刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ຕີ​ລາ​ຄາ​ຢ່າງສູງ​ຕໍ່​ຜົນ​ງານ​ອັນ​ໃຫຍ່ຫຼວງ​ຂອງກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 6 ຂອ​ງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອ​ມ​ມູ​ນິດ​ຈີນ​ສະ​ໄໝ​ທີ 19

2021-11-20 11:19:50 cri

ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ຕີ​ລາ​ຄາ​ຢ່າງສູງ​ຕໍ່​ຜົນ​ງານ​ອັນ​ໃຫຍ່ຫຼວງ​ຂອງກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 6 ຂອ​ງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອ​ມ​ມູ​ນິດ​ຈີນ​ສະ​ໄໝ​ທີ 19_fororder_微信图片_20211120111731

ວັນ​ທີ 17 ພະ​ຈິກ​ນີ້, ວັກ​ຊີນ​ໂຄວິດ-19 ທີ່​ຈີນ​ຊ່ວຍ​ເຫຼືອ​ລາວ​ອີກ​ຄັ້ງ​ໃໝ່​ນັ້ນ​ ໄດ້​ຂົນ​ສົ່ງ​ໄປ​ສູ່​ປະ​ເທດ​ລາວ. ໃນ​ໂອ​ກາດ​ມອບ​-ຮັບ​ວັກ​ຊີນ, ທ່ານ​ພັນ​ຄຳ ວິ​ພາ​ວັນ ນາ​ຍົກ​ລັດ​ຖະ​ມົນ​ລາວໄດ້ຕີລາຄາຢ່າງສູງຕໍ່ຜົນງານອັນໃຫຍ່ຫຼວງຂອງກອງປະ ຊຸມຄົບຄະນະຄັ້ງທີ 6 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 19.   

ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ຕີ​ລາ​ຄາ​ຢ່າງສູງ​ຕໍ່​ຜົນ​ງານ​ອັນ​ໃຫຍ່ຫຼວງ​ຂອງກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 6 ຂອ​ງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອ​ມ​ມູ​ນິດ​ຈີນ​ສະ​ໄໝ​ທີ 19_fororder_微信图片_20211120111753

ທ່ານ​ກ່າວ​ວ່າ: ຂໍ​ຊົມ​ເຊີຍກອງ​ປະ​ຊຸມ​ຄະ​ນະ​ຄັ້ງ​ທີ 6 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ສະ​ໄໝ​ທີ 19 ຫາກໍ່​ປິດ​ລົງ​ດ້ວຍ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ​ໃນວັນ​ທີ 11 ພະ​ຈິກ 2021 ທີ່​ຜ່ານ​ມາ, ໄດ້​ຮັບ​ຮອງ​ມະ​ຕິ​ຕົກ​ລົງ​ຂອງ​ສູນ​ກາງ​ພັກ​ກອ​ມ​ມູ​ນິດ​ຈີນ​ກ່ຽວ​ກັບ​ຜົນ​ງານ​ອັນ​ໃຫຍ່ຫຼວງ ແລະ​ບົດ​ຮຽນ​ປະ​ຫວັດ​ສາດ​ຈາກ​ການ​ບຸກ​ບືນ​ສູ້​ຊົນ​ຂອງ​ພັກ​ໃນ​ຮອບ​ຮ້ອຍ​ປີ​ຜ່ານ​ມາ, ໄດ້​ຕັດ​ສິນ​ໃຈ​ບຸກ​ບືນ​ສູ້​ຊົນ​ເພື່ອ​ບັນ​ລຸ​ເປົ້າ​ໝາຍສູ້ຊົນ​ຄົບ​ຮອບ 100 ປີ ເຫດ​ການ​ທີ​ສອງ​ຂອງ​ຈີນ, ໄດ້​ເປັນ​ການ​ເລີ່ມ​ຕົ້ນ​ບາດ​ລ້ຽວ​ໃໝ່​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ ສ​ປ ຈີນ. ລັດ​ຖະ​ບານ​ລາວ​ຈະ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ກັບ​ຝ່າຍ​ຈີນ ເພື່ອ​ປະ​ຕິ​ບັດ​ການ​ຕົກ​ລົງ​ເປັນ​ເອ​ກະ​ພາບ​ຂອງ​ການ​ນຳ​ສູງ​ສຸດ​ຂອງສອງ ພັກ ແລະ ສອງ​ລັດ ຂອງ​ສອງ​ປະ​ເທດ ໂດຍ​ສະ​ເພາະ​ການ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ, ບົນ​ຈິດ​ໃຈ 4 ດີ ແລະ ການ​ເປັນ​ຄູ່​ຮ່ວມ​ຊາ​ຕາ​ກຳ​ສອງ​ຊາດ ລາວ-ຈີນ ໃຫ້​ເກີດດອກ​ອອກ​ຜົນ, ນຳ​ເອົາ​ຜົນ​ປະ​ໂຫຍດ​ຕົວ​ຈິງ ມາ​ສູ່​ປະ​ຊາ​ຊົນ​ສອງ​ຊາດ​ພວກ​ເຮົາ​ຢ່າງ​ແທ້​ຈິງ.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ຕີ​ລາ​ຄາ​ຢ່າງສູງ​ຕໍ່​ຜົນ​ງານ​ອັນ​ໃຫຍ່ຫຼວງ​ຂອງກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 6 ຂອ​ງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອ​ມ​ມູ​ນິດ​ຈີນ​ສະ​ໄໝ​ທີ 19_fororder_微信图片_20211120111804

 

ຄຳ​ເຫັນ

0