蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄວາມ​ປອດ​ໄພ​ໄດ້​ກາຍ​ເປັນ “ສິ່ງ​ທີ່​ຫາ​ຍາກ” ຢູ່​ອາ​ເມ​ຣິ​ກາ

2021-11-22 16:02:40 CRI

ວັນ​ທີ 20 ພະ​ຈິກ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ສະ​ໜາມ​ບິນ​ສາ​ກົນ​ຮາ​ສ​ຟີວ-ແຈັກ​ສັນ​ນະ​ຄອນ​ແອດ​ແລນ​ຕາ ທີ່​ເປັນ​ສະ​ໜາມ​ບິນ​ທີ່​ມີ​ເຮືອ​ບິນ​​ຂຶ້ນ​ແລະ​ລົງ​ຫຼາຍ​ທີ່​ສຸດ​​ຢູ່​ອາ​ເມ​ຣິ​ກາ​ໄດ້​ເກີດ​ເຫດ​ການ​ຍິງ​ກັນ, ສົ່ງ​ຜົນ​ເຮັດ​ໃຫ້​ມີ 3 ຄົນ​ໄດ້​ຮັບ​ບາດ​ເຈັບ, ສະ​ໜາມ​ບິນ​ໄດ້​ຕົກ​ເຂົ້າ​​ສູ່ສະ​ພາບ​ວຸ້ນ​ວາຍ​​ໄລ​ຍະ​ໜຶ່ງ ແລະ ໄດ້​ສັ່ງ​ໂຈະ​ໝົດ​ທຸກ​ຖ້ຽວ​ບິນ​ເປັນ​ການ​ຊົ່ວ​ຄາວ.

ບໍ່​ເທົ່າ​ໃດຍ​ມື້​ກ່ອນ ຄື​ໃນ​ວັນ​ທີ 17 ພະ​ຈິກ​ນີ້, ຮ້ານ​ເຄັກ​ແຫ່ງ​ໜຶ່ງ​ໃນ​ນະ​ຄອນ​​ເມມ​ຟີ​ສ​ລັດ​ເຕນ​ເນ​ສ​ຊີຂອງ​ອາ​ເມ​ຣິ​ກາ​ໄດ້​ເກີດ​ເຫດ​ການ​ຍິງກັນ, ທ່ານ​ຢັງ​ ໂດ​ຟ ນັກ​ຮ້ອງ​ເພງ​ແຣບ ທີ່​ພວມ​ຊື້​ຂະ​ໜົມ​ຖືກ​ລູກ​ປືນ​ແລ້ວ​ເສຍ​ຊີ​ວິດ. ທ່ານ​​ຢັງ ໂດ​ຟເຄີຍ​ປະ​ສົບ​ເຫດ​ການ​ຖືກ​ຍິງຫຼາຍ​ເທື່ອ, ທ່າ​ນ​ຍັງ​ໄດ້​​ແຕ່ງ​ເພງ​ທີ່​ມີ​ຊື່​ວ່າ: “ການ​ຍິງ​​ກັນ 100 ເທື່ອ” ເພື່ອ​ລະ​ນຶກ​​ເຖິງ​ເຫດ​ການ​ທີ່ຕົນ​ລອດ​ຊີ​ວິດ ພາຍຫຼັງ​ຕົນ​​ເອງໄດ້​ຂັບ​ລົດ​​ໄປ​ພົບ​ເຫັນ​ເຫດ​ການ​ຍິງ​​ກັນ 100 ກວ່າ​ເທື່ອ​ຢູ່​ນະ​ຄອນຊາ​ລັອດ​ລັດ​​ຄາ​ໂຣ​ໄລນາ​ເໜືອ. ແຕ່​ວ່າ: ທ່ານຢັງ ໂດ​ຟ​ກໍຍັງ​ບໍ່​ສາ​ມາດລອດ​ຈາກ​ຊາ​ຕາ​ກຳ​ທີ່​ຕ້ອງ​ເສຍ​ຊີ​ວິດ​ຍ້ອນ​ເຫດ​ການ​ຍິງ​ກັນ​ໄດ້.

