郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການຫັນ​ບັນ​ຫາ​ກິ​ລາ​ເປັນ​​ບັນ​ຫາ​ການ​ເມືອງ​ໄດ້​ຝ່າ​ຝືນ​ກັບຈິດ​ໃຈ​ໂອ​ລິມ​ປິກ

2021-11-20 16:46:02 cri

​ຕາມ​ຂ່າວ​ແຈ້ງວ່າ: ທ່ານ​ໂຈ​ໄບ​ເດັນ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາໄດ້​ຢືນ​ຢັນ​ວ່າກຳ​ລັງ​ພິ​ຈາ​ລະ​ນາ​ຢາກ​ສະ​ກັດ​ກັ້ນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ດ້ວຍ​ວິ​ທີ​ທາງ​ການ​ທູດ. ຕໍ່​ເລື່ອງນີ້ ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ປະ​ຈຳ​ໃນວັນ​ທີ19ພະ​ຈິກນີ້ວ່າ: ການຫັນ​ບັນ​ຫາ​ກິ​ລາ​ເປັນ​​ບັນ​ຫາ​ການ​ເມືອງ​ໄດ້​ຝ່າ​ຝືນ​ກັບຈິດ​ໃຈ​ໂອ​ລິມ​ປິກ, ທັງ​ໄດ້​ທຳ​ລາຍ​ຜົ​ນ​ປະ​ໂຫຍດ​ຂອງ​ນັກ​ກິ​ລາ​ບັນ​ດາ​ປະ​ເທດ.

 ທ່ານ​ຈ້າວ​ລີ້​ຈ່ຽນ​ກ່າວ​ເນັ້ນ​ໜັກ​ວ່າ: ວຽກ​ງານ​ເຂດ​ຊິ່ນ​ຈ່ຽງ​ເປັນ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ທັງ​ນັ້ນ, ເດັດ​ຂາດ​ຫ້າມ​ບໍ່​ໃຫ້​ອິດ​ທິ​ກຳ​ລັງ​ພາຍ​ນອກ​ໃດໆ​ມາ​ແຊກ​ແຊງ​ດ້ວຍ​ຂໍ້​ອ້າງໃດໆ​ແລະ​​ຮູບ​ການໃດໆ. ການ​ທີ່ອາ​ເມ​ຣິ​ກາ​ໃສ່​ຮ້າຍ​ປ້າຍ​ສີ​ວ່າ​ຢູ່​ເຂດ​ຊີ່ນ​ຈ່ຽງ​ມີ​ສະ​ພາບການ​ດັບ​ສູນ​ເຊື້ອ​ຊາດ​ແລະ​ບັງ​ຄັບ​ປະ​ຊາ​ຊົນ​ອອກ​ແຮງ​ງານ, ເວົ້າສຳ​ລັບ​ປະ​ຊາ​ຊົນ​ຈີນ​ແລ້ວ ​ນີ້​ແມ່ນ​ເລື່ອງ​ຕະ​ຫຼົກ​ແທ້! ຂ້າ​ພະ​ເຈົ້າ​ຢາກ​ກ່າວ​ເນັ້ນ​ ​ອີກເທື່ອ​ໜຶ່ງວ່າ: ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງແລະ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ​ປີ2022 ເປັນ​ເວ​ທີ​ຂອງ​ນັກ​ກິ​ລາ​ບັນ​ດາ​ປະ​ເທດ​ໃນ​ໂລກ​ທີ່​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​,ເຂົາ​ເຈົ້າ​ຈຶ່ງ​ເປັນ​ຕົວ​​ລະ​ຄອນ​ຫຼັກ​ທີ່​ແທ້​ຈິງ. ຈີນ​ເຊື່ອ​ໝັ້ນ​​ວ່າ ພາຍ​ໃຕ້​ການ​ຊີ້​ນຳຂອງຈິດ​ໃຈ​ໂອ​ລິ​ມ​ປິກ ແລະ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ຂອງ​ບັນ​ດາ​ຝ່າຍ, ປະ​ເທດ​ຈີນຈະ​ຈັດ​ງານ​ມະ​ຫາ​ກຳ​ກິ​ລາ​ໂອ​ລິມ​ປິກ​ທີ່​ງ່າຍ​ດາຍ,ປອດ​ໄພ​ແລະ​ສະ​ຫງ່າ​ງາມ​ຄັ້ງ​ໜຶ່ງ​ສຳ​ລັບໂລກ, ທັງຈະ​​ຮ່ວມ​ກັນຊຸກ​ຍູ້ພາ​ລະ​ກິດ​ກິ​ລາ​ສາ​ກົນໃຫ້​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ຟົດ​ຟື້ນ​ມ່ວນ​ຊື່ນ​ແນ່ນອນ​.

图片默认标题_fororder_347858513

 

ຄຳ​ເຫັນ

0