吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສຳ​ນັກ​ຂ່າວ​ສານ​ຕາ​ສ​​ຂອງຣັດ​ເຊຍ​ຈະ​ສົ່ງ​ນັກ​ຂ່າວ​ໄປ​ປະ​ຈຳ​ຢູ່​ອະ​ວະ​ກາດ

2021-11-18 15:30:51 cri

ສຳ​ນັກ​ຂ່າວ​ສານ​ຕາ​ສ​​ຂອງຣັດ​ເຊຍ​ຈະ​ສົ່ງ​ນັກ​ຂ່າວ​ໄປ​ປະ​ຈຳ​ຢູ່​ອະ​ວະ​ກາດ_fororder_微信图片_20211118152755

    ວັນ​ທີ 17 ພະ​ຈິກ​ນີ້, ກຸ່ມ​ບໍ​ລິ​ສັດ​ການ​ບິນ​ອະ​ວະ​ກາດ​ແຫ່ງ​ຊາດ​ຣັດ​ເຊຍ ແລະ​ສຳ​ນັກ​ຂ່າວ​ສານ​​ຕາ​ສ​ຂອງ​ຣັດ​ເຊຍ​ໄດ້​ຈັດ​ກອ​ງ​ປະ​ຊຸມ​ຖະ​ແຫລງ​ຂ່າວ​ຢູ່​ນະ​ຄອນ​ຫລວງມົ​ສ​ກູ​ປະ​ເທດ​ຣັດ​ເຊຍ, ໂດຍ​ປະ​ກາດ​ວ່າ: ​ຈະ​ສົ່ງນັກ​ຂ່າວ​​ໄປ​ປະ​ຈຳ​ຢູ່​ສະ​ຖາ​ນີ​ອະ​ວະ​ກາດ​ສາ​ກົນ.

    ນັກ​ຂ່າວອ​ະ​ວະ​ກາດ​ຜູ້​ທຳ​ອິດ​ຂອງ​ສຳ​ນັກ​ຂ່າວ​ສານ​ຕາ​ສ​ແມ່ນ​ ທ່ານ​ອາ​ເລັກ​ຊາ​ນ​ເດີ ມີ​ເຊີ​ກິນ ນັກ​​​ບິນອະ​ວະ​ກາດ​ຣັດ​ເຊຍ. ຕາມ​ແຜນ​ການ, ທ່ານ​ອາ​ເລັກ​ຊານ​ເດີ ມີ​ເຊີ​ກິນ​ຈະ​ໄປ​ປະ​ຈຳ​ການ​ຢູ່​ສະ​ຖາ​ນີ​ອະ​ວະ​ກາດ​ສາ​ກົນ​ໃນ​ເດືອນ ທັນ​ວາ​ໜ້າ​ນີ້. ທ່ານ​ຈະ​ເຮັດ​ໜ້າ​ທີ່​ລາຍ​ງານ​ຂ່າວ ແລະ​​ຖ່າຍ​ພາບ​ທີ່​ສຳ​ນັກ​ຂ່າວ​ສານ​​ຕາ​ສ​ມອບ​ໝາຍໃຫ້ຢູ່​ສະ​ຖາ​ນີ​ອະ​ວະ​ກາດ.

ຄຳ​ເຫັນ

0