尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຊ່ວຍ​ເຫຼືອ​ເສື້ອ​ກັນ​ໜາວ,ຜ້າ​ຫົ່ມ​ແລະ​ເຄື່ອງກັນ​ໜາວ​ອື່ນໆ​ໃຫ້​ແກ່​ອັ​ຟ​ກາ​ນິ​ສະ​ຖານ

2021-11-22 17:07:59 cri

      ເວ​ລາ 16 ໂມງ 30 ນາ​ທີ​ຂອງວັນ​ທີ 20 ພະ​ຈິກ​ນີ້, ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ທີ່​ໄດ້​ບັນ​ທຸກ​ເຄື່ອງ​ຊ່ວຍ​ເຫຼືອ​ແລະ​ອຸ​ປະ​ກອນ​ການ​ຜະ​ລິດ​ແລະ​​ເຄື່ອງ​ຮັບ​ໃຊ້ຊີ​ວິດ​ການ​ເປັນ​ຢູ່​ທັງ​ໝົດ 1 ພັນ​ກວ່າ​ໂຕນ​ໄດ້​ອອກ​ເດີນ​ທາງ​ຈາກ​ສະ​ຖາ​ນີ​​ລົດ​ໄຟ​ອຸ​ຣຸມ​ກີ​ຕາ​ເວັນ​ຕົກ​ຂອງເຂດ​ຊິ່ນ​ຈ່ຽງ​​ປະ​ເທດ​ຈີນແລະ​ຈະ​ຜ່ານ​ດ່ານ​ທາງ​ລົດ​ໄຟ​ໂຮ​ໂກ​ສ໌​ອອກ​​ຊາຍແດນ​ປະ​ເທດ​ຈີນ​,ແລ້ວ​ສົ່ງ​ໄປ​ເຖິງ​​ເມືອງມາ​ຈາ​ອິ​ຊາ​ຣິ​ຟ​ຂອງ​ອັ​ຟ​ກາ​ນິ​ສະ​ຖານ​ໂດຍ​ຜ່ານ​ທາງ​ລົດ​ໄຟ​ແລະ​ລົດ​​ຫຼວງ,ຄາດ​ວ່າ​ຈະ​ໃຊ້​ເວ​ລາ​ປະ​ມານ 12 ວັນ.

      ລົດ​ໄຟ​ຂະ​ບວນ​ດັ່ງ​ກ່າວ​ແມ່ນ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ຊິ່ນ​ຈ່ຽງ​​ຈີນ-ອັ​ຟ​ກາ​ນິ​ສະ​ຖານ​ຂະ​ບວນ​ທີ 3 ທີ່​ຈີນໄດ້​ເປີດ​ແລ່ນ​ລົດ.

      ທ່ານ ໝ້າ​ຊ່າວ ຜູ້​ຮັບ​ຜິດ​ຊອບ​ວຽກ​ງານ​ຂອງ​ບໍ​ລິ​ສັດ​ຈໍ​ລະ​ຈອນ​ສິນ​ຄ້າ​ສາ​ກົນ​​ຂອງ​ແຂວງ​ເຈີ້​ຈ່ຽງ​ເປັນຕົວ​ແທນ​ການ​ຂົນ​ສົ່ງ​ສິນ​ຄ້າ​ໄດ້​ແຈ້ງ​ໃຫ້​ຮູ້​ວ່າ: ເພື່ອ​ສົ່ງ​ວັດ​ຖຸ​ຊ່ວຍ​ເຫຼືອ​​ດ້ານມະ​ນຸດ​ສະ​ທຳ​ໃຫ້​ໄປ​ເຖິງ​ອັ​ຟ​ກາ​ນິ​ສະ​ຖານ​ໂດຍ​ໄວ, ບໍ​ລິ​ສັດ​ດັ່ງ​ກ່າວ​ໄດ້​ຊອກຫາ​ເສັ້ນ​ທາງ​ໃໝ່​ທີ່​ມີ​ການ​ຂົນ​ສົ່ງ​​ໃນຫຼາຍ​ຮູບ​ແບບ,​ນັບແຕ່​ທ້າຍ​ເດືອນ​ມິ​ຖຸ​ນາ​ປີ​ນີ້​ເປັນ​ຕົ້ນ​ມາ,​ຈີນໄດ້​ຂົນ​ສົ່ງ​ເຄື່ອງຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ​ແລະ​ອຸ​ປະ​ກອນການ​ຜະ​ລິດ​ແລະ​ເຄື່ອງ​ຮັບ​ໃຊ້​ຊີ​ວິດ​ການ​ເປັນ​ຢູ່​ອື່ນໆ​​ລວມ​ທັງ​ໝົດ 2.600 ກວ່າ​ໂຕນ​ໃຫ້​ກັບ​ອັ​ຟ​ກາ​ນິ​ສະ​ຖານ​ໂດຍຜ່ານ​ລົດ​ໄຟ​ຂະ​ບວນ​ດັ່ງ​ກ່າວ.

ຄຳ​ເຫັນ

0