吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຈົ້າ​ໜ້າ​ທີ່​ຊັ້ນ​ສູງ​ສະຫະພາບ​ເອີ​​ຣົບ​ກ່າວ​ວ່າ, ມີ​ແຜນ​ຈະ​ຕົກລົງ​ເລື່ອງ​ກ່ຽວ​ກັບ​ການຈັດ​ຕັ້ງ​ກອງ​ທະຫານ​ຮ່ວມ​ໃນ​ເດືອນ​ມີນາ​ປີ 2022

2021-11-17 14:26:28 CRI

ເຈົ້າ​ໜ້າ​ທີ່​ຊັ້ນ​ສູງ​ສະຫະພາບ​ເອີ​​ຣົບ​ກ່າວ​ວ່າ, ມີ​ແຜນ​ຈະ​ຕົກລົງ​ເລື່ອງ​ກ່ຽວ​ກັບ​ການຈັດ​ຕັ້ງ​ກອງ​ທະຫານ​ຮ່ວມ​ໃນ​ເດືອນ​ມີນາ​ປີ 2022_fororder_微信图片_20211117140106


    ວັນ​ທີ 16 ພະຈິກ​ນີ້, ທ່ານ​​ໂຈ​ເຊ​ຟ ບອນ​ເຣວ ຜູ້ຕາງໜ້າ​ຂັ້​ນ​ສູງ​ກ່ຽວ​ກັບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ​ແລະ ຄວາມ​ໝັ້ນຄົງ​ຂອງ​ສະຫະພາບ​ເອີ​ຣົບ​ກ່າວ​ວ່າ, ປະ​ເທດ​ສະມາຊິກສະຫະພາບ​ເອີ​​ຣົບ​ມີ​ແຜນ​ຈະ​ກ້າວ​ເຖິງ​ຂັ້ນ​ເປັນ​ເອກະພາບກັນ​ກ່ຽວ​ກັບ​ການ​ຈັດ​ຕັ້ງ​ກອງ​ທະ​ຫານຮ່ວມ​ໃນ​ເດືອນ​ມີນາ​ປີ 2022, ຮອດ​ເວລາ​ນັ້ນ, ​ຄາດ​ວ່າເອກະສານ “​ເຂັມ​ຊີ້​ທິດ​ທາງ​ຍຸດ​ທະ​ສາດ” ຈະ​ຜ່ານ​ຮັ​ບ​ຮອງ.

 

     ມື້​ດຽວ​ກັນ, ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແລະ ການ​ປ້ອງ​ກັນ​ປະ​ເທດສະຫະພາບ​ເອີ​ລົບ​ໄດ້​ອັດ​ລົງ​ຢູ່​ນະຄອນຫຼວງ​ບຼູກ​ແ​ຊນ. ຫຼັງ​ຈາກ​ກອງ​ປະຊຸມ, ທ່ານ​​ໂຈ​ເຊ​ຟ ບອ​ຮ​ເຣວ​ກ່າວ​ວ່າ, ຝ່າຍ​ຕ່າງໆ​ໄດ້ປຶກສາ​ຫາລື​ເອກະສານ“​ເຂັມ​ຊີ້​ທິດທາງ​ຍຸດ​ທະ​ສາດ” ສະບັບ​ຮ່າງ ໂດຍ​ປິດ​ອ້ອມ 4 ດ້ານ​ລະອຽດ​​ຄື:ການ​ຮັບປະກັນ​ຄວາມ​ໝັ້ນຄົງ, ການ​ປະ​ຕິ​ບັດ​ງານ, ການ​ເພີ່ມ​ທະວີ​ການ​ລົງທຶນ ​ແລະ ​ການ​ລົງ​ເລິກ​ການ​ຮ່ວມ​ມື.
     ຫວ່າງ​ມໍ່ໆ​ມາ​ນີ້, ສື່​ມວນ​ຊົນ​ເອີ​ຣົບ​ລາຍ​ງານ​ວ່າ, ​ເອກະສານ “​ເຂັມ​ຊີ້​ທິດ​​ທາງຍຸດ​ທະ​ສາດ” ສະບັບ​ຮ່າງ​​ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ, ສະຫະພາບ​ເອີ​ລົບ​ມີ​ແຜນ​ຈະ​ຈັດ​​ຕັ້ງກອງ​ທະຫານ​ຮ່ວມ​ກອງ​ໜຶ່ງ​ທີ່​ມີ​ທະຫານ 5 ພັນ​ຄົນ​​ກ່ອນ​ປີ 2025 ​ເພື່ອ​​ແກ້​ໄຂວິ​ກິດ​ການ​ຕ່າງໆ​ພາຍ​ໃຕ້​ສະພາບ​ການ​ທີ່​ບໍ່​ເພິ່ງ​ພາ​ອາ​ເມຣິກາ.

ຄຳ​ເຫັນ

0