吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ນາງ​ແອງ​ເຈີ​ລາ ເມີ​​ເຄວ​ກ່າວ​ວ່າ: ການ​ຕັດ​ສາຍ​ພົວ​ພັນ​ກັບ​ຈີນ​ແມ່ນ​ເລື່ອງ​ທີ່​ຜິດ​ພາດ

2021-11-18 16:53:18 cri

 图片默认标题_fororder_微信图片_20211118154402

    ວັນ​ທີ 17 ພະ​ຈິກ​ນີ້, ທ່ານ​ນາງ​ແອງ​ເຈີ​ລາ ເມີ​ເຄວ ຮັກ​ສາ​ການ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ​ກ່າວ​ວ່າ: ການ​ຕັດ​ສາຍ​ພົວ​ພັນ​ກັບ​ຈີນ​ແມ່ນ​ເລື່ອງ​ທີ່​ຜິດ​ພາດ, ເຊິ່ງ​ຈະ​ມີ​ຜົນ​ຮ້າຍ​ຕໍ່​ເຢຍ​ລະ​ມັນ ແລະ​ເອີ​ຣົບ.

    ທ່ານ​ນາງ​ແອງ​ເຈີ​ລາ ເມີ​ເຄວ​ບໍ່​ໄດ້​ເປັນ​ຜູ້​ລົງ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີກ​ວາ​ລະ​ໜຶ່ງ​ໃນ​ການ​ເລືອກ​ຕັ້ງ​ສະ​ພາ​ສະ​ຫະ​ພັນ​ເຢຍ​ລະ​ມັນ, ເຊິ່ງ​ໝາຍ​ຄວາມ​ວ່າ​ພາຍ​ຫລັງ​ລັດ​ຖະ​ບານ​ເຢຍ​ລະ​ມັນ​ຊຸດ​ໃໝ່​ສ້າງ​ຕັ້ງ​ຂຶ້ນ, ທ່ານ​ນາງ​ແອງ​ເຈີ​ລາ ເມີ​ເຄວ​ຈະ​ພົ້ນ​ອອກ​ຈາກ​ຕຳ​ແໜ່ງ​ໃນ​ທາງ​ການ​ເມືອງ. ສຳ​ລັບ​ລັດ​ຖະ​ບານ​ຊຸດ​ໃໝ່, ທ່າ​ນ​ນາງ​ແອງ​ເຈີ​ລາ ເມີ​ເຄວ​ໄດ້​ສະ​ເໜີ​ໃຫ້​ເຢ​ຍ​ລະ​ມັນ ແລະ​ສະ​ຫະ​ພາບ​ເອີ​ຣົບ​ສືບ​ຕໍ່​ຮ່ວມ​ມື​ກັບ​ຈີນ.

    ທ່ານ​ນາງ​ແອງ​ເຈີ​ລາ ເມີ​ເຄວ​ຊີ້​ໃຫ້​ເຫັນ​ວ່າ: ຈີນ​ມີ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ທີ່​ດີ ແລະ​ມີ​ອຸດ​ສາ​ຫະ​ກຳ​ທີ່​ມີ​ປະ​ສິດ​ທິ​ຜົນ​ສູງ, ບໍ່​ຄວ​ນ​ຕັດ​ສາຍ​ພົ​ວ​ພັນ​ກັບ​ຈີນ, ໂດຍ​ສະ​ເພາະ​ແມ່ນ​ຂົງ​ເຂດ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ. ປັນ​ຍາ​ປະ​ດິດ ແລະ​ຂົງ​ເຂດ​ອື່ນໆ​ຂອງ​ຈີນ​ແມ່ນ​ຢູ່​ໃນ​ແຖວ​ໜ້າ​ຂອງ​ໂລກ​ແລ້ວ.

    ຕະ​ຫລອດ​ໄລ​ຍະ 16 ປີ​ທີ່​ທ່ານ​ນາງ ແອງ​ເຈີ​ລາ ເມີ​ເຄວ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​, ຈີນ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ການ​ຄ້າ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ເຢຍ​ລະ​ມັນ​ເປັນ​ກ້າວໆ.

 

ຄຳ​ເຫັນ

0