蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ມຸ​ກ​ລັດ​ຈີນ​ແລະ​ອາ​ເມ​ຣິ​ກາ​ພົບ​ປະ​ກັນ​​ຜ່ານ​ທາງວິ​ດີ​ໂອ​ໄດ້​ເປັນ​ການ​ຊີ້​ທິດ​ເຍືອງ​ທາງ​ໃຫ້​ກັບ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ຈີນ-ອາ​ເມ​ຣິ​ກາ​ໃນ​ອະ​ນາ​ຄົດ

2021-11-18 09:32:31 CRI

ປະ​ມຸ​ກ​ລັດ​ຈີນ​ແລະ​ອາ​ເມ​ຣິ​ກາ​ພົບ​ປະ​ກັນ​​ຜ່ານ​ທາງວິ​ດີ​ໂອ​ໄດ້​ເປັນ​ການ​ຊີ້​ທິດ​ເຍືອງ​ທາງ​ໃຫ້​ກັບ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ຈີນ-ອາ​ເມ​ຣິ​ກາ​ໃນ​ອະ​ນາ​ຄົດ_fororder_1211450650_16371508079761n

ຕອນ​ເຊົ້າ​ວັນ​ທີ 16 ພະຈິກ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ສີ​ຈີ້​ນຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​​ພົບ​ປະ​ກັບ​ທ່ານ​ໂຈ ໄບ​ເດັນ ປະທານາທິບໍດີ​ອາ​ເມຣິກາ​ດ້ວຍ​ຮູບ​ແບບ​ຜ່ານ​ທາງ​ວິ​ດີ​ໂອ. ນີ້​ຖື​ໄດ້​ວ່າ, ເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ​ການ​ພົວ​ພັນ​ຈີນ-ອາ​ເມ​ຣິ​ກາ ທີ່ປະ​ມຸກ​ລັດ​ສອງ​ປະ​ເທດ​ພົບ​ປະ​ກັນ​ດ້ວຍ​ຮູບ​ແບບ​ຜ່ານ​ທາງວິ​ດີ​ໂອ. ປັດ​ຈຸ​ບັນ, ການ​ພົວ​ພັນ​ຈີນ-​ອາ​ເມຣິ​ກາ​ພວມ​ຕົກ​ຢູ່​ໃນ​ໄລ​ຍະ​ປະ​ຫວັດ​ສາດ​ທີ່​​ສຳ​ຄັນ, ຜູ້​ນຳ​ສອງ​ປະ​ເທດ​ໄດ້​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​​ກັນຢ່າງກວ້າງ​ຂວາງ ກ່ຽວ​ກັບ​ບັນ​ຫາ​ທີ່​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ, ລັກ​ສະ​ນະ​ຮອບ​ດ້ານ ແລະ ລັກ​ສະ​ນະ​ພື້ນ​ຖານ​ ໃນ​ການ​ຂ​ະ​ຫຍາຍ​ການ​ພົວ​ພັນ​ຈີນ-ອາ​ເມ​ຣິ​ກາ ພ້ອມ​ທັງ​ວາ​ລະ​ການ​ພັດ​ທະ​ນາ, ນະ​ໂຍ​ບາຍ​ພາຍ​ໃນ​ແລ​ະ​ຕ່າງ​ປະ​ເທດ​ຂອງ​ໃຜ​ລາວ ແລະ ບັນ​ຫາ​ສາ​ກົນ​ແລະ​ພາກ​ພື້ນ​ທີ່​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ.

ທ່ານ​ເຊ້ຍ​ເຟີງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຕີ​ລາ​ຄາ​ຄວາມ​ໝາຍ​ຂອງ​ການ​ພົບ​ປະ​ຄັ້ງ​ນີ້​ໃນ​ກອງ​ປ​ະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນຫຼັງ​ການ​ພົບ​ປະ​ວ່າ: “ການ​ພົບ​ປະ​ຄັ້ງ​ນີ້​ໄດ້​ດຳ​ເນີນ​ໄປ​ຢ່າງ​ກົງ​ໄປ​ກົງ​ມາ, ແລກ​ປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງ, ມີ​ລັກ​ສະ​ນະ​ສ້າງ​ສັນ ແລະ ປະ​ສົບ​ຜົນ​ສຳ​ເລັດ. ພວກ​ເຮົາ​ເຫັນ​ວ່າ: ພາຍ​ໃຕ້​ສະ​ຖາ​ນະ​ການ​ໃນ​ປັດ​ຈຸ​ບັນ, ​ການ​ຊີ້​ທິດ​ເຍືອງ​ທາງ​ຂອງປະ​ມຸກ​ລັດ​ສອງ​ປະ​ເທດ​ໃຫ້​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ມີ​ຄວາມ​ໝາຍ​ສຳ​ຄັນຫຼາຍ. ການ​ພົບ​ປະ​ຄັ້ງ​ນີ້​ໄດ້​ຊີ້​​ທິດ​ທາງ​ ແລະ ເພີ່ມ​ພະ​ລັງ​ຊຸກ​ດັນ​ໃໝ່ໃຫ້​​ກັບການ​ຂ​ະ​ຫຍາ​ຍ​ການ​ພົວ​ພັນ​ຈີນ-ອາ​ເມ​ຣິ​ກາ​ໃນ​ໄລ​ຍະ​ຕໍ່​ໄປ

