郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທາດ​ແທ້​ຂອງ​ບັນ​ຫາ​ກ່ຽວ​ກັບ​ເຂດ​ຊິ່ນ​ຈ່ຽງ​ແມ່ນ​ບັນ​ຫາຕໍ່​ຕ້ານ​ການ​ກໍ່​ການ​ຮ້າຍ,​ກຳ​ຈັດ​ແນວ​ຄິດ​ຫົ​ວ​ຮຸນ​ແຮງ ແລ​ະ​ຕໍ່ຕ້ານ​ການ​ແບ່ງ​ແຍກ

2021-11-19 17:10:46 cri

ທາດ​ແທ້​ຂອງ​ບັນ​ຫາ​ກ່ຽວ​ກັບ​ເຂດ​ຊິ່ນ​ຈ່ຽງ​ແມ່ນ​ບັນ​ຫາຕໍ່​ຕ້ານ​ການ​ກໍ່​ການ​ຮ້າຍ,​ກຳ​ຈັດ​ແນວ​ຄິດ​ຫົ​ວ​ຮຸນ​ແຮງ ແລ​ະ​ຕໍ່ຕ້ານ​ການ​ແບ່ງ​ແຍກ_fororder_417043336

ວັນ​ທີ17ພະ​ຈິກນີ້,ອົງ​ການ​​ປົກ​ຄອງ​ຂອງ​ເຂດ​ປົກ​ຄອງ​ຕົນ​ເອງ​ປະ​ຊ​າ​ຊົນ​ເຜົ່າ​ອຸຍ​ເກີ​ຊິ່ນ​ຈ່ຽງໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ກ່ຽວ​ກັບ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ກັບ​ເຂດ​ຊິ່ນ​ຈ່ຽງ ເພື່ອ​ແນະ​ນຳ​ບົດ​ຮຽນ​ໃນ​ການຕໍ່​ຕ້ານ​ການ​ກໍ່​ການ​ຮ້າຍ​ແລະກຳ​ຈັດ​ແນວ​ຄິດ​ຫົ​ວ​ຮຸນ​ແຮງ​ຢູ່​ເຂດ​ຊິ່ນ​ຈ່ຽງ.

ຕໍ່​ເລື່ອງນີ້,ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ປະ​ຈຳ​ໃນ​ວັນ​ທີ18ພະ​ຈິກນີ້​ວ່າ: ທາດ​ແທ້​ຂອງ​ບັນ​ຫາ​ກ່ຽວ​ກັບ​ເຂດ​ຊິ່ນ​ຈ່ຽງ​ແມ່ນ​ບັນ​ຫາຕໍ່​ຕ້ານ​ການ​ກໍ່​ການ​ຮ້າຍ,​ກຳ​ຈັດ​ແນວ​ຄິດ​ຫົ​ວ​ຮຸນ​ແຮງ ແລ​ະ​ຕໍ່ຕ້ານ​ການ​ແບ່ງ​ແຍກ,ຫາກ​ບໍ່​ແມ່ນ​ບັນ​ຫາ​ສິດ​ທິ​ມະ​ນຸດ​ແລະ​ບັນ​ຫາ​ສາ​ສະ​ໜາ. ເມື່ອ​ຜະ​ເຊີນ​ກັບ​ສະ​ພາບ​ການ​ຕໍ່​ຕ້ານ​ການ​ກໍ່​ການ​ຮ້າຍ​ທີ່​ຂ້ຽວ​ຂາດ​ແລະ​ສັບ​ສົນ,ເຂດ​ຊິ່ນ​ຈ່ຽງ​ໄດ້​ໃຊ້​ມາດ​ຕະ​ການ​ຫຼາຍ​ຢ່າງ​ເພື່ອຕໍ່​ຕ້ານ​ການ​ກໍ່​ການ​ຮ້າຍແລະກຳ​ຈັດ​ແນວ​ຄິດ​ຫົ​ວ​ຮຸນ​ແຮງ​ຢ່າງ​ເດັດ​ດ່ຽວ​ແລະ​ມີ​ປະ​ສິດ​ທິ​ຜົນ​ສູງ,ໃນ​ໄລ​ຍະ5ປີ​​ຕິດຕໍ່​ກັນ​ຜ່ານ​ມາ ບໍ່​ໄດ້​ເກີດ​ມີ​ຄະ​ດີ​ກໍ່​ການ​ຮ້າຍ​ດ້ວຍ​ກຳ​ລັງ​ຮຸນ​ແຮງ​ຈັກ​ເທື່ອ.

ທ່ານ​ຈ້າວ​ລີ້​ຈ່ຽນ​ກ່າວ​ຕື່ມ​ວ່າ: ປັດ​ຈຸ​ບັນ,ສັງ​ຄົມ​ເຂດ​ຊິ່ນ​ຈ່ຽງ​ມີ​ຄວາມ​ໝັ້ນ​ທ່ຽງ​ແລະ​ຄວາມ​ປອງດອງ,ເສດ​ຖະ​ກິດ​ກໍ່​ພັດ​ທະ​ນາໃຫ້ຈະ​ເລີນ​ຮຸ່ງ​ເຮືອງ,​​ປະ​ຊາ​ຊົນ​ບັນ​ດາ​ເຜົ່າດຳ​ລົງ​ຊີ​ວິດ​ຢ່າງ​ ສະ​ຫງົບປອດ​ໄພ​​ແລະ​ມີ​ຄວາມ​ສຸກ ສິ່ງ​ເຫຼົ່າ​ນີ້​ລ້ວນ​ແຕ່​ເປັນ​ການ​ຢືນ​ຢັນ​ທີ່​ດີ​ທີ່​ສຸດ​ໃຫ້​ເຫັນ​ເຖິງ​ສະ​ພາບ​ສິ​ດ​ທິ​ມະ​ນຸດທີ່​ແທ້​ຈິງ​ຂອງ​ເຂດ​ຊິ່ນ​ຈ່ຽງ, ທັງເປັນ​ການ​ອະ​ທິ​ບາຍ​ຜົນ​ສັກ​ສິດ​ຂອງ​ນະ​ໂຍ​ບາຍ​ປົກ​ຄອງ​ເຂດ​ຊິ່ນ​ຈ່ຽງ​ຂອງ​ຈີນ​ຢ່າງ​ມີ​ຊີ​ວິດ​ຊີ​ວາ, ທັງ​ເປັນ​ການ​​ຕອບ​ໂຕ້​ຢ່າງ​ດີ​ທີ່​ສຸດ​ຕໍ່​ຄຳ​ຕົ້ມ​ຕົວະ​ແລະ​ຂ່າວ​ປອມ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ກັບ​ເຂດ​ຊິ່ນ​ຈ່ຽງ.

ຄຳ​ເຫັນ

0