吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຈົ້າ​ໜ້າ​ທີ່​ເບ​ລາ​ຣຸຊີ​ກ່າວ​ວ່າ: ຊາວ​ອົບ​ພະ​ຍົບ​ທີ່​ຕົກ​ຄ້າງ​ໄວ້​ຢູ່​ປະ​ເທດ​ຂອງ​ຕົນ​ຮຽກ​ຮ້ອງ​ໃຫ້​ສະ​ໜອງ​ແລວ​ທາງ​ມະ​ນຸດ​ສະ​ທຳ​ເພື່ອໄປ​ປະ​ເທດ​ເອີ​ຣົບ​ຕາ​ເວັນ​ຕົກ

2021-11-19 14:42:59 cri

ເຈົ້າ​ໜ້າ​ທີ່​ເບ​ລາ​ຣຸຊີ​ກ່າວ​ວ່າ: ຊາວ​ອົບ​ພະ​ຍົບ​ທີ່​ຕົກ​ຄ້າງ​ໄວ້​ຢູ່​ປະ​ເທດ​ຂອງ​ຕົນ​ຮຽກ​ຮ້ອງ​ໃຫ້​ສະ​ໜອງ​ແລວ​ທາງ​ມະ​ນຸດ​ສະ​ທຳ​ເພື່ອໄປ​ປະ​ເທດ​ເອີ​ຣົບ​ຕາ​ເວັນ​ຕົກ_fororder_​ຊາວ

    ວັນ​ທີ 18 ພະ​ຈິກ​ນີ້, ສື່ມວນ​ຊົນ​ເບ​ລາ​ຣຸຊີ​​ລາຍ​ງານ​ວ່າ:ປະ​ຈຸ​ບັນ, ​ ຢູ່​ໃນ​ແດນມີ​ຊາວ​ອົບ​ພະ​ຍົບ​ປະ​ມານ 7000 ຄົນ, ຊາ​ວ​ອົບ​ພະ​ຍົບສ່ວນ​ຫລາຍ​ທີ່​ສຸດ​ທີ່​ຕົກ​ຄ້າງ​ໃນ​ປະ​ເທດ​ຕົນ ແລະ​ເຂດ​ຊາຍ​ແດ​ນ​ປະ​ເທດ​ສ​ະ​ຫະ​ພາບ​ເອີ​ຣົບ​ໄດ້​ປະ​ຕິ​ເສດ​ຖືກ​ສົ່ງ​ຄືນ​ປະ​ເທດ​ຂອງ​ຕົນ, ທັງ​ຮຽກ​ຮ້ອງ​ໃຫ້​ສະ​ໜອງ​ແລວ​ທາງ​ມະ​ນຸດ​ສະ​ທຳ​​ເພື່ອ​ໄປ​ປ​ະ​ເທດ​ເອີ​ຣົບ​ຕາ​ເວັນ​ຕົກ.

    ຫວ່າງ​ມໍ່ໆ​ມາ​ນີ້, ຊາວ​ອົບ​ພະ​ຍົບ​ຫລາຍ​ພົນ​ຄົນ​ຫວັງ​ຢາກ​ເຂົ້າ​ສູ່​ປະ​ເທດ​​ສະ​ຫະ​ພາບເອີ​ຣົບ ເຊັ່ນ: ​ໂປ​ໂລຍ​ເປັນ​ຕົ້ນ ຈາກ​ປ​ະ​ເທດເບ​ລາ​ຣຸຊີ​, ແຕ່​ປະ​ເທດ​ໂປ​ໂລຍ ແລະ​ປ​ະ​ເທດ​ອື່ນໆ​ໄດ້​ເພີ່ມ​ທະ​ວີ​ການ​ຄວບ​ຄຸມ​ເຂດ​ຊາຍ​ແດນ, ເພື່ອ​ປ້ອງ​ກັນ​ການ​ຂ້າມ​ຊາຍ​ແດນ​ຢ່າງ​ຜິດ​ກົດ​ໝາຍ, ເຊິ່ງ​ເຮັດ​ໃຫ້​ຊາວ​ອົບ​ພະ​ຍົບ​ຈຳ​ນວນ​ຫລວງ​ຫລາຍ​ໄດ້​ຕົກ​ຄ້າງ​ຢູ່​ເຂດ​ຊາຍ​ແດນ. ປະ​ເທດ​ໂປ​ໂລຍ ແລະ​ປະ​ເທດ​ອື່ນໆ​ໄດ້​ຕຳ​ໜິ​ປະ​ເທດ​ເບ​ລາ​ຣຸຊີ​​ກໍ່​ວິ​ກິດ​ການ​ຊາວ​ອົບ​ພະ​ຍົບ​ຄັ້ງ​ນີ້, ເພື່ອ​ແກ້​ແຄ້ນ​ຕໍ່​ສະ​ຫະ​ພາບ​ເອີ​ຣົບ​ທີ່​ຂວ້ຳ​ບາດເບ​ລາ​ຣຸຊີ​​ໃນ​ກ່ອນ​ໜ້າ​ນີ້. ​ແຕ່ປະ​ເທດເບ​ລາ​ຣຸຊີ​​ກ່າວ​ວ່າ: ການ​ຂວ້ຳ​ບາດ​ເຮັດ​ໃຫ້​ປະ​ເທດ​ຂອງ​ຕົນ​ບໍ່​ສາ​ມາດ​ຄວ​ບ​ຄຸມ​ຊາວ​ອົບ​ພະ​ຍົບ​ເຂົ້າ​ສູ່​ປະ​ເທດ​ຕົນ​ໄດ້.

ຄຳ​ເຫັນ

0