ໃນ​ການ​ພົບ​ປະ​, ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ໄດ້​ສະ​ເໜີຫຼັກ​ການ 3 ຂໍ້​​ສຳ​ລັບ​ການ​ພົວ​ພັນ​ຈີນ-ອາ​ເມ​ຣິ​ກາ, ຄື: ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ, ຢູ່​ຮ່ວມ​ກັນ​ໂດຍ​ສັນ​ຕິ ແລະ ຮ່ວມ​ມື​ກັນ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.

ທ່ານ​ສີ​ຈິ້ນ​ຜິງ​ຍັງ​ໄດ້​ກຳ​ນົດ​ຫົວ​ຂໍ້​ທີ່​ເປັນ​ບູ​ລິ​ມະ​ສິດ​ໃນ 4 ດ້ານ ທີ່​ຈີນ​ແລະ​ອາ​ເມ​ຣິ​ກາ​ຄວນ​ສຸມ​ກຳ​ລັງເພື່ອ​ຊຸກ​ຍູ້​ໃນ​ປັດ​ຈຸ​ບັນ ຄື: ໜຶ່ງ​, ຕ້ອງ​ມີ​ນ້ຳ​ໃຈ​ຮັບ​ຜິດ​ຊອບໃນ​ຖາ​ນະ​ເປັນ​ປະ​ເທດ​ໃຫຍ່ ເພື່ອ​ນຳ​ພາ​ປະ​ຊາ​ຄົມ​ໂລກ​ຮ່ວມ​ມື​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ທີ່​ພົ້ນ​ເດັ່ນ. ສອງ​, ​ບົນ​ຈິດ​ໃຈ​ສະ​ເໝີ​ພາບ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ​ຊຸກ​ຍູ້​ການ​ໄປ​ມາ​ຫາ​ສູ່​ກັນ​ໃນ​ທຸກ​ລະ​ດັບ​ແລະ​ທຸກ​ຂົງ​ເຂດ ແລະ ເພີ່ມ​ພະ​ລັງທີ່​ສ້າງ​ສັນຫຼາຍກວ່າ​ເກົ່າ​ໃຫ້​ແກ່​ການ​ພົວ​ພັນ​ຈີນ-ອາ​ເມ​ຣິ​ກາ. ສາມ​, ​ຄວບ​ຄຸມ​ຄວາມ​ຂັດ​ແຍ້ງ ແລະ ບັນ​ຫາ​ອ່ອນ​ໄຫວ​ດ້ວຍ​​ຮູບແບບ​ທີ່​ມີການ​ສ້າງ​ສັນ ເພື່​ອ​ປ້ອງ​ກັນ​ບໍ່​ໃຫ້​ການ​ພົວ​ພັນ​ຈີນ-ອາ​ເມ​ຣິ​ກາ​ເກີດ​ມີ​ບັນ​ຫາ ແລະ ສູນ​ເສຍ​ການ​ຄວບ​ຄຸມ. ສີ່​, ເພີ່ມ​ທະ​ວີ​ການ​ປະ​ສານ​ງານ​ແລະ​ຮ່ວມ​ມື​ກັນ​ໃນ​ບັນ​ຫາ​ຈຸດ​ເດັ່ນ​ຂອ​ງ​ສາ​ກົນ​ແລະ​ພາກ​ພື້ນ ລວມ​ທັງ​ການສະ​ໜອງ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ໃຫ້​ແກ່​ໂລກຫຼາຍກວ່າ​ເກົ່າ, ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ໂລກ, ຊຸກ​ຍູ້​ການ​ພັດ​ທະ​ນາ​ໂລກ ແລະ ປົກ​ປັກ​ຮັກ​ສາ​ລະ​ບຽບ​ການ​ສາ​ກົນ​ທີ່​​ເປັນ​ທຳ ແລະ ສົມ​ເຫດ​ສົມ​ຜົນ.

