​ປະ​ເທດພວກ​ເຮົາ​ໄດ້​ເພີ່ມ​ທະ​ວີ​ຂຶ້ນ​ຢ່າງ​ຮອບ​ດ້ານ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໄດ້​ຮັບ​ກາ​ນ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ຢ່າງ​ຮອບ​ດ້​ານ,​ ລະ​ດັບການ​ຄຸ້​ມ​ຄອງ​ສັງ​ຄົມ​​ແບບ​ມີ​ສ່ວນ​ຮ່ວມ​ຈາກສັງ​ຄົມ ຄຸ້ມ​ຄອງ​ຕາມ​ກົດ​ໝາຍ ຫັນ​ເປັນ​ແບບ​ອັດ​ສະ​ລີ​ຍະ ​ແລະ​​ ​ລັກ​ສະ​ນະ​ວິ​ຊາ​ການ​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງຫຼວງຫຼາຍ, ໄດ້​ພັດ​ທະ​ນາ​ໃຫ້​ມີ​ສະ​ພາບ​ທີ່​ດີ​ງາມ​ຄື: ປະ​ຊາ​ຊົນ​ຢູ່​ເຢັນ​ເປັນ​ສຸກ ສັງ​ຄົມ​​ປອດ​ໄພ​ສະ​ຫງົບ ແລະ ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ເປັນ​ການ​ສືບ​ຕໍ່​ສ້າງ​ສິ່ງ​ມະ​ຫັດ​ສະ​ຈັນ​ທີ່​ສັງ​ຄົມ​ມີ​ສະ​ຖຽນ​ລະ​ພາບ​ຢ່າງ​ຍາວ​ນານ.

9. ​ການ​ກໍ່ສ້າງ​ໃນ​ດ້ານ​ຄວາມສິວິໄລລະ​ບົບ​ນິເວດ

ພາຍຫຼັງ​ດຳ​ເນີນການ​ປະ​ຕິ​ຮູບ​ ແລະ ​ເປີດ​ປະ​ຕູ​ສູ່​ພາຍ​ນອກ, ພັ​ກ​​ໄດ້​ໃຫ້​ຄວາມ​ສຳ​ຄັນ​ນັບ​ມື້​ນັບ ຫຼາຍ​ຂຶ້ນ​ໃນ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ນິ​ເວດ. ພ້ອມ​ດຽ​ວ​ກັນ​ນັ້ນ, ການ​ສ້າງ​ຄວາມ​ສິ​ວິ​ໄລ​ດ້ານ​ນິ​ເວດ​ ຍັງ​ຄົງ​ເປັນ​ຈຸດ​ອ່ອນ​ອັນ​ພົ້ນ​ເດັ່ນ,  ​ຄ​ວາມ​ກົດ​ດັນໃນ​ດ້ານ​ຊັບ​ພະ​ຍາ​ກອນ​ ແລະ ​ສິ່ງ​ແວດ​ລ້ອມ​ເພີ່ມ​ຂຶ້ນ, ລະ​ບົບ​ນິ​ເວດ​​ຊຸດ​ໂຊມ​ລົງ ແລະ ​ບັນ​ຫາ​ອື່ນໆ​ນັບ​ມື້​ນັບ​ພົ້ນ​ເດັ່ນ​ຂຶ້ນ, ໂດຍ​ສະ​ເພາະ​ມົນ​ລະ​ພິດ ​ທາງ​ສິ່ງ​ແວດ​ລ້ອມ​ປະ​ເພດ​ຕ່າງໆ ແລະ​ ການ​ທຳ​ລາຍ​ສິ່ງ​ແວດ​ລ້ອມ​ນິ​ເວດ​ ໄດ້​ປາ​ກົດ​ມີ​ທ່ວງ​ທ່າ​ເກີ​ດ​ຂຶ້ນຢ່າງ ຫຼວງຫຼາຍ ຈົນ​ໄດ້​ສ້​າງ​ຄວາມ​ເສຍ​ຫາຍ​ໃຫ້​ກັບ​ທີ່​ດິນ​ແຫ່ງ​ຊາດ​ ແລະ ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊ​າ​ຊົນ. ຖ້າ​ວ່າ​ບໍ່​ເລັ່ງ​ລັດ​ປ່ຽນ​ແປງ​ທ່າ​ອ່ຽງ​ທີ່​ສິ່ງ​ແວດ​ລ້ອມ​ນິ​ເວດ​ຊຸດ​ໂຊມ​ລົງ, ກໍ​ຈະ​ຕ້ອງ​ເສຍ​ຄ່າ​ຕອບ​ແທນ​ອັນ​ໜັກ​ໜ່ວງທີ່​ສຸດ​ຢ່າງ​ແນ່ນອນ. ​ສູນ​ກາງ​ພັກ​ໄດ້​ເນັ້ນ​ວ່າ: ການ​ສ້າງ​ຄວາມ​ສິ​ວິ​ໄລ​ດ້ານ​ນິ​ເວດ​ເປັນ​ພາ​ລະ​ກິດ​ພື້ນ​ຖານ​ທີ່​ຕິດ​ພັນ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຖາ​ວອນ​ຂອງ​ປະ​ຊາ​ຊາດ​ຈີນ, ການ​ອະ​ນຸລັກ​ສິ່​ງ​ແວດ​ລ້ອມ​ນິ​ເວດ​ ກໍ​ແມ່ນການ​ອະ​ນຸ​ລັກ​ກຳ​ລັງ​ການ​ຜະ​ລິດ, ການ​ປັບ​ປຸງສິ່ງ​ແວດ​ລ້ອມ​ນິ​ເວດ​ໃຫ້​ດີ ​ກໍ​ແມ່ນ​ການ​ພັດ​ທະ​ນາ​ກຳ​ລັງ​ການ​ຜະ​ລິດ, ເດັດ​ຂາດ​ຈະ​ບໍ່​​ນຳ​ເອົາ​ການ​ທຳ​ລາຍສິ່ງ​ແວດ​ລ້ອມ​​ມາ​ແລກ​ເອົາ​ການ​ເຕີ​ບ​ໂຕ​ດ້ານ​ເສດ​ຖະ​ກິດ​ໃນ​ໄລ​ຍະ​ຊົ່​ວ​ຄາວ​.  ຕ້ອງ​ຍຶດ​ໝັ້ນ​ແນວ​ຄວາມ​ຄິດ “ພູ​ຂຽວ​ນ້ຳ​ໃສ​ກໍ​ແມ່ນ​ພູ​ເງິນ​ພູ​ຄຳ”, ຍຶດ​ໝັ້ນ​ໃນ​ການ​ອະ​ນຸ​ລັກພູ​ຜາ​ແມ່​ນ້ຳ ປ່າ​ໄມ້ ໜອງ​ບຶງ ທົ່ງ​ນາ ທົ່ງ​ຫຍ້າ ແລະ ທະ​ເລ​ຊາຍ​​ໃຫ້​ເປັນ​​ອັນ​ໜຶ່ງ​ອັນ​ດຽວ​​ກັນ ​ແລະ ​ຄຸ້ມ​ຄອງ​ຢ່າງ​ເປັນ​ລະ​ບົບ, ​ອະ​ນຸ​ລັກສິ່ງ​ແວດ​ລ້ອມ​ນິ​ເວດ​ປານ​ຮັກ​ສາ​ດວງ​ຕາ​ຂອງ​ຕົນ, ປະ​ຕິ​ບັດ​ຕໍ່​ສິ່ງ​ແວດ​ລ້ອມ​ນິ​ເວດປານ​ປະ​ຕິ​ບັດ​ຕໍ່​ຊີ​ວິດ​ຂອງ​ຕົນ, ມີ​​ສະ​ຕິ​ຕື່ນ​ຕົວຫຼາຍ ກວ່າ​ເກົ່າ​ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ສີ​ຂຽວ ການ​ພັດ​ທະ​ນາ​ແບບ​ໝູນ​ວຽນ ແລະ ການ​ພັດ​ທະ​ນາ​ແບບ​ກາກບອນ​ຕ່ຳ, ຍຶດ​ໝັ້ນ​​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທ​ະ​ນາ​ຄວາມ​ສິ​ວິ​ໄລ​ທີ່ການ​ຜະ​ລິດ​ມີ​ການ​ພັດ​ທ​ະ​ນາ ຊີ​ວິດ​ຮັ່ງ​ມີ ແລະ ສິ່ງ​ແວດ​ລ້ອມ​ນິ​ເວດ​ດີ​ງາມ.

ພັກ​ໄດ້​ສຸມ​ຄວາມ​ພະ​ຍາ​ຍາມ​ຢ່າງ​ຮອບ​ດ້ານ​ເຂົ້າ​ໃນ​ດ້ານ​ແນວ​ຄິດ ກົດ​ໝາຍ ໂຄງ​ປະ​ກອບ ການ​ຈັດ​ຕັ້ງ ແລະ​ ແບບ​ແຜນ, ເພີ່ມ​ທະ​ວີ​ການອ​ະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ນິ​ເວດ​ຢ່າງ​ຮອບ​ທິດ ກວມ​ທົ່ວ​ເຂດ​ແຄວ້ນ ແລະ ທົ່ວ​ຂັ້ນ​ຕອນ, ຊຸກ​ຍູ້​ການ​ກຳ​ນົດ​ເສັ້ນ​ເພ​ດານ​ຕ່ຳ​ສຸດ ແຫ່ງ​ການອ​ະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ນິ​ເວດ ເສັ້ນເພ​ດານ​ຕ່ຳ​ສຸດ​ແຫ່ງ​ຄຸນ​ນະ​ພາບ​ສິ່ງ​ແວ​ດ​ລ້ອມ ແລະ ເສັ້ນ​ເພ​ດານສູງ​ສຸດ​ແຫ່ງ​ການ​ນຳ​ໃຊ້​ຊັບ​ພະ​ຍາ​ກອນ, ດຳ​ເນີນ​ວຽກ​ງານ​ຕ່າງໆ​ທີ່​​ເປັນ​ພື້ນ​ຖານ ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ ແລະ​ເປັນປະ​ໂຫຍດຍາວ​ນານ. ພັກ​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ກ່ຽວ​ກັບ​​​ເຂດ​​ບົດ​ບາດ​ຕົ້ນ​ຕໍ, ສ້າງ ​ແລະ ​ບູ​ລະ​ນະ​ລະ​ບຽບ​ການ​ຕ່າງໆ​ ເຊັ່ນ: ລະ​ບຽບ​ການກຳ​ມະ​ສິດຂອງ​ຊັບ​ສິນ​ທີ່​ເປັນ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ, ​​ລະ​ບຽບ​ການ​ພັດ​ທະ​ນາ ​ແລະ​ ອະ​ນຸ​ລັກ​ພື້ນ​ທີ່​ເທິງ​ທີ່​ດິນ​ແຫ່ງ​ຊາດ, ລະ​ບຽບ​ການ​​ປ​ະ​ເມີນ​ ແລະ ກວດ​ສອບ​ເປົ້າ​ໝາຍ​ການ​ສ້າງ​ຄວາມ​ສິ​ວິ​ໄລ​ດ້ານ​ນິ​ເວດ​ ພ້ອມ​ດ້ວຍ​ລະ​ບຽບ​ການທາວ​ຫາ​ຄວາມ​ຮັບ​ຜິດ​ຊອບ, ລະ​ບຽບ​ການ​ຊົດ​ເຊີຍດ້ານ​ສິ່ງ​ແວ​ດ​ລອມ​ນິ​ເວດ, ລະ​ບຽບ​ການ​​ຫົວ​ໜ້າຜູ້​ຄຸ້ມ​ຄອງ​ແມ່​ນ້ຳ​ລຳ​ເຊ​ ແລະ ​ຫ້ວຍ​ໜອງ​ຄອງ​ບຶງ, ລະ​ບຽບ​ການຫົວ​ໜ້າ​ຜູ້​ຄຸ້ມ​ຄອງ​ປ່າ​ໄມ້, ລະ​ບ​ຽບ​ການ​ກ່ຽວ​ກັບ “ພັກ-ລັດ​ມີ​ຄວາມ​ຮັບ​ຜິດ​ຊອບ​​ຮ່ວມ​​ກັນ” ແລະ “ຕຳ​ແໜ່ງ​ດຽວ​ມີ​ຄວາມ​ຮັບ​ຜິດ​ຊອບ​ສອງ​ຢ່າງ”​ ໃນ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ ແລະ​ອື່ນໆ, ສ້າງ ​ແລະ ​ປັບ​ປຸງ​ກົດ​ໝາຍຂໍ້​ກຳ​ນົດ​ທີ່​ກ່ຽວ​ຂ້ອງ. ປັບ​ປຸງ​ສະ​ພາບ​ການ​ພັດ​ທະ​ນາ​ ແລະ ອ​ະ​ນຸ​ລັກ​ພື້ນ​ທີ່​ເທິງ​ທີ່​ດິນ​ແຫ່ງ​ຊາດໃຫ້​ດີ​ຂຶ້ນ, ສ້າງ​ລະ​ບົບ​ເຂດ​ສະ​ຫງວນ​ທຳ​ມະ​ຊາດ​ ທີ່​ຖື​ສວນ​ສາ​ທາ​ລະ​ນະ​ແຫ່ງ​ຊ​າດ​ເປັນ​ຫຼັກ, ດຳ​ເນີນ​ການ​ປູກ​ຕົ້ນ​ໄມ້​ຕົ້ນ​ຫຍ້າ​ຢ່າງ​ຂະ​ໜາດ​ໃຫຍ່​ ແລະ ​ຕໍ່​ເນື່ອງ, ເພີ່ມ​ທະ​ວີ​ການ​ອະ​ນຸ​ລັກ​ ແລະ ​ປົວ​ແປງ​ຢ່າງ​ເປັນ​ລະ​ບົບ​ຕໍ່​ສິ່ງ​ແວດ​ລ້ອມ​ນິ​ເວດ​ຂອງ​ແມ່​ນ້ຳໃຫຍ່ ໜອງ​ບຶງ ແລະ ດິນ​ທາມ​ທີ່​ສຳ​ຄັນ​ ກໍ​ຄື​ແລວ​ຝັ່ງ​ທະ​ເລ, ເພີ່ມ​ຄວາມ​ແຮງ​ໃນ​ການ​ອະ​ນຸ​ລັກ ແລະ ຟື້​ນ​ຟູລະ​ບົບ​ນິ​ເວດ, ເພີ່ມ​ທະ​ວີ​ການ​ອະ​ນຸ​ລັກ​ຊີ​ວະ​ນາ​ນາ​ພັນ, ຊຸກ​ຍູ້​ໃຫ້ຈໍ່​ຕົວ​ເປັນ​ສະ​ພາບ​ການ ໂຄງສ້​າງອຸດ​ສາ​ຫະ​ກຳ ຮູບ​ການ​ຜະ​ລິດ​ ແລະ ​ວິ​ຖີ​ດຳ​ລົງ​ຊີ​ວິດ​ຂອງ​ການ​ປະ​ຢັດ​ຊັບ​ພະ​ຍາ​ກອນ ແລະ ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ. ພັກ​ໄດ້​ນຳ​ພາ​ການ​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ຍາດ​ເອົາ​ໄຊ​ຊະ​ນະ​ໃນ​ບັ້ນ​ການແກ້​ຂອດຍາກ​ໃນ​ການ​ປ້ອງ​ກັນ​ ແລະ ​ປົວ​ແປງ​ມົນ​ລະ​ພິດ, ລົງ​ເລິກ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ​ດຳ​ເນີນ​ງານຂະ​ໜາດ​ໃຫຍ່ 3 ປະ​ການ​​ຄື: ປ້ອງ​ກັນ​ ແລະ ​ປົວ​ແປງ​ມົນ​ລະ​ພິດ​ດ້ານ​ອາ​ກາດ ນ້ຳ ແລະ ດິນ, ຍາດ​ເອົາ​ໄຊ​ຊະ​ນະ​ໃນບັ້ນການ​​ປົກ​ປ້ອງ​ທ້ອງ​ຟ້າສີ​ຄາ​ມ ນ້ຳ​ໃສ ແລະ ​ດິນ​ສະ​ອາດ, ດຳ​ເນີນ​ການ​ປົວ​ແປງ​ສິ່ງ​ແວດ​ລ້ອມ​ທີ່​ຢູ່​ອາ​ໄສ​ຂອງຊົນ​ນະ​ບົດ, ເກືອ​ດ​ຫ້າມ​ການ​ນຳ​ເຂົ້າຂີ້​ເຫຍື້ອ​ຈາກ​ຕ່າງ​ປະ​ເທດ​ ຢ່າງ​ຮອບ​ດ້ານ. ດຳ​ເນີນ​ການຕິ​ດ​ຕາມກວດ​ກາ​ວຽກ​ງານອ​ະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ນິ​ເວດ​ຂັ້ນ​ສູນ​ກາງ, ເດັດ​ດ່ຽວ​ສືບ​ສວນ ແລະ ​ລົງ​ໂທດ​ຜູ້​ກະ​ທຳ​ຜິ​ດ​ໃນ​ຄະ​ດີ​ລາຍ​ໃຫ​ຍ່​ຈຳ​ນວນ​ໜຶ່ງ ​ກ່ຽວ​ກັບ​ການ​ທຳ​ລາຍ​ສິ່​ງ​ແວດ​ລ້ອມ​ນິ​ເວດ, ແກ້​ໄຂ​ບັນ​ຫາ​ພົ້ນ​ເດັ່ນ​ໃນ​ດ້ານ​ສິ່ງ​ແວດ​ລ້ອມ​ຈຳ​ນວນ ໜຶ່ງທີ່​ປະ​ຊາ​ຊົນມີ​ຫາງ​ສຽງ​ແຮງຫຼາຍ. ປະ​ເທດ​ພວກ​ເຮົາ​ ໄດ້​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ປົວ​ແປງ​ສິ່ງ​ແວດ​ລ້ອມ​ ແລະ ​ດິນ​ຟ້າ​ອາ​ກາດ​ຂອງ​ໂລກ,​ ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ອັນ​ໜັກ​ແໜ້ນ​ທີ່​ພະ​ຍາ​ຍາມ​ສູ້​ຊົນໃຫ້ບັນລຸ ເປົ້າໝາຍການລະບາຍກາກບອນໃຫ້ເຖິງຈຸດສູງສຸດ​ກ່ອນ​ປີ 2030 ແລະ ບັນ​ລຸການປອດການ​ປ່ອຍ ກາກບອນ​ກ່ອນ​ປີ 2060, ອັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຮັບ​ຜິດ​ຊອບຂອງ​ຈີນ ​ໃນ​ຖາ​ນະ​ເປັນ​ປະ​ເທດ​ໃຫຍ່.

ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກເປັນຕົ້ນມາ, ສູນ​ກາງ​ພັກ​ໄດ້​​ອອກ​ແຮງ​ດຳ​ເນີນການ​ສ້າງ​ຄວາມ​ສິ​ວິ​ໄລ​ດ້ານ​ນິ​ເວດ ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ, ທົ່ວ​ພັກ ທົ່ວ​ປະ​ເທດ​ມີ​ສະ​ຕິ​ຕື່ນ​ຕົວ​ ແລະ ຄວາມ​ເປັນ​ເຈົ້າ​ການຫຼາຍ​ຂຶ້ນ​ຢ່າງ​ພົ້ນ​ເດັ່ນ​ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ສີ​ຂຽ​ວ, ການ​ສ້າງ​ປະ​ເທດ​ຈີນ​ທີ່​ສວຍ​ງາມ​ໄດ້​ຢວ່າງ​ບາດ​ກ້າວ​ສຳ​ຄັນ, ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ນິ​ເວດ​ຢູ່​ປະ​ເທດ​ພວກ​ເຮົາ​ໄດ້​ເກີດ​ມີ​ການ​ປ່ຽ​ນ​ແປງທີ່​ມີ​ລັກ​ສະ​ນະ​ປະ​ຫວັດ​ສາດ ​ລັກ​ສະ​ນະ​ບາດ​ລ້ຽວ ແລະ ລັກ​ສະ​ນະ​ພາກ​ສ່ວນ​ລວມ​.

10. ການກໍ່ສ້າງ​​ໃນ​ດ້ານການປ້ອງກັນປະເທດແລະກອງທັບ

ພາຍຫຼັງ​ດຳ​ເນີນການ​ປະ​ຕິ​ຮູບ ​ແລະ ​ເປີດ​ປະ​ຕູ​ສູ່​ພາຍ​ນອກ, ລະ​ດັບ​ການ​ຫັນ​ເປັນ​ປະ​ຕິ​ວັດ ​ຫັນ​ເປັນ​ທັນ​ສະ​ໄໝ ແລະ ຫັນ​ເປັນ​ແບບ​ແຜນ​ຂອງກອງ​ທັບ​ປະ​ຊາ​ຊົນ​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ກຳ​ລັງ​ຕົວ​ຈິງ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ໄດ້​ນັບ​ມື້​ນັບ​ເພີ່ມ​ທະ​ວີ​ຂຶ້ນ, ເຊິ່ງ​ໄດ້​ສະ​ໜອງ​ການ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ທີ່​ໄວ້​ໃຈ​ໄດ້​ໃຫ້​ກັບ​ການ​ປະ​ຕິ​ຮູບ ການ​ພັດ​ທະ​ນາ ​ແລະ ການ​ຮັກ​ສາຄວາມ​ສະ​ຫງົບ​ຂອງ​ຊາດ. ສູນ​ກາງ​ພັກ​ໄດ້​ເນັ້ນ​ວ່າ: ​ຖ້າ​ຢາກສ້າງ​ປະ​ເທດ​ທີ່​ເຂັ້ມ​ແຂງ ​ຕ້ອງ​ສ້າງກອງ​ທັບ​ທີ່​ເຂັ້ມ​ແຂງ, ກອງ​ທັບ​ມີ​ຄວາມ​ເຂັ້​ມ​ແຂງ, ປະ​ເທດ ​ຈຶ່ງ​ມີ​ຄວາມ​ໝັ້ນ​ຄົງໄດ້, ​ ຕ້ອງ​ກໍ່​ສ້າງ​ການ​ປ້ອງ​ກັນ​ປະ​ເທດ​ທີ່​ໝັ້ນ​ຄົງ ​ແລະ ​ກອງ​ທັບ​ປະ​ຊາ​ຊົນ​ທີ່​ເຂັ້ມ​ແຂງ ​ໃຫ້​ສອດ​ຄ່ອງ​ກັບ​ຖາ​ນະ​ບົດ​ບາດ​ໃນ​ເວ​ທີ​ສາ​ກົນ​ຂອງ​ປະ​ເທດ​ພວກເຮົາ ​ທັງສອດ​ຄ່ອງ​ກັບ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ​ແລະ​ ຜົນ​ປະ​ໂຫຍດ​ດ້ານ​ການ​ພັດ​ທະ​ນາ.

ພັກ​ໄດ້​ວາງ​ເປົ້າ​ໝາຍ​ການສ້າງ​ກອງ​ທັບໃຫ້​ເຂັ້ມ​ແຂງ​ ໃນ​ຍຸກ​ໃໝ່, ກຳ​ນົດ​​ແນວ​​ທາງ​ຍຸດ​ທະ​ສາດ​ການ​ທະ​ຫານ​ໃນ​ຍຸກ​ໃໝ່, ສ້າງ​ຍຸດ​ທະ​ສາດ “3 ບາດ​ກ້າວ” ​ອັນໃໝ່ກ່ຽວ​ກັບ​ການ​ຫັນ​ເປັນ​ທັນ​ສະ​ໄໝ​ຂອງ​ການ​ປ້ອງ​ກັນ​ປະ​ເທດ ​ແລະ ​ກອງ​ທັບ​ຄື: ເມື່ອ​ຮອດ​ປີ 2027 ບັນ​ລຸ​ເປົ້າ​ໝາຍ​ສູ້​ຊົນ​ໃນ​ການ​ສ້າງ​ຕັ້ງ​ກອງ​ທັບ​ຄົບ​ຮອບ 100 ປີ, ຮອດ​ປີ 2035 ບັນ​ລຸ​ເປົ້າ​ໝາຍ​ການ​ຫັນ​ເປັນ​ທັນ​ສ​ະ​ໄໝ​ຂອງ​ການ​ປ້ອງ​ກັນ​ປະ​ເທດ​ ແລະ ​ກອງ​ທັບ​ໂດ​ຍ​ພື້ນ​ຖານ, ຮອດ​ກາງ​ສະ​ຕະ​ວັດ​ນີ້ ສ້າງກອງ​ທັບ​ລະ​ດັບ​ໜຶ່ງ​ຂອງ​ໂລກ​ໃຫ້​ສຳ​ເລັດ​ຢ່າງ​ຮອບ​ດ້ານ, ຊຸກ​ຍູ້​ການ​ສ້າງ​​ກອງ​ທັບດ້ວຍ​ການ​ເມືອງ, ສ້າງກອງ​ທັບ​ໃຫ້​ເຂັ້ມ​ແຂງ​ຜ່ານ​ການ​ປະ​ຕິ​ຮູບ,  ສ້າງກອງ​ທັບ​ໃຫ້​ເຂັ້ມ​ແຂງ​ຜ່ານວິ​ທະ​ຍາ​ສາດ​-ເຕັກ​ໂນ​ໂລ​ຊີ, ສ້າງກອງ​ທັບ​ໃຫ້​ເຂັ້ມ​ແຂງ​ດ້ວ​ຍຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ ແລະ ບໍ​ລິ​ຫານກອງ​ທັບ​ຕາມ​ກົດ​ໝາຍ, ເລັ່ງ​ລັດ​ການ​ຫັນ​ເປັນ​ທັນ​ສະ​ໄໝໃນ​ດ້ານ​ທິດ​ສະ​ດີ​ການ​ທະ​ຫານ, ການ​ຫັນ​ເປັນ​ທັນ​ສະ​ໄໝ​ດ້ານ​ຮູບ​ແບບ​ການ​ຈັດ​ຕັ້ງ​ກອງ​ທັບ, ການ​ຫັນ​ເປັນ​ທັນ​ສະ​ໄໝ​ດ້ານ​ບຸກ​ຄະ​ລາ​ກອນ​ການ​ທະ​ຫານ ແລະ​ ການ​ຫັນ​ເປັນ​ທັນ​ສະ​ໄໝ​ດ້ານ​ອາ​ວຸດ​ຍຸ​ດ​ໂທ​ປະ​ກອນ, ເລັ່ງ​ລັດ​ການ​ພັດ​ທະ​ນາ​ແບບ​ເຊື່ອມ​ໂຍງ​ການ​ຫັ​ນ​ເປັນ​ກົນ​ຈັກ ຫັນ​ເປັນ​ຂໍ້​ມູນ​ຂ່າວ​ສານ ແລະ​ ຫັນ​ເປັນ​ອັດ​ສະ​ລີ​ຍະ, ເພີ່ມ​ທະ​ວີ​ການ​ຝຶກ​​ຊ້ອມທະ​ຫານ ​ແລະ ​ກຽມ​ພ້ອມເພື່ອ​ສູ້​ຮົບ​ຢ່າງ​ຮອບ​ດ້ານ, ຍຶດ​ໝັ້ນ​ໃນ​ການ​ເດີນ​ຕາມ​ເສັ້ນ​ທາງ​ສ້າງ​ກອງ​ທັບ​ໃຫ້​ເຂັ້ມ​ແຂງ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ.

