吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະພາ​ຄວາມ​ໝັ້ນຄົງ​​ສ​ປ​ຊຈັດ​ກອງ​ປະຊຸມ​​​ກ່ຽວ​ກັບສະຖານະ​ການ​​ໃນ​ອັ​ຟກາ​ນີສະຖານ​ແບບ​ເປີດ​ເຜີຍ

2021-11-18 14:24:10 CRI

ສະພາ​ຄວາມ​ໝັ້ນຄົງ​​ສ​ປ​ຊຈັດ​ກອງ​ປະຊຸມ​​​ກ່ຽວ​ກັບສະຖານະ​ການ​​ໃນ​ອັ​ຟກາ​ນີສະຖານ​ແບບ​ເປີດ​ເຜີຍ_fororder_微信图片_20211118140844

 

  ວັນ​ທີ 17 ພະ​ຈິກ​ນີ້, ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ຈັດ​ກອງ​ປະຊຸມ​ກ່ຽວ​ກັບ​ສະຖານະ​ການ​ຢູ່​ອັ​ຟກາ​ນີສະຖານ​ແບບ​ເປີດ​ເຜີຍ​ອີກ​ຄັ້ງ​ໜຶ່ງ. ​ໃນ​ກອງ​ປະຊຸມ​, ທ່ານ​ຈ່ຽງ​ຈ​ວິ່ນ ຜູ້ຕາງໜ້າ​​ຖາ​ວອນ​ຂອງຈີນ​ປະຈຳ​ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ, ປະຊາ​ຄົມ​ໂລກ​ຄວນ​ເພີ່ມ​ທະວີ​ຄວາມ​ສາມັກ​ຄີ ​ແລະ ການ​ຮ່ວມ​ມື ​ເພື່ອ​ຮ່ວມກັນ​ສະໜັບ​ສະໜູນ​​ອັ​ຟກາ​ນີສະຖານ​ໃຫ້​ສາ​ມາດ​ເດີນ​ຕາມ​ເສັ້ນທາງ​​ສັນຕິພາບ ສະ​ຖຽນ​ລະ​ພາບ ​ແລະ ​​ການ​ພັດທະນາ.

 

ສະພາ​ຄວາມ​ໝັ້ນຄົງ​​ສ​ປ​ຊຈັດ​ກອງ​ປະຊຸມ​​​ກ່ຽວ​ກັບສະຖານະ​ການ​​ໃນ​ອັ​ຟກາ​ນີສະຖານ​ແບບ​ເປີດ​ເຜີຍ_fororder_微信图片_20211118140849

 

    ທ່ານ​ນາງ​ເດ​ໂບຣາ ​ໄລ​ອອນສ໌ ຫົວໜ້າ​​ໜ່ວຍ​ງານຊ່ວຍ​ເຫຼືອ​ອັ​ຟກາ​ນີສະຖານ​ຂອງ​ອົງການ​ສະຫະ​ປະຊາ​ຊາດກ່າວ​ວ່າ, ອົງການ​ຕາ​ລີ​ບັນ​ໄດ້​ຊ່ວຍ​ປ້ອງ​ກັນການ​ເຄື່ອນ​ໄຫວ​​ດ້ານມະນຸດສະທຳ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ຢູ່​ອັ​ຟກາ​ນີສະຖານ, ​ເຈົ້າ​ໜ້າ​ທີ່​ອັຟກາ​ນີສະຖານ​ຫວັງ​ວ່າ​ຈະ​ໄດ້​ຮັບ​​ການ​ຮັບ​ຮອງ​​ຈາກປະຊາ​ຄົມ​ໂລກ. ພ້ອມ​ດຽວ​ກັນ​ນັ້ນ ນາງ​ຍັງ​ກ່າວ​ວ່າ, ​​ອັ​ຟກາ​ນີສະຖານ​ມີຄວາມ​ຄືບ​ໜ້າ​​​ແບບຈຳກັດ​ໃນບັນຫາ​ຕ່າງໆ ​ເຊັ່ນ: ການ​ຈັດ​ຕັ້ງ​ລັດຖະບານ​​ທີ່​ປະ​ກອບ​ດ້ວຍ​ຫຼາຍ​ຝ່າຍ ​ແລະ ສິດ​ແລະ​ຜົນ​ປະ​ໂຫຍ​ດຂອງ​ແມ່ຍິງ​ເປັນ​ຕົ້ນ, ​ໄພ​ຂົ່ມຂູ່​​ຈາກລັດທິ​ກໍ່​ການ​ຮ້າຍ​ຍັງ​ມີ​ຢູ່, ສະຖານະ​ການ​ມະ​ນຸດ​ສະ​ທຳ​ກໍ່​ຍັງຂ້ຽວຂາດ​ຫຼາຍ.

ຄຳ​ເຫັນ

0