ໃນ​ການ​ພົບ​ປະ​ຄັ້ງ​ນີ້, ປະ​ມຸກ​ລັດ​ສອງ​ປະ​ເທດ​ລ້ວນ​ແຕ່​ໄດ້​ເນັ້ນ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ພົວ​ພັນ​ຈີນ-ອາ​ເມ​ຣິ​ກາ. ທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ: ການ​ພົວ​ພັນ​ຈີນ-ອາ​ເມ​ຣິ​ກາ​ບໍ່​ພຽງ​ແຕ່​ມີ​ຄວາມ​ສຳ​ຄັນ​ທີ່​ສຸດ​ຕໍ່​ສອງ​ປະ​ເທດ​ຈີນ​ແລະ​ອາ​ເມ​ຣິ​ກາ​ເທົ່າ​ນັ້ນ, ​ຍັງ​ມີ​ຄວາມ​ສຳ​ຄັນ​ທີ່​ສຸດ​ຕໍ່​​ກັບໂລກ​ເຊັ່ນ​ກັນ ເຊິ່ງ​ເປັນ​ຄວາມ​ຕ້ອງ​ການ​​ເພື່ອ​ສ້າງ​ຄວາມ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ຊາດ ແລະ ກໍ​ແມ່ນ​ຄວາມ​ປາ​ຖະ​ໜາ​ຂອງ​ປະ​ຊາ​ຄົມ​ໂລກ​ອີກ​ດ້ວຍ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ​ກໍ​ກ່າວ​ວ່າ: ສອງ​ຝ່າຍ​ບໍ່​ພຽງ​ແຕ່​ຄວນມີ​ນ້ຳ​ໃຈ​ຮັບ​ຜິດ​ຊອບ​ຕໍ່​ສອງ​ປະ​ເທດ​ເທົ່າ​ນັ້ນ, ຍັງຄວນ​​ມີ​ນ້ຳ​ໃຈ​ຮັບ​ຜິດ​ຊອບ​ຕໍ່​ໂລກ​ເຊັ່ນ​ກັນ. ປະ​ມຸກ​ລັດ​ສອງ​ປະ​ເທດ​ຍັງ​ໄດ້​ກ່າວ​ຢ່າງ​ຈະ​ແຈ້ງວ່າ: ຈະ​ຄັດ​ຄ້ານ “ສົງ​ຄ​າມ​ເຢັນ” ຄັ້ງ​ໃໝ່.

ວົງ​ການ​ພາຍນອກ​ໄດ້​​ໃຫ້​ຄວາມ​ສົນ​ໃຈ​ແລະ​ມີ​ຄວາມ​ເຫັນວ່າ: ກ່ອນ​ຈັດ​ການ​ພົບ​ປະ​ຄັ້ງ​ນີ້, ການ​ພົວ​ພັນ​ທີ່​ເຄັ່ງ​ຕຶງ​ລະ​ຫວ່າງ​ຈີ​ນ​ແລະ​ອາ​ເມ​ຣິ​ກາ​ໄດ້​ປາ​ກົດ​ມີ​ວີ​ແວວ​ທີ່ດີ​ຂຶ້ນ​ໃນ​ລະ​ດັບ​ໃດ​ໜຶ່ງ​ແລ້ວ. ວັນ​ທີ 10 ພະ​ຈິກ​ນີ້, ສອງ​ປະ​ເທດ​ຈີນ​ແລະ​ອາ​ເມ​ຣິ​ກາ​ໄດ້​ອອກ​ຖະ​ແຫຼງການ​ຮ່ວມ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ດຳ​ເນີນ​ງານ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ ໃນ​ໄລ​ຍະ​ຈັດ​ກອງ​ປະ​ຊຸ​ມ​ວ່າ​ດ້ວຍ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນກ​ລາ​ສ​ໂກ ເຊິ່ງ​ເປັນ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ທີ່​ສຳ​ຄັນ​ລະ​ຫວ່າງ​ສອງ​ປະ​ເທດ ​ໃນ​ສະ​ພາບທີ່​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​​ຕົກ​ຢູ່​ໃນ​ສະ​ພາບ​ຄວາມ​ເຄັ່ງ​ຕຶງ​ມາ​ເປັນ​ໄລ​ຍະ​ດົນ​ພໍ​ສົມ​ຄວນ​ມາ​ແລ້ວ. ການ​ພົບ​ປະ​ຄັ້ງ​ນີ້, ປະ​ມຸກ​ລັດ​ສອງ​ປະ​ເທດ​ໄດ້​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​​ທີ່ສຳ​ຄັນ ຈະ​ມີ​ຜົນ​ດີ​​ຕໍ່​ການ​ຊຸກ​ຍູ້​ໃຫ້ການ​ພົວ​ພັນ​ຈີນ-ອາ​ເມ​ຣິ​ກາ​ຂະ​ຫຍາຍ​ຕົວ​ຢ່າງ​ໜັກ​ແໜ້ນ​ແລະ​ໝັ້ນ​ທ່ຽງ, ນີ້​ບໍ່​ພຽງ​ແຕ່​ຈະ​ມີ​ຜົນ​ດີ​ຕໍ່​ສອງ​ຝ່າຍ​ເທົ່າ​ນັ້ນ, ຍັງ​ມີ​ຜົນ​ດີ​ຕໍ່​ໂລກ​ເຊັ່ນ​ກັນ.

ຄຳ​ເຫັນ

0