 ການ​ສ້າງກອງ​ທັບ​ປະ​ຊາ​ຊົນ​ໃຫ້​ເຂັ້ມ​ແຂງນັ້ນ, ​ສິ່ງ​ສຳ​ຄັນ​ອັນ​ດັບ​ໜຶ່ງ​ກໍ​ຄື ຍຶດ​ໝັ້ນຫຼັກ​ການ​ ແລະ​ລະບຽບ​ການ​ພື້ນ​ຖານ ທີ່ການ​ນຳ​ພາ​ຂອງ​ພັກ​ແບບ​ເດັດ​ຖານ​ທີ່​ມີ​ຕໍ່​ກອງ​ທັບ​ປະ​ຊາ​ຊົນນັ້ນ​ຢ່າງໝັ້ນ​ໜຽວ​ບໍ່​ຫວັ່ນ​ໄຫວ​ຄອນ​ແຄນ, ຍຶດ​ໝັ້ນ​​ວ່າ ​ສິດ​ນຳ​ພາ​ ແລະ ​ສິດ​ບັນ​ຊາ​ການ​ສູງ​ສຸດ​ຕໍ່​ກອງ​ທັບ​ປະ​ຊາ​ຊົນ​ ແມ່ນ​ເປັນ​ຂອງ​ສູນ​ກາງ​ພັກ ​ແລະ ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ, ລົງ​ເລິກ​ຈັດ​ຕັ້ງ​ປະ​ຕິ​ບັດ​ລະ​ບຽບ​ການ​ຮັບ​ຜິດ​ຊອບ​ຂອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ຢ່າງ​ຮອບ​ດ້ານ. ເຄີຍ​ມີໄລ​ຍະ​ໜຶ່ງ, ​ໄດ້​ປາ​ກົດ​ມີບັນ​ຫາ​ພົ້ນ​ເດັ່ນ​ຄື ​ການ​ນຳ​ພາ​ຂອງ​ພັກ​ທີ່​ມີ​ຕໍ່​ກອງ​ທັບ​ປະ​ຊາ​ຊົນ​ໄດ້​ອ່ອນ​ແອ​ລົງ, ຖ້າ​ບໍ່​ແກ້​ໄຂ​ຢ່າງ​ສິ້ນ​ເຊີງ, ບໍ່​ພຽງ​ແຕ່​ຈະ​ກະ​ທົບ​ເຖິງ​ກຳ​ລັງ​ສູ້​ຮົບ​ເທົ່າ​ນັ້ນ, ແ​ຕ່​ຍັງຕິດ​ພັນ​ກັບຫຼັກ​ການ​ການ​ເມືອງ​ອັນ​ສຳ​ຄັນ​ຄື: ພັກ​ເປັນ​ຜູ້​ຊີ້​ນຳ​ນຳ​ພາ​ກອງ​ທັບ. ສູນ​ກາງ​ພັກ ​ແລະ ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ ​ໄດ້​ສຸມ​ຄວາມ​ພະ​ຍາ​ຍາມ​ສຸດ​ຂີດ​ໃນ​ການ​ຄຸ້ມ​ຄອງກອງ​ທັບ​ຢ່າງ​ເຂັ້ມ​ງວດ​ຮອບ​ດ້ານ, ຈັດ​ວາງມາດ​ຕະ​ການ​ຢ່າງ​ເດັດ​ຂາດ​ ເພື່ອ​ປັບ​ປຸງ​ລະ​ບຽບ​ວິ​ໄນ​ທາງ​ການ​ເມືອງ​ຂອງກອງ​ທັບ​ປະ​ຊາ​ຊົນໃຫ້​ເຂັ້ມ​ງວດ, ​ໄດ້​ຈັດ​ກອງ​ປະ​ຊຸມ​ວຽກ​ງານ​ການ​ເມືອງ​ທົ່ວ​ກອງ​ທັບ​ຢູ່ເມືອງ​ກູ​ທຽນ, ໄດ້​ວາງ​ແຜນນະ​ໂຍ​ບາຍ​ກ່ຽວ​ກັບ​ການ​ສ້າງກອງ​ທັບ​ດ້ວຍ​ການ​ເມືອງ​ໃນ​ຍຸກ​ໃໝ່, ຟື້ນ​ຟູ​ ແລະ ​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ທີ່​ມີ​ກຽ​ດ​ສະ​ຫງ່າ​ ແລະ​ ແບບ​ແຜນ​ທີ່​ດີ​ຂອງ​ພັກ​ ແລະ ​ກອງ​ທັບພວກ​ເຮົາ, ຊຸກ​ຍູ້​ການ​ປັບ​ປຸງອົບ​ຮົມ​ສັ່ງ​ສອນ​ດ້ານ​ການ​ເມືອງ​ດ້ວຍ​ຈິດ​ໃຈ​ປັບ​ປຸງ​ແບບ​ແຜນຢູ່​ຢຽນ​ອ່ານ, ເພີ່ມ​ທະ​ວີ​ການ​ນຳ​ພາ​ຂອງ​ພັກ​  ແລະ​ ການ​ກໍ່​ສ້າງ​ພັກ​ໃນ​ກອງ​ທັບ​ຢ່າງ​ຮອບ​ດ້ານ, ລົງ​ເລິກ​ຊຸກ​ຍູ້​ການ​ສ້າງ​ແບບ​ແຜນ​ທີ່​ດີ​ ແລະ ​ການ​ບໍ​ລິ​ຫານ​ແບບ​ປອດ​ໃສ​ຂາວ​ສະ​ອາດ ກໍ​ຄື​ການ​ຕໍ່​ຕ້ານ​ການ​ສໍ້​ລາດ​ບັງຫຼວງ​ຢູ່​ໃນກອງ​ທັບ, ໄດ້​​ສືບ​ສວນຄະ​ດີກ່ຽວ​ກັບ​ການ​ກະ​ທຳ​​ຜິດ​ລະ​ບຽບ​ວິ​ໄນ ​ແລະ ​​ຜິດ​ກົດ​ໝາຍ​ອັນ​ໜັກ​ໜ່ວງ ໂດຍ​ໄດ້​ລົງ​ໂທດ​ພວກ​ກະ​ທຳ​ຜິດຕ່​າງໆ​ເຊັ່ນ: ໂກ່ວ​ໂປ​ຊົງ, ​ຊວີ​​ຊາຍ​ໂຮ້, ຟາງ​ເຟີ່ງ​ຮຸ່ຍ, ຈ່າງ​ຢາງ ແລະ​ຜູ້​ອື່ນໆ​ຢ່າງ​ເດັດ​ຂາດ ທັງ​ໄດ້ກຳ​ຈັດ​ຜົນ​ຮ້າຍ​ຂອງ​ພວກ​ເຂົາ​ເຈົ້າ, ຊຸກ​ຍູ້​ການ​ປັບ​ປຸງ​ສິ່ງ​ແວດ​ລ້ອມທາງ​ການ​ເມືອງ​ຂອງກອງ​ທັບ​ປະ​ຊາ​ຊົນ​ໃຫ້​ປ່ຽນ​ແປງ​ດີ​ຂຶ້ນ​ໃນ​ຂັ້ນ​ພື້ນ​ຖານ.

ພັກ​ໄດ້​ສະ​ເໜີ​ຍຸດ​ທະ​ສາດ​ສ້າງກອງ​ທັບ​ໃຫ້​ເຂັ້ມ​ແຂງ​ຜ່ານ​ການ​ປະ​ຕິ​ຮູບ, ​ນຳ​ພາ​ການ​ດຳ​ເນີນ​ການ​ປະ​ຕິ​ຮູບ​ວຽກ​ງານ​ການ​ປ້ອງ​ກັນ​ປະ​ເທດ​ ແລະ​ ກອງ​ທັບ​ຢ່າງກວ້າງ​ຂວາງ​ທີ່​ສຸດ​ ແລະ ​ເລິກ​ເຊິ່ງ​ທີ່​ສຸດ​ນັບ​ແຕ່ສະ​ຖາ​ປະ​ນາ​ ສ​ປ ຈີນຂຶ້ນ​ເປັນ​ຕົ້ນ​ມາ, ປັບ​ປຸງ​ໂຄງ​ປ​ະ​ກອບ​ນຳ​ພາ​ ແລະ ​ບັນ​ຊາ​ການກອງ​ທັບ​ປະ​ຊາ​ຊົນ ລະ​ບົບ​ກຳ​ລັງ​ການ​ທະ​ຫານ​ຍຸກ​ປັດ​ຈຸ​ບັນ ​ແລະ ລະ​ບຽບ​ການ​ນະ​ໂຍ​ບາຍ​ການ​ທະ​ຫານຄືນ​ໃໝ່, ​ໄດ້ ຫຼຸດ​ກຳ​ລັງ​ຮົບ​ທີ່​ປະ​ຈຳ​ການ​ໃນ​ປັດ​ຈຸ​ບັນ​ຈຳ​ນວນ 300.000 ຄົນ, ໄດ້​ກາຍ​ເປັນ​ສະ​ພາບ​ການ​ໃໝ່ຄື: ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ຄຸ້ມ​ຄອງ​ໂດຍ​ລວມ, ເຂດ​​ທະ​ຫານຮັບ​ຜິດ​ຊອບ​ການ​ສູ້​ຮົບ ແລະ ເຫຼົ່າ​ທັບ​ຮັບ​ຜິດ​ຊອບ​ການ​ກໍ່​ສ້າງ. ເມື່ອ​ຜະ​ເຊີນ​ໜ້າ​ກັບ​ການ​ປະ​ຕິ​ວັດ​ການ​ທະ​ຫານ​ອັນ​ໃໝ່​ຂອງ​ໂລກ, ພວກ​ເຮົາ​ໄດ້​ປະ​ຕິ​ບັດ​ຍຸດ​ທະ​ສາດ​ສ້າງກອງ​ທັບ​ໃຫ້​ເຂັ້ມ​ແຂງຜ່ານວິ​ທະ​ຍາ​ສາດ​-ເຕັກ​ໂນ​ໂລ​ຊີ, ກໍ່​ສ້າງກອງ​ທັບ​ປະ​ຊາ​ຊົນ​ແບບ​ປະ​ດິດ​ສ້າງ​ໃໝ່, ກໍ່​ສ້າງ​ພະ​ລາ​ທິ​ການ​ ທີ່​ທັນ​ສະ​ໄໝເຂັ້ມ​ແຂງ, ການ​ກໍ່​ສ້າງວິ​ທະ​ຍາ​ສາດ-ເຕັກ​ນິກການ​ປ້ອງ​ກັນ​ປະ​ເທດ​ ​ແລະ ​ອາ​ວຸດ​ຍຸດ​ໂທ​ປະ​ກອນ​ ໄດ້​ຮັບ​ຄວາມ​ຄືບ​ໜ້າ​ອັນ​ໃຫຍ່ຫຼວງ. ໄດ້ປະ​ຕິ​ບັດ​ຍຸດ​ທະ​ສາດ​ສ້າງກອງ​ທັບ​ໃຫ້​ເຂັ້ມ​ແຂງ​ ດ້ວຍ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ, ກຳ​ນົດ​ທິດ​ທາງ​ການ​ສຶກ​ສາ​ການ​ທະ​ຫານ​ໃນ​ຍຸກ​ໃໝ່, ກຳ​ນົດ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ມາດ​ຕະ​ຖານ​ຂອງ​ພະ​ນັກ​ງານ​ທີ່​ດີ​ຂອງກອງ​ທັບ, ຊຸກ​ຍູ້​ການ​ສ້າງ​ລະ​ບົບ​​ການບຳ​ລຸງ​ສ້າງ​​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ ດ້ານ​ການ​ທະ​ຫານ ແບບ​ໃໝ່​ທີ່ພັດ​ທະ​ນາ 3 ດ້ານໃຫ້​ເປັນ​ເອ​ກະ​ພາບ​ກັນ, ​ບຳ​ລຸງ​ສ້າງ​ທະ​ຫານ​ປະ​ຕິ​ວັດຍຸກ​ໃໝ່ທີ່​ມີ​​ແນວ​ຄິດ ມີ​ຄວາມ​ສາ​ມາດ ມີ​ຄວາມ​ກ້າ​ຫານ ແລະ ມີ​ຄຸນ​ສົມ​ບັດ, ຝຶກ​ຝົນຫຼໍ່ຫຼອມກອງທະ​ຫານ​ອັນ​ເຂັ້ມ​ແຂງທີ່​ມີ​ຄວາມ​ເຊື່ອ​ຖື​ປານ​ເຫຼັກ ມີ​ຄວາມ​ເຊື່ອ​ໝັ້ນປານ​ເຫຼັກ ມີລະ​ບຽບ​ວິ​ໄນ​ປານ​ເຫຼັກ ແລະ​ ມີ​ຄວາມ​ຮັບ​ຜິດ​ຊອບ​ປານ​ເຫຼັກ. ​ຈັດ​ຕັ້ງ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ບໍ​ລິ​ຫານກອງ​ທັບ​ຕາມ​ກົດ​ໝາຍ, ສ້າງ​ລະ​ບົບ​ການ​ບໍ​ລິ​ຫານ​ດ້ວຍ​ກົດ​ໝາຍ​ດ້ານ​ກາ​ນ​ທະ​ຫານ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ, ເລັ່ງ​ລັດ​ການ​ຫັນ​ປ່ຽນ​ຮູບ​ການ​ບໍ​ລິ​ຫານ ກອງ​ທັບ​ໃນ​ລັກ​ສະ​ນະ​ຂັ້ນ​ພື້ນ​ຖານ. ຊຸກ​ຍູ້​ການ​ສ້າງ​ລະ​ບົບ​ກຽດ​ຕິ​ຍົດ​ຂອງທະ​ຫານ.

ພັກ​ໄດ້​ສະ​ເໜີ​ພາ​ລະ​ໜ້າ​ທີ່​ຂອງກອງ​ທັບ​ປະ​ຊາ​ຊົ​ນ​ໃນ​ຍຸກ​ໃໝ່, ປະ​ດິດ​ສ້າງ​​ໃໝ່​ໃນການ​ຊີ້​ນຳ​ຍຸດ​ທະ​ສາດ​ການ​ທະ​ຫານ, ປັບ​ປຸງ​​ໂຄງ​ສ້າງ​ຍຸດ​ທະ​ສາດ​ການ​ທະ​ຫານ​ໃຫ້​ດີ​ຂຶ້ນ, ເສີມ​ສ້າງບົດ​ບາດ​ຍຸດ​ທະ​ສາດ​ຂອງກອງ​ທັບ​ປະ​ຊາ​ຊົນ​ໃຫ້​ເຂັ້ມ​ແຂງ​ໃນ​ດ້ານ​ການ​ສ້າງ​ສ​ະ​ພາບ​ການ ຄຸ້ມ​ຄອງ​ ແລະ ​ຄວບ​ຄຸມ​ວິ​ກິດ​ການ ສະ​ກັດ​ກັ້ນ​ສົງ​ຄາມ ແລະ​ ຍາດ​ເອົາ​ໄຊ​ຊະ​ນະ​ໃນ​ສົງ​ຄາມ. ກອງ​ທັບ​ປະ​ຊາ​ຊົນ​ໄດ້​ກຳ​ແໜ້ນ ກຳ​ລັງ​ສູ້​ຮົບ ເຊິ່ງ​ເປັນ​ມາດ​ຕະ​ຖານ​ພື້ນ​ຖານ​ພຽງ​ໜຶ່ງ​ດຽວ, ກຳ​ແໜ້ນ​ທິດ​ທາງ​ພື້ນ​ຖານ​ທີ່ສູ້​ຮົບ​ໄດ້ ແລະ​ສູ້​ຮົບຢ່າງ​ມີ​ໄຊ,  ເສີມສ້າງ​ກຳ​ລັງ​ຍຸດ​ທະ​ສາດ​ ແລະ ​ກຳ​ລັງ​ສູ້​ຮົບ​ໃນ​ຂົງ​ເຂດ​ໃໝ່​ ແລ​ະ​ເວ​ທີໃໝ່, ເພີ່ມ​ທະ​ວີ​ການ​ສ້າງ​ລະ​ບົບ ​ແລະ ​ຄວາມ​ສາ​ມາດ​ບັນ​ຊາ​ການ​ສູ້​ຮົບ​ແບບ​ປະ​ສົມ, ອອກ​ແຮງ​ດັດ​ແກ້ “ບັນ​ຫາ​ບົກ​​​ຜ່ອງໃນ​ຍຸກ​ສັນ​ຕິ​ພາບ”, ອອກ​ແຮງ​ດຳ​ເນີນ​ການ​ຝຶກ​ຊ້ອມທະ​ຫານ​ແບບ​ສູ້​ຮົບ​ຈິງ, ກໍ່​ສ້າງ​ກຳ​ລັງ​ປ້ອງ​ກັນ​ຊາຍ​ແດນ ທາງ​ທະ​ເລ ແລະ ທາງ​ອາ​ກາດ​ທີ່​ທັນ​ສະ​ໄໝ ເຂັ້ມ​ແຂງ ແລະ ​ໝັ້ນ​ແກ່ນ, ເດັດ​ດ່ຽວ​ດຳ​ເນີນ​ການ​ຕໍ່​ສູ້​ທາງ​ການ​ທະ​ຫານ​ຢ່າງ​ຄ່ອງ​ແຄ້ວ, ຮັບ​ມື​ກັບ​ການ​ທ້າ​ທາຍ​ເກາະ​ຜິດ​ທາງ​ການ​ທະ​ຫານ​​ທີ່​ມາ​ຈາກພາຍນອກ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ສ້າງ​ຄວາມ​ໜ້າເກງ​ຂາມ​ ໃຫ້​ກັບການ​ກະ​ທຳທີ່​ແບ່ງ​ແຍກ​ໄຕ້​ຫວັນ ໃຫ້​ເປັນ​ເອ​ກະ​ລາດ, ປະ​ຕິ​ບັດ​ໜ້າ​ທີ່​ສຳ​ຄັນ​ຕ່າງໆ​ເຊັ່ນ: ການ​ຕໍ່​ສູ້​ປ້ອງ​ກັນ​ຊາຍ​ແດນ, ການ​ປົກ​ປ້ອງ​ອະ​ທິ​ປະ​ໄຕ​ທາງ​ທະ​ເລ, ​ການ​ຕ້ານ​ການ​ກໍ່​ການ​ຮ້າຍ​ເພື່ອ​ຮັກ​ສາ​ຄວາມ​ໝັ້ນ​ຄົງ, ການ​ຕ້ານ​ໄພ​ກູ້​ໄພ, ​ການ​ຕ້ານ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ການ​ປ້ອງ​ກັນ​ການ​ເດີນ​ເຮືອເພື່ອ​ຮັກ​ສາ​ສັນ​ຕິ​ພາບ​, ການ​ຊ່ວຍ​ເຫຼືອ​ແບບ​ມະ​ນຸດ​ສະ​ທຳ ແລະ ​ການ​ຮ່ວມ​ມື​ສາ​ກົນ​ທາງ​ການ​ທະ​ຫານ​ເປັນ​ຕົ້ນ.

ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກເປັນຕົ້ນມາ,​ ພາຍ​ໃຕ້​ການ​​ນຳ​ພາ​ອັນ​ເຂັ້ມ​ແຂງ​ຂອງ​ພັກ, ກອງ​ທັບ​ປະ​ຊາ​ຊົນ​ໄດ້​ບັນ​ລຸ​ການ​ປັບ​ປຸງ​ຄືນ​ໃໝ່​ໂດຍ​ລວມ​ ແລະ​ ມີ​ລັກ​ສະ​ນະ​ປະ​ຕິ​ວັດ ແລ້ວ​ອອກ​ເດີນ​ທາງ​ອີກ​ຄັ້ງ​ໃໝ່, ກຳ​ລັ​ງ​ຕົວ​ຈິງ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ ແລະ ​ກຳ​ລັງ​ຕົວ​ຈິງ​ດ້ານ​ເສດ​ຖະ​ກິດ​ໄດ້​ຍົກ​ສູງ​ຂຶ້ນ​ພ້ອມ​ກັນ, ລະ​ບົບ ແລະ​ ຄວາມ​ສາ​ມາດ​ດ້ານ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ທີ່​ເຊື່ອມ​ໂຍງ​ເຂົ້າ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ໄດ້ຮັບ​ການ​ເລັ່ງ​ລັດ​​ກໍ່​ສ້າງ, ​ສ້າງ​ ແລະ ​ບູ​ລະ​ນະ​ໂຄງ​ປະ​ກອບການ​ຄຸ້ມ​ຄອງ​​ ແລະ ຮັບ​ປະ​ກັນທະ​ຫານ​​ຈົບ​ພັນ​ທະ, ການ​​ລະ​ດົ​ມ​ຂົນ​ຂວາຍ​ທາງ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ມີ​ປະ​ສິດ​ທິ​ພາບ​ສູງ ກວ່​າ​ເກົ່າ, ຄວາມ​ສາ​ມັກ​ຄີ​ລະ​ຫວ່າງກອງ​ທັບ​ກັບລັດ​ ແລະ​ ລະ​ຫວ່າງກອງ​ທັບ​ກັບ​ປະ​ຊາ​ຊົນ ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ໝັ້ນ​ຄົງ​ກວ່າ​ເກົ່າ. ກອງ​ທັບ​ປະ​ຊາ​ຊົນ​ເດັດ​ດ່ຽວ​ປະ​ຕິ​ບັດ​ພາ​ລະ​ໜ້າ​ທີ່​ໃນ​ຍຸກ​ໃໝ່, ໄດ້ປົກ​ປ້ອງ​​ອະ​ທິ​ປະ​ໄຕ ຄວາມໝັ້ນ​ຄົງ​ ແລະ​ ຜົນ​ປະ​ໂຫຍດ​ດ້ານການ​ພັດ​ທະ​ນາ​ຂອງ​ຊາດ ​ດ້ວຍ​ຈິດ​ໃຈ​​ຕໍ່​ສູ້ຢ່າງ​ເດັດ​ດ່ຽວ​ໜຽ​ວ​ແໜ້ນ ​ແລະ​ ການ​ກະ​ທຳ​ຕົວ​ຈິງ.

11. ​ການປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ

ພາຍຫຼັງ​ດຳ​ເນີນການ​ປະ​ຕິ​ຮູບ​ ແລະ ​ເປີດ​ປະ​ຕູ​ສູ່​ພາຍ​ນອກ, ພັກ​ໄດ້​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ໃນ​ການ​ແກ້​ໄຂ​ການ​ພົວ​ພັນ​ລະ​ຫວ່າງການ​ປະ​ຕິ​ຮູບ ການ​ພັດ​ທະ​ນາ ແລະ​ ການ​ຮັກ​ສາຄວາມ​​ສະ​ຫງົບ ຢ່າງ​ຖືກ​ຕ້ອງ, ປະ​ຕິ​ບັດ​ວຽກ​ງານ​ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ ແລະ ຄວາມ​ສະ​ຫງົບ​ທາງ​ສັງ​ຄົມ ໂດຍ​ກຳ​ນົດ​ໃຫ້​ເປັນ​ວຽກ​ງານ​ພື້ນ​ຖານ​ຂອງ​ພັກ​ ແລະ ​ປະ​ເທດ​ຊາດ, ໄດ້​ສ້າງ​ສະ​ພາບ​ແວດ​ລ້ອມ​ຄວາມ​ໝັ້ນ​ຄົງ​ທີ່​ດີໃຫ້​ກັບ​ການ​ປະ​ຕິ​ຮູບ ເປີດ​ປະ​ຕູ​ສູ່​ພາຍນອກ ແລະ ການ​ສ້າງ​ສັງ​ຄົມ​ນິ​ຍົ​ມ​ທີ່​ທັນ​ສະ​ໄໝ. ເມື່ອ​ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່, ປະ​ເທດ​ພວກ​ເຮົາ​ ໄດ້​ຜະ​ເຊີນ​ໜ້າ​ກັບ​ສະ​ພາບ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ທີ່​ຂ້ຽວ​ຂາດ ກວ່າ​ເກົ່າ, ປະ​ສົບ​ແຮງ​ກົດ​ດັນ​ຈາກ​ພາຍນອກ​​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ, ໄພ​ຂົ່ມ​ຂູ່ຕໍ່ຄວາມ​​ໝັ້ນ​ຄົງ​ແບບ​ເກົ່າ ແລະ​ ແບບ​ໃໝ່ໄດ້​ປະ​ສົມ​ປະ​ສານ​ກັນ,  ເຫດ​ການແບບ​ຄາດ​​ຄຶດ​ບໍ່​ເຖິງໄດ້​ເກີດ​ຂຶ້ນ​ບາງ​ຄັ້ງ​ບາງ​ຄາວ. ເມື່ອ​ທຽບ​ໃສ່​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການຕາມ​ສະ​ພາບ​ການ ​ແລະ ​ໜ້າ​ທີ່​ແລ້ວ, ​ຄວາມ​ສາ​ມາດ​ໃນ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ປະ​ເທດພວກ​ເຮົາ​ບໍ່​ພຽງ​ພໍ, ຄວາມ​ສາ​ມາດ​ໃນ​ການ​ຮັບ​ມື​ກັບ​ຄວ​າມ​ສ່ຽງ​ໜັກ​ໜ່ວງ​ປະ​ເພດ​ຕ່າງ​ໆ​ແມ່ນ​ບໍ່​ເຂັ້ມ​ແຂງ, ກົນ​ໄກ​ປະ​ສານ​ງານ​ໃຫ້​ເປັນ​ເອ​ກະ​ພາບ​ກັນ​ໃນ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊ​າດ​ແມ່ນ​ບໍ່​ສົມ​ບູນ. ສູນ​ກາງ​ພັກ​ໄດ້​ເນັ້ນ​ວ່າ: ປະ​ເທດ​ສະ​ຫງົບ​ປອດ​ໄພ ​ແລະ ​ປະ​ຊາ​ຊົນ​ຢູ່​ເຢັນ​ເປັນ​ສຸກ ຄືຄວາມ​ປາ​ຖະ​ໜາ​ພື້ນ​ຖານ​ທີ່​ສຸດ​ ແລະ ​ທົ່ວ​ໄປ​ທີ່​ສຸດ​ຂອງ​ປະ​ຊາ​ຊົນ. ຕ້ອງ​ຍຶດ​ໝັ້ນ​ແນວ​ຄິດ​ກ່ຽວ​ກັບ​ເສັ້ນ​ເພ​ດານ​ຕ່ຳ​ສຸດ, ຍາມ​ສະ​ຫງົບກໍ​ຕ້ອງ​ຄຳ​ນຶງ​ເຖິງ​ໄພ, ກຽມ​ພ້ອມ​ລ່ວງ​ໜ້າ, ຍຶດ​ໝັ້ນ​ໃນ​ການ​ຖື​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ​ຢູ່​ເໜືອ​ທຸກ​ສິ່ງ​ຢ່າງ, ຖື​ຄວາມ​ປອດ​ໄພ​ຂອງ​ປະ​ຊາ​ຊົນ​ເປັນ​ຈຸດ​ປ​ະ​ສົງ, ຖື​ຄວາມ​ໝັ້ນ​ຄົງ​ດ້ານ​ການ​ເມືອງ​ເປັນ​ຮາກ​ຖານ, ​ຖື​ຄວາມ​ໝັ້ນ​ຄົງ​ດ້ານ​ເສດ​ຖະ​ກິດ​ເປັນ​ພື້ນ​ຖານ, ຖື​ຄວາມ​ໝັ້ນ​ຄົງ​ດ້ານ​ການ​ທະ​ຫານ ວິ​ທະ​ຍາ​ສາດ-ເຕັກ​ໂນ​ໂລ​ຊີ ວັດ​ທະ​ນະ​ທຳ ແລະ ສັງ​ຄົມ​ເປັນການ​ຮັບ​ປະ​ກັນ, ອີງ​ໃສ່​ການ​ສົ່ງ​ເສີມ​ຄວາມ​ໝັ້ນ​ຄົງ​ສາ​ກົນ, ​ວາງ​ແຜນ​ຢ່າງ​ເປັນ​ເອ​ກະ​ພາບ​ກັນ ​ກ່ຽວ​ກັບ​ການ​ພັດ​ທະ​ນາກັບຄວາມ​ໝັ້ນ​ຄົງ ການ​ເປີດ​ປະ​ຕູ​ສູ່​ພາຍນອກກັບຄວາມ​ໝັ້​ນ​ຄົງ ຄວາມ​ໝັ້ນ​ຄົງ​ແບບ​ເກົ່າ​ກັບ​ແບບໃໝ່ ຄວາມ​ໝັ້ນ​ຄົງ​ຂອງ​ຕົນ​ເອງ​ກັບ​ຄວາມ​ໝັ້​ນ​ຄົງ​ຮ່ວມ​ກັນ ແລະ ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດກັບການ​ສ້າງ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ.

