郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສ.ເກົາ​ຫຼີ​ສະ​ແດງ​ຄວາມ​ເສຍໃຈຕໍ່​ກັບ​ເລື່ອງ​ທີ່​ຍີ່​ປຸ່ນ​ປະ​ກາດ​ບົດ​ລາຍ​ງານ​ຜົນ​ກະ​ທົບ​ຂອງ​ການ​​ປ່ອຍ​ນ້ຳ​​ປົນ​ເປື້ອນ​ລັງ​ສີນິວ​ເຄຼຍລົງ​ສູ່​ທະ​ເລ

2021-11-18 17:40:28 cri

图片默认标题_fororder_361967610

ສື່ມວນ​ຊົນ​ສ.ເກົາ​ຫຼີ​ໄດ້​ລາຍ​ງານ​ວ່າ: ວັນ​ທີ17ພະ​ຈິກນີ້ ຄະ​ນະ​ກຳ​ມະ​ການ​ຄວາມ​ປອດ​ໄພ​ດ້ານ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສ.ເກົາ​ຫຼີ​ໄດ້​ສະ​ແດງ​ຄວາມ​ເສຍ​ດາຍ​ຕໍ່​ກັບ​ເລື່ອງ​ທີ່​ບໍ​ລິ​ສັດ​ໄຟ​ຟ້າ​ໂຕ​ກຽວ​ຍີ່​ປຸ່ນ​ໄດ້​ປະ​ກາດ​ບົດ​ລາຍ​ງານ​ການ​ປະ​ເມີນ​​ຜົນ​ກະ​ທົບ​ຂອງແຜນ​ການ​​ປ່ອຍ​ນ້ຳ​​ປົນ​ເປື້ອນ​ລັງ​ສີ​ຈາກ​ອຸ​ບັດ​ຕິ​ເຫດ​ນິວ​ເຄຼຍທີ່ຟຸ​ຄຸ​ຊິ​ມະ​ລົງ​ສູ່​ທະ​ເລ.

ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ​ໄດ້​ກ່າວ​ວ່າ: ບົດ​ລາຍ​ງານ​ສະ​ບັບ​ນີ້​ໄດ້​ຖື​ເອົາ​ການ​​ປ່ອຍ​ນ້ຳ​​ປົນ​ເປື້ອນ​ລັງ​ສີນິວ​ເຄຼຍ​ເປັນ​ເລື່ອງທີ່​ຈຳ​ເປັນ​ ແຕ່​ພັດ​ບໍ່​ໄດ້​ໃຫ້​ຄວາມ​ຈະ​ຈ່າງ​ແຈ້ງ​ຢ່າງ​ເຕັມ​ທີ່​ຕໍ່​ເຫດ​ຜົນ​ທີ່​ຕ້ອງປະ​ຕິ​ບັດ​ແຜນ​ການ​​ປ່ອຍ​ນ້ຳ​​ປົນ​ເປື້ອນ​ລັງ​ສີນິວ​ເຄຼຍ​ລົງ​ສູ່​ທະ​ເລ.

​ໃນວັນ​ທີ13ເມ​ສາ​ປີນີ້,ລັດ​ຖະ​ບານ​ຍີ່​ປຸ່ນ​ໄດ້​ຕົກ​ລົງ​ຢ່າງ​ເປັນ​ທາງ​ການ​ວ່າ:ຈະກັ່ນ​ຕອງ​ນ້ຳ​​​ ​​ປົນ​ເປື້ອນ​ລັງ​ສີນິວ​ເຄຼຍໃນ​ເຫດ​ການ​​ໂຮງ​ໄຟ​ຟ້ານິວ​ເຄຼຍ​ທີ່​ຟຸ​ຄຸ​ຊິ​ມະ​ແລະ​ປັບ​ເພີ່ມ​ປະ​ລິ​ມານ​ນ້ຳ​ປະ​ປາ​ໃສ່​ນ້ຳ​​ປົນ​ເປື້ອນກ່ອນ​ປ່ອຍ​ລົງ​ສູ່​ທະ​ເລ,​ຄາດ​ວ່າ ໄລ​ຍະເວ​ລາ​ຂອງ​ການ​​ປ່ອຍ​ນ້ຳ​​ປົນ​ເປື້ອນ​ລັງ​ສີຈະ​ຍືດເຍື້ອ​ຍາວ​ນານ​ເຖິງ20ປີ​ຈົນຮອດ30ປີ.ການ​ຕົກ​ລົງ​ດັ່ງ​ກ່າວ​ຂອງ​ລັດ​ຖະ​ບານ​ຍີ່​ປຸ່ນໄດ້​ເຮັດ​ໃຫ້​ປະ​ຊາ​ຊົນ​ພາຍ​ໃນ​ປະ​ເທດ​ແລະ​ປະ​ຊາ​ຄົມ​ໂລກ​ຄັດ​ຄ້ານ​ຢ່າງ​ແຮງ.

ໃນ​ເດືອນ​ດຽວ​ກັນ,ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ​ໄດ້​ສົ່ງ​ຈົດ​ໝາຍ​ໄປ​ເຖິງ​ຄະ​ນະ​ກຳ​ມະ​ການວາງ​ແຜນ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ຍີ່​ປຸ່ນ ເພື່ອ​ຍື່ນ​ຂໍ້​ຮຽກ​ຮ້ອງ​ທີ່ສ.ເກົາ​ຫຼີ​ຄັດ​ຄ້ານ​ການ​ຕົກ​ລົງ​ຂອງ​ຍີ່​ປຸ່ນ, ຮຽກ​ຮ້ອງ​ໃຫ້​ຄະ​ນະ​ກຳ​ມະ​ການນີ້​ໄປ​ສຳ​ຫຼວດ​ສະ​ພາບ​ການ​ຊຳ​ລະ​ແກ້​ໄຂ​ນ້ຳ​​​​ປົນ​ເປື້ອນ​ຢ່າງ​ເປັນ​ອິດ​ສະ​ຫຼະ,ແລະ​ເປີດ​ເຜີຍ​ຜົນ​ການ​ສຳ​ຫຼວດ​ຢ່າງ​ໂປ່ງ​ໃສ.

ຄຳ​ເຫັນ

0