吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລົດ​ຂົນ​ສົ່ງ​ສິນຄ້າ​ຂະ​ໜາດ​​ໃຫຍ່​ຂອງໄທ​ຈັດ​ຂະ​ບວນ​ປະ​ທ້ວງ​ເພື່ອ​ຮຽກຮ້ອງ​ໃຫ້​ລັດຖະບານ​ຫຼຸດ​ລົງລາຄາ​ນ້ຳມັນກາ​ຊວນ

2021-11-17 14:22:49 CRI

ລົດ​ຂົນ​ສົ່ງ​ສິນຄ້າ​ຂະ​ໜາດ​​ໃຫຍ່​ຂອງໄທ​ຈັດ​ຂະ​ບວນ​ປະ​ທ້ວງ​ເພື່ອ​ຮຽກຮ້ອງ​ໃຫ້​ລັດຖະບານ​ຫຼຸດ​ລົງລາຄາ​ນ້ຳມັນກາ​ຊວນ_fororder_微信图片_20211117140100

 

    ວັນ​ທີ 16 ພະຈິກ​ນີ້, ສະ​ຫະພັນ​ການ​ຂົນ​ສົ່ງ​ທາງບົກ​ແຫ່ງປະ​ເທດ​ໄທ​ໄດ້​ຈັດ​​ຂະ​ບວນ​ລົດ​ຂົນ​ສົ່ງ​ສິນຄ້າ​​ຂະ​ໜາດໃຫຍ່ 1.300 ຄັນ​​ຈາກ​ແຫ່ງ​ຕ່າງໆ​ຂອງ​ໄທ​​ໄປ​ຈອດ​ໜ້າ​ກະຊວງ​ພະລັງງານ​ທີ່​ນະຄອນຫຼວງ​ບາງກອກ ​ເພື່ອ​ປະ​ທ້ວງ​ກົດ​ດັນລັດຖະບານ ​ໂດຍ​ຮຽກຮ້ອງ​​ໃຫ້​ຫຼຸດ​ຄາ​ລາ​ນ້ຳມັນ​ກາ​ຊວນ​ໃຫ້​ຢູ່​ໃນ​ລະ​ດັບ 25 ບາດ​ຕໍ່​ລິດ.


     ຜູ້​ຮັບຜິດຊອບ​ສະຫະພັນ​ດັ່ງ​ກ່າວ​ໄດ້​ສະ​ເໜີ​​ຂໍ້​ຮຽກຮ້ອງ​ຕໍ່​ຜູ້ຕາງໜ້າ​ກະຊວງ​ພະລັງງານ​ໂດຍ​ກ່າວ​ວ່າ, ຖ້າ​​​​ບໍ່​ໄດ້ໄດ້​ຮັບ​ຄຳ​ຕອບ​​ຈາກ​ລັດຖະບານ​ກ່ອນ​ວັນ​ທີ 1 ທັນວາ​ປີ​ນີ້ ຈະ​ສືບ​ຕໍ່​ຈັດ​ການ​ປະ​ທ້ວງ​ຂະໜາດ​ໃຫຍ່, ຍັງ​ຈະ​ເພິ່ມ​ຄ່າ​ຂົນ​ສົ່ງ​​ໃນທົ່ວ​ປະ​ເທດ​ໄທ​ຂຶ້ນ 10%, ນີ້​ຈະ​ສ້າງ​ຜົນ​ກະທົບ​ຕໍ່​​ຄ່າ​ຄອງ​ຊີບ​ຂອງ​ປະຊາຊົນ​​ໂດຍ​ກົງ.


     ມື້​ດຽວ​ກັນ, ພົນ​ເອກ​ປຣະ​ຢຸດ ຈັນ​ໂອຊາ ນາຍົກລັດຖະມົນຕີ​ໄທ​ກ່າວ​ວ່າ, ພາກສ່ວນ​ທີ່​ກ່ຽວຂ້ອງ​ຈະ​ອອກ​​ແຮງ​ສຸດ​ຂີດ​​ເພື່ອ​ຄວບ​ຄຸມ​​ລາຄາ​ນ້ຳ​ມັນກາ​ຊວນ​​ບໍ່​​ໃຫ້ສູງ​ເຖິງ 30 ບາດ​ຕໍ່​ລິດ, ​ແຕ່​ບໍ່​ສາ​ມາດ​ໃຫ້​ລາ​ຄາ​ນ້ຳ​ມັນ​ຫຼຸດ​ລົງ​ຢູ່​ໃນ​ລະ​ດັບ 25 ບາດ​ຕໍ່​ລິດ​​ໄດ້. ປັດຈຸບັນ ​ໄດ້​​ແຈ້ງ​ໃຫ້​ກະຊວງ​ຄົມມະນາຄົມ​ເພີ່ມຄວາມ​ສາມາດ​ຂົນ​ສົ່ງ, ຖ້າ​ມີ​ຄວາມ​ຈຳ​ເປັນ​ກໍ່​ຕ້ອງ​ນຳ​ໃຊ້​ລົດຂົນ​ສົ່ງ​ຂອງ​ທະຫານ​​ເພື່ອ​ຫຼຸດຜ່ອນ​ສະພາບ​ທີ່​ລົດ​ຂົນ​ສົ່ງ​ບໍ່​ພຽງ​ພໍ.

ຄຳ​ເຫັນ

0