尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຢາ​​ປົວ​ພະ​ຍາດ​ໂຄວິດ-19 ຫຼາຍ​ຊະ​ນິດ​ຂອງ​ຈີນ​ໄດ້​ເຂົ້າ​ສູ່​ໄລ​ຍະ​ການ​ທົດ​ລອງ​ທາງ​ຄ​ລິ​ນິກ

2021-11-22 17:06:39 cri

      ນັບ​ແຕ່​​ເກີດມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເປັນ​ຕົ້ນ​ມາ, ຈີນ​ໄດ້​ເລີ່ມ​ເຮັດ​ວຽກ​ຄົ້ນ​ຄວ້າ​ຜະ​ລິດ​ຢາ​ປິ່ນ​ປົວ​ພະ​ຍາດ​ໂຄວິດ-19. ປັດ​ຈຸ​ບັນ​ໄດ້​ມີ​ຢາ​ຫຼາຍ​ຊະ​ນິດ​ເຂົ້າ​ສູ່​ໄລ​ຍະ​​ທົດ​ລອງທາງ​ຄ​ລິ​ນິກ​ແລ້ວ.

      VV116 ແມ່ນ​ຢາທາງ​ເລືອກຊະ​ນິດ​ໜຶ່ງ​ໃນ​ການ​ປິ່ນ​ປົວ​ພະ​ຍາດ​ໂຄວິດ-19 ທີ່​ຈີນ​ເປັນ​ຜູ້​ຄົ້ນ​ຄວ້າ​ຜະ​ລິດ. ​ລ້ວນ​ແຕ່​ມີ​ສັບ​ພະ​ຄຸນທີ່​ຊັດ​ເຈນໃນ​ການ​ຄວບ​ຄຸມ​ໄວ​ຣັດ​ໂຄວິດ-19 ​ດັ້ງເດີມ​ແລະ​ກາຍ​ພັນ. ຫຼັງ​ຈາກ​ໄດ້​ສຳ​ເລັດ​ກາ​ນ​ຄົ້ນ​ຄວ້າ​ກ່ອນ​ການທົດ​ລອງ​ທາງ​ຄ​ລິ​ນິກ​ຢ່າງ​ຮອ​ບ​ດ້ານ​ແລ້ວ, VV116 ໄດ້​ຮັບ​ການ​ອະ​ນຸ​ມັດ​ໃຫ້​ດຳ​ເນີນ​ການ​ທົດ​ລອງ​ທາງ​ຄ​ລິ​ນິກ​ຢູ່​ປະ​ເທດອຸ​ສເບ​ກິ​ສະ​ຖານ. ສ່ວນ​ຢາ​ທາງ​ເລືອກ​ຕ້ານ​ໂຄວິດ-19 ອີກ​ຊະ​ນິດ​ໜຶ່ງ​ຄື: FB2001 ໄດ້​ດຳ​ເນີນ​ການ​ຄົ້ນ​ຄວ້າ​ທາງ​ຄ​ລິ​ນິກ​ໄລ​ຍະ​​ໜຶ່ງ​ຢູ່​ອາ​ເມ​ຣິ​ກາ​ໃນ​ເດືອນ​ມີ​ນາ​ປີ​ນີ້.

      ນອກ​ຈາກ​ນີ້, ຢາລຸ້ນ​ໃໝ່​ທີ່ມີ​ຊື່​ວ່າ “ໂປ​ຣ​ກ​ຊາ​ລູ​ຕາ​​ມາຍ” ທີ່​ຈີນ​ມີ​ຊັບ​ສິນ​ທາງ​ປັນ​ຍາ​​ເປັນ​ຂອງ​ຕົນ​ເອງ​ໄດ້​ດຳ​ເນີນ​ການ​ທົດ​ລອງ​ທາງ​ຄ​ລິ​ນິກ​ໃນສາມ​ໂຄງ​ການ​ຕາມ​​ລຳ​ດັບ​ຢູ່ບ​ຣາ​ຊີນແຕ່​ເດືອນ​ກັນ​ຍາ​ປີ 2020 ເປັນ​ຕົ້ນ​ມາ, ໃນ​ວັນ​ທີ 1 ຕຸ​ລາ​ປີນີ້,ການ​ທົດ​ລອງ​ທາງ​ຄ​ລິ​ນິກ​ສຳ​ລັບ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ທີ່ນອນ​ໂຮງ​ໝໍ​ດ້ວຍ​ຢາ“ໂປ​ຣ​ກ​ຊາ​ລູ​ຕາ​​ມາຍ” ​ໄລ​ຍະ​ທີ​ສາມ​​ຢູ່ຫຼາຍ​ແຫ່ງ​ຂອງ​ໂລກ​ກໍ່​ໄດ້​ເລີ່ມ​ທົດ​ລອງ​ປິ່ນ​ປົວ​ຜູ້​ເປັນ​ພະ​ຍາດ​ກໍ​ລະ​ນີ​ທຳ​ອິດ​ຢູ່​ສູນ​ທົດ​ລອງ​​ທາງ​ຄ​ລິ​ນິກ​ຢູ່ອາ​ເມ​ຣິ​ກາ. ສ່ວນຜົນ​ການ​ທົດ​ລອງ​ດັ່ງ​ກ່າວ​ຄາດ​ວ່າ​ຈະ​ເປີດ​ເຜີຍ​ໃນ 6 ເດືອນ​ຕົ້ນ​ປີ​ໜ້າ.

ຄຳ​ເຫັນ

0