陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນັກວິຊາການລາວຕີລາຄາການພົວພັນຈີນ-ອາຊຽນຢ່າງຕັ້ງໜ້າ

2021-11-22 18:11:46 cri

 

ນັກວິຊາການລາວຕີລາຄາການພົວພັນຈີນ-ອາຊຽນຢ່າງຕັ້ງໜ້າ_fororder_微信图片_3

ປີນີ້ແມ່ນປີທີ່ຈີນແລະອາຊຽນສ້າງຕັ້ງສາຍພົວພັນຄູ່ເຈລະຈາຄົບຮອບ 30 ປີ,ວັນທີ 22 ພະຈິກນີ້,ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ ເຂົ້າຮ່ວມທັງເປັນປະທານ ພິທີສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນຄູ່ເຈລະຈາຈີນ-ອາຊຽນຄົບຮອບ 30 ປີ.ໃນພິທີໄດ້ປະກາດການສ້າງຕັ້ງສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ- ອາຊຽນຢ່າງເປັນທາງການ. ນີ້ແມ່ນຂີດໝາຍໃໝ່ໃນປະຫວັດສານການພົວພັນ ລະຫວ່າງສອງຝ່າຍ,ເຊິ່ງຈະເພີ່ມພະລັງແຮງຂັບເຄື່ອນອັນເພື່ອສັນຕິພາບ ສະຖຽນລະພາບ ຄວາມຈະເລີນຮຸ່ງເຮືອງແລະການ ພັດທະນາຂອງພາກພື້ນກໍ່ຄື ຂອງໂລກ.

 

ນັບແຕ່ສ້າງຕັ້ງສາຍພົວພັນຄູ່ເຈລະຈາເມື່ອປີ 1991 ເປັນຕົ້ນມາ,ຈີນແລະອາຊຽນ ໄດ້ກຳແໜ້ນກາລະໂອກາດຂອງຍຸກສະໄໝ,ສຸມໃສ່ການຮ່ວມກັນພັດທະນາ,ໂດຍ ໄດ້ເດີນຕາມເສັ້ນທາງທີ່ສາມັກຄີກັນສູ້ຊົນກ້າວໄປໜ້າ ເປັນປະເທດບ້ານໃກ້ ເຮືອນຄຽງທີ່ດີແລະຄູຸ່ຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.ທຸກມື້ນີ້,ສອງຝ່າຍໄດ້ກາຍເປັນຄູ່ການຄ້າທີ່ໃຫຍ່ກວ່າໝູ່ຂອງກັນ,ເປັນຄູ່ຮ່ວມມືທີ່ມີຊີວິດຊີວາ ກວ່າໝູ່,ເປັນຄູ່ຮ່ວມຍຸດທະສາດທີ່ມີເນື້ອໃນອຸດົມສົມບູນກວ່າໝູ່ເຊິ່ງໄດ້ສ້າງຜົນປະໂຫຍດອັນໃຫຍ່ຫຼວງໃຫ້ແກ່ປະຊາຊົນ 2 ຕື້ກວ່າຄົນໃນ 11 ປະເທດ.

 

ນັກຄົ້ນຄວ້າສູນຄົ້ນຄວ້າຈີນຂອງມະຫາວິທະຍາໄລແຫ່ງຊາດລາວກ່າວວ່າ,ໂດຍ ຜະເຊີນກັບສິ່ງທ້າທາຍ,ອາຊຽນແລະຈີນໄດ້ຮ່ວມແຮງຮ່ວມໃຈກັນຜ່ານຜ່າຄວາມ ຫຍຸ້ງຍາກແລະຊ່ວຍເຫຼືອເຊິ່ງກັນແລະກັນ,“ໄດ້ເປັນການອະທິບາຍເນື້ອໃນອັນ ເລິກເຊິ່ງຂອງການສ້າງປະຊາຄົມຮ່ວມຊາ ຕາກຳດ້ວຍການກະທຳຕົວຈິງ.”

