吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຄື່ອງ​ຈັກ​ຜະລິດ​ໄຟຟ້າໜ່ວຍ​ທີ 100 ​ຢູ່ນ້ຳສາຍ​ຫຼັກຂອງ​ແມ່​ນ້ຳ​ຢາງ​​ຊີ​ກຽງ​ຂອງ​ກຸ່ມ​ບໍລິສັດ​​ສາມ​ຮ່ອມ​ພູ​ເລີ່​ມຜະລິດ​ໄຟຟ້າ​​ໃນ​ມື້​ນີ້

2021-11-19 14:45:13 CRI

ເຄື່ອງ​ຈັກ​ຜະລິດ​ໄຟຟ້າໜ່ວຍ​ທີ 100 ​ຢູ່ນ້ຳສາຍ​ຫຼັກຂອງ​ແມ່​ນ້ຳ​ຢາງ​​ຊີ​ກຽງ​ຂອງ​ກຸ່ມ​ບໍລິສັດ​​ສາມ​ຮ່ອມ​ພູ​ເລີ່​ມຜະລິດ​ໄຟຟ້າ​​ໃນ​ມື້​ນີ້_fororder_微信图片_20211119143420


    ​ເວລາ 9 ​ໂມງ​​ເຊົ້າ​ວັນ​ທີ 19 ພະຈິກ​ນີ້, ​ເຄື່ອງ​ຈັກ​ຜະລິດ​ໄຟຟ້າ​ເລກ 4 ຂອງ​ເຂື່ອນ​ໄຟ​ຟ້າ​ນ້ຳຕົກ​ປາຍ​ເຮີ​ທານ​ໃນ​ແມ່​ນ້ຳ​​ຈິ່ນ​ຊ່າ ​ເຊິ່ງ​ເປັນ​ເຂື່ອນ​ໄຟຟ້າ​ນ້ຳຕົກ​​ຂະ​ໜາດໃຫຍ່​ອັນ​ດັບ​ສອງ​​ຂອງໂລກ​ໄດ້​ເລີ່​ມຜະລິດ​​ກະ​ແສໄຟຟ້າ​ແລ້ວ, ນີ້​ແມ່ນ​ເຄື່ອງ​​ຈັກຜະລິດ​ໄຟຟ້າ​ໜ່ວຍທີ 6 ທີ່​ເລີ່ມຜະລິດ​ໄຟຟ້າ​​ຢູ່​ເຂື່ອນ​ໄຟຟ້າ​ນ້ຳຕົກ​ປາຍ​ເຮີ​ທານ ​ທັງ​ແມ່ນ​ເຄື່ອງຈັກ​ຜະລິດ​ໄຟຟ້າ​ພະລັງງານ​ນ້ຳ​ໜ່ວຍ​ທີ 100 ທີ່​ໄດ້​ສ້າງ​ສຳ​ເລັດ​ ແລະ ຜະລິດ​ກະ​ແສໄຟຟ້າ​ຢູ່​​ນ້ຳ​ສາຍ​ຫຼັກ​​ຂອງ​ແມ່​ນ້ຳ​ຢາ​ຊີ​ກຽງ​ຂອງ​ກຸ່ມ​ບໍລິສັດ​ສາມ​ຮ່ອມ​ພູ. ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ​ແມ່​ນ້ຳ​ສາຍ​ຫຼັກ​ຢາງ​ຊີ​ກຽງ​ໄດ້​ກາຍ​ເປັນ​​ແຫ່ງພະລັງງານ​ສະອາດ​ໃຫຍ່​ທີ່​ສຸດ​ໃນ​​ໂລກ​​ຢ່າງ​ແທ້​ຈ້ງ​ແລ້ວ.


    ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ປາຍ​ເຮີ​ທານ ນັບ​ລວມ​ແລ້ວ​ໄດ້​ຕິດ​ຕັ້ງ​ເຄື່ອງ​ຈັກ​ຜະລິດ​ໄຟຟ້າ​ພະລັງງານນ້ຳ 16 ໜ່ວຍ ​​ພຽງ​ແຕ່​ເຄື່ອງ​ດຽວ​ກໍ່​ສາ​ມາດ​ຜະ​ລິດ​ກະ​ແສ​ໄຟຟ້າ​​ໄດ້ 1 ລ້ານ​ກິ​ໂລ​ວັດ, ​ເຄື່ອງ​ຈັກຜະລິດ​ໄຟຟ້າ​ງວດ​ທຳ​ອິດ​ໄດ້​ເລີ່​ມຜະລິດ​ໄຟຟ້າ​ໃນ​ວັນ​ທີ 28 ມິຖຸນາ​ແລ້ວ​ນີ້. ​ເຄື່ອງຈັກ​ທີ່​​ເລີ່​ມຜະລິດ​ໄຟຟ້າ​ໃນ​ມື້​ນີ້​ແມ່ນ​​ເຄື່ອງ​​ຈັກຜະລິດ​ໄຟຟ້າ​ທີ່​ມີ​​ກຳ​ລັງ​ຕິດ​ຕັ້ງລ້ານ​ກິ​ໂລ​ວັດ​ໜ່ວຍ​ທີ 6 ຂອງ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ປາຍ​ເຮີ​ທານ.

ຄຳ​ເຫັນ

0