吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ວາງ​ຢີ້​ສົນ​ທະ​ນາກັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກາ​ນ​ຕ່າງ​ປະ​ເທດ​ຍີ່​ປຸ່ນ​ຜ່ານ​ທາງ​ໂທ​ສະ​ສັບ​

2021-11-19 16:42:01 cri

图片默认标题_fororder_​ຈີນ

    ວັນ​ທີ 18 ພະ​ຈິກ​ນີ້, ທ່ານວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ສົນ​ທະ​ນາ​ກັບ​ທ່ານ ໂຢ​ຊິ​ມະ​ຊະ ຮາ​ຢາ​ຊິ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຍີ່​ປຸ່ນ ຜ່ານ​ທາງ​ໂທ​ລະ​ສັບ​.

    ທ່ານ​ວາງ​ຢີ້​ກ່າວ​ວ່າ: ຫວັງວ່າ​ຝ່າຍ​ຍີ່​ປຸ່​ນ​ຈະ​ບໍ່​ປ່ຽນ​ແປງ​ຈຸດ​ຢືນ​ຂອງ​ຕົນ, ບໍ່​​ຫັນ​ກົງ​ລໍ້​ກັບຫລັງ ແລະ​ບໍ່​ກ້າວ​ກ່າຍບັນ​ຫາ​ສຳ​ຄັນ ເຊັ່ນ: ປະ​ຫວັດ​ສາດ, ໄຕ້​ຫວັນ ແລະ​ອື່ນໆ. ສອງ​ຝ່າຍ​ຄວນ​ຮ່ວມ​ກັນ​ຊຸກ​ຍູ້​ການ​ຮ່ວມ​ມື​ ແລະ​ຂະ​ບວນ​ການ​ເຊື່ອງ​ໂຍງ​ເຂົ້າ​ກັນ ​ຂອງພາກ​ພື້ນ​ອາ​ຊີ.

    ທ່ານ​ວາງ​ຢີ້​ຊີ້​ໃຫ້​ເຫັນ​ວ່າ: ຍີ່​ປຸ່ນ ແລະ​ອາ​ເມ​ຣິ​ກາ​ເປັນ​ປະ​ເທດ​ພັນ​ທະ​ມິດ, ຈີນ ແລະ​ຍີ່​ປຸ່ນ​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ຍົກ​ຍ້າຍ​ອອກ​ຈາກ​ກັນ​ບໍ່​ໄດ້. ຫວັງ​ວ່າ​ຍີ່​ປຸ່ນ​ຈະສຸມ​ໃສ່​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ຕົນ ແລະ​ຜົນ​ປະ​ໂຫຍດ​ຮ່ວມ​ໃນ​ພາກ​ພື້ນ, ​ກຳ​ນົດ​ສາຍ​ພົວ​ພັນ​ກັບ​ຈີນ ແລະ​ສາຍ​ພົວ​ພັນ​ກັບ​ອາ​ເມ​ຣິ​ກາ​ໃຫ້​ດີ.

    ທ່ານ ໂ​ຢ​ຊິ​ມະ​ຊະ ຮາ​ຢາ​ຊິກ່າວ​ວ່າ: ຍີ່​ປຸ່ນ​ຍິນ​ດີ​ຮ່ວມ​ກັບ​ຈີນ, ​ປະ​ຕິ​ບັດ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ຕ່າງໆ ເຊັ່ນ: ບໍ່​ເປັນ​ໄພ​ຂົ່ມ​ຂູ່​​ຕໍ່​ກັນ.

 

 

ຄຳ​ເຫັນ

0