吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ວາງຢີ້​ກ່າວ​ຄຳ​ປາ​ໄສ​ທີ່​ພາດ​ຫົວ​ຂໍ້ວ່າ “ຄັດຄ້ານ​ການ​ແບ່ງ​ແຍກ​ດ້ວຍຄວາມ​ສາມັກຄີ, ພ້ອມ​ກັນຊຸກຍູ້​ການ​ພັດທະນາ​ດ້ວຍ​ການ​ຮ່ວມ​ມື” ​ໃນ​ກອງ​ປະຊຸມ​ຄັງ​ປັນຍາທົ່ວ​ໂລກ

2021-11-21 13:30:49 CRI

    ວັນ​ທີ 20 ພະຈິກ​ນີ້, ​ໂດຍ​ຕະສະໜອງ​ຕາມ​ຄຳ​ເຊີນ, ທ່ານ​ວາງຢີ້ ທີ່​ປຶກສາ​ແຫ່ງ​ລັດ ທັງ​ເປັນ​ລັດຖະມົນຕີ​ກະຊວງ​ການ​ຕ່າງປ​ະ​ເທດ​ຈີນ​​ໄດ້​ກ່າວ​ຄຳ​ປາ​ໄສ​ທີ່​ພາດ​ຫົວ​ຂໍ້ວ່າ “ຄັດຄ້ານ​ການ​ແບ່ງ​ແຍກ​ດ້ວຍຄວາມ​ສາມັກຄີ, ພ້ອມ​ກັນຊຸກຍູ້​ການ​ພັດທະນາ​ດ້ວຍ​ການ​ຮ່ວມ​ມື”​ ດ້ວຍ​ຮູບ​ແບບ​​ຜ່ານທາງ​ວີ​ດີ​ໂອ​ໃນ​ກອງ​ປະຊຸມ​ຄັງ​ປັນຍາທົ່ວ​ໂລກທີ່​ມີ​​ຫົວ​ຂໍ້ວ່າ “ການ​ຄຸ້ມ​ຄອງ​ແລະ​ຄວບ​ຄຸມການ​ແຂ່ງຂັນ, ຂໍ້​ຂັດ​ແຍ້​ງ ​ແລະ ການ​ຮ່ວມ​ມື​​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

 

    ທ່ານ​ວາງ​ຢີ້ກ່າວ​ວ່າ, ພະຍາດ​ໂຄ​ວິດ-​19 ຍັງ​ແຜ່​ລະບາດ​ຢ່າງ​ຮ້າຍ​ແຮງ​ຢູ່, ​ໂລກ​ຍັງ​ບໍ່​ມີ​ຄວາມ​​ສະ​ຫງົບ, ປະ​ເທດ​ຕ່າງໆ​ຄວນ​ຮ່ວມ​ມື​ກັນ, ຕ້ອງ​ຍຶດໝັ້ນ​ຄັດຄ້ານ​ການ​ແບ່ງ​ແຍກ​ດ້ວຍ​ຄວາມ​ສາມັກຄີ, ຕ້ອງ​ຍຶດໝັ້ນ​ໃນ​ແນວ​ຄວາມ​ຄິດ​ທີ່ “​​ການໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ຮ່ວມ​ກັນ” ​ເຂົ້າ​ແທນ​ແນວ​ຄວາມ​ຄິດ​ທີ່ “ເຈົ້າ​ໄດ້​ຂ້ອຍ​ເສຍ”​, ຕ້ອງ​ຍຶດໝັ້ນ​ຊຸກ​ຍູ້​ການ​ພັດທະນາ​ດ້ວຍ​ການ​ຮ່ວມ​ມື ​ແລະ ຕ້ອງ​ຍຶດ​ຄຸ້ມ​ຄອງ ແລະ ໝັ້ນ​ຄວບ​ຄຸມ​ຂໍ້​ຂັດ​ແຍ້​ງດ້ວຍ​ການ​ສົນທະນາ.


    ທ່ານ​ວາງຢີ້ກ່າວຕື່ມ​ວ່າ, ວັນ​ທີ 16 ພະຈິກ​ນີ້, ທ່ານ​ປະທານ​ສີ​ຈີ້​ນຜິ​ງ ກັບ ທ່ານ​ປະທານ​າທິບໍດີ​ໂຈ ​ໄບ​ເດັນ​ໄດ້​ພົບ​ປະກັນ​ດ້ວຍ​ຮູບ​ແບບ​ຜ່ານ​ທາງ​ວິ​ດີ​ໂອ. ພວກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ​​ຝ່າຍອາ​ເມຣິກາ​ຈະປະຕິບັດ​ຕາມ​ຄວາມ​ເວົ້າ​ຂອງ​ຕົນ, ຈັດ​ຕັ້ງ​ປະ​ຕິ​ບັດ​​ຕາມ​ຄຳ​ເວົ້າ​ທີ່​ສຳຄັນ​ຂອງ​ຕົນ ​ເຊັ່ນ: ບໍ່​ກໍ່ ​“ສົງຄາມ​ເຢັນ​​ຄັ້ງໃໝ່”, ບໍ່​​ກໍ່​ການ​ປະ​ທະ​ກັນ, ​ບໍ່​ກຳ​ທຳ​ໃນ​ຮູບ​ແບບ​ການ​ເປັນ​ປໍ​ລະ​ປັກ​ກັນ,ບໍ່​ສະໜັບສະໜູນ​ອິດ​ທິ​ກຳ​ລັງ​ແບ່ງ​ແຍກ​ໄຕ້​ຫວັນ​ເປັນ​ຕົ້ນ​ໃນ​ນະ​ໂຍ​ບາຍ​ທີ່​ເປັນ​ຮູບ​ປະ​ທຳ ແລະ ການ​ກະ​ທຳ​ຕ່າງໆ​ຂອງ​ຕົນ, ເຮັດ​ແນກ​ນີ້​ແລ້ວ ຈິ່ງ​ຈະ​ສາ​ມາດ​ເຮັດ​ໃຫ້​ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ ກັບ ອາ​ເມ​ຣິ​ກາ​ຂະ​ຫຍາຍ​ຕົວ​ຢ່າງ​ໜັກ​ແໜ້ນ​ຖາ​ວອນ.

 

     ກອງ​ປະຊຸມ​ຄັງ​ປັນຍາ​ທົ່ວ​ໂລກ​ຄັ້ງ​ນີ້ຈັດ​ໂດຍ​ສະມາຄົມ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​​ຂອງອິນ​ໂດ​ເນ​ເຊຍ ດ້ວຍ​ຮູບ​ແບບ​ຜ່ານ​ທາງ​ວິ​ດີ​ໂອ.
   

 

ຄຳ​ເຫັນ

0