李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ ແລະ ຣັດ​ເຊຍ ຮ່ວມ​ກັນ​ໄຂ​ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ບັນ​ຫາ​ປະ​ຊາ​ທິ​ປະ​ຕິປະ​ໄຕ ແລະ ສິດ​ທິ​ມະ​ນຸດຢູ່​ເຊີ​ແນວ

2021-11-20 18:05:18 cri

ວັນ​ທີ 18 ພະ​ຈິກນີ້, ຄະ​ນະ​ຜູ້​ຕາງ​ໜ້າ​ຖາ​ວອນ​ຂອງ​ຈີນ​ປະ​ຈຳ​ເຊີ​ແນວ ແລະ ຄະ​ນະ​ຜູ້​ຕາງ​ໜ້າ​ຖາ​ວອນ​ຂອງ​ຣັດ​ເຊຍ​ປະ​ຈຳ​ເຊີ​ແນວ ໄດ້​ຮ່ວມ​ກັນ​ໄຂ​ກອງ​ປະ​ຊຸມ​ສຳ​ມະ​ນາ​ອອນ​ລາຍ​ກ່ຽວ​ກັບ​ບັນ​ຫາ​ປະ​ຊາ​ທິ​ປະ​ໄຕ ແລະ ສິດ​ທິ​ມະ​ນຸດ. ຜູ້​ຕາງ​ໜ້າ​ຖາ​ວອນ ແລະ ເຈົ້າ​ໜ້າ​ທີ່​ການ​ຕ່າງ​ປະ​ເທດ​ຂັ້ນ​ສູງ​ຈາກ 50 ກວ່າ​ປະ​ເທດ​ປະ​ຈຳ​ເຊີ​ແນວ, ຜູ້​ຕາງ​ໜ້າ​ອົງ​ການ​ທີ່​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ, ນັກ​ວິ​ຊາ​ການ ແລະ ນັກ​ຂ່າວ 130 ກວ່າ​ຄົນ​ໄດ້​ເຂົ້າ​ຮ່ວມ.

ທ່ານ​ ຫຼີ​ຊົ່ງ ອຸ​ປະ​ທູດ​ຊົ່ວ​ຄາວຂອງ​ຄະ​ນະ​ຜູ້​ຕາງ​ໜ້າ​ຖາ​ວອນ​ຈີນ​ປະ​ຈຳ​ເຊີ​ແນວ ໄດ້​ປະ​ກອບ​ຄຳ​ຄິດ​ເຫັນ​ໃນ​ກອງ​ປະ​ຊຸມ​ວ່າ, ບໍ່​ວ່າ​ຈະ​ໃຊ້​ຮູບ​ແບບ​ໃດ​ກໍ​ຕາມ, ການ​ທີ່​ປະ​ຊາ​ຊົນ​ເປັນ​ເຈົ້າ​ຂອງ​ປະ​ເທດນັ້ນ ຈຶ່ງ​ແມ່ນ​ປະ​ຊາ​ທິ​ປະ​ໄຕ​ອັນ​ແທ້ງ​ຈິງ; ມີ​ແຕ່​ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ​ເທົ່າ​ນັ້ນ ຈຶ່ງ​ສາ​ຈະ​ສາ​ມາດ​ບັນ​ລຸ​ສິດ​ທິ​ມະ​ນຸດ​ຢ່າງ​ຮອບ​ດ້ານ​ໄດ້. ຖ້າ​ຫາກ​ປັດ​ປ່າຍ​​ປະ​ຊາ​ທິ​ປະ​ໄຕໃນ​ຮູບ​ແບບ​ທີ່​ຕ່າງ​ກັບ​ຕົນ​ເອງ, ເລື່ອງນີ້​ເອງ​ກໍ​ແມ່ນ​ບໍ່​ມີ​ປະ​ຊາ​ທິ​ປະ​ໄຕ. ການ​ທີ່ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ ແລະ ກໍ່​ການ​ເປັນ​ປໍ​ລະ​ປັກ​ກັນ ດ້ວຍ​ຂໍ້​ອ້າງ​ປະ​ຊາ​ທິ​ປະ​ໄຕ ແລະ ມະ​ນຸດ​ສະ​ທຳນັ້ນ ມີ​ແຕ່​ຈະ​ພາ​ໃຫ້​ເກີດ​ມີ​ການ​ປັ່ນ​ປ່ວນ ຕະຫຼອດ​ຮອດ​ໄພ​ພິ​ບັດ.

ທ່ານ ກາ​ຕີ​ລົ​ຟ ຜູ້​ຕາງ​ໜ້າ​ຖາ​ວອນ​ຂອງ​ຣັດ​ເຊຍ​ປະ​ຈຳ​ເຊີ​ແນວ ກ່າວ​ວ່າ, ໃນ​ຂະ​ບວນ​ການ​ສະ​ແຫວງ​ຫາ​ປະ​ຊາ​ທິ​ປະ​ໄຕ ແລະ ມະ​ນຸດ​ສະ​ທຳ, ຄວນ​ພິ​ຈາ​ລະ​ນາ​ເຖິງ​ຈຸດ​ພິ​ເສດ​ດ້ານ​ວັດ​ທະ​ນະ​ທຳ ມາດ​ຖານ​ດ້ານ​ຄຸນ​ສົມ​ບັດ ແລະ ຄ່າ​ນິ​ຍົມ​ອັນ​ເປັນ​ມູນ​ເຊື້ອ​ທາງ​ສັງ​ຄົມ​ທີ່​ແຕກ​ຕ່າງ​ກັນ. ບາງ​ປະ​ເທດ​ທີ່​ເອີ້ນ​ຕົນ​ວ່າ ເປັນ “ປ້ອມ​ຍາມ​ປ້ອງ​ກັນ​ປະ​ຊາ​ທິ​ປະ​ໄຕ” ໄດ້​ຮັກ​ສາ​ແນວ​ຄິດ​ສົງ​ຄາມ​ເຢັນ, ເຈ​ຕະ​ນາ​ຢາກ​ຂີດ​ແບ່ງ​ປະ​ເທດ​ດ້ວຍ “ມາດ​ຖານ​ປະ​ຊາ​ທິ​ປະ​ໄຕ” ຂອງ​ຕົນ, ທັງ​ນີ້​ໄດ້​ເຮັດ​ໃຫ້​ຄວາມ​ເຫັນ​ຂັດ​ກັນ​ລະ​ຫວ່າງ​ປະ​ເທດ​ເລິກ​ເຊິ່ງກວ່າ​ເກົ່າ​ຕື່ມ​ອີກ ເຊິ່ງ​ແມ່ນ​ເລື່ອງ​ທີ່​ບໍ່​ຄວນ​ເຮັດ​ທັງ​ນັ້ນ.

ຄຳ​ເຫັນ

0