ສະ​ຫາຍ​ ສີ​ຈິ້ນ​ຜິງ ໄດ້​ເນັ້ນ​ໜັກ​ວ່າ, ການ​ຮັບ​ປ​ະ​ກັນ​ຄວາມ​ໝັ້​ນ​ຄົງ​ແຫ່ງ​ຊາດ​ເປັນ​​ວຽກ​ງານ​ສຳ​ຄັນ​ອັນ​ດັບ​ໜຶ່ງ, ໄດ້​ສະ​ເໜີ​ທັດ​ສະ​ນະ​ຄວາມ​ໝັ້​ນ​ຄົງ​ແຫ່ງ​ຊາດ​ໂດຍ​ລວມ, ເຊິ່ງກວມ​ເຖິງຫຼາຍ​ຂົງ​ເຂດ​ເຊັ່ນ: ການ​ເມືອງ, ການ​ທະ​ຫານ, ທີ່​ດິນ​ແຫ່ງ​ຊາດ, ເສດ​ຖ​ະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ, ວິ​ທະ​ຍາ​ສາດ-ເຕັກ​ໂນ​ໂລ​ຊີ, ເຄືອນ​ຂ່າຍ​ອິນ​ເຕີ​ເນັດ, ລະ​ບົບ​ນິ​ເວດ, ຊັບ​ພະ​ຍາ​ກອນ, ນິວ​ເຄ​ລຍ, ຜົນ​ປະ​ໂຫຍດຢູ່​ຕ່າງ​ປະ​ເທດ, ​ອະ​ວະ​ກາດ, ທະ​ເລ​ເລິກ, ຂົ້ວ​ໂລກ, ຊີ​ວະ​ພາບ ​ແລະ​ອື່ນໆ, ຮຽກ​ຮ້ອງ​ໃຫ້​ທົ່ວ​ພັກ​ເພີ່ມ​ທະ​ວີ​ຈິດ​ໃຈ​ຕໍ່​ສູ້ ແລະ ຍົກ​ສູງ​ຄວາມ​ສາ​ມາດ​ການ​ຕໍ່​ສູ້, ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ໜ້າ​ທີ່​ການ​ນຳ ​ແລະ​ ໜ້າ​ທີ່​ປະ​ຕິ​ບັດ​ງານ​ໃນ​ກາ​ນ​ປ້ອງ​ກັນ ​ແລະ ​ແກ້​ໄຂ​ຄວາມ​ສ່ຽງ​ຕ່າງໆ. ສູນ​ກາງ​ພັກ​ໄດ້​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງວ່າ: ເມື່ອ​ຜະ​ເຊີນ​ໜ້າ​ກັບ​ການ​ກະ​ທຳ​ຕ່າງໆ​ຂອງພາຍນອກ​ໃນ​ການ​ປິດ​ລ້ອມ ບີບກັ້ນ ກໍ່​ກວນ ແລະ ໂຄ່ນ​ລົ້ມ, ຕ້ອງ​ເຊີດ​ຊູ​ຈິດ​ໃຈ​ທີ່​ບໍ່ຢ້ານ​ກົວ​ຕໍ່​ສິ່ງ​ໃດໆ, ຕໍ່​ສູ້​ຢ່າງ​ເດັດ​ຂາດຈົນ​ເຖິງ​ສຸດ​ທ້າຍ​ກັບ​ອິດ​ທິ​ກຳ​ລັງ​ທຸກ​ຮູບ​ແບບ​ທີ່​ເຈດ​ຕະ​ນາ​ຢາກ​ໂຄ່ນ​ລົ້ມ​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ ​ແລະ ​ລະ​ບອບ​ສັງ​ຄົມ​ນິ​ຍົມ​ຂອ​ງ​ປະ​ເທດ​ພວກ​ເຮົາ, ເຈດ​ຕະ​ນາ​​ຢາກ​ກົດ​ໜ່ວງ​​ຖ່ວງ​ດຶງ​ຈົນ​ກະ​ທັ້ງ​ຢາກ​ສະ​ກັດ​ກັ້ນ​ຂະ​ບວ​ນ​ການ​ຟື້​ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ທີ່​ຍິ່ງ​ໃຫຍ່​ຂອງ​ປ​ະ​ຊາ​ຊາດ​ຈີນ, ຫາກ​ປະ​ນີ​ປະນອມ​ແຕ່​ຢ່າງ​ດຽວ, ມີ​ແຕ່​ຈະ​ຖືກ​ຂົ່ມ​ເຫັງ​ນັບ​ມື້ນັບ​ຮຸນ​ແຮງ​ຂຶ້ນ, ການ​ອົ​ດ​ກັ້ນ​ແຕ່​ຢ່າງ​ດຽວ​ມີ​ແຕ່​ຈະ​ພາ​ໃຫ້​ຕົກ​​ຢູ່​ໃນສະ​ພາບ​ອັບ​ປະ​ຍົດ​ກວ່າ​ເກົ່າ.

ພັກ​ໄດ້​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ກໍ່​ສ້າງ​ລະ​ບົບ​ ແລະ ​ຄວາມ​ສາ​ມາດ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ, ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ສູນ​ກາງ, ບູ​ລະ​ນະ​ໂຄງ​ປະ​ກອບ​ການ​ນຳ​ພາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ທີ່​ໂຮມ​ສູນ​ເປັນ​ເອ​ກະ​ພາບ ມີ​ປະ​ສິດ​ທິ​ພາບ​ສູງ ​ແລະ ​ມີ​ອິດ​ທິ​ພົນ, ບູ​ລະ​ນະ​ລະ​ບົບ​​ກົດ​ໝາຍ ລະ​ບົບ​ຍຸດ​ທະ​ສາດ ແລະ ​ລະ​ບົບ​ນະ​ໂຍ​ບາຍ​ໃນ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ, ສ້າງ​ກົນ​ໄກ​ປະ​ສານ​ງານ ​ແລະ ​ກົນ​ໄກ​ຄຸ້​ມ​ຄອງ​ເຫດ​ສຸກ​ເສີນ​ໃນ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ. ພັກ​ໄດ້​ປະ​ຕິ​ບັດ​ວຽກ​ງານຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ເຂົ້າ​ໃນ​ທຸກ​ຂົງ​ເຂດ ​ແລະ ​ທົ່ວ​ຂະ​ບວນ​ການ​ພັດ​ທະ​ນາ​ຂອງ​ຊາດ, ເອົາ​ໃຈ​ໃສ່​ປ້ອງ​ກັນ​ ແລະ ​ແກ້​ໄຂ​ຄວາມ​ສ່ຽງ​ອັນຮ້​າຍ​ແຮງ​ທີ່ສົ່ງ​ຜົນ​ກະ​ທົບ​ຕໍ່ຂະ​ບວນ​ການ​ຫັນ​ເປັນ​ທັນ​ສະ​ໄໝ​ຂອງ​ປະ​ເທດ​ພວກ​ເຮົາ, ເດັດ​ດ່ຽວ​ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ດ້ານ​ອຳ​ນາດ​ການ​ປົກ​ຄອງ ຄວາມ​ໝັ້ນ​ຄົງ​ດ້ານ​ລະ​ບອບ ແລະ ຄວາມ​ໝັ້ນ​ຄົງ​ດ້ານ​ຮູບ​ຖານ​ຈິດ​ສຳ​ນຶກ​ຂອງ​ຊາດ, ເພີ່ມ​ທະ​ວີ​ການ​ໂຄ​ສະ​ນາ​ສຶກ​ສາ​ອົ​ບ​ຮົມ​ດ້ານ​ຄວາມ​ໝັ້​ນ​ຄົງ​ແຫ່ງ​ຊາດ ແລະ​ ການ​ສຶກ​ສາ​ອົບ​ຮົມ​ດ້ານ​ການ​ປ້ອງ​ກັນ​ປະ​ເທດໃຫ້​ທົ່ວ​ປວງ​ຊົນ, ບູ​ລະ​ນະແນວ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊ​າດຂອງ​ປະ​ຊາ​ຊົນ, ຊຸກ​ຍູ້​ການ​ພັດ​ທະ​ນາ​ເຂດ​ຊາຍ​ແດນ, ສ້າງ​ຄວາມ​ຮັ່ງ​ມີ​ໃຫ້​ກັບ​ປະ​ຊາ​ຊົນ, ຮັກ​ສາສະ​ຖຽນ​ລະ​ພາບ​​ຢູ່​ເຂດ​ຊາຍ​ແດນ, ປ້ອງ​ກັນ​ຢ່າງ​ຮັດ​ກຸມ​ ແລະ ​ປາບ​ປາມ​​ຢ່າງ​ເຂັ້ມ​ງວດ​ຕໍ່ການ​ກະ​ທຳ​ຂອງ​ອິດ​ທິ​ກຳ​ລັງ​ປໍ​ລະ​ປັກ​ໃນ​ການ​ແຊມ​ຊຶມ ທຳ​ລາຍ ໂຄ່ນ​ລົ້ມ​ ແລະ ​ແບ່ງ​ແຍກ, ສູ້​ຢັນ​ ແລະ ​ຕໍ່​ຕ້ານ​ຄືນ​ຕໍ່​ການ​ບີບ​ບັງ​ຄັບ​ ​ແລະ ສະ​ກັດ​ກັ້ນ​ແບບ​ແຮງ​ທີ່​ສຸດ​ຈາກ​ພາຍນອກ, ດຳ​ເນີນ​ການ​ຕໍ່ສູ້​ກ່ຽວ​ກັບ​ຮົງ​ກົງ ໄຕ້​ຫວັນ ຊິ່ນ​ຈ່ຽງ ​ຕິ​ເບດ​ ແລະ ທະ​ເລ, ເລັ່ງ​ລັດ​ການ​ສ້າງ​ປະ​ເທດ​ເຂັ້ມ​ແຂງ​ທາງ​ທ​ະ​ເລ, ປົກ​ປັກ​ຮັກ​ສາ​ຄວາມ​ໝັ້​ນ​ຄົງ​ແຫ່ງ​ຊາດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກເປັນຕົ້ນມາ, ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ໄດ້​ຮັບ​ການ​ເພີ່ມ​ທະ​ວີ​ຂຶ້ນ​ຢ່າງ​ຮອບ​ດ້ານ, ສາ​ມາດ​ຜ່ານ​ຜ່າ​ການ​ທົດ​ສອບ​ຈາກ​ຄວາມ​ສ່ຽງ​ ແລະ​ ສິ່ງ​ທ້າ​ທາຍ​ໃນ​ດ້ານ​ຕ່າງໆ​, ເຊັ່ນ: ​ການ​ເມືອງ ເສດ​ຖະ​ກິດ ຮູບ​ຖານ​ຈິດ​ສຳ​ນຶກ ແລະ​ ວົງ​ທຳ​ມະ​ຊາດ​ເປັນ​ຕົ້ນ, ໄດ້​ສະ​ໜອງ​ການ​ຮັບ​ປະ​ກັນ​ອັນ​ເຂັ້ມ​ແຂງ​ໃຫ້​​ພັກ ​ແລະ ປະ​ເທ​ດ​ຊາດ​ມີ​ຄ​ວາມ​ຈະ​ເລີນ​ຮຸ່ງ​ເຮືອງ ແລະ ​ມີ​​ຄວາມ​ສະ​ຫງົບ​ຢ່າງ​ຖາ​ວອນ.

12. ການຍຶດໝັ້ນ​ທິດ​ທາງ “​ປະ​ເທດ​ດຽວ​ສອງ​ລະ​ບອບແລະຊຸກຍູ້ການທ້ອນໂຮມປະເທດຊາດ​​ເຂົ້າເປັນເອກະພາບກັນ

ພາຍ​ຫຼັງ​ຮົງ​ກົງ​ ແລະ ມາ​ກາວ​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ແລ້ວ, ໄດ້​ຖືກ​ຈັດ​ເຂົ້າ​ໃນ​ລະ​ບົບ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ຂອງ​ຊາດ​ຄືນ​ໃໝ່, ໄດ້​ເດີນ​ໄປ​ສູ່​ເສັ້ນ​ທາງ​ອັນ​ກວ້າງ​ຂວາງ​ທີ່​ມີ​ທ່າ​ແຮງ​ຊ່ວຍ​ຊູ​ຍູ້​ໜູນ​ກັນ ແລະ ພັດ​ທະ​ນາ​ຮ່ວມ​ກັນ​ກັບ​ແຜ່ນ​ດິນ​ໃຫຍ່​ປະ​ເທດ​ຊາດ, ພຶດ​ຕິ​ກຳ “ປະ​ເທດ​ດຽວ​ສອງ​ລະ​ບອບ” ໄດ້​ຮັບ​ຜົນ​ສຳ​ເລັດ​ທີ່​ຖືກ​ຮັບ​ຮອງ​ໂດຍ​ທົ່ວ​ໄປ​ໃນ​ໂລກ. ຂະ​ນະ​ດຽວ​ກັນ, ໃນ​ຊົ່ວ​ໄລ​ຍະ​ໜຶ່ງ, ເນື່ອງ​ຈາກ​ໄດ້​ຮັບ​ຜົ​ນ​ກະ​ທົບ​ຈາກ​ປັດ​ໄຈ​ອັນ​ສະ​ຫຼັບ​ສັບ​ຊ້ອນ​ຊະ​ນິດ​ຕ່າງໆ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ, ການ​ເຄື່ອນ​ໄຫວ “ຕໍ່​ຕ້ານ​ປະ​ເທດ​ຈີນ ແລະ ກໍ່​ຄວາມ​ວຸ້ນ​ວາຍ​ຢູ່​ຮົງ​ກົງ” ແມ່ນ​ຂຶງ​ຂັງ​ມັງ​ມໍ​ທີ່​ສຸດ, ສະ​ພາບ​ການ​ຢູ່​ຮົງ​ກົງ ໄດ້​ເກີດ​ມີ​ຄວາມ​ຂ້ຽວ​ຂາດ​ໃນ​ໄລ​ຍະ​ໜຶ່ງ. ສູນ​ກາງ​ພັກ​ໄດ້​ເນັ້ນ​ວ່າ: ຕ້ອງ​ຈັດ​ຕັ້ງ​ປະ​ຕິ​ບັດ​ແນວ​ທາງ “​ປະ​ເທດ​ດຽວ​ສອງ​ລະ​ບອບ” ຢ່າງ​ຮອບ​ດ້ານ ​ຖືກ​ຕ້ອງ ແລະ ​ບໍ່​ຫວັ່ນ​ຫວັນ​ຄອນ​ແຄນ, ​ຍຶດ​ໝັ້ນ​ ແລະ ​ບູ​ລະ​ນະ​ລະ​ບົບ​ລະ​ບອບ “​ປະ​ເທດ​ດຽວ​ສອງ​ລະ​ບອບ”, ຍຶດ​ໝັ້ນ​ປົກ​ຄອງ​ຮົງ​ກົງ-ມາ​ກາວ​ຕາມ​ກົດ​ໝາຍ, ປົກ​ປັກ​ຮັກ​ສາ​ລະ​ບຽບ​​ຕາມ​ລັດ​ຖະ​ທຳ​ມະ​ນູນ​ຢູ່​ເຂດ​ບໍ​ລິ​ຫານ​ພິ​ເສດ ຕາມ​ທີ່​ກຳ​ນົດ​ໄວ້​ໃນ​ລັດ​ຖະ​ທຳ​ມະ​ນູນ​ ແລະ ​ກົດ​ໝາຍ​ພື້ນ​ຖານ,  ຈັດ​ຕັ້ງ​ປະ​ຕິ​ບັດ​​ສິດ​ຄຸ້ມ​ຄອງ​ບໍ​ລິ​ຫານ​ຢ່າງຮອບ​ດ້ານ​​​​ຂອງ​ສູນ​ກາງ​ຢູ່​ເຂດ​ບໍ​ລິ​ຫານ​ພິ​ເສດ, ເດັດ​ດ່ຽວ​ຈັດ​ຕັ້ງ​ປະ​ຕິ​ບັດ​ແນວ​ທາງ “​ໃຫ້​ຜູ້​ຮັກ​ຊາດປົກ​ຄອງຮົງ​ກົງ” ແລະ “​ໃຫ້​​ຜູ້​ຮັກ​ຊາດ​ປົກ ​ຄອງມາ​ກາວ”.

​ຜ່ານ​ຈາກ​ການວິ​ໄຈ​ສະ​ຖາ​ນະ​ການ​ ​ແລະ​ ທ່າ​ອ່ຽງ​ຍຸກ​ສະ​ໄໝ, ສູນ​ກາງ​ພັກໄດ້​ຕັດ​ສິນ​ນະ​ໂຍ​ບາຍ​​ອັນສຳ​ຄັນ​ ກ່ຽວ​ກັບ​ການ​​ປັບ​ປຸງການ​ປະ​ຕິ​ບັດ​​ສິດ​ຄຸ້ມ​ຄອງ​ບໍ​ລິ​ຫານ​ຢ່າງຮອບ​ດ້ານ​​​​ຂອງ​ສູນ​ກາງ​ຢູ່​ເຂດ​ບໍ​ລິ​ຫານ​ພິ​ເສດ​ໃຫ້​ສົມ​ບູນ​ຂຶ້ນ​ໂດຍ​ອີງ​ຕາມ​ລັດ​ຖະ​ທຳ​ມະ​ນູນ ແລະ ກົດ​ໝາຍ​ພື້ນ​ຖານ ພ້ອມ​ດ້ວຍ​ການບູ​ລະ​ນະ​ລະ​ບຽບ​ການ ​ແລະ​ ກົນ​ໄກຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ທີ່​ກ່ຽວ​ພັນ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ລັດ​ຖະ​ທຳ​ມະ​ນູນ​ ແລະ ກົດ​ໝາຍ​ພື້ນ​ຖານ, ຊຸກ​ຍູ້​ການ​ສ້າງ​ ແລະ ​ບູ​ລະ​ນະ​ລະ​ບຽບກົດ​ໝາຍ ແລະ ​ກົນ​ໄກ​ປະ​ຕິ​ບັດ​​ກ່ຽວ​ກັບການ​ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ ຢູ່ເຂດ​ບໍ​ລິ​ຫານ​ພິ​ເສດ, ສ້າງ​ “ກົດ​ໝາຍ​ວ່າ​ດ້ວຍ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ ຢູ່​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນຈີນ”, ບູ​ລະ​ນະ​ລະ​ບຽບ​ການເລືອກ​ຕັ້ງ​ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ, ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມຫຼັກ​ການ “​ໃຫ້​ຜູ້​ຮັກ​ຊາດປົກ​ຄອງຮົງ​ກົງ”, ສະ​ໜັບ​ສະ​ໜູນ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ບູ​ລະ​ນະ​ລະ​ບຽບ​ການ​ສາ​ບານ​ຕົວ​ຂອງ​​ລັດ​ຖະ​ກອນ. ລັດ​ຖະ​ບານ​ກາງ​ປະ​ຊາ​ຊົນ​ ໄດ້​ສ້າງ​ຕັ້ງອົງ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ປະ​ຈຳເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ຕາມ​ກົດ​ໝາຍ, ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ໄດ້​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຕາມ​ກົດ​ໝາຍ. ​ລັດ​ຖະ​ບານ​ກາງ​ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ສະ​ກັດ​ກັ້ນ​ ແລະ ​ປາບ​ປາມການ​ໃຊ້​ຄວາມ​ຮຸນ​ແຮງ​ ແລະ ​ຄວາມ​ວຸ້ນ​ວາຍ​ ທັງຟື້ນ​ຟູ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຕາມ​ກົດ​ໝາຍ, ສະ​ໜັບ​ສະ​ໜູນ​ຜູ້​ວ່າ​ການ​ເຂດ​ບໍ​ລິ​ຫານ​ພິ​ເສດ ແລະ​ ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​​ດຳ​ເນີນ​ການບໍ​ລິ​ຫານ​ຕາມ​ກົດ​ໝາຍ, ເດັດ​ດ່ຽວ​ປ້ອງ​ກັນ​ ແລະ ​ສະ​ກັດ​ກັ້ນ​ບໍ່​ໃຫ້​ອິດ​ທິ​ກຳ​ລັງ​ພາຍນອກ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຮົງ​ກົງ ​ແລະ ​ມາ​ກາວ, ປາບ​ປາມ​ການ​ກະ​ທຳ​ແບ່ງ​ແຍກ ໂຄ່ນ​ລົ້ມ ແຊກ​ຊຶ​ມ ແລະ​ ທຳ​ລາຍຢ່າງ​ເຂັ້ມ​ງວດ. ສະ​ໜັບ​ສະ​ໜູນ​ຢ່າງ​ຮອບ​ດ້ານ​ໃຫ້​ຮົງ​ກົງ ແລະ ມາ​ກາວ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ສ່ວນ​ໃຫຍ່​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ ໃຫ້​ດີກວ່າ​ເກົ່າ, ກໍ່​ສ້າງ​ເຂດ​ອ່າວ​ໃຫຍ່​ກວາງ​ຕຸ້ງ-ຮົງ​ກົງ-ມາ​ກາວ​ດ້ວຍ​ຄຸນ​ນະ​ພາບ​ສູງ, ສະ​ໜັບ​ສະ​ໜູນ​ຮົງ​ກົງ ແລະ ມາ​ກາວ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ​ປັ​ບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນໃຫ້​ດີ​ຂຶ້ນ, ​ຍົກ​ສູງ​ສະ​ຕິ​ຄວາມ​ເປັນ​ຊາດ ​ແລະ ​ຈິດ​ໃຈ​ຮັກ​ຊາດ​ຂອງ​ພີ່​ນ້ອງ​ຮ່ວມ​ຊາດ​ຮົງ​ກົງ ​ແລະ ມາ​ກາວ. ມາດ​ຕະ​ການ​ຕ່າງ​ໆເຫຼົ່າ​ນີ້ທີ່​ແກ້​ໄຂ​ບັນ​ຫາ​ຈາກ​ທັງ​ຕົ້ນ​ເຫດ​ ແລະ ​ປາຍ​ເຫດ ໄດ້ຊຸກ​ຍູ້​ໃຫ້​ສະ​ຖາ​ນະ​ການ​ຢູ່​ຮົງ​ກົງ​ບັນ​ລຸ​ການ​ປ່ຽນ​ແປງ​ອັນສຳ​ຄັນ​ຄື ​ຈາກ​ຄວາມ​ວຸ້ນ​ວາຍ ​ສູ່​ການ​ຄຸ້ມ​ຄອງ​ໃຫ້​ມີ​ສະ​ຖຽນ​ລະ​ພາບ, ໄດ້​ສ້າງ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ໃຫ້​ກັບ​ການ​ຊຸກ​ຍູ້​ການ​ປົກ​ຄອງ​ຮົງ​ກົງ​-ມາ​ກາວ​ຕາມ​ກົດ​ໝາຍ ແລະ ຊຸກ​ຍູ້​ພຶດ​ຕິ​ກຳ​ຕົວ​ຈິງ​ໃນ​ການ​ປະ​ຕິ​ບັດ​ແນວ​ທາງ “ປະ​ເທດ​ດຽວ​ສອງ​ລະ​ບອບ” ຢ່າງ​ໜັກ​ແໜ້ນ​​ຍາວ​ນານ​.

ການແກ້​ໄຂ​ບັນ​ຫາ​ໄຕ້​ຫວັນ ​ເພື່ອບັນ​ລຸ​​ເປົ້າ​ໝາຍ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອ​ກະ​ພາບກັນ​ຢ່າງ​ສົມ​ບູນແມ່ນ​ໜ້າ​ທີ່​ປະ​ຫວັດ​ສາດ​ອັນ​ເດັດ​ດ່ຽວ​ໜຽວ​ແໜ້ນ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ແມ່ນ​ຄວາມ​ປາ​ຖະ​ໜາ​ຮ່ວມ​ຂອງລູກຫຼານ​ປະ​ຊາ​ຊາດ​ຈີນທຸກ​ຖ້ວນ​ໜ້າ, ເປັນ​ຄວາມ​ຮຽກ​ຮ້ອງອັນ​​ແນ່ນອນ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ການ​ຟື້ນຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ທີ່​ຍິ່ງ​ໃຫຍ່​ຂອງ​ປ​ະ​ຊາ​ຊາດ​ຈີນ. ພັກ​ໄດ້​ກຳ​ແໜ້ນ​ການ​ປ່ຽນ​ແປງ​​ຕາມ​ຍຸກ​ສະ​ໄໝ​ຂອງ​ການ​ພົວ​ພັນ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ, ໄດ້​​ພັດ​ທະ​ນາ​ທິດ​ສະ​ດີ​​ ກ່ຽວ​ກັບ​ການທ້ອນ​ໂຮມ​ປະ​ເທດ​ເຂົ້າ​ເປັນ​ເອ​ກະ​ພາບ ແລະ ​ແນວ​ທາງ​ນະ​ໂຍ​ບາຍ​ຕໍ່​ໄຕ້​ຫວັນ​ໃຫ້​ອຸ​ດົມ​ສົມ​ບູນ​ຂຶ້ນ, ໄດ້​ຊຸກ​ຍູ້​ໃຫ້​ກາ​ນ​ພົວ​ພັນ​ລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ ​ຂະ​ຫຍາຍ​ຕົວ​ໄປ​ສູ່​ທິດ​ທາງ​ທີ່​ຖືກ​ຕ້ອງ. ສະ​ຫາຍ ​ສີ​ຈິ້ນ​ຜິງ ໄດ້ສະ​ເໜີ​ທັດ​ສະ​ນະ​​ອັນສຳ​ຄັນ ແລະ​ ຈຸດ​ຢືນ​ດ້ານ​ນະ​ໂຍ​ບາຍອັນ​ສຳ​ຄັນ​ຕ່າງໆ​ກ່ຽວ​ກັບ​ວຽກ​ງານ​ໄຕ້​ຫວັນ, ໄດ້​ກາຍ​ເປັນ​ແຜນ​ຍຸດ​ທະ​ສາດລວມ​​ຂອງ​ພັກ​ໃນ​ການ​ແກ້​ໄຂ​ບັນ​ຫາ​ໄຕ້​ຫວັນ​ໃນ​ຍຸກ​ໃໝ່. ພວກ​ເຮົາ​ໄດ້​ຊຸກ​ຍູ້​ການ​ບັນ​ລຸ​ໃຫ້​ມີ​ການ​ພົບ​ປະ​ຄັ້ງ​ທຳ​ອິດ​ລະ​ຫວ່າງ​ຜູ້​ນຳ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ ແລະ ​ການ​ສົນ​ທະ​ນາ​ໂດຍ​ກົງ​ລະ​ຫວ່າງ​ຜູ້​ນຳ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ນັບ​ແຕ່​ປີ 1949 ເປັນ​ຕົ້ນ​ມາ. ພັກ​ໄດ້​ຍຶດ​ໝັ້ນ​ປະ​ຕິ​ບັດ​ຕາມ​ແນວ​ຄວາມ​ຄິດ “ພີ່​ນ້ອງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​​ເປັນ​ຄອບ​ຄົວ​ດຽວ​ກັນ​ທີ່ສະ​ໜິດ​ສະ​ໜົມ”, ຊຸກ​ຍູ້​ກາ​ນ​ພົວ​ພັນ​ລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນໃຫ້​ພັດ​ທະ​ນາ​ໂດຍ​ສັນ​ຕິ, ໄດ້​ວາງ​ນະ​ໂຍ​ບາຍ​ຕ່າງໆ​ທີ່​​ສ້າງ​ຜົນ​ປະ​ໂຫຍດ​ ໃຫ້​ກັບ​ພີ່​ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ອັນ​ໄພ​ສານ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ ແລະ ການ​ຮ່ວມ​ມື​ກັນ​ໃນ​ດ້ານ​ເສດ​ຖະ​ກິດ ແລະ ວັດ​ທະ​ນະ​ທຳລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ. ນັບ​ແຕ່​ປີ 2016 ເປັນ​ຕົ້ນ​ມາ, ທາງ​ການ​ໄຕ້​ຫວັນ​ໄດ້​ເລັ່ງ​ລັດ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ໄຕ້​ຫວັນ​ໃຫ້​ເປັນ​​ເອ​ກະ​ລາດ, ເຊິ່ງ​ເຮັດ​ໃຫ້​ທ່ວງ​ທ່າ​ຂະ​ຫຍາຍ​ຕົວ​ໂດຍ​ສັນ​ຕິ​ຂອງ​ການ​ພົວ​ພັນ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ. ພວກ​ເຮົາ​ຍຶດ​ໝັ້ນ​ໃນ​ຫຼັກ​ການ​ປະ​ເທດ​ຈີນ​ດຽວ ແລະ ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ໃນປີ 1992, ເດັດ​ດ່ຽວ​ຄັດ​ຄ້ານ​ການ​ກະ​ທຳ​ແບ່ງ​ແຍກໄຕ້​ຫວັນ​ອອກ​ຈາກ​ຈີນ​ ໃຫ້​ເປັນ​ເອ​ກະ​ລາດ, ເດັດ​ດ່ຽວ​ຄັດ​ຄ້ານ​​ການ​ແຊກ​ແຊງ​ ຈາກອິດ​ທິ​ກຳ​ລັງ​ພາຍນອກ, ກຳ​​ແໜ້ນສິດ​ນຳ​ພາ ​ແລະ ​ສິດໃນ​​​ລັກ​ສະ​ນະເປັນທ່າ​ບຸກ​ໃນ​ດ້ານ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ.  ​ກາ​ລະ​ໂອ​ກາດ ​ແລະ ເງື່ອນ​ໄຂ​ເອື້ອ​ອຳ​ນວຍ​ໃນການ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອ​ກະ​ພາບ​ຢ່າງ​ສົມ​ບູນ​​ນັ້ນ​ຈະ​ຢູ່​ນຳ​ຝ່າຍ​ພວກ​ເຮົາ​ສະ​ເໝີ.

ພຶດ​ຕິ​ກຳ​ໄດ້​ພິ​ສູດ​ໃຫ້​ເຫັນ​ວ່າ: ເມື່ອ​ມີ​ການ​ນຳ​ພາ​ອັນ​ເຂັ້ມ​ແຂງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ມີ​ການ​ຄ້ຳ​ຊູ​ອັນ​ເຂັ້ມ​ແຂງ​ຂອງ​ປະ​ເທດ​ຊາດ​ທີ່​ຍິ່ງ​ໃຫຍ່, ມີ​​ຄວາມ​ພະ​ຍາ​ຍາມ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ຂອງປະ​ຊາ​ຊົນ​ບັດ​ດາ​ເຜົ່າ​ໃນ​ທົ່ວ​ປະ​ເທດ​ເຊິ່ງ​ລວມ​ທັງ​ພີ່​ນ້ອງ​ຮ່ວມ​ຊາດ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ ເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​ກາວ ແລະ​ ພີ່​ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ, ຮົງ​ກົງ​ ແລະ ​ມາ​ກາວ​ຍ່ອມຈະ​ສາ​ມາດ​ຮັກ​ສາ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ ແລະ ​ສ​ະ​ຖຽນ​ລະ​ພາບ​ຢ່າງ​ຍາວ​ນານ​ໄດ້​ແນ່ນອນ, ການ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອ​ກະ​ພາບ​ຢ່າງ​ສົມ​ບູນ​ຍ່ອມ​ຈະ​ບັນ​ລຸ​ຜົນ​ເປັນ​ຈິງ​ໄດ້​ແນ່ນອນ.

