蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຊາວ​ໜຸ່ມ​ອາ​ເມ​ຣິ​ກາ​ຍິງ​​ປືນ​ເຮັດ​ໃຫ້ 2 ຄົນ​ເສຍ​ຊີ​ວິດ​ ແຕ່​ສານ​ຕັດ​ສິນວ່າ​ບໍ່​ມີ​ໂທດ​ຫຍັງ ​ຈິ່ງພາ​ໃຫ້​ເກີດ​ມີ​ການ​ປະ​ທ້ວງ​ຢູ່ຫຼາຍ​ທ້ອງ​ຖິ່ນ​ຂອງ​ອາ​ເມ​ຣິ​ກາ

2021-11-22 10:44:33 CRI

ວັນ​ທີ 19 ພະ​ຈິກ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ້າວ​​ຄາຍ ຣິດ​ເຕນ​ຮາວ​ສ ຈຳ​ເລີຍ​ໃນ​ຄະ​ດີ​ຍິງ​ປືນ​ທີ່​ເກີດ​ຂຶ້ນ​ຢູ່​​ເມືອງ​ເຄ​ໂນ​ຊາ​ຂອງ​ອາ​ເມ​ຣິ​ກາ ຖືກ​ສານ​ຕັດ​ສິນ​ວ່າ: ບໍ່​ມີ​ໂທດ​ຫຍັງ ແລະ ​ສານ​ໄດ້​ປ່ອຍ​ຕົວ​ທ້າວ​ຄາຍ ຣິ​ດ​ເຕນ​ຮາວ​ສ. ການ​ຕັດ​ສິນ​ຄະ​ດີ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ປະ​ຊ​າ​ຊົນຫຼາຍ​ທ້ອງ​ຖິ່ນ​ຢູ່ອາ​ເມ​ຣິ​ກາ​ເດີນ​ຂະ​ບວນ​ປະ​ທ້ວງ, ຈົນ​​ເຮັດ​ໃຫ້​ການ​ປະ​ທ້ວງ​​ຢູ່​ນະ​ຄອນ​ປອດ​ແລນ​ລັດ​ອໍ​ຣີ​ກອນຂອງ​ອາ​ເມ​ຣິ​ກາ​ກາຍ​ເປັນ​ເຫດ​ການ​ຈະ​ລາ​ຈົນ.

ເດືອນ​ສິງ​ຫາ​ປີ 2020, ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​​ເມືອງ​ເຄ​ໂນ​ຊາ​ຂອງ​ອາ​ເມ​ຣິ​ກາ​ກໍໄດ້​ຍິງ​ປືນ​ໃສ່​ທ້າວ​ຈາ​ຄອບ ແ​ບັ​ລກ ຜູ້​ຊາຍ​ຜິວ​ດຳ ເຊິ່ງ​ເຮັດ​ໃຫ້​ເກີດ​​ມີການ​ເດີນ​ຂະ​ບວນ​ປະ​ທ້ວງ​ຢູ່​ທ້ອງ​ຖິ່ນ​ເຊັ່ນ​ກັນ. ສ່ວນທ້າວ​​ຄາຍ ຣິດ​ເຕນ​ຮາວ​ສ ​ອາ​ຍຸ 17 ປີ ໃນ​ເວ​ລາ​ນັ້ນ ​ກໍໄດ້​ຍິງ​ປືນ​ໃສ່​​ຜູ້​ເດີນ​ຂະ​ບວນ​ປະ​ທ້ວງໃນ​ວັນ​ທີ 25 ສິງ​ຫາ​ປີ​ດຽວ​ກັນ ເຊິ່ງ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 2 ຄົນ ແລະ 1 ຄົນ​ໄດ້​ຮັບ​ບາດ​ເຈັບ.

ຄຳ​ເຫັນ

0