李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອັ​ຟ​ກາ​ນິ​ສະ​ຖານ: ຫວັງ​ໃຫ້​ປະ​ເທດ​ຕ່າງໆ​​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນແລະສ້າງ​ການ​ພົວ​ພັນ​ທີ່​ມີ​​ມິດ​ຕະ​ພາບ​ຕໍ່​ກັນ

2021-11-21 15:36:28 cri

ວັນ​ທີ 17 ພະ​ຈິກ​ນີ້​ຕາມ​ເວ​ລາທ້ອງ​ຖິ່ນ, ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ສະ​ຖາ​ນີວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ຫຼື CMG, ທ່ານອາ​ມິວ ຄານ ​ມຸດ​ຕາ​ກີ ຮັກ​ສາ​ການລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ລັດ​ຖະ​ບານ​ຊົ່ວ​ຄາວ​ຂອງ​ ​ອັ​ຟ​ກາ​ນິ​ສະ​ຖານ​ ກ່າວ​ວ່າ, ລັດ​ຖະ​ບານ​ຊົ່ວ​ຄາວ​ປະ​ເທດ​ຕົນ ພວມສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແລະ​ສະ​ຖຽນ​ລະ​ພາບ​​ພາຍ​ໃນ​ປະ​ເທດ, ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ແລະພັດ​ທະ​ນາ​ເສດ​ຖະ​ກິດ​ພາຍ​ໃນ​ປະ​ເທດ, ​ອັ​ຟ​ກາ​ນີ​ສະ​ຖານ ຫວັງ​ຢາກເພີ່ມ​ທະ​ວີ​ການ​ໄປ​ມາ​ຫາ​ສູ່​ກັນ​ດ້ານ​ການ​ຄ້າ​ກັບ​ຈີນ, ສ້າງ​​ສາຍ​ພົວ​ພັນ​ທີ່​ມິດ​ຕະ​ພາບ​ກັບ​ຈີນ​ແລະ​ປະ​ເທດ​ຕ່າງໆ​ໃນ​ໂລກ ບົນ​ພື້ນ​ຖານ​ທີ່​ເຄົາ​ລົບ​ນັບ​ຖື​ເຊິ່ງ​ກັນ​ແລະ​ກັນ.

​ອົງ​ການ​​ອາ​ຫານ​ແລະ​ການ​ກະ​ເສດ​ຂອງ ສ​ປ​ຊ ຫຼື FAO ແລະ​ອົງ​ການ​ອາ​ຫານ​ໂລກ ຫຼື WFP ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ໃນ​ຫວ່າງ​ມໍ່ໆ​ມ​ານີ້ ​ໂດຍສະ​ແດງ​ໃຫ້​ເຫັນ​ວ່າ, ປະ​ຊາ​ຊົນ​ອັ​ຟ​ກາ​ນິ​ສະ​ຖານ ​ກາຍເຄິ່ງ​ໜຶ່ງ ກຳ​ລັງ​ປະ​ເຊີນ​ໜ້າ​ກັບ​ໄພ​ອຶດ​ຫິວ​ຢ່າງ​ໜັກ​ໜ່ວ​ງ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ, ຄອບ​ຄົວ 95% ກິນ​ບໍ່​ອີ່ມ. ສະ​ຖິ​ຕິ​ຂອງ​ກອງ​ທຶນເພື່ອເດັກ​ນ້ອຍ​ຂອງ ສ​ປ​ຊ ​ຫຼື UNICEF ສະ​ແດງ​ໃຫ້​ເຫັນ​ວ່າ, ເມື່ອຮອດ​ທ້າຍ​ປີ 2021, ອັ​ຟ​ກາ​ນິ​ສະ​ຖານ​ຈະ​ມີ​ເດັກ​ນ້ອຍ​ທີ່​ອາ​ຍຸ​ຕ່ຳ​ກວ່າ 5 ປີ​ຈຳ​ນວນ 3.200.000 ຄົນ​ຂາດ​ທາດ​ບຳ​ລຸງ​ຢ່າງ​ໜັກ​ໜ່ວງ, ຖ້າ​ບໍ່​ໃຊ້​ການ​ເຄື່ອນ​ໄຫວ​ໃນ​ທັນ​ທີ, ອາດ​ຈະ​ມີ​ເດັກ​ນ້ອຍ 1.000.000 ຄົນ​ເສ​ຍ​ຊີ​ວິດ. ທ່ານ​ມູ​ຕາ​ກີ ຮຽກ​ຮ້ອງ​ໃຫ້​ອາ​ເມ​ຣິ​ກາ​ຈົ່ງ​ຍົກ​ເລີກ​ການ​ອະ​ຍັດ​ຊັບ​ສິນ​ອັ​ຟ​ກາ​ນິ​ສະ​ຖານ​ໂດຍ​ໄວ, ເພື່ອ​ຊ່ວຍ​ເຫຼືອ​ອັ​ຟ​ກາ​ນິ​ສະ​ຖານ ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ຫຍຸ້ງ​ຍາກ​ດ້ານ​ເສດ​ຖະ​ກິດ​ແລະ​ດ້ານຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃນ​ປັດ​ຈຸ​ບັນ.

ຄຳ​ເຫັນ

0