13. ວຽການການຕ່າງປະເທດ

ພາຍຫຼັງ​ດຳ​ເນີນການ​ປະ​ຕິ​ຮູບ ​ແລະ ​ເປີດ​ປະ​ຕູ​ສູ່​ພາຍ​ນອກ, ພັກ​ໄດ້​ຍຶດ​ໝັ້ນປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດທີ່​ສັນ​ຕິ​ພາບ ​ເອ​ກະ​ລາດ ​ແລະ ​ເປັນ​ເຈົ້າ​ຕົນ​ເອງ, ໄດ້​ສ້າງ​ສະ​ພາບ​ແວດ​ລ້ອມ​ພາຍນອກ​ທີ່​ດີ​ໃຫ້​ແກ່​ການ​ພັດ​ທະ​ນາ​ປະ​ເທດ​ພວກເຮົາ, ໄດ້​ປ​ະ​ກອບ​ສ່ວນ​ອັນ​ສຳ​ຄັນ​ເຂົ້າ​ໃນ​ພາ​ລະ​ກິດ​ຄວາມ​ກ້າວ​ໜ້າ​ຂອງ​ມະ​ນຸດ. ​ເມື່ອກ້າວ​ເຂົ້າ​ສູ່​ຍຸກ​ໃໝ່, ການ​ປຽບ​ທຽບ​ລະ​ຫວ່າງ​ກຳ​ລັງ​ຕ່າງ​ໆ​ໃນ​ສາ​ກົນ​ໄດ້​ມີ​ການ​ປັບ​ປຸງ​ຢ່າງ​ເລິກ​ເຊິ່ງ, ໄພ​ຂົ່ມ​ຂູ່​ຈາກລັດ​ທິ​ຝ່າຍ​ດຽວ ລັດ​ທິ​ປົກ​ປ້ອງ ລັດ​ທິ​ເຈົ້າ​ອຳ​ນາດ ແລະ ການ​ເມືອງ​ມະ​ຫາ​ອຳ​ນາດ​ທີ່​ມີ​ຕໍ່​ສັນ​ຕິ​ພາບ​ ແລະ ​ການ​ພັດ​ທະ​ນາ​ຂອງ​ໂລກ​ໄດ້​ເພີ່​ມ​ຂຶ້ນ, ກະ​ແສ​ຕ້ານ​ໂລ​ກະ​ພິ​ວັດ​ໄດ້​ຮຸນ​ແຮງ​ຂຶ້ນ, ໂລກ​ໄດ້​ເຂົ້າ​ສູ່​ໄລ​ຍະ​ປັ່ນ​ປ່ວນ ​ທັງມີການ​ປ່ຽນ​ແປງ​. ສູນ​ກາງ​ພັກ​ໄດ້​ເນັ້ນ​ວ່າ: ເມື່ອ​ຜະ​ເຊີນ​ໜ້າ​ກັບສະ​ພາບ​ສາ​ກົນ​ທີ່​ສະຫຼັບສັບຊ້ອນ ແລະ ຂ້ຽວ​ຂາດ ພ້ອມ​ດ້ວຍ​ຄວາມ​ສ່ຽງ ​ແລະ ສິ່ງ​ທ້າ​ທາຍ​ຈາກ​ພາຍນອກ​ແບບ​ບໍ່​ເຄີ​ຍ​ມີ​ມາ​ກ່ອນ, ຕ້ອງ​ປະ​ສານ​ສົມ​ທົບ​ສອງ​ພາກ​ສ່ວນ​ໃຫຍ່​ທັງ​ພາຍ​ໃນ​ປະ​ເທດ ແລະ ​ສາ​ກົນ​ໃຫ້​ເປັນ​ເອ​ກະ​ພາບ​ກັນ, ບູ​ລະ​ນະໂຄງ​ປະ​ກອບ ແລະ ກົນ​ໄກ​ການ​​ນຳພາ​​ຂອງ​ພັກ​ທີ່​ມີ​ຕໍ່​ວຽກ​ງ​ານ​ການຕ່າງ​ປ​ະ​ເທດ, ເພີ່ມ​ທະ​ວີ​ການ​ອອກ​ແບບ​ໃນ​​ຂັ້ນ​ສູງ​ສຸດ​ຕໍ່ວຽກ​ງາ​ນການຕ່າງ​ປ​ະ​ເທດ, ວາງ​ແຜນ​ຍຸດ​ທະ​ສາດ ​ກ່ຽວ​ກັບ​ວຽກ​ງານການ​ຕ່າງ​ປະ​ເທດ​ຂອງ​ປະ​ເທດ​ໃຫຍ່​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ, ຊຸກ​ຍູ້​ການສ້າງສາຍ​ພົວ​ພັນ​ສາ​ກົນ​ແບບ​ໃໝ່, ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ, ເສີມ​ຂະ​ຫຍາຍຄ່ານິ​ຍົມ​ຮ່ວມ​ຂອງມວນ​ມະ​ນຸດ​ ຄື:​ ສັນ​ຕິ​ພາບ ການ​ພັດ​ທະ​ນາ ຍຸ​ຕິ​ທຳ ​ເປັນ​ທຳ ປະ​ຊາ​ທິ​ປະ​ໄຕ ແລະ​ ເສ​ລີ​ພາບ, ນຳ​ພາ​ກະ​ແສ​ກ້າວ​ໜ້າ​ຂອງ​ມະ​ນຸດ.

ພັກ​ໄດ້​ກຳ​ແໜ້ນ​ພາກ​ສ່ວນ​ໃຫຍ່​ຂອງວຽກ​ງານ​ການ​ຕ່າງ​ປະ​ເທດ​ໃນ​ຍຸກ​ໃໝ່, ຍຶດ​ໝັ້ນ​ໃນ​ທິດ​ທາງ​ທີ່​ຮັບ​ໃຊ້​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ປະ​ຊາ​ຊາດ ແລະ ສົ່ງ​ເສີມ​ຄວາມ​ກ້າວ​ໜ້າ​ຂອງ​ມະ​ນຸດ, ຊູ​ຄັນ​ທຸງ​ສັນ​ຕິ​ພາບ ການ​ພັດ​ທະ​ນາ ການ​ຮ່ວມ​ມື ​ແລະ​ ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ, ຊຸກ​ຍູ້ ແລະ​ປັບ​ປຸງ​ແຜນ​ຍຸ​ດ​ທະ​ຍາດ​ການ​ຕ່າງ​ປະ​ເທດ​ທີ່​ຮອບ​ດ້ານ ແລະ ມີຫຼາຍ​ລະ​ດັບ, ຕັ້ງ​ໜ້າ​ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ໃນ​ໂລກ. ພວກ​ເຮົາ​ ໄດ້​ວາງ​ແຜນ​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ພົວ​ພັນ ​ລະ​ຫວ່າງ​ປະ​ເທດ​ໃຫຍ່, ຊຸກ​ຍູ້​ການ​ປະ​ສານ​ງານ​ ແລະ ການ​ຮ່ວມ​ມື​ກັນ​ລະ​ຫວ່າງ​ປະ​ເທດ​ໃຫຍ່. ​ໂດຍ​ອີງ​ຕາມທັດ​ສະ​ນະ​ຄະ​ຕິ​ທີ່​ວ່າ “ສະ​ໜິດ​ສະ​ໜົມ, ຈິງ​ໃຈ, ໃຫ້ປະໂຫຍດ ແລະ ​ກວມ​ລວມ” ແລະ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ຕໍ່​ປະ​ເທດ​ອ້ອມ​ຂ້າງທີ່​ວ່າ “​ເປັນ​ມິດ​ກັບ​ປະ​ເທດ​ໃກ້​ຄຽງ ແລະ ​ຖື​ປະ​ເທດ​ໃກ້​ຄຽງ​ເປັ​ນ​ໝູ່​ຄູ່”, ​ລົງ​ເລິກພັດ​ທະ​ນາ​ການ​ພົວ​ພັນ​ກັບ​ປະ​ເທດ​ອ້ອມ​ຂ້າງ, ຮັດ​ແໜ້ນ​​ການ​ພົວ​ພັນ​ກັບປະ​ເທດ​ອ້ອມ​ຂ້າງ​ທີ່​ເປັນ ບ່ອນ​ອີງ​ທາງ​ຍຸດ​ທະ​ສາດ​​, ສ້າງ​​​ຄູ່​ຮ່ວມ​ຊາ​ຕາ​ກຳ​ກັບ​ປະ​ເທດ​ອ້ອມ​ຂ້າງ. ຍຶດ​ຖືທັດ​ສະ​ນະທີ່​ຖືກ​ຕ້ອງ​​ກ່ຽວ​ກັບ​ຈະ​ລິ​ຍະທຳ ແລະ​ ຜົນ​ປະ​ໂຫຍດ ແລະ ທັດ​ສະ​ນະ “ແທ້​ຈິງ, ໜັກ​ແໜ້ນ, ສະ​ໜິດ​ສະ​ໜົມ ແລະ ຈິງ​ໃຈ” ເພື່ອ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ ແລະ ການ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ​ທັງຫຼາຍ, ກົນ​ໄກ​ຮ່ວມ​ມື​ໂດຍ​ລວມ​ໄດ້​ປົກ​ຄຸມ​ຢ່າງ​ທົ່ວ​ເຖິງ. ພັກ​ໄດ້​ຮັກ​ສາ​ການ​ພົວ​ພັນ​ຢ່າງ​ເປັນ​ປະ​ຈຳ​ກັບ 500 ກວ່າ​ພັກ​ການ​ເມືອງ ແລະ​ ອົງ​ການ​ຈັດ​ຕັ້ງ​ການ​ເມືອງໃນ​ໂລກ, ໄດ້​ລົ​ງ​ເລິກ​ການ​ແລກ​ປ່ຽນ ​ແລະ ການ​ຮ່ວມ​ມື​ກັບ​ພັກ​ການ​ເມືອງ​ຕ່າງ​ປະ​ເທດ. ໂດຍ​​ປັບ​ຕົວ​ເຂົ້າ​ກັບ​ສະ​ພາບ​ການ​ໃໝ່​ທີ່ “ການໄປ​ຕ່າງ​ປະ​ເທດ” ນັບ​ມື້​ນັບ​ເປີດກວ້າງ​ອອກ, ໄດ້​ປັບ​ປຸງ​ລະ​ບົບ​ປົກ​ປ້ອງ​ຜົນ​ປະ​ໂຫຍດ​ຢູ່​ຕ່າງ​ປະ​ເທດ​ໃຫ້​ສົມ​ບູນ​ຂຶ້ນ, ໄດ້​ຮັບ​ມື​ກັບ​ຄວາມ​ສ່ຽງ​ ແລະ ​ສິ່ງ​ທ້າ​ທາຍ​ຕ່າງໆຕໍ່​ຜົນ​ປະ​ໂຫຍດ​ຢູ່​ຕ່າງ​ປະ​ເທດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ປະ​ເທດ​ພວກເຮົາ​ໄດ້​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ປະ​ຕິ​ຮູບ ແລະ​ ການ​ກໍ່​ສ້າງ​ລະ​ບົບ​ບໍ​ລິ​ຫານ​ໂລກ, ປົກ​ປັກ​ຮັກ​ສາ​ລະ​ບົບ​ສາ​ກົນ​ທີ່​ຖື​ອົງ​ການ​ສະ​ຫ​ະ​ປະ​ຊາ​ຊາດ​ເປັນ​ແກນ​ກາງ ​ລະ​ບຽບ​ສາ​ກົນ​ທີ່​ຖື​ກົດ​ໝາຍ​ສາ​ກົນ​ເປັນ​ພື້ນ​ຖານ ແລະ ກົດ​ລະ​ບຽບ​ພື້ນ​ຖານ​ແຫ່ງ​ການ​ພົວ​ພັນ​ສາ​ກົນ​ທີ່​ຖື​​ຈຸດ​ປະ​ສົງ ​ແລະ ຫຼັກ​ການ​ຂອງກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ​ເປັນ​ພື້ນ​ຖານ, ປົກ​ປັກ​ຮັກ​ສາ ​ແລະ ​ປະ​ຕິ​ບັດ​ຕາມ​ລັດ​ທິຫຼາຍ​ຝ່າຍ​ທີ່​ແທ້​ຈິງ, ເດັດ​ດ່ຽວ​ຄັດ​ຄ້ານລັດ​ທິ​ຝ່າຍ​ດຽວ ລັດ​ທິ​ປົກ​ປ້ອງ ​ລັດ​ທິ​ເຈົ້າ​ອຳ​ນາດ ແລະ ການ​ເມືອງ​ມະ​ຫາ​ອຳ​ນາດ, ຕັ້ງ​ໜ້າ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ໂລ​ກະ​ພິ​ວັດ​ຂະ​ຫຍາຍ​ຕົວ​ໄປ​ຕາມ​ທິດ​ທາງ​ທີ່​ເປີດປະ​ຕູ ກວມ​ລວມ  ໃຫ້​ຜົນ​ປະ​ໂຫຍດ​ຢ່າງ​ທົ່ວ​ເຖິງ ດຸນ​ດ່ຽງ ແລະ ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດຫຼາຍກວ່າ​ເກົ່າ. ປະ​ເທດພວກ​ເຮົາ​ໄດ້​ມີ​ສ່ວນ​ຮ່ວມ​ຢ່າງ​ສ້າງ​ສັນ​ເຂົ້າ​ໃນ​ການ​ແກ້​ໄຂ​ບັນ​ຫາ​ຈຸດ​ສຸມ​ໃນ​ສາ​ກົນ​ ແລະ ​ພາກ​ພື້ນ, ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ອັນ​ຕັ້ງ​ໜ້າ​ ໃນ​ຂົງ​ເຂ​ດ​ຕ່າງ​ໆ ເຊັ່ນ: ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ, ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ການ​ຕ້ານ​ກາ​ນ​ກໍ່​ການ​ຮ້າຍ, ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ ແລະ​ ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ​ເປັນ​ຕົ້ນ.  ປະ​ເທດພວກ​ເຮົາ​ໄດ້​ດຳ​ເນີນ​ການ​ຮ່ວມ​ມື​ສາ​ກົນ​ເພື່ອ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພ​ະ​ຍາດ​ໂຄວິດ-19, ໄດ້​ດຳ​ເນີນ​ການ​ປະ​ຕິ​ບັດ​ງານ​ສຸກ​ເສີນ​ເພື່ອ​ມະ​ນຸດ​ສະ​ທຳ​ໃນ​ໂລກ​ທີ່​ມີ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ນັບ​ແຕ່​ສະ​ຖາ​ປະ​ນາ ສ​ປ ຈີນ​ຂຶ້ນ​ເປັນ​ຕົ້ນ​ມາ, ໄດ້​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ດ້ານ​ອຸ​ປະ​ກອນ ການ​ສະ​ໜັບ​ສະ​ໜູນ​ດ້ານ​ການ​ແພດ ການ​ຊ່ວຍ​ເຫຼືອ​ ແລະ ​ການ​ຮ່ວມ​ມື​ດ້ານ​ວັກ​ຊີນ​​ໃຫ້​ຫຼາຍ​ປະ​ເທດ ໂດຍ​ສ​ະ​ເພາະ​ແມ່ນ​ປະ​ເທດ​ພວມ​ພັດ​ທະ​ນາ​ທັງຫຼາຍ ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ພາບ​ພົດ​ຂອງ​ປະ​ເທດ​ໃຫຍ່​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ.

ຜ່ານ​ຈາກ​ຄວາມ​ພະ​ຍາ​ຍາມ​ຢ່າງ​ຕໍ່​ເນື່ອງ, ວຽກ​ງານການ​ຕ່າງ​ປະ​ເທດ​ຂອງ​ປະ​ເທດ​ໃຫຍ່​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ ​ໄດ້​ຮັບ​ການ​ຊຸກ​ຍູ້​ໄປ​ໜ້າ​ຢ່າງ​ຮອບ​ດ້ານ, ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ​ໄດ້​ກາຍ​ເປັນ​ຄັນ​ທຸງ​ທີ່​ໂດດ​ເດັ່ນ​​ໃນ​ການ​ນຳ​ພາ​ກະ​ແສ​ຍຸ​ກ​ສະ​ໄໝ​ ແລະ​ ທິດ​ທາງ​ກ້າວ​ໄປ​ໜ້າ​ຂອງມວນ​ມະ​ນຸດ, ທ່າມ​ກາງ​ສະ​ພາບ​ການ​ປ່ຽ​ນ​ແປງ​ອັນ​ໃຫຍ່ຫຼວງ​ຂອງໂລກ, ວຽກ​ງານ​ການ​ຕ່າງ​ປະ​ເທດ​ຂອງ​ປະ​ເທດ​ພວກ​ເຮົາ ​ໄດ້​ບຸກ​ເບີກ​ສະ​ພາບ​ການ​ໃໝ່, ໄດ້​ຫັນ​ວິ​ກິດ​ການ​ໃຫ້​ເປັນ​ກາ​ລະ​ໂອ​ກາດ​ທ່າມ​ກາງ​ສະ​ພາບ​ວຸ້ນ​ວາຍ​​ຂອງ​ໂລກ, ບົດ​ບາດ​ອິດ​ທິ​ພົນ ແຮງ​ຈູງ​ໃຈ ​ແລະ​ ກຳ​ລັງ​ສ້າງສັນ​ຂອງ​ປະ​ເທດ​ພວກ​ເຮົາ​ໃນ​ເວ​ທີ​ສາ​ກົນ​ໄດ້​ສູງ​ເດັ່ນ​ຂຶ້ນ.

ເວົ້າ​ລວມ​ແລ້ວ, ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກເປັນຕົ້ນມາ, ​ສູນ​ກາງ​ພັກ​ກອ​ມ​ມູ​ນິດ​ຈີນ​ທີ່​ມີ​ສະ​ຫາຍ ສີ​ຈິ້ນ​ຜິງ ເປັນ​ແກນ​ກາງ​ໄດ້​ນຳ​ພາ​ທົ່ວ​ພັກ ທົ່ວ​ກ​ອງ​ທັບ ແລະ ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ທົ່ວ​ປະ​ເທດ​ບຸກ​ບືນ​ກ້າວ​ໄປ​ໜ້າ, ໄດ້​ບັນ​ລຸ​ເປົ້າ​ໝາຍ​ສ້າງ​ສັງ​ຄົມ​ອີ່ມ​ໜຳ​ສຳ​ລານ​ໃຫ້​ສຳ​ເລັດ​ຢ່າງ​ຮອບ​ດ້ານ​ຕາມ​ເວ​ລາ​ກຳ​ນົດ, ພາ​ລະ​ກິດ​ຂອງ​ພັກ ແລະ ປະ​ເທດ​ຊາດໄດ້​ຮັບ​ຜົນ​ສຳ​ເລັດ​ເປັນ​ຄັ້ງ​ປະ​ຫວັດ​ສາດ ທັງ​ໄດ້ເກີດ​ມີ​ການ​ປ່ຽ​ນ​ແປງ​ຄັ້ງ​ປະ​ຫວັດ​ສາດ, ​ເຊິ່ງໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​​ຄວາມ​ມີ​ຊີ​ວິດ​ຊີ​ວາ ແລະ ພະ​ລັງ​ຊີ​ວິດ​ອັນ​ເຂັ້ມ​ແຂງ​ຂອງ​​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ, ​ໄດ້​ກະ​ຕຸ້ນ​ ແລະ ​ເຕົ້າ​ໂຮມ​ຈິດ​ໃຈ​ຂ​ອງ​ພັກ ກອງ​ທັບ ແລະ​ ປະ​ຊາ​ຊົນ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ,  ເປັນ​ການ​ສ້າງ​ສິ່ງ​ຮັບ​ປະ​ກັນ​ດ້ານ​ລະ​ບຽບ​ການ​ທີ່​ສົມ​ບູນກວ່າ​ເກົ່າ ພື້ນ​ຖານດ້ານ​ວັດ​ຖຸ​ທີ່​ໜັກ​ແໜ້ນກວ່າ​ເກົ່າ ແລະ ​ພະ​ລັງຈິດ​ໃຈ​ທີ່​ເປັນ​ເຈົ້າ​ການກວ່າ​ເກົ່າ​ໃຫ້​ແກ່​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ. ດ້ວຍການບຸກບືນສູ້ຊົນຢ່າງອົງອາດກ້າຫານ ແລະ ເດັດດ່ຽວໜຽວແໜ້ນ, ພັກກອມມູນິດຈີນ ແລະ ປະຊາຊົນຈີນ ໄດ້ປະກາດຕໍ່ທົ່ວໂລກຢ່າງເຄັ່ງຂຶມວ່າ, ປະ​ຊາ​ຊາດ​ຈີນ​ໄດ້ຮັບ​ການ​ພັດ​ທະ​ນາ​ແບບ​ກ້າວ​ກະ​ໂດດຂັ້ນຈາກ​ການ​ລຸກ​ຢືນ​ຂຶ້ນ ຮັ່ງ​ມີ​ຂຶ້ນ ​ຈົນຮອດ​ເຂັ້ມ​ແຂງ​ຂຶ້ນ.

 

V. ຄວາມ​ໝາຍປະ​ຫວັດ​ສາດ​ຂອງ​ການ​ບຸກ​ບືນ​ສູ້​ຊົນ​ 100 ປີ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​

 

ໃນໄລ​ຍະ 100 ປີ​ຜ່ານ​ມາ, ພັກ​ກອມ​ມູ​ນິດ​ຈີນ​ໄດ້​ປະ​ຕິ​ບັດ​ຕາມ​ອຸ​ດົມ​ການ​ແຕ່​ຫົວ​ທີ ​ແລະ ​ພາ​ລະ​ກຳ​ຢ່າງສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ສາ​ມັກ​ຄີ ​ແລະ​ ນຳ​ພາ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າທົ່ວ​ປະເທດສ້າງຜົນງາ​ນ ອັນສະຫງ່າງາມໃນປະຫວັດສາດການພັດທະນາຂອງມວນມະນຸດ, ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ທີ່​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ​ໄດ້​ປາ​ກົດ​ໃຫ້​ເຫັນ​ອະ​ນາ​ຄົດ​ທີ່​ສະ​ຫວ່າງ​ສະ​ໄຫວ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ.

1. ການ​ບຸກ​ບືນ​ສູ້​ຊົນ​ຂອງ​ພັກ​ໃນ​ຮອບ 100 ປີ​ຜ່​ານ​ມາ​ ໄດ້​ປ່ຽນ​ແປງ​ອະ​ນາ​ຄົດ ແລະ​ ຊາ​ຕາ​ກຳ​ຂອງ​ປະ​ຊາ​ຊົນ​ຈີນ​ຈາກ​ຂັ້ນ​ພື້ນ​ຖານ. ພາຍຫຼັງ​ສົງ​ຄາມ​ຢາ​ຝິ່ນ​ເມື່ອ​ປີ 1840, ​ປະ​ຊາ​ຊົນ​ຈີນ​ໄດ້​ຖືກພວກ​ຈັກ​ກະ​ພັດນິ​ຍົມ ລັດ​ທິ​ສັກ​ດີ​ນາ​ ແລະ​ ລັດ​ທິ​ທຶນ​ນິ​ຍົມ​ອາດ​ຍາ​ສິດກົດ​ຂີ່​ຢ່າງ​ໜັກ​ໜ່ວງ, ຖືກ​ປະ​ເທດ​ມະ​ຫາ​ອຳ​ນາດ​ຕ່າງໆ​ໃນ​ຕາ​ເວັນ​ຕົກ​ໃສ່​ຊື່​ອັບ​ປະ​ຍົດ​ວ່າ “ຄົນ​ເຈັບ​ອາ​ຊີ​ຕາ​ເວັນ​ອອກ”. ໃນໄລ​ຍະ 100 ປີ​ຜ່ານ​ມາ, ພັກ​ໄດ້​ນຳ​ພາ​ປະ​ຊາ​ຊົນ​ຜ່ານ​ຈາກ​ການ​ຕໍ່​ສູ້​ທີ່​ຍິ່ງ​ໃຫຍ່​ຢ່າງ​ເປັນ​ຂະ​ບວນ​ຟົດ​ຟື້ນ, ປະ​ຊາ​ຊົນ​ຈີນ​ໄດ້ຫຼຸດ​ພົ້ນ​ອອກ​ຈາກ​ຊາ​ຕາ​ກຳ​ທີ່​ຖືກ​ຂົ່ມ​ເຫັງ ​ແລະ ​ຖືກ​​ກົດ​ຂີ່​ເປັນ​ຂ້ອຍ​ຂ້ານັ້ນ​ຢ່າງ​ສິ້ນ​ເຊີງ, ກາຍ​ເປັນ​ເຈົ້າ​ຂອງ​ປະ​ເທດ​ຊາດ ສັງ​ຄົມ​ ແລະ ​ຊາ​ຕາ​ກຳ​ຂອງ​ຕົນ, ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ປະ​ຊາ​ກອນ​ 1,4 ຕື້ກວ່າ​ຄົນ​ໄດ້​ບັນ​ລຸ​ຄວາມ​ອີ່ມ​ໜຳ​ສຳ​ລານ​ຢ່າງ​ຮອບ​ດ້ານ, ​ຄວາມ​ມຸ່ງ​ຫວັງ​ຂອງ​ປະ​ຊາ​ຊົນ​ທີ່​ຢາກ​ມີ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ງາມ​ໄດ້ປາ​ກົດ​ຜົນ​ເປັນ​ຈິງ​ຢ່າງ​ບໍ່​ຢຸດ​ຢັ້ງ. ທຸກ​ມື້​ນີ້, ປະ​ຊາ​ຊົນ​ຈີນໝັ້ນ​ໃຈ​ຕົນ​ເອງ ເພິ່ງ​ຕົນ​ເອງ​ ແລະ ​ສ້າງ​ຄວາ​ມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ຫຼາຍກວ່າ​ເກົ່າ,  ມີ​ຄວາມອາດ​ຫານ​ກ້າ​ແກ່ນ​ ແລະ ຄວາມ​ໝັ້ນ​ໃຈ​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ, ພະ​ລັງ​ແຮງ​ອັນ​ເຂັ້ມ​ແຂງ​ທີ່​ສະ​ສົມ​ມາ​ຈາກ​ຂະ​ບວນ​ວິ​ວັດ​ປ​ະ​ຫວັດ​ສາດ ​ໄດ້​ສະ​ແດງ​ອອກ​ມາ​ຢ່າງ​ເຕັມ​ສ່ວນ, ກາຍ​ເປັນ​ຈິດ​ໃຈ​ເປັນ​ເຈົ້າ​ການ​​ຄັ້ງ​ປະ​ຫວັດ​​ສາດ ແລະ​ ຈິດ​ໃຈ​ປະ​ດິດ​ສ້າງ​ຄັ້ງ​ປະ​ຫວັດ​ສາດ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ, ແລະ​ກຳ​ລັງ​ຂຽນ​ປະ​ຫວັດ​ສາດໜ້າ​ຍິ່ງໃຫຍ່​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ຈີນ​ໃນ​ຍຸກ​ໃໝ່​ດ້ວຍ​ຄວາມ​ໝັ້ນ​ໃຈ​ເຕັມ​ປ່ຽມ.

