郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ດ່ານ​ທາງ​ລົດ​ໄຟຈີນ-​ລາວຕອນ​​ບໍ່​ເຕັນ​ຮັບ​ການກວດ​ຮັບ​ຈາກ​ຊາດ​ແລ້ວ

2021-11-19 15:39:27 cri

ດ່ານ​ທາງ​ລົດ​ໄຟຈີນ-​ລາວຕອນ​​ບໍ່​ເຕັນ​ຮັບ​ການກວດ​ຮັບ​ຈາກ​ຊາດ​ແລ້ວ_fororder_641832769

ວັນ​ທີ18ພະ​ຈິກນີ້, ດ່ານ​​ບໍ່​ເຕັນ​ຂອງ​ທາງ​ລົດ​ໄຟຈີນ-​ລາວທີ່​​ເມືອງຫຼ້າ​ກິ່ງ​ແຂວງປົກ​ຄອງ​ຕົນ​ເອງ​ເຜົ່າ​ລື້​ສິບ​ສອງ​ພັ່ນ​ນາ ​ ໄດ້​ຮັບ​ການກວດ​ຮັບຢ່າງ​ສະ​ດວກ​ຈາກ​ໜ່ວຍ​ງານກວດ​ກາ​ແຫ່ງ ຊາດ​​ຈີນແລ້ວ. ອີງ​ຕາມ​ການ​ອະ​ນຸ​​ມັດ​ຈາກ​ລັດ​ຖະ​ບານ​ຈີນ, ດ່ານ​​ບໍ່​ເຕັນ​ຂອງ​ທາງ​ລົດ​ໄຟ​ຈີ​ນ -ລາວ​ ເປັນ​ດ່ານ​ຂົນ​ສົ່ງຜູ້​ໂດຍ​ສານ​ແລະ​ສິນ​ຄ້າ​ຜ່ານທາງ​ລົດ​ໄຟ​ສາ​ກົນ​ທີ່​ເປີດ​ບໍ​ລິ​ການ​ຕະ​ຫຼອດ​ປີ.

ຕາມ​ການ​ແນະ​ນຳ,ຕຳ​ຫຼວດກວດ​ຄົນ​ເຂົ້າ​ເມືອງ​ຂອງ​ດ່ານ​​ບໍ່​ເຕັນ​ໄດ້​ຖືກມອ​ບ​ໝາຍ​ໃຫ້​ຮັບ​ຜິດ​ຊອບ​ກວດ​ກາ​ຄຸ້ມ​ຄອງ​ຜູ້ໂດຍ​ສານແລະ​ເຄື່ອງ​ເດີນ​ທາງ​ເຂົ້າ​ອອກ​ດ່ານ, ພາ​ຫະ​ນະ​​ເດີນ​ທາງ​ແລະ​ເຄື່ອງ​ຂົນ​ສົ່ງ, ຄຸ້ມ​ຄອງ​ປ້ອງ​ກັນ​ຄວາມ​ປອດ​ໄພ​ໃນ​ເຂດ​ຈຳ​ກັດ, ຄຸ້ມ​ຄອງ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ຢູ່​ເຂດ​ຊາຍ​ແດນ, ປ້ອງ​ກັນ​ບໍ່​ໃຫ້​ແລະ​ສືບ​ສວນ​ການ​ເຄື່ອນ​ໄຫວ​ເຂົ້າ​ອອກ​ດ່ານ​ຢ່າງ​ຜິດ​ກົດ​ໝາຍ, ສືບ​ສວນ​ຄະ​ດີ​ຕ້ອ​ງໂທດທີ່​ສ້າງ​ຜົນຮ້າຍ​ຕໍ່​ເຂດ​ຊາຍ​ແດນ​ຢ່າງ​ຜິດ​ກົດ​ໝາຍ ແລະ​ອື່ນໆ.

ຄຳ​ເຫັນ

0