何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຫຼາຍ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ເປີດ​ການ​ບໍ​ລິ​ການ​ທ່ອງ​ທ່ຽວ​ຄືນ​ໃໝ່

2021-11-21 13:30:41 CRI

ຫຼາຍ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ເປີດ​ການ​ບໍ​ລິ​ການ​ທ່ອງ​ທ່ຽວ​ຄືນ​ໃໝ່_fororder_1121-1

ຫຼັງ​ຈາກ​ປະ​ເທດ​ໄທ, ອິນ​ໂດ​ເນ​ເຊຍ, ກຳ​ປູ​ເຈຍ​ໄດ້​ຜ່ອນ​ຄາຍ​ຂໍ້​ຈຳ​ກັດ​ການ​ເຂົ້າ​ເມືອງ​ເພື່ອ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19ແລ້ວ, ວັນ​ທີ 20 ພະ​ຈິກ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ເກາະຟູ​ກວກ​ຂອງ​ຫວຽດ​ນາມ​ໄດ້​ເປີດ​ການ​ບໍ​ລິ​ການ​ທ່ອງ​ທ່ຽວ​ຄືນໃໝ່ ແລະ ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ຊຸດ​ທຳ​ອິດ​ໃນ​ຮອບເກືອບ 2 ປີ​ມາ​ນີ້.

ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້​ສ້າງ​ຜົນ​ກະ​ທົບ​ຢ່າງ​ຮ້າຍ​ແຮງ​ຕໍ່​ຂະ​ແໜງ​ການ​ທ່ອງ​ທ່ຽວ​ຂອງ​ຫວຽດ​ນາມ. ປີ 2019, ລາຍ​ຮັບ​ຈາກ​ການ​ທ່ອງ​ທ່ຽວ​ຂອງ​ຫວຽດ​ນາມ​ມີ 31 ຕື້​ໂດ​ລາ​ສະ​ຫະ​ລັດ, ກວມ​ປະ​ມານ 12% ຂອງGDP ຂອງ​ຫວຽດ​ນາມ, ໂດຍ​ມີ​ນັກ​ທ່ອງ​ທ່ຽວ​ສາ​ກົນ ປ​ະ​ມາ​ນ 18 ລ້ານ​ເທື່ອ​ຄົນ​ເຂົ້າ​ເມືອງ​ຫວຽດ​ນາມ, ແຕ່​ໃນ​ປີ 2020, ຕົວ​ເລກ​ນີ້​ໄດ້ຫຼຸດ​ລົງ​ເຫຼືອ​ແຕ່ 3,8 ລ້ານ​ເທື່ອ​ຄົນ.

ນອກ​ຈ​າກ​ຫວຽດ​ນ​າມ​ແລ້ວ, ຫຼາຍ​ປະ​ເທດ​​ອື່ນ​ຂອງອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ກໍ​ໄດ້​ຜ່ອນ​ຄາຍ​ຂໍ້​ຈຳ​ກັດ​ການ​ເຂົ້າ​ເມືອງເຊັ່ນ​ກັນ. ໃນ​ວັນ​ທີ 1 ພະ​ຈິກ​ນີ້, ພາຍຫຼັງ​ເວ​ລາ​ຜ່ານ​ໄປ​ໜຶ່ງ​ປີ​ເຄິ່ງ, ປະ​ເທດ​ໄທ​ໄດ້​ຟື້ນ​ຟູ​ການ​ບໍ​ລິ​ການ​ທ່ອງ​ທ່ຽວ​ຢ່າງ​ຂະ​ໜາດ​ໃຫຍ່​ຄືນ​ໃໝ່, ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ທີ່​ໄດ້​ສັກ​ວັກ​ຊີນ​ແລ້ວ​ທີ່​ມາ​ຈາກ 63 ປະ​ເທດ ແລະ ເຂດ​ແຄວ້ນ ໃຫ້​ເຂົ້າ​ເມືອງ​ໂດຍ​ບໍ່​ຕ້ອງ​ກັກ​ບໍ​ລິ​ເວນ. ນອກ​ນີ້, ກຳ​ປູ​ເຈຍ, ອິນ​ໂດ​ເນ​ເຊຍ ແລະ ສິງ​ກະ​ໂປ ກໍ​ໄດ້​ເລີ່ມ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ເຊັ່ນ​ກັນ.

ຄຳ​ເຫັນ

0