郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປ​ະ​ຊຸມ​ສຸດຍອດ​ລະ​ນຶກວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ເຈລະ​ຈາຈີນ-ອາ​ຊຽນ​ຄົບ​ຮອບ30ປີ​ຈະ​ຊີ້​ທິດ​ພາ​ທາງ​ໃຫ້​ແກ່​ການ​ພົວ​ພັນ​ສອງ​ຝ່າຍ

2021-11-20 16:43:43 cri

ກອງ​ປ​ະ​ຊຸມ​ສຸດຍອດ​ລະ​ນຶກວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ເຈລະ​ຈາຈີນ-ອາ​ຊຽນ​ຄົບ​ຮອບ30ປີ​ຈະ​ຊີ້​ທິດ​ພາ​ທາງ​ໃຫ້​ແກ່​ການ​ພົວ​ພັນ​ສອງ​ຝ່າຍ_fororder_1835207260

​ໃນ​ກອງ​ປະ​ຊຸມ​ຂ່າວ​ປະ​ຈຳ​ທີ່​ຈັດ​ຂຶ້ນ​ໃນວັນ​ທີ19ພະ​ຈິກນີ້,ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ແນະ​ນຳ​ສະ​ພາບ​ການ​ກ່ຽວ​ກັບກອງ​ປ​ະ​ຊຸມ​ສຸດຍອດ​ລະ​​ນຶກວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ເຈລະ​ຈາ​ຈີນ-ອາ​ຊຽນ​ຄົບ​ຮອບ30ປີ​​ທີ່​ໃກ້​ຈະ​ຈັດ​ຂຶ້ນນັ້ນ​ໂດຍ​ກ່າວ​ວ່າ: ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ຈະ​ຮ່ວມ​ກັບ​ຜູ້​ນຳ​​ບັນ​ດາປະ​ເທດ​ອາ​ຊຽນ​ສະ​ຫຼຸບ​ຜົນ​ງານ​ແລະ​ບົດ​ຮຽນ​​ໃນການ​ຂະ​ຫຍາຍ​ການ​ພົວ​ພັນ​ຈີນ-ອາ​ຊຽນ​ໃນ30ປີ​ທີ່​ຜ່ານ​ມາ ເພື່ອ​ຊີ້​ທິດ​ພາ​ທາງ​ໃຫ້​ແກ່​ການ​ພົວ​ພັນ​ສອງ​ຝ່າຍ.

ທ່ານ​ຈ້າວ​ລີ້​ຈ່ຽນ​ກ່າວ​ວ່າ: ອາ​ຊ​ຽນ​ເປັນ​ປະ​ເທດ​ໃກ້​​ຄຽງ​ແລະ​ເປັນ​ຄູ່​ຮ່ວມ​ມື​ທີ່​ສຳ​ຄັນຂອງ​ຈີນ. ນັບ​ແຕ່​ໄດ້​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ເຈລະ​ຈາເມື່ອ​ປີ1991ເປັນ​ຕົ້ນ​ມາ,ການ​ພົວ​ພັນ​ສອງ​ຝ່າຍ​ໄດ້​ຂະ​ຫຍາຍ​ໄປ​ໜ້າ​ຢ່າງວ່ອງ​ໄວ,ໄດ້​ກາຍ​ເປັນ​ຄູ່​ການ​ຄ້າ​ທີ່​ມີ​ຂະ​ໜາດ​ໃຫຍ່ກວ່າ​ໝູ່ ເປັນ​ຄູ່​ຮ່ວມ​ມື​ທີ່​ມີ​ພະ​ລັງ​ຊີ​ວິດ​ຫຼາຍກວ່າ​ໝູ່ ແລະ​ເປັນ​ຄູ່​ຍຸດ​ທະ​ສາດ​ທີ່​ມີ​ເນື້ອ​ໃນ​ກວ້າງ​ຂວາງກວ່າ​ໝູ່​ເຊິ່ງ​ກັນ​ແລະ​ກັນ. ເນື່ອງ​ໃນ​ໂອ​ກາດ​ການ​ລະ​​ນຶກວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ເຈລະ​ຈາຈີນ-ອາ​ຊຽນ​ຄົບ​ຮອບ30ປີ,ສອງ​ຝ່າຍ​ຕົກ​ລົງ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ທີ່​ລະ​​ນຶກ​​ຄັ້ງ​ນີ້,ໄດ້​ສະ​ແດງ​ໃຫ້​ເຫັນ​ອີກ​ເທື່ອ​ໜຶ່ງ​ເຖິງ​ການ​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ການ​ພົວ​ພັນ​ຂອງ​ກັນ​ແລະ​ກັນ. ຈີນ​ຄອງ​ຄອຍຮ່ວມ​ກັນ​ກັບ​ບັນ​ດາ​ປະ​ເທດ​ໃນ​ອາ​ຊຽນ,ສືບ​ຕໍ່​ເກາະ​ແຂນ​ຮ່ວມ​ມື​ກັນ,ເພື່ອ​ສ້າງປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ອາຊຽນ​ທີ່​ແໜ້ນ​ແຟ້ນກວ່າ​ເກົ່າ,ຊຸກ​ຍູ້​ສັນ​ຕິ​ພາບ,ສະ​ຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນນີ້.

ຄຳ​ເຫັນ

0