郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນັກ​ກິ​ລາ​ຈຶ່ງ​ເປັນ​ຕົວ​ລະ​ຄອນ​ຫຼັກທີ່​ແທ້​ຈິງ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ

2021-11-18 17:38:01 cri

图片默认标题_fororder_547875

​​ວັນ​ທີ17ພະ​ຈິກນີ້,​ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້ຕອບ​ຄຳ​ຖາມ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວໂດຍ​ຊີ້​ໃຫ້​ເຫັນວ່າ: ​ແນ່ນອນ​ແລ້ວ ​ປະ​ເທດ​ຈີນຈະ​ຈັດ​ງານ​ມະ​ຫາ​ກຳ​ກິ​ລາ​ໂອ​ລິມ​ປິກ​ທີ່​ງ່າຍ​ດາຍ,ປອດ​ໄພ​ແລະ​ສະ​ຫງ່າ​ງາມ​ຄັ້ງ​ໜຶ່ງ​ສຳ​ລັບໂລກ.

ໂດຍ​ແນ​ໃສ່​ຄຳ​ຖາມ​ກ່ຽວ​ກັບ​ກໍ​ລະ​ນີ​ທີ່​ມີ​ຂ່າວ​ແຈ້ງ​ວ່າ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​​ອາດ​ຈະຖື​ບັນ​ຫາ​ສິ​ດ​ທິ​ມະ​ນຸດ​ເປັນ​ຂໍ້​ອ້າງ​​ແລະ​ຈະ​ປະ​ກາດ​ວ່າ​ບໍ່​ສົ່ງ​ຄະ​ນະ​ຜູ້​ແທນ​ຝ່າຍ​ທາງ​ການ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ,ທ່ານ​ຈ້າວ​ລີ້​ຈ່ຽນ​ກ່າວ​ວ່າ: ຂ້າ​ພະ​ເຈົ້າ​ຢາກກ່າວ​ເນັ້ນອີກ​ເທື່ອ​ໜຶ່ງ​ວ່າ: ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງແລະ​​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການລະ​ດູ​ໜາວ​ປັກ​ກິ່ງ ປີ2022ເປັນ​ເວ​ທີ​ຂອງ​ນັກ​ກິ​ລາ​ບັນ​ດາ​ປະ​ເທດ​ໃນ​ໂລກ​ທີ່​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ແລະ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ,ເຂົາ​ເຈົ້າ​ຈຶ່ງ​ເປັນ​ຕົວ​ລະ​ຄອນ​ຫຼັກທີ່​ແທ້​ຈິງ​. ປັດ​ຈຸ​ບັນ ວຽກ​ງານ​ກະ​ກຽມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ກ້າວ​ເຂົ້າ​ສູ່​ໄລ​ຍະສຸດ​ທ້າຍແລ້ວ,ປະ​ຊາ​ຄົມ​ໂລກ ເຊິ່ງລວ​ມ​ທັງ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ ໄດ້​ຮັບ​ຮອງວຽກ​ງານ​ກະ​ກຽມ​ຂອງ​ຈີນ​ໃນ​ລະ​ດັບ​ສູງ. ນັກ​ກິ​ລາ​ຂອງ​ຕ່າງ​ປະ​ເທດ​ກໍ​ຄອງ​ຄອຍ​ມາ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຢູ່​ຈີນ. ຈີນ​ເຊື່ອ​ວ່າ: ພາຍ​ໃຕ້​ການ​ຊີ້​ນຳ​ຕາມ​ຈິດ​ໃຈ​ໂອ​ລິມ​ປິກ​ແລະ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ຂອງ​ບັນ​ດາ​ຝ່າຍ,ພວກ​ເຮົາຈະ​​ຮ່ວມ​ກັນຊຸກ​ຍູ້ພາ​ລະ​ກິດ​ກິ​ລາ​ສາ​ກົນໃຫ້​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ຟົດ​ຟື້ນ​ມ່ວນ​ຊື່ນ​ແນ່ນອນ​.

ຄຳ​ເຫັນ

0