吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ປູ​ຕິນກ່າວ​ວ່າ, ນາ​ໂຕ​ໄດ້ທຳລາຍ​ກົນ​ໄກ​ສົນທະນາ​​​ຢ່າງເປັນ​ເຈົ້າ​ການ ​ແລະຊຸກ​ຍູ້​ສິ່ງ​ກໍ່​ສ້າງ​ການ​ທະຫານຂອງ​ຕົນໄປ​ເສັ້ນຊາຍ​​ແດນຣັດ​ເຊຍ​ຢ່າງ​ບໍ່​ຢຸດ​ຢັ້ງ

2021-11-19 15:04:54 CRI

ທ່ານ​ປູ​ຕິນກ່າວ​ວ່າ, ນາ​ໂຕ​ໄດ້ທຳລາຍ​ກົນ​ໄກ​ສົນທະນາ​​​ຢ່າງເປັນ​ເຈົ້າ​ການ ​ແລະຊຸກ​ຍູ້​ສິ່ງ​ກໍ່​ສ້າງ​ການ​ທະຫານຂອງ​ຕົນໄປ​ເສັ້ນຊາຍ​​ແດນຣັດ​ເຊຍ​ຢ່າງ​ບໍ່​ຢຸດ​ຢັ້ງ_fororder_微信图片_20211119143408

 

    ວັນ​ທີ 18 ພະຈິກ​ນີ້, ​ໃນ​ເວລາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​​ຂອງກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ, ທ່ານວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍດີຣັດ​ເຊຍ​ກ່າວ​ວ່າ, ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ມີ​ທ່າ​ທີ​ເປັນ​ປໍ​ລະ​ປັກ​ກັນ​ອັນ​ເດັ່ນ​ຊັດ​ຕໍ່ຣັດ​ເຊຍ, ສະຫະພາບ​ເອີ​ລົບ​ໄດ້​ໃຊ້ວິທີ​ຂວ້ຳ​ບາດ​ຢ່າງ​ບໍ່​ຢຸດ​ຢັ້ງ​, ນາ​ໂຕ​​ໄດ້ທຳລາຍ​ກົນ​ໄກ​ສົນທະນາທັງ​ໝົດ​ຢ່າງ​​ເປັນ​ເຈົ້າ​ການ ​ແລະ ຊຸກ​ຍູ້​ສິ່ງ​ກໍ່​ສ້າງ​ການ​ທະຫານຂອງ​ຕົນ​ໄປ​ສູ່​ເສັ້ນ​ຊາຍ​​ແດນຣັດ​ເຊຍ​ຢ່າງ​ບໍ່​ຢຸດ​ຢັ້ງ.

 

    ນອກ​ນີ້, ກ່ຽວ​ກັບ​ການ​ພົວພັນຣັດ​ເຊຍ-​ອາ​ເມຣິກາ​ໃນ​ປັດ​ຈຸ​ບັນ, ທ່ານ​ປູ​ຕິນ​ໃຫ້​ເຫັນ​ວ່າ, ສາມາດ​ເວົ້າ​ໄດ້​ວ່າ ການ​ພົວພັນ​ລະຫວ່າງຣັດ​ເຊຍ ກັບ ອາ​​ເມຣິກາ​ພວມ​ຢູ່​ໃນ​ສະພາບ​ທີ່​ເຮັດ​ໃຫ້​ຄົນ​ບໍ່ພໍ​ໃຈ, ​ເຈົ້າ​ໜ້າ​ທີ່​ການ​ຕ່າງປະ​ເທດ​ຂອງ​ສອງ​ປະ​ເທດ​ລ້ວນ​ແຕ່​ໄດ້​ພົບ​ຄວາມ​ຫຍຸ້ງຍາກ​ຫຼາຍ, ​ຫຼັງຈາກ​ຫຼຸດ​ພະນັກງານໃຫ້​ໜ້ອຍ​ລົງ​ແລ້ວ​​ສູ​ຖານ​ທູດ​ຈິ່ງປະຕິບັດ​ງານ​ເປັນ​ປົກກະຕິ​ກໍ່​ບໍ່​ໄດ້, ຖ້າ​ຢາກ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຢ່າງ​ມີ​ແຜນ​ກໍ່​ແຮງ​ຍາກ. ນີ້​​ເປັນ​ຜົນ​ຮ້າຍ​ຈາກ​ການ​ເດີນ​ຕາມ​ເ​ສັ້ນ​ທາງ​ທ້າ​ທາຍ​ເກາະ​ຜິດ​ຂອງ​ອາ​ເມ​ຣິ​ກາ, ​ ​ເຂົ​າ​ເຈົ້າ​​ໄດ້ເລີ່​ມ​ປະຕິບັດຄຳ​ສັ່ງ​​ເກືອດຫ້າມ ​ແລະ ຄວາມ​ຈຳກັດ​ຕໍ່​ເຈົ້າ​ໜ້າ​ທີ່​ການ​ຕ່າງປະ​ເທດຣັດ​ເຊຍ​ຢ່າງ​ຂະ​ໜາດ​ໃຫຍ່ໃນ​ເວລາ 5 ປີ​ກ່ອນ,. ອາ​ເມຣິກາ​ຍັງ​ໄດ້​ອາ​ຍັດ​ຊັບ​ສິນ​ການ​ຕ່າງປະ​ເທດ​ຂອງຣັດ​ເຊຍ, ນີ້​ໄດ້​ລະ​ເມີດ​ກົດ​ລະບຽບສາກົນ​ທັງ​ໝົດ.

ຄຳ​ເຫັນ

0