黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເວທີປຶກສາຫາລືການພັດທະນາເຂດຊິ່ນຈ່ຽງຈີນ 2021 ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ

2021-11-16 10:38:24 CRI

ເວທີປຶກສາຫາລືການພັດທະນາເຂດຊິ່ນຈ່ຽງຈີນ 2021 ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ_fororder_webwxgetmsgimg (23)

ເວທີປຶກສາຫາລືການພັດທະນາເຂດຊິ່ນຈ່ຽງຈີນ 2021 ທີ່ຮ່ວມກັນຈັດຂຶ້ນໂດຍຫ້ອງການຖະແຫຼງຂ່າວຄະນະລັດຖະບານຈີນ ແລະ ອຳນາດການປົກຄອງເຂດປົກຄອງຕົນເອງອຸຍເກີຊິ່ນຈ່ຽງ ໄດ້ຈັດຂຶ້ນໃນວັນທີ 15 ພະຈິກນີ້ຢູ່ນະຄອນຫຼວງປັກກິ່ງ ໂດຍມີຜູ້ແທນຈີນ ພ້ອມດ້ວຍຜູ້ແທນຈາກ 30 ກວ່າປະເທດແລະອົງການຈັດຕັ້ງສາກົນ ເຊັ່ນ: ລາວ ແລະ ອັກຊັງຕິນເປັນຕົ້ນເຂົ້າຮ່ວມ. ຜູ້ເຂົ້າຮ່ວມກອງປະຊຸມໄດ້ຕີລາຄາຢ່າງຕັ້ງໜ້າຕໍ່ໝາກຜົນຄັ້ງປະຫວັດສາດໃນພາລະກິດພັດທະນາໃນທຸກຂົງເຂດທີ່ເຂດຊິ່ນຈ່ຽງຍາດມາໄດ້ນັບຕັ້ງແຕ່ກອງປະຊຸມຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ ພ້ອມທັງໄດ້ປະກອບຄຳຄິດຄຳເຫັນກ່ຽວກັບການຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງຢູ່ເຂດຊິ່ນຈ່ຽງ ກໍຄື “ໜຶ່ງແລວໜຶ່ງເສັ້ນທາງ”.

ປີ 2015, ລັດຖະບານຈີນໄດ້ເຜີຍແຜ່ວິໄສທັດແລະແຜນປະຕິບັດງານເພື່ອຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໂດຍໄດ້ກຳນົດຢ່າງຈະແຈ້ງວ່າຈະສ້າງເຂດຊິ່ນຈ່ຽງໃຫ້ເປັນເຂດໃຈກາງຂອງແລວເສດຖະກິດເສັ້ນທາງສາຍໄໝ. ປັດຈຸບັນນີ້, ເຂດຊິ່ນຈ່ຽງໄດ້ກາຍເປັນຊ່ອງທາງທີ່ສຳຄັນຂອງການແລກປ່ຽນການໄປມາຫາສູ່ກັນລະຫວ່າງປະເທດລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ”, ເສດຖະກິດຂອງຊິ່ນຈ່ຽງໄດ້ພັດທະນາຢ່າງວ່ອງໄວ, ສັງຄົມມີຄວາມສະຫງົບເປັນເວລາດົນນານ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງໃຫ້ດີຂຶ້ນເລື້ອຍໆ, ປະຊາກອນຜູ້ທຸກຍາກຕາມມາດຕະຖານໃນປັດຈຸບັນ ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກທັງໝົດ, ການຮັບປະກັນສິດທິມະນຸດກໍໄດ້ຮັບໝາກຜົນຢ່າງພົ້ນເດັ່ນ.

ໂດຍແນໃສ່ກໍລະນີທີ່ບາງປະເທດຕາເວັນຕົກປັ້ນແຕ່ງຂ່າວເພື່ອທຳລາຍຊື່ສຽງຂອງເຂດຊິ່ນຈ່ຽງ, ຜູ້ແທນເຂດຊິ່ນຈ່ຽງກ່າວວ່າ: ເຂດຊິ່ນຈ່ຽງປະຕິບັດງານໃນດ້ານຕ່າງໆ ກໍເພື່ອສ້າງຄວາມຜາສຸກໃຫ້ແກ່ປະຊາຊົນເຜົ່າຕ່າງໆ ລ້ວນແຕ່ໄດ້ດຳເນີນໄປຢ່າງເປີດເຜີຍປາສະຈາກເລ່ຫຼ່ຽມໃດໆທັງສິ້ນ. ຊາວຕ່າງປະເທດທີ່ເຄີຍໄດ້ໄປທ່ຽວເຂດຊິ່ນຈ່ຽງຕ່າງກໍໄດ້ກ່າວວ່າ: ສິບ​ປາກ​ເວົ້າບໍ່​​ເທົ່າ​ຕາ​ເຫັນ ສິບ​ຕາ​ເຫັນ​ບໍ່​ທໍ່​ໄດ້​ສຳຜັດ, ເມື່ອໄດ້ໄປຮອດເຂດຊິ່ນຈ່ຽງແລ້ວກໍຈະໄດ້ຮັບຮູ້ການພັດທະນາແລະການປ່ຽນແປງຢູ່ເຂດຊິ່ນຈ່ຽງຢ່າງແທ້ຈິງ.

ຄຳ​ເຫັນ

0