李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ສະ​ໜັບ​ສະ​ໜູນ​ຝ່າຍ​ຕ່າງໆ​ຂອງມຽນ​ມາຊອກ​ຫາ​ວິ​ທີ​ແກ້​ໄຂ​​ບັນ​ຫາ​ໃນ​ທາງ​ການ​ເມືອງ​ໂດຍ​ຜ່ານ​ການ​ເຈ​ລະ​ຈາ​ກັນ

2021-11-17 10:08:48 cri

ທ່ານ ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ພະ​ຈິກນີ້​ວ່າ, ທ່ານ ຊຸ່ນ​ກົວ​ຊຽງ ທູດ​ພິ​ເສດ​ກ່ຽວ​ກັບ​ວຽກ​ງານ​ອາ​ຊີ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ມຽນ​ມາ​ໃນ​ວັນ​ທີ 15 ພະ​ຈິກນີ້, ຈີ​ນ​ໄດ້​ສະ​ໜັບ​ສະ​ໜູນ​​ໃຫ້ຝ່າຍ​ຕ່າງໆ​ຂອງ​ມຽນ​ມາ​ຊອກ​ຫາ​ວິ​ທີ​ແກ້​ໄຂ​ໃນ​ທາງ​ການ​ເມືອງ​ໂດຍ​ຜ່ານ​ການ​ເຈ​ລະ​ຈາ ແລະ ການ​ປຶກ​ສາ​ຫາ​ລື​ກັນ.

ທ່ານ ຈ້າວ​ລີ້​ຈ່ຽນ ກ່າວ​ຕື່ມ​ວ່າ, ຈີນ​ແມ່ນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຂອງ​ມຽນ​ມາ, ສະ​ໜັບ​ສະ​ໜູນ​ຝ່າຍ​ຕ່າງໆ​ຂອງ​ມຽນ​ມາ​ຊອກ​ຫາ​ວິ​ທີ​ແກ້​ໄຂ​​ບັນ​ຫາ​ໃນ​ທາງ​ການ​ເມືອງ ໂດຍ​ຜ່ານ​ການ​ເຈ​ລະ​ຈາ ແລະ ການ​ປຶກ​ສາ​ຫາ​ລື​ກັນ​ໂດຍ​ໄວ ພາຍ​ໃຕ້​ຂອບ​ລັດ​ຖະ​ທຳ​ມະ​ນູນ ແລະ ກົດ​ໝາຍ. ມຽນ​ມາ ແມ່ນ​ສະ​ມາ​ຊິກ​ສຳ​ຄັນ​ຂອງ​ຄອບ​ຄົວ​ອາ​ຊຽນ, ຈີນ​ຕັ້ງ​ໜ້າ​ສະ​ໜັບ​ສະ​ໜູນ​ມຽນ​ມາ​ຮ່ວມ​ມື​ກັບ​ອາ​ຊຽນ ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ “ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ 5 ຂໍ້” ຂອງ​ອາ​ຊຽນກ່ຽວ​ກັບ​ມຽນ​ມາ​. ຂະ​ນະ​ດຽວ​ກັນ ຈີນ​ຍັງ​ຈະ​ຮ່ວມ​ກັບ​ປະ​ຊາ​ຄົມ​ໂລກ ເສີມ​ຂະ​ຫຍາຍ​ບົດ​ບາດ​ສ້າງ​ສັນ​ເພື່ອ​ໃຫ້​ມຽນ​ມາ​ຟື້ນ​ຟູ​ຄວາມ​ສະ​ຫງົບ​ທາງ​ສັງ​ຄົມ​ໂດຍ​ໄວ ແລະ ເລີ່ມ​ຕົ້ນ​ຂະ​ບວນ​ການ​ຫັນ​ເປັນ​ປະ​ຊາ​ທິ​ປະ​ໄຕ​ພາຍ​ໃນ​ປະ​ເທດ​ຄືນ​ໃໝ່. ຈີນ​ຍ້ອງ​ຍໍ​ມຽນ​ມາ ທີ່​ໄດ້​ປະ​ຕິ​ບັດ​ຕາມ​ໜ້າ​ທີ່​ເປັນ​ປະ​ເທດ​ປະ​ສານ​ງານ​ການ​ພົວ​ພັນ​ຈີນ-ອາ​ຊຽນ, ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ທຸກ​ຂົງ​ເຂດ, ແລະ​ຈະ​ສຸມ​ຄວາມ​ພະ​ຍາ​ຍາມ ຮ່ວມ​ກັນ​ກັບ​ມຽນ​ມາ​ ເພື່ອ​ສືບ​ຕໍ່​ຊຸກ​ຍູ້​ກາ​ນ​ພົວ​ພັນ​ຈີນ-ອາ​ຊຽນ​ໃຫ້​ໄດ້​ຮັບ​ການ​ພັ​ດ​ທະ​ນາ​ໃຫຍ່ຫຼວງກວ່າ​ເກົ່າ.

ຄຳ​ເຫັນ

0