吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ວາງ​ຢີ້​ກ່າວ​ວ່າ: ຈີນ​ ແລະ​ອາ​ເມ​ຣິ​ກາ​ສາ​ມາດ​ແກ້​ໄຂ​ສາຍ​ພົວ​ພັນ​​ສອງ​ຝ່າຍ​ໃຫ້​ດີ​ໄດ້ຫລື​ບໍ່ ແມ່ນ​ກ່ຽວ​ພັນ​ເຖິງ​ອະ​ນາ​ຄົດ​ຂອງ​ໂລກ

2021-11-20 16:38:14 cri

图片默认标题_fororder_中美

    ວັນ​ທີ 20 ພະ​ຈິກ​ນີ້, ທ່ານ​ວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ຢູ່ກອງ​ປະ​ຊຸມ​ຄັງ​ປັນ​ຍາ​ໂລກ, ໂດຍ​ໄດ້​ບັນ​ຍາຍ​ຈຸດ​ຢືນ​ກ່ຽວ​ກັບ​ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ​ຢ່າງ​ເລິກ​ເຊິ່ງ.

    ທ່ານ​ວາງ​ຢີ້​ກ່າວ​ວ່າ, ໃນ​ຖາ​ນະ​ເປັນ​ປະ​ເທດ​ພວມ​ພັດ​ທະ​ນາ​ທີ່​ໃຫຍ່​ທີ່​ສຸດ ແລະ​ປະ​ເທດ​ພັດ​ທະ​ນາ​ແລ້ວ​ທີ່​ໃຫຍ່​ທີ່​ສຸດ, ຈີນ ແລະ​ອາ​ເມ​ຣິ​ກາ​ສາ​ມາດແກ້​ໄຂ​ສາຍ​ພົວ​ພັນ​ເຊິ່ງ​ກັນ​ ແລະ​ກັນ​​ໃຫ້​ດີ​ໄດ້ຫລື​ບໍ່ ແມ່ນ​ກ່ຽວ​ພັນ​ເຖິງ​ອະ​ນາ​ຄົດ​ຂອງ​ໂລກ.  

    ​ການເຄົາ​ລົບ​ນັບ​ຖື​ເຊິ່ງ​ກັນ ແລະ​ກັນ​ແມ່ນ​ເງື່ອນ​ໄຂ​​ອັນ​ພື້ນ​ຖານ​ຂອງ​ການ​ຢູ່​ຮ່ວມ​ກັນ​ລະ​ຫວ່າ​ງ​ປະ​ເທດ​ຕ່າງໆ. ແຕ່​ລະ​ປະ​ເທດ​ລ້ວນ​ແຕ່​ມີ​ປະ​ຫວັດ​ສາດ ແລະ​ວັດ​ທະ​ນະ​ທຳ​ອັນ​ພິ​ເສດ​ຂອງ​ຕົນ, ລ້ວນ​ແຕ່​ມີ​ຜົນ​ປະ​ໂຫຍດ​ແກນ​ກາງ​ທີ່​ສົນ​ໃຈ​ທີ່​ສຸດ, ກໍ​ມີ​ສິດ​ເລືອກ​ລະ​ບອບ​ສັງ​ຄົມ ແລະ​ເສັ້ນ​ທາງ​ພັດ​ທະ​ນາ​ທີ່​ເໝາະ​ສົບ​ກັບ​ສະ​ພາບ​ແຫ່ງ​ຊາດ​ຂອງ​ຕົນ.

    ​ການຢູ່​ຮ່ວມ​ກັນ​ໂດຍ​ສັນ​ຕິ​ແມ່ນ​​ຫລັກ​ການ​ທີ່​ຄວນ​​ປະ​ຕິ​ບັດ​ໃນ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ປະ​ເທດ​ຕ່າງໆ. ໂດຍ​ສະ​ເພາະ​ແມ່ນ​ສຳ​ລັບ​ປະ​ເທດ​ໃຫຍ່​ຄື ​ຈີນ ແລະ​ອາ​ເມ​ຣິ​ກາແລ້ວ,ຖ້າ​ວ່າ​ເປັນ​ປໍ​ລະ​ປະ​ກັນ, ບໍ່​ພຽງ​ແຕ່​ບໍ່​ມີ​ຜົນ​ດີ​ໃດໆ​ຕໍ່​ສອງ​ປະ​ເທດ​ເທົ່າ​ນັ້ນ, ຍັງ​ຈະ​ສ້າງ​ຜົນ​ຮ້າ​ຍ​ທີ່​ແບກ​ຫາບ​ຍາກ​ຕໍ່​ໂລກ​ອີກ​ດ້ວຍ.

    ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ແມ່ນ​ທິດ​ທາງ​ຖືກ​ຕ້ອງ​ຂອງ​ການ​ພັດ​ທະ​ນາ​ດ້ານ​ປະ​ຫວັດ​ສາດ. ຜົນ​ປະ​ໂຫຍດ​ລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ​ໄດ້​ເຊື່ອມ​ໂຍງ​ເຂົ້າ​ກັນ​ຢ່າງ​ເລິກ​ເຊິ່ງ, ມີ​ພຽງ​ແຕ່​ຍຶດ​ໝັ້ນ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ ແລະພັດ​ທະ​ນາ​ຮ່ວມ​ກັນ​ເທົ່າ​ນັ້ນ​ຈຶ່ງ​ສາ​ມາດ​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ ແລະ​ຍາວ​ນານ​ໄດ້.

    ທ່ານ​ວາງ​ຢີ້​ກ່າວ​ຕື່ມ​ວ່າ: ພວກ​ເຮົາ​ຫວັງ​ວ່າ: ຄວາມ​ເວົ້າ ແລະ​ພຶດ​ຕິ​ກຳ​ຂອງ​ອາ​ເມ​ຣິ​ກາ​ສາ​ມາດ​ເປັນ​ເອ​ກະ​ພາບ​ກັນ​ໄດ້, ເຮັດ​ໃຫ້​ທ່າ​ທີ​ອັນ​ສຳ​ຄັນ​ຕ່າງໆທີ່​ໄດ້​ກ່າວ​ໄວ້​ນັ້ນ​, ເຊັ່ນ: ບໍ່​ສ້າງ​ສົງ​ຄາມ​ເຢັນ​ແບບ​ໃໝ່, ບໍ່​ເປັນ​ປໍ​ລະ​ປະ​ກັນ, ບໍ່​ສະ​ໜັບ​ສະ​ໜູນ​ການ​​ແບ່ງ​ແຍກ​ໄຕ້​ຫວັນ​ໃຫ້​ເປັນ​ເອ​ກະ​ລາດ ແລະ​ອື່ນໆຈັດ​ເຂົ້າ​ໃນ​ນະ​ໂຍ​ບາຍ ແລະ​ການ​ກະ​ທຳ​ຕົວ​ຈິງ. ເຮັດ​ແນວ​ນີ້​ຈຶ່ງ​ສາ​ມາດ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ກັບ​ປະ​ຊາ​ຊົນ​ສອງ​ປະ​ເທດ, ທັງ​ສ້າງ​ຜົນ​ປະ​ໂຫຍດ​ແກ່​ໂລກ​ອີກ​ດ້ວຍ.

ຄຳ​ເຫັນ

0