吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພະ​ນັກ​ງານ​ການ​ແພດ​ອາ​ເມ​ຣິ​ກາ​ຈຳ​ນວນ​ຫລວງ​ຫລາຍ​ໄດ້​ລາ​ອອກໜ້າ​ວຽກ

2021-11-20 15:08:45 cri

图片默认标题_fororder_美国

    ເວັບ​ໄຊ​ຂ່າວ​ສານ​ຟ​ອ​ຄ​ສ໌​ຂອງ​ອາ​ເມ​ຣິ​ກາ​ລາຍ​ງານ​ໃນ​ວັນ​ທີ 19 ພະ​ຈິກ​ນີ້​ວ່າ: ພາຍ​ໃຕ້​ສະ​ພາບການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ພະ​ນັກ​ງານ​ການ​ແພດ​ອາ​ເມ​ຣິ​ກາ​ຈຳ​ນວນ​ຫລວງ​ຫລາຍ​ໄດ້​ລາ​ອອກ​ໜ້າ​ວຽກ. ນັບ​ແຕ່ເດືອນ​ກຸມ​ພາປີ 2020 ເປັນ​ຕົ້ນ​ມາ, ​ໃນຂະ​ແໜງ​ການ​ການ​ແພດ ແລະ​ສາ​ທາ​ລະ​ນະ​ສຸກ​ອາ​ເມ​ຣິ​ກາ​ໄດ້​ມີ​ປະ​ມານ 5 ແສນ​ຄົນ​ລາ​ອອກ​ໜ້າ​ວຽກ​ແລ້ວ.

    ຕາມ​ຂ່າວ​ລາຍ​ງານ​ວ່າ: ​ໄລ​ຍະ​ເລີ່ມຕົ້ນຂອງ​ການ​ສັກ​ວັກ​ຊີນໄດ້​ນຳ​ເອົາ​ຄວາມ​ຫວັງ​ທີ່​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ຈະ​ສິ້ນ​ສຸດ​ລົງ​ໃຫ້​ແກ່​ປະ​ຊາ​ຊົນ, ​ແຕ່​ຄຽງ​ຄູ່​ກັບ​ໄວ​ຣັດ​ພະ​ຍາດ​ໂຄວິດ-19ກາຍ​ພັນ “ເດວ​ຕາ” ໄດ້​ແຜ່​ລະ​ບາດ​ຢ່າງຮ້າຍ​ແຮງ, ບວກ​ກັບປະ​ກາດການ​ຜ່ອນ​ຜັນ​ລັດ​ຖະ​ດຳ​ລັດ​ທີ່​ໃຫ້​ໃສ່​ຜ້າ​ປິກ​ປາກ​ໄວ​ເກີນ​ໄປ, ​ອັດ​ຕາ​ການ​ສັກ​ວັນ​ຊີນ​​ບໍ່​ມີ​ຄວາມ​ຄືບ​ໜ້າ, ຄວາມ​ຫວັງ​​ໃນ​ກ່ອນ​ໜ້າ​ນີ້​ໄດ້​ແຕກ​ສະ​ຫລາຍຢ່າງ​ໄວ​ວາ, ໂຮງ​ໝໍ​ກໍ​ຜະ​ເຊີນ​ກັບ​ຄວາມ​ກົດ​ດັນ​ອັນ​ໜັກ​ໜ່ວງ​ອີກ​ຄັ້ງ​ໃໝ່. ພະ​ນັກ​ງານ​ການ​ແພດ​ຫລາຍ​ຄົນ​ກ່າວ​ວ່າ: ສາ​ເຫດ​ທີ່​ເຂົາ​ເຈົ້າ​ລາ​ອອກ​ບໍ່​ແມ່ນ​ບໍ່​ຢາກ​ຕໍ່​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19, ຫາກ​ແມ່ນ​ຍ້ອນ​ບໍ່​ພໍ​ໃຈ​ຕໍ່​ມາດ​ຕະ​ການ​ຮັບ​ມືກັບ​ພະ​ຍາດ​ໂຄວິດ-19ຂອງ​ອົງ​ການ​ການ​ແພດ​ຂອງ​ຕົນ, ເຂົາ​ເຈົ້າ​ຈຳ​ເປັນ​ຕ້ອງ​ໄດ້​ເຮັດ​ວຽກ​ພາຍ​ໃຕ້​ເງື່ອນ​ໄຂ​ຫຍຸ້ງ​ຍາກ​ລຳ​ບາກ, ທັງບໍ່​ມີ​ສິດ​ປະ​ກອບ​ຄຳ​ເຫັນ.

 

ຄຳ​ເຫັນ

0