郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ກ່າວ​ວ່າ: ກາ​ນ​ພົບ​ປະກັນ​ຂອງ​ປະ​ມຸກ​ລັດ​ຈີນ​ແລະ​ອາ​ເມ​ຣິ​ກາ​ໃນ​ເວ​ລາ​ສຳ​ຄັນຜ່ານ​ຮູບ​ແບບ​ວິ​ດີ​ໂອ​ເປັນ​ການ​ຊີ້​ທິດ​ເ​ຍືອງ​ທາງ​ໃຫ້​ກັບສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ອີກ​ເທື່ອ​ໜຶ່ງ

2021-11-17 11:26:15 CRI

ຈີນ​ກ່າວ​ວ່າ: ກາ​ນ​ພົບ​ປະກັນ​ຂອງ​ປະ​ມຸກ​ລັດ​ຈີນ​ແລະ​ອາ​ເມ​ຣິ​ກາ​ໃນ​ເວ​ລາ​ສຳ​ຄັນຜ່ານ​ຮູບ​ແບບ​ວິ​ດີ​ໂອ​ເປັນ​ການ​ຊີ້​ທິດ​ເ​ຍືອງ​ທາງ​ໃຫ້​ກັບສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ອີກ​ເທື່ອ​ໜຶ່ງ_fororder_1384757905

​​ວັນ​ທີ16ພະ​ຈິກນີ້,​ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຈັດກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ.ມີ​ນັກ​ຂ່າວ​ຕັ້ງ​ຄຳ​ຖາມກ່ຽວ​ກັບ​ການ​ພົບ​ປະ​ກັນ​ລະ​ຫວ່າງ​ປະ​ມຸກ​ລັດ​ຈີ​ນແລະອາ​ເມ​ຣິ​ກາ ແລະ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ກັບ​ຊ່ອງ​ແຄບ​ໄຕ້​ຫວັນ.

ທ່ານ​ຈ້າວ​ລີ້​ຈ່ຽນ​ກ່າວ​ວ່າ: ກາ​ນ​ພົບ​ປະກັນ​ຂອງ​ປະ​ມຸກ​ລັດ​ຈີນ​ແລະ​ອາ​ເມ​ຣິ​ກາ​ໃນ​ເວ​ລາ​ສຳ​ຄັນ ເປັນ​ການ​ຊີ້​ທິດ​ເຍືອງ​ທາງ​ໃຫ້​ກັບສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ອີກ​ເທື່ອ​ໜຶ່ງ,ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ກັບ​ການ​ຂະ​ຫຍາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ​​ແລະ​ອາ​ເມ​ຣິ​ກາ​ໃນ​ໄລ​ຍະ​ຕໍ່​ໜ້າ. ສາຍ​ພົວ​ພັນ​ຈີ​ນ- ອາ​ເມ​ຣິ​ກາໃນ​ປັດ​ຈຸ​ບັນ​ກຳ​ລັງ​ຢູ່​ໃນ​ປາກ​ທາງແບ່ງ​ທີ່​ສຳ​ຄັນ,ຫວັງ​ວ່າ​ອາ​ເມ​ຣິ​ກາ​​ຈະສາ​ມາດ​ຮ່ວມ​ກັບ​ພວກ​ເຮົາ​ເດີນ​ຕາມ​ເສັ້ນ​ທາງ​​ດຽວ​ກັນ,ໃຊ້​ພຶດ​ຕິ​ກຳ​ຕົວ​ຈິງ​ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດເນື້ອ​ໃນ​ຈິດ​ໃຈ​ການ​ພົບ​ປະ​ກັນ​ລະ​ຫວ່າງ​ປ​ະ​ມຸກ​ລັດ​ຈີນ-ອາ​ເມ​ຣິ​ກາ,​ສືບ​ຕໍ່ຮັກ​ສາ​ການ​ສົນ​ທະ​ນາ​ກັນ​ແລະ​​ການແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ກັນ​, ເພີ່ມທະ​ວີ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັນ,ແບກ​ຫາບ​ໜ້າ​ທີ່​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ​ເພື່ອ​ຄວບ​ຄຸມ​ຄວາມຂັດແຍ້ງ​ກັນ,​ຊຸກ​ຍູ້​ໃຫ້​ສາຍ​ພົວ​ພັນ​ຈີນ-ອາ​ເມ​ຣິ​ກາ​ກັບ​ຄືນ​ເຂົ້າ​ສູ່​ທິດ​ທາງ​ການຂະ​ຫຍາຍ​ຕົວ​ຢ່າງ​ປອດ​ໃສ​ແລະ​ໝັ້ນ​ທ່ຽງ.

​ທ່ານ​ຈ້າວ​ລີ້​ຈ່ຽນ​ກ່າວ​ຕື່ມວ່າ: ກ່ຽວ​ກັບຜົນກະ​ທົບ​ທີ່​ມີ​ຕໍ່​ສະ​ຖາ​ນະ​ການ​ຢູ່​ຊ່ອງ​ແຄບ​ໄຕ້​ຫວັນ​ທີ່​ເກີດ​ຈາກ​ການ​ພົ​ບ​ປະລະ​ຫວ່າງ​ປະ​ມຸກ​ລັດ​ຈີນ-ອາ​ເມ​ຣິ​ກາ,ຂ້າ​ພະ​ເຈົ້າ​ຄຶດ​ວ່າ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ໄດ້​ຊີ້​ແຈງ​ຢ່າງ​ເຕັມ​ທີ່​ເຖິງ​ຫຼັກ​ໝັ້ນ​ແລະ​ຫຼັກ​ການ​ຂອງ​ຈີນ​ໃນ​ບັນ​ຫາ​ໄຕ້​ຫວັນ​ແລ້ວ​ໃນ​ເວ​ລາ​ພົບ​ປະ​ກັນ.ຝ່າຍ​ອາ​ເມ​ຣິ​ກາ​ຄວນ​ເຄົາ​ລົບ​ສັນ​ຍາ​ສອງ​ຝ່າຍ​ທີ່​ຈີນ​ແລະ​ອາ​ເມ​ຣິ​ກາ​ກ້າວ​ເຖິງ​ຂັ້ນ​ເປັນ​ເອ​ກະ​ພາບ​ກັນ​ແລ້ວ ແລະ​ມະ​ຕິ​ທີ່​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຮັບ​ຮອງ​ຢ່າງ​ເປັນ​ທາງ​ການ,ມີ​ທ່າ​ທີ​ທີ່​ຖືກ​ຕ້ອງ​ຕໍ່​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ​ແລະ​ຄວາມ​ເຫັນຂອງບັນ​ດາ​ປະ​ເທດສ່ວນ​ຫຼາຍ​ໃນ​ໂລກ​ທີ່​​ໄດ້​ຍຶດໝັ້ນ​ໃນ​ຫຼັກ​ການປະ​ເທດ​ຈີນ​ດຽວ,ໃຊ້​ການ​ກະ​ທຳ​ຕົວ​ຈິງ​ເພື່ອ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈກັນ​ໃຫ້ກັບ​ປະ​ຊາ​ຊົ​ນ​ຈີນ ກໍ​ຄື​ໃຫ້​​ກັບປະ​ຊາ​ຄົມ​ໂລກ.

ຄຳ​ເຫັນ

0