 

ນັບແຕ່ເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ,ຈີນແລະອາ ຊຽນໄດ້ດຳເນີນການຮ່ວມມືຕ້ານພະຍາດໂຄວິດ-19 ຢ່າງຕັ້ງໜ້າ.ເຊິ່ງມາຮອດ ປັດຈຸບັນນີ້,ຈີນໄດ້ສະໜອງວັກຊິນຫຼາຍກວ່າ 360 ລ້ານຫຼອດແລະອຸປະກອນຕ້ານ ພະຍາດໂຄວິດ-19 ຈຳນວນຫຼວງຫຼາຍໃຫ້ແກ່ 10 ປະເທດອາຊຽນ.

ນັກວິຊາການລາວຕີລາຄາການພົວພັນຈີນ-ອາຊຽນຢ່າງຕັ້ງໜ້າ_fororder_微信图片_2

 

ສິ່ງທີ່ເປັນໜ້າກ່າວເຖິງນັ້ນແມ່ນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ໄດ້ ສ້າງໂອກາດອັນມະຫາສານໃຫ້ແກ່ການພັດທະນາຂອງປະເທດອາຊຽນ. “ຫຼາຍປີມານີ້,ເສດຖະກິດດີຈີຕອນໄດ້ກາຍເປັນຈຸດເຕີບໂຕສຳຄັນຂອງການຮ່ວມມືລະຫວ່າງອາຊຽນແລະຈີນ.”ທ່ານບົວລະພາ ປະທານສະພາການຄ້າຊາວຈີນຕ່າງດ້າວ ປະຈຳລາວກ່າວວ່າ, ອາຊຽນແລະຈີນໄດ້ສະເໜີໂຄງການຮ່ວມມືໃນຂົງເຂດຕົວເມືອງອັດສະລິຍະ ການຄ້າເອເລັກໂຕຼນິກ ປັນຍາປະດິດ ບິກດາຕ້າ ການແພດ ການສຶກສາທາງໄກແລະອື່ນໆ,ເຊິ່ງມີກຳລັງບົ່ມຊ້ອນໃນການຮ່ວມມືກັນຢ່າງມະ ຫາສານ.

 

ໃນ 30 ປີມານີ້,ການຮ່ວມມືຮອບດ້ານລະຫວ່າງສອງຝ່າຍໄດ້ເຂົ້າສູ່ລວງເລິກຢ່າງ ບໍ່ຢຸດຢັ້ງ,ກາຍເປັນແບບຢ່າງແຫ່ງການຮ່ວມມືພາກພື້ນທີ່ປະສົບຜົນສຳເລັດກວ່າໝູ່ໃນພາກພື້ນອາຊີປາຊິຟິກ.ໃນໂອກາດແຫ່ງການສ້າງຕັ້ງສາຍພົວພັນຄູ່ເຈລະຈາ ຈີນ-ອາຊຽນຄົບຮອບ 30 ປີທີ່ເປັນຈຸດສຳຄັນແຫ່ງການສືບທອດມູນເຊື້ອ ພັດທະນາພາລະກິດໃໝ່,ເດືອນໜ້ານີ້,ທາງລົດໄຟຈີນ-ລາວຈະເປີດໃຫ້ບໍລິການ. ຂະບວນລົດໄຟ ລ້ານຊ້າງເຊິ່ງເປັນຂະບວນລົດໄຟທີ່ມີຄວາມໝາຍວ່າ ສອງປະເທດເປັນບ້ານໃກ້ເຮືອນຄຽງທີ່ດີີ ເພື່ອນມິດທີ່ດີ ສະຫາຍທີ່ດີແລະ ຄຸູ່ຮ່ວມມືທີ່ດີຈະບັນທຸກຄວາມໃຝ່ຝັນຂອງປະຊາຊົນລາວໃນການກ້າວຂ້າມພູຜາ ແມ່ນ້ຳ,ແລະກໍ່ບັນທຸກມິດຕະພາບຈີນ-ລາວ,ມິດຕະພາບຈີນ-ອາຊຽນແລ່ນໄປສູ່ອະນາຄົດທີ່ສວຍງາມກວ່າເກົ່າ.

ນັກວິຊາການລາວຕີລາຄາການພົວພັນຈີນ-ອາຊຽນຢ່າງຕັ້ງໜ້າ_fororder_微信图片_5

 

ຄຳ​ເຫັນ

0