吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ກ່າວ​ວ່າ: ກອງ​ປະ​ຊຸມ​ສົນ​ທະ​ນາ​​ພິ​ເສດກັບ​ນັກ​ທຸ​ລະ​ກິດ​ທົ່ວ​ໂລກຈະ​ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ໂລກ​ຢ່າ​ງ​ໝັ້ນ​ທ່ຽງ

2021-11-17 14:21:00 cri

图片默认标题_fororder_微信图片_20211117142007

    ວັນ​ທີ 16 ພະ​ຈິກ​ນີ້,  ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ແນະ​ນຳ​ໃນ​ກອງ​ປະ​ຊຸມ​ຂ່າວ​ປະ​ຈຳ​ວ່າ: ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​ໄດ້​ຈັດ​ກອງ​ປະ​ຊຸມ​ສົນ​ທະ​ນາ​ພິ​ເສດກັບ​ນັກ​ທຸ​ລະ​ກິດ​ທົ່ວ​ໂລກ​ຜ່ານ​ທາງວິ​ດີ​ໂອ.

    ທ່ານ​ຈ້າວ​ລີ້​ຈ່ຽນ​ກ່າວ​ວ່າ: ປັດ​ຈຸ​ບັນ, ພະ​ຍາດ​ໂຄວິດ-19ຍັ​ງ​ສືບ​ຕໍ່​ແຜ່​ລະ​ບາ​ດ​ຢູ່, ການ​ຟື້ນ​ຟູ​ເສດ​ຖະ​ກິດ​ໂລກ​ຍັງ​ຜະ​ເຊີນ​ກັບ​ປັດ​ໄຈ​ທີ່​ບໍ່​ໝັ້ນ​ທ່ຽງ ແລະ​ບໍ່​ແນ່ນອນ​ຈຳ​ນວນ​ຫລາຍ. ປະ​ຊາ​ຄົ​ມ​ໂລກ ໂດຍ​ສະ​ເພາະ​ແມ່ນ​ວິ​ສາ​ຫະ​ກິດ​ຂ້າມ​ຊາດ​​ໄດ້ໃຫ້​ຄວາມ​ສົນ​ໃຈ​​ຢ່າງ​ສູງ​ຕໍ່​ອະ​ນາ​ຄົດ​ດ້ານ​ການ​ພັດ​ທະ​ນາ​ ແລະ​ທິດ​ທາງ​ນະ​ໂຍ​ບາຍ​ຂອງເສດ​ຖະ​ກິດ​ຈີນ, ຫ​ວັງ​ຈະ​ລົງ​ເລິກ ແລະ​ເປີດກວ້າງ​ການ​ຮ່ວມ​ມື​ກັບ​ຈີນ​.

     ທ່ານ​ຈ້າວ​ລີ້​ຈ່ຽນ​ກ່າວ​ຕື່ມ​ວ່າ: ເຊື່ອ​ໝັ້ນ​ວ່າ​ກອງ​ປະ​ຊຸມ​ສົນ​ທະ​ນາ​ຄັ້ງ​ນີ້​ຈະ​ມີ​ຜົນ​ດີ​ຕໍ່​ປະ​ຊາ​ຄົມ​ໂລກ​ໃນ​ການ​ເຂົ້າ​ໃຈ​ສະພາບ​ການ, ນະ​ໂຍ​ບາຍ ແລະ​ທິດ​ທາງ​ການ​ພັດ​ທະ​ນາ​ດ້ານ​ເສດ​ຖະ​ກິດ​ຂອງ​ຈີນ​ຢ່າງ​ຮອບ​ດ້ານ ແລະ​ຖືກ​ຕ້ອງ​ຕື່ມ​ອີກ, ທັງ​ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ໃຫ້​ບັນ​ດາ​ຝ່າຍ​ເພີ່ມ​ທະ​ວີ​ການ​ຕິດ​ຕໍ່​ພົວ​ພັນ​ກັນ ແລະ​ປະ​ສານ​ງານ​ກັນ, ເພື່ອ​ຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​​ຈາກວິ​ກິດ​ການ, ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ໂລກ​ຟື້ນ​ຟູ​ຢ່າງ​ໝັ້​ນ​ທ່ຽງ.

ຄຳ​ເຫັນ

0