2. ການ​ບຸກ​ບືນ​ສູ້​ຊົນ​ຂອງ​ພັກ​ໃນ​ຮອບ 100 ປີ​ຜ່​ານ​ມາ ​ໄດ້ບຸກ​ເບີກ​ເສັ້ນ​ທາງ​ອັນ​ຖືກ​ຕ້ອງ​ໃນ​ການ​ບັນ​ລຸ​ເປົ້າ​ໝາຍ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ທີ່​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ. ພາຍຫຼັງ​ສົງ​ຄາມ​ຢາ​ຝິ່ນ​ເມື່ອ​ປີ 1840, ປະ​ຊາ​ຊາດ​ຈີນ​ທີ່​ໄດ້​ສ້າງ​ອະ​ລິ​ຍະ​ທຳ​ອັນຈະ​ເລີນ​ຮຸ່ງ​ເຮືອງ​ນັ້ນ ​ໄດ້​ປະ​ສົບ​ກັບ​ວິ​ກິດ​ການ​ອັນ​ໜັກ​ໜ່ວງ​ທີ່​ອະ​ລິ​ຍະ​ທຳ​ຍາກ​ທີ່​ຈະ​ສືບ​ຕໍ່​ກັນ​ໄປ​ອີກ, ຢູ່​​ໃນ​ເວ​ທີ​ໂລກ ຊົນ​ຊາດ​ຈີນຊຸດ​ໂຊມ​ທີ່​ສຸດ. ໃນໄລ​ຍະ 100 ປີ​ຜ່ານ​ມາ, ພັກ​ໄດ້​ນຳ​ພາ​ປະ​ຊາ​ຊົນສູ້​ຊົນ​ຢ່າງ​ບໍ່​ລົດ​ລະ, ບຸກ​ບືນ​ກ້າວ​ໄປ​ໜ້າ​ຢ່າ​ງ​ບໍ່​ຢຸດ​ຢັ້ງ, ໄດ້ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ບຸກ​ເບີກ​ເສັ້ນ​ທາງ​ອັນ​ຖືກ​ຕ້ອງ​​ແຫ່ງ​ການ​ບັນ​ລຸ​ເປົ້າ​ໝາຍ​ການ​ຟື້​ນ​ຟູ​ຄວາມ​ຈະ​ເລີນ​ຮຸ່​ງ​ເຮືອງ​ທີ່​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ​. ປະ​ເທດ​ຈີນ​ຈາກ​ຄວາມ​ແຕກ​ແຍກ ບໍ່​ມີ​ຄວາມ​ສາ​ມັກ​ຄີ ສູ່​ຄວາມ​ເປັນ​ເອກ​ະ​ພາບ​ໃນ​ລະ​ດັບ​ສູງ ແລະທົ່ວ​ທັງຊາດ​ມີ​ຄວາມ​ສາ​ມັກ​ຄີ​ກັນ, ​ຈາກ​ຄວາມ​ອ່ອນ​ແອທີ່​ສຸດ ແລະ ​ທຸກ​ຍາກຫຼ້າຫຼັງ ​ສູ່​ຄວາມ​ອີ່ມ​ໜຳ​ສຳ​ລານ​ຮອບ​ດ້ານ ​ແລະ ​ຄວາມ​ຈະ​ເລີນ​ເຂັ້ມ​ແຂງ​ຮັ່ງ​ມີ, ຈາກ​ການ​ຖືກ​ກົດ​ຂີ່​ຂົ່ມ​ເຫັງ​ໃນ​ທ່​າ​ຮັບ ​ສູ່​ຄວາມ​ເປັນ​ເອ​ກະ​ລາດ ເປັນ​ເຈົ້າ​ຕົນ​ເອງ ແລະ ​ໝັ້ນ​ໃຈ​ຕົນ​ເອງ​ຢ່າງ​ເດັດ​ດ່ຽວ​ໜຽ​ວ​ແໜ້ນ, ຈີນ​ໄດ້​ໃຊ້​ເວ​ລາ​ພຽງຫຼາຍ​ສິບ​ປີເທົ່າ​ນັ້ນ ​ກໍສາ​ມາດ​ບັນ​ລຸ​ເປົ້​າ​ໝາຍ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ​ ແຕ່​ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ ​ຕ້ອງ​ໄດ້ໃຊ້​ເວ​ລາຫຼາຍ​100 ປີ​ຈິ່ງ​ສາ​ມາດ​ເຮັດ​ສຳ​ເລັດ​ໄດ້, ເຊິ່ງ​ໄດ້​ສ້າງ​ສິ່ງ​ມະ​ຫັດ​ສະ​ຈັນ​ສອງ​ຢ່າງ​ຄື: ເສດ​ຖະ​ກິດ​ພັດະ​ນາ​ຢ່າງວ່ອງ​ໄວ ແລະ​ ສັງ​ຄົມ​ມີ​ສະ​ຖຽ​ນ​ລະ​ພາບ​ຢ່າງ​ຍາວ​ນານ. ​ໃນ​ທຸກ​ມື້​ນີ້, ຊົນ​ຊາດ​ຈີນ​ໄດ້ສະ​ແດງໃຫ້​​ທົ່ວໂລກ​ເຫັນ​ເຖິງ​ຄວາມ​​ມີຊີ​ວິດ​ຊີ​ວາ​ຢູ່​ທຸກ​ແຫ່ງ​ຫົນ ແລະ​ ຢືນສະ​ຫງ່າຢູ່​​ທິດ​ຕາ​ເວັນ​ອອກ​ຂອງ​ໂລກ.

3. ການ​ບຸກ​ບືນ​ສູ້​ຊົນ​ຂອງ​ພັກ​ໃນ​ຮອບ 100 ປີ​ຜ່​ານ​ມາ ໄດ້​ສະ​ແດງ​ໃຫ້​ເຫັນ​ພະ​ລັງ​ຊີ​ວິດ​ອັນ​ເຂັ້ມ​ແຂງ​ຂອງ​ລັດ​ທິ​ມາກ. ລັດ​ທິ​ມາກໄດ້​ຊີ້​ໃຫ້​ເຫັນ​ກົດ​ເກນ​ການ​ພັ​ດ​ທະ​ນາ​ສັງ​ຄົມ​ມະ​ນຸດ, ເປັນ​ສັດ​ຈະ​ທຳທີ່​ມີ​ວິ​ທະ​ຍາ​ສາດ​ໃນ​ການ​ຮັບ​ຮູ້​ໂລກ​ ແລະ ​ດັດ​ສ້າງ​ໂລກ. ພ້ອມ​ດຽວ​ກັນ​ນັ້ນ, ການ​ຍຶດ​ໝັ້ນ ​ແລະ ​ພັດ​ທະ​ນາ​ລັດ​ທິ​ມາກ, ຈາກ​ທິດ​ສະ​ດີ​ຈົນ​ຮອດ​ພຶດ​ຕິ​ກຳ​ ລ້ວນ​ແຕ່​ຕ້ອງ​ການ​ໃຫ້​ນັກ​ລັດ​ທິ​ມາກ​ໃນ​ທົ່ວ​ໂລກ​ພະ​ຍາ​ຍາມ​ຢ່າງ​​ແສນ​ລຳ​ບາກ ເຊິ່ງ​ເປັນ​ສິ່ງ​ທ້າ​ທາຍ​ໃຫຍ່ທີ່​ສຸດ. ໃນ​ໄລ​ຍະ 100 ປີ​ຜ່ານ​ມາ, ພັກ​ໄດ້​ຍຶດ​ໝັ້ນ​ໃນ​ການ​ຖື​ເອົາ​ລັດ​ທິ​ມາກ​ເປັນ​ທິດ​​ຊີ້ນຳຂອງ​ຕົນ, ຊຸກ​ຍູ້​ການ​ຫັນ​ລັດ​ທິ​ມາກ​ໃຫ້​ເປັນ​ແບບ​ຈີນ​​ໄປ​ພ້ອມ​ກັບ​ຍຸກ​ສະ​ໄໝຢ່າງ​ບໍ່​ຢຸ​ດ​ຢັ້ງ, ​ຖອດ​ຖອນ​ບົດຮຽນ​​ຈາກ​ໝາກ​ຜົນ​ຂອງ​ອະ​ລິ​ຍະ​ທຳ​ທີ່​ດີ​ເດັ່ນ​ທຸກ​ຢ່າງ​ ທີ່​ມະ​ນຸດ​ເຮົາສ້າງ​ຂຶ້ນ​ດ້ວຍ​ຈິດ​ໃຈ​ກວ້າງ​ຂວາງ, ນຳ​ໃຊ້​ທິດ​ສະ​ດີ​ວິ​ທະ​ຍາ​ສາດ​ຂອງ​ລັດ​ທິ​ມາກ​​ໃນແບບ​ຈີນ​​ມານຳ​ພາ​ພຶດ​ຕິ​ກຳ​ທີ່​ຍິ່ງ​ໃຫຍ່. ​ຄວາມ​ເປັນ​ວິ​ທະ​ຍາ​ສາດ ​ແລະ​ ​ຄວາມ​ເປັນ​ສັດ​ຈະ​ທຳ​ຂອງ​ລັດ​ທິ​ມາກ​ໄດ້​ຜ່ານ​ການກວດ​ສອບ​ຢ່າງ​ເຕັມ​ສ່ວນ​ຢູ່​ຈີນ, ​ຄວາມ​ເປັນ​ຂອງປ​ະ​ຊາ​ຊົນ ​ແລະ ​ຄວາມ​ອາດ​ສາ​ມາດ​ທີ່​ປະ​ຕິ​ບັດ​ຕົວ​ຈິງໄດ້​ຂອງ​ລັດ​ທິ​ມາກ ​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ເຕັມ​ສ່ວນ​ຢູ່​ຈີນ, ການເປີດປະ​ຕູ ແລະ ​​ການ​ກ້າວ​ໜ້າ​ໄປ​ພ້ອມ​ກັບ​ຍຸກ​ສະ​ໄໝ​ຂອງ​ລັດ​ທິ​ມາກ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ເຕັມ​ສ່ວນ​ຢູ່​ຈີນ. ລັດ​ທິ​ມາກ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ບໍ່​ຢຸດຢັ້ງ​ໃນການ​ຫັນ​ເປັນ​ແບບ​ຈີນ ​ແລະ​​​ ກ້າວ​ໜ້າ​ໄປ​ພ້ອມ​ກັບ​ຍຸກ​ສະ​ໄໝ​ນັ້ນ ເຮັດ​ໃຫ້ຊາວ​ໂລກ​ ໄດ້​ເຫັນ​ພາບ​ພົດ​ໃໝ່​​ຂອງ​ລັດ​ທິ​ມາກ. ເຮັດ​ໃຫ້​ວິ​ວັດທະ​ນາ​ການ​ໃນ​ປະ​ຫວັດ​ສາດ​ ແລະ​ ການ​​ຕໍ່​ລອງ​ກຳ​ລັງ ​ລະ​ຫວ່າງ​ສອງ​ຮູບ​ຖານ​ຈິດ​ສຳ​ນຶກ ​ແລະ​ ສອງ​ລະ​ບອບ​ສັງ​ຄົມ​ຄື ສັງ​ຄົມ​ນິ​ຍົມ ແລະ​ ທຶນ​ນິ​ຍົມໃນ​ຂອບ​ເຂດ​ທົ່ວ​ໂລກ ​ໄດ້​ເກີດ​ມີ​ການ​ປ່ຽນ​ແປງໃຫຍ່​ທີ່​ມີ​ຜົນ​ດີ​ຕໍ່​ສັງ​ຄົມ​ນິ​ຍົມ.

4. ການ​ບຸກ​ບືນ​ສູ້​ຊົນ​ຂອງ​ພັກ​ໃນ​ຮອບ 100 ປີ​ຜ່​ານ​ມາ ໄດ້​ສົ່ງ​ຜົນສະ​ທ້ອນ​ອັນ​ເລິກ​ເຊິ່ງ​ໃຫ້​ກັບ​ຂະ​ບວນ​ວິ​ວັດ​ປະ​ຫວັດ​ສາດ​ຂອງ​ໂລກ. ພາ​ລະ​ກິດ​ຂອງ​ພັກ​ ແລະ​ ປະ​ຊາ​ຊົນ​ເປັນພາກ​ສ່ວນ​​ອັນ​ສຳ​ຄັນ​ຂອງ​ພາ​ລະ​ກິດ​ຄວາມ​ກ້າວ​ໜ້າ​ຂອງ​ມະ​ນຸດ. ໃນ​ໄລ​ຍະ 100 ປີ​ຜ່ານ​ມາ, ພັກ​ບໍ່​ພຽງ​ແຕ່​ໄດ້​ສະ​ແຫວງຫາ​ຄວາມ​ສຸ​ກເພື່ອປະ​ຊາ​ຊົນ ແລະ ​ສະ​ແຫວງ​ຫາ​ການ​ຟື້ນຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ເພື່ອ​ປະ​ຊາ​ຊາດ​ຈີນ ເທົ່າ​ນັ້ນ, ຍັງ​ໄດ້​ສະ​ແຫວງ​ຫາ​ຄວາມ​ກ້າວ​ໜ້າ​ເພື່ອມວນ​ມະ​ນຸດ ແລະ​ ສະ​ແຫວງ​ຫາ​ຄວາມ​ກົມ​ກຽວ​ກັນ​ເພື່ອ​ສັງ​ຄົມໂລກ​ອີກ​ດ້ວຍ, ໄດ້​ປ່ຽນ​ແປງ​ທ່າ​ອ່ຽງ​ ແລະ​ ສະ​ພາບ​ການ​ພັດ​ທະ​ນາຂອງ​​ໂລກ​ດ້ວຍ​ການ​ສູ້​ຊົນ​ໃນ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ຢ່າງ​ບໍ່ລົດ​ລະ. ພັກ​ໄດ້​ນຳ​ພາ​ປະ​ຊາ​ຊົນ​ບຸກ​ເບີກ​ເສັ້ນ​ທາງ​ຫັນ​ເປັນ​ທັນ​ສະ​ໄໝ​ໃນ​ແບບ​ຈີນ​ຢ່າງ​ສຳ​ເລັດ​ຜົນ, ໄດ້​ສ້າງ​ຮູບແບບ​ໃໝ່​ຂອງອະ​ລິ​ຍະ​ທຳ​ຂອງ​ມະ​ນຸດ, ໄດ້​ເປີດກວ້າ​ງ​ຊ່ອງ​ທາງ​ກ້າວ​ໄປ​ສູ່​ທັນ​ສະ​ໄໝ​ສຳ​ລັບ​ປະ​ເທດ​ພວມ​ພັດ​ທະ​ນາ, ​ໄດ້ສະ​ໜອງ​ທາງ​ເລືອກ​ອັນ​ໃໝ່​ໃຫ້​ກັບປະ​ເທດ ​ແລະ ​ຊົນ​ຊາດ​ທັງຫຼາຍ​ໃນ​ໂລກ​ທີ່​ຫວັງ​ຢາກ​ເລັ່ງ​ລັດ​ພັດ​ທະ​ນາ ທັງ​ຫວັງ​ຢາກຮັກ​ສາ​ຄວາມ​ເປັນ​ເອ​ກະ​ລາດ​ຂອງ​ຊາດ​ຕົນ. ພັກ​ໄດ້ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ, ​ໄດ້​ປະ​ກອບ​ສ່ວນ​ໃນ​ດ້ານສະ​ຕິ​ປັນ​ຍາ ແມ່​ແບບ​ ແລະ​ ກຳ​ລັງ​ຂອງ​ຈີນ​ເຂົ້າ​ໃນ​ການແກ້​ໄຂ​ບັນ​ຫາ​ສຳ​ຄັນ​ຂອງມວນ​ມະ​ນຸດ, ​ເຂົ້າ​ໃນການ​ສ້າງ​ໂລກ​ທີ່​ມີ​ສັນ​ຕິ​ພາບ​ຖາ​ວອນ ມີ​ຄວາ​ໝັ້ນ​ຄົງ​ທົ່ວ​ເຖິງ ມີ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ ເປີດປະ​ຕູ ກວມ​ລວມ ສະ​ອາດ​ ແລະ​ ສວຍ​ງາມ, ໄດ້ກາຍ​ເປັນ​ກຳ​ລັງ​ສຳ​ຄັນ​ໃນ​ການ​ຊຸກ​ຍູ້ກາ​ນ​ພັດ​ທະ​ນາ ​ແລະ ​ຄວາມ​ກ້າວ​ໜ້າ​ຂອງ​ມະ​ນຸດ.

5. ການ​ບຸກ​ບືນ​ສູ້​ຊົນ​ຂອງ​ພັກ​ໃນ​ຮອບ 100 ປີ​ຜ່​ານ​ມາໄດ້​ຝຶກ​ຝົນຫຼໍ່​ຫຼອມ​ພັກ​ກອມ​ມູ​ນິດ​ຈີນ​ໃຫ້​ສາ​ມາດ​ກ້າວ​ເດີນ​ຢູ່​ແຖວ​ໜ້າ​ຂອງ​ຍຸກ​ສະ​ໄໝ. ໃນ​ເວ​ລາ​ພັກ​ກອມ​ມູ​ນິດ​ຈີນ​ຫາ​ກໍ່​ສ້າງ​ຕັ້ງ​ຂຶ້ນ, ​ມີ​ແຕ່​ສະ​ມາ​ຊິກ​ພັກພຽງ 50 ​ກວ່າຄົນ​ເທົ່າ​ນັ້ນ, ປັດ​ຈຸ​ບັນ​ໄດ້​ກາຍ​ເປັນ​ພັກ​​ກຳ​ອຳ​ນາດ​ທີ່​​ໃຫຍ່​ອັນ​ດັບ​ໜຶ່ງ​ໃນ​ໂລກ ເຊິ່ງ​ມີ​ສະ​ມາ​ຊິກ​ຫຼາຍ​ເຖິງ 95 ລ້ານກວ່າ​ຄົນ, ​ສາ​ມາດນຳ​ພາ​ປະ​ເທດ​ໃຫຍ່​ທີ່​ມີ​ປະ​ຊາ​ກອນ 1,4 ຕື້​ຄົນ ແລະ ມິ​ອິດ​ທິ​ພົນ​​ຕໍ່​ໂລກ​ຫຼາຍ​ທີ່​ສຸດ. ໃນ​ໄລ​ຍະ 100 ປີ​ຜ່ານ​ມາ, ພັກ​ໄດ້​ຍຶດ​ໝັ້ນ​ລັກ​ສະ​ນະ​ທາດ​ແທ້ ແລະ ​ຈຸດ​ປະ​ສົງຂອງ​ຕົນ, ​ຍຶດ​ໝັ້ນ​ອຸ​ດົມ​ການ ແລະ ​ຄວາມ​ເຊື່ອ​ຖື, ຍຶດ​ໝັ້ນ​ອຸ​ດົມ​ການ​ແຕ່​ຫົວ​ທີ​ ແລະ​ພາ​ລະ​ກຳ, ກ້າ​ປະ​ຕິ​ວັດ​ໂດຍ​ຕົນ​ເອງ, ໄດ້​ຜ່ານ​ຜ່າ​ຄວາມ​ສ່ຽງ​ ແລະ​ ການ​ທົດ​ສອບ​ຕ່າງ​ໆ​ໃນ​ການ​ຕໍ່​ສູ້​ຢ່າງ​ເອົາ​ເປັນ​ເອົາ​ຕາຍ​ ແລະ​ ການ​ສູ້​ຊົນ​ດ້ວຍ​ຄວາມ​ທໍ​ລະ​ຫົດ​ອົນ​ທົນ, ໄດ້​ເສຍ​ສະ​ຫະ​ຊີ​ວິດ​ຢ່າງ​ຫຼວງຫຼາຍ, ​ຝຶກ​ຝົນຫຼໍ່ຫຼອມ​ຄຸນ​ທາດ​ການ​ເມືອງ​ທີ່​ພົ້ນ​ເດັ່ນ, ໄດ້ກຳ​ເນີດ​ໃຫ້​ເປັນລະ​ບົບຈິດໃຈ​​ທີ່ມີຈິດ​ໃຈສ້າງ​ຕັ້ງ​ພັກ​ອັນ​ຍິ່ງ​ໃຫຍ່​ເປັນ​ແຫຼ່ງ​​ກຳ​ເນີດ​, ໄດ້​ຮັກ​ສາຄວາມ​ກ້າວ​ໜ້າ ​ແລະ ​ຄວາມ​ບໍ​ລິ​ສຸດ​​ຂອງ​ພັກ, ຄວາມ​ສາ​ມາດ​ກຳ​ອຳ​ນາດ​ ແລະ ​ລະ​ດັບ​ການ​ນຳ​ພາ​ຂອງ​ພັກ​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ກຳ​ລັງ​ນຳ​ພາ​ປະ​ຊາ​ຊົນ​ຈີນ​ກ້າວ​ໄປ​ສູ່​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເ​ຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ ​​ບົນ​ເສັ້ນ​ທາງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ ໂດຍ​ບໍ່​ສາ​ມາດຕ່າວ​ປີ້ນ​ໄດ້, ພັກ​ກອມ​ມູ​ນິດ​ຈີນ​ສົມ​ເປັນ​ພັກ​ທີ່​ຍິ່ງ​ໃຫຍ່ ມີ​ກຽດ​ສະ​ຫງ່າ​ ແລະ​ ຖືກ​ຕ້ອງ.

 

VIບົດ​ຮຽນ​ປະ​ຫວັດ​ສາດ​ຈາກ​ການ​ບຸກ​ບືນ​ສູ້​ຊົ​ນ​ຂອງ​ພັກກອມ​ມູ​ນິດ​ຈີນ​ໃນ​ຮອບ 100 ປີ​ຜ່ານ​ມາ

 

ໃນ​ໄລ​ຍະ​ 100 ປີ​ຜ່ານ​ມາ, ພັກ​ໄດ້​ສຳ​ພາ​ປະ​ຊາ​ຊົນ​ດຳ​ເນີນ​ການ​ຕໍ່​ສູ້​ທີ່​ຍິ່ງ​ໃຫຍ່, ໂດຍໄດ້​ບຸກ​ທະ​ລຸ​ໃນ​ການ​ບຸກ​ບືນ​ກ້າວ​ໄປ​ໜ້າ, ​ບຸກ​ໜ້າ​ບືນ​ຕົວ​ທ່າມ​ກາງ​ຄວາມຫຼົ້ມ​ເຫຼວ, ​ຍົກ​ລະ​ດັບ​ສູງ​ຂຶ້ນ​​ຈາກ​ການ​ສະຫຼຸບ​ບົດ​ຮຽນ, ໄດ້​ສະ​ສົມ​ບົດ​ຮຽນ​ປະ​ຫວັດ​ສາດ​ອັນ​ປະ​ເສີດ​ດັ່ງ​ນີ້ຄື:

1. ຍຶດ​ໝັ້ນການນຳພາຂອງພັກ. ພັກ​ກອມ​ມູ​ນິດ​ຈີນ​ເປັນ​ກຳ​ລັງ​ແກນ​ກາງ​ໃນ​ການ​ນຳ​ພາ​ພາ​ລະ​ກິດ​​ຂອງພວກ​ເຮົາ. ​ການ​ທີ່ປະ​ຊາ​ຊົນ​ຈີນ​ ແລະ​ ປະ​ຊາ​ຊາດ​ຈີນ​ສາ​ມາດ​ປ່ຽນ​ແປງ​ຊາ​ຕາ​ກຳ​ໃນ​ປະ​ຫວັດ​ສາດຫຼັງ​ປີ 1840 ແລະ​ ສາ​ມາດ​ປະ​ສົບ​ຜົນ​ສຳ​ເລັດ​ທີ່​ຍິ່ງ​ໃຫຍ່​​ໄດ້ໃນ​ທຸກ​ມື້​ນີ້, ສາ​ເຫດ​ພື້ນ​ຖານ​ທີ່​ສຸດ​ກໍ​ຄື​ ມີ​ການ​ນຳ​ພາ​ອັນ​ເຂັ້ມ​ແຂງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ. ປະ​ຫວັດ​ສາດ ​ແລະ ສະ​ພາບ​ຄວາມ​ເປັນ​ຈິງ ​ລ້ວ​ນ​ແຕ່​ໄດ້​ພິ​ສູດ​ໃຫ້​ເຫັນ​ວ່າ, ຖ້າບໍ່​ມີ​ພັກ​ກອ​ມ​ມູ​ນິດ​ຈີນ ກໍ​ຈະ​ບໍ່​ມີ ​ສ​ປ ​ຈີນ,  ແລະ​ບໍ່​ມີການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອ​ງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ. ການ​ບໍ​ລິ​ຫານ​ພັກ​ການ​ເມືອງ​ທີ່ມີ​ສະ​ມາ​ຊິກຫຼາຍ​ທີ່​ສຸດ ແລະ ​ບໍ​ລິ​ຫານ​ປະ​ເທດ​ທີ່​ມີ​ປະ​ຊາ​ກອນຫຼາຍ​ທີ່​ສຸດ​ໃນ​ໂລກ​ໃຫ້​ດີນັ້ນ, ຕ້ອງ​ຍຶດ​ໝັ້ນ​ການ​ນຳ​ພາ​ຢ່າງ​ຮອບ​ດ້ານ​ຂອງ​ພັກ ໂດຍ​ສະ​ເພາະ​ແມ່ນ​ການ​ນຳ​ພາ​ແບບ​ໂຮມສູນ​ເປັນ​ເອ​ກະ​ພາບ​ກັນ​ຂອງ​ສູນ​ກາງ​ພັກ, ຍຶດ​ໝັ້ນ​ລະ​ບອບ​​ໂຮມ​ສູນ​ປະ​ຊາ​ທິ​ປະ​ໄຕ, ຮັບ​ປະ​ກັນ​ໃຫ້​ພັກກຳ​​ແໜ້ນພາກ​ສ່ວນລວມ ແລະ ປະ​ສານ​ງານ​ບັນ​ດາ​ຝ່າຍ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ຂໍ​ແຕ່​ວ່າພວກ​ເຮົາ​ຍຶດ​ໝັ້ນ​ການ​ນຳ​ພາ​ຢ່າງ​ຮອບ​ດ້ານ​ຂອງ​ພັກ​ຢ່າງ​ບໍ່​ຫວັ່ນ​ໄຫວ​ຄອນ​ແຄນ, ເດັດ​ດ່ຽວ​ປົກ​ປັກ​ຮັກ​ສາ​ແກນ​ກາງ​ຂອງ​ພັກ​ ແລະ ​ອິດ​ທິ​ພົນ​ຂອງ​ສູນ​ກາງ​ພັກ, ເສີມ​ຂະ​ຫຍາຍ​ທ່າ​ແຮງ​ດ້ານ​ການ​ເມືອງ​ຂອງ​ການ​ນຳ​ພາ​ຂອງ​ພັກຢ່​າງ​ເຕັມ​ສ່ວນ, ຈັດ​ຕັ້ງ​ປະ​ຕິ​ບັດ​ການ​ນຳ​ພາ​ຂອງ​ພັກ​ເຂົ້າ​ໃນ​ທຸກ​ຂົງ​ເຂດ​ ທຸກ​ດ້ານ ແລະ ​ທຸກ​ຂອດ​ຂອງ​ພາ​ລະ​ກິດ​ຂອງ​ພັກ ແລະ ປະ​ເທດ​ຊາດ, ກໍ​ຈະ​ສາ​ມາດ​ຮັບ​ປະ​ກັນ​ໃຫ້​ທົ່ວ​ພັກ ທົ່ວ​ກອງ​ທັບ ແລະ​ ປະ​ຊາ​ຊົນ​​ບັນ​ດາ​ເຜົ່າ​ທົ່ວ​ປະ​ເທດ​ສາ​ມັກ​ຄີ​ເປັນ​ເອ​ກະ​ພາບ​ກັນ​ກ້າວ​ໄປ​ໜ້າໄດ້​ຢ່າງ​ແນ່ນອນ.

