李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຕົກ​ລົງ​ຫຼຸດ​ລະ​ດັບ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ຈີນ​ກັບລິດ​ຕົວ​ນີ​ລົງ​ເປັນ​ລະ​ດັບອຸ​ປະ​ທູດ

2021-11-21 16:44:00 cri

ວັນ​ທີ 21 ພະ​ຈິກ​ນີ້, ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ອອກ​ຖະ​ແຫຼງ​ການ, ໂດຍ​ປະ​ກາດ​ວ່າ, ​ຈີນຕົກ​ລົງຫຼຸດ​ລະ​ດັບ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ຈີນ​ກັບລິດຕົວ​ນີ​​ລົງເປັນ​ລະ​ດັບອຸ​ປະ​ທູດ.

ຖະ​ແຫຼງ​ການ​​ລະ​ບຸວ່າ, ວັນ​ທີ 18 ພະ​ຈິກ​ນີ້, ລິດ​ຕົວ​ນີ​ບໍ່​ເອົາ​ຫົວ​ຊາ​ນຳ​ການ​ປະ​ທ້ວງ​ຢ່າງ​ເຄັ່ງ​ຂຶມແລະ​ການ​ຕໍ່​ວ່າ​​​ທັກ​ທ້ວງ​ຫຼາຍ​ເທື່ອ​ຂອງ​ຝ່າຍ​ຈີນ, ອະ​ນຸ​ມັດ​ໃຫ້​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ສ້າງ​ຕັ້ງອັນ​ທີ່​ເອີ້ນ​ວ່າ “ສຳ​ນັກ​​ງານ​ຜູ້​ຕາງ​ໜ້າໄຕ້​ຫວັນ​ປະ​ຈຳ​ລິດ​ຕົວ​ນີ”. ​ກ​ານ​ກະ​ທຳ​ດັ່ງ​ກ່າວ​ຂອງ​ລິດ​ຕົວ​ນີ​ໄດ້​ເປັນ​ການ​ກໍ່ສະ​ພາບ​ການ “​ຈີນ ໜຶ່ງໄຕ້​ຫວັນໜຶ່ງ” ໃນ​ສາ​ກົນ​ຢ່າງ​ບັງ​ອາດ, ຝ່າ​ຝືນ​ຄຳ​ໝັ້ນ​ສັນ​ຍາ​ດ້ານ​ການ​ເມືອງ​ທີ່​ລິດ​ຕົວ​ນີໄດ້​ໃຫ້​ໄວ້​ໃນ​ຖະ​ແຫຼງ​ການ​ແຫ່ງ​ການ​ສ້າງຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ຈີນ-ລິດ​ຕົວ​ນີ, ໄດ້​ເປັນ​ການ​ທຳ​ລາຍ​ອະ​ທິ​ປະ​ໄຕ​ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຈີນ, ​ແລະ​ເປັນ​ການແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ຢ່າງ​ຮຸນ​ແຮງ. ຝ່າຍ​ຈີນ​ສະ​ແດງ​ຄວາມ​ບໍ່​ພໍ​ໃຈ​ຢ່າງ​ຮຸນ​ແຮງ​ແລະ​​ໄດ້​ປະ​ທ້ວງ​ຢ່າງ​ເຂັ່ງ​ຂຶມ​ຕໍ່​ເລື່ອງ​ນີ້, ​ແລະຕົກ​ລົງຫຼຸດ​ລະ​ດັບ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ຈີນ​ກັບລິດຕົວ​ນີ​ລົງເປັນ​ລະ​ດັບອຸ​ປະ​ທູດ.

ໃນ​ໂລກ​ນີ້​ມີ​ແຕ່​ປະ​ເທດ​ຈີນ​ດຽວ, ລັດ​ຖະ​ບານ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ແມ່ນ​ລັດ​ຖະ​ບານ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ພຽງ​​ໜຶ່ງ​ດຽວ​ທີ່​ສາ​ມາດ​ຕາງ​ໜ້າ​ທົ່ວ​ປະ​ເທດ​ຈີນ​ໄດ້. ຫຼັກ​ການ​ປະ​ເທດ​ຈີນ​ດຽວ​ແມ່ນ​ຫຼັກ​ການ​ການ​ພົວ​ພັນ​ສາ​ກົນ​ທີ່​ປະ​ຊາ​ຄົມ​ໂລກ​ມີ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ແລະ​ຮັບ​ຮອງ​ໂດຍ​ທົ່ວ​ໄປ, ແມ່ນ​ພື້ນ​ຖານ​ກາ​ນ​ເມືອງ​ທີ່​ຈີນ​ຂະ​ຫຍາຍ​ການ​ພົວ​ພັນ​ສອງ​ຝ່າຍ​ກັບລິດຕົວ​ນີ. ລັດ​ຖະ​ບານ​ຈີນ​ພິ​ຈາ​ລະ​ນາ​ຈາກ​ເຈ​ຕະ​ນາ​ດີ​ທີ່​ຫວັງ​ຮັກ​ສາ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ລິດ​ຕົວ​ນີ, ໄດ້​ເຕືອນ​ໃຫ້​ຝ່າຍ​ລິດ​ຕົວ​ນີ​ຢ່າ​ເຮັດ​ເລື່ອງ​ທີ່​ເປັນ​ການ​ຝ່າ​ຝືນ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ. ແຕ່​​ສິ່ງ​ທີ່​ໜ້າ​ເສຍ​ດາຍ ຄື, ລິດ​ຕົວ​ນີ​ບໍ່​ເອົາ​ຫົວ​ຊາ​ນຳ​ຫຼັກ​ໝັ້ນ​ຢ່າງ​ເຂັ່ງ​ຂຶມ​ຂອງ​ລັດ​ຖະ​ບານ​ຈີນ, ບໍ່​ເອົາ​ຫົວ​ຊານຳ​ສະ​ພາບ​​ກວມ​ລວມ​ຂອງການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ, ບໍ່​ເອົາ​ຫົວ​ຊາ​ນຳ​ຫຼັກ​ການ​ພື້ນ​ຖານ​​ຂອງ​ການ​ພົວ​ພັນ​ສາ​ກົນ, ​ດື້​ດຶງ​ອະ​ນຸ​​ມັດ​ໃຫ້​ໄຕ້​ຫວັນ​ສ້າງ​ຕັ້ງອັນ​ທີ່​ເອີ້ນ​ວ່າ “ສຳ​ນັກ​​ງານ​ຜູ້​ຕາງ​ໜ້າ” ປະ​ຈຳລິດຕົວ​ນີ, ເປັນ​ການສ້າງ​ຕົວ​ຢ່າງ​ທີ່​ບໍ່​ດີ​ຄັ້ງທຳ​ອິດໃນ​ສາ​ກົນ. ໂດຍ​ພິ​ຈາ​ລະ​ນາ​ວ່າ ພື້ນ​ຖານ​ການ​ເມືອງ​ຂອງ​ການ​ສ້າງ​​ຕັ້ງ​ສາຍພົວ​ພັນ​ທາງ​ການ​ທູດ​ລະ​ດັບ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ລະ​ຫວ່າງ​ຈີນ​ກັບລິດ​ຕົວ​ນີ​ໄດ້​ຖືກ​ຝ່າຍ​ລິດ​ຕົວ​ນີ​ທຳ​ລາຍ​ແລ້ວ, ເພື່ອ​ຮັກ​ສາ​ອະ​ທິ​ປະ​ໄຕຂອງ​ຕົນ​ແລະ​ຫຼັກ​ການ​ພື້ນ​ຖານ​ການ​ພົວ​ພັນ​ສາ​ກົນ, ລັດ​ຖະ​ບານ​ຈີນ​ຈຳ​ເປັນ​ຕ້ອງ​ຫຼຸດ​ລະ​ດັບ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ຈີນ​ກັບລິດ​ຕົວ​ນີ​ລົງ​ເປັນ​ລະ​ດັບອຸ​ປະ​ທູດ. ລັດ​ຖະ​ບານ​ລິດຕົວ​ນີຕ້ອງ​​ຮັບ​ຜິດ​ຊອບ​ຕໍ່​ຜົນ​ຮ້າຍ​ຢ້ອນ​ຫຼັງ​ທຸກ​ຢ່າງ​ທີ່​ເກີດ​ຂຶ້ນ​ຍ້ອນ​ເລື່ອງ​ນີ້. ​ຈີນ​ເຕືອນ​ໃຫ້​ຝ່າຍລິດ​ຕົວ​ນີ​ຕ້ອງ​ແກ້​ໄຂ​ຄວາມ​ຜິດ​ພາດ​ຂອງ​ຕົນ​ໃນ​ທັນ​ທີ, ຢ່າຄາດ​ຄະ​ເນ​​ຕ່ຳ​​ຕໍ່ຄວາມ​ຕັດ​ສິນ​ໃຈ​ທີ່ເຂັ້ມ​ແຂງ, ​ນ້ຳ​ໃຈອັນ​ເດັດ​ດ່ຽວ​ແລະ​ຄວາມ​ສາ​ມາດອັນ​ເຂັ້ມ​ແຂງ ໃນ​ການ​ຮັກ​ສາ​ອະ​ທິ​ປະ​ໄຕ​ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​​ເທດ​ຈີນ.

ຄຳ​ເຫັນ

0