李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນກ່າວ​ວ່າ: ເດັດ​ດ່ຽວ​ຄັດ​ຄ້ານ​ອາ​ເມ​ຣິ​ກາ​ທີ່​ຕຳ​ໜິ ແລະ ໃສ່​ຮ້າຍ​ປ້າຍ​ສີ​ຈີນ​ກ່ຽວ​ກັບ​ເສ​ລີພາບ​ດ້ານ​ສາ​ສະ​ໜາ​ຈີນ​ຢ່າງ​ໄຮ້​ເຫດ​ຜົນ

2021-11-19 11:20:00 cri

ຈີນກ່າວ​ວ່າ: ເດັດ​ດ່ຽວ​ຄັດ​ຄ້ານ​ອາ​ເມ​ຣິ​ກາ​ທີ່​ຕຳ​ໜິ ແລະ ໃສ່​ຮ້າຍ​ປ້າຍ​ສີ​ຈີນ​ກ່ຽວ​ກັບ​ເສ​ລີພາບ​ດ້ານ​ສາ​ສະ​ໜາ​ຈີນ​ຢ່າງ​ໄຮ້​ເຫດ​ຜົນ_fororder_新疆

    ໂດຍ​ແນ​ໃສ່​ກໍ​ລະ​ນີ​ທີ່​ອາ​ເມ​ຣິ​ກາ​ກ່າວ​ວ່າ ໄດ້ຈັດ​ເອົາຫຼາຍ​ປະ​ເທດ ເຊິ່ງ​ລວມ​ທັງ​ຈີນ ເປັນ​ເປົ້າ​ໝາຍ “ສົນ​ໃຈ​ເປັນພິ​ເສດ” ໃນ​ດ້ານ​ເສ​ລີ​ພາບ​ທາງ​ສາ​ສະ​ໜາ, ວັນ​ທີ 18 ພະ​ຈິກນີ້, ທ່ານ ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ວ່າ, ຈີນເດັດ​ດ່ຽວ​ຄັດ​ຄ້ານ​ອາ​ເມ​ຣິ​ກາ​ທີ່​ຕຳ​ໜິ ແລະ ໃສ່​ຮ້າຍ​ປ້າຍ​ສີ​ຈີນ​ກ່ຽວ​ກັບ​ເສ​ລີພາບ​ດ້ານ​ສາ​ສະ​ໜາ​ຈີນ​​ຢ່າງ​ໄຮ້​ເຫດ​ຜົນ.

    ທ່ານ ຈ້າວ​ລີ້​ຈ່ຽນ ກ່າວ​ວ່າ, ລັດ​ຖະ​ບານ​ຈີນ​ໄດ້​ປົກ​ປັກ​ຮັກ​ສາ​ເສ​ລີ​ພາບ​ໃນ​ການ​ເຊື່ອ​ຖື​ສາ​ສະ​ໜາ​ຂອງ​ພົນ​ລະ​ເມືອງ​ຈີນ​ຕາມ​ກົດ​ໝາຍ. ຢູ່​ຈີນ ມີ​ສາ​ສະ​ນິ​ກະ​ຊົນ​ທີ່​ເຊື່ອ​ຖື​ສາ​ສະ​ໜາ​ຕ່າງໆ​ເກືອບ 200 ລ້ານ​ຄົນ, ປະ​ຊາ​ຊົນ​ຈີນ​ບັນ​ດາ​ເຜົ່າ​ ມີ​ເສ​ລີ​ພາບ​ຢ່າງ​ເຕັມ​ທີ່​ໃນ​ການ​ເຊື່ອ​ຖື​ສາ​ສະ​ໜາ. ກົງ​ກັນ​ຂ້າມ ຢູ່​ພາຍ​ໃນ​ປະ​ເທດ​ອາ​ເມ​ຣິ​ກາ ມີ​ແນວ​ຄິດ​ຫົວ​ຮຸນ​ແຮງ​ຕ່າງໆ ເຊັ່ນ “ພະ​ຍາດຢ້ານ​​ອິ​ດ​ສະ​ລາມ” ເປັນ​ຕົ້ນ​ໄດ້ແຜ່​​ຂະ​ຫຍາຍ​ຢ່າງ​ກວ້າງ​ຂວາງ ເຊິ່ງ​ໄດ້​ສ້າງ​ໂສກ​ນາດ​ຕະ​ກຳ​ຢ່າງຫຼວງຫຼາຍ. ອາ​ເມ​ຣິ​ກາ​ບໍ່​ພຽງ​ແຕ່​ບໍ່​ສຳຫຼວດ​ຕົນ​ເອງ​ເທົ່າ​ນັ້ນ ຫາກ​ຍັງ​ບໍ່​ເອົາ​ຫົວ​ຊາ​ນຳ​ສະ​ພາບ​ຄວາມ​ເປັນ​ຈິງ ໂດຍ​ໄດ້​ນຳ​ໃຊ້​ບັນ​ຫາ​ສາ​ສະ​ໜາ ມາແຊກ​ແຊງ​ກິດ​ຈະ​ການ​ພາຍ​ໃນ​ປະ​ເທດ​ອື່ນເລື້ອຍໆ. ສິ່ງ​ທີ່​ອາ​ເມ​ຣິ​ກາ​ຄວນ​ເຮັດ​ນັ້ນ ​ຄວນມີ​ທ່າ​ທີ​ອັນ​ຖືກ​ຕ້ອງ​ຕໍ່​ບັນ​ຫາ​ຢູ່​ພາຍ​ໃນ​ປະ​ເທດ​ຕົນ, ເຮັດ​ວຽກ​ຂອງ​ຕົນ​ໃຫ້​ດີ ແລະ ຢຸ​ດ​ຕິ​ການ​ນຳ​ໃຊ້​ບັນ​ຫາ​ສາ​ສະ​ໜາ​ເພື່ອ​ແຊກ​ແຊງ ແລະ ໃສ່​ຮ້າຍ​ປ້າຍ​ສີ​ປະ​ເທດ​ອື່ນ.

    ຂ່າວ​ແຈ້ງວ່າ, ວັນ​ທີ 17 ພະ​ຈິກນີ້, ທ່ານ ອັນ​ໂຕ​ນີ ບ​ລິນ​ເຄັນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ ໄດ້​ອອກ​ຖະ​ແຫຼງ​ການ ໂດຍ​ຈັດ​ເອົາ 8 ປະ​ເທດ, ເຊັ່ນ: ຣັ​ດ​ເຊຍ ແລະ ຈີນ​ເປັນ​ຕົ້ນ ໃຫ້​​ຢູ່​ໃນ​ເປົ້າ​ໝາຍ​ “ສົນ​ໃຈເປັນ​ພິ​ເສດ” ໃນ​ດ້ານ​ເສ​ລີ​ພາບ​ທາງ​ສາ​ສະ​ໜາ.

ຄຳ​ເຫັນ

0