郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ກິ​ລາ​ໂອ​ລິມ​ປິກ​ໂຕ​ກຽວ​ບໍ່​ໄດ້​ຮັບ​ຜົນ​ໃນ​ດ້ານ​ເສດ​ຖະ​ກິດ​ຫຼາຍ​ປານ​ໃດ,ຍີ່​ປຸ່ນ​ຈຶ່ງ​ປະ​ກາດ​ແຜນ​ການ​ກະ​ຕຸ້ນ​ເສດ​ຖະ​ກິດ​ທີ່​ມີ​ມູນ​ຄ່າ​ຫຼາຍກວ່າ 348,25ຕື້ໂດ​ລາ

2021-11-17 14:56:25 cri

ຫວ່າງ​ກ່ອນນີ້​ບໍ່​ດົນ, ​ລັດ​ຖະ​ບານ​ຍີ່​ປຸ່ນໄດ້​ປະ​ກາດ​ຂໍ້​ມູນ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ເຖິງວ່າ​ໄດ້​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ໂຕ​ກຽວ​ຢ່າງ​ສະ​ດວກ​ກໍ​ຕາມ,ແຕ່​ສະ​ໜາມ​ແຂ່ງ​ຂັນ​ທຸກ​ແຫ່ງ​ໄດ້​ຫ້າມ​ບໍ່​ໃຫ້​ຜູ້​ຊົມ​ເຂົ້າ​ຊົມ ສະ​ນັ້ນຈຶ່ງ​ໄດ້​ຮັບ​ຜົນ​ທາງ​ດ້ານ​ເສ​ດ​ຖະ​ກິດ​ບໍ່​ຫຼາຍ​ປານ​ໃດ. ມີ​ການ​ວິ​ເຄາະ​ວ່າ: ເມື່ອ​ຜະ​ເຊີນ​ໜ້າ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ທີ່​ຮ້າຍ​ແຮງ, ຍີ່​ປຸ່ນ​ຈຶ່ງຈະ​ປະ​ກາດ​ແຜນ​ການ​ກະ​ຕຸ້ນ​ເສດ​ຖະ​ກິດ​ທີ່​ມີ​ມູນ​ຄ່າ​ຫຼາຍກວ່າ 348,25ຕື້ໂດ​ລາ.

ນອກນີ້ ສື່ມວນ​ຊົນ​ຍີ່​ປຸ່ນ​ຍັງ​ໄດ້​ລາຍ​ງາ​ນວ່າ: ຍ້ອນ​ໄດ້​ຮັບ​ຜົນ​ກະ​ທົບອັນ​ຍາວ​ນານ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19,ການ​ບໍ​ລິ​ໂພກ​ສ່ວນ​​ບຸກ​ຄົນຂອງ​ຍີ່​ປຸ່ນ​ຍັງ​ຢູ່​ໃນ​ລະ​ດັບ​ຕ່ຳ​ຢ່າງ​ຕໍ່​ເນື່ອງ,ສະ​ພາບ​ການ​ສົ່ງ​ອອກສິນ​ຄ້າ​ກໍ​ອ່ອນ​ເພຍ. ຕົວ​ເລກ​ເສດ​ຖະ​ກິດ​ຍັງ​ຫ່າງ​ໄກ​ຈາກ​ຄາດ​ໝາຍ​ຫຼາຍ ນີ້ເປັນ​ການ​ທົດ​ສອບ​ອັນ​ໜັກ​ໜ່ວງ​ສຳ​ລັບ​ລັດ​ຖະ​ບານ​ຊຸດ​ໃໝ່​ທີ່​ຫາ​ກໍ່​ຂຶ້ນ​ກຳ​ອຳ​ນາດ. ເມື່ອ​ຜະ​ເຊີນ​ໜ້າ​ກັບ​ການ​ເລືອກ​ຕັ້ງ​ສະ​ພາ​ສູງ​ປີ2022,ທ່ານ​ຟຸ​ມິ​ໂອ ກິ​ຊິ​ດະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ​ຈຶ່ງ​ຟ້າວ​ສ້າງ​ຜົນ​ງານ​ເພື່ອ​ຈະ​ໄດ້​ຮັບ​ຄະ​ແນນ​ສຽງ​ສະ​ໜັບ​ສະ​ໜູນ, ນອກ​ຈາກ​ໄດ້​ເບີກຈ່າຍ​ເງິນ​ອຸດ​ໜູນ​ໃຫ້​ແກ່​ປະ​ຊາ​ຊົນ​ແລ້ວ,ທັງ​ກ່າວ​ວ່າ​ຈະ​ສືບ​ຕໍ່​ໃຫ້​ການ​ສະ​ໜັບ​ສະ​ໜູນ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ.

ຄຳ​ເຫັນ

0