吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເວ​ທີ​ປຶກ​ສາ​ຫາ​ລື​ຄັງ​ປັນ​ຍາ​ຈີນ+5 ປະ​ເທດ​ອາ​ຊີ​ກາງ​ຄັ້ງ​ທຳ​ອິດ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫລວ​ງ​ປັກ​ກິ່ງ ສ​ປ ຈີນ

2021-11-20 15:19:05 cri

 图片默认标题_fororder_阿富汗

    ວັນ​ທີ 19 ພະ​ຈິກ​ນີ້, ເວ​ທີ​ປຶກ​ສາ​ຫາ​ລື​ຄັງ​ປັນ​ຍາ​ຈີນ+5ປະ​ເທດ​ອາ​ຊີ​ກາງ​ຄັ້ງ​ທຳ​ອິດ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫລວງ​ປັກ​ກິ່ງ, ໂດຍ​ໄດ້​ສຸມ​ໃສ່​ຫົວ​ຂໍ້ “ສະພາບ​ການ​ໃໝ່​ໃນ​ອັ​ຟ​ກາ​ນີ​ສະ​ຖານ ​ກັບ​ຄວາມ​ໝັ້ນ​ຄົງ ແລະ​ການ​ພັດ​ທະ​ນາ​ຂອງ​ອາ​ຊີ​ກາງ”, ເຈົ້າ​ໜ້າ​ທີ່​ການ​ຕ່າງ​ປ​ະ​ເທດ ແລະ​ຜູ້​ຕາງ​ໜ້າ​ຂອງ​ ຄັງ​ປັນ​ຍາ​ທີ່​ມາ​ຈາ​ກ​ຈີນ ແລະ5 ປະ​ເທດ​ອາ​ຊີ​ກາງ​ໄດ້​ເຂົ້າ​ຮ່ວມ​ເວ​ທີ​ປຶກ​ສາ​ຫາ​ລື​ດັ່ງ​ກ່າວ​ໂດຍ​ຜ່າ​ນ​ຮູບ​ແບບ​ອອນ​ລາຍ ແລະ​ອອ​ຟ​ລາຍ.

    ທ່ານເລີ້ຢ​ວີ້ເຊີງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທ​ດ​ຈີນ​ໄດ້​ກ່າວ​ຢູ່ກອງ​ປະ​ຊຸມ​​ວ່າ: ​ບົດ​ຮຽນ​ທາງ​ລົບ​ຂອງການ​ປ່ຽນ​ແປງ​​ໃນ​ອັ​ຟ​ກາ​ນີ​ສະ​ຖານ​ມີ​ຄວາມ​ເລິກ​ເຊິ່ງ​ຫລາຍ, ໂດຍ​ໄດ້​ຢັ້ງ​ຢືນ​ໃຫ້​ເຫັນ​ເຖິງ​ອີກ​ຄັ້ງ​ໜຶ່ງ​ວ່າ: ການ​ແຊກ​ແຊງ​ດ້ວຍ​ກຳ​ລັງ​ອາ​ວຸດ ແລະ​​ການ​ໃຊ້ການ​ເມືອງ​ແບບ​ເຈົ້າ​ອຳ​ນາດ​ແມ່ນ​ບໍ່​ໄດ້​ຜົນ.

    ຜູ້​ເຂົ້າ​ຮ່ວມ​ເວ​ທີ​ປຶກ​ສາ​ຫາ​ລື​ດັ່ງ​ກ່າວ​ກ່າວ​ວ່າ: ປັດ​ຈຸ​ບັນ, ອັ​ຟ​ກາ​ນີ​ສະ​ຖານ​ໄດ້​ຜະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ ເຊັ່ນ: ມະ​ນຸດ​ສະ​ທຳ, ເສດ​ຖະ​ກິດ, ການ​ຕໍ່​ຕ້ານ​ການ​ກໍ່​ການ​ຮ້າຍ, ການ​ເມືອງ ແລະ​ອື່ນໆ, ການ​ບັນ​ລຸ​ສັນ​ຕິ​ພາບ ແລະ​​ການ​ສ້າງ​ສາ​ຄືນ​ໃໝ່​ແມ່ນ​ເສັ້ນ​ທາງ​ທີ່​ຫຍຸ້ງ​ຍາກ ແລະ​ຍາວ​ໄກ. ອັ​ຟ​ກາ​ນີ​ສະ​ຖານ​ແມ່ນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ຂອງ​ຈີນ ແລະ​ປະ​ເທດ​ອາ​ຊີ​ກາງ, ຈີນ ແລະ​ປະ​ເທດ​ອາ​ຊີ​ກາງ​ຄວນ​ເພີ່​ມ​ທະ​ວີ​ຄວາມ​ສາ​ມັກ​ຄີ ແລະ​ການ​ຮ່ວມ​ມື, ຮ່ວ​ມ​ກັນ​ສະ​ໜັບ​ສະ​ໜູນ​ໃຫ້​ອັ​ຟ​ກາ​ນີ​ສ​ະ​ຖານ​ເດີນ​ຕາມ​ເສັ້ນ​ທາງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ​ການ​ພັດ​ທະ​ນາ.

ຄຳ​ເຫັນ

0