2. ຍຶດໝັ້ນຖືປະຊາຊົນສຳຄັນກວ່າໝູ່. ພັກ​ກອມ​ມູ​ນິດ​ຈີນມີ​ຮາກ​ຢູ່​​ປະ​ຊາ​ຊົນ ມີສາຍ​ເລືອດຢູ່​​ປະ​ຊາ​ຊົນ ແລະ ມີກຳ​ລັງ​​ຢູ່ປະ​ຊາ​ຊົນ, ປະ​ຊາ​ຊົນ​ຄື​ຄວາມ​ໝັ້ນ​ໃຈ​ທີ່ແຂງ​ແຮງ​ທີ່​ສຸດ​ຂອງ​ພັກ​ໃນ​ການ​ກຳ​ອຳ​ນາດ​ ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ. ຄວາມ​ສັດ​ທາ​​ຂອງປະ​ຊາ​ຊົນ​ ຄື​ການ​ເມືອງ​ທີ່​ໃຫຍ່​ທີ່​ສຸດ, ຄວາມ​ເປັນ​ທຳ​ຄື​ກຳ​ລັງ​ແຮງ​ທີ່​ເຂັ້ມ​ແຂງ​ທີ່​ສຸດ. ທ່າ​ແຮງ​ດ້ານ​ການ​ເມືອງ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ພັກ​ກໍ​ຄື ໃກ້​ຊິດ​ຕິດ​ແທດ​ກັບ​ປະ​ຊາຊົນ, ຄວາມ​ອັນ​ຕະ​ລາຍ​ໃຫຍ່ທີ່​ສຸດຫຼັງ​ພັກ​ກຳ​ອຳ​ນາດ​ກໍ​ຄື ຫ່າງ​ເຫີນ​ຈາກປະ​ຊາຊົນ. ພັກ​​ເປັນ​ຕົວ​ແທນ​ໃຫ້​ແກ່​ຜົນ​ປະ​ໂຫຍດ​ພື້ນ​ຖານ​ຂອງ​ປະ​ຊາ​ຊົນ​ຈີນ​ຈຳ​ນວນຫຼວງຫຼາຍ​ທີ່​ສຸດ​, ເວ​ລາ​ໃດ​ກໍບໍ່​ມີ​ຜົນ​ປະ​ໂຫຍດ​ພິ​ເສດ​ສ່ວນ​ຕົວ​ແຕ່​ຢ່າງ​ໃດ ແລະ​ບໍ່​ເຄີຍ​ເປັນ​ຕົວ​ແທນ​ໃຫ້​ແກ່​​ກຸ່ມ​ຜົນ​ປະ​ໂຫຍດ​ໃດໆ ກຸ່ມ​​ອຳ​ນາດ​ໃດໆ ແລະ ​ຊັ້ນ​ຄົນອະ​ພິ​​ສິດໃດໆ, ​ນີ້​ຄື​ສາ​ເຫດ​ພື້ນ​ຖານ​ທີ່​ສຸດ​ທີ່​ພັກ​ສາ​ມາດມີ​ໄຊ​ໄດ້​ຕະຫຼອດການ. ຂໍ​ພຽງ​ແຕ່​ພວກ​ເຮົາ​ຍຶດ​ໝັ້ນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍໃນ​ຈຸດ​ປະ​ສົງ​ພື້ນ​ຖານ​ຄື ຮັບ​ໃຊ້​ປະ​ຊາ​ຊົນ​ຢ່າງ​ສຸດ​ອົກ​ສຸດ​ໃຈ, ຍຶດ​ໝັ້ນ​ແນວ​ທາງ​ມະ​ຫາ​ຊົນ​ຂອງ​ພັກ, ຈື່​ຈຳ​ສະ​ເໝີ​ວ່າ ປະ​ເທດ​ຊາດ​ກໍ​ແມ່ນ​ປະ​ຊາ​ຊົນ, ປະ​ຊາ​ຊົນ​ກໍ​ແມ່ນ​ປະ​ເທດ​ຊາດ, ຍຶດ​ໝັ້ນ​ເຮັດ​ທຸກ​ຢ່າງ​ເພື່ອ​ປະ​ຊາ​ຊົນ ແລະ ອາ​ໄສ​ປະ​ຊາ​ຊົນ,  ຍຶດ​ໝັ້ນ​ໃນ​ການ​ກຳ​ອຳ​ນາດ​ເພື່ອ​ປະ​ຊາ​ຊົນ ແລະ ​ກຳ​ອຳ​ນາດ​ໂດຍ​ອາ​ໄສ​ປະ​ຊາ​ຊົນ, ຍຶດ​ໝັ້ນ​ໃນ​ການ​ພັດ​ທະ​ນາ​ເພື່ອ​ປະ​ຊາ​ຊົນ ​ພັດ​ທະ​ນາ​ໂດຍ​ອາ​ໄສ​ປະ​ຊາ​ຊົນ ແລະ ໃຫ້​ປະ​ຊາ​ຊົນ​ຮ່ວມ​ກັນ​ຊົມ​ໃຊ້​ໝາ​ກ​ຜົນ​ຂອງ​ການ​ພັດ​ທະ​ນາ, ກ້າວ​ເດີນ​ຕາມ​ເສັ້ນ​ທາງ​ທົ່ວ​ປວງ​ຊົນ​ຮັ່ງ​ມີ​ຮ່ວມ​ກັນ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ, ກໍ​ຈະ​ສາ​ມາດ​ນຳ​ພາ​ປະ​ຊາ​ຊົນ​ຍາດ​ເອົາ​ໄຊ​ຊະ​ນະ​ໃໝ່​ທີ່ໃຫຍ່ຫຼວງກວ່າ​ເກົ່າ​ຂອງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໄດ້​ຢ່າງ​ແນ່ນອນ, ກົນ​ອຸ​ບາຍ​ທຸກ​ຮູບ​ແບບ​ທີ່​ຢາກ​ແບ່ງ​ແຍກ ແລະ​ ເຮັດ​ໃຫ້​ພັກ​ກອມ​ມູ​ນິດ​ຈີນ​ ແລະ ​ປະ​ຊາ​ຊົນ​ຈີນ​ເປັນ​ປໍ​ລະ​ປັກ​ກັນ​ນັ້ນ ຈະ​ບໍ່​ປະ​ສົບ​ຜົນ​ສຳ​ເລັດ​ເດັດ​ຂາດ!

3. ຍຶດໝັ້ນການປະດິດສ້າງ​ທິດ​ສະ​ດີໃໝ່​. ລັດ​ທິ​ມາກ​ແມ່ນ​ແນວ​ຄິດ​ພື້ນ​ຖານ​ທີ່​ຊີ້​ນຳ​ພວກ​ເຮົາ​ໃນ​ການ​ສ້າງ​ພັກ​ ​ສ້າງ​ປະ​ເທດ ພັດ​ທະ​ນາ​ພັກ​ ແລະ ​ປະ​ເທດ​ໃຫ້ຈະ​ເລີນ​ເຂັ້ມ​ແຂງຂຶ້ນ​. ທິດ​ສະ​ດີ​ລັດ​ທິ​ມາກ​ບໍ່​ແມ່ນ​ຄຳ​ພີ​ຕາຍ​ຕົວ ແຕ່​ແມ່ນ​​ຄູ່​ມື​ດຳ​ເນີນ​ງານ, ຕ້ອງ​ມີ​ການ​​ພັດ​ທະ​ນາໄປ​ພ້ອມ​ກັບ​ການ​ພັດ​ທະ​ນາຂອງ​ພຶດ​ຕິ​ກຳ​ຕົວ​ຈິງ, ຕ້ອງ​ຫັນ​ເປັນ​ແບບ​ຈີນ ​ຈິ່ງ​ຈະ​ສາ​ມາດ​ປົ່ງ​ໜໍ່​ຈໍ່​ດອກ, ຫັນ​ເປັນ​ແບບ​ຈີນແລ້ວ ​ຈິ່ງ​ຈະ​ສາ​ມາດ​ເຂົ້າ​ເຖິງ​ຈິດ​ໃຈ​ປະ​ຊາ​ຊົນໄດ້​ຢ່າງ​ເລິກ​ເຊິ່ງ. ການ​ທີ່​ພັກ​ກອມ​ມູ​ນິດ​ຈີນ​ສາ​ມາດ​ນຳ​ພາ​ປະ​ຊາ​ຊົນ​ເຮັດ​ໜ້າ​ທີ່​ອັນ​ໜັກ​ໜ່ວງ​ໃຫ້​ສຳ​ເລັດ​ທ່າມ​ກາງ​ການ​ຊອກ​ສະ​ແຫວງ​ຫາ ການ​ລົ້ມ​ເຫຼວ ແລະ ​ການ​ບຸກ​ເບີກ​ບໍ່​ຈັກ​ວ່າ​ເທົ່າ​ໃດ​ຄັ້ງ ເຊິ່ງ​ກຳ​ລັງ​ການ​ເມືອງຝ່າຍ​ອື່ນໆ​ຂອງ​ຈີນ​ບໍ່​ອາດ​ສາ​ມາດ​ເຮັດ​ສຳ​ເລັດ​ໄດ້​ນັ້ນ, ສາ​ເຫດ​ຕົ້ນ​ຕໍ​ທີ່​ສຸດ​ກໍ​ຄື ຍຶດ​ໝັ້ນ​ໃນ​ການ​ປົດ​ປ່ອຍ​ແນວ​ຄິດ ການສະ​ແຫວງ​ຫາ​ສັດ​ຈະ​ທຳ​ຈາກ​ຄວາມ​ເປັນ​ຈິງ ການກ້າວໄປ​ໜ້າພ້ອມ​ກັບ​ຍຸກ​ສະ​ໄໝ ການ​ສະ​ແຫວງ​ຫາ​ຄວາມ​ເປັນ​ຈິງ​ ແລະ ​​ການຕິດ​ແທດ​ຕົ​ວ​ຈິງ, ຍຶດ​ໝັ້ນ​ການ​ຖື​ເອົາຫຼັກ​ມູນ​ພື້ນ​ຖານ​ຂອງ​ລັດ​ທິ​ມາກ​ ປະ​ສົມ​​ປະ​ສານ​​ກັບ​ສະ​ພາບຄວາມ​ເປັນ​ຈິງ​​ຂອງ​ຈີນ ແລະ ​ວັດ​ທະ​ນະ​ທຳອັນ​ເປັນ​ມູນ​ເຊື້ອ​​ທີ່​ດີ​ງາມ​ຂອງ​ຊົນ​ຊາດ​ຈີນ, ຍຶດ​ໝັ້ນ​ໃນຫຼັກ​ການ​ທີ່ວ່າ ພຶດ​ຕິ​ກຳ​ຕົວ​ຈິງ​ຄື​ມາດ​ຕະ​ຖານ​ພຽງ​​ໜຶ່ງດຽວ​ໃນ​ການກວດ​ສອບ​ສັດ​ຈະ​ທຳ, ຍຶດ​ໝັ້ນ​ເຮັດ​ທຸກ​​ສິ່ງຢ່າງຕ້ອງ​ໄດ້​ເລີ່ມ​ຈາກສະ​ພາບ​ຄວາມ​ເປັນ​ຈິງ, ​ແກ້​ໄຂ​ບັນ​ຫາ​ຂອງ​ຍຸກ​ສະ​ໄໝ ແລະ ​ບັນ​ຫາຂອງ​ປະ​ຊາ​ຊົນ​ຢ່າງ​ທັນ​ການ, ຊຸກ​ຍູ້​ການ​ຫັນ​ລັດ​ທິ​ມາກ​ໃຫ້​ເປັນ​ແບບ​ຈີນ​​ ແລະ​ໃຫ້​ກ້າວ​ໜ້າ​ໄປ​ພ້ອມ​ກັບ​ຍຸກ​ສະ​ໄໝຢ່າງ​ບໍ່​ຢຸດ​ຢັ້ງ. ສະ​ຫາຍ ​ສີ​ຈິ້ນ​ຜິງ​ ໄດ້​ຊີ້​ໃຫ້​ເຫັນ​ວ່າ: ການ​ປ່ຽນ​ແປງ​ໃໝ່​ທາງ​ສັງ​ຄົມ​ທີ່​ຍິ່ງ​ໃຫຍ່​ຂອງ​ຈີນ​ໃນ​ຍຸ​ກ​ປັດ​ຈຸ​ບັນ ບໍ່​ແມ່ນ​ການ​ສືບ​ທອດ​ແມ່​ແບບ​ຂອງວັດ​ທະ​ນະ​ທຳ​ ແລະ​ ປະ​ຫວັດ​ສາດ​ປະ​ເທດ​ພວກເຮົາ​ຢ່າງ​ງ່າຍ​ດາຍ, ບໍ່​ແມ່ນ​ນຳໃຊ້​ຮູບແບບ​​ຕາມ​​ທີ່ນັກ​​ປະ​ພັນ​ຕຳ​ລາ​ອະ​ມະ​ຕະ​ລັດ​ທິ​ມາກ​ໄດ້​ຄາດ​ຄິດ​ຢ່າງ​ງ່າຍ​ດາຍ, ບໍ່​ແມ່ນ​ການ​ລອກ​ແບບ​ພຶດ​ຕິ​ກຳ​ຕົວ​ຈິງ​ໃນ​ການ​ພັດ​ທະ​ນາ​ສັງ​ຄົມ​ນິ​ຍົມ​ຂອງ​ປະ​ເທດ​ອື່ນ, ແລ​ະ​ກໍ​ບໍ່​ແມ່ນ​ການ​ລອກ​ແບບ​ກາ​ນ​ພັ​ດ​ທະ​ນາ​ທີ່​ທັນ​ສະ​ໄໝ​ຂອງ​ຕ່າງ​ປະ​ເທດ. ຂໍ​ພ​ຽງ​ແຕ່​ພວກ​ເຮົາ​ກ້າ​​ປະສົມ​ປະ​ສານ​ກັບ​ພຶດ​ຕິ​ກຳ​ອັນ​ໃໝ່, ຊຸກ​ຍູ້​ການ​ປະ​ດິດ​ສ້າງ​​ໃໝ່​ໃນ​ດ້ານທິດ​ສະ​ດີ​ຢ່າ​ງ​ບໍ່​ຢຸດ​ຢັ້ງ, ຮູ້​ວິ​ທີ​ໃນ​ການ​ນຳ​ໃຊ້​ທິດ​ສະ​ດີ​ໃໝ່​ມາ​ຊີ້​ນຳ​ພຶດ​ຕິ​ກຳ​ໃໝ່, ​ກໍ​ຈະ​ສາ​ມາດ​ເຮັດ​ໃຫ້​ລັດ​ທິ​ມາກ​ສະ​ແດງ​ໃຫ້​ເຫັນ​ພະ​ລັງ​ແຮງ​​ທີ່​ເປັນ​ສັດ​ຈະ​ທຳ​ທີ່​ເຂັ້ມ​ແຂງກວ່າ​ເກົ່າ​ ແລະ​ ໜ້າ​ເຊື່ອ​ຖືກວ່າ​ເກົ່າ​ຢູ່​ດິນ​ແດນ​ຈີນໄດ້​ຢ່າງ​ແນ່ນອນ.

4. ຍຶດໝັ້ນຫຼັກການ​​ເປັນເອກະລາດເປັນເຈົ້າຕົນເອງ. ຄວາມ​ເປັນ​ເອ​ກະ​ລາດ ເປັນ​ເຈົ້າ​ຕົນ​ເອງ ແມ່ນ​ດວງ​ວິນ​ຍານ​ຂອງຈິດ​ໃຈຊົນ​ຊາດ​ຈີນ, ແມ່ນຫຼັກ​ການ​ສຳ​ຄັນ​ຂອງ​ພວກ​ເຮົາ​ໃນ​ການ​ສ້າງ​ພັກ​ສ້າງ​ປະ​ເທດ.  ການ​ເດີນ​ຕາມ​ເສັ້ນ​ທາງ​ຂອງ​ຕົນ ເປັນ​ຂໍ້​ສະຫຼຸບ​ທາງ​ປະ​ຫວັ​ດ​ສາດ ​ທີ່​​ພັກ​ໄດ້​ຮັບ​ຈາກ​ການ​ບຸກ​ບືນ​ສູ້​ຊົນ​​ໃນ​ຮອບ​ 100 ​ປີ​ຜ່​ານ​ມາ. ​ແຕ່ໃດມາ ພັກ​ກໍ​ຍຶດ​ໝັ້ນ​ໃນ​ການ​ບຸກ​ເບີກ​ເສັ້ນ​ທາງ​ກ້າວ​ໄປ​ໜ້າ​ຢ່າງ​ເປັນ​ເອ​ກະ​ລາດ ເປັນ​ເຈົ້າ​ຕົນ​ເອງ, ຍຶດ​ໝັ້ນພັດ​ທະ​ນາ​ປະ​ເທດ​ຊາດ​ ແລະ ​ຊົນ​ຊາດ​ໂດຍ​ອີງ​ໃສ່​ກຳ​ລັງ​ແຮງ​ຂອງ​ຕົນ​ເປັນ​​ພື້ນ​ຖານ, ຍຶດ​ໝັ້ນ​ໃນ​ທິດ​ທາງ​ທີ່​ວຽກ​ງານ​ຂອງ​ຈີນ​ ຕ້ອງ​ໃຫ້​ປະ​ຊາ​ຊົນ​ຈີນ​ເປັນ​ຜູ້​ຕັດ​ສິນ ແລະ​ແກ້​ໄຂ​ດ້ວຍ​ຕົນ​ເອງ. ໃນ​ປະ​ຫວັດ​ສາດ​ຂອງ​ມວນມະ​ນຸດ, ບໍ່​ມີ​ຊົນ​ຊາດ​ໃດ ແລະ​ ປະ​ເທດ​ໃດ ທີ່​ສາ​ມາດ​ບັນ​ລຸຄວາມ​ເຂັ້ມ​ແຂງ ​ແລ​ະ​ ຄວາມຈະ​ເລີນ​ຮຸ່​ງ​ເຮືອງ​ໄດ້​ ໂດຍ​ຜ່ານ​​ຈາກການ​ອາ​ໄສ​ກຳ​ລັງ​ພາຍນອກ ການ​ລອກ​ແບບ​ຂອງ​ຕ່າງ​ປະ​​ເທດ ແລະ ການໄປ​ນຳຫຼັງ​ປະ​ເທດ​ອື່ນ​ຢ່າ​ງ​ບໍ່​ມີ​ຈຸດ​ຢືນ​ຂອງ​ຕົນ. ເຮັດ​ແນວ​ນັ້ນ, ຜົນ​ສຸດ​ທ້າຍ​ກໍ​ຄື ຕ້ອງ​ປະ​ສົບ​ຄວາມ​ລົ້ມ​ເຫຼວ​ແນ່ນອນ, ຫຼື ​ຈະ​ຕ້ອງກາຍ​ເປັນ​ປະ​ເທດ​ບໍ​ລິ​ວານ​ຂອງ​ປະ​ເທດ​ອື່ນຢ່າງ​ແນ່ນອນ. ຂໍ​​ພຽງແຕ່​ພວກ​ເຮົາ​ຍຶດ​ໝັ້ນ​ຄວາມ​ເປັນ​ເອ​ກະ​ລາດ ເປັນ​ເຈົ້າ​ຕົນ​ເອງ ແລະ ເພິ່ງຕົນ​ເອງ​, ຖອດ​ຖອນ​ບົດ​ຮຽນ​ທີ່​ມີ​ປະ​ໂຫຍດ​​ຂອງ​ຕ່າງ​ປະ​ເທດ​ຢ່າງ​ຖ່ອມ​ຕົວ, ທັງ​​ມີ​ຄວາມເດັດ​ດ່ຽວໃນ​ດ້ານສະ​ຕິ​ຊາດ​ ແລະ ​ໝັ້ນ​ໃຈ​ຕົນ​ເອງ, ​ມີ​ຄວາມ​ເດັດ​ດ່​ຽວ​ໜຽວ​ແໜ້ນ ແລະ ​ບໍ່​ຢ້ານຄວາມ​ກົດ​ດັນ, ກໍ​ຈະ​ສາ​ມາດກຳ​ແໜ້ນ​ຊາ​ຕາ​ກຳ​ແຫ່ງ​ການ​ພັດ​ທະ​ນາ ແລະ ​ຄວາມກ້າວ​ໜ້າ​ຂອງ​ປະ​ເທດ​ຈີນ​ໄວ້​ໃນ​ກຳ​ມື​ຂອງ​ຕົນ​ໄດ້​ຢ່າງ​ແນ່ນອນ.

5. ຍຶດໝັ້ນເສັ້ນທາງຈີນ. ທິດ​ທາງ​ຕັດ​ສິນ​ເສັ້ນ​ທາງ, ເສັ້ນ​ທາງ​ຕັດ​ສິນ​ຊາ​ຕາ​ກຳ. ໃນ​ການ​ບຸກ​ບືນ​ສູ້​ຊົນ​ໃນ​ຮອບ 100 ​ປີ​ຜ່ານ​ມາ, ພັກ​ໄດ້​ຍຶດ​ໝັ້ນ​ເລີ່ມ​ຈາກ​ສະ​ພາບ​ຕົວ​ຈິງຂອງ​ປະ​ເທດ​ພວກເຮົາ​ຢ່າງ​ສ​ະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຊອກ​ສະ​ແຫວງ​ຫາ​​ ແລະ​ ກໍ່​ຕົວ​ເປັນເສັ້ນ​ທາງ​ອັນ​ຖືກ​ຕ້ອງ​ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ​ຂອງ​ຈີນ. ເສັ້ນ​ທາງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ ເປັນ​ເສັ້ນ​ທາງ​ອັນ​ກວ້າງ​ຂວາງ​ສຳ​ລັບ​ການ​ສ້າງ​ຊີ​ວິດ​ທີ່​ດີ​ງາມ​ໃຫ້​ກັບ​ປະ​ຊາ​ຊົນ ແລະ ​ບັນ​ລຸ​ເປົ້າ​ໝາຍ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ທີ່​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ. ເມື່ອ​ອີງ​ໃສ່ດິນ​ແດນ​ຈີນ​ເປັນ​ພື້ນ​ຖານ ​ສືບ​ທອດ​ອະ​ລິ​ຍະ​ທຳຊົນ ຊາດ​ຈີນ ແລະ ກ້າວ​ເດີນ​ຕາມ​ເສັ້ນ​ທາງ​ອັນ​ຖືກ​ຕ້ອງ ​ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ​ຂອງ​ຈີນ ແລ້ວ, ພັກ ແລະ​ ປະ​ຊາ​ຊົນ​ກໍ​ຈະ​ມີ​ເວ​ທີ​ອັນ​ກວ້າງ​ຂວາງ​ທີ່​ສຸດ, ມີ​ພື້ນ​ຖາ​ນ​ປະ​ຫວັດ​ສາດ​ອັນ​​ໜາ​ແໜ້ນ​ທີ່​ສຸດ ແລະ​ມີ​ຄວາມ​ເດັດ​ດ່ຽວ​ໜຽວ​ແໜ້ນ​ອັນ​ເຂັ້ມ​ແຂງ​ທີ່​ສຸດ​ເພື່ອ​ກ້າວ​ໄປ​ໜ້າ. ຂໍ​ພຽງ​ແຕ່​ພວກ​ເຮົາ​ບໍ່​ກ້າວ​ເດີນ​ໄປ​ຕາມ​ເສັ້ນ​ທາງ​ເກົ່າ​ທີ່​ປິດ​ປະ​ຕູ ​ແລະ ແຂງ​ກະ​ດ້າງ, ​ແລະບໍ່​ເດີນ​ຕາມເສັ້ນ​ທາງເຂວທີ່​ປ່ຽນ​ຄັນ​ທຸງ, ຍຶດ​ໝັ້ນ​ເດີນ​ຕາມ​ເສັ້ນ​ທາງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ, ກໍ​ຈະ​ສາ​ມາດ​ສ້າງ​ປະ​ເທ​ດ​​ພວກເຮົາ​ ໃຫ້​ເປັນ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ ຮັ່ງ​ມີ​ເຂັ້ມ​ແຂງ ມີປະ​ຊາ​ທິ​ປ​ະ​ໄຕ ​ມີ​ຄວາມສິ​ວິ​ໄລ ​ມີ​ຄວາມ​ກົມ​ກຽວ​ ແລະ ສວຍ​ສົດ​ງົດງາມໄດ້​ຢ່າງແນ່ນອນ.

6. ຍຶດໝັ້ນໃນການຫ່ວງໃຍຊາຕາກຳຂອງໂລກ. ຄຳ​ບູ​ຮານ​ຈີນ​ກ່າວ​ໄວ້​ວ່າ: “ເມື່ອປະຕິບັດຕາມອຸດົມການສູງສຸດດ້ານການເມືອງແລ້ວ ທົ່ວບ້ານເມືອງກໍຈະເປັນຂອງມວນມະຫາປະຊາຊົນ.” ພັກ​ໄດ້​ເອົ​າ​ໃຈ​ໃສ່​ອະ​ນາ​ຄົດ​ ແລະ ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ​ດ້ວຍ​ວິ​ໄສ​ທັດ​ໂລກ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ໂດຍ​ເລີ່ມ​ຈາກ​ທ່າ​ອ່ຽງໃຫຍ່​ແຫ່ງ​ການ​ພັດ​ທະ​ນາ​ຂອງມ​ະ​ນຸດ, ພາກ​ສ່ວນ​ໃຫຍ່​​ແຫ່ງການ​ປ່ຽນ​ແປງ​ຂອງ​ໂລກ ແລະ​ ປະ​ຫວັດ​ສາດ​ໃຫຍ່​ແຫ່ງການ​ພັດ​ທະ​ນາ​ຂອງ​ຈີນ, ໄດ້​ຮັບ​ຮູ້​ ແລະ​ ແກ້​ໄຂການ​ພົວ​ພັນ​ກັບ​ໂລກ​ພາຍນອກ​ຢ່າງ​ຖືກ​ຕ້ອງ, ຍຶດ​ໝັ້ນ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ, ບໍ່ປິດ​ປະ​ຕູ​, ​ຍຶດ​ໝັ້ນ​ໃນຫຼັກ​ການ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ບໍ່ດຳ​ເນີນການ​ແຂ່ງ​ຂັນ​ແບບ​ເກມ​ຜົນ​ລວມ​ເປັນ​ສູນ, ຍຶດ​ໝັ້ນຫຼັກ​ການ​ຄວາມ​ຍຸ​ຕິ​ທຳ ແລະ​ສົ່ງ​ເສີມ​ຄວາມ​ເປັນ​ທຳ, ​ເລືອກ​ເອົາ​ຝ່າຍ​ທີ່​ຖືກຕ້ອງ​ໃນ​ປະຫວັດສາດ, ​ເລືອກ​ເອົາ​ຝ່າຍ​​ທີ່​ກ້າວໜ້າຂອງມວນມະນຸດ​. ຂໍ​ພຽງ​ແຕ່​ພວກ​ເຮົາ​ຍຶດ​ໝັ້ນ​ເສັ້ນ​ທາງ​ພັດ​ທະ​ນາ​ໂດຍ​ສັນ​ຕິ, ບໍ່​ພຽງ​ແຕ່​ຜ່ານ​ຈາກ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ໂລກ​ເພື່ອ​ພັດ​ທະ​ນາ​ຕົນ​ເອງ​ເທົ່າ​ນັ້ນ, ຍັງ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ໂລກ​ດ້ວຍ​ການ​ພັດ​ທະ​ນາ​ຂອງ​ຕົນ​ອີກ​ດ້ວຍ, ຮ່ວມ​​ກັບ​ກຳ​ລັງ​ທີ່​ກ້າວ​ໜ້​າ​ທຸກ​ຝ່າຍ​ໃນ​ໂລກ​ເກາະ​ແຂນກັນ​ກ້າວ​ໄປ​ໜ້າ, ບໍ່​ເພິ່ງ​ຜູ້​ອື່ນ, ບໍ່ປຸ້ນ​ສະ​ດົມ​ຜູ້​ອື່ນ, ຈະ​ບໍ່​ເປັນ​ເຈົ້າ​ອຳ​ນາດ​ຂອງ​ໂລກ​ຕະຫຼອດ​ໄປ, ກໍ​ຈະ​ສາ​ມາດ​ປະ​ກອບ​ສ່ວນ​ສະ​ຕິ​ປັນ​ຍາ​ ແລະ ​ກຳ​ລັງ​ເພື່ອຄວາມ​ສິ​ລິ​ໄລ ແລະ ​ຄວາມ​ກ້າວ​ໜ້າ​​ຂອງມວນ​ມະ​ນຸດ​ຢ່າງ​ບໍ່​ຢຸດ​ຢັ້ງ​ໄດ້​ແນ່ນອນ, ຮ່ວມ​ກັບ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ໃນ​ໂລກ ຊຸກ​ຍູ້​ກົງ​ລໍ້​ປະ​ຫວັດ​ສາດ​ໃຫ້​ກ້າວ​ໄປ​​ສູ່​​ອະ​ນາ​ຄົດ​​ທີ່​ສະ​ຫວ່າງ​ສະ​ໄຫວ.

7. ຍຶດໝັ້ນການບຸກເບີກປະດິດສ້າງໃໝ່. ການ​ປະ​ດິດ​ສ້າງໃໝ່​ເປັນ​ກຳ​ລັງ​ແຮງ​ທີ່​ບໍ່​ມີ​ວັນ​ເຫືອດ​ແຫ້ງ​ໃນ​ການ​ຊຸກ​ຍູ້​ກາ​ນ​ພັດ​ທະ​ນາ ​ແລະ ​ຄວາມ​ກ້າວ​ໜ້າ​ຂອງ​ປະ​ເທດ​ໜຶ່ງ​ ແລະ​ ຊົນ​ຊາດ​ໜຶ່ງ. ພາ​ລະ​ກິດ​ທີ່​ຍິ່ງ​ໃຫຍ່ຂະ​ໜາດ​ໃດ, ​​ຈະເຕັມ​ໄປ​ດ້ວຍ​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ​ ອຸ​ປະ​ສັກ ແລະ ​ຄວາມ​ອັນ​ຕະ​ລາຍຢ່າງຫຼວງຫຼາຍຂະ​ໜາດນັ້ນ, ​ຈຶ່ງ​ຕ້ອງ​ການ​ການ​ບຸກ​ບືນ​ສູ້​ຊົນ​ຢ່າງ​ທໍ​ລະ​ຫົດ​ອົດ​ທົນ, ​ແຮ່ງຕ້ອງການ​ການບຸກ​ເບີກ​ປະ​ດິດ​ສ້າງ​ໃໝ່. ພັກ​ໄດ້​ນຳ​ພາ​ປະ​ຊາ​ຊົນ​ຜ່ານ​ຜ່າ​​ຄວາມ​ຫຍຸ້ງ​ຍາກ ​ແລະ ອຸ​ປະ​ສັກ​ຕ່າງ​ໆ​ນາ​ນາ, ຊອກ​ສະ​ແຫວງ​ຫາ​ຢ່າງ​ບໍ່​ລົດ​ລະ, ສູ້​ຊົນ​ບຸກ​ເບີກ, ບຸກ​ບືນ​ກ້າວ​ໄປ​ໜ້າ, ຊຸກ​ຍູ້​ການ​ປະ​ດິດ​ສ້າງໃໝ່​ໃນດ້ານ​ທິດ​ສະ​ດີ ດ້ານ​ພຶດ​ຕິ​ກຳ ດ້ານ​ລະ​ບອບ ດ້ານ​ວັດ​ທະ​ນະ​ທຳ​ ແລະ​​ດ້ານ​ອື່ນໆ, ກ້າ​ໄປ​ກ່ອນ​ໝູ່​ໃນ​ໂລກ, ໄດ້​ບຸກ​ເບີກ​ເສັ້ນ​ທາງ​ທີ່​ຄົນ​ລຸ້ນ​ກ່ອນ​ບໍ່​ເຄີຍ​ບຸກ​ເບີກ​ຜ່​ານ​ນັ້ນ​ໃຫ້​ສຳ​ເລັດ​ຜົນ, ບໍ່​ວ່າ​ຄວາມ​ຫຍຸ້ງ​ຍາກ ອຸ​ປະ​ສັກ​ ແລະ ​ຄວາມ​ອັນ​ຕະ​ລາຍ​ໃດໆ​ກໍ​ຕາມ ລ້ວນ​ແຕ່​ບໍ່​ສາ​ມາດ​ຂັດຂວາງ​ບາດ​ກ້າວ​ເດີນ​ໄປ​ໜ້າ​ຂອງ​ພັກ ແລະ ປະ​ຊ​າ​ຊົນ​ໄດ້. ຂໍ​ພຽງ​ແຕ່​ພວກ​ເຮົາ​ປະ​ຕິ​ບັດ​ໄປ​ຕາມ​ກະ​ແສ​ຍຸກ​ສະ​ໄໝ, ຕອບ​ສະ​ໜອງ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ປະ​ຊາ​ຊົນ, ກ້າ​ຊຸກ​ຍູ້​ການ​ປະ​ຕິ​ຮູບ, ຮັບ​ຮູ້​​ສະ​ພາບ ການ​ປ່ຽນ​ແປງ​ຢ່າງ​ຖືກ​ຕ້ອງ, ຮັບ​ມືກັບ​ສະ​ພາບ​ການ​ປ່ຽນ​ແປງ​ຢ່າງ​ມີ​ວິ​ທະ​ຍາ​ສາດ, ​ເປັນ​ເຈົ້າ​ການ​ໃນ​ການ​ສະ​ແຫວງ​ຫາ​ການ​ປ່ຽນ​ແປງ, ບໍ່​ມີ​ແນວ​ຄິດ​​ແຂງ​ກະ​ດ້າງ​ຈົນ​ເທົ່າ​ໃດໆ, ບໍ່​ຢຸດ​ຈຶ້ງ​ຈົນ​ເທົ່າ​ໃດໆ, ​ກໍ​ຈະ​ສາ​ມາດ​ສ້າງ​ສິ່ງ​ມະ​ຫັດ​ສະ​ຈັນ​ທີ່​ປະ​ຈັກ​ຕາ​ຕໍ່​ຊາວ​ໂລກ​ໃຫ້​ໄດ້ຫຼາຍກວ່າ​ເກົ່າ​ຢ່າງ​ແນ່ນອນ.

8. ຍຶດໝັ້ນໃນການກ້າຕໍ່ສູ້.  ການ​ກ້າ​ຕໍ່​ສູ້​ ກ້າ​ເອົາຊະ​ນະ ແມ່ນພະ​ລັງ​ຈິດ​ໃຈ​ທີ່​ເຂັ້ມ​ແຂງຂອງ​ພັກ ​ແລະ ​ປະ​ຊາ​ຊົນ​ ເຊິ່ງບໍ່​ມີ​ຝ່າຍ​ໃດ​ສາ​ມາດ​ເອົາ​ຊະ​ນະໄດ້​. ຜົນ​ງານ​ທຸກ​ຢ່າງ​ທີ່​ພັກ​ ແລະ ​ປະ​ຊາ​ຊົນ​​ໄດ້​ຮັບ​ນັ້ນ ບໍ່​ແມ່ນ​ຕົກ​ລົງ​ມາ​ຈາກ​ທ້ອງ​ຟ້າ, ບໍ່​ແມ່ນສິ່ງ​ທີ່​ຜູ້​ອື່ນທານໃຫ້, ​ແຕ່​ແມ່ນ​ຍາດ​ມາ​ໄດ້​ໂດຍ​ຜ່ານ​ການ​ຕໍ່​ສູ້​ຢ່າງ​ບໍ່​ຢຸ​ດ​ຢັ້ງ. ພັກ​ໄດ້ກຳ​ເນີດ​ຂຶ້ນຈາກ​​ຄວາມ​ວຸ້ນ​ວາຍຢູ່​ພາຍ​ໃນ​ ແລະ​ ໄພ​ຄຸກ​ຄາມຈາກ​ພາຍນອກ ເຕີບ​ໃຫຍ່​ຂຶ້ນ​ທ່າມ​ກາງ​ຄວາມ​ທຸກ​ທໍ​ລະ​ມານ ແລະ ເຂັ້ມ​ແຂງຂຶ້ນ​ກ່າມ​ກາງ​ການ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຕ່າງໆ​ນາໆ, ເພື່ອ​ປະ​ຊາ​ຊົນ ເພື່ອ​ປະ​ເທດ​ຊາດ ເພື່ອ​ຊົນ​ຊາດ, ເພື່ອ​ອຸ​ດົມ​ການ ແລະ​ຄວາມ​ເຊື່ອ​ຖື, ບໍ່​ວ່າ​ສັດ​ຕູ​ຈະ​ເຂັ້ມ​ແຂງ​ປານ​ໃດ ເສັ້ນ​ທາງ​ຈະທຸ​ລະ​ກັນ​ດານປານ​ໃດ ​ສິ່​ງ​ທ້າ​ທາຍ​ຈະ​ຂ້ຽວ​ຂາດ​ປານ​ໃດ​ກໍ​ຕາມ, ພັກ​ກໍ​ບໍ່​ຢ້ານ​ກົວ​ເດັດ​ຂາດ, ບໍ່​ທໍ້​ຖອຍ​ເດັດ​ຂາດ, ບໍ່​ຢ້າ​ນ​ການ​ເສຍ​ສະຫຼະ​ຊີ​ວິດ ​ແລະ ບໍ່​ງໍ້​ງ່ຽງ​ຕໍ່​ອຸ​ປະ​ສັກ​ໃດໆ. ຂໍ​ພຽງ​ແຕ່​ພວກ​ເຮົາ​ກຳ​ແໜ້ນ​ຈຸດ​ພິ​ເສດ​ປະ​ຫວັດ​ສາດ​ຂອງ​ການ​ຕໍ່​ສູ້​ທີ່​ຍິ່ງ​ໃຫຍ່​ອັນ​ໃໝ່, ກຳ​ແໜ້ນ​ ແລະ ​ນຳ​ໃຊ້​ກາ​ລະ​ໂອ​ກາດ​ທາງ​ປະ​ຫວັດ​ສາດ​ໃຫ້​ດີ, ດຳ​ເນີນ​ງານ​ໃຫ້​ໄດ້​ຮັບ​ຜົນ​ດີ​ເລີ່ມ​ແຕ່​ຕອນ​ຕົ້ນ​​ດ້ວຍ​ຄວາມ​ເປັນ​ເຈົ້າ​ການ, ເຊີນ​ຊູ​ຈິດ​ໃຈ​ຕໍ່​ສູ້, ເສີມສ້າງ​ຄວາມ​ສາ​ມາດຕໍ່​ສູ້, ເຕົ້າ​ໂຮມ​ຈິດ​ໃຈ​  ແລະ ​ກຳ​ລັງ​ແຮງ​ຂອງ​ທົ່ວ​ພັກ​ ແລະ ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ, ກໍ​ຈະ​ສາ​ມາດ​ເອົາ​ຊະ​ນະຄວາມ​ສ່ຽ​ງ ​ແລະ ​ສິ່ງ​ທ້າ​ທາຍ​ຕ່າງໆ​ນາ​ນາ​ທີ່​ສາ​ມາດ​ຄາດ​ຄະ​ເນ​ໄດ້​ ແລະ ​ຍາກ​ທີ່​ຈະ​ຄາດ​ຄະ​ເນ​ໄດ້​ນັ້ນ​ຢ່າງ​ແນ່ນອນ.

9. ຍຶດໝັ້ນແນວໂຮມເອກະພາບ. ຄວາມສາ​ມັກ​ຄີ​ ກໍຄື​ພະ​ລັງ. ​ການ​ສ້າງ​ຕັ້ງແນວ​​ໂຮມ​ເອ​ກະ​ພາບທີ່ກວ້າງ​ຂວາງທີ່​ສຸດ​​ເປັນເຄັດ​ລັບທີ່​ສຳ​ຄັນ​ຂອງ​ພັກ​ໃນ​ການ​ເອົາ​ຊະ​ນະ​ສັດ​ຕູ, ທັງ​ເປັນ​ເຄັດ​ລັບ​ທີ່​ສຳ​ຄັນ​ຂອງ​ພັກ​ໃນ​ການ​ກຳ​ອຳ​ນາດ​ ແລະ ພັດ​ທະ​ນາປະ​ເທດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ. ພັກ​ໄດ້​ຍຶດ​ໝັ້ນ​ມະ​ຫາ​ສາ​ມັກ​ຄີ​ ແລະ ​ມະ​ຫາ​ສຳ​ພັນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ເຕົ້າ​ໂຮມ​ຄວາມສາ​ມັກ​ຄີ​ຂອງ​ກຳ​ລັງ​ທຸກ​ຝ່າຍ, ​ປຸກລະ​ດົມ​ປັດ​ໄຈ​​ທີ່​ຕັ້ງ​ໜ້າທຸກ​ຢ່າງ​ທີ່​ລະ​ດົມ​ໄດ້, ຊຸກ​ຍູ້​ຄວາມ​ກົມ​ກຽວ​ກັນ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ພັກ​ການ​ເມືອງ ການ​ພົວ​ພັນ​ລະ​ຫວ່າງ​ຊົນ​ເຜົ່າ ການ​ພົວ​ພັນ​ລະ​ຫວ່າງ​ສາ​ສະ​ໜາ ການ​ພົວ​ພັນ​ລະ​ຫວ່າງ​ຊັ້ນ​ຄົນ ​ການ​ພົວ​ພັນ​ລະ​ຫວ່າງ​ພີ່​ນ້ອງ​ຮ່ວມ​ຊາດ​ທັງ​ພາຍ​ໃນ​ ແລະ ​ຕ່າງ​ປະ​ເທດ, ​ເຕົ້າ​ໂຮມ​ກຳ​ລັງເພື່ອ​ບຸກ​ບືນ​ສູ້​ຊົນ​ຮ່ວມ​ກັນ​ໃຫ້​ຫຼາຍ​ທີ່​ສຸດ. ຂໍ​ພຽງ​ແຕ່​ພວກ​ເຮົາ​ຮັດ​ແໜ້ນ ​ແລະ ​ພັດ​ທະ​ນາ​ມະ​ຫາ​ສາ​ມັກ​ຄີ​ລະ​ຫວ່າງ​ຊົນ​ເຜົ່າ​ຕ່າງໆ ມະ​ຫາ​ສາ​ມັກ​ຄີ​ຂອງ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ຊາດ ​ແລະ ມະ​ຫາ​ສາ​ມັກ​ຄີ​ຂອງ​ລູກຫຼານ​ປະ​ຊ​າ​ຊາດ​ຈີນທຸກ​ຖ້ວນ​ໜ້າ,  ​ປູກ​ຈິດ​ສຳ​ນຶກປະ​ຊາ​ຄົມ​​ຊົນຊາດ​ຈີນ​ໃຫ້​ໝັ້​ນ​ຄົງ, ​ສ້າງ​ສະ​ພາບ​ການ​ທີ່​ມີ​ຊີ​ວິດ​ຊີ​ວາ​ທີ່​ລູກຫຼານປະ​ຊາ​ຊາດ​ຈີນ​ໃນ​ທົ່ວ​ໂລກ​ຄຶດ​ໃນ​ເລື່ອງ​ດຽວ​ກັນ ​ແລະ ​ອອກ​ແຮງ​ສູ່​ທິດ​ດຽວ​ກັນໃຫ້​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ​ມາແລ້ວ, ກໍ​ຈະ​ສາ​ມາດເຕົ້າ​ໂຮມ​ກຳ​ລັງ​ທີ່​ເຂັ້ມ​ແຂງ​​ຍິ່ງໃຫຍ່​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ໃນ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ຊົນ​ຊາດ​ຈີນ​ໄດ້​ຢ່າງ​ແນ່ນອນ.

10. ຍຶດໝັ້ນການປະຕິວັດໂດຍຕົນເອງ. ການກ້າ​ປະ​ຕິ​ວັດໂດຍ​​ຕົນ​ເອງ ເປັນ​ຂີດ​ໝາຍ​ອັນ​ພົ້ນ​ເດັ່ນ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ທີ່​ຕ່າງ​ກັບ​ພັກ​ການ​ເມືອງ​ອື່ນໆ. ຈິດ​ໃຈ​ປະ​ຕິ​ວັດ​ໂດຍ​ຕົນ​ເອງ ​ເປັນ​ເສົາ​ຄ້ຳ​ອັນ​ເຂັ້ມ​ແຂງຂອງ​ພັກ​ໃນ​ການ​ຮັກ​ສາ​ພະ​ລັງ​ຊີ​ວິດທີ່​ຄຶກ​ຄັກ​ຄະ​ນອງ. ພັກ​ການ​ເມືອງ​ລັດ​ທິ​ມາກ​ທີ່​ກ້າວ​ໜ້າ​ບໍ່​ແມ່ນ​ເກີດ​ຂຶ້ນມາຕາມ​ທຳ​ມະ​ຊາດ, ແຕ່​ແມ່ນ​ກຳ​ເນີດ​​ຂຶ້ນ​ຜ່ານ​ຈາກ​ການ​ຝຶກ​ຝົນຫຼໍ່ຫຼອມ​ດ້ວຍ​ການ​ປະ​ຕິ​ວັດ​ໂດຍ​ຕົນ​ເອງ​ຢ່າງ​ບໍ່​ຢຸດ​ຢັ້ງ. ເມື່ອ​ຜ່ານ​ຜ່າ​​ຂະ​ບວນ​ວິ​ວັດປະ​ຫວັດ​ສາດ​ເປັນ​ເວ​ລາ 100 ​ປີ, ພັກເຕັມ​ໄປ​ດ້ວຍພະ​ລັງ​ຊີ​ວິດຫຼາຍ​ຂຶ້ນກວ່າ​ເກົ່າ, ເຄັດ​ລັບ​ກໍ​ຄື​ການ​ຍຶດ​ໝັ້ນ​ສັດ​ຈະ​ທຳ ແລະ ດັດ​ແປງ​ຄວາມ​ຜິດຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ຄວາມ​ຍິ່ງ​ໃຫຍ່​ຂອງ​ພັກ​ບໍ່​ແມ່ນ​ຍ້ອນ​ວ່າ​ບໍ່​ມີ​ຄວາມ​ຜິດ​ພາດ, ແຕ່​ແມ່ນ​ຍ້ອນ​ວ່າ​ບໍ່​ເຄີຍຫຼົບຫຼີກ​ຄວາມ​ຜິດ​​ພາດ​ຈັກ​ເທື່ອ, ຍ້ອນ​ວ່າ ຕັ້ງ​ໜ້າ​ດຳ​ເນີນ​ການ​ຕຳ​ໜິ​ເຊິ່ງ​ກັນ​ແລະ​ກັນ ແລະ ​ຕຳ​ໜິ​ຕົນ​ເອງ, ກ້າ​ຜະ​ເຊີນ​ໜ້​າ​ກັບ​ບັນ​ຫາ ແລະ ກ້າ​ປະ​ຕິ​ວັດ​ໂດຍ​ຕົນ​ເອງ. ຂໍ​ພຽງ​ແຕ່​ພວກ​ເຮົາ​ຢຸດ​ຢັ້ງ​ທຸກ​ປັດ​ໄຈ​ທີ່​ສ້າງ​ຜົນ​ຮ້າຍ​ຕໍ່​ລັກ​ສະ​ນະ​ກ້າວ​ໜ້າ ແລະ ຄວາມ​ບໍ​ລິ​ສຸດຜຸດ​ຜ່ອງ​ຂອງ​ພັກ​ຢ່າງ​ບໍ່​ຢຸດ​ຢັ້ງ, ດັບ​ສູນ​ເຊື້ອ​ພະ​ຍາດ​ທັງ​ໝົດ​ທີ່​ສ້າງ​ຜົນ​ຮ້າຍ​ຕໍ່​ຄວາມ​ເຂັ້ມ​ແຂງ​ຂອງ​ພັກ​ຢ່າງ​ບໍ່​ຢຸດ​ຢັ້ງ, ກໍ​ຈະ​ສາ​ມາດຮັບ​ປະ​ກັນ​ໃຫ້​ພັກ​ບໍ່​ປ່ຽນ​ທາດ​ແທ້ ບໍ່​ປ່ຽນ​ສີ ແລະ ບໍ່​ປ່ຽ​ນ​ກິ່ນ​, ຮັບ​ປະ​ກັນ​ໃຫ້​ພັກ​ເປັນ​ແກນ​ນຳ​ທີ່​ເຂັ້ມ​ແຂງໃນ​ຂະ​ບວນ​ການ​ປະ​ຫວັດ​ສາດ​ທີ່​ຍຶດ​ໝັ້ນ ແລະ ພັດ​ທະ​ນາ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ຢ່າງ​ສະ​ເໝີ ຕົ້ນ​ສະ​ເໝີ​ປາຍໄດ້​ຢ່າງ​ແນ່ນອນ.

10 ດ້ານດັ່ງ​ກ່າວ​ນີ້​ ເປັນ​ບົດ​ຮຽນ​ອັນ​ປະ​ເສີດ​ທີ່​ສະ​ສົມ​ມາ​ໄດ້​ ໂດຍ​ຜ່ານ​ຈາກ​ພຶດ​ຕິ​ກຳ​ຕົວ​ຈິງ​ເປັນ​ໄລ​ຍະ​ຍາວ​ນານ, ເປັນ​ສົມ​ບັດ​ດ້ານ​ຈິດ​ໃຈ​ທີ່​ພັກ​ ແລະ ​ປະ​ຊາ​ຊົນ​ຮ່ວມ​ກັນ​ສ້າງ​ຂຶ້ນ, ຕ້ອງ​​ຖະ​ໜອມ​ຮັກ​ສາ​ຢ່າງ​ສຸດ​ຂີດ​ ແລະ ​ຍຶດ​ໝັ້ນ​ຢ່າງ​ຍາວ​ນານ ທັງ​ເສີມ​ຂະ​ຫຍາຍ​ໃຫ້​ອຸ​ດົມ​ສົມ​ບູນ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນການ​ປະ​ຕິ​ບັດ​ຕົວ​ຈິງ​ໃນ​ຍຸກ​ໃໝ່

 

VII“ພັກ​ກອມ​ມູ​ນິດ​ຈີນ​ໃນ​ຍຸກ​ໃໝ່”

 

ບໍ່ລືມ​ອຸ​ດົມ​ການ​ແຕ່​ຫົວ​ທີ ​ຈິ່ງ​ຈະ​ໄດ້​ຮັບ​ຜົນ​ສຳ​ເລັດ​ທີ່​ສຸດທ້າຍ. ພັກ​ກອມ​ມູ​ນິດ​ຈີນ​ມີ​ອຸ​ດົມ​ການ​ສ້າງ​ພາ​ລະ​ກິດ​ອັນ​ຍິ່ງ​ໃຫຍ່​ຖາ​ວອນ​ຂອງ​ຊົນ​ຊາດ​ຈີນ, ການ​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ 100 ​ປີ​ ພໍ​ດີ​ແມ່ນ​ໄລ​ຍະ​ທີ່​ດີ​ງາມ! ໃນ​ຮອບ 100 ​ປີ​ຜ່ານ​ມາ, ພັກ​ໄດ້​​ໃຫ້​ບົດຕອບ​ທີ່​ດີ​ງາມ​​ແກ່​ປະ​ຊາ​ຊົນ ແລະ ປະ​ຫວັດ​ສາດ. ປັດ​ຈຸ​ບັນ, ພັກ​ກອມ​ມູ​ນິດ​ຈີນ​ກໍ່ໄດ້​ສືບ​ຕໍ່ສາ​ມັກ​ຄີ ແລະ ນຳ​ພາ​ປະ​ຊາ​ຊົນ​ຈີນ​ເດີນ​​ຜ່ານ​ການ​ທົດ​ສອບ​ຂອງ​ໄລ​ຍະ​ທາງ ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ສູ້​ຊົນ​ຄົບ​ຮອບ 100 ​ປີ​ເຫດ​ການ​ທີສອງ. ຍຸກ​ສະ​ໄໝ​ເປັນ​ຜູ້​​ອອກ​ບົດ​ສອບ, ພວກ​ເຮົາ​ເປັນ​ຜູ້​ຕອບ​ບົດ​ສອ​ບ​, ປະ​ຊາ​ຊົນ​ເປັນ​ຜູ້ກວດ​ບົດ​ຕອບ. ພວກ​ເຮົາ​ຕ້ອງ​ສືບ​ຕໍ່​ເສັງ​ໃຫ້​ໄດ້​ຄະ​ແນນ​ດີ, ສະ​ແດງ​ໃຫ້​ເຫັນ​​ສະ​ພາບ​ການ​ໃໝ່ ​ແລະ ສ້າງ​ຜົນ​ງານ​ໃໝ່​ບົນ​ຂະ​ບວນ​ການ​ເດີນ​ທາງ​ຄັ້ງ​ໃໝ່​ໃນ​ຍຸກ​ໃໝ່.

ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ໄດ້​ວາງ​ແຜນ​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​​ແບ່ງ​ເປັນ​ສອງ​ໄລ​ຍະ​​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ສູ້​ຊົນ​ຄົບ​ຮອບ 100 ປີເຫດ​ການ​ທີ​ສອງຄື: ​ນັບແຕ່​ປີ 2020 ຮອດ​ປີ 2035, ໃຫ້​ບັນ​ລຸ​ການ​ຫັນ​ເປັນສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ​ໂດຍ​ພື້ນ​ຖານ​, ​ນັບແຕ່​ປີ 2035 ຮອດ​ກາງ​ສະ​ຕະ​ວັດນີ້, ​ເຮັດ​ສຳ​ເລັດ​ໃນ​ການສ້າງ​ປະ​ເທ​ດພວກ​ເຮົາ​ໃຫ້​ເປັນ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ​ເຂັ້ມ​ແຂງ​. ເມື່ອ​ຮອດ​ເວ​ລາ​ນັ້ນ, ຄວາມ​ສີ​ວິ​ໄລ​ດ້າ​ນ​ວັດ​ຖຸ ​ຄວາມສີ​ວິ​ໄລ​ດ້ານ​ການ​ເມືອງ ຄວາມສີ​ວິ​ໄລ​ດ້ານ​ຈິດ​ໃຈ ຄວາມສີ​ວິ​ໄລ​​ທາງ​ສັງ​ຄົມ ແລະ​​ ຄວາມສີ​ວິ​ໄລ​ດ້ານນິ​ເວດ​ຂອ​ງ​ປະ​ເທດພວກ​ເຮົາ​ ຈະໄດ້​ຍົກ​ລະ​ດັບ​ສູງ​ຂຶ້ນ​ຢ່າງ​ຮອບ​ດ້ານ, ​ຈະ​ບັນ​ລຸ​​ການ​ຫັນ​ເປັນ​ທັນ​ສະ​ໄໝ​​ດ້ານ​ລະ​ບົບ ແລະ ຄວາມ​ສາ​ມາດການ​ປົກ​ຄອງ​ບໍ​ລິ​ຫານ​ປະ​ເທດ, ກາຍ​ເປັນ​ປະ​ເທດ​ແຖວ​ໜ້າ​ໃນ​ດ້ານ​ກຳ​ລັງ​ແຮງ​ສັງ​ລວມ​ແຫ່ງ​ຊາດ​ ແລະ ​​ບົດ​ບາດອິດ​ທິ​ພົນ​ໃນ​ສາ​ກົນ, ທົ່ວ​ປວງ​ຊົນ​​ຈະໄດ້​ບັນ​ລຸ​ຄວາມ​ຮັ່ງ​ມີ​ຮ່ວມ​ກັນ​ໂດຍ​ພື້ນ​ຖານ, ປະ​ຊາ​ຊົນ​ປະ​ເທດ​​ພວກເຮົາ​ຈະ​ມີ​ຊີ​ວິດ​ທີ່​ມີ​ຄວາມ​ສຸກ ແລະ ຄວາມ​ສະ​ຫງົບຫຼາຍ​ກວ່າ​ເກົ່າ, ປະ​ຊາ​ຊາດ​ຈີນ​ຈະ​ຢືນ​ຢູ່​ທ່າມ​ກາງ​ຊົນ​ຊາດ​​ຕ່າງໆ​ໃນ​ໂລກ​ຢ່າງ​ສະ​ຫງ່າ​ຜ່າ​ເຜີຍກວ່າ​ເກົ່າ.

ທຸກມື້ນີ້, ພວກ​ເຮົາ​​ພວມ​ຫຍັບ​ເຂົ້າ​ໃກ້ ທັງ​​ມີ​ຄວາມ​ໝັ້ນ​ໃຈ ​ແລະ ​ຄວາມ​ສາ​ມາດ​ຫຼາຍກວ່າ​ໄລ​ຍະ​ໃດ​ໝົດ​ໃນປະ​ຫວັດ​ສາດ​ທີ່​ຜ່ານ​ມາ​ ທີ່​ຈະບັນ​ລຸ​ເປົ້າ​ໝາຍ​​ແຫ່ງການຟື້ນ​ຟູ​ຄວາມ​ຈ​ະ​ເລີນ​ຮຸ່ງ​ເຮືອງອັນ​ຍິ່ງ​ໃຫຍ່​ຂອງ​ຊົນ​ຊາດ​ຈີນ. ​ໃນຂະ​ນະ​ດຽວ​ກັນ, ທົ່ວ​ພັກ​ຕ້ອງ​ຮັບ​ຮູ້​ຢ່າງ​ຈະ​ແຈ້ງວ່າ: ການ​ຟື້ນຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ທີ່​ຍິ່ງ​ໃຫຍ່​ຂອງ​ປ​ະ​ຊາ​ຊາດ​ຈີນ​ ເດັດ​ຂາດ​ຈະ​ບໍ່​ແມ່ນ​ເປົ້າ​ໝາຍ​ທີ່​ສາ​ມາດ​ປາ​ກົດ​ຜົນເປັນ​ຈິງ​ໄດ້​ຢ່າງ​ງ່າຍ​ດາຍ, ບົນ​ເສັ້ນ​ທາງ​ທີ່​ກ້າວ​ໄປ​ໜ້າ ​ຍັງ​ຄົງ​ມີ​ຄວາມ​ສ່ຽ​ງ​ ແລະ ​ສິ່ງ​ທ້າ​ທາຍ​ຕ່າງໆ​ນາ​ນາ​ທີ່​ສາ​ມາດ​ຄາດ​ຄະ​ເນ​ໄດ້​ ແລະ ​ຍາກ​ທີ່​ຈະ​ຄາດ​ຄະ​ເນ​ໄດ້; ຕ້ອງ​ຮັບ​ຮູ້​ຢ່າງ​ຈະ​ແຈ້ງວ່າ, ປະ​ເທດ​ພວກ​ເຮົາ​ຍັງພວມ​ຢູ່​ໃນ ​ແລະ​ ຍັງ​ຈະ​ສືບ​ຕໍ່ຢູ່​​ໃນໄລ​ຍະ​ເບື້ອງ​ຕົ້ນ​ຂອງ​ສັງ​ຄົມ​ນິ​ຍົມເປັນ​ເວ​ລາ​ຍາວ​ນານ, ​ປະ​ເທດພວກ​ເຮົາ​ຍັງ​ຄົງ​ເປັນ​ປະ​ເທດ​ພວມ​ພັດ​ທະ​ນາ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ, ຄວາມ​ຂັດ​ແຍ້ງ​ຕົ້ນ​ຕໍ​ໃນ​ສັງ​ຄົມແມ່ນ ຄວາມ​ຂັດ​ແຍ້ງ​ລະ​ຫວ່າງຄວາມ​ຕ້ອງ​ການດ້າ​ນ​ຊີ​ວິດ​ການ​ເປັນ​ຢູ່​​ອັນ​ດີ​ງາມ​​ທີ່​ນັບ​ມື້​ນັບເພີ່ມ​ຂຶ້ນ ຂອງ​ປະ​ຊາ​ຊົນ ກັບ ການ​ພັດ​ທະ​ນາ​ທີ່​ບໍ່​​ດຸນ​ດ່ຽງ​ ແລະ ບໍ່ເຕັມ​ສ່ວນ. ທົ່ວ​ພັກ​ຕ້ອງ​ຈື່​ຈຳໃຫ້​ແໜ້ນ​ກ່ຽວ​ກັບບັນ​ຫາ​ພື້ນ​ຖານ​ທີ່​ວ່າ ພັກ​ກອມ​ມູ​ນິດ​ຈີນ​ແມ່ນ​ຫຍັງ ແລະ ຈະ​ເຮັດ​ຫຍັງ, ກຳ​ແໜ້ນ​ທ່ວງທ່າ​ຂະ​ຫຍາຍ​ລວມ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ປະ​ຫວັດ​ສາດ, ເດັດ​ດ່ຽວ​ອຸ​ດົມ​ການ ແລະ ຄວາມ​ເຊື່ອ​ຖື, ຈື່​ຈຳ​ອຸ​ດົມ​ການ​​ແຕ່​ຫົວ​ທີ ແລະ ​ພາ​ລະ​ກຳ,​ ເວ​ລາ​ໃດ​ກໍ​ຕ້ອງມີ​ຄວາມ​ຖະ​ໜອມ​ຖ່ອ​ມ​ຕົວ ສຸ​ຂຸມ​ຮອບ​ຄອບ ບໍ່​ອວດ​ອົ່ງ​ ບໍ່​ຟ້າ​ວ​ຟັ່ງ ແລະ ​ສູ້​ຊົນ​ຢ່າງ​ທໍ​ລະ​ຫົດ​ອົດ​ທົນ, ກະ​ຕຸ້ນ​ກຳ​ລັງ​ແຮງ​​ໃນ​ການ​ສູ້​ຊົນ​ກ້າວ​ໄປ​ໜ້າ​ຈາກ​ໄຊ​ຊະ​ນະ​ອັນ​ຍິ່ງ​ໃຫຍ່, ຖອດ​ຖອນ​ບົດ​ຮຽນ​ທາງ​ລົບ​ຈາກ​ຄວາມລົ້ມ​ເຫຼວ ແລະ ​ຄວາມ​ລະ​ອິດ​ລະ​ອ້ຽວໃນປ​ະ​ຫວັດ​ສາດ,  ບໍ່​ຢ້ານ​ກົວ​ຕໍ່​ຄວາມ​ສ່ຽງ​ໃດໆ, ບໍ່​ສັບ​ສົນ​ຍ້ອນ​ຖືກ​ສິ່ງ​ລົບ​ກວນ​ໃດໆ, ເດັດ​ຂາດ​ບໍ່​ເກີດ​ມີ​ຄວາມ​ຜິດ​ພາດ​ລັກ​ສະ​ນະ​ພິກ​ປິ້ນ​ໃນ​ບັນ​ຫາ​ຂັ້ນ​ພື້ນ​ຖານ, ບຸກ​ບືນ​ສູ້​ຊົນ ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ທີ່​ກຳ​ນົດ​ໄວ້​ດ້ວຍ​ຄວາມ​ອົດ​ທົນ​ຄື​ດັ່ງກອນ​ບູ​ຮານ​ຈີນ​ທີ່​ວ່າ “ຍຶດເກາະພູຂຽວໄວ້​ບໍ່ປ່ອຍວາງ”, ມີ​ສະ​ຕິ​ຕື່ນ​ຕົວຢ່າງ​ຈະ​ແຈ້ງ​ດັ່ງ​ຄຳ​ສຸ​ພາ​ສິດ​ຈີນ​ທີ່​ວ່າ “ເດີນ​ທາງ 100 ​​ລີ້, ສຳ​ເລັດ 90 ​ລີ້​ແລ້ວ​ກໍ​ຍັງ​ສ່ຳ​ວ່າ​ ຫາ​ກໍ​ຮອດ​ເຄິ່ງ​ທາງ” ເພື່ອຊຸກ​ຍູ້​ການ​ຟື້​ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ທີ່​ຍິ່ງ​ໃຫຍ່​ຂອງ​ປ​ະ​ຊາ​ຊາດ​ຈີນຢ່າງ​ບໍ່​ລົດ​ລະ.

ທົ່ວ​ພັກ​ຕ້ອງ​ຍຶດ​ໝັ້ນ​ລັດ​ທິ​ມາກ-ເລ​ນິນ ແນວ​ຄິດ​​ເໝົາເຈີ​ຕຸ່ງ ທິດ​ສະ​ດີ​ເຕີ້ງ​ສຽວ​​ພິງ ແນວຄິ​ດ​ສຳ​ຄັນ “3 ​ຕົວ​ແທນ” ແລະ ທັດ​ສະ​ນະພັດ​ທະ​ນາ​​ຕາມຫຼັກ​ວິ​ທະ​ຍາ​ສາດ, ຈັດ​ຕັ້ງ​ປະ​ຕິ​ບັດ​ແນວ​​ຄິດ​​​ສີ​ຈິ້ນ​ຜິງ​ ກ່ຽວ​ກັບສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່​ຢ່າງ​ຮອບ​ດ້ານ, ນຳ​ເອົາ​ຫຼັກ​ໝັ້ນ ທັດ​ສະ​ນະ ແລະ ວິ​ທີ​ຂອງລັດ​ທິ​ມາກ​​ມາ​ສັງ​ເກດ​ຍຸກ​ສະ​ໄໝ ກຳ​ແໜ້ນ​ຍຸກ​ສະ​ໄໝ ແລະ ນຳ​ພາ​ຍຸ​ກ​ສະ​ໄໝ, ລົງ​ເລິກ​ຄວາມ​ຮັບ​ຮູ້​ຕໍ່​ກົດ​ເກນ​ກຳ​ອຳ​ນາດ​ຂອງ​ພັກ​ກອມ​ມູ​ນິດ ກົດ​ເກນ​ການ​ສ້າງ​ສັງ​ຄົມ​ນິ​ຍົມ​ ແລະ​ ກົດ​ເກນ​ການ​ພັດ​ທະ​ນາ​ສັງ​ຄົມ​ມະ​ນຸດ​ຢ່າງ​ບໍ່​ຢຸດ​ຢັ້ງ. ຕ້ອງຍຶດ​ໝັ້ນ​ທິດ​ສະ​ດີ​ພື້ນ​ຖານ ແນວ​ທາງ​ພື້ນ​ຖານ ​ແລະ​ ຍຸດ​ທະ​ສາດ​ພື້ນ​ຖານ​ຂອງ​ພັກ, ເພີ່ມທະວີ “4 ສະຕິ”, ຍຶດໝັ້ນ ​“4 ຄວາມໝັ້ນໃຈຕົນເອງ”​, ປະຕິບັດ “2 ປົກ​ປັກ​ຮັກ​ສາ”, ຍຶດໝັ້ນທັດສະນະຄວາມເປັນລະບົບ, ຊຸ້​ກ​ຍູ້ແຜນ​ຍຸດ​ທ​ະ​ສາດ​ລວມ “​ການ​ພັດ​ທະ​ນາ​ພາ​ລະ​ກິດ 5 ດ້ານ​ຢ່າງ​ເປັນ​ເອ​ກະ​ພາບ​ກັນ”​, ຊຸ້ກ​ຍູ້ແຜນຍຸດ​ທະ​ສາດ “4 ຮອບ​ດ້ານ”​​ ໃຫ້​ສາ​ມາດ​ປະ​ສານ​ສົມ​ທົບ​ກັນ, ເລີ່ມ​ຕົ້ນ​ຈາກ​ໄລ​ຍະ​ພັດ​ທະ​ນາ​ອັນ​ໃໝ່, ຈັດ​ຕັ້ງ​ປະ​ຕິ​ບັດ​ແນວ​ຄວາມ​ຄິດການ​ພັດ​ທະ​ນາ​ອັນ​ໃໝ່, ສ້າງ​ສະ​ພາບກ​ານ​ພັດ​ທະ​ນາ​ອັນໃໝ່, ຊຸ​ກ​ຍູ້​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ລົງ​ເລິກ​ການ​ປະ​ຕິ​ຮູບ​ ແລະ ​ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ຮອບ​ດ້ານ, ຊຸກ​ຍູ້​ຄວາມ​ຮັ່ງ​ມີ​ຮ່ວມ​ກັນ, ຊຸກ​ຍູ້​ການ​ເພິ່ງ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມ​ແຂງດ້ວຍ​ຕົນ​ເອງ​ໃນ​ດ້ານວິ​ທະ​ຍາ​ສາດ-​ເຕັກ​ໂນ​ໂລ​ຊີ, ​ພັດ​ທະ​ນາ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ໃນ​ທົ່ວ​​ຂັ້ນ​ຕອນ, ຮັບ​ປະ​ກັນ​ໃຫ້​ປະ​ຊາ​ຊົນ​ເປັນ​ເຈົ້າ​ຂອງ​ປະ​ເທດ​ຊາດ, ຍຶດ​ໝັ້ນການ​ປົກ​ຄອງ​ປະ​ເທດ​ຕາມ​ກົດ​ໝາຍຢ່າງ​ຮອບ​ດ້ານ, ຍຶດ​ໝັ້ນ​​ລະ​ບົບຄ່າ​ນິ​ຍົມຕົ້ນ​ຕໍສັງ​ຄົມ​ນິ​ຍົມ, ຍຶດ​ໝັ້ນ​ການ​ຮັບ​ປະ​ກັນ ແລະ ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່ຂອງ​ປະ​ຊາ​ຊົນ​ໃນ​ຂະ​ບວນ​ການ​ພັດ​ທະ​ນາ, ຍຶດ​ໝັ້ນ​​ການ​ເຮັດໃຫ້​ມະ​ນຸດ  ແລະ ​ທຳ​ມະ​ຊາດ​ຢູ່​ຮ່ວມ​ກັນ​ຢ່າງ​ກົມ​ກຽວ​, ປະ​ສົມ​ປະ​ສານ​ການ​ພັດ​ທະ​ນາ​ກັບ​ຄວາມ​ໝັ້ນ​ຄົງ ​ໃຫ້​ເປັນ​ເອ​ກະ​ພາບ​ກັນ, ເລັ່ງ​ລັດ​ການ​ສ້າງ​ການ​ປ້ອງ​ກັນ​ປະ​ເທດ ແລະ​​ ກອງ​ທັບ​ໃຫ້​ທັນ​ສະ​ໄໝ, ຮ່ວມ​ກັນ​ຊຸກ​ຍູ້​ໃຫ້​ປະ​ຊາ​ຊົນ​ຮັ່ງ​ມີຂຶ້ນ ປະ​ເທດ​ເຂັ້ມ​ແຂງ ແລະ ​ດິນ​ແດນສວຍ​ງາມ.

ທົ່ວ​ພັກ​ຕ້ອງຮັດ​ແໜ້ນ​ການພົວ​ພັນ​ກັບ​ປະ​ຊາ​ຊົນ​ແບບ​ກາຍ​​ອິນ​ຊີ​ຕະ​ຫຼອດ​ໄປ, ຍຶດ​ໝັ້ນ​ໃນຫຼັກ​ໝັ້ນ ປະ​ຊາ​ຊົນ, ຍຶ​ດ​ໝັ້ນຖາ​ນະ​ທີ່​ເປັນ​​ພາກ​ສ່ວນຫຼັກ​ຂອງ​ປະ​ຊາ​ຊົນ, ເຄົາ​ລົບ​ນັບ​ຖື​ຈິດ​ໃຈ​ປະ​​ດິດສ້າງ​ ຂອງ​ປະ​ຊາ​ຊົນ, ປະ​ຕິ​ບັດ​ຕາມ​ແນວ​ຄິດ​ການ​ພັດ​ທະ​ນາ​ທີ່​ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ,ປົກປັກ​ຮັກ​ສາ​ຄວາມ​ເປັນ​ທຳ ແລະ​ ຄວາມຍຸ​ຕິ​ທຳ​​ທາງ​ສັງ​ຄົມ​, ສຸມ​ໃສ່​ແກ້​ໄຂ​ບັນ​ຫາ​ການ​ພັດ​ທະ​ນາ​ທີ່​ບໍ່​ດຸນ​ດ່ຽງ​ກັນ ບໍ່​ເຕັມ​ສ່ວນ  ແລະ​ ບັນ​ຫາ​ທີ່​ປະ​ຊາ​ຊົນ​ມີ​ຄວາມ​ເດືອດ​ຮ້ອນ, ເຮັດ​ໃຫ້​ຜົນ​ປະ​ໂຫຍດ​ພື້ນ​ຖານ​ຂອງ​ປະ​ຊາ​ຊົນ​ອັນ​ໄພ​ສານ​ທີ່​ສຸດ​ໄດ້​ປາ​ກົດ​ຜົນ​ເປັນ​ຈິງໃຫ້​ດີ​ ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ​ໃຫ້​ດີ ​ແລະ​ ໄດ້​ຮັບ​ການພັດ​ທະ​ນາ​ໃຫ້​ດີ​ຢ່າງ​ບໍ່​ຢຸດຢັ້ງ, ສາ​ມັກ​ຄີ​ ແລະ ​ນຳ​ພາ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ໃນ​ທົ່ວ​ປະ​ເທດ​ສູ້​ຊົນ​ເພື່ອ​ຊີ​ວິດ​ທີ່​ດີ​ງາມ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທົ່ວ​ພັກ​ຕ້ອງຈື່​ຈຳຄຳ​ບູ​ຮານ​ທີ່​ວ່າ “ລອດ​ຕົວ​ຍ້ອນ​ມີ​ສະ​ຕິ​ລະ​ວັງ​ຕົວ, ຕາຍ​ຍ້ອນ​ຫຼົງ​ໄຫຼນຳຄວາມ​ສະ​ໜຸກ”, ຕ້ອງ​ມີສະ​ຕິ​ຫ່ວງ​ໃຍ​ເຖິງ​ໄລ​ຍະ​ຍາວ​​ໄກ, ຍາມ​ສະ​ຫງົບກໍ​ຕ້ອງ​ຄຳ​ນຶງ​ເຖິງ​ໄພ, ສືບ​ຕໍ່​ຊຸກ​ຍູ້​ໂຄງ​ການ​ຍິ່ງ​ໃຫຍ່​ອັນ​ໃໝ່​ໃນ​ການ​ກໍ່​ສ້າງ​ພັກ​ໃນ​ຍຸກ​ໃໝ່, ຍຶດ​ໝັ້ນ​ໃນ​ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ຮອບ​ດ້ານ, ຍຶດ​ໝັ້ນ​ໃນ​ການ​ຊຸກ​ຍູ້​ການ​ກໍ່​ສ້າງ​ແບບ​ແຜນ​ຂອງ​ພັກ​ໃຫ້​ປອດ​ໃສ​ຂາວ​ສະ​ອາດ​ ແລະ ​ການ​ຕໍ່​ສູ້​ຕ້ານ​ການ​ສໍ້​ລາດບັງຫຼວງ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ. ກ້າ​ຜະ​ເຊີນ​ໜ້າ​ກັບການທົດ​ສອບ​ຕໍ່​ພັກ ​ໃນ​ດ້ານ ການ​ກຳ​ອຳ​ນາດ​ຢ່າງ​ຍາວ​ນານ ການ​ທົດ​ສອບ​ດ້ານການ​ປະ​ຕິ​ຮູບ​ ແລະ​ ເປີດ​ປ​ະ​ຕູ​ສູ່​ພາຍນອກ ການ​ທົດ​ສອບ​ດ້ານເສດ​ຖະ​ກິດ​ຕະຫຼາດ ແລະ ການ​ທົດ​ສອບ​ດ້ານ​ສະ​ພາບ​ແວດ​ລ້ອມ​ພາຍນອກ, ເດັດ​ດ່ຽວ​ເອົາ​ຊະ​ນະ​​ຄວາມ​ອັນ​ຕະ​ລາຍ​ທີ່​ບັ່ນ​ທອນຈິດ​ໃຈ ​ຄວາມ​ສາ​ມາດ​ບໍ່​ພຽງ​ພໍ ​ຫ່າງ​ເຫີນ​ຈາກ​ປະ​ຊາ​ຊົນ ​​ຫຍໍ້​ທໍ້ ແລະ ​ສໍ້​ລາດ​ບັງຫຼວງ. ຕ້ອງ​ຮັກ​ສາ​ຈິດ​ໃຈ​ກ້າ​ແກ່ນ​ແບບ​ວິ​ລະ​ຊົນ​ທີ່​ຍິ່ງ​ພົບ​ຄ​ວາມ​ຫຍຸ້​ງ​ຍາກ​ຄວາມ​ອັນ​ຕະ​ລາຍ​ຍິ່ງ​ບຸກບືນ​ກ້າວ​ໄປ​ໜ້າ, ກ້າຕໍ່​ສູ້, ຮູ້​ວິ​ທີ​ຕໍ່​ສູ້​, ພົບ​ບັນ​ຫາ​ອັນ​ໃດ ແກ້​ບັນ​ຫາ​ອັນ​ນັ້ນ, ເຮັດ​ໃຫ້​ໄດ້​ເຖິງ​ຂັ້ນ​ວ່າ ຫຍຸ້ງ​ຍາກ​ແນວ​ໃດ​ກໍ​ຜ່ານ​ຜ່າ​ໄດ້, ກົດ​ດັນ​ແນວ​ໃດ​ກໍ​ສູ້​ທົນ​ໄດ້, ຊຸກ​ຍູ້​ພາ​ລະ​ກິດການ​ສ້າງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃຫ້​ພັດ​ທະ​ນາ​ກ້າວ​ໄປ​ໜ້າ​ຢ່າງ​ສະ​ຫງ່າ​ຜ່າ​ເຜີຍ.

ການ​ພັດ​ທະ​ນາພາ​ລະ​ກິດ​ຂອງ​ພັກ​ ແລະ ​ປະ​ຊາ​ຊົນ ຕ້ອງ​ການຊາວ​ພັກ​ກອມ​ມູ​ນິດ​ຈີນ​ແຕ່​ລະ​ເຊັ່ນ​ຄົນ​ສູ້​ຊົນ​ຢ່າງ​ຕໍ່​ເນື່ອງ, ຕ້ອງ​ພັດ​ທະ​ນາ​​ວຽກ​ງານ​ກໍ່​ສ້າງ​ຜູ້​ສືບ​ທອດ ເຊິ່ງ​ເປັນ​ວຽກ​ງານ​ສຳ​ຄັນ​ຂັ້ນ​ພື້​ນ​ຖານ​ນັ້ນ​ໃຫ້​ດີ. ​ຕ້ອງຍຶ​ດ​ໝັ້ນ​ໃນ​ການ​ສຶກ​ສາ​ອົບ​ຮົມຄົນ​ດ້ວຍ​ແນວ​ຄິດ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່, ເຕົ້າ​ໂຮມ​ກຳ​ລັງ​ຈິດ​ໃຈ​ຄົນ​ດ້ວຍ​ອຸ​ດົມ​ການ​ ແລະ ​ຄວາມ​ເຊື່ອ​ຖື​ຂອງ​ພັກ, ບຳ​ລຸງ​ສ້າງ​ຄົນ​ດ້ວຍຄ່າ​ນິ​ຍົມ​ຕົ້ນ​ຕໍ​ສັງ​ຄົມ​ນິ​ຍົມ, ກະ​ຕຸ້ນ​ກຳ​ລັງ​ໃຈ​ຄົນ​ດ້ວຍພາ​ລະ​ກຳ​ປ​ະ​ຫວັດ​ສາດ​​ແຫ່ງ​ການ​ຟື້​ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ປະ​ຊາ​ຊາດ​ຈີນ, ບຳ​ລຸງ​ສ້າງ​ຜູ້​ສືບ​ທອດ​ທີ່​ສາ​ມາດ​ແບກ​ຫາບ​ໜ້າ​ທີ່​​ຍຸກ​ສະ​ໄໝອັນ​ໜັກ​ໜ່ວງ​ເປັນ​ຈຳ​ນວນຫຼວງຫຼາຍ. ຕ້ອງບຳ​ລຸງ​ສ້າງ​ ແລະ ​ຄັ​ດ​ເລືອກ​ພະ​ນັກ​ງານວິ​ຊາ​ການ​ທີ່​ມີ​​ຄຸນ​ສົມ​ບັດ ​ແລະ ​ຄວາມຮູ້​ຄວາມ​ສາ​ມາດ​ສູງ ຈົງ​ຮັກ​ພັກ​ດີ ບໍ​ລິ​ສຸດ​ຜຸດ​ຜ່ອງ​ ແລະ ກ້າ​ແບກ​ຫາບ​ຄວາມ​ຮັບ​ຜິດ​ຊອບ ​ໂດຍ​ສະ​ເພາະ​ແມ່ນ​ພະ​ນັກ​ງານ​ໜຸ່ມ​ທີ່​ດີ​ເດັ່​ນ​ຢ່າງ​ບໍ່ຢຸດ​ຢັ້ງ, ສຶກ​ສາ​ອົບ​ຮົມ ​ແລະ ​ຊັກ​ນຳ​ໃຫ້​ສະ​ມາ​ຊິກພັກ ແລະ ພະ​ນັກ​ງານ​ອັນ​ໄພ​ສານ​ມີ​ສະ​ຕິຕື່ນ​ຕົວ​ໃນ​ການ​ເປັນ​ຜູ້​ເຊື່ອ​ຖື​ຢ່າງ​ເດັດ​ດ່ຽວ​ ແລະ ​ຜູ້​ຈົງ​ຮັກ​ພັກ​ດີ​ໃນ​ການ​ປະ​ຕິ​ບັດ​ຕົວ​ຈິງ​ຕາມ​ແນວ​ຄິດ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່,  ຈື່​ຈຳ​ເຫດ​ຜົນ​ທີ່​ວ່າ “ມີແຕ່ເວົ້າບໍ່ເຮັດ ຈະເຮັດໃຫ້ຊາດເສຍຫາຍ, ເຮັດແທ້ທຳຈິງ ຊາດຈິ່ງຈະເລີນ​”, ມີນ້ຳ​ໃຈຮັກ​ປະ​ເທດ​ຊາດ​ບ້ານ​ເມືອງ​ໂດຍບໍ່​ເຮັດ​ໃຫ້​ປະ​ຊາ​ຊົນ​ຜິດ​ຫວັງ, ສະ​ແຫວງ​ຫາ​ແນວ​ຄິດ​ຈິດ​ໃຈ​ທີ່​ສູງ​ສົ່ງ, ເສີມ​ສ້າງ​ຄວາມ​ສາ​ມາດ​ໃນ​​ການ​ແບກ​ຫາບ​ພາ​ລະ​ກຳ​ໃຫ້​ເຂັ້ມ​ແຂງ. ຕ້ອງ​ຮັບ​ເອົາ​ຜູ້​ກ້າວ​ໜ້າ​ ໂດຍ​ສະ​ເພາະ​ແມ່ນ​ຊາວ​ໜຸ່ມ​ທີ່ດີ​ເດັ່ນ​ຈາກ​ຝ່າຍ​ຕ່າງໆ​ໃຫ້​ເປັນ​ສະ​ມ​າ​ຊິກ​ພັກ​ຢ່າງ​ບໍ່​ຢຸດ​ຢັ້ງ, ສຶກ​ສາ​ອົ​ບ​ຮົມ​ ແລະ ​​ຊັກ​​ນຳ​ສະ​ມາ​ຊິກ​ພັກ​ຜູ້​ໜຸ່ມ​ແໜ້ນຖື​ຄັນ​ທຸງ​ຂອງ​ພັກ​ເປັນ​ຄັນ​ທຸງຂອງ​ຕົນ, ຖື​ທິດ​ທາງ​ຂອງ​ພັກ​ເປັນ​ທິດ​ທາງ​ຂອງ​ຕົນ, ຖື​ຄວາມ​ປາ​ຖະ​ໜາ​ຂອງ​ພັກ​ເປັນ​ຄວາມ​ປາ​ຖະ​ໜາ​ຂອງ​ຕົນ, ສືບ​ທອດ​ຈິດ​ໃຈ​ປະ​ຕິ​ວັດ, ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ທີ່​ດີ​ງາມ​ຂອງ​ພັກ, ຜ່ານ​ຜ່າ​ຟ້າ​ຝົນ​ລົມ​ແດງ, ເພີ່ມ​ປະ​ສົບ​ການ, ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ, ເພີ່ມ​ຄວາມ​ສາ​ມາດ​ທ່າມ​ກາງ​ການ​ຕໍ່​ສູ້. ຕ້ອງ​ບຳ​ລຸງ​ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ທີ່​ດີ​ເດັ່ນ​ທີ່​ຮັກ​ຊາດ ຍອມອຸ​ທິດ​ຕົນ ແລະ ກ້າ​ປະ​ດິດ​ສ້າງ​ໃໝ່ຢ່າງ​ບໍ່​ຢຸດ​ຢັ້ງ, ຮັກ​ແພງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ຢ່າງ​ຈິງ​ໃຈ, ເອົາ​ໃຈ​ໃສ່​ບຳ​ລຸງ​ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາ​ມ​ສາ​ມາດ, ນຳ​ໃຊ້​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ຢ່າງ​ຕັ້​ງ​ໜ້າ​ຕັ້ງ​ຕາ, ເຕົ້າ​ໂຮມ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ທີ່​ດີ​ເດັ່ນ​ໃນ​ດ້ານ​ຕ່າງໆ​ເຂົ້າ​ສູ່​ການ​ຕໍ່​ສູ້​ທີ່​ຍິ່ງ​ໃຫຍ່​ຂອງ​ພັກ ​ແລະ ​ປະ​ຊາ​ຊົນ.

ສູນ​ກາງ​ພັກ​ໄດ້​ຮຽກ​ຮ້ອງ​ໃຫ້​ທົ່ວ​ພັກ ​ທົ່ວ​ກອງ​ທັບ ​ແລະ ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ທົ່ວ​ປະ​ເທດ ​ຕ້ອງ​ສາ​ມັກ​ຄີ​ຢ່າງ​ແໜ້ນ​ແຟ້ນ​ກວ່າ​ເກົ່າ​ຢູ່​ອ້ອມ​ຂ້າງ​ສູນ​ກາງ​ພັກ​ທີ່​ມີ​ສະ​ຫາຍ​ ສີ​ຈິ້ນ​ຜິງ ​ເປັນ​ແກນ​ກາງ, ຈັດ​ຕັ້ງ​ປະ​ຕິ​ບັດ​ແນວ​ຄິດ​ສີ​ຈິ້​ນ​ຜິງ​ ກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່​ຢ່າງ​ຮອບ​ດ້ານ, ອອກ​ແຮງ​ເຊີດ​ຊູ​ຈິດ​ໃຈ​ສ້າງ​ຕັ້ງ​ພັກ​ອັນ​ຍິ່ງ​ໃຫຍ່, ຢ່າ​ລືມ​ຄວາມ​ຍາກ​ເຂັນ ແລະ ​ຄວາມ​ສະ​ຫງ່າ​ລາ​ສີ​ໃນ​ອະ​ດີດ, ​ສົມ​ກຽດ​ຕໍ່​ການແບກ​ຫາ​ບພາ​ລະ​ກຳ​​ໃນ​ທຸກ​ມື້​ນີ້, ເຮັດ​ໃຫ້​ຄວາມ​ໃຝ່​ຝັນ​ທີ່​ຍິ່ງ​ໃຫຍ່​ປາ​ກົດ​ຜົນ​ເປັນ​ຈິງ​ໃນ​ອະ​ນາ​ຄົດ, ຖື​ປະ​ຫວັດ​ສາດ​ເປັນ​ແວ່ນ​ແຍງ, ບຸກ​ເບີກ​ອະ​ນາ​ຄົດ, ເຮັດ​ວຽກ​ຢ່າງ​ຫ້າວ​ຫັນ​ອົດ​ທົນ, ກ້າວ​ເດີນ​ໄປ​ໜ້າ​ຢ່າງ​ກ້າ​ຫານ, ບຸກ​ບືນສູ້​ຊົນ​ຢ່າງ​ບໍ່​ລົດ​ລະ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ສູ້​ຊົນ​ຄົບ​ຮອບ 100 ​ປີ​ເຫດ ການ​ທີສອງ, ເພື່ອ​ບັນ​ລຸ​ຄວາມ​ໃຝ່​ຝັນ​ຂອງ​ຈີນ​ໃນ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ທີ່​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ. ພວກ​ເຮົາ​ເຊື່ອ​ໝັ້ນ​ວ່າ, ພັກ​ກອມ​ມູ​ນິດ​ຈີນ​ ແລະ ​ປະ​ຊາ​ຊົນ​ຈີນ​ທີ່​ໄດ້​ຮັບ​​ໄຊ​ຊະ​ນະ ​ແລະ ກຽດ​ສະ​ຫງ່າ​ທີ່​ຍິ່ງ​ໃຫຍ່​ໃນ​ຮອບ 100 ​ປີ​ຜ່ານ​ມາ​ນັ້ນ ຍ່ອມ​ຈະໄດ້ໄຊ​ຊະ​ນະ​ ແລະ​ ກຽດສະ​ຫງ່າ​ທີ່​ຍິ່ງ​ໃຫຍ່ກວ່າ​ເ​ກົ່າ​ໃນ​​ຂະ​ບວນ​ການ​ເດີນ​ທາງ​ຄັ້ງ​ໃໝ່​ໃນ​ຍຸກ​ໃໝ່ຢ່າງ​ແນ່ນອນ.

 

 

ຄຳ​ເຫັນ

0