​ເຫດ​ການ​ຍິງ​ກັນ​ເກີດ​ຂຶ້ນ​ເລື້ອຍໆ ​ໄດ້​ເປັນ​ໄພ​ຂົ່ມ​ຂູ່ຕໍ່​ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ຢ່າງ​ໜັກ​ໜ່ວງ. ຕາມ​ສະ​ຖິ​ຕິ, ນັບ​ແຕ່​ປີ 1972 ເປັນ​ຕົ້ນ​ມາ, ທຸກ​ມື້, ສະ​ເລ່ຍ​ແລ້ວ, ຈະ​ມີ​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ 80 ກວ່າ​ຄົນ​ເສຍ​ຊີ​ວິດ​ຍ້ອນ​ເຫດ​ການ​ຍິງ​​ກັນ, ໃນ​ນັ້ນ, ມີ 12 ຄົນ​ເປັນ​ເດັກ​ນ້ອຍ. ຕາມ​ໜັງ​ສື​ພິມ “ອາ​ເມ​ຣິ​ກາ​ວັນ​ນີ້” ​ໄດ້ລາຍ​ງານ​ວ່າ: ​ມາ​ຮອດ​ເດືອນ​ກໍ​ລະ​ກົດ​ປີ​ນີ້, ​ມີ​ປະ​ຊາ​ຊົນອາ​ເມ​ຣິ​ກາ 23.000 ກວ່າ​ຄົນ​ເສຍ​ຊີ​ວິດ​ຍ້ອນ​ປືນ. ສ່ວນ​ໃນ​ທ້າຍ​ສັບ​ປະ​ດາ​ຂອງ “ວັນ​ຊາດ” ອາ​ເມ​ຣິ​ກາ ຄື​ວັນ​ທີ 4 ກໍ​ລະ​ກົດ​ປີ​ນີ້, ທົ່ວ​ປະ​ເທດ​ອາ​ເມ​ຣິ​ກາ​ໄດ້​ເກີດ​ເຫດ​ການ​ຍິງ​ກັນ 540 ກວ່າ​ເທື່ອ, ສົ່ງ​ຜົນ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 180 ກວ່າ​ຄົນ ແລະ 500 ກວ່າ​ຄົນ​ໄດ້​ຮັບ​ບາດ​ເຈັບ. ຢູ່​ເບື້ອງຫຼັງ​ຕົວ​ເລກ​ເຫຼົ່າ​ນີ້, ເປັນ​ຄວາມ​ສູນ​ເສຍ​ຊີ​ວິດ ແລະ ​ຄວາມແຕກ​ສະຫຼາຍ​ຂອງ​ຄອບ​ຄົວ.

ຫວ່າງ​ມໍ່ໆ​ມາ​ນີ້, ​ໃນ​ຂະ​ນະ​ທີ່ທ່ານ​ຕີ​​ໂຊ​ຣາ ຈອນ ເຈົ້າ​ຄອງ​ນະ​ຄອນ​ເຊນ​ລຸຍສ​ລັດ​ມິດ​ຊູ​ຣີ​ຂອງ​ອາ​ເມ​ຣິ​ກາ​ພວມ​ຖະ​ແຫຼງ​ຂ່າວ​ຕໍ່​ນັກ​ຂ່າວ ເພື່ອ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຕໍ່​ເຫດ​ການ​ຍິງ​ກັນ​ທີ່​ໄດ້​ເກີດ​ຂຶ້ນ​ຢູ່​ອາ​ເມ​ຣິ​ກາ​ເລື້ອຍໆ, ແຕ່​ການ​ກ່າວ​ຄຳ​ປາ​ໄສ​ຂອງ​ທ່ານ​​ໄດ້​ຂາດ​ສະ​ບັ້ນ​ໄປ ຍ້ອນ​ສຽງ​ປືນ​ດັງ​ຂຶ້ນ​ຢູ່​ທາງ​ຂ້າງ. ທ່ານ​​ຕີ​ໂຊ​ຣາ ຈອນໄດ້​ກ່າວ​ແບບ​ສຸດ​ວິ​ໄສ​ຕາມຫຼັງ​ວ່າ: “ຕອນ​ຄ່ຳ​ທຸກ​ມື້, ​ຢູ່​ຂ້າງ​ເຮືອນ​​​ຂອງຂ້າ​ພະ​ເຈົ້າ​ຈະ​​ໄດ້​ຍິນ​ສຽງ​ປືນ​ດັງ​ຂຶ້ນ​ເລື້ອຍໆ, ​ຂ້າ​ພະ​ເຈົ້າກັບ​ລູກ​ຊາຍ​​ຂອງ​ຂ້າ​ພະ​ເຈົ້າ​ຈະ “ນອນຫຼັບ​” ​ທ່າມ​ກາງ “ສຽງ​ເພງ​ກ່ອມນອນ​ດ້ວຍ​ລູກ​ປືນ”.

