吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈີ້​ນຜິ​ງ​ໂທລະສັບ​ລົມ​ກັບປະທານາທິບໍດີ​ອິສຣາ​ແອນ

2021-11-18 14:45:02 CRI

    ວັນ​ທີ 17 ພະຈິກ​ນີ້, ທ່ານ​ສີ​ຈີ້​ນຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ໂທລະສັບ​ລົມ​ກັບ​ທ່ານ​ອິສາ​ອັກ ​ເຣີ​​ໂຊກ ປະທານາທິບໍດີ​ອິສຣາ​ແອນ.


    ທ່ານ​ສີ​ຈີ້​ນຜິ​ງກ່າວ​ວ່າ, ນັບ​ແຕ່​ຈີນ ​ແລະ ອິສຣາ​ແອນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ເປັນ​ຕົ້ນ​ມາ, ສອງ​ຝ່າຍ​ໄດ້​ເຄົາລົບ​ຫຼັກການ​ສຳຄັນ​ຕ່າງໆ ​ເຊັ່ນ: ​ເຄົາລົບ​ອະທິປະ​ໄຕ​ຂອງກັນ​ແລະ​ກັນ ແລະ ບໍ່​ແຊກ​ແຊງ​ວຽກ​ງານ​ພາຍ​ໃນຂອງກັນ​ແລະ​ກັນ​ເປັນ​ຕົ້ນ, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຂະຫຍາຍຕົວຢ່າງ​ວ່ອງ​ໄວ ​ແລະ ປອດ​​ໃສ, ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງໆ​ໄດ້​ຮັບ​ໝາກຜົນ​ອັນ​ຕັ້ງໜ້າ. ຈີນ​ໄດ້​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ສາຍ​ພົວພັນ​ຈີນ-​ອິສຣາ​ແອນ, ຍິນ​ດີ​ຮ່ວມ​ກັນ​ກັບ​ອິສຣາ​ແອນ ຖື​​ເອົາການ​ສ້າງ​ຕັ້ງສາ​ຍພົວພັນ​ທາງ​ການ​ທູດ​ຄົບຮອບ 30 ປີ​ໃນ​ປີ​ໜ້າ​ເປັນ​ໂອກາດ, ຊຸກ​ຍູ້​ການ​ພົວພັນຄູ່​​ຮ່ວມຮອບດ້ານ​​ທີ່​ມີ​ການປະດິດ​ສ້າງ​ລະຫວ່າງ​ຈີນ ​ກັບ ອິສຣາ​ແອນ​ໃຫ້​ຂະຫຍາຍຕົວ​ຢ່າງໝັ້ນຄົງ​ປອດ​ໃສ ​ແລະ ​ຕໍ່​ເນື່ອງ​ເພື່ອສ້າງ​ຄວາມ​ສຸກ​ໃຫ້​ແກ່​ປະຊາຊົນ​ສອງ​ປະ​ເທດ​​ໄດ້​ດີກ​ວ່າ​ເກົ່າ.


     ທ່ານ​ເຮີ​ໂຊກກ່າວ​ວ່າ, ອິສຣາ​ແອນ​​ໃຫ້​ການ​ເຄົາ​ລົບນັບຖື​​ຢ່າງ​ຈິງ​ໃຈ​ຕໍ່ຜົນງານ​ກາ​ນພັດທະນາ​​ຂອງ​ປະ​ຊາ​ຊົນ​ຈີນພາຍ​ໃນ​ການ​ນຳພາ​ອັນ​ໂດດ​ເດັ່ນ​ຂອງ​ທ່ານ​ປະທານ​ສີ​ຈີ້​ນຜິ​ງ. ອິສຣາ​ແອນ​​ເດັດດ່ຽວ​ຍຶດ​ໝັ້ນ​ໃນນະ​ໂຍບາຍ​ປະ​ເທດ​ຈີນ​ດຽວ, ສຸມ​ໃສ່​ການ​ລົງ​ເລິກ​ການ​​ຂະ​ຫຍາຍ​ສາຍພົວພັນ​ມິດຕະພາບ​ອິສຣາ​ແອນ-​ຈີນ. ອິສຣາ​ແອນ​ຍິນ​ດີ​ຮ່ວມ​ກັບ​ຈີນ ຈັດ​ກິດຈະກຳ​ທີ່​ເປັນ​ລະບົບ​ເພື່ອ​​ສະ​ເຫຼີມສະ​ຫຼອງ​​ວັນ​ສ້າງ​ຕັ້ງສາ​ຍພົວພັນ​ທາງ​ການ​ທູດ​​ສອງ​ປະ​ເທດຄົບຮອບ 30 ປີ, ​​ເພິ່ມທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ ​ເຊັ່ນ:​ ​​ເຕັກນິກ​ວິທະ​ຍາ​ສາດ, ການ​ປະດິດ​ສ້າງ, ​ເສດຖະກິດ, ກະສິກຳ ​ແລະ ກິລາ​ເປັນ​ຕົ້ນ.

ຄຳ​ເຫັນ

0