郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ: ນັກ​ທຸ​ລະ​ກິດ​ຕ່າງ​ປະ​ເທດ​ມີການ​ຄາດ​ຄະ​ເນ​ແລະ​ມີ​ຄວາມ​ໝັ້ນ​ໃຈ​ທີ່​ໝັ້ນ​ທ່ຽງ​ຕໍ່​ການ​ລົງ​ທຶນ​ຢູ່​ຈີນ

2021-11-19 17:03:57 cri

图片默认标题_fororder_721698641

​​ວັນ​ທີ18ພະ​ຈິກນີ້,​ທ່ານນາງ​ຊູ້ຢ​ວີ້​ທີງ ​ໂຄ​ສົກ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ປະ​ຈຳ​ວ່າ: ນັບແຕ່​ຕົ້ນ​ປີນີ້​ມາ,ປະ​ເທດ​ຈີນ​​ສາ​ມາດດຶງ​ດູດ​ການ​ລົງ​ທຶນຂອງ​ຕ່າງ​ປະ​ເທດ​​ເພີ່ມ​ຂຶ້ນ​ອ່າວ​ໄວ ແລະມີ​ປະ​ສິດ​ທິ​ຜົນ​ດີກວ່າ​ຄາດ​ໝາຍ.ຖ້າ​ບໍ່​ມີ​ສະ​ພາບ​ພິ​ເສດ​ຫຍັງ​ເກີດ​ຂຶ້ນ ຄາດ​ວ່າ ການ​ດຶງ​ດູດ​ການ​ລົງ​ທຶນໂດຍ​ກົງ​ຂອງ​ຕ່າງ​ປະ​ເທດ​​ໃນ​ໝົດ​ປີນີ້​ຈະ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ10%, ສາ​ມາດ​ບັນ​ລຸ​ເປົ້າ​ໝາຍ​ການ​ລົງ​ທຶນໂດຍ​ກົງ​ຂອງ​​ຕ່າງ​ປະ​ເທດ​ສຳ​ລັບ​ປີນີ້​ຢ່າງ​ໝັ້ນ​ທ່ຽງ​.

ຫວ່າງ​ມໍ່ໆ​ມານີ້,ກອງ​ປະ​ຊຸມ​ການ​ຄ້າ​ແລະ​ການ​ພັ​ດ​ທະ​ນາ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດໄດ້​ປະ​ກາດ​ບົດ​ລາຍ​ງານ​ໂດຍ​ຊີ້​ໃຫ້​ເຫັນ​ວ່າ,ໃນ6ເດືອນ​ຕົ້ນ​ປີນີ້,ການ​ລົງ​ທຶນ​ຂ້າມ​ຊາດ​ໃນ​ທົ່ວ​ໂລກ​ມີ​ທ່ວງ​ທ່າ​ເພີ່ມ​ຂຶ້ນ,ຄາດ​ວ່າ ການ​ລົງ​ທຶນ​ຂ້າມ​ຊາດ​ໃນ​ໝົດ​ປີນີ້​ຈະ​ດີກວ່າ​ຄາດ​ໝາຍ, ທັງອາດ​ຈະ​ດີກວ່າລະ​ດັບ​ກ່ອນ​ເກີດ​ມີ​ພະ​ຍາດ​ໂຄວິດ-19ແຜ່​ລະ​ບາດ. ທ່ານ​ນາງ​ຊູ້ຢ​ວີ້​ທີງ​ກ່າວວ່າ: ປັດ​ຈຸ​ບັນ ເສດ​ຖະ​ກິດ​ຈີນ​ໄດ້​ຟື້ນ​ຄືນຢ່າງ​ໝັ້ນ​ທ່ຽງ,ມີ​ທ່າ​ແຮງ​​ສັງ​ລວມ​ໃນ​ດ້ານ​ອຸດ​ສາ​ຫະ​ກຳ​ທີ່​ຄົບຊຸດ,ພື້ນ​ຖານ​ໂຄງ​ລ່າງ,ຊັບ​ພະ​ຍາ​ກອນ​ມະ​ນຸດ​ແລະ​​ສະ​ພາບ​ແວດ​ລ້ອມ​ການ​ເຮັດ​ທຸ​ລ​ະ​ກິດ​ທີ່​ດີ​ເປັ​ນ​ຕົ້ນ, ຕະ​ຫຼາດ​ຂະ​ໜາດ​ໃຫຍ່​ຫຼາຍແມ່ນກຳ​ລັງ​ດຶງ​ດູດ​ການ​ລົງ​ທຶນໂດຍ​ກົງ​ຂອງ​ຕ່າງ​ປະ​ເທດເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດຢັ້ງ,ນັກ​ທຸ​ລະ​ກິດ​ຕ່າງ​ປະ​ເທດມີການຄາດ​​ຄະ​ເນ​ແລະ​ມີຄວາມ​ໝັ້ນ​ໃຈ​ທີ່​ໝັ້ນ​ທ່ຽງ​ຕໍ່​ການ​ລົງ​ທຶນ​ຢູ່​ປະ​ເທດ​ຈີນ.

ຄຳ​ເຫັນ

0