何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ຖາ​ນີ​ລົດ​ໄຟ​ຂົ​ນ​ສົ່ງ​ໂດຍ​ສານ​ຂອງ​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ພາຍ​ໃນ​ປະ​ເທດ​ລາວ​ໄດ້​ກຽມ​ພ້ອມ​ແລ້ວ

2021-11-21 15:27:05 CRI

ສະ​ຖາ​ນີ​ລົດ​ໄຟ​ຂົ​ນ​ສົ່ງ​ໂດຍ​ສານ​ຂອງ​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ພາຍ​ໃນ​ປະ​ເທດ​ລາວ​ໄດ້​ກຽມ​ພ້ອມ​ແລ້ວ_fororder_微信图片_20211121152328

ວັນ​ທີ 20 ພະ​ຈິກ​ນີ້, ລະ​ບົບ​ຂໍ້​ມູນ​ການ​ບໍ​ລິ​ການ​ຂົນ​ສົ່ງ​ໂດຍ​ສານ​ຕາມ​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ຕອນ​ບໍ່​ເຕັນ- ນະ​ຄອນຫຼວງວຽງ​ຈັນ​ໄດ້​ສຳ​ເລັດ​ການ​ທົດ​ສອບ​ຮຽບ​ຮ້ອຍ. ນີ້​ໝາຍ​ຄວາ​ມ​ວ່າ, ສະ​ຖາ​ນີ​ລົດ​ໄຟ​ຂົນ​ສົ່ງ​ໂດຍ​ສານ 10 ແຫ່ງ​ລຽບ​ຕາມ​ເສັ້ນ​ທາງ​ລົດ​ໄຟ​ລາວ​-ຈີນ​ໃນ​ດິນ​ແດນ​ປະ​ເທດ​ລາວ​ໄດ້​ມີ​ເງື່ອນ​ໄຂ​ທີ່​ໃຫ້​ການ​ບໍ​ລິ​ການ​ຂົນ​ສົ່ງ​ໂດຍ​ສານ​ຢ່າງ​ພຽບ​ພ້ອມ​ແລ້ວ, ເຊິ່ງ​​ເປັນ​ການ​ຮັບ​ປະ​ກັນ​ໃຫ້​ແກ່​ການ​ເປີດ​ນຳ​ໃຊ້​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນໃນ​ມໍ່ໆ​ນີ້.

ສະ​ຖາ​ນີ​ລົດ​ໄຟ​ຂົ​ນ​ສົ່ງ​ໂດຍ​ສານ​ຂອງ​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ພາຍ​ໃນ​ປະ​ເທດ​ລາວ​ໄດ້​ກຽມ​ພ້ອມ​ແລ້ວ_fororder_微信图片_20211121152339

ປະ​ຈຸ​ບັນ, ອຸ​ປະ​ກອນ​ຮັບ​ໃຊ້​ຜູ້​ໂດຍ​ສານ​ໃນ​ສະ​ຖາ​ນີ​ລົດ​ໄຟ 10 ແຫ່ງ​ໄດ້​ສຳ​ເລັດ​ການ​ທົດ​ລອງດຳ​ເນີນ​ງານທັງ​ໝົດ​ແລ້ວ.  ​ໃນ​ກະ​ດານ​ຖ້ຽວ​ລົດ​ເອ​ເລັກ​ໂຕຼນິກ​​ຢູ່​ສະ​ຖາ​ນີ​ໄດ້​ມີ​ຕາ​ຕະ​ລາງ​ເວ​ລາ​ຖ້ຽວ​ລົດ​ໄຟ ແລະ ຂໍ້​ມູນ​ປີ້​ລົດ​ໄຟ​ທີ່​ຂຽນ​​ດ້ວຍ​ພາ​ສາ​ລາວ, ພາ​ສາ​ຈີນ ແລະ ພາ​ສາ​ອັງ​ກິດ, ອຸ​ປະ​ກອນກວດ​ກາ​ຄວາມ​ປອດ​ໄພ, ອຸ​ປະ​ກອນ​ຂາຍ​ປີ້, ລະ​ບົບ​ກ້ອງວົງ​ຈອນ​ປິດ, ວິ​ທະ​ຍຸ​ຂົນ​ສົ່ງ​ໂດຍ​ສານ, ແລະ​ເຂດ​ບໍ​ລິ​ການ​ຜູ້​ໂດຍ​ສານ​ລ້ວນ​ແຕ່​ສາ​ມາດ​ຕອບ​ສະ​ໜອງ​ຕາມ​ຄວາມ​ຕ້ອງ​ການໃນ​ການ​ອອກ​ເດີນ​ທາງ​ຂອງ​ຜູ້​ໂດຍ​ສານ, ພະ​ນັກ​ງານ​ຂົ​ນ​ສົ່ງ​ໂດຍ​ສານ​ໄດ້​ເຂົ້າ​ປະ​ຈຳ​ຕຳ​ແໜ່ງ​ຂອງ​ຕົນ​ໃນ​ສະ​ຖາ​ນີ​ຕ່າງໆ​ລຽບ​ຕາມ​ເສັ້ນ​ທາ​ງ​ລົດ​ໄຟ​ຢ່າງ​ຮຽບ​ຮ້ອຍ​ແລ້ວ, ລະ​ບົບ​ຈຳ​ນວນ​ໜຶ່ງ​ພວມ​ທົດ​ສອບ ແລະ ປັບ​ປຸງຢ່າງ​ລະ​ອຽດ​ຕື່ມ.

ສະ​ຖາ​ນີ​ລົດ​ໄຟ​ຂົ​ນ​ສົ່ງ​ໂດຍ​ສານ​ຂອງ​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ພາຍ​ໃນ​ປະ​ເທດ​ລາວ​ໄດ້​ກຽມ​ພ້ອມ​ແລ້ວ_fororder_微信图片_20211121152353

ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ແມ່ນ​ໂຄງ​ການ​ທີ່​ເປັນ​ຂີດ​ໝາຍ​ສຳ​ຄັນ​ແຫ່ງ​ມິດ​ຕະ​ພາບ​ລາວ-ຈີນ​ໃນ​ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”. ຫຼັງ​ຈາກ​ເປີດ​ການ​ນຳ​ໃຊ້​ແລ້ວ, ມີ​ຫວັງ​ຈະ​ສາ​ມາດ​ເດີນ​ທາງ​ຈາກ​ນະ​ຄອນ​ຄຸນ​ໝິງ​ຈີນໃນ​ຕອນ​ຄ່ຳ ແລະ​ໄປ​ຮອດ​ນະ​ຄອນຫຼວງວຽງ​ຈັນ​ປະ​ເທດ​ລາວ​ໃນ​ຕອນ​ເຊົ້າ​ມື້​ຕໍ່​ມາ.​

ຄຳ​ເຫັນ

0