何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາ​ຍົກ​ມາ​ເລ​ເຊຍ​ຈະເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ເພື່ອສະຫຼອງ​ການ​ສ້າງ​ຕັ້ງ​ສາຍ​ພົ​ວ​ພັນ​ຄູ່​ເຈ​ລະ​ຈາ​ລະ​ຫວ່າງ​ຈີນ-ອາ​ຊຽນ​ຄົບ​ຮອບ 30 ປີ

2021-11-21 16:20:14 CRI

ວັນ​ທີ 21 ພະ​ຈິກ​ນີ້ ຕາມ​ເວ​ລາ​ທ້ອງ​ຖິ່ນ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ມາ​ເລ​ເຊຍ​ໄດ້​ອອກ​ຖະ​ແຫຼງ​ການ ໂດຍ​ກ່າວ​ວ່າ: ກອງ​ປະ​ຊຸມ​ສຸດຍອດ​ເພື່ອ​ສະ​ເຫຼີມ​ສະຫຼອງການ​ສ້າງ​ຕັ້ງ​ສາຍ​ພົ​ວ​ພັນ​ຄູ່​ເຈ​ລະ​ຈາ​ລະ​ຫວ່າງ​ຈີນ-ອາ​ຊຽນ​ຄົບ​ຮອບ 30 ປີຈະ​ຈັດ​ຂຶ້ນ​ດ້ວຍ​ຮູບ​​ແບບ​ຜ່ານທາງວີ​ດີ​ໂອ​ໃນ​ວັນ​ທີ 22 ພະ​ຈິກ 2021 ນີ້. ທ່ານ​ອິ​ສ​ມາຍ ຊາບຼີ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊ​ຍ​ຈະ​ນຳ​ພາ​ຄະ​ນະ​ຜູ້​ແທນ​ມາ​ເລ​ເຊຍ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວ.

ໃນ​ຖະ​ແຫຼງ​ການ​ຍັງ​ໄດ້​ລະ​ບຸ​ຕື່ມ​ວ່າ, ມາ​ເລ​ເຊຍ​ຫວັງ​ວ່າ ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ນີ້​ຈະ​ຊຸກ​ຍູ້​ສັນ​ຕິ​ພາບ,ສະ​ຖຽນ​ລະ​ພາບ, ຄວາມ​ໝັ້ນ​ຄົງ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ຕື່ມ​ອີກ, ແລະ​ໄດ້​ຮັບ​ໝາ​ກ​ຜົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.

 

ຄຳ​ເຫັນ

0