吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ອຳ​ນວນ​ການ​ໃຫຍ່​ອົງ​ການພະ​ລັງ​ງານ​​ປະ​ລະ​ມາ​ນູ​ສາ​ກົນ​ຈະ​ຢ້ຽນ​ຢາມ​ອີ​ຣານ​ໃນ​ໄວໆ​ນີ້

2021-11-16 12:11:54 cri

  ຜູ້​ອຳ​ນວນ​ການ​ໃຫຍ່​ອົງ​ການພະ​ລັງ​ງານ​​ປະ​ລະ​ມາ​ນູ​ສາ​ກົນ​ຈະ​ຢ້ຽນ​ຢາມ​ອີ​ຣານ​ໃນ​ໄວໆ​ນີ້_fororder_1637020217811_415

    ວັນ​ທີ 15  ພະ​ຈິກ​ນີ້,  ທ່ານ ຊາ​ອິດ ຄາ​ຕິບ​ຊາ​ເດ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ​ກ່າວ​ວ່າ:  ທ່ານ​ຣາ​ເຟວ ມາ​ຣີ​ອາໂນ ໂກຼ​ຊີ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການພະ​ລັງ​ງານ​​ປະ​ລະ​ມາ​ນູ​ສາ​ກົນ​ຈະ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ອີ​ຣານ​ໃນ​ໄວໆ​ນີ້.

    ທ່ານ ຊາ​ອິດ ຄາ​ຕິບ​ຊາ​ເດກ່າວ​ວ່າ, ​ສາຍ​ພົວ​ພັນ​ດ້ານ​ເຕັກ​ນິກ​ລະ​​ຫວ່າງອີ​ຣານ ແລະ​ອົງ​ກາ​ນ​​ພະ​ລັງ​ງານປະ​ລາ​ມາ​ນູ​ສາ​ກົນ​ໄດ້​ພັດ​ທະ​ນາ​ໄປ​ຕາມ​​ທິດ​ທາງທີ່​ດີ.

    ເດືອນ​ກຸມ​ພາ​ປີ​ນີ້, ອີ​ຣານ ແລະ​ອົງ​ກາ​ນ​​ພະ​ລັງ​ງານປະ​ລາ​ມາ​ນູ​ສາ​ກົນ​ໄດ້​ບັນ​ລຸ​ສັນ​ຍາ​ວ່າ​ດ້ວຍ​ເຕັກ​ນິກ​ສະ​ບັບ​ຊົ່ວ​ຄາວ​ທີ່​ມີ​ເວ​ລາ​ກຳ​ນົດ​ 3 ເດືອນ, ເຊິ່ງ​ໄດ້​ໝົດ​​ເວ​ລາ​ກຳ​ນົດ​ຂອງສັນ​ຍາ​ໃນ​ວັນ​ທີ 22 ພຶ​ດ​ສະ​ພາ​ປີ​ນີ້, ອີ​ຣານ​ໄດ້​ຕົກ​ລົງ​ແກ່​ຍາວ​ເວ​ລາ​ກຳ​ນົດ​ຂອງ​ສັນ​ຍາ​ສະ​ບັບ​ດັ່ງ​ກ່າວ​ອອກ​ໄປ​ອີກ​ໜຶ່ງ​ເດືອນ. ອີງ​ຕາມ​ສັນ​ຍາ​ສະ​ບັບ​ດັ່ງ​ກ່າວ, ອົງ​ການ​​ພະ​ລັງ​ງານປະ​ລະ​ມາ​ນູ​ສາ​ກົນ​ໄດ້​ຕິ​ດ​ຕັ້ງ​ກ້ອງວົງ​ຈອນ​ປິດ​ໃນ​​ສິ່ງ​ກໍ່​ສ້າງ​ນິວ​ເຄຼຍ​ຂອງ​ອີ​ຣານ​ເພື່ອ​ດຳ​ເນີນ​ການ​ຕິດ​ຕາມກວດ​ກາ​ທີ່​ຈຳ​ເປັນ, ອີ​ຣາ​ນ​ຈະ​ເກັບ​ຮັກ​ສາ​ຂໍ້​ມູນ​ໃນ​ວິ​ດີ​ໂອ​ທີ່​ຕິດ​ຕາມກວດ​ກາ​​ສິ່ງ​ກໍ່​ສ້າງນິວ​ເຄຼຍ​ສ່ວນ​ໜຶ່ງ. ຖ້າ​ວ່າ​ອາ​ເມ​ຣິ​ກາ​ຍົກ​ເລີກ​ການ​ຂວ້ຳ​ບາດ​ອີ​ຣານ, ອີ​ຣານ​​ຈຶ່ງຈະ​ຍື່ນ​ຂໍ້​ມູນ​ເຫລົ່າ​ນີ້​ໃຫ້​ແກ່​ອົງ​ການພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ.

 

ຄຳ​ເຫັນ

0