李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຟິ​ລິບ​ປິນ​ຈະ​ອະ​ນຸ​ຍາດ​ໃຫ້​ນັກ​ທ່ອງ​ທ່ຽວ​ທີ່​ໄດ້​ສັກ​ວັກ​ຊີນ​ຄົບ​ຕາມ​ກຳ​ນົດ​ຈາກ​ພາ​ກ​ພື້ນ​ທີ່​ມີ​ຄວາມ​ສ່ຽງ​ຕ່ຳ​ນັ້ນ​ເຂົ້າ​ປະ​ເທດ​ຕົນ

2021-11-20 18:11:42 cri

ວັນ​ທີ 19 ພະ​ຈິກນີ້, ທ່ານ ໂນກ​ຣາ​ເລັ​ສ ຮັກ​ສາ​ການໂຄ​ສົກຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ​ໄດ້​ກ່າວ​ວ່າ, ລັດ​ຖະ​ບານ​ຟິ​ລິບ​ປິນ​ມີ​ແຜນ​ຈະ​ອະ​ນຸ​ຍາດ​ນັກ​ທ່ອງ​ທ່ຽວ​ທີ່​ໄດ້​ສັກ​ວັກ​ຊີນໂຄວິດ-19 ຄົບ​ຕາມ​ກຳ​ນົດ​ຈາກ​ພາກ​ພື້ນ​ທີ່​ມີ​ຄວາມ​ສ່ຽງ​ຕ່ຳ​ນັ້ນ​ເຂົ້າ​ດິນ​ແດນ​ໃນ​ໄວໆ​ນີ້.

ທ່ານ ໂນກ​ຣາ​ເລັ​ສ ກ່າວ​ວ່າ, ພາກ​ພື້ນ​ທີ່​ມີ​ຄວາ​ມ​ສ່ຽງ​ຕ່ຳ ໝາຍ​ເຖິງ​ປະ​ເທດ ແລະ ເຂດ​ແຄວ້ນ​ທີ່ນອນ​ຢູ່​ໃນ​ບັນ​ຊີ “ສີ​ຂຽວ” ທີ່​ກຳ​ນົດ​ໂດຍ​ລັດ​ຖະ​ບານ​ຟິ​ລິບ​ປິນ. ແຕ່​ລັດ​ຖະ​ບານ​ຍັງ​ບໍ່​ທັນ​ໄດ້​ກຳ​ນົດ​ວັນ​ເວ​ລາ​ອັນ​ລະ​ອຽດ​ທີ່​ຈະ​ເປີດ​ປະ​ຕູ​ຂອງ​ປະ​ເທດ. ແຜນ​ການ​ຊີ້​ນຳ​ນັກ​ທ່ຽວ​ທ່ອງ​ເຂົ້າ​ເມືອງນັ້ນ ຍັງ​ຕ້ອງ​ການ​ການ​ກຳ​ນົດ ແລະ ອະ​ນຸ​ມັດ​ຄັ້ງ​ສຸດ​ທ້າຍ​ຈາກ​ໜ່ວຍ​ງານ​ຕໍ່​ຕ້ານ​ພະ​ຍາດ​ໂຄວິດ-19 ປະ​ສົມ​ຂອງ​ລັດ​ຖະ​ບານ.

ຄຳ​ເຫັນ

0