​ການມີ​ສິດ​ຖື​ຄອງປືນ​ເປັນ​ສິດ​ທິ​ທີ່​ມີ​ກຽດ​ສັກ​ສີ​ທີ່​ສຸດ​ຢ່າງ​ໜຶ່ງ ທີ່​ລັດ​ຖະ​ທຳ​ມະ​ນູນ​ອາ​ເມ​ຣິ​ກາ​ມອບ​ໃຫ້​ປະ​ຊາ​​ຊົນ​ອາ​ເມ​ຣິ​ກາ, ການ​ຜະ​ລິດ, ຄ້າ​ຂາຍ ແລະ ນຳ​ໃຊ້​ປືນ​​ຢູ່​ອາ​ເມ​ຣິ​ກາ​ໄດ້​ກາຍ​ເປັນ​ອຸດ​ສາ​ຫະ​ກຳ​ຂະ​ໜາດ​ໃຫຍ່ ເຊິ່ງ​ໄດ້​ພົວ​ພັນ​ເຖິງ​ຜົນ​ປະ​ໂຫຍດ​ອັນ​ມະ​ຫາ​ສານ​ຂອງ​ກຸ່ມ​ນາຍ​ທຶນ. ຢູ່​ອາ​ເມ​ຣິ​ກາ, ຈົນ​ເຖິງ​ຂັ້ນ​ມີ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ພາ​ກັນ​ຖື​ປືນ​ໄປ​ເຂົ້າ​ຮຽນ​ໂດຍ​ບໍ່​ມີ​ຂໍ້​ຈຳ​ກັດ. ການ​ຖື​ປືນ​​ຢ່າງເສ​ລີ​ໄດ້​ເປັນ​ການ​ກະ​ຕຸ້ນ​ໃຫ້​ເກີດ​ມີການ​ໃຊ້ຄວາມ​ຮຸນ​ແຮງ​ໃນ​ສັງ​ຄົມ, ເຫດ​ການ​ຍິງ​​ກັນ​ທີ່​ເກີດ​ຂຶ້ນ​ເລື້ອຍໆ​ກໍ​ໄດ້​ກະ​ຕຸກ​ຊຸກ​ຍູ້​ໃຫ້​ການ​ຜະ​ລິດ​ແລະ​ຈຳ​ໜ່າຍ​ປືນ​ໄດ້​ດີ​ກວ່າ​ເກົ່າ. ໄພ​ຂົ່ມ​ຂູ່​ຍ້ອນ​ປືນ​ຢູ່ອາ​ເມ​ຣິ​ກາ​ໄດ້​ກາຍ​ເປັນ​ບັນ​ຫາ​ທີ່​ແກ້​ໄຂ​ບໍ່​ຕົກ, ການ​ມີ​ປືນ, ບໍ່​ພຽງ​ແຕ່​ບໍ່​ສາ​ມາດ​ເຮັດ​ໃຫ້​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ຮູ້​ສຶກ​ມີ​ຄວາມ​ປອດ​ໄພ​ເທົ່າ​ນັ້ນ, ຫາກຍັງໄດ້​ເຮັດ​ໃຫ້​ຄວາມ​ປອດ​ໄພ​ກາຍ​ເປັນ “ສິ່ງ​ທີ່​ຫາ​ຍາກ” ໃນ​ສັງ​ຄົມ​ອາ​ເມ​ຣິ​ກາ. “ເສ​ລີ​ພາບ​ແບບ​ອາ​ເມ​ຣິ​ກາ” ທີ່​ສາ​ມາດ​ຖື​ປືນ​ໄດ້​ນຳ​ເອົາ​ໂສກ​ນາດ​ຕະ​ກຳ ແລະ ຄວາມ​ໝົດ​ຫວັງ​ທີ່​ບໍ່​ສິ້ນ​ສຸດມາ​ໃຫ້​ແກ່​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ.

ຄຳ​ເຫັນ

0