吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານຫລີເຄີ້ສຽງເຂົ້າຮ່ວມກອງປະຊຸມສົນທະນາພິເສດກັບນັກທຸລະກິດທົ່ວໂລກ

2021-11-18 15:32:49 cri

图片默认标题_fororder_经济

    ຕອນ​ຄ່ຳ​ຂອງວັນ​ທີ 16 ພະ​ຈິກ​ນີ້, ທ່ານ​ຫລີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສົນ​ທະ​ນາ​​ພິ​ເສດກັບ​ນັກ​ທຸ​ລະ​ກິດ​ທົ່ວ​ໂລກ​​ໃນເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​ຜ່ານ​ທາງວິ​ດີ​ໂອ, ໂດຍ​ມີ​ນັກ​ທຸ​ລະ​ກິດເກືອບ 400 ທ່ານ​ທີ່​ມາ​ຈາກ 40 ກວ່າ​ປະ​ເທດ​ເຂົ້າ​ຮ່ວມ.

    ທ່ານ​ຫລີ​ເຄີ້​ສຽງ​ກ່າວ​ວ່າ: ປັດ​ຈຸ​ບັນ, ພະ​ຍາດ​ໂຄວິດ-19ໄດ້​ແຜ່​ລະ​ບາດ ​ຫລາຍ​ຮອບ​ໃນ​ທົ່ວ​ໂລກ,​ ປັດ​ໄຈ​ທີ່​ບໍ່​ໝັ້ນ​ທ່ຽ​ງ ແລະ​ບໍ່​ແນ່ນອນ​ໃນ​ດ້ານການ​ຟື້ນ​ຟູ​ຂອງ​ເສດ​ຖະ​ກິດ​ໂລກ​ໄດ້​ເພີ່ມ​ຂຶ້ນ. ຈີນ​ຍິນ​ດີ​ຮ່ວມ​ກັບ​ບັນ​ດາ​ຝ່າຍ​ຮ່ວມ​ມື​ກັນ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19,  ເຮັດໃຫ້​ຕ່ອງ​ໂສ້​​ອຸດ​ສາ​ຫະ​ກຳ ແລະ​ຕ່ອງ​ໂສ້​ການ​ສະ​ໜອງ​ມີ​ຄວາມ​ໝັ້ນ​ທ່ຽງ ແລະ​ສະ​ດວກ, ​ເຮັດ​ໃຫ້ການ​ຄ້າ ແລະ​ການ​ລົງ​ທຶນ​ຫັນ​ເປັນ​ເສ​ລີ​ພາບ ແລະ​ສະ​ດວກ​ຫລາຍ​ຂຶ້ນກວ່າ​ເກົ່າ, ເພີ່ມ​ທະ​ວີ​ການ​ປະ​ສານ​ງານ​ດ້ານ​ນະ​ໂຍ​ບາຍ​ມະ​ຫາ​ພາກ​ຂອງ​ສາ​ກົນ, ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ໂລກ​ຟື້ນ​ຟູ​ຢ່າງ​ໝັ້ນ​ທ່ຽງ.

    ທ່ານ​ຫລີ​ເຄີ້​ສຽງ​ກ່າວ​ຕື່ມ​ວ່າ: ນັບ​ແຕ່​ຕົ້ນ​ປີ​ນີ້​ເປັນ​ຕົ້ນ​ມາ, ສະ​ພາບ​ການ​​ດ້ານເສດ​ຖະ​ກິດ​ໂດຍ​ລວມ​ຂອງ​ຈີນ​ສືບ​ຕໍ່​ມີ​​ທ່າ​ອ່ຽງ​ທີ່​ຟື້ນຄືນ ແລະ​ພັດ​ທະ​ນາ, ພ້ອມ​ດຽວ​ກັນ​ນັ້ນ, ກໍ​ຜະ​ເຊີນ​ກັບ​ຄວາມ​ກົດ​ດັນ​​ອັນ​ໃໝ່ທີ່​ເຮັດ​ໃຫ້​ຈັງ​ຫວະ​​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ຫລຸດ​ໜ້ອຍ​ລົງເຊັ່ນ​ກັນ. ​ໃນ​ຖາ​ນະ​ເປັນ​ປະ​ເທດ​ພວມ​ທະ​ນາ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ, ສະ​ພາບ​ການ​ພື້ນ​ຖານ​ທີ່ທີ່ເສດ​ຖະ​ກິດ​ຈີນ​ມີ​ທ່ວງ​ທ່າ​ທີ່​ດີ​ເປັນ​ເວ​ລາ​ໄລ​ຍະ​ຍາວ​ນານ​ນັ້ນ​​ບໍ່​ມີ​ການ​ປ່ຽນແປງ​. ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ແມ່ນ​ນະ​ໂຍ​ບາຍ​​ພື້ນ​ຖານແຫ່ງ​ຊາດ​ຈີນ​, ພວກ​ເຮົາ​ຈະດຳ​ເນີນ​​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ໃຫ້​ກວ້າງ​ອອກ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ, ຊຸກ​ຍູ້​ການ​ຮ່ວມ​ມື​ສາ​ກົນ ແລະຍິນ​ດີ​ຕ້ອນ​ຮັບ​ວິ​ສາ​ຫະ​ກິດ​ປະ​ເທດ​ຕ່າງໆ​ສືບ​ຕໍ່​ມາ​ລົງ​ທຶນ​ຢູ່ ສ​ປ ຈີນ.

ຄຳ